7174

15/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 lt4kom6 f]k; xt9e lx 9u o lts]v';a o-kf 7q [Iv[ 50 xu ຂປລ. ສະຖານທູດເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະ ຈໍາ ສປ ຈີນ ຈັດງານລ້ຽງສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/ 1975-02/12/2025) ໃນວັນທີ 2 ທັນວາ 2025 ຢູ່ນະຄອນຫລວງ ປັກກິ່ງ ໂດຍມີທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ທ່ານ ເຜີງ ຊິງຮວາ ຮອງປະທານ ຄະນະປະຈຳສະພາປະຊາຊົນແຫ່ງ ຊາດຈີນ, ພ້ອມດ້ວຍບັນດາທູຕານຸ ທູດຕ່າງປະເທດປະຈໍາ ສປ ຈີນ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສົມພອນ ສີຈະເລີນ ຍົກໃຫ້ເຫັນວ່າ: ຕະຫລອດ ໄລຍະ 50ປີຜ່ານມາ, ປະຊາຊົນລາວ ສາມາດຍາດໄດ້ຜົນສໍາເລັດຢ່າງ ຕໍ່ເນື່ອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດ ໃຫ້ປະເທດຊາດມີການປ່ຽນແປງໃໝ່ ໃຫຍ່ຫລວງຮອບດ້ານ, ປະເທດຊາດ ມີສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມ ປອດໄພ, ສາມັກຄີ, ປອງດອງ, ການ ພັດທະນາເສດຖະກິດ-ສັງຄົມ ໄດ້ຮັບ ການຂະຫຍາຍຕົວເປັນກ້າວໆ, ໂດຍ ສະເພາະນັບແຕ່ປີ 1986 ເປັນຕົ້ນ ມາ, ພາຍໃຕ້ແນວທາງປ່ຽນແປງໃໝ່ ຂອງພັກ ການພັດທະນາເສດຖະກິດສັງຄົມຂອງລາວມີຜົນສໍາເລັດອັນ ສໍາຄັນ ແລະ ມີບາດກ້າວຂະຫຍາຍ ຕົວຕໍ່ເນື່ອງ, ໝັ້ນທ່ຽງ, ອັດຕາການ ເຕີບໂຕຂອງເສດຖະກິດສະເລ່ຍບັນລຸ ໄດ້ 5,8% ຕໍ່ປີ. ການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ຊຶ່ງແມ່ນ ບຸລິມະສິດຂອງພັກ ແລະ ລັດ ມີ ຄວາມຄືບໜ້າ ແລະ ຫລຸດລົງຢ່າງ ຕໍ່ເນື່ອງ, ການສ້າງລັດປະຊາທິປະໄຕ ປະຊາຊົນເປັນລັດທີ່ປົກຄອງໂດຍ ກົດໝາຍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ; ການເປີດກວ້າງ ການພົວພັນຮ່ວມມືກັບຕ່າງປະເທດ ແລະ ຮ່ວມມືສາກົນຂອງລາວທີ່ຍຶດ ໝັ້ນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍ; ສົ່ງເສີມການພົວພັນ ຮ່ວມມືກັບຕ່ງປະເທດແບບຫລາຍ ທິດ, ຫລາຍຝ່າຍ, ຫລາຍລະດັບ ແລະ ຫລາຍຮູບແບບບົນພື້ນຖານ ການເຄົາລົບເຊິ່ງກັນ ແລະ ກັນ, ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນ ນັ້ນ, ສປປ ລາວ ເປັນສະມາຊິກທີ່ມີ ຄວາມຮັບຜິດຊອບ ແລະ ເຄື່ອນໄຫວ ຢ່າງຫ້າວຫັນໃນຂອບການຮ່ວມມື ສາກົນ ແລະ ພາກພື້ນເຊັ່ນ: ອົງການ ສປຊ, ອາຊຽນ ແລະ ອື່ນໆ ຫລາຍ ກວ່າ 40 ອົງການ, ໃນເດືອນກັນຍາ 2025 ສປປ ລາວ ໄດ້ຖືກຮັບເປັນຄູ່ ເຈລະຈາຂອງອົງການຮ່ວມມືຊຽງ ໄຮ້. ປັດຈຸບັນ, ສປປ ລາວ ມີການ ພົວພັນການທູດກັບ 151 ປະເທດ, ພັກ ປປ ລາວ ມີການພົວພັນກັບພັກ ການເມືອງ 145 ພັກ. ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ຍັງ ໄດ້ຫວນຄືນບາງເນື້ອໃນວ່າ: ການ ພົວພັນຮ່ວມມືລະຫວ່າງລາວ ແລະ ຈີນ ທີ່ມີມິດຕະພາບອັນຍາວນານ ແລະ ຮ່ວມຊາຕາກໍານໍາກັນ, ໄດ້ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961, ການ ພົວພັນສອງຝ່າຍໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ, ຈາກເປັນຄູ່ ຮ່ວມມືຍຸດທະສາດຮອບດ້ານໝັ້ນ ຄົງຍາວນານ ໄດ້ພັດທະນາຂຶ້ນເປັນ ຄູ່ຮ່ວມຊາຕາກໍາ. ປັດຈຸບັນ, ລາວ ແລະ ຈີນ ຢູ່ໃນໄລຍະແຫ່ງການ ຈັດຕັ້ງປະຕິບັດແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບທີ 2 (20242028). ສອງຝ່າຍໄດ້ໃຫ້ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ການປົກປ້ອງຜົນປະໂຫຍດອັນເປັນ ແກ່ນກາງຂອງກັນ ແລະ ກັນ, ທັງ ປະສານສົມທົບກັນໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ຍຶດໝັ້ນ ນະໂຍບາຍຈີນດຽວຢ່າງສະເໝີຕົ້ນ ສະເໝີປາຍ, ສະໜັບສະໜູນແຕ່ຫົວ ທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂໍ້ ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມ ວ່າດ້ວຍ ການພັດທະນາໂລກ, ຄວາມໝັ້ນຄົງ ໂລກ, ຄວາມສີວິໄລໂລກ ແລະ ການ ປົກຄອງໂລກທີ່ສະເໜີອອກໂດຍ ທ່ານ ສີ ຈິ້ນຜິງ ປະທານປະເທດ ຈີນ. ໂຄງການທາງລົດໄຟລາວ-ຈີນ ຊຶ່ງເປັນໂຄງການນໍາໜ້າໃນການ ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ປະກອບສ່ວນສໍາ ຄັນເຂົ້າໃນການເຮັດໃຫ້ຍຸດທະສາດ ຂອງລາວ ທີ່ຫັນຈາກປະເທດທີ່ບໍ່ມີ ຊາຍແດນຕິດກັບທະເລ ກາຍເປັນປະ ເທດເຊື່ອມໂຍງເຊື່ອມຈອດໃນພາກ ພື້ນປະກົດຜົນເປັນຈິງ, ທັງປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງລາວ ແລະ ຈີນ ກໍຄື ພາກພາກພື້ນ. ມາເຖິງ ປັດຈຸບັນ ຈີນ ເປັນປະເທດລົງທຶນ ອັນດັບໜຶ່ງ ແລະ ຄູ່ຄ້າອັນດັບສອງ ຂອງລາວ ໂດຍມີການລົງທຶນທັງໝົດ 950 ກວ່າໂຄງການ, ມູນຄ່າກວ່າ 16 ຕື້ໂດລາສະຫະລັດ. ປີ 2024 ການຄ້າສອງຝ່າຍບັນ ລຸ 8,23 ຕື້ໂດລາສະຫະລັດ, ເພີ່ມ ຂຶ້ນ 15,9% ທຽບໃສ່ປີຜ່ານມາ. ສະເພາະ 10 ເດືອນ ປີ 2025 ການ ຄ້າສອງຝ່າຍບັນລຸໄດ້ 7,8 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 18% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ. ບົນພື້ນຖານການຮ່ວມມືຕາມທິດ 4 ດີ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນ ທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ ດີ” ສປປ ລາວ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ຈັດຕັ້ງປະຕິບັດຄວາມຮັບຮູ້ ທີ່ເປັນເອກະພາບຂອງການນໍາຂັ້ນ ສູງສຸດຂອງສອງປະເທດ, ຮ່ວມກັນ ຂຽນປະຫວັດສາດໜ້າໃໝ່ຂອງ ການພົວພັນ ລາວ-ຈີນ ເພື່ອນໍາເອົາ ຜົນປະໂຫຍດນັບມື້ຫລາຍຂຶ້ນມາສູ່ ປະຊາຊົນສອງຊາດ ກໍຄື ປະກອບ ສ່ວນເຂົ້າໃນການເສີມສ້າງສັນຕິ ພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດການສ້າງປະຊາຄົມຮ່ວມ ຊາຕາກໍາຂອງມວນມະນຸດຢ່າງໜັກ ແໜ້ນຕະຫລອດໄປ. ໂດຍ: ເກີດຂວັນໃຈ ມາລີຈັນສີ ສອງລັດຖະມົນຕີ... ມອບສັນຍາບັດແຕ່ງຕັ້ງ... ເປີດງານວາງສະແດງຢາ... ເປີດງານນັດພົບແຮງງານ... ໃນການພົບປະທາງໄກຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາ ເລັດການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍພັນລະຍາ ແລະ ຄະ ນະພ້ອມທັງເຂົ້າຮ່ວມພິທີສະເຫລີມ ສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ຊຶ່ງສອງຝ່າຍ ໄດ້ພ້ອມກັນຍົກລະດັບສາຍພົວພັນ ຂຶ້ນເປັນ “ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ແລະ ໄດ້ ຕົກລົງເຫັນດີລົງນາມເອກະສານ ການຮ່ວມມື ຈຳນວນ 12 ສະບັບ; ຕີລາຄາສູງຕໍ່ຜົນສຳເລັດການຈັດ ກອງປະຊຸມກົມການເມືອງ ລາວຫວຽດນາມ ປະຈຳປີ 2026 ແລະ ກອງປະຊຸມຄະນະກຳມາທິການ ຮ່ວມມືທະວິພາຄີ (+$) ລາວຫວຽດນາມ ຄັ້ງທີ 48 ຊຶ່ງໄດ້ມີຜົນ ສໍາເລັດອັນໃຫຍ່ຫລວງ. ຂປລ. ພິທີມອບສັນຍາບັດແຕ່ງ ຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນ ດານັງ ຈັດຂຶ້ນໃນວັນທີ 12 ທັນວາ 2025 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງ ທ່ານທອງສະຫວັນພົມວິຫານເລຂາ ຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະ ເທດ, ມີຄະນະພັກ-ຄະນະນຳກະ ຊວງ ແລະ ຄະນະກົມຂອງກະຊວງ ການຕ່າງປະເທດເຂົ້າຮ່ວມ. ໃນພິທີ ທ່ານ ວັນດີ ບຸດສະດີ ກໍາມະການປະຈໍາພັກກະຊວງ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ວອນຄຳ ເຈື່ອງມະນີວົງ ເປັນກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທີ່ນະ ຄອນດານັງ, ພ້ອມທັງຮັບຜິດຊອບ ເຂດພາກກາງ ຄື: ແຂວງຮ່າຕິ່ງ, ກວາງບິ່ງ, ກວາງຈິ, ເທື່ອທຽນ ເຫວ້, ກວາງນາມ, ກວາງຫງາຍ, ບິ່ງດິ້ງ, ຝູອຽນ, ກອນຕຸມ, ຢາລາຍ ແລະ ດັກລັກ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ເລຂາ ຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນ ດານັງ, ເປັນການມອບໝາຍໜ້າ ທີ່ການເມືອງ ແລະ ຄວາມຮັບ ຜິດຊອບອັນມີກຽດສະຫງ່າ, ພ້ອມ ທັງສະແດງຄວາມເຊື່ອໝັ້ນຕໍ່ກົງ ສຸນໃຫຍ່ຈະນຳພາເຮັດສຳເລັດໜ້າ ທີ່ ທີ່ການຈັດຕັ້ງພັກ-ລັດມອບໝາຍ ໃຫ້ຢ່າງມີຜົນສຳເລັດ ໂດຍສະເພາະ ແມ່ນການບຸກທະລຸການທູດປ້ອງກັນ ເຫດ ເພື່ອປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພື່ອ ເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງປະເທດເຮົາໃນໄລຍະໃໝ່, ລວມທັງການປະຕິບັດຄຳຂວັນບຸກ ທະລຸການທູດເສດຖະກິດ, ຫັນທິດ ເປັນທັນສະໄໝ, ວ່ອງໄວດ້ານ ເສນາທິການ, ອັນສໍາຄັນແມ່ນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໃຫ້ໝັ້ນຄົງແໜ້ນແກ່ນ. ໃນໂອກາດດຽວກັນ, ທ່ານ ນາງ ວອນຄຳ ເຈື່ອງມະນີວົງ ກົງສຸນ ໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທີ່ນະຄອນດານັງ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄະນະພັກຄະນະນຳກະຊວງການຕ່າງປະເທດ ທີ່ໃຫ້ການໄວ້ເນື້້ອເຊື່ອໃຈມອບໝາຍ ໜ້າທີ່ການເມືອງອັນສຳຄັນໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບ ຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດ, ຊຸກຍູ້ ແລະ ເສີມ ຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງສອງຊາດ ລາວ-ຫວຽດ ນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີຜົນສຳເລັດເປັນກ້າວໆ. ຂ່າວ-ພາບ: ກະຊວງການຕ່າງປະເທດ ດັ່ງກ່າວ, ມີທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີ, ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກ, ທ່ານ ນາງ ວິພາວັນ ພົມວິຫານ ປະທານທີ່ປຶກ ສາກິຕິມະສັກສະມາຄົມອະນຸລັກຢາ ພື້ນເມືອງລາວ, ມີບັນດາປະທານ, ຮອງປະທານສະມາຄົມອະນຸລັກຢາ ພື້ນເມືອງລາວ, ສະມາຊິກສະມາ ຄົມ, ຜູ້ປະກອບການຢ່າງພື້ນເມືອງ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້,ທ່ານຄຳເພັດມະນີວົງ ປະທານສະມາຄົມອະນຸລັກຢາພື້ນ ເມືອງລາວ ໄດ້ໃຫ້ຮູ້ວ່າ: ງານວາງ ສະແດງຜະລິດຕະພັນຢາພື້ນເມືອງ ຄັ້ງນີ້, ມີຫລາຍກວ່າ 30 ຫົວໜ່ວຍ ທຸລະກິດປຸງແຕ່ງຢາພື້ນເມືອງເຂົ້າ ຮ່ວມ, ມີຜະລິດຕະພັນ 100 ກວ່າ ຊະນິດ ຊຶ່ງເປັນພູມປັນຍາ ແລະ ສູດ ຕຳລາຈາກພໍ່ໝໍແມ່ໝໍທີ່ສືບທອດ ຈາກຮຸ່ນພໍ່ແມ່ ສູ່ຮຸ່ນລູກຮຸ່ນຫລານ, ທັງໝົດໄດ້ນໍາໃຊ້ຊັບພະຍາກອນທີ່ ເປັນຢາທີ່ເກີດຈາກທຳມະຊາດມີ ຢູ່ຕາມປ່າຕາມດົງ, ຢູ່ຫົວໄຮ່ປາຍ ນາຂອງບ້ານເຮົາ ເອງທັງໝົດ ເພື່ອສະເຫລີມສະຫລອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/192013/12/2025); ຊົມເຊີຍວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/1975-2/12/2025) ຜ່ານມາ ແລະ ເພື່ອສະເຫລີມສະ ຫລອງວັນສ້າງຕັ້ງສະມາຄົມອະນຸ ລັກຢາພື້ນເມືອງລາວ ຄົບຮອບ 3 ປີ(13/12/2022-13/12/ 2025), ທັງເປັນການສົ່ງເສີມ ແລະ ເປີດໂອກາດໃຫ້ຜູ້ປະກອບ ການຜະລິດຕະພັນຢາພື້ນເມືອງ ກໍຄື ສະມາຊິກພາຍໃນສະມາຄົມ ອະນຸລັກຢາພື້ນເມືອງລາວ ໄດ້ນໍາ ຜະລິດຕະພັນຂອງຕົນເອງມາວາງ ສະແດງ ແລະ ຈຳໜ່າຍໃຫ້ປະຊາຊົນ ລາວບັນດາເຜົ່າໄດ້ຮັບຮູ້ ແລະ ໄດ້ ຫົວໜ່ວຍແຮງງານໃນຂົງເຂດເສດ ຖະກິດ ແລະ ເຜີຍແຜ່ໂຄສະນາ ການໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ ແນໃສ່ ພ້ອມກັນນັ້ນ, ສອງສະຫາຍລັດ ຖະມົນຕີ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມ ມືລະຫວ່າງສອງປະເທດທັງສາຍ ພັກ-ສາຍລັດ ກໍຄື ລະຫວ່າງສອງ ກະຊວງການຕ່າງປະເທດ ລາວຫວຽດນາມ ທີ່ໄດ້ຮັບການເສີມ ຂະຫຍາຍ ແລະ ມີຜົນສຳເລັດຕົວ ຈິງຢ່າງຕໍ່ເນື່ອງໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍຍັງເຫັນດີທີ່ຈະ ຮ່ວມມືກັນຢ່າງໃກ້ຊິດໃນການເປັນ ເສນາທິການໃຫ້ແກ່ການນໍາຂັ້ນ ສູງຂອງສອງປະເທດ ເພື່ອສືບຕໍ່ ຊຸກຍູ້ການຈັດຕັ້ງປະຕິບັດການຕົກ ລົງຂອງການນໍາຂັ້ນສູງຂອງສອງ ພັກ, ສອງລັດ ເພື່ອນຳເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນສອງ ຊາດ ລາວ-ຫວຽດນາມ; ສອງຝ່າຍ ຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ ແກ່ການຈັດກອງປະຊຸມປຶກສາຫາລື ທາງດ້ານການເມືອງຂັ້ນລັດຖະມົນ ຕີ ລະຫວ່າງ ສອງກະຊວງການ ຕ່າງປະເທດ ລາວ-ຫວຽດນາມ ຄັ້ງ ທີ 12 ທີ່ ສສ ຫວຽດນາມ ຈະເປັນ ເຈົ້າພາບໃນທ້າຍປີ 2025 ນີ້. ນອກ ນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງພາກ ພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ນຳໃຊ້ຜະລິດຕະພັນຢາພື້ນເມືອງ ລາວຢ່າງທົ່ວເຖິງ. ພ້ອມນີ້, ຍັງ ເປັນການຊຸກຍູ້ສົ່ງເສີມໃຫ້ຄົນລາວ ຫັນມາຊົມໃຊ້ຜະລິດຕະພັນຢາພື້ນ ເມືອງລາວທີ່ຜະລິດໂດຍຄົນລາວ ທີ່ມີຄຸນນະພາບ, ໄດ້ມາດຕະຖານ ຄວບຄູ່ກັບຢາຫລວງ. ງານວາງສະແດງໃນຄັ້ງນີ້, ຈະ ຊ່ວຍຊຸກຍູ້ການໃຊ້ຢາພື້ນເມືອງ ລາວໃນການຮັກສາສົມທົບກັບຢາ ຫລວງ ແລະ ການແພດທາງເລືອກ ໃນສະຖານທີ່ບໍລິການຂັ້ນຕ່າງໆ, ສົ່ງເສີມຜູ້ຜະລິດ-ທ່າແຮງຈາກ ຊັບພະຍາກອນທີ່ເປັນຢາ, ຮັກສາ ພູມປັນຍາຂອງທ້ອງຖິ່ນ, ການສືບ ສານພັນທຸກຳພືດທີ່ເປັນຢາ ແລະ ອົງຄວາມຮູ້ດັ້ງເດີມຂອງຊາວລາວ. ທັງເປັນການຍົກລະດັບມາດຕະຖານ ການຜະລິດຢາພື້ນເມືອງລາວ ແລະ ພັດທະນາໃຫ້ສູງຂຶ້ນເປັນກ້າວໆ, ສ້າງຄວາມເຊື່ອໝັ້ນຕໍ່ຜູ້ບໍລິໂພກ ທາງດ້ານຄຸນນະພາບ, ປະສິດທິ ພາບ ແລະ ຄວາມປອດໄພ. ຂ່າວ: ທະນູທອງ; ພາບ: ຂັນໄຊ ໃຫ້ພົນລະເມືອງລາວ, ຜູ້ຊອກວຽກ ເຮັດງານທໍາໄດ້ເຂົ້າເຖິງຂໍ້ມູນຂ່າວ ສານຕະຫລາດແຮງງານຢ່າງ ກວ້າງຂວາງ ແລະ ໃຫ້ຫົວໜ່ວຍ ແຮງງານ, ໂຄງການລົງທຶນຕ່າງໆ ຢູ່ພາຍໃນປະເທດສາມາດປະກາດ ຕໍາແໜ່ງງານວ່າງ, ສໍາພາດ ແລະ ຮັບເອົາແຮງງານຢູ່ກັບທີ່. ໃນປີ 2025 ໄດ້ຊຸກຍູ້ໃຫ້ 17 ແຂວງ ແລະ ນະຄອນຫລວງວຽງຈັນ ຈັດງານ ນັດພົບແຮງງານ ຊຶ່ງສາມາດຈັດ ຕັ້ງປະຕິບັດສໍາເລັດແລ້ວ 8 ຄັ້ງ (ຢູ່ ແຂວງໄຊຍະບູລີ, ອຸດົມໄຊ, ຫລວງ ພະບາງ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ). ການຈັດງານນັດພົບແຮງງານ ຄັ້ງນີ້, ຈະເປັນການຮັດແໜ້ນການ ປະສານງານ ແລະ ການຮ່ວມມືລະ ຫວ່າງພາກລັດຖະບານກັບບັນດາ ຫົວໜ່ວຍແຮງງານ ແລະ ວິສາຫະ ກິດບໍລິການຈັດຫາງານໃນການ ສົ່ງເສີມການຈັດຫາງານ ໂດຍສະ ເພາະແນໃສ່ຈັດຕັ້ງປະຕິບັດບັນ ດານະໂຍບາຍ ແລະ ມາດຕະການ ຕ່າງໆທີ່ຈຳເປັນແນໃສ່ເຮັດໃຫ້ປະ ຊາຊົນລາວບັນດາເຜົ່າເຂົ້າເຖິງການ ມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ, ມີລາຍໄດ້ທີ່ໝັ້ນຄົງ ແລະ ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==