gsfdko{dkora fmtok xtgmf]k; ( 12/12/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ພະແນກອຸດ ສາຫະກຳ ແລະ ການຄ້າ ແຂວງ ອັດຕະປື ປາຖະກະຖາ ວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນ ວັນທີ 9 ທັນວາ 2025 ໂດຍໃຫ້ ກຽດປາຖະກະຖາຂອງ ທ່ານ ສຸດໃຈ ກົມມະເມືອງ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານລັດຖະກອນເຂົ້າ ຮ່ວມ. ທ່ານ ສຸດໃຈ ກົມມະເມືອງ ໄດ້ ຍົກໃຫ້ເຫັນຕະຫລອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ ການນໍາພາຂອງພັກ ໄດ້ເຮັດໃຫ້ ປະເທດຊາດມີການປ່ຽນແປງຢ່າງ ໃຫຍ່ຫລວງຮອບດ້ານ, ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນໂດຍແມ່ນ ພັກປະຊາຊົນ ປະຕິວັດລາວ ເປັນ ຜູ້ຈັດຕັ້ງນໍາພາ ແລະ ສາມາດ ຍາດໄດ້ຜົນງານອັນໃຫຍ່ຫລວງ ມາສູ່ປະຊາຊົນບັນດາເຜົ່າ ໂດຍ ຜ່ານການຕໍ່ສູ້ຕ້ານກັບຈັກກະພັດ ຜູ້ຮຸກຮານຢ່າງດຸເດືອດຂ້ຽວຂາດ ແລະ ຫຍຸ້ງຍາກສັບສົນ ຈົນສາມາດ ຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງ ການ ໃນວັນທີ2 ທັນວາ 1975, ນັບ ແຕ່ນັ້ນມາ ປະເທດຂອງພວກເຮົາ ກໍ ມີເອກະລາດຢ່າງສົມບູນ, ປະຊາຊົນ ມີສິດເປັນເຈົ້າປະເທດຊາດຢ່າງ ແທ້ຈິງ, ໄດ້ກາຍເປັນພື້ນຖານດ້ານ ສັງຄົມ, ການເມືອງ, ການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ປະເທດຊາດ ອັນໜັກແໜ້ນ ທີ່ ຮັບປະກັນລະບອບໃໝ່ຂອງພວກ ເຮົາໃຫ້ຍືນຍົງຄົງຕົວສາມາດຜ່ານ ຜ່າອຸປະສັກ, ສິ່ງທ້າທາຍທົດສອບ ຕ່າງໆ ແລະ ສືບຕໍ່ກ້າວຂຶ້ນຕາມເສັ້ນ ທາງທີ່ພັກວາງອອກ. ໂອກາດນີ້, ທ່ານ ສຸດໃຈ ກົມ ມະເມືອງ ຍັງໄດ້ຍົກໃຫັເຫັນຊີວິດ ແລະ ການເຄື່ອນໄຫວ ຂອງປະທານ dkooec0;';P'9a o 8h voIa [7totz6 h cmo 7totla o8y rk[s;Pfok, ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ສະຫາຍ ພູ ວົງ ບຸນຊູ ຮອງເລຂາພັກແຂວງ ວຽງຈັນ ພ້ອມດ້ວຍຄະນະນຳຂອງ ແຂວງ ໄດ້ຕ້ອນຮັບການເຂົ້າພົບປະ ແລະ ຢ້ຽມຢາມ ຂອງຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳ ໂດຍ ສະຫາຍ ອວງ ຈູ ລິວ ອະດີດ ກຳມະການສູນກາງພັກ ກອມມູນິດ ຫວຽດນາມ, ອະດີດຮອງປະທານ ສະພາແຫ່ງຊາດ, ປະທານຄະນະ ສັນຕິພາບຫວຽດນາມ ພ້ອມດ້ວຍ ຄະນະ ໃນວັນທີ 10 ທັນວາ 2025 ທີ່ແຂວງວຽງຈັນ. ໃນໂອກາດນີ້, ສະຫາຍ ພູວົງ ບຸນຊູ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະປົກຄອງແຂວງ ໄດ້ກ່າວ ສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນ ແລະ ລາຍງານສະພາບ ລວມຂອງແຂວງວຽງຈັນ ໂດຍ ສັງເຂບໃຫ້ຄະນະຜູ້ແທນໄດ້ຮັບຮູ້ ເປັນຕົ້ນ ໄດ້ຍົກໃຫ້ເຫັນທີ່ຕັ້ງ, ພູມ ສັນຖານ ແລະ ການພັດທະນາເສດ ຖະກິດ-ສັງຄົມ ພາຍໃນແຂວງ, ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງວຽງຈັນ ຄັ້ງ ທີ VII ແລະ ບັນດາທ່າແຮງບົ່ມ ຊ້ອນຂອງແຂວງໃນແຕ່ລະດ້ານ ທີ່ເປັນປັດໄຈພື້ນຖານໃຫ້ແກ່ການ ຜະລິດ, ການຄ້າ, ການຂົນສົ່ງ ແລະ v7 c0;'va f8txn s;o7n o,6 og-N v 2 ;a oxts;a flkf oa ddy ]kgx8a 'pkfwfh s]Po7emevy f .sh ma [oa ddy ]k]k; .o-u gd, 7A 'mu 33 ຂປລ. ໃນວັນທີ 10 ທັນວາ ປີ 2025, ໄດ້ມີການແຂ່ງຂັນກິລາເປ ຕັງ ໃນງານມະຫະກໍາກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ ຊຶ່ງເປັນມື້ທໍາອິດຂອງການຊີງໄຊ 4 ຫລຽນຄໍາ ປະເພດດ່ຽວ ຍິງ-ຊາຍ ແລະ ຊຸດຕິງຍິງ-ຊາຍ. ການແຂ່ງຂັນດັ່ງກ່າວ ນັກ ກິລາເປຕັງທີມຊາດລາວ ສາມາດ ຍາດໄດ້ 1 ຫລຽນຄຳ ຈາກນາງ ໂບວິລັກ ເທບພະກັນ ປະເພດຍິງ ດ່ຽວທີ່ເອົາຊະນະນັກກິລາຈາກໄທ lr0 lts;a ootg0f ]q 'les];fglA omk' g]d 10 grn j v;k'czolh v,cx'7n o.\j ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາ ປະຊາຊົນ (ສພຂ) ແຂວງສະຫວັນ ນະເຂດ ພ້ອມດ້ວຍຄະນະ ແລະ ພະ ແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລົງສຳຫລວດແລວ ທາງເລກທີ RR 6390 ແຕ່ບ້ານ ສອງຫ້ອງ-ຈອມພູຊ້າງແຫ່ -ບ້ານ ແກ້ງຍາວ ແລະ ແຕ່ບ້ານແກ້ງຍາວທາງເລກທີ PR 6304 (ທາງ ເລກ 10) ເຂດບ້ານດົງຄຳກວານ ເພື່ອວາງແຜນສ້ອມແປງປັບປຸງຄືນ ໃໝ່ ໃນວັນທີ 8 ທັນວາ 2025 ທັງ ໄກສອນ ພົມວິຫານ ທີ່ຍາມໃດ ກໍໄດ້ຊີ້ທິດເຍືອງທາງແຫ່ງການ ກ້າວເດີນໄປສູ່ໄຊຊະນະຂອງການ ປະຕິວັດລາວ, ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເປັນ ແບບຢ່າງທີ່ດີ, ເພື່ອເປັນການທົບ ທວນຄືນມູນເຊື້ອການຕໍ່ສູ້ປົດປ່ອຍ ຊາດ ແລະ ຈາລຶກຄຸນງາມຄວາມດີ, ແບບຢ່າງອັນປະເສີດເລີດລໍ້າ ດ້ານ ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ແບບແຜນວິທີເຮັດ ວຽກ ກໍຄືແບບແຜນດໍາລົງຊີວິດ ຂອງປະທານ ໄກສອນ ພົມວິຫານ ທີ່ ໄດ້ອຸທິດຊີວິດຂອງຕົນ ດ້ວຍຄວາມ ບໍລິສຸດ ເພື່ອປະເທດຊາດ ແລະ ປະ ຊາຊົນຢ່າງແທ້ຈິງ. ການຈັດຕັ້ງປາຖະກະຖາ 2 ວັນ ສໍາຄັນດັ່ງກ່າວ ກໍເພື່ອເປັນການ ທົບທວນຄືນມູນເຊື້ອ ການຕໍ່ສູ້ປົດ ປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 50 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ເພື່ອ ຈາລຶກຄຸນງາມຄວາມດີ, ແວ່ນແຍງ ອັນໃສແຈ້ງ ແລະ ແບບຢ່າງອັນ ປະເສີດເລີດລໍ້າ ດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບ ແຜນດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຊີວິດ ຂອງຕົນ ດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ. ຂ່າວ: ຂຽວ ນີ້ກໍເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວ ສາມາດສັນຈອນໄປ-ມາສະດວກ ຂຶ້ນກວ່າເກົ່າໃນຕໍ່ໜ້າ. ເສັ້ນທາງດັ່ງກ່າວມີຄວາມຍາວ ທັງໝົດ 15 ກິໂລແມັດ, ກວ້າງ 6 ແມັດ. ສໍາລັບແຜນໃນການສ້ອມ ແປງທາງ ແມ່ນຈະໄດ້ບຸກເບີກໜ້າ ດິນຕາມສອງຂ້າງທາງ ເບື້ອງລະ 5 ແມັດ ແລະ ສ້າງຂົວຈໍານວນ 2 ແຫ່ງ, ໃສ່ທໍ່ລອດທາງຂະໜາດ 150 ຊັງຕີແມັດ 4 ແຫ່ງ, ໃສ່ທໍ່ລອດທາງ ຂະໜາດ 100 ຊັງຕີແມັດ 3 ແຫ່ງ, ໃສ່ທໍ່ຂະໜາດ 80 ຊັງຕີແມັດ 2 ແຫ່ງ ແລະ ໃສ່ທໍ່ລອດທາງ 30 ຊັງຕີແມັດ ຈໍານວນ 3 ແຫ່ງ. ເຈົ້າພາບ 13-11 ຄະແນນ. ຂະນະ ທີ່ ທ້າວ ບຸນຕາມີ ສຸທຳມະວົງ ກໍ ຍາດໄດ້ຫລຽນເງິນປະເພດຊາຍ ດ່ຽວ ຫລັງເສຍໃຫ້ນັກກິລາຈາກ ອິນໂດເນເຊຍ 7-13 ຄະແນນ. ນອກຈາກນີ້, ທ້າວ ພຸດທະລາ ແກ້ວ ກັນນິກາ ກໍໄດ້ຫລຽນທອງ ປະເພດ Shooting ຊາຍ. ສະຫລຸບແລ້ວ ທັບນັກກິລາເປຕັງ ທີມຊາດລາວ ສາມາດຍາດມາໄດ້ ແລ້ວ 1 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ. ການທ່ອງທ່ຽວ, ຊຶ່ງເຮັດໃຫ້ເສດຖະ ກິດຂອງແຂວງວຽງຈັນ ສືບຕໍ່ຂະ ຫຍາຍຕົວໃນລະດັບ 6%, ລວມ ຍອດ ຜະລິດຕະພັນພາຍໃນ ໄດ້ 17.441 ຕື້ກີບ, ລື່ນແຜນການ 31,19%. ພ້ອມທັງໄດ້ຍົກໃຫ້ເຫັນ ການພົວພັນຮ່ວມມື ຂອງແຂວງ ວຽງຈັນ ກັບບັນດາແຂວງແຮກ ສ່ຽວ ເປັນຕົ້ນ ແຂວງຮາຍເຢືອງ, ຮາຍຟອງ, ອຽນບ້າຍ ແລະ ເຫງະ ອານ ຂອງ ສສ ຫວຽດນາມ ໃນ ໄລຍະຜ່ານມາ ຊຶ່ງໄດ້ມີການພົບປະ ແລະ ພົວພັນຮ່ວມມືຫລາຍດ້ານ ຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ. ສະຫາຍ ອວງ ຈູລິວ ໄດ້ຕາງໜ້າ ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ຂອບໃຈການນຳຂອງ ແຂວງວຽງຈັນ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ແລະ ຊົມເຊີຍບັນດາຜົນ ງານທີ່ພົ້ນເດັ່ນຂອງແຂວງວຽງຈັນ ສ້າງມາໄດ້ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນສາຍພົວພັນຮ່ວມມື ຂອງ ສອງຊາດ ລາວ-ຫວຽດນາມ ໃນ ໄລຍະໃໝ່ ທີ່ມີຫລາຍດ້ານທີ່ພົ້ນ ເດັ່ນ. ພ້ອມນີ້, ສະຫາຍຍັງມີຄຳ ເຫັນແລກປ່ຽນກັບແຂວງວຽງຈັນ ບາງດ້ານ ເປັນຕົ້ນ ຈັດສຳມະນາ ແລະ ສົ່ງເສີມການລົງທຶນຮ່ວມກັບ ສສ ຫວຽດນາມ ກໍຄືບັນດາແຂວງ ແຮກສ່ຽວ ເພື່ອນຳສະເໜີບັນດາທ່າ ແຮງບົ່ມຊ້ອນ ຂອງແຂວງວຽງຈັນ, ຊຶ່ງ ສສ ຫວຽດນາມ ມີຄວາມ ຍິນດີໃຫ້ການສະໜັບສະໜູນ ແລະ ຊ່ວຍລະດົມນັກທຸລະກິດ ຂອງ ສສ ຫວຽດນາມ ແລະ ພາກພື້ນ ໃຫ້ ບັນດານັກລົງທຶນຕ່າງປະເທດໄດ້ ຮັບຮູ້ ເພື່ອໃຫ້ເຂົາເຈົ້າມາລົງທຶນໃນ ຂົງເຂດໃດໜຶ່ງຢູ່ໃນແຂວງວຽງຈັນ, ສືບຕໍ່ພົວພັນຮ່ວມມືກັບບັນດາແຂວງ ແຮກສ່ຽວ ຮອບດ້ານຕໍ່ເນື່ອງ ແລະ ກວ້າງຂວາງ ເພື່ອເພີ່ມພູນຄູນສ້າງ ເຮັດໃຫ້ສາຍພົວພັນຮ່ວມມື ຂອງ ສອງຊາດ ໃຫ້ໝັ້ນຄົງຂະໜົງແກ່ນ ຍິ່ງຂຶ້ນ. ໃນມື້ດຽວກັນນີ້, ຄະນະດັ່ງກ່າວ ຍັງໄດ້ໄປທ່ຽວຊົມສະຖານທີ່ທ່ອງ ທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເມືອງ ວັງວຽງ ແຂວງວຽງຈັນ ຕື່ມອີກ. s]Pomv'mevy f 0v' ma [oa ddy ]k gm7;a o3fh ]k; ຂປລ. ໃນທີ່ສຸດ ທັບນັກກິລາ ເທຄວັນໂດ້ລາວເຮົາສາມາດຍາດ ຫລຽນທອງ ຊຶ່ງເປັນຫລຽນທຳອິດ ໃຫ້ແກ່ທັບນັກກິລາເທຄວັນໂດ້ລາວ ໃນການເຂົ້າຮ່ວມງານມະຫະກຳ ກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ຈາກນ້ອງ ພຸດຕາວັນ ຈັນທະຄຳມະນີ ປະເພດຟ້ອນປຸມເຊ. ຂະນະທີ່ສະຫະພັນກິລາເທຄວັນໂດ້ ແຫ່ງຊາດລາວ ມອບເງິນເປັນຂອງ ຂວັນ 100 ລ້ານກີບ. ງານມະຫະກຳກິລາຊີເກມ ຄັ້ງ ທີ 33 ທີ່ປະເທດໄທ ເປັນເຈົ້າພາບ ສະເພາະວັນທີ 10 ທັນວານີ້ ມີການ ຊີງໄຊທັງໝົດ 38 ຫລຽນຄຳ ໃນ 12 ປະເພດກິລາ. ໃນນີ້, ກິລາເທ ຄວັນໂດ້ ຊີງ 6 ຫລຽນຄຳ ເຊິ່ງນັກ ກິລາລາວຍາດມາໄດ້ 1 ຫລຽນ ທອງ ຈາກປະເພດຟ້ອນປຸມເຊ ດ່ຽວ ຍິງ ຈາກນ້ອງ ພຸດຕາວັນ ຈັນທະຄຳ ມະນີ. ຂະນະທີ່ຫລຽນຄຳເປັນຂອງ ນັກກິລາເຈົ້າພາບໄທ, ຫລຽນເງິນ ຈາກນັກກິລາສິງກະໂປ. ແນວໃດກໍດີ, ຜົນງານຄັ້ງນີ້, ເຮັດ ໃຫ້ນ້ອງ ພຸດຕາວັນ ຮັບເງິນລາງວັນ ກະຕຸກຊຸກຍູ້ກຳລັງໃຈຈາກສະຫະ ພັນກິລາເທຄວັນໂດ້ແຫ່ງຊາດລາວ ທີ່ຕັ້ງລາງວັນໄວ້ 100 ລ້ານກີບ, ຫລຽນຄຳ 300 ລ້ານກີບ ແລະ ຫລຽນເງິນ 200 ລ້ານກີບ.
RkJQdWJsaXNoZXIy MTc3MTYxMQ==