glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 15/12/2025 glf4tdy f{la '7q , 3mf dt-;' lld 4j kpme;y fu 3v8vomu 4 czodko37ltoklqj 'glu ,dkolb dlkcsj '-kf ຂປລ. ຄໍລຳ“ຊີວິດແລະກົດໝາຍ” ໜັງສືພິມປະເທດລາວສະບັບອາທິດ ຜ່ານມາ ໄດ້ສະເໜີກົດໝາຍວ່າດ້ວຍ ຄອບຄົວ ໃນມາດຕາ 20 (ປັບປຸງ), ສາເຫດຂອງການຂໍຢ່າຮ້າງ ໃຫ້ພວກ ເຮົາໄດ້ຮັບຮູ້ແລ້ວ, ມາສະບັບນີ້ ຂໍຍົກ ເອົາປະມວນກົດໝາຍອາຍາ ໂດຍສະ ເພາະແມ່ນ ໝວດທີ 5 ໃນມາດຕາ 42- 60 ກ່ຽວກັບ ໂທດ ມາສະເໜີຕື່ມ. ໃນມາດຕາ 42 ໂທດ: ໂທດ ແມ່ນ ມາດຕະການບັງຄັບຂອງລັດທີ່ກຳນົດ ໄວ້ໃນກົດໝາຍອາຍາ, ນຳໃຊ້ ເພື່ອຈຳ ກັດສິດ, ຕັດສິດແລະຜົນປະໂຫຍດຂອງ ຜູ້ກະທຳຜິດ. ມາດຕາ 43 ຈຸດປະສົງຂອງການ ລົງໂທດ: ການລົງໂທດ ບໍ່ພຽງແຕ່ຈະມີ ຈຸດປະສົງລົງໂທດຜູ້ກະທຳຜິດເທົ່ານັ້ນ ແຕ່ຫາກຍັງມີຈຸດປະສົງ ເພື່ອດັດສ້າງ ແລະ ສຶກສາອົບຮົມຜູ້ຖືກລົງໂທດໃຫ້ ມີຈິດໃຈບໍລິສຸດຕໍ່ການອອກແຮງງານ, ໃຫ້ປະຕິບັດກົດໝາຍຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ໃຫ້ເຄົາລົບລະບຽບການ ດຳລົງຊີວິດຂອງສັງຄົມພ້ອມທັງເປັນ ການປ້ອງກັນບໍ່ໃຫ້ການກະທຳຜິດເທື່ອ ໃໝ່ເກີດຂຶ້ນ ສຳລັບຜູ້ຖືກຕັດສິນລົງ ໂທດ ແລະ ບຸກຄົນອື່ນອີກດ້ວຍ. ການລົງໂທດ ບໍ່ມີຈຸດປະສົງ ຈະກໍ່ ຄວາມທຸກທໍລະມານແກ່ຮ່າງກາຍ ຫລື ຢຽບຢ່ຳກຽດສັກສີຂອງມະນຸດ. ມາດຕາ 44ປະເພດໂທດ: ໂທດປະ ກອບດ້ວຍໂທດຕົ້ນຕໍ, ໂທດເພີ່ມ ແລະ ໂທດທາງເລືອກ. ໂທດຕົ້ນຕໍມີດັ່ງນີ້: 1. ໂທດຕຳນິວິ ຈານ; 2. ໂທດປັບໃໝ; 3. ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ; 4. ໂທດເນລະເທດ; 5. ໂທດຕັດ ອິດສະລະພາບທີ່ມີກຳນົດ; 6. ໂທດຕັດ ອິດສະລະພາບຕະຫລອດຊີວິດ; 7. ໂທດປະຫານຊີວິດ. ໂທດເພີ່ມມີດັ່ງນີ້: 1. ໂທດປັບໃໝ ໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; 2. ໂທດ ຮິບຊັບ; 3. ໂທດຮິບວັດຖຸສິ່ງຂອງ; 4. ໂທດປົດສິດເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ; 5. ໂທດຈຳກັດທີ່ຢູ່; 6, ໂທດ ເນລະເທດ ໃນກໍລະນີທີ່ບໍ່ເປັນໂທດຕົ້ນ ຕໍ;7.ໂທດຟື້ນຟູຄືນ;8.ໂທດຖອນໃບອະ ນຸຍາດ; 9. ໂທດຫ້າມດຳລົງຕຳແໜ່ງ ຫລື ປະກອບອາຊີບໃດໜຶ່ງ ຫລື ຖອນ ຫລຽນ ຫລື ປົດນາມມະຍົດ. ສຳລັບການກະທຳຜິດຖານໂທສາ ນຸໂທດ ສານສາມາດລົງໂທດໜຶ່ງ ຫລື ສອງໂທດເພີ່ມແທນໂທດຕົ້ນຕໍ. ໂທດທາງເລືອກມີດັ່ງນີ້: 1. ໂທດ ອອກແຮງງານເພື່ອສາທາລະນະ; 2. ໂທດຈຳກັດບໍລິເວນ. ສານອາດນຳໃຊ້ໂທດທາງເລືອກ ແທນໂທດຕົ້ນຕໍ ຫລື ໂທດເພີ່ມ ຫລື ນຳ ໃຊ້ແທນທັງສອງໂທດນັ້ນກໍໄດ້. ມາດຕາ45ໂທດຕຳນິວິຈານ: ໂທດ ຕຳນິວິຈານ ແມ່ນການຕຳນິວິຈານຜູ້ ກະທຳຜິດໃນທີ່ປະຊຸມສານ. ໃນກໍລະນີ ຈຳເປັນກໍອາດຈະເອົາຄຳຕັດສິນຂອງ ສານລົງໃນໜ້າໜັງສືພິມ ຫລື ນຳໃຊ້ ວິທີການອື່ນກໍໄດ້. ມາດຕາ 46 ໂທດປັບໃໝ: ໂທດປັບ ໃໝ ແມ່ນໂທດທາງດ້ານການເງິນ ຊຶ່ງ ແມ່ນສານເປັນຜູ້ວາງຕາມກໍລະນີ ແລະ ຂອບເຂດທີ່ກົດໝາຍກຳນົດໄວ້. ສຳລັບ ຈຳນວນເງິນທີ່ຈະປັບໃໝນັ້ນ ສານ ຕ້ອງອີງໃສ່ລະດັບຄວາມເປັນອັນຕະ ລາຍຂອງການກະທຳຜິດ, ສະພາບ ທາງດ້ານຊັບສິນຂອງຜູ້ກະທຳຜິດ, ຄ່າຄອງຊີບໃນແຕ່ລະໄລຍະ, ເງິນທີ່ໄດ້ ຈາກການປັບໃໝ ຕ້ອງມອບເຂົ້າງົບ ປະມານແຫ່ງລັດ. ຄ່າປັບໃໝ ສາມາດຈ່າຍເທື່ອດຽວ ຫລື ຈ່າຍເປັນງວດພາຍໃນກຳນົດເວ ລາຕາມຄຳຕັດສິນຂອງສານ. ໃນກໍລະ ນີທີ່ຜູ້ກະທຳຜິດ ຫາກບໍ່ສາມາດເສຍຄ່າ ປັບໃໝໄດ້ໃນເວລານັ້ນ ສານສາມາດ ປ່ຽນໂທດປັບໃໝມາເປັນໂທດອອກ ແຮງງານ ເພື່ອສາທາລະນະ ຫລື ໂທດ ດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນ ກໍລະນີທີ່ຜູ້ກະທຳຜິດ ຫາກບໍ່ສາມາດ ເສຍຄ່າປັບໃໝຕາມຄຳຕັດສິນຂອງ ສານ ພາຍຫລັງໄດ້ປະຕິບັດໂທດຕັດ ອິດສະລະພາບສຳເລັດແລ້ວ ສານສາ ມາດປ່ຽນໂທດປັບໃໝນັ້ນມາເປັນໂທດ ອອກແຮງງານ ເພື່ອສາທາລະນະ ຫລື ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ. ຫ້າມເອົາໂທດປັບໃໝມາເປັນໂທດ ຕັດອິດສະລະພາບ ແລະ ຫ້າມເອົາໂທດ ຕັດອິດສະລະພາບມາ ເປັນໂທດປັບໃໝ ໃນກໍລະນີການກະທຳຜິດທີ່ກົດໝາຍ ກຳນົດໂທດຕັດອິດສະລະພາບເກີນ ກວ່າສາມປີຂຶ້ນໄປ. ສຳລັບການກະທຳຜິດກ່ຽວກັບ ເສດຖະກິດ ແລະ ການເງິນ ທີ່ກົດໝາຍ ກຳນົດໂທດຕັດອິດສະລະພາບຕ່ຳກວ່າ ສາມປີລົງມາ ຍົກເວັ້ນການກະທຳຜິດ ທີ່ບໍ່ເຂັດຫລາບ ຫລື ເປັນອາຈີນນັ້ນ ສາ ມາດລົງໂທດປັບໃໝເປັນໂທດຕົ້ນຕໍ; ແຕ່ຖ້າວ່າຜູ້ກະທຳຜິດ ຫາກບໍ່ສາມາດ ປະຕິບັດໂທດປັບໃໝໄດ້ ສານກໍຈະຕັດ ສິນລົງໂທດຕັດອິດສະລະພາບແທນ ໂດຍຄິດໄລ່ໂທດຕັດອິດສະລະພາບໜຶ່ງ ວັນເທົ່າກັບຄ່າແຮງງານຕ່ຳສຸດຕໍ່ວັນ ຂອງຜູ້ອອກແຮງງານ. ມາດຕາ47ໂທດດັດສ້າງໂດຍບໍ່ຕັດ ອິດສະລະພາບ: ໂທດດັດສ້າງໂດຍບໍ່ຕັດ ອິດສະລະພາບ ແມ່ນໂທດທີ່ລົງໃສ່ຜູ້ກະ ທຳຜິດດ້ວຍການປະໃຫ້ຜູ້ກ່ຽວສືບຕໍ່ ອອກແຮງງານຢູ່ບ່ອນເຮັດວຽກເດີມ ຫລື ຢູ່ບ່ອນອື່ນ ໂດຍທັກເອົາແຕ່ຫ້າຫາ ຊາວສ່ວນຮ້ອຍຂອງຄ່າແຮງງານທັງ ໝົດຂອງຜູ້ກະທຳຜິດ ເຂົ້າເປັນລາຍຮັບ ຂອງລັດຕາມຄຳຕັດສິນຂອງສານ. ໂທດ ຕັດສ້າງໂດຍບໍ່ຕັດອິດສະລະພາບ ທີ່ຈະ ລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນໜຶ່ງປີ. ມາດຕາ 48 ໂທດເນລະເທດ: ໂທດ ເນລະເທດ ແມ່ນໂທດທີ່ສານວາງໃສ່ຜູ້ ກະທຳຜິດທີ່ເປັນຄົນຕ່າງປະເທດ ໃຫ້ ອອກຈາກດິນແດນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນເວ ລາສິບປີ ຂຶ້ນໄປ. ສານອາດນຳໃຊ້ໂທດ ເນລະເທດເປັນໂທດຕົ້ນຕໍຫລື ໂທດເພີ່ມ ຕາມແຕ່ລະກໍລະນີ, ໂທດເນລະເທດນີ້ ຈະວາງໃສ່ການກະທຳຜິດ ຖານໂທສາ ນຸໂທດ ທີ່ສ້າງຄວາມເສຍຫາຍຢ່າງ ຫລວງຫລາຍ ແລະ ການກະທຳຜິດ ຖານຄະຣູໂທດ. ມາດຕາ49ໂທດຕັດອິດສະລະພາບ ທີ່ມີກຳນົດ: ໂທດຕັດອິດສະລະພາບທີ່ ມີກຳນົດ ແມ່ນໂທດຕັດອິດສະລະພາບ ທີ່ມີກຳນົດເວລາແຕ່ສາມເດືອນຫາ ຊາວປີ ຊຶ່ງຜູ້ຖືກຕັດສິນຕ້ອງປະຕິບັດ ໃນຄ້າຍຄຸມຂັງ. ມາດຕາ50ໂທດຕັດອິດສະລະພາບ ຕະຫລອດຊີວິດ: ໂທດຕັດອິດສະລະ ພາບຕະຫລອດຊີວິດ ແມ່ນໂທດຕັດອິດ ສະລະພາບໂດຍບໍ່ມີກຳນົດເວລາ, ນຳ ໃຊ້ຕໍ່ບຸກຄົນທີ່ກະທຳຜິດຮ້າຍແຮງເປັນ ພິເສດ ແຕ່ບໍ່ເຖິງຂັ້ນລົງໂທດປະຫານ ຊີວິດ. ຫ້າມລົງໂທດຕັດອິດສະລະພາບ ຕະຫລອດຊີວິດ ໃສ່ຜູ້ກະທຳຜິດທີ່ມີ ອາຍຸຕ່ຳກວ່າສິບແປດປີ ແລະ ຫ້າມລົງ ໂທດຕັດອິດສະລະພາບຕະຫລອດຊີວິດ ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າສິບ ແປດປີ ແລະ ຜູ້ຍິງທີ່ຖືພາໃນເວລາກະ ທຳຜິດ ໂດຍໃຫ້ລົງໂທດຕັດອິດສະລະ ພາບທີ່ມີກຳນົດຊາວປີ. ມາດຕາ 51 ໂທດປະຫານຊີວິດ: ໂທດປະຫານຊີວິດ ແມ່ນມາດຕະການ ພິເສດຂອງການລົງໂທດ ທີ່ລົງໃສ່ຜູ້ ກະທຳຜິດໃນສະຖານໜັກເປັນພິເສດ ຊຶ່ງໄດ້ກຳນົດໄວ້ໃນປະມວນກົດໝາຍ ອາຍາສະບັບນີ້ແລະກົດໝາຍສະບັບອື່ນ ທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ. ການປະຫານຊີວິດ ໃຫ້ປະຕິ ບັດດ້ວຍການຍິງເປົ້າ. ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ກະ ທຳຜິດທີ່ມີອາຍຸຕ່ຳກວ່າສິບແປດປີ, ຜູ້ ຍິງທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸແຕ່ ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ຫົກສິບປີ ຂຶ້ນໄປ ແລະ ຜູ້ພິການທາງສະໝອງໃນ ເວລາກະທຳຜິດຫລືໃນເວລາຕັດສີນຫລື ໃນເວລາປະຕິບັດໂທດ ໂດຍໃຫ້ລົງໂທດ ຕັດອິດສະລະພາບຕະຫລອດຊີວິດ. ມາດຕາ 52 ໂທດຮິບຊັບ: ໂທດຮິບ ຊັບແມ່ນການເອົາຊັບທັງໝົດຫລືສ່ວນ ໃດໜຶ່ງ ທີ່ເປັນກຳມະສິດຂອງຜູ້ກະທຳ ທຳຜິດທີ່ບໍ່ໄດ້ນຳໃຊ້ເຂົ້າໃນການກະ ທຳຜິດ ຫລື ບໍ່ໄດ້ມາຈາກການກະທຳ ຜິດມາເປັນຂອງລັດ ໂດຍບໍ່ມີການໃຊ້ ແທນ ຊຶ່ງຈະລົງໃສ່ໄດ້ແຕ່ການກະທຳ ຜິດທີ່ເປັນອັນຕະລາຍຮ້າຍແຮງຕາມທີ່ ໄດ້ກຳນົດໄວ້ໃນກົດໝາຍອາຍາ. ໃນກໍລະນີການຮັບຊັບທັງໝົດ ກໍ ຕ້ອງຍົກເວັ້ນຊັບທີ່ຈຳເປັນສຳລັບການ ດຳລົງຊີວິດຂອງຜູ້ກະທຳຜິດ ແລະ ຄອບຄົວຂອງຜູ້ກ່ຽວເຊັ່ນ ເຮືອນຢູ່ປະ ຈຳຂອງຜູ້ຖືກຕັດສິນ ແລະ ຄອບຄົວ, ສັດລ້ຽງສຳລັບບຸກຄົນທີ່ຖືເອົາການ ປູກຝັງ ຫລື ການລ້ຽງສັດເປັນອາຊີບ, ວັດຖຸສິ່ງຂອງທີ່ໃຊ້ເປັນປະຈຳຂອງຜູ້ ຖືກຕັດສິນແລະ ຂອງບຸກຄົນຊຶ່ງຢູ່ພາຍ ໃຕ້ການດູແລລ້ຽງດູຂອງຜູ້ຖືກຕັດສິນ. ໃນກໍລະນີທີ່ໄດ້ຕົກລົງຮິບຊັບສ່ວນໃດ ໜຶ່ງ ສານຕ້ອງກຳນົດຊັບທີ່ຈະຖືກຮິບ ນັ້ນໃຫ້ຈະແຈ້ງ. ຊັບທີ່ເປັນກຳມະສິດ ຂອງລັດ ຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນ ໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ. ມາດຕາ 53 ໂທດຮິບວັດຖຸສິ່ງ ຂອງ: ໂທດຮິບວັດຖຸສິ່ງຂອງແມ່ນການ ເອົາວັດຖຸສິ່ງຂອງທີ່ໃຊ້ໃນການກະທຳ ຜິດ ຫລື ສຳລັບໃຊ້ໃນການກະທຳຜິດ ຫລື ໄດ້ມາຈາກການກະທຳຜິດ ໂດຍ ເຈດຕະນາ ມາເປັນຂອງລັດ. ການຮິບວັດຖຸສິ່ງຂອງທີ່ພົວພັນກັບ ການກະທຳຜິດນັ້ນ ສາມາດປະຕິບັດ ໄດ້ຕໍ່ການກະທຳຜິດສະຖານໂທສານຸ ໂທດ ແລະ ຄະຣຸໂທດ. ວັດຖຸສິ່ງຂອງຂອງບຸກຄົນອື່ນ ທີ່ຮັບ ໃຊ້ການກະທຳຜິດນັ້ນ ຈະຖືກຮິບເປັນ ຂອງລັດໄດ້ກໍຕໍ່ເມື່ອເຈົ້າຂອງຜູ້ທີ່ໃຫ້ຢືມ ຫາກບໍ່ມີຄວາມບໍລິສຸດໃຈຫລື ເມື່ອເຫັນ ວ່າການຮິບວັດຖຸສິ່ງຂອງນັ້ນ ມີຄວາມ ຈຳເປັນ ເພື່ອປົກປັກຮັກສາສັງຄົມ. ວັດຖຸສິ່ງຂອງທີ່ເປັນກຳມະສິດ ຂອງລັດນັ້ນ ຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງ ຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ. ມາດຕາ 54 ໂທດປິດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ: ໂທດປົດສິດ ເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ແມ່ນການຕັດສິດເລືອກຕັ້ງ ແລະ ສະ ໝັກຮັບເລືອກຕັ້ງຂອງຜູ້ກະທຳຜິດໃນ ຖານຄະຣຸໂທດ. ໂທດປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ທີ່ຈະລົງໃສ່ ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນຫ້າປີ ນັບ ແຕ່ ວັນໄດ້ປະຕິບັດໂທດສິ້ນສຸດຫລືວັນໝົດ ອາຍຸຄວາມໃນການປະຕິບັດຄຳຕັດສິນ ເປັນຕົ້ນໄປ. ມາດຕາ 55 ໂທດຈຳກັດທີ່ຢູ່: ໂທດ ຈຳກັດທີ່ຢູ່ ແມ່ນການຫ້າມຜູ້ຖືກຕັດ ສິນອອກຈາກສະຖານທີ່ໃດໜຶ່ງ ຫລື ຫ້າມເຂົ້າໄປສະຖານທີ່ໃດໜຶ່ງ ຕາມທີ່ ໄດ້ກຳນົດໄວ້ໃນຄຳຕັດສິນຂອງສານ. ໂທດຈຳກັດທີ່ຢູ່ ທີ່ຈະລົງໃສ່ຜູ້ກະທຳ ຜິດນັ້ນ ບໍ່ໃຫ້ເກີນຫ້າປີ ນັບແຕ່ວັນປະ ຕິບັດໂທດສິ້ນສຸດແລ້ວເປັນຕົ້ນໄປ. ຫ້າມລົງໂທດຈຳກັດທີ່ຢູ່ໃສ່ຜູ້ກະທຳ ຜິດທີ່ມີອາຍຸຕ່ຳກວ່າສິບແປດປີ ແລະ ຜູ້ ຍິງທີ່ຖືພາຫລືຜູ້ຍິງທີ່ມີລູກຊຶ່ງອາຍຸບໍ່ທັນ ເຖິງແປດປີໃນເວລາກະທຳຜິດ. ໂທດຈຳ ກັດທີ່ຢູ່ ໄດ້ກຳນົດໄວ້ໃນພາກສະເພາະ ຂອງ ປະມວນກົດໝາຍສະບັບນີ້. ມາດຕາ56ໂທດຟື້ນຟູຄືນ:ໂທດຟື້ນ ຟູຄືນ ແມ່ນໂທດທີ່ລົງໃສ່ຜູ້ກະທຳຜິດ ໃຫ້ຟື້ນຟູ ຫລື ປັບປຸງສິ່ງແວດລ້ອມ ຫລື ສິ່ງທີ່ຖືກທຳລາຍຄືນສູ່ສະພາບເດີມຫລື ປົກກະຕິເຊັ່ນ ການຟື້ນຟູປ່າ, ນ້ຳ, ດິນ, ກິ່ນ, ອາກາດ. ມາດຕາ 57 ໂທດຖອນໃບອະນຸ ຍາດ: ໂທດຖອນໃບອະນຸຍາດແມ່ນການ ຖອນໃບອະນຸຍາດຂອງຜູ້ກະທຳຜິດ ເຊັ່ນ: ໃບຂັບຂີ່, ໃບອະນຸຍາດລົງທຶນ, ໃບອະນຸຍາດດຳເນີນທຸລະກິດ, ໃບອະ ນຸຍາດຂຸດຄົ້ນຊັບພະຍາກອນທຳມະ ຊາດ ຫລື ໃບອະນຸຍາດອື່ນ. ສຳລັບການຖອນໃບອະນຸຍາດຂັບ ຂີ່ຍານພາຫະນະ ສານຈະຕັດສິນຖອນ ໃບອະນຸຍາດຂັບຂີ່, ຖ້າຜູ້ກະທຳຜິດ ຫາກໄດ້ລະເມີດກົດຈະລາຈອນທີ່ພາ ໃຫ້ເກີດອຸບັດເຫດ ແຕ່ສາມຄັ້ງຂຶ້ນໄປ ຫລື ເປັນການກະທຳຜິດທີ່ສ້າງຄວາມ ເສຍຫາຍຢ່າງຮ້າຍແຮງ. ມາດຕາ 58 ໂທດຫ້າມດຳລົງຕຳ ແໜ່ງ ຫລື ປະກອບອາຊີບໃດໜຶ່ງ ຫລື ປົດຫລຽນ ຫລື ນາມມະຍົດ: ໂທດຫ້າມ ດຳລົງຕຳແໜ່ງ ຫລື ປະກອບອາຊີບໃດ ໜຶ່ງ ຫລື ປົດຫລຽນ ຫລື ນາມມະຍົດ ແມ່ນການຫ້າມຜູ້ກະທຳຜິດດຳລົງ ຕຳແໜ່ງ ຫລື ປະກອບອາຊີບໃດໜຶ່ງ ຫລື ການປົດຫລຽນ ຫລື ນາມມະຍົດ ຂອງຜູ້ກະທຳຜິດ. ມາດຕາ 59 ໂທດອອກແຮງງານ ເພື່ອສາທາລະນະ: ໂທດອອກແຮງ ງານເພື່ອສາທາລະນະ ແມ່ນວຽກອອກ ແຮງງານໃດໜຶ່ງ ເພື່ອຜົນປະໂຫຍດສາ ທາລະນະ ຊຶ່ງສານວາງໃສ່ຜູ້ກະທຳຜິດ ໃນຖານໂທສານຸໂທດ ຊຶ່ງກົດໝາຍກຳ ນົດໂທດຕັດອິດສະລະພາບບໍ່ເກີນສາມ ປີ. ວຽກອອກແຮງງານເພື່ອຜົນປະ ໂຫຍດສາທາລະນະນີ້ ຕ້ອງແມ່ນວຽກ ທີ່ບໍ່ລະເມີດ ຫລື ຢຽບຢ່ຳກຽດສັກສີ ຂອງມະນຸດ ໂດຍບໍ່ມີຄ່າຕອບແທນ. ໂທດອອກແຮງງານເພື່ອສາທາ ລະ ນະ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ ຫລຸດຫົກສິບຊົ່ວໂມງ ແລະ ບໍ່ໃຫ້ເກີນ ເຈັດຮ້ອຍຫ້າສິບຊົ່ວໂມງ. ໃນການວາງໂທດອອກແຮງງານ ເພື່ອສາທາລະນະນັ້ນ ສານຕ້ອງອີງໃສ່ ຈຸດປະສົງຂອກງານລົງໂທດ, ລັກສະ ນະຂອງການກະທຳຜິດ, ບຸກຄະລິກກະ ພາບ ແລະ ການເຫັນດີຂອງຜູ້ກະທຳ ຜິດ. ສານ ອາດນຳໃຊ້ໂທດອອກແຮງ ງານເພື່ອສາທາລະນະ ແທນໂທດປັບ ໃໝ ຫລື ໂທດຕັດອິດສະລະພາບບໍ່ເກີນ ສາມປີ ຫລື ນຳໃຊ້ແທນທັງສອງໂທດ ນັ້ນກໍໄດ້. ໃນກໍລະນີທີ່ຜູ້ກະທຳຜິດ ຫາກບໍ່ປະ ຕິບັດໂທດອອກແຮງງານເພື່ອສາທາ ລະນະ ຕາມຄຳຕັດສີນຂອງສານນັ້ນ ສານຈະຕັດສິນປ່ຽນໂທດນີ້ ມາເປັນ ໂທດຕັດອິດສະລະພາບທີ່ມີກຳນົດ ໂດຍຄິດໄລ່ທຸກແປດຊົ່ວໂມງໃດເທົ່າ ກັບໂທດຕັດອິດສະລະພາບໜຶ່ງວັນ. ມາດຕາ 60 ໂທດຈຳກັດບໍລິເວນ: ໂທດຈຳກັດບໍລິເວນ ແມ່ນການຫ້າມ ຜູ້ຖືກສານຕັດສີນ ອອກຈາກສະຖານ ທີ່ໃດໜຶ່ງ ຫລື ບໍລິເວນໃດໜຶ່ງ ຕາມ ທີ່ກຳນົດໄວ້ໃນຄຳຕັດສິນຂອງສານ, ໃນກໍລະນີມີຄວາມຈຳເປັນຕ້ອງໄດ້ຮັບ ການເຫັນດີຈາກສານ. ໂທດຈຳກັດບໍລິເວນຈະລົງໃສ່ຜູ້ກະ ທຳຜິດນັ້ນ ສູງສຸດບໍ່ເກີນຫົກເດືອນ. ໂທດຈຳກັດບໍລິເວນ ແມ່ນໂທດທາງ ເລືອກໜຶ່ງ ຊຶ່ງສານອາດນຳໃຊ້ແທນ ໂທດປັບໃໝ ຫລື ໂທດຕັດອິດສະລະ ພາບ ຊຶ່ງກົດໝາຍກຳນົດໂທດຕັດອິດ ສະລະພາບບໍ່ເກີນສາມປີ ຍົກເວັ້ນການ ກະທຳຜິດທີ່ບໍ່ເຂັດຫລາບ ຫລື ເປັນອາ ຈິນ ໂດຍອີງຕາມລັກສະນະຂອງການ ກະທຳຜິດ ແລະ ບຸກຄະລິກກະພາບ ຂອງຜູ້ກະທຳຜິດ. ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ພວມດຳເນີນການຖ່າຍ ທຳວີດີໂອຕອນທີ 4 ຂອງແຜນການ ໂຄສະນາສົ່ງເສີມການສຶກສາແຫ່ງ ຊາດ ມີຊື່ວ່າ “ບ້ານທີ່ໃຫ້ຄວາມສຳຄັນ ກັບການສຶກສາ” ຊຶ່ງວິດີໂອດັ່ງກ່າວ, ຈະນຳສະເໜີກ່ຽວກັບການຕອບສະ ໜອງທີ່ໜ້າປະທັບໃຈ ແລະ ນຳພາໂດຍ ຊຸມຊົນ ເພື່ອແກ້ໄຂອັດຕາການເຂົ້າ ຮຽນທີ່ຫລຸດລົງ ແລະ ສະແດງໃຫ້ເຫັນ ວ່າການຮ່ວມມືກັນ ຈະສາມາດຮັບປະ ກັນອະນາຄົດທີ່ດີກວ່າເກົ່າ ຂອງເດັກ ນ້ອຍໄດ້ແນວໃດ. ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ ໄດ້ໄປຢ້ຽມຢາມສະ ຖານທີ່ຖ່າຍທຳເພື່ອສັງເກດການ ແລະ ໃຫ້ກຳລັງໃຈທີມງານຖ່າຍທຳ. ພ້ອມ ນີ້, ທ່ານຍັງໄດ້ຢັ້ງຢືນ ກ່ຽວກັບຄວາມ ສຳຄັນຂອງແຜນໂຄສະນາສົ່ງເສີມ ການສຶກສາ ເພື່ອປັບປ່ຽນທັດສະນະຄະ ຕິກ່ຽວກັບການສຶກສາ. ແຜນການໂຄ ສະນາດັ່ງກ່າວ, ເວົ້າກ່ຽວກັບການສ້າງ ວິໄສທັດຮ່ວມກັນ: ເມື່ອຊຸມຊົນເຫັນໄດ້ ຄຸນຄ່າແກ່ການຮຽນ, ເດັກນ້ອຍຈະໄດ້ ຮັບທັກສະທີ່ເຂົາເຈົ້າຕ້ອງການ ເພື່ອ ສ້າງຄວາມຈະເລີນຮຸ່ງເຮືອງ ແລະ ປະ ເທດຊາດຂອງພວກເຮົາ ກໍຈະມີຄວາມ ເຂັ້ມແຂງຂຶ້ນໄດ້. ດ້ວຍການສະແດງໃຫ້ ເຫັນວ່າ ຄູສອນ, ຄອບຄົວ ແລະ ຊຸມຊົນ ຈະສາມາດເຮັດວຽກຮ່ວມກັນໄດ້ແນວ ໃດ ແລະ ພວກເຮົາຈະແນໃສ່ປັບປ່ຽນ ທັດສະນະຄະຕິ ແລະ ເຮັດໃຫ້ການສຶກ ສາເປັນບຸລິມະສິດຫລັກ ສຳລັບທຸກ ຄອບຄົວໄດ້ແນວໃດ. ເນື້ອໃນວິດີໂອດັ່ງ ກ່າວ, ສະແດງໃຫ້ເຫັນວ່າການສຶກສາ ບໍ່ພຽງແຕ່ເປັນເລື່ອງຂອງຄອບຄົວ ເທົ່ານັ້ນ ແຕ່ຍັງເປັນຄວາມຮັບຜິດຊອບ ຂອງຊຸມຊົນນຳອີກ. ເມື່ອສະມາຊິກ ຊຸມຊົນຮ່ວມມືກັນເພື່ອແກ້ໄຂອຸປະສັກ ຕ່າງໆ ທີ່ມີຕໍ່ກັບການຮຽນ, ຜົນປະ ໂຫຍດຕ່າງໆຈະກະຈາຍໄປທົ່ວຄອບ ຄົວ ແລະ ສົ່ງຕໍ່ຈາກຮຸ່ນສູ່ຮຸ່ນ. ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກປະຈຳສະຖານທູດອົດສະ ຕຣາລີ ກໍໄດ້ກ່າວວ່າ: ລັດຖະບານອົດ ສະຕຣາລີ ມີຄວາມພາກພູມໃຈຫລາຍ ທີ່ໄດ້ສະໜັບສະໜູນແຜນການໂຄສະ ນາສົ່ງເສີມການສຶກສາ ທີ່ສະແດງໃຫ້ ເຫັນເຖິງວິທີການທີ່ແທ້ຈິງ ແລະ ໃຊ້ໄດ້ ຈິງ ທີ່ຊຸມຊົນສາມາດຊ່ວຍໃຫ້ເດັກ ນ້ອຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ. ດ້ວຍ ການເລົ່າເລື່ອງທີ່ແທ້ຈິງທີ່ມີພື້ນຖານ ມາຈາກປະສົບການໃນທ້ອງຖິ່ນ, ວິດີ ໂອເຫລົ່ານີ້ໄດ້ຊຸກຍູ້ໃຫ້ພໍ່ແມ່ຜູ້ປົກຄອງ ເຫັນໄດ້ເຖິງຄຸນຄ່າອັນຍາວນານຕະ ຫລອດຊີບຂອງການສຶກສາ ແລະ ຈະ ເປັນການກະຕຸກຊຸກຍູ້ໃຫ້ໄວໜຸ່ມສືບຕໍ່ ການຮຽນ. ແຜນການໂຄສະນາສົ່ງເສີມການ ສຶກສາດັ່ງກ່າວ, ປະກອບມີວິດີໂອຈຳ ນວນ4 ເລື່ອງທີ່ນຳເອົານັກຮຽນ, ພໍ່ແມ່ ຜູ້ປົກຄອງ, ຄູສອນ ແລະ ຜູ້ນຳຊຸມຊົນ ມາເຮັດວຽກຮ່ວມໃຈກັນ ເພື່ອປັບປ່ຽນ ຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງການ ສຶກສາ. ໃນວິດີໂອສອງຕອນທຳອິດ ໄດ້ ຖືກສາຍອອກອາກາດໃນທົ່ວປະເທດ ຜ່ານທາງໂທລະພາບ, ຜ່ານທາງສື່ສັງ ຄົມອອນລາຍ ແລະ ແຈກຢາຍໃຫ້ພະ ນັກງານສຶກສາ, ຄູສອນ ແລະ ຜູ້ສະໜັບ ສະໜູນວຽກຊຸມຊົນ ເພື່ອສະໜັບສະໜູນ ການເຜີຍແຜ່ຂໍ້ມູນໃນທ້ອງຖິ່ນ.
RkJQdWJsaXNoZXIy MTc3MTYxMQ==