7176

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 17/12/2025 xtgmf]k; ສສຊ ເຂດເລືອກຕັ້ງທີ 13...ືັ້ີ ມອບ-ຮັບໜ້າທີ່...ັ້ີ່ ນາຍົກລັດຖະມົນຕີ...ົັົີ ໂຄງການກໍ່ສ້າງຕຶກ...ໍ່້ຶ ຄບຕ ຊີ້ແຈງການຄຸ້ມຄອງ...ີຸ້້ ແຂວງສະຫວັນນະເຂດ...ັ ຂປລ. ພິທີໃສ່ບາດຖວາຍສັງ ຄະທານ ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ ນຳທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ຄົບຮອບ 105 ປີ (13/12/1920-13/12/2025) ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ອະນຸສອນ ສະຖານປະທານໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການ ເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນ ກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນະເຂດ, ມີບັນດາການນຳ ແຂວງ, ພະເຖລານຸເຖລະ 105 ອົງ ພ້ອມດ້ວຍມວນຊົນພາຍໃນແຂວງ ສະຫວັນນະເຂດເຂົ້າຮ່ວມ. ການໃສ່ບາດຖວາຍສັງຄະ ທານໃນຄັ້ງນີ້, ເພື່ອອຸທິດສ່ວນ ບຸນ, ສ່ວນກຸສົນເຖິງດວງວິນຍານ ຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກຂອງປວງຊົນລາວທັງ ຊາດ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ຜູ້ນໍາ ພາສ້າງຕັ້ງກຳລັງປະກອບອາວຸດ ປະຕິວັດຂອງປະຊາຊົນ, ນໍາພາ ຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາ ເອກະລາດ, ອິດສະລະພາບມາສູ່ ປະເທດຊາດ ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍຈົນ ມາຮອດປັດຈຸບັນ. ພ້ອມນີ້, ຍັງເປັນການອຸທິດສ່ວນ ບຸນກຸສົນໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍ ເວນ, ຜີໄຮ້ຍາດຂາດມິດ, ເພື່ອນມິດ ສະຫາຍທີ່ໄດ້ລ່ວງລັບໄປແລ້ວ ເພື່ອ ເປັນບຸນ, ເປັນກຸສົນແລະ ອື່ນໆ. ຂ່າວ-ພາບ: ເກດສະໜາ ປັກຮັກສາລະບົບຮ່ອງລະບາຍນ້ຳ ໃນຕົວເມືອງຍັງພົບບັນຫາຄວາມ ຫຍຸ້ງຍາກໃນຫລາຍດ້ານຕິດພັນ ກັບການມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມ ໂດຍສະເພາະຍັງມີ ສະພາບການບຸກລຸກເຊັ່ນ: ການປຸກ ສ້າງກວມເຂດສະຫງວນ ຂອງຮ່ອງ ລະບາຍນ້ຳ, ຖົມດິນຕັນແລວການ ໄຫລຂອງນ້ຳ, ການຖິ້ມຂີ້ເຫຍື້ອ ຫລື ສິ່ງເສດເຫລືອລົງໃສ່ຮ່ອງນ້ຳ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການ ອະນາໄມ. ນອກນັ້ນ, ການປ່ອຍ ນໍ້າເປື້ອນຈາກຄົວເຮືອນ, ຊຸມຊົນ ທີ່ບໍ່ໄດ້ຜ່ານການບໍາບັດປ່ອຍໂດຍ ກົງລົງສູ່ຮ່ອງລະບາຍນ້ຳເກີດຜົນ ກະທົບທາງດ້ານສິ່ງແວດລ້ອມ; ລວມທັງການພັດທະນານຳໃຊ້ພື້ນທີ່ ຮ່ອງດຳເນີນກິດຈະການຕ່າງໆກໍ່ ຍັງສ້າງຄວາມຫຍຸ້ງຍາກໃນການ ອະນາໄມ-ລວງຮ່ອງ ແລະ ບັນ ຫາອື່ນໆ. ຕໍ່ກັບການແກ້ໄຂບັນຫາທີ່ເກີດ ຂຶ້ນ, ອົງການປົກຄອງນະຄອນ ຫລວງວຽງຈັນ ຖືເປັນບັນຫາທີ່ສຳ ຄັນໄດ້ມອບໃຫ້ບັນດາພາກສ່ວນ ຂປລ. ພິທີມອບ-ຮັບໜ້າທີ່ລະ ຫວ່າງທ່ານ ພົງສະຫັວນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ເຈົ້າ ແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາ ຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງ ແຂວງໄຊຍະບູລີ (ຜູ້ໃໝ່) ຈັດຂຶ້ນ ໃນວັນທີ 15 ທັນວາ 2025 ໂດຍ ການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ເພັງນິລັນ ຄໍາພັນເພັງ ເລຂາ ຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະ ການພັກແຂວງ, ຄະນະປະຈໍາສະພາ ປະຊາຊົນແຂວງ, ຫົວໜ້າ, ຮອງ ຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ໄດ້ຜ່ານບົດສະຫລຸບການ ນໍາພາ-ຊີ້ນໍາວຽກງານຮອບດ້ານໃນ ໄລຍະຜ່ານມາ ໂດຍສະເພາະແມ່ນ ໄດ້ນໍາພາການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ແລະ ຄັ້ງທີ VII, ແຜນປະ ຈໍາປີ ສາມາດບັນລຸຕາມຄາດໝາຍ ວາງໄວ້, ເສດຖະກິດຂອງແຂວງ ໄດ້ຮັບການຂະຫຍາຍຕົວເພີ່ມຂຶ້ນ ໃນແຕ່ລະປີ, ຄາດໝາຍສູ້ຊົນມະຫາ ພາກຂອງແຂວງສາມາດຈັດຕັ້ງ ປະຕິບັດບັນລຸຄາດໝາຍ ແລະ ມີ ບາງຄາດໝາຍລື່ນແຜນວາງໄວ້ ຄື: ການຈັດເກັບລາຍຮັບເຂົ້າງົບ ປະມານ, ມູນຄ່າສົ່ງອອກສິນຄ້າ, ຄາດໝາຍການຜະລິດເຂົ້າ, ການ ປູກພືດເປັນສິນຄ້າພົ້ນເດັ່ນແມ່ນ ການປູກຢາງພາລາ, ກາເຟ ແລະ ອື່ນໆ; ພື້ນຖານອຸດສາຫະກໍາປຸງ ແຕ່ງໂຮງສີເຂົ້າ, ໂຮງອົບສາລີ, ໝາກເດືອຍ, ສາງເຢັນໝາກຖົ່ວ ເຫລືອງ, ໂຮງງານແປ້ງມັນຕົ້ນ, ໂຮງງານຢາງພາລາ, ໂຮງງານ ເຂົ້າຈີ່, ເຂົ້າໜົມ, ເສັ້ນໝີ່, ເສັ້ນເຝີ, ໂຮງງານຂ້າສັດທັນສະໄໝ, ອຸດສາ ຫະກໍາພະລັງງານໄຟຟ້າຂະໜາດ ໃຫຍ່, ຂະໜາດນ້ອຍ, ຜະລິດຕະພັນ ຫັດຖະກໍາຕໍ່າແຜ່ນແພ, ຈັກສານ ແລະ ອື່ນໆ ໄດ້ມີໜໍ່ແໜງ ແລະ ມີ ທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນເປັນ ກ້າວໆ; ພື້ນຖານໂຄງລ່າງຖະໜົນ ຫົນທາງ, ທາງຫລວງແຫ່ງຊາດ, ທາງເຊື່ອມໂຍງ, ເຊື່ອມຈອດກັບ ອານຸພາກພື້ນຣາຊະອານາຈັກໄທ, ສສ ຫວຽດນາມ, ສປ ຈີນ, ເຊື່ອມ ກັບບັນດ າ ແຂວງ ພ າ ກ ເ ໜືອ , ເມືອງມໍລະດົກໂລກຫລວງພະ ບາງ ແລະ ເຊື່ອມເຂົ້າເຂດໃຈກາງ ນະຄອນຫລວງວຽງຈັນ, ທາງ ຫລວງຂອງແຂວງສູ່ບັນດາເມືອງ ແລະ ທາງເຂົ້າຫາເຂດຊົນນະບົດ ຫລາຍເສັ້ນໄດ້ຮັບການພັດທະນາ ຍົກລະດັບປູຢາງ 2 ຊັ້ນ, ເຮັດໃຫ້ ການໄປ-ມາຫາສູ່, ການຂົນສົ່ງ ເຕີ ເປັນການຮ່ວມມືກັນລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ບໍລິສັດສຽນເສີງ ລົງ ທຶນອະສັງຫາລິມະຊັບ ຈຳກັດ ແລະ ບໍລິສັດລາວມະຫາຊັບພັດທະນາ ຈຳກັດຜູ້ດຽວ. ໂຄງການດັ່ງກ່າວ, ໄດ້ວາງສີລາລືກ ແລະ ເລີ່ມລົງມື ກໍ່ສ້າງໃນເດືອນຕຸລາ ປີ 2024 ໂດຍໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນການກໍ່ສ້າງ ຕຶກອາຄານ 12 ຊັ້ນ (ຕຶກຮອງ) ມາຮອດປັດຈຸບັນ, ການກໍ່ສ້າງແມ່ນ ສຳເລັດແລ້ວ 90%, ສ່ວນອາຄານ 46 ຊັ້ນ, ມີຄວາມສູງ 155 ແມັດ ຊຶ່ງ ຈະກາຍເປັນຕຶກອາຄານທີ່ສູງທີ່ສຸດ ໃນປະເທດລາວ, ມາຮອດປັດຈຸບັນ ກໍາລັງລົງມືກໍ່ສ້າງ, ຄາດວ່າການ ກໍ່ສ້າງຈະສຳເລັດໃນປີ 2028. ໂຄງການດັ່ງກ່າວ, ຖືກອອກ ແບບໃຫ້ມີຄວາມຫລູຫລາພາຍໃນ 2 ອາຄານປະກອບມີ ໂຮງແຮມ 5 ດາວ, ຄອນໂດມີນຽມ, ສູນການຄ້າ, ຮ້ານອາຫານ, ສະລອຍນ້ຳກະຈົກ ໃສກາງແຈ້ງ, ສູນອອກກຳລັງກາຍ, ສະຖານທີ່ຈັດກອງປະຊຸມ, ສະຖານ ປະທານຄະນະກຳມະການປົກຄອງ ແຂວງ, ບັນດາທ່ານ ສສຊ ປະຈຳ ເຂດເລືອກຕັ້ງ, ພ້ອມດ້ວຍພະແນກ ການ, ອົງການຕ່າງໆອ້ອມຂ້າງ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫລຸບ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວ ວຽກງານຮອດກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຂອງຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13. ນອກນັ້ນ, ໄດ້ຮັບຟັງການລາຍ ງານຄືນຈາກຫົວໜ້າພະແນກອຸດ ສາຫະກຳ ແລະ ການຄ້າແຂວງ ຕາມມະຕິກອງປະຊຸມຂອງຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 13 ສະບັບເລກທີ 66/ຄສຊຂ, ລົງວັນທີ 23 ທັນວາ 2024 ວ່າດ້ວຍການຮັບຮອງເອົາ ບົດລາຍງານກ່ຽວກັບການຂຸດຄົ້ນ ໂດຍມີສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະ ນະຄະນະບໍລິຫານງານພັກ, ລັດຖະ ມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍ ຄະນະບໍລິຫານງານພັກ ແລະ ຄະນະ ກົມທົ່ວ ຫສນຍ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ຕາງໜ້າໃຫ້ແກ່ຄະນະ ພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄດ້ລາຍງານຕໍ່ສະຫາຍ ນາຍົກລັດຖະມົນຕີ ໂດຍຫຍໍ້ ກ່ຽວ ກັບສະພາບລວມ ແລະ ຜົນການ ເຄື່ອນໄຫວວຽກງານຂອງ ຫສນຍ ເປັນຕົ້ນວຽກງານການເມືອງແນວຄິດ, ຜົນການດຳເນີນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI; ການປັບປຸງ ກົງຈັກການຈັດຕັ້ງ-ພະນັກງານ; ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະ ໂດຍສະເພາະແມ່ນບັນດາ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ລວມທັງທິດ ທາງແຜນການໃນຕໍ່ໜ້າ. ໃນໂອກາດທີ່ມີຄວາມໝາຍ ສຳຄັນນີ້, ສະຫາຍນາຍົກລັດຖະ ມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດທີ່ອົງຄະນະພັກ ຫສນຍ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານ ມາ. ອັນສຳຄັນ, ສະຫາຍ ໄດ້ມີຄຳ ເຫັນເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງ ດ້ານເປັນຕົ້ນໃນສະພາບການພາກ ພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປ ຢ່າງສະຫລັບສັບຊ້ອນທີ່ມີທັງກາລະ ໂອກາດ ແລະ ສິ່ງທ້າທາຍຫລາຍ ປະການນັ້ນ, ຕ້ອງໄດ້ເອົາໃຈໃສ່ ຕິດຕາມສະພາບຢ່າງໃກ້ສິດ ເພື່ອມີ ຂໍ້ມູນໃນການຄົ້ນຄວ້າ ແລະ ເປັນ ເສນາທິການໃຫ້ແກ່ລັດຖະບານ ແກ້ໄຂບັນຫາແຕ່ຫົວທີຢ່າງທັນ ການ; ຕ້ອງກໍາໃຫ້ໄດ້ທິດທາງລວມ ແລະ ບັນດາຄາດໝາຍໃຫຍ່ຕົ້ນຕໍ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ສົມທົບກັບຂະແໜງການ ແລະ ທ້ອງ ຖິ່ນຕ່າງໆປະຕິບັດ 5 ບົດບາດ ຄຸ້ມຄອງມະຫາພາກຕາມຄຳສັ່ງ 34/ນຍ ເຂົ້າໃນແຕ່ລະຂົງເຂດ ວຽກງານໃຫ້ປະກົດຜົນເປັນຈິງ; ຍົກສູງຄວາມຮັບຜິດຊອບທາງດ້ານ ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ການປະຕິບັດໜ້າທີ່ວຽກງານຕ້ອງ ຄຳນຶງເຖິງຜົນໄດ້-ຜົນເສຍຂອງ ການປະຕິບັດແນວທາງນະໂຍບາຍ ຕ່າງໆ, ໃຫ້ມີສະຕິລະວັງຕົວຕໍ່ກັບ ກົນອຸບາຍເລຫລ່ຽມຂອງພວກ ສັດຕູ; ສືບຕໍ່ຕິດຕາມຊຸກຍູ້ການ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາ ສັ່ງ, ແຈ້ງການທິດຊີ້ນຳຂອງຂັ້ນ ເທິງ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດແຕ່ລະບັນຫາ ແລະ ລາຍງານຄວາມຄືບໜ້າ; ສືບຕໍ່ ເອົາໃຈໃສ່ການເປັນເສນາທິການ ຄົ້ນຄວ້າວຽກງານຕ່າງໆໃຫ້ແທດ ເໝາະກັບຄວາມເປັນຈິງ, ຖືກຕ້ອງ ຕາມກົດໝາຍ, ລະບຽບການ ແລະ ນະໂຍບາຍຕ່າງໆ; ປັບປຸງວຽກງານ ການຈໍລະຈອນເອກະສານ, ແກ້ໄຂ ເອກະສານຕ່າງໆໃຫ້ລະອຽດຊັດ ເຈນ, ວ່ອງໄວ ຫັນໄປສູ່ລະບົບທັນ ສະໄໝ; ເອົາໃຈໃສ່ສຶກສາອົບຮົມ ພະນັກງານໃຫ້ມີນໍ້າໃຈຮັບໃຊ້ປະ ເທດຊາດຮັບໃຊ້ປະຊາຊົນ, ບໍ່ຮຽກບໍ່ຕິດພັນກັບຜົນປະໂຫຍດ, ບໍ່ອຸ້ມ ວຽກ, ບໍ່ປະໃຫ້ຊັກຊ້າແກ່ຍາວ; ປະຕິບັດຫລັກການເຮັດວຽກລວມ ສູນປະຊາທິປະໄຕ ຕົກລົງເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບ ແລະ ແທດເຖິງຕົວຈິງ, ເຮັດວຽກຢ່າງມີ ແຜນການ, ມີຄາດໝາຍທີ່ຊັດເຈນ; ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈ ດຽວ, ກ້າຕໍານິຕິຊົມເຊິ່ງກັນ ແລະ ກັນ; ຄະນະພັກ-ຄະນະນໍາທຸກຂັ້ນ ຕ້ອງຖືເອົາການນໍາພາວຽກງານ ການເມືອງແນວຄິດເປັນບັນຫາ ສໍາຄັນ, ຕິດພັນກັບການເອົາໃຈໃສ່ ຄົ້ນຄວ້າ ແລະ ກຳແໜ້ນແນວທາງ ນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງ ອອກໃຫ້ເລິກເຊິ່ງ; ປະຕິບັດກົນໄກ ບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມໃຫ້ສອດຄ່ອງກັບລະບົບປະຕູ ດຽວແຕ່ສູນກາງຮອດທ້ອງຖິ່ນ; ສືບ ຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການ ຈັດຕັ້ງໃຫ້ກະທັດຮັດ, ມີປະສິດທິຜົນ; ກຳນົດແຜນການກໍ່ສ້າງບຸກຄະລາ ກອນໃຫ້ຈະແຈ້ງ, ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງວຽກງານ; ຍົກລະດັບຄວາມ ຮູ້ຄວາມສາມາດຂອງພະນັກງານລັດຖະກອນທາງດ້ານທິດສະດີ ແລະ ວິຊາສະເພາະຄຽງຄູ່ກັບການ ສັບຊ້ອນຈັດວາງ-ຍົກຍ້າຍໃຫ້ຖືກ ຕ້ອງ-ແທດເໝາະ, ຜູ້ໜຶ່ງຕ້ອງເຮັດ ໄດ້ຫລາຍວຽກ ເພື່ອຮັບໃຊ້ໜ້າທີ່ ການເມືອງໄປຕາມທິດສ້າງພະນັກ ງານເປັນຊ່ຽວຊານ ແລະ ສືບທອດ ປ່ຽນແທນແຕ່ລະໄລຍະ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ໂດຍສານ, ຂົນສົ່ງສິນຄ້າໄດ້ມີ ຄວາມສະດວກດີຂື້ນ. ພ້ອມນີ້, ກໍ ໄດ້ສຸມໃສ່ຢ່າງຕັ້ງໜ້າໃນການສືບ ຕໍ່ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຕາມ ດຳລັດ 348/ລບ ໂດຍການນຳພາ ຈັດຕັ້ງການປະເມີນໃນແຕ່ລະປີຢ່າງ ເປັນປົກກະຕິ ເພື່ອແກ້ໄຂຄອບຄົວ ທຸກຍາກ, ບ້ານທຸກຍາກ, ເມືອງ ທຸກຍາກໄດ້ບັນລຸຕາມຄາດໝາຍ ເປັນສ່ວນໃຫຍ່, ປະເມີນຕາມດໍາລັດ ດັ່ງກ່າວໃນປີ 2023 ຍັງຄອບຄົວ ບໍ່ທັນພົ້ນທຸກ 21.902 ຄອບຄົວ, ເທົ່າກັບ 27,26% ພົ້ນເດັ່ນແມ່ນ ສາມາດຮັບຮອງເອົາເມືອງຄອບ ເປັນເມືອງພົ້ນທຸກ, ສ້າງບ້ານບົວ ບານເມືອງວາ ສາມາດບັນລຸມາດ ຕະຖານບ້ານໃຫຍ່ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດ. ຈາກນັ້ນ, ໃນພິທີກໍໄດ້ເຊັນບົດບັນ ທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ພົງສະຫັວນ ສິດທະວົງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ເຈົ້າແຂວງໄຊຍະ ບູລີ (ເກົ່າ) ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານ ງານພັກແຂວງ, ປະທານຄະນະກໍາ ມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່). ພ້ອມນັ້ນ, ໃນພິທີຍັງໄດ້ ຜ່ານຂໍ້ຕົກລົງຂອງປະທານຄະນະ ກໍາມະການປົກຄອງແຂວງໄຊຍະ ບູລີ ວ່າດ້ວຍການແຕ່ງຕັ້ງສະຫາຍ ອາເມ ຊົງເຢ່ຍເລັ່ງ ແລະ ສະຫາຍ ບຸດສະກອນ ອິນທະລັງສີ ເປັນຮອງ ປະທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ. ໃນຕອນທ້າຍໄດ້ຮັບຟັງການມີ ຄໍາເຫັນໂອ້ລົມຂອງທ່ານ ນາງ ສີໃສ ລືເດດມູນສອນ ໂດຍທ່ານໄດ້ເນັ້ນ ໜັກໃຫ້ຄະນະພັກ ແລະ ຄະນະກໍາ ມະການປົກຄອງທຸກຂັ້ນເອົາໃຈໃສ່ ປະຕິບັດຫລັກການລວມສູນປະຊາ ທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງ ໝ້າທີ່ຮັບຜິດຊອບໃຫ້ຈະແຈ້ງ ແລະ ມີກົນໄກປະສານງານທີ່ດີ ເພື່ອນໍາ ພາຈັດຕັ້ງປະຕິບັດພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ແຂວງໄຊຍະບູລີ ໃຫ້ມີຜົນສໍາເລັດ ຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ຄໍາໝັ້ນ ແຮ່ທາດທົດລອງ ພາຍໃນແຂວງ ສະຫວັນນະເຂດ ແລະ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງໄຟຟ້າຈາກພະລັງງານລົມຢູ່ ແຂວງສະຫວັນນະເຂດ; ການລາຍ ງານຄືນຈາກຫົວໜ້າພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ ຕາມມະຕິກອງປະຊຸມຂອງຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 13 ສະບັບເລກທີ 03/ຄສຊຂ, ລົງວັນທີ 17 ມັງກອນ 2024 ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ແຂວງກ່ຽວກັບການຈັດຕັ້ງປະຕິບັດ ການຈັດສັນ ແລະ ການຄຸ້ມຄອງ 3 ປະເພດປ່າພາຍໃນແຂວງສະຫວັນ ນະເຂດ. ທ່ານ ກົງແກ້ວ ມີວໍລະຈັກ ໄດ້ ໃຫ້ຮູ້ວ່າ: ຕະຫລອດໄລຍະດຳເນີນ ກອງປະຊຸມ, ບັນດາທ່ານສະມາ ຊິກສະພາແຫ່ງຊາດ ໄດ້ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງອັນສູງສົ່ງຂອງຕົນໃນນາມ ເປັນຕົວແທນແຫ່ງສິດ ແລະ ຜົນ ປະໂຫຍດຂອງປະຊາຊົນ ໂດຍສຸມ ສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ປະກອບຄຳຄິດຄຳເຫັນພ້ອມທັງ ໄດ້ຊັກຖາມຢ່າງສ້າງສັນ, ພາວະ ວິໄສ, ມີຫລັກການ ແລະ ມີເຫດມີ ຜົນຢ່າງເລິກເຊິ່ງກົງໄປກົງມາຕໍ່ ບັນດາພາກສ່ວນທີ່ຂຶ້ນລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມ. ບັນຫາ ທີ່ນໍາມາສະເໜີຢູ່ໃນກອງປະຊຸມໃນ ຄັ້ງນີ້, ລ້ວນແລ້ວແຕ່ແມ່ນຄວາມ ຮຽກຮ້ອງຕ້ອງການ ແລະ ຄວາມ ມຸ່ງມາດປາຖະໜາຂອງພໍ່ແມ່ປະຊາ ຊົນ; ພາກສ່ວນກ່ຽວຂ້ອງກໍໄດ້ ເອົາໃຈໃສ່ຂຶ້ນຊີ້ແຈງທຸກໆບັນຫາ ທີ່ສະມາຊິກສະພາແຫ່ງຊາດ ຕັ້ງ ຂຶ້ນດ້ວຍຄວາມຮັບຜິດຊອບເຮັດ ໃຫ້ການພິຈາລະນາ-ຮັບຮອງເອົາ ບັນດາບັນຫາຕ່າງໆບົນຈິດໃຈແຫ່ງ ຄວາມເປັນເອກະພາບທາງດ້ານທັດ ສະນະ, ແນວຄິດ, ລະບຽບຫລັກ ການ ແລະ ຄວາມຮັບຜິດຊອບບົນ ພື້ນຖານສອດຄ່ອງກັບແນວທາງ ປ່ຽນແປງໃໝ່ຂອງພັກ, ລັດຖະທຳ ມະນູນ ແລະ ກົດໝາຍຂອງລັດ. ຂ່າວ: ສພຊ ທີ່ຈັດງານລ້ຽງ ແລະ ອື່ນໆ. ຄາດວ່າ ພາຍຫລັງກໍ່ສ້າງສຳເລັດໂຮງແຮມ ແລະ ຄອນໂດດັ່ງກ່າວຈະກາຍເປັນ ສະຖານທີ່ຮັບຮອງແຂກສຳຄັນຂອງ ປະເທດ, ລວມເຖິງນັກທ່ອງທ່ຽວ ຕ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນ. ສຳລັບການກໍ່ສ້າງອາຄານແມ່ນ ນຳໃຊ້ເຄື່ອງມືທີ່ທັນສະໄໝ, ມີທີມ ງານນັກອອກແບບທີ່ມີຊື່ສຽງລະ ດັບສາກົນ, ມີແຫລ່ງສະໜອງວັດ ສະດຸທີ່ມີຄຸນນະພາບ, ຍຶດໝັ້ນຕາມ ຫລັກການຂອງການດຳເນີນທຸລະ ກິດຢ່າງຈິງໃຈ, ເປີດກ້ວາງ, ເຕີບ ໃຫຍ່ ແລະ ມີຜົນປະໂຫຍດຮ່ວມກັນ ມາໂດຍຕະຫລອດ, ເປັນຜູ້ນຳໃນ ຂະແໜງການພັດທະນາອະສັງຫາ ລິມະຊັບ. ຂະນະດຽວກັນນັ້ນ, ຍັງ ຕັ້ງໜ້າຂະຫຍາຍທຸລະກິດຂະແໜງ ການຄ້າສາກົນ, ມຸ່ງໝັ້ນໃຫ້ບໍລິການ ອຳນວຍຄວາມສະດວກແບບຄົບ ວົງຈອນໃຫ້ແກ່ລູກຄ້າ ແລະ ແກ້ໄຂ ບັນຫາທາງການຄ້າໃຫ້ແກ່ລູກຄ້າ ອີກດ້ວຍ. ເພື່ອບັນລຸການພັດທະນາ ເສດຖະກິດ, ສັງຄົມ ແລະ ສິ່ງ ແວດລ້ອມຢ່າງກົມກຽວ, ສ້າງສາ ຕົວເມືອງໃຫ້ມີຄວາມສີວິໄລ ແລະ ໜ້າຢູ່ອາໄສ, ພ້ອມທັງປະກອບ ສ່ວນເຂົ້າໃນການປັບປຸງຕົວເມືອງ ແລະ ພັດທະນາແບບຍືນຍົງຢ່າງ ຫ້າວຫັນ. ໂຄງການລາວ ເຊັນເຕີຕັ້ງຢູ່ບ້ານ ພະໂພ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ, ພາຍຫລັງກໍ່ສ້າງ ສຳເລັດ ແລະ ເປີດໃຫ້ບໍລິການຈະ ສາມາດສ້າງວຽກເຮັດງານທຳໃຫ້ ແກ່ປະຊາຊົນລາວຫລາຍກວ່າ 500 ຕຳແໜ່ງ,ປັດຈຸບັນໂຄງການດັ່ງ ກ່າວ, ແມ່ນເປີດໃຫ້ຈັບຈ່ອງຄອນ ໂດແລ້ວ, ທ່ານໃດສົນໃຈສາມາດ ຕິດຕໍ່ສອບຖາມໄດ້ທີ່ສູນຂາຍຢູ່ໜ້າ ສູນການຄ້າພາກຊັນ ຫລື ໂທ 020 52143333, 020 51563333. ຂ່າວ-ພາບ: ກິດຕາ ກ່ຽວຂ້ອງເປັນຕົ້ນພະແນກໂຍທາ ທິການ ແລະ ຂົນສົ່ງ ນະຄອນຫລວງ ວຽງຈັນ ອອກໜັງສືແຈ້ງການເຖິງ ພາກສ່ວນຜູ້ພັດທະນາໄດ້ຮັບຊາບ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ ການຄຸ້ມຄອງ,ປົກປັກຮັກສາ, ການ ອະນາໄມລວງຮ່ອງ ໂດຍສະເພາະ ໄລຍະຜ່ານມາໄດ້ລົງແນະນຳທາງ ດ້ານເຕັກນິກ, ກຳນົດເປີດຈຸດລົງ ອະນາໄມ ແລະ ຕ້ອງເຮັດອະນາໄມ ຢ່າງໜ້ອຍ 1 ຄັ້ງຕໍ່ປີ; ໄດ້ສົມທົບ ອົງການປົກຄອງເມືອງ-ບ້ານ ໂຄ ສະນາເຜີຍແຜ່ບັນດານິຕິກຳຕິດ ພັນກັບການປົກປັກຮັກສາ, ການ ມີສ່ວນຮ່ວມ ລວມທັງຂໍ້ຫ້າມ ກໍຄື ມາດຕະການຕໍ່ຜູ້ສ້າງຜົນເສຍຫາຍ ຕໍ່ຮ່ອງລະບາຍນ້ຳ; ຄົ້ນຄວ້າ, ສຶກ ສາກົນໄກການແກ້ໄຂສະພາບນ້ຳ ເປື້ອນທີ່ສົ່ງຜົນກະທົບດ້ານສິ່ງ ແວດລ້ອມເຊັ່ນ: ແຜນການດູດນ້ຳ ຂອງເຂົ້າຄອງລະບາຍນ້ຳ ເພື່ອເປັນ ການລ້າງຮ່ອງລະບາຍນ້ຳໃນລະດູ ແລ້ງ ຊຶ່ງປະກອບມີ 3 ຈຸດ ຄື: ຈຸດ ບ້ານອາກາດ, ຈຸດປາກປ່າສັກ ແລະ ຈຸດໂຮງແຮມແລນມາກ. ຂ່າວ: ກິດຕາ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==