7173

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 12/12/2025 glf4tdy f{la '7q , oEda f1= ]txk lt4komu j mj v'mj P;mu j 8y fra oda [me,t-kf ໂດຍ: ມາລີດາ ໂດຍ: ເກີດຂວັນໃຈ ມາລີຈັນສີ fh ;pgsfzq o.f xu oU ]k;9bj 'lk,kfxt1a foE,a og-N vw2 wfh g4y ' 2 0 ]h ko]y fL ທ່ານປະທານບໍລິສັດໂລກ້າລາວ ຍັງອ້າງຫລັກຖານເປັນຂໍ້ມູນທາງ ວິຊາການ ຈາກກະຊວງອຸດສາຫະ ກໍາ ແລະ ການຄ້າວ່າ: ເບື້ອງຕົ້ນ ຈາກຕົວເລກນໍາເຂົ້າລົດໄຟຟ້າຂອງ ລາວ ໃນປີ 2019 ມີພຽງແຕ່ ຄັນ ເທົ່ານັ້ນ, ປີ 2022 ມີ 1.400 ຄັນ, ປີ 2023 ມີ 2.000 ກວ່າຄັນ, ປີ 2024 ມີ .000 ຄັນ ແລະ ຮອດ ປີ 2025 ເຮັດໃຫ້ຕົວເລກນໍາເຂົ້າ ສະສົມລົດໄຟຟ້າທັງໝົດມີສູງເຖິງ 12.000 ກວ່າຄັນ; ໃນນັ້ນຄາດວ່າ ການນໍາເຂົ້າລົດໄຟຟ້າສ່ວນໃຫຍ່ 0 ກວ່າເປີເຊັນແມ່ນຈາກປະເທດ ຈີນ. ການນໍາເຂົ້າລົດໄຟຟ້າສູ່ລາວ ມີຈຸດປ່ຽນທີ່ໜ້າສົນໃຈ ແລະ ຄູ່ ຄວນເຜີຍແຜ່ຂໍ້ມູນທີ່ເປັນປະໂຫຍດ ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ດັ່ງນີ້: ລາວນໍາເຂົ້ານໍ້າມັນເຊື້ອໄຟ (ແອັດຊັງ ແລະ ກາຊວນ) ໂດຍ ສະເລ່ຍມູນຄ່າ 100 ລ້ານໂດລາ ຕໍ່ເດືອນ ໃນນັ້ນ ປີ 2020 ນໍາເຂົ້າ ນໍ້າມັນມູນຄ່າ 400-500 ລ້ານ ໂດລາຕໍ່ປີ, ປີ 2022 ມີມູນຄ່າ 1 ຕື້ ກວ່າໂດລາຕໍ່ປີ, ປີ 2024 ມີມູນຄ່າ 1,2 ຕື້ກວ່າໂດລາຕໍ່ປີ ເຊິ່ງການໃຊ້ ຈ່າຍຄ່ານໍ້າມັນເຊື້ອໄຟນີ້ ໄດ້ກວມ ເອົາອັດຕາເກືອບ ຂອງຈີດີພີ ລາວ ຖືວ່າເປັນການໃຊ້ງົບ ຈໍານວນ ຫລວງຫລາຍ ເຊິ່ງການນໍາເຂົ້າ ນໍ້າມັນ ກວມເອົາເກືອບໝົດເລີຍ. ສະນັ້ນ, ເສດຖະກິດຂອງເຮົາ ທຸກມື້ນີ້ ອາດຂັບເຄື່ອນດ້ວຍນໍ້າມັນ ກໍວ່າໄດ້. ເຖິງແນວໃດກໍຕາມ, ເມື່ອ ການນໍາເຂົ້າລົດໄຟຟ້າຢ່າງຕໍ່ເນື່ອງ ບວກຄ່ານິຍົມຂອງຄົນລາວ ຫັນ ປ່ຽນພຶດຕິກໍາ ຈາກການໃຊ້ລົດ ນໍ້າມັນ ມາເປັນການນໍາໃຊ້ໄຟຟ້າ ເພີ່ມຂຶ້ນຢ່າງກວ້າງຂວາງ ເຮັດ ໃຫ້ທ່າອ່ຽງຄວາມຕ້ອງການນໍາ ເຂົ້າ ນໍ້າມັນແອັດຊັງຫລຸດລົງຢ່າງ ຕໍ່ເນື່ອງ ເຊັ່ນ: ປີ 2023 ນໍາເຂົ້າ ນໍ້າມັນແອັດຊັງ 240 ລ້ານໂດລາ ຕໍ່ປີ, ແຕ່ປີ 2024 ເຫັນວ່າຄວາມ ຕ້ອງການນໍ້າມັນແອັດຊັງ ຫລຸດລົງ ເຫລືອພຽງແຕ່ 230 ລ້ານໂດລາຕໍ່ປີ ເທົ່ານັ້ນ, ຫລຸດລົງ 4, , ໃນ 10 ເດືອນຂອງປີນີ້ ການນໍາເຂົ້ານໍ້າມັນ ມີພຽງ 160 ລ້ານໂດລາ ແລະ ສາ ມາດປະຢັດນໍ້າມັນໄດ້ 20 ລ້ານ ລິດ. ສະນັ້ນ, ຄໍາຖາມມີຢູ່ວ່າຄວາມ ຕ້ອງການນໍ້າມັນນີ້ມັນຫາຍໄປໃສ ອັນນີ້ສະແດງວ່າສ່ວນໜຶ່ງ ມາຈາກ ລົດໄຟຟ້າແນ່ນອນ. ນອກຈາກນັ້ນ, ເຫດຜົນຫລັກຂອງຄົນ ຫັນມາໃຊ້ ລົດໄຟຟ້າຄື: ຄວາມປະຢັດ ເພາະວ່າ ມັນເປັນລົດທາງເລືອກໃໝ່ ເຮັດໃຫ້ ປະຊາຊົນ ຢາກປ່ຽນວິທີການແບບ ດັ້ງເດີມ ຢຶດຕິກັບການນໍາໃຊ້ລົດນໍ້າ ມັນບວກກັບລາຄານໍ້າມັນແພງຂຶ້ນ ນັບມື້ແບກຮາບພາລະບໍ່ໄຫວ ຈຶ່ງ ລອງມາໃຊ້ລົດໄຟຟ້າ ແລະ ມັນກໍປະ ຢັດແທ້. ຖ້າເຮົາມາເບິ່ງຄວາມຟູມ ເຟືອຍແລ້ວ ລາຄາສະເລ່ຍລົດໄຟຟ້າ ກັບລົດນໍ້າມັນເຫັນວ່າ: ລາຄາລົດ ໄຟຟ້າຖືກກວ່າ, ສາມາດຈັບຕ້ອງໄດ້, ເມື່ອນໍາເຂົ້າມາແລ້ວມີອາກອນຊົມ ໃຊ້ພຽງແຕ່ 3 ແລະ ອາກອນມູນ ຄ່າເພີ່ມ 10 , ບໍ່ວ່າຈະເປັນລົດນໍ້າ ມັນ ແລະ ລົດໄຟຟ້າ ບໍ່ມີພາສີນໍາເຂົ້າ ເພາະພາສີການຄ້າເສລີ. ໃນອະນາ ຄົດອັນຕໍ່ໜ້ານີ້, ບັນດາຜູ້ປະກອບ ການ ແລະ ນັກວິເຄາະຄາດວ່າ: ຈີນ ຈະບໍ່ພຽງເປັນຜູ້ນໍາໜ້າໂລກດ້ານ ລົດໄຟຟ້າ ແຕ່ຍັງຈະເປັນຜູ້ນໍາ ດ້ານ ເຕັກໂນໂລຊີເອໄອ, ພະລັງງານສະ ອາດ, ອາວະກາດ ແລະ ອື່ນໆ ເຊິ່ງ ຈະເຮັດໃຫ້ມວນມະນຸດ ເຂົ້າເຖິງ ການຊົມໃຊ້ລົດໄຟຟ້າຄຸນນະພາບ ໃໝ່ ກັບລະບົບເອໄອ ແລະ ໝໍ້ໄຟທີ່ມີ ອາຍຸການໃຊ້ງານ ຍາວນານຂຶ້ນມາ ພ້ອມກັນ. ອັນທີ່ສໍາຄັນທີ່ສຸດໄດ້ສ້າງ ຄວາມສົນໃຈ ແລະ ຕິດຕາມຢ່າງໄກ້ ຊິດຕໍ່ຊາວໂລກ ຄື: ຫວ່າງບໍ່ດົນມາ ນີ້ ຈີນເຜີຍແຜ່ hຂໍ້ສະເໜີi ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 (ປີ 2026-2030) ໄດ້ຕີລາຄາໃນແງ່ບວກ ຍ່ອມໝາຍ ຄວາມວ່າໂອກາດທາງການຄ້າ, ການລົງທຶນ, ເຕັກໂນໂລຊີ, ການ ທ່ອງທ່ຽວ, ການສຶກສາ ແລະ ການ ເຊື່ອມໂຍງ-ເຊື່ອມຈອດ ພື້ນຖານ ໂຄງລ່າງແມ່ນຄຸນນະພາບໃໝ່ຈາກ ການເປີດປະເທດໃນລະດັບສູງຂອງ ຈີນ ເຊິ່ງຈະເຮັດໃຫ້ມວນມະນຸດ ສາ ມາດຊົມໃຊ້ສິນຄ້າຂອງຈີນ ທີ່ມີຄຸນ ນະພາບໃໝ່, ລາຄາເປັນມິດຈັບ ຕ້ອງໄດ້, ອາຍຸການໃຊ້ງານຍາວນານ ແລະ ສາມາດອອກ ຈາກການຄວບ ງໍາລະບົບຜູກຂາດການຄ້າ-ຄາລາ ບີບຮັດທີ່ແພງຂອງບາງຊາດຕາ ເວັນຕົກໄດ້ຢ່າງແທ້ງຈິງ. ຕໍ່ຈາກສະບັບກ່ອນ ຂປລ. ສະຖານທີ່ທ່ອງທ່ຽວນໍ້າ ກັດຢໍລະປາ ນອນໃນເຂດພື້ນທີ່ປ່າ ອະນຸລັກຕາມສາຍນໍ້າກັດ ຕັ້ງຢູ່ບ້ານ ແຟນ ເມືອງໄຊ ແຂວງອຸດົມໄຊ ເຊິ່ງ ເປັນອີກຈຸດໝາຍປາຍທາງ ຂອງນັກ ທ່ອງທ່ຽວທັງພາຍໃນແລະຕ່າງປະ ເທດ ທີ່ມັກການທ່ອງທ່ຽວແບບຜະ ຈົນໄພ ເນື່ອງຈາກວ່າສະຖານທີ່ດັ່ງ ກ່າວເປັນບ່ອນພັກຜ່ອນທີ່ສວຍສົດ ງົດງາມເຊິ່ງມີຫລາຍກິດຈະກໍາທີ່ຕິດ ພັນກັບທໍາມະຊາດ ບໍ່ວ່າຈະເປັນກິດ ຈະກໍາຍ່າງປ່າຊົມນໍ້າຕົກ, ຂີ່ສະລິງ, ຂີ່ລົດເອັດທີວີ ແລະອື່ນໆອີກຫລາຍໆ ຄາເລີ່ມຕົ້ນແມ່ນ 79 ໂດລາ ຂຶ້ນຢູ່ ກັບປະເພດຂອງຫ້ອງ, ຍັງບໍ່ພໍເທົ່ານີ້ ສໍາລັບທຸກທ່ານທີ່ເຂົ້າມາພັກແຮມ ໃນສະຖານທີ່ທ່ອງທ່ຽວຂອງເຮົາ ຈະມີສິ່ງອໍານວຍຄວາມສະດວກ ຕ່າງໆໄວ້ຄອຍບໍລິການ ເປັນຕົ້ນ ມີ ຮ້ານອາຫານ, ເຄື່ອງດື່ມ,ສະປາແລະ ມີສະລອຍນໍ້າ, ສູນອອກກໍາລັງ ກາຍແລະອື່ນໆຮັບຮອງໄດ້ເລີຍວ່າ ທ່ານຈະບໍ່ຜິດຫວັງແນ່ນອນ ເນື່ອງ ຈາກວ່າ ທ່ານຈະໄດ້ສໍາຜັດກັບທໍາ ມະຊາດຢ່າງແທ້ຈິງ ເພາະທຸກກິດ ຈະກໍາການທ່ອງທ່ຽວ ລ້ວນແຕ່ຕິດ ແທດກັບທໍາມະຊາດ ທີ່ບໍ່ສາມາດ ຕັດແຍກອອກຈາກກັນໄດ້ ໂດຍກິດ ຈະກໍາການທ່ອງທ່ຽວ ຈະເລີ່ມຕົ້ນ ຈາກການເຂົ້າເບິ່ງພິພິຕະພັນສັດ ນານາຊະນິດ, ກິດຈະກໍາ ຂີ່ລົດເບິ່ງ ນໍ້າຕົກຕາດ ເຊິ່ງຈະເລີ່ມຂີ່ລົດຈາກ ສູນຂໍ້ມູນຂ່າວສານ ປະມານ 5 ກິໂລ ຮ້ອຍ ແລ້ວຍ່າງຕໍ່ດ້ວຍຂົວອູຫລາຍ ເສັ້ນ ເຊິ່ງແຕ່ລະເສັ້ນຈະມີຄວາມສັ້ນ, ຄວາມຍາວທີ່ແຕກຕ່າງໆກັນ ເໝາະ ກັບຄົນທີ່ມັກຄວາມສູງ ເພື່ອເບິ່ງທິວ ທັດທໍາມະຊາດອັນແສນສວຍງາມ, ແຕ່ສໍາລັບທ່ານໃດທີ່ຢ້ານຄວາມສູງ ຈະບໍ່ແນະນໍາກິດຈະກໍານີ້ໃຫ້, ກິດ ຈະກໍາຕໍ່ມາແມ່ນກິດຈະກໍາການຂີ່່ ສະລິງ 11 ເສັ້ນ, 4 ເສັ້ນ, ຂຶ້ນຊົມ ທິວທັດພູສູງ, ຂີ່ລົດເອັດທີວີ, ຕາ ໜ່າງແມງມູມ, ຍ່າງປ່າຊົມດອກໄມ້ ແລະ ອື່ນໆ, ນອກນີ້ແລ້ວທາງເຮົາ ຍັງມີກິດຈະກໍາຊຸມຊົນຂອງໝູ່ບ້ານ ຊົນເຜົ່າ ຄືການຟ້ອນບັນດາເຜົ່າຂອງ ຊົນເຜົ່າກຶມມຸ ໃຫ້ນັກທ່ອງທ່ຽວໄດ້ ເຫັນເຖິງສິລະປະວັດທະນະທໍາ ແລະ ການດໍາລົງຊີວິດຂອງປະຊາຊົນ ເຊິ່ງຈຸດນີ້ເປັນການດຶງດູດນັກທ່ອງ ທ່ຽວໄດ້ຢ່າງຫລວງຫລາຍ. ທ້າວ ກົງໃຈ ເວົ້າເສີມວ່າ: ສໍາ ລັບສະຖານທີ່ທ່ອງທ່ຽວນໍ້າກັດຢໍ ລະປາ ເປັນອີກຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວຕ່າງປະເທດ. ສ່ວນນັກທ່ອງທ່ຽວພາຍໃນ ກໍມີແຕ່ ບໍ່ຫລາຍປານໃດ, ສ່ວນຫລາຍທີ່ ເຂົ້າມາພັກຈະເປັນຄົນຕ່າງປະເທດ ຫລາຍກ່ອນ ເນື່ອງຈາກວ່າ ສະຖານ ທີ່ພັກແຮມຂອງເຮົາອ້ອມຮອບໄປ ດ້ວຍພູຜາປ່າໄມ້ ແລະ ສາຍນໍ້າກັດ ໄຫລມາຢ່າງບໍ່ຂາດສາຍ ເຊິ່ງເຮັດ ໃຫ້ບັນດານັກທ່ອງທ່ຽວໄດ້ເພີດ ເພີນໄປກັບທໍາມະຊາດຢ່າງແທ້ຈິງ. ກິດຈະກິດບອກເລີຍວ່າທ່ານຈະໄດ້ ສໍາຜັດກັບຄວາມຕື່ນເຕັ້ນຢ່າງແນ່ ນອນ. ແນວໃດກໍດີ, ນອກຈາກກິດ ຈະກໍາທີ່ເວົ້າມານີ້ແລ້ວ ຈຸດດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຊົມ ອີກຈຸດໜຶ່ງຄື: ສະຖານທີ່ພັກຜ່ອນ ທີ່ສະຫງົບ, ສວຍງາມອ້ອມຮອບ ໄປດ້ວຍພູຜາປ່າໄມ້ທີ່ຂຽວສົດງົດ ງາມຕະການຕາ ພ້ອມທັງມີສາຍນໍ້າ ໄຫລຜ່ານ, ມີສັດນານາຊະນິດສົ່ງ ສຽງຮ້ອງບໍ່ຂາດສາຍ ອັນເຮັດໃຫ້ ສໍາຜັດເຖິງທໍາມະຊາດໄດ້ຢ່າງແທ້ ຈິງ, ເຊິ່ງເຮັດໃຫ້ຜູ້ທີ່ໄດ້ມາສຳຜັດ ບັນຍາກາດດັ່ງກ່າວມີຈິດໃຈເບີກ ບານມ່ວນຊື່ນລື່ນເລີງເໝືອນຖືກບໍາ ບັດດ້ວຍທໍາມະຊາດ. ທ້າວ ກົງໃຈ ມະນີສອນ ຜູ້ຈັດ ການໂຮງແຮມນໍ້າກັດຢໍລະປາ ໃຫ້ ຮູ້ວ່າ: ສະຖານທີ່ທ່ອງທ່ຽວນໍ້າກັດ ຢໍລະປາ ຕັ້ງຢູ່ບ້ານແຟນ ເມືອງໄຊ ແຂວງອຸດົມໄຊ ເປົ້າໝາຍຫລັກຈະ ເປັນທີ່ພັກແຮມ ມີ 59 ຫ້ອງພັກ, ລາ ແລ້ວກໍຍ່າງປ່າຕາມເສັ້ນທາງທີ່ໄດ້ ກໍານົດໄວ້ຢ່າງເປັນລະບຽບຮຽບ

RkJQdWJsaXNoZXIy MTc3MTYxMQ==