15/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ກອງບັນຊາການທະ ຫານແຂວງສະຫວັນນະເຂດ ເປັນ ກໍາລັງທ້ອງຖິ່ນໜຶ່ງທີ່ເຄື່ອນໄຫວ ເຮັດໜ້າທີ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຮັບປະກັນ ເຮັດໃຫ້ສະພາບພາຍໃນແຂວງສະ ຫວັນນະເຂດ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມໝັ້ນຄົງ, ເພື່ອອໍາ ນວຍຄວາມສະດວກໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງດີຂຶ້ນເທື່ອລະກ້າວ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໃຫ້ສຳພາດວ່າ: ໃນຕະຫລອດໄລຍະ 6 ເດືອນຜ່ານ ມາ ຄະນະພັກ-ຄະນະບັນຊາ ໄດ້ສຸມ ໃສ່ປະຕິບັດໜ້າທີ່ວຽກງານຕາມ ພາລະບົດບາດໜ້າທີ່ຄວາມຮັບຜິດ dv'[a o-kdkomtsko lts;a ootg0f l5 ,.lj xt8y [a f |h kmu j ;Pd'ko8k,rk]t[q f[kf,u zq oleg]a fs]kpfh ko ຊອບຂອງກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ມີຜົນ ສຳເລັດຫລາຍດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ສາມາດຮັບປະກັນເຮັດ ໃຫ້ສະຖຽນລະພາບທາງການ ເມືອງທົ່ວແຂວງມີຄວາມສະຫງົບ ຢ່າງໜັກແໜ້ນ, ໃນນີ້ອັນພົ້ນເດັ່ນ ແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນຳພາຈັດ ຕັ້ງຫັນເອົາກໍາລັງລົງກໍ່ສ້າງຮາກ ຖານການເມືອງແບບທາງກວ້າງ ແລະ ທາງເລິກ ຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ບັນດາເມືອງ ແລະ ຈຸດ ສຸມ. ໃນ 6 ເດືອນຕົ້ນປີ 2025 ໄດ້ ປະເມີນຄືນຄອບຄົວແລະບ້ານປ້ອງ ກັນຊາດເຂັ້ມແຂງໄດ້ 2 ເມືອງ ຄື: ເມືອງອຸທຸມພອນ ແລະ ເມືອງເຊ ໂປນ ໄດ້ 76 ບ້ານ, ມີ 28.518 ຄອບຄົວ, ຍ້ອງຍໍໄດ້ 1 ເມືອງ ຄື: ນະຄອນ ໄກສອນ ພົມວິຫານ ມີ 49 ບ້ານ; ໃນນີ້, ຍັງໄດ້ຊີ້ນຳ- ນຳພາ 4 ຈຸດສຸມ ຄື: ຈຸດສຸມຈຽງຕູບ ເມືອງເຊ ໂປນ, ຈຸດສຸມຄໍາປາແໜ - ປ່າກ້ວຍ ເມືອງຊົນນະບູລີ ແລະ ເມືອງຈໍາ ພອນ, ຈຸດສຸມແກ້ງລິ້ນ ແລະ ຈຸດສຸມ ຕັງອາໄລ ເມືອງນອງ; ໄດ້ຊີ້ນໍາບັນ ດາກອງປະຕິບັດງານຈັດຕັ້ງເຄື່ອນ ໄຫວລົງກໍ່ສ້າງຮາກຖານການເມືອງ ເຮັດໃຫ້ຂອບເຂດກົມກອງຮັບຜິດ ຊອບມີຄວາມສະຫງົບປອດໄພ. ໄດ້ເອົາໃຈໃສ່ຊີ້ນໍາ-ນາພາບັນດາ ກົມກອງຈັດຕັ້ງລະບົບປະຈຳການ ກຽມພ້ອມສູ້ຮົບ ທັງກຳລັງ ແລະ ພາຫະນະ ຕະຫລອດ 24 ຊົ່ວໂມງ, ກຳແໜ້ນສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີທັງພາຍໃນ ແລະ ນອກຊາຍແດນ ໃນຂອບເຂດຄວາມ ຮັບຜິດຊອບ, ເປັນເຈົ້າການຊີ້ນໍາ ກົມກອງທ້ອງຖິ່ນຈັດຕັ້ງກໍາລັງປະ ຈຳການແຕ່ລະຂັ້ນ, ວຽກງານປັບ ປຸງກໍ່ສ້າງກໍາລັງ ຄະນະພັກ - ຄະນະ ບັນຊາພວກເຮົາໄດ້ຖືສຳຄັນວຽກ ງານກໍ່ສ້າງປັບປຸງກຳລັງໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ເຮັດ ໜ້າທີ່ການເມືອງຂອງກົມກອງ ຮັກ ສາມູນເຊື້ອອັນດີງາມຂອງກອງ ທັບ, ເປັນກຳລັງທີ່ມີຄວາມຈົງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ, ເປັນ ອາວຸດທີ່ແຫລມຄົມ, ເປັນກຳລັງທີ່ ໄວ້ວາງໃຈຂອງພັກ. ວຽກງານອົບຮົມຫັດແອບ, ປັບ ປຸງລະບຽບແບບແຜນ ແລະ ຝຶກຝົນ ກໍາລັງກາຍ ໄດ້ຊີ້ນຳຕິດຕາມການ ອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການແລະ ເຕັກ ນິກ ໄລຍະທີ I ປະຈຳປີ 2025 ໄດ້ 44 ຫົວໜ່ວຍກົມກອງ, ອົບຮົມ ໃຫ້ກອງຮ້ອຍກອງຫລອນໃນ 6 ເດືອນຕົ້ນປີໄດ້ 4 ເມືອງ ເທົ່າກັບ 11 ກອງຮ້ອຍ ຈຳນວນພົນ 498 ສະຫາຍ, ໄດ້ຂະຫຍາຍກອງຫລອນ ເພີ່ມ ຈຳນວນ 121 ສະຫາຍ ແລະ ໄດ້ລົງຊຸກຍູ້, ຊີ້ນຳ, ກວດກາການ ຈັດຕັ້ງປະຕິບັດວຽກງານການທະ ຫານທ້ອງຖິ່ນຢູ່ກອງບັນຊາການ ທະຫານເມືອງ 14 ເມືອງ - 1 ນະ ຄອນສຳເລັດ, ສຳເລັດອົບຮົມວິ ຊາສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ບັນດາໂຮງຮຽນ ວິຊາຊີບໄດ້ 3 ໂຮງຮຽນມີຈຳນວນ ພົນເຂົ້າຮ່ວມ 953 ຄົນ, ຍິງ 660 ຄົນ.ໄດ້ເປີດອົບຮົມ-ຫັດແອບນັກ ຮຽນກໍ່ສ້າງນາຍສີບ ຊຸດທີ IX ສົກ ຮຽນ 2024 - 2025 ໄດ້ 1 ຊຸດ, ມີຈຳນວນພົນ 69 ສະຫາຍ, ອົບຮົມ ທະຫານໃໝ່ ປະຈຳປີ 2024 ໄດ້ 1 ຊຸດ ຈຳນວນ 51 ສະຫາຍ ແລະ ກະກຽມສ້າງແຜນການເປີດຮຽນ ກໍ່ສ້າງນາຍສິບຊຸດທີ X ລະບົບ 1 ປີ ແລະ ເປີດຮຽນບຳລຸງການທະຫານ ພື້ນຖານ ລະບົບ 6 ເດືອນ ຊຸດທີ VI ປະຈຳສົກປີ 2025 ļ 2026. ພ້ອມນັ້ນ, ວຽກງານພະລາທິ ການບົນພື້ນຖານແມ່ນມີຄວາມຮັບ ປະກັນໄດ້ຕາມລະບົບອັດຕາທີ່ກົມ ໃຫຍ່ພະລາທິການກອງທັບວາງ ອອກ. ສໍາລັບປະເພດຊີ້ນ ແລະ ຜັກ ກິນເຫັນວ່າຫລາຍກົມກອງມີຄວາມ ຕື່ນຕົວຍົກສູງຄວາມຮັບຜິດຊອບ ໃນການກຸ້ມຕົນເອງ, ເພິ່ງຕົນເອງໄດ້ ດີ, ມີເຮືອນຮົ່ມປູກພືດຜັກສະໜອງ ໃຫ້ກົມກອງເຂົ້າເຮືອນຄົວລວມ, ໃນ 6 ເດືອນຕົ້ນປີ 2025 ກອງບັນ ຊາການທະຫານແຂວງສະຫວັນ ນະເຂດໄດ້ຮັບໂຄງການທັງໝົດ: ມີ 20 ໂຄງການ; ໃນນັ້ນ, ມີໂຄງການ ຂອງກະຊວງປ້ອງກັນປະເທດ 6 ໂຄງການແລະໂຄງການຂອງແຂວງ 14 ໂຄງການ. ວຽກງານພົວພັນ ຮ່ວມມືກັບສາກົນ ໄດ້ເພີ່ມທະວີສາຍ ພົວພັນມິດຕະພາບ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ກັບ ເພື່ອນມິດຍຸດທະສາດ ໂດຍສະ ເພາະກັບບັນດາກົມກອງເພື່ອນມິດ ຍຸດທະສາດ ສສ ຫວຽດນາມ ໂດຍ ມີການຈັດຕັ້ງແຮກສ່ຽວ ແລະ ການ ພົວພັນຮ່ວມມືດ້ານຕ່າງໆ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ໃຫ້ຮູ້ຕື່ມວ່າ: ໃນຕະ ຫລອດໄລຍະຜ່ານມາທົ່ວກອງບັນ ຊາການທະຫານແຂວງສະຫວັນນະ ເຂດ ເຫັນວ່າ ມີຄວາມສະຫງົບໂດຍ ພື້ນຖານ, ບັນດາສະຫາຍພະນັກ ງານ-ສະມາຊິກພັກຕະຫລອດຮອດ ນາຍ ແລະ ພົນທະຫານມີຄວາມອຸ່ນ ອ່ຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ການ ເມືອງຂອງຕົນ ພ້ອມກັນສຸມໃສ່ສ້າງ ຂະບວນການ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງຊາດ, ຂອງ ພັກ ແລະ ກອງທັບ ຢ່າງເປັນຂະ ບວນການຟົດຟື້ນ ແລະ ມີຜົນງານ ອັນໃໝ່ ຕິດພັນກັບບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ບົດສະເໜີ glu ,0tspkpzq o'ko75 o'k,7;k,fu 0v'xtmko wdlvo rq ,;y sko (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025) ຂປລ . ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາຂອງການ ປະຕິວັດລາວຜູ້ໜຶ່ງທີ່ມີຄວາມປີຊາ ສາມາດ, ມີຄວາມສະຫລາດຫລັກ ແຫລມ, ມີໄຫວພິບແຫລມຄົມ, ມີນໍ້າໃຈປະຕິວັດເດັດດ່ຽວໜຽວ ແໜ້ນ; ເພິ່ນເຕີບໂຕໃນຄອບຄົວຂ້າ ລາຊະການ ໃນສະພາບທີ່ປະເທດ ຊາດ ຕົກເປັນຫົວເມືອງຂຶ້ນຂອງ ຈັກກະພັດຕ່າງດ້າວ ແລະ ປະຊາຊົນ ຕົກຢູ່ໃນຄວາມລໍາບາກຍາກເຂັນ; ປະທານໄກສອນ ພົມວິຫານ ໄດ້ມີ ຄວາມຕື່ນຕົວ ແລະ ໄດ້ຮ່ວມກັບ ເພື່ອນສະຫາຍທີ່ມີນໍ້າໃຈຮັກຊາດ ເພື່ອຊອກເສັ້ນທາງກອບກູ້ເອົາເອ ກະລາດແຫ່ງຊາດ; ເພິ່ນໄດ້ນໍາພາ ປຸກລະດົມ ເຕົ້າໂຮມຄວາມສາມັກຄີ ປະຊາຊົນທຸກເຜົ່າ, ທຸກຊັ້ນຄົນຢ່າງ ກວ້າງຂວາງ ລຸກຂຶ້ນຕໍ່ສູ້ດ້ວຍການ ສົມທົບກັບການຕໍ່ສູ້ດ້ານຕ່າງໆ ຢ່າງແໜ້ນແຟ້ນ. ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ ຮັບຜິດຊອບໜ້າທີ່ອັນສໍາຄັນຍິ່ງ ດ້ວຍອາຍຸພຽງແຕ່ 35 ປີ, ເພີ່ນໄດ້ ທຸ່ມເທທັງກໍາລັງກາຍ, ຄວາມຮູ້ສະ ຕິປັນຍາຢ່າງສຸດຂີດ ແລະ ມີຄວາມ ສາມາດປະດິດສ້າງສູງ ໃນການປະ ຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຕົນ. ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ສະແດງອອກ ໃນແຕ່ລະຂົງເຂດວຽກງານຢ່າງ ເລິກເຊິ່ງ ແລະ ຮອບດ້ານສອດຄ່ອງ ກັບແຕ່ລະໄລຍະຂອງການປະຕິວັດ ດັ່ງນີ້: ແນວຄິດຊີ້ນໍາກ່ຽວກັບວຽກ ງານກໍ່ສ້າງກໍາລັງປະກອບອາວຸດ: ຍາມໃດເພິ່ນກໍໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າວາງແນວ ທາງດ້ານການທະຫານດ້ວຍການ ດໍາເນີນສົງຄາມປະຊາຊົນ, ການ ສ້າງກໍາລັງປະກອບອາວຸດ, ສ້າງ ແນວຫລັງ ແລະ ພື້ນຖານວຽກງານ ປ້ອງຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປວງຊົນ ຮອບດ້ານ; ຊີ້ນໍາ ການທະຫານ ເພື່ອຕ້ານ ແລະ ຕໍ່ສູ້ ກັບລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ແນວຄິດດ້ານການ ທະຫານດັ່ງກ່າວ ໄດ້ສ່ອງແສງໃຫ້ ເຫັນເຖິງກົດເກນຂະຫຍາຍຕົວຂອງ ການຕໍ່ສູ້ປົດປ່ອຍຊາດ ໃນເງື່ອນໄຂ ຕົວຈິງຂອງປະເທດຊາດເຮົາ ແມ່ນ ການປະສານສົມທົບຢ່າງກົມກຽວ ລະຫວ່າງວິທະຍາສາດທີ່ ເປັນ ມູນເຊື້ອການຕໍ່ສູ້ຂອງຊາດກັບສິ່ງ ຍອດຍິ່ງ ດ້ານການທະຫານແມ່ນ ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານ. ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກ ງານກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມ ແຂງ: ເພິ່ນໄດ້ຖືວຽກງານກໍ່ສ້າງ ພັກເປັນບັນຫາຕັດສິນທຸກໄຊຊະນະ ຂອງການປະຕິວັດ; ເພິ່ນໄດ້ໃຫ້ທັດ ສະນະວ່າ: ພັກເຮົາ ໃນຖານະເປັນ ພັກກໍາອໍານາດ ແມ່ນມີຄວາມຮັບຜິດ ຊອບໂດຍກົງຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບໃໝ່ໃນ ປະເທດເຮົາ, ວຽກງານກໍ່ສ້າງພັກ ເປັນວຽກງານທີ່ມີຄວາມໝາຍສໍາ ຄັນ, ແມ່ນຄວາມຈໍາເປັນພາວະວິໄສ ທັງເປັນຍຸດທະສາດ, ສິ່ງດັ່ງກ່າວ ໄດ້ຊີ້ບອກວ່າ ພວກເຮົາຈໍາເປັນ ຕ້ອງເພີ່ມທະວີການກໍ່ສ້າງພັກ ໃຫ້ ໜັກແໜ້ນ, ເຂັ້ມແຂງທາງດ້ານການ ເມືອງ, ແນວຄິດ ແລະ ການຈັດຕັ້ງ ເຊີດຊູບົດບາດຂອງພັກ ໃຫ້ສົມເປັນ ແກນນໍາໃນລະບົບການເມືອງ. ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີແນວຄິດລິເລີ່ມປ່ຽນແປງ ໃໝ່: ແນວຄິດກ່ຽວກັບປ່ຽນແປງ ໃໝ່ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ ຫາກເກີດຂຶ້ນບົນພື້ນຖານ ການຄົ້ນ ຄວ້າຢ່າງເລິກເຊິ່ງກ່ຽວກັບນະໂຍ ບາຍປ່ຽນແປງໃໝ່ໃນແຕ່ລະຂົງ ເຂດໃນນັ້ນແມ່ນປ່ຽນແປງໃໝ່ດ້ານ ຈິນຕະນາການໃນຂົງເຂດເສດຖະ ກິດ; ເພິ່ນໄດ້ມີຄວາມກ້າຫານ, ປະ ດິດສ້າງໃນການໝູນໃຊ້ທິດສະດີ ຂອງນັກມາກຊິດເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດ ຂອງປະ ເທດເຮົາ. ເພື່ອເຮັດໃຫ້ແນວທາງ ປ່ຽນແປງໃໝ່ ດໍາເນີນໄປຢ່າງຖືກ ຕ້ອງຕາມທິດທາງ ແລະ ຈຸດໝາຍ ທີ່ວາງໄວ້ທັງຮັບປະກັນສະຖຽນ ລະພາບ ແລະ ຄວາມໝັ້ນຄົງຂອງ ລະບອບ ປະຊາທິປະໄຕ ປະຊາຊົນ ປະທານ ໄກສອນ ພົມວິຫານ ໄດ້ ກໍານົດ 6 ຫລັກການພື້ນຖານ ຂອງ ການປ່ຽນແປງໃໝ່ຢູ່ປະເທດເຮົາ. ປະທານ ໄກສອນ ພົມວິຫານ ບໍ່ພຽງເປັນຜູ້ຊີ້ນໍາການເປີດກວ້າງ ການພົວພັນກັບຕ່າງປະເທດ, ເປັນ ຜູ້ທີ່ເຄື່ອນໄຫວດ້ານການຕ່າງປະ ເທດ ຢ່າງເອົາການເອົາງານ ເຊິ່ງ ເວລາໃດກໍເປັນແບບຢ່າງດ້ານການ ກໍາແໜ້ນຫລັກການ ແລະ ຍຸດທະ ສາດທີ່ວາງອອກ; ພ້ອມກັນນັ້ນກໍມີ ຄວາມຄ່ອງແຄ້ວນີ້ມນວນໃນດ້ານ ຍຸດໂທບາຍ ເພື່ອບັນລຸຈຸດປະສົງ ເປົ້າໝາຍທີ່ວາງໄວ້. ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ ຫລວງທີ່ສຸດ ໃນການນໍາພາ ພາລະ ກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດ ແຫ່ງຄວາມຮັກຊາດ ແລະ ເປັນສັນ ຍະລັກແຫ່ງຊາດລາວ ວິລະຊົນ, ຄົນລາວພິລະອາດຫານ; ເປັນນັກ ການເມືອງທີ່ສະຫລາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກ ໂຄສະນາ-ປາຖະກະຖາທີ່ຊໍານານ, ເພິ່ນເປັນຜູ້ກໍາແໜ້ນຫລັກມູນພື້ນ ຖານຂອງສັດຈະວິພາກມາກ-ເລ ນິນ, ກໍາສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ປະຊາຊົນ ລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດ ສະດີປະຕິວັດ; ຍາມໃດກໍຍຶດໝັ້ນ ແນວຄິດທີ່ຖືເອົາປະຊາຊົນເປັນ ກົກ, ເສີມຂະຫຍາຍບົດບາດເປັນ ເຈົ້າຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງ ໜັກແໜ້ນໃນກໍາລັງແຮງຂອງປະຊາ ຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວ ທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມ ໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດໃນແຕ່ ລະຂົງເຂດວຽກງານຢ່າງຮອບ ດ້ານ ແລະ ເລິກເຊິ່ງເປັນຕົ້ນ ຂົງ ເຂດເສດຖະກິດ, ການເມືອງ, ການ ສຶກສາ, ວັດທະນະທໍາ-ສັງຄົມ, ວຽກ ງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານ ແນວໂຮມ ແລະ ວຽກງານອົງການ ຈັດຕັ້ງມະຫາຊົນ ແລະ ອື່ນໆ. ປະທານ ໄກສອນ ພົມວິຫານ ໄດ້ອອກແຮງຄົ້ນຄວ້າຮໍ່າຮຽນທາງ ດ້ານທິດສະດີ, ບັນດາບົດຮຽນ, ທັງ ໄດ້ລົງພາກປະຕິບັດຕົວຈິງ; ເພິ່ນ ຍັງໄດ້ເອົາໃຈໃສ່ຕໍ່ການຍົກລະດັບ ຄວາມຮູ້ ແລະ ຄວາມສາມາດ, ເອົາ ໃຈໃສ່ໃນພາລະກິດສ້າງຄົນຮຸ່ນໜຸ່ມ ໃຫ້ກາຍເປັນຜູ້ສືບທອດພາລະກິດ ປະຕິວັດຂອງພັກຢ່າງສົມກຽດ ໃນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ ເພິ່ນໄດ້ຖືສໍາ ຄັນ ແລະ ປະຕິບັດຢ່າງເຂັ້ມງວດ ຢູ່ສາມປະການຄື: ການຊີ້ນໍາ-ນໍາ ພາຂອງເພິ່ນຍາມໃດກໍ່ເຮັດເປັນໝູ່ ຄະນະ, ໃກ້ຊິດຕິດແທດກັບມະຫາ ຊົນ, ອິງໃສ່ບົດຮຽນ ແລະ ຫົວຄິດ ດັດສ້າງຂອງມະຫາຊົນ ເພິ່ນເຄີຍ ເວົ້າໄວ້ວ່າ: ຕ້ອງຮຽນ, ຂຽນ ແລະ ຮູ້ແລ້ວ ຈຶ່ງມີການກະທໍາປະຕິບັດທີ່ ຖືກຕ້ອງ. ຕະຫລອດໄລຍະແຫ່ງການເປັນ ຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ທິດເຍືອງທາງແຫ່ງ ການກ້າວເດີນໄປສູ່ໄຊຊະນະຂອງ ການປະຕິວັດລາວ; ເພິ່ນເປັນຜູ້ນໍາທີ່ ເດັດຂາດ ແລະ ມີຫົວຄິດປະດິດສ້າງ ກ້າຄິດ, ກ້າເຮັດ, ຮັບຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນ ແວ່ນແຍງອັນໃສແຈ້ງ ແລະ ເປັນ ແບບຢ່າງອັນປະເສີດເລີດລໍ້າດ້ານ ຄຸນທາດການການເມືອງ, ຄຸນສົມ ບັດສິນທໍາປະຕິວັດ, ແບບແຜນວິທີ ເຮັດວຽກ ກໍຄືແບບແຜນດໍາລົງ ຊີວິດໃຫ້ແກ່ພະນັກງານ, ສະມາຊິກ ພັກ, ນັກຮົບ ແລະ ປະຊາຊົນບັນດາ ເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດ ຊີວິດຂອງຕົນດ້ວຍຄວາມບໍລິສຸດ ຜ່ອງໃສ ເພື່ອຜົນປະໂຫຍດຂອງ ຊາດ ແລະ ປະຊາຊົນ ເພື່ອເປັນບົດ ຮຽນໃຫ້ລູກຫລານຮຸ່ນຕໍ່ໄປ, ເປັນ ຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າ ໂຮມຄວາມສາມັກຄີ ທົ່ວປວງຊົນ ບັນດາເຜົ່າ ເພິ່ນໄດ້ເປັນແວ່ນແຍງ ໃນການເຕົ້າໂຮມຄວາມສາມັກຄີ ປະຊາຊົນບັນດາເຜົ່າ, ຍາມໃດກໍຖື ສໍາຄັນແລະ ເອົາໃຈໃສ່ໃນການສ້າງ ຄວາມສາມັກຄີຮັກແພງ, ຄວາມ ໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມ ນັບຖືຈາກມະຫາຊົນ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມເດັດຂາດ ແລະ ແນວຄິດ ປະຕິວັດ ສຸດກົກສຸດປາຍ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າ ທໍາ, ກ້າຮັບຜິດຊອບ ເປັນຕົ້ນແມ່ນ ການປະຕິບັດຍຸດໂທບາຍ ເພື່ອປະຕິ ບັດຍຸດທະສາດ ຂອງການປະຕິວັດ. ພາຍຫລັງປະເທດຊາດ ໄດ້ຮັບການ ປົດປ່ອຍຢ່າງສົມບູນ, ປະທານ ໄກສອນ ພົມວິຫານ ກໍບໍ່ໄດ້ລົດລະ ຕໍ່ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ ພາລະກິດ ຂອງການປະຕິວັດໃນໄລ ຍະໃໝ່ ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ຈາກຄຸນສົມບັດອັນລໍ້າ ເລີດ ແລະ ພາລະກິດນໍາພາການປະ ຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນ ທາດນັກປະຕິວັດຜູ້ດີເດັ່ນ ຄືດັ່ງກ່າວ ນັ້ນ ໄດ້ເປັນການປະກອບສ່ວນຢ່າງ ສໍາຄັນ ໃນການຊຸກຍູ້ພາລະກິດການ ຕໍ່ສູ້ໃນເມື່ອກ່ອນ ກໍຄືໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດເຮົາ ໃນ ປັດຈຸບັນນີ້ໃຫ້ມີຄວາມກ້າວໜ້າ ຍິ່ງຂຶ້ນ. ພາລະກິດອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ຍາມ ໃດກໍ່ເປັນແສງສະຫວ່າງແຫ່ງການ ກ້າວເດີນ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍ່ມີວັນດັບມອດ ແລະ ເປັນດວງໃຈຂອງປະຊາຊົນ ລາວບັນດາເຜົ່າຕະຫລອດໄປ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==