gsfdko{dkora fmtok xtgmf]k; ( 15/12/2025 Iv'sq ;|h k dl c0;'va f8txn -5 dp6 h ;Pd'ko dkogda [-N vh vp 0v'[= ]y la f mu mu -u va f8txn ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ຄູນສະໃໝ ວຽງພະຈັນ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມ (ກສ) ແຂວງອັດຕະປື ພ້ອມດ້ວຍຄະນະ ວິຊາການ ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານການເກັບຊື້ອ້ອຍ ຢູ່ບໍລິສັດ ທີທີຊີ ອັດຕະປື ໃນວັນທີ 9 ທັນວາ 2025 ທັງນີ້ກໍເພື່ອສອບຖາມ ແລະ ກວດກາມາດຕະຖານການຮັບຊື້ ອ້ອຍໃນປີນີ້ ໂດຍສະເພາະ ຂັ້ນຕອນ ການຄິດໄລ່ລາຄາ, ການວັດແທກ ຄ່າຄວາມຫວານ, ການຫັກລົບສິ່ງ ເຈືອປົນ ແລະ ການຊັ່ງນ້ຳໜັກ ເພື່ອ ຄວາມຖືກຕ້ອງ. ໃນການລົງເຄື່ອນໄຫວຄັ້ງນີ້, ທາງຄະນະໄດ້ລົງຕິດຕາມຂັ້ນຕອນ ການເຮັດວຽກຕົວຈິງ ພ້ອມທັງໄດ້ ມີການພົບປະແລກປ່ຽນຂໍ້ມູນ ຮ່ວມ ກັບຄະນະຜູ້ຕາງໜ້າຂອງບໍລິສັດ ທີ ທີຊີ ອັດຕະປື ຢ່າງກົງໄປກົງມາ. ໃນ ປີ 2025 ເນື້ອທີ່ປູກອ້ອຍ ທົ່ວແຂວງ ອັດຕະປື ມີ 8.352 ເຮັກຕາ ຊຶ່ງເນື້ອ ທີ່ສວນອ້ອຍກວມເອົາ 5 ເມືອງຂອງ ແຂວງຄື: ເມືອງສາມັກຄີໄຊ, ໄຊ ເສດຖາ, ພູວົງ, ສະໜາມໄຊ ແລະ gxu f,tstdedy ]k7q ory dkocsj '-kf 7A 'mu IV 1j k'gxa omk'dko ພາຍຫລັງສິ້ນສຸດການຈັດມະຫະ ກຳກິລາແຫ່ງຊາດແຕ່ລະຄັ້ງ ເພື່ອ ເປັນການສົ່ງເສີມສິດທິຄວາມເທົ່າ ທຽມຂອງຄົນພິການ ແລະ ຄົນບໍ່ ພິການໃນການປະກອບສ່ວນເຂົ້າ ຮ່ວມຂະບວນການເຄື່ອນໄຫວ ກິລາ-ກາຍຍະກຳ ເພື່ອສຸຂະພາບ ແລະ ມິດຕະພາບຂອງມວນມະນຸດ ພວກເຮົາ. ການຈັດມະຫະກຳກິລາຄົນ ພິ ການແຫ່ງຊາດ ໃນຄັ້ງນີ້ ແນ ໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນ ແຂງແຮງ, ໄດ້ຄວາມຊົງຈຳທີ່ດີ ໄດ້ ໄມຕີຈິດ-ມິດຕະພາບແບບສະຫາຍ xt-k-q omu j 4n dzq odtmq [9kdrkp5 ;6 mu [ 16 j lts;a ootg0f c]t rkd.8h wfh Ia [g7n j v'[a ogmq km5 d ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ ດົນມານີ້, ທ່ານ ຄຳລາວັນ ຈັນທະ ລາວັນປະທານອົງການກາແດງ ແຫ່ງຊາດລາວ ພ້ອມດ້ວຍຄະນະ ລົງມອບເຄື່ອງຊ່ວຍເຫລືອບັນເທົາ ທຸກໃຫ້ປະຊາຊົນ ຢູ່ແຂວງສະຫວັນ ນະເຂດ ແລະ ແຂວງສາລະວັນ. ສຳລັບແຂວງສະຫວັນນະເຂດ ມີ ເມືອງສອງຄອນ, ມີ 2 ບ້ານ 130 ຄອບຄົວ; ເມືອງຊົນນະບູລີມີ5ບ້ານ 215 ຄອບຄົວ. ສ່ວນແຂວງສາລະ ວັນ ມີເມືອງຕຸ້ມລານ ມີ 12 ບ້ານ, 255 ຄອບຄົວ; ເມືອງຕະໂອຍມີ 8 ບ້ານ 200 ຄອບຄົວ ລວມມູນຄ່າ ການຊ່ວຍເຫລືອທັງໝົດ 460 ລ້ານ ກີບ ໂດຍການສະໜັບສະໜູນງົບ ປະມານຈາກສະຖານທູດການາດາ ປະຈຳລາວ ທີ່ມີນ້ຳໃຈມະນຸດສະ ທຳໃນການຊ່ວຍເຫລືອປະຊາຊົນທີ່ ໄດ້ຮັບຜົນກະທົບຈາກພາຍຸ ວູທີບ. ເມືອງຊານໄຊ. ສຳລັບລາຄາເກັບ ຊື້ອ້ອຍປ້ອນໂຮງງານທົ່ວໄປ ແມ່ນ 840.000 ກີບຕໍ່ໂຕນ ແລະ ອ້ອຍທີ່ ເປັນແນວພັນ 860.000 ກີບຕໍ່ໂຕນ. ໂອກາດດັ່ງກ່າວ, ທ່ານ ຄູນ ສະໃໝ ວຽງພະຈັນ ໄດ້ເນັ້ນໜັກ ໃຫ້ທາງບໍລິສັດ ໃຫ້ຄວາມສຳຄັນ ຫລາຍຕໍ່ຊີວິດການເປັນຢູ່ຂອງປະ ຊາຊົນຜູ້ປູກອ້ອຍ ໂດຍເນັ້ນໜັກ ໃຫ້ເອົາໃຈໃສ່ປະຕິບັດຕາມສັນຍາ ແລະ ມາດຕະຖານທີ່ວາງໄວ້ຢ່າງ ເຂັ້ມງວດ ເພື່ອບໍ່ໃຫ້ປະຊາຊົນ ຜູ້ປູກ ອ້ອຍເສຍຜົນປະໂຫຍດ ແລະ ເພື່ອ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ ທັງສອງຝ່າຍ, ຫາກມີຂໍ້ຂ້ອງໃຈ ຕ້ອງສາມາດກວດສອບໄດ້ ເພື່ອ ສ້າງຄວາມເຊື່ອໝັ້ນ ແລະ ຄວາມ ຍຸຕິທຳ, ເປົ້າໝາຍແມ່ນເພື່ອໃຫ້ ທຸລະກິດສາມາດດຳເນີນໄປໄດ້ ແລະ ປະຊາຊົນ ກໍມີລາຍຮັບທີ່ສົມ ເຫດສົມຜົນ, ຫລີກລ້ຽງຂໍ້ຂັດແຍ່ງ ທີ່ຈະເກີດຂຶ້ນ. ຜ່ານການປຶກສາຫາລື, ທາງ ບໍລິສັດ ທີທີຊີ ອັດຕະປື ໄດ້ຮັບເອົາ ຄຳແນະນຳ ແລະ ຢືນຢັນຈະໃຫ້ ຄວາມຮ່ວມມື ໃນການປະຕິບັດ ຕາມລະບຽບຫລັກການ ເພື່ອເຮັດ ໃຫ້ການເກັບຊື້ອ້ອຍໃນລະດູການນີ້ ເປັນໄປດ້ວຍຄວາມໂປ່ງໃສ ແລະ ສ້າງຜົນປະໂຫຍດຮ່ວມກັນທັງສອງ ຝ່າຍ. ຂ່າວ: ຫັດສະດີ ສຸດດາວົງ 7e,j ;o 3I,-5 ,o5 ,]tob d;a ogdu fxtmko wdlvo rq ,;y sko 7q [Iv[ 105 xu ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີໂຮມຊຸມນຸມ ເພື່ອລະນຶກວັນເກີດຂອງ ປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ ແສນເຄົາລົບຮັກຂອງປວງຊົນລາວ ທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ທັນວາ 2025 ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ຮອງເລຂາ ພັກແຂວງ, ບັນດາຄະນະນໍາ, ອະດີດ ການນໍາ, ພະແນກການການອ້ອມ ຂ້າງແຂວງ, ພ້ອມດ້ວຍສະມາຊິກ ພັກ-ພະນັກງານ, ທະຫານ, ຕໍາ ຫລວດ, ຄູ-ອາຈານ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມເປັນ ຈໍານວນຫລວງຫລາຍ. ໃນພິທີໂຮມຊຸມນຸມແມ່ນໄດ້ຮັບ ຊົມ-ຮັບຟັງການຖ່າຍທອດສົດກ່າວ ສູນທອນພົດຂອງທ່ານ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ປະທານປະເທດ ແຫ່ງ ສປປ ລາວ ຜ່ານທາງໂທລະພາບແຫ່ງ ຊາດລາວ ແລະ ຜ່ານທາງສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ. ພິທີໂຮມຊຸມນຸມໃນຄັ້ງນີ້ ເປັນພິທີ ສຸດທີ່ມີຄວາມໝາຍສໍາຄັນຫລາຍຕໍ່ ກັບການປະຕິບັດໜ້າທີ່ການເມືອງ ພາຍໃນແຂວງຄໍາມ່ວນ ໂດຍສະ ເພາະ ເຮັດໃຫ້ທຸກພາກສ່ວນໃນທົ່ວ ແຂວງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງ ທົ່ວເຖິງກ່ຽວກັບຄຸນງາມຄວາມດີ ອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ສ້າງໄວ້ ຢ່າງຫລວງຫລາຍ. ນອກນີ້, ຍັງ ໄດ້ຮັບຟັງການໃຫ້ທັດສະນະຊີ້ນໍາ ອັນໜັກແໜ້ນໃນການຮໍ່າຮຽນເອົາ ຄຸນສົມບັດສິນທໍາປະຕິວັດຂອງ ປະທານໄກສອນ ພົມວິຫານ ຈາກ ເລຂາທິການໃຫຍ່ໃນ 6 ບັນຫາຄື: ເພີ່ມທະວີຄວາມເປັນເອກະພາບ ແລະ ຄວາມເປັນປຶກແຜ່ນຂອງ ຊາດໃຫ້ກາຍເປັນ “ຫີນສີລາອັນ ໝັ້ນແກ່ນ” ໃຫ້ແກ່ກ້ອນກໍາລັງ ມະຫາສາມັກຄີພາຍໃນຊາດ ; ພວກເຮົາຈະຕ້ອງໄດ້ເຊີດຊູຄວາມ ເປັນແບບຢ່າງນໍາໜ້າທາງດ້ານ ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດລຽບງ່າຍ, ປອດໃສຂາວສະອາດ ທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງເປັນ ຕົວແບບໄວ້ໃນການດຳລົງຊີວິດ ແລະ ການຊີ້ນໍາຂອງເພິ່ນ; ຍົກສູງ ຄວາມເປັນເຈົ້າການປະດິດສ້າງ ໃນການປັບປຸງບູລະນະແນວທາງ, ແຜນນະໂຍບາຍໃຫ້ແທດເໝາະ, ສອດຄ່ອງກັບເງື່ອນໄຂ ສະພາບ ຈຸດພິເສດໃນແຕ່ລະໄລຍະ ຂອງ ການປະຕິວັດໃນປະເທດ; ຍຶດໝັ້ນ ແລະ ເສີມຂະຫຍາຍຈິດໃຈຮັກຊາດ ເອກະລາດ ເປັນເຈົ້າຕົນເອງ ເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ສົມທົບຢ່າງແໜ້ນ ແຟ້ນ ລະຫວ່າງ ລັດທິຮັກຊາດອັນ ແທ້ຈິງກັບລັດສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກຳລັງແຮງ ພາຍໃນຊາດສົມທົບກັບກຳລັງ ແຮງຂອງຍຸກສະໄໝ ເຂົ້າໃນການ ພັດທະນາປະເທດຊາດກ້າວຂຶ້ນ; ປະທານ ໄກສອນ ພົມວິຫານ ເຄີຍ ໃຫ້ນະໂຍບາຍໄວ້ວ່າ: “ເອົາການ ສຶກສາໄປກ່ອນກ້າວໜຶ່ງ” ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະ ລັກວັດທະນະທໍາຂອງຊາດ ເພິ່ນ ເຄີຍສັ່ງສອນວ່າ “ເສຍວັດທະນະທໍາ ແມ່ນເສຍຊາດ”; ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ ຕໍ່ການພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ຖືປະຊາຊົນເປັນກົກ. ການກ່າວສູນທອນພົດຂອງ ການນໍາຂັ້ນສູງແຫ່ງ ສປປ ລາວ ໃນ ຄັ້ງນີ້ ເຮັດໃຫ້ທຸກພາກສ່ວນໃນທົ່ວ ແຂວງຄໍາມ່ວນ ຕັ້ງອົກຕັ້ງໃຈ ໃນ ການຮັບຊົມ-ຮັບຟັງ ຢ່າງຈົດຈໍ່ ແລະ ຖືເປັນສໍາຄັນທີ່ສຸດ ໃນທຸກຄໍາເວົ້າ ຂອງປະທານ ເພື່ອພ້ອມກັນນໍາມາ ໝູນໃຊ້ເຂົ້າໃນການດຳລົງຊີວິດຕົວ ຈິງ ກໍຄືໜ້າທີ່ການເມືອງໃນໄລຍະ ໃໝ່. ຂ່າວ-ພາບ: ແດງສະຫວັດ ແສນພານິດ ເຄື່ອງຊ່ວຍເຫລືອຄັ້ງນີ້ ປະກອບ ມີ: ເຂົ້າສານໜຽວ, ປາກະປ໋ອງ, ໝີ່, ເກືອ ແລະ ສິ່ງຂອງຈຳເປັນອື່ນ ໆ ເພື່ອຊ່ວຍບັນເທົາເບື້ອງຕົ້ນໃຫ້ແກ່ ຄອບຄົວທີ່ຖືກຜົນກະທົບ. ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ກ່າວວ່າ: ການ ມອບເຄື່ອງຊ່ວຍເຫລືອຄັ້ງນີ້ ບໍ່ພຽງ ແຕ່ເປັນການຊ່ວຍເຫລືອດ້ານວັດຖຸ, ແຕ່ຍັງເປັນການໃຫ້ກຳລັງໃຈທີ່ ສຳຄັນໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນ ກະທົບໃນການແກ້ໄຂຊີວິດການເປັນ ຢູ່ເບື້ອງຕົ້ນໃຫ້ດີຂຶ້ນ. ພ້ອມດຽວກັນ, ນັ້ນປະທານ ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະຍັງໄດ້ສືບຕໍ່ລົງ ມອບເຄື່ອງໃຫ້ປະຊາຊົນທີ່ທຸກຍາກ ຈຳນວນ 59 ຄອບຄົວ ຢູ່ ບ້ານ ນາ ວາ ເມືອງລະມາມ ແຂວງເຊກອງ ແລະ ລົງມອບເຄື່ອງບັນເທົາທຸກ ໃຫ້ປະຊາຊົນ 108 ຄອບຄົວ ໃນ ບ້ານ ພູໄຊ ເມືອງພູວົງ ແຂວງ ອັດຕະປື. ພ້ອມທັງມອບຄອມພິວ ເຕີໃຫ້ອົງການກາແດງແຂວງ ເຊ ກອງ ແລະ ອັດຕະປື ແຂວງລະ 1 ຊຸດຕື່ມອີກ. ອ້າຍນ້ອງເພື່ອນຮ່ວມຊາດດຽວກັນ, ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມ ຮັບຮູ້ບົດບາດຄວາມສາມາດຂອງ ຄົນພິການ ຢູ່ໃນເວທີສາກົນ ກໍຄື *** ຕໍ່ຈາກໜ້າ 1 *** ຢູ່ໃນຂະບວນກິລາ-ກາຍຍະກຳ ທັງ ພາຍໃນ ແລະ ຕ່າງປະເທດ, ເປັນ ຜົນງານການປະກອບສ່ວນທີ່ສໍາ ຄັນເຂົ້າໃນການສ້າງສາພັດທະນາ ປະເທດຊາດ ແລະ ກິລາ. ມະຫະກຳກິລາຄົນພິການ ແຫ່ງ ຊາດ ຄັ້ງທີ IV ນີ້, ມີທັງໝົດ 9 ປະເພດກິລາ ຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາ ລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາ ໂກນບານ, ກິລາບ໋ອດເຊຍ, ກິລາ ບານເຕະຄົນພິການຕາ 5 ຄົນ, ກິລາ ດອກປີກໄກ່ ແລະ ກິລາຟັນດາບ ໂດຍຈະມີການແຂ່ງຂັນທັງໝົດ 172 ລາຍການ, ຊີງຫລຽນຄໍາ, ຫລຽນເງິນ, ຫລຽນທອງ ຢ່າງລະ 172 ຫລຽນ, ໄດ້ກຳນົດເອົາ 8 ເດີ່ນແຂ່ງຂັນຄື: ເດີ່ນຮົ່ມສະໂມສອນ ໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ເດີ່ນຮົ່ມບູຢອງ (ມຊ), ສະໜາມກິລາແຫ່ງຊາດຫລັກ 16, ສະໜາມກິລາກາງ (ມຊ), ເດີ່ນ ກິລາບານບ້ວງ ສູນການແພດຟື້ນຟູ ໜ້າທີ່ການ (ຄູວຽງ), ເດີ່ນບານເຕະ ຫຍ້າທຽມສະຖາປັດ (ມຊ) ແລະ ເດີ່ນຮົ່ມໂອແລມປາເຊຍ (ມຊ), ມີ ຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫລວງ ເຂົ້າຮ່ວມ. ໃນນັ້ນ, ມີຄະນະນໍາ, ຄູຝຶກ, ຜູ້ຊ່ວຍ 395 ທ່ານ ແລະ ນັກກິລາ 313 ທ່ານ ລວມທັງໝົດ 708 ທ່ານ. ງານດັ່ງກ່າວຈັດຂຶ້ນ ຄັ້ງທີ I ໃນ ປີ 2012 ທີ່ແຂວງຫລວງພະບາງ, ຄັ້ງທີ II ປີ 2015 ຈັດຂຶ້ນທີ່ແຂວງ ອຸດົມໄຊ, ຄັ້ງທີ III ປີ 2023 ຈັດຂຶ້ນ ທີ່ແຂວງຊຽງຂວາງ ແລະ ຄັ້ງທີ IV ຄັ້ງນີ້ ຈັດຂຶ້ນທີ່ນະຄອນຫລວງ ວຽງຈັນ ຊຶ່ງຈະດຳເນີນໄປຈົນຮອດ ວັນທີ 19 ທັນວາ 2025. ຂ່າວ: ຢາຕົ້ງ
RkJQdWJsaXNoZXIy MTc3MTYxMQ==