12/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ກົດໝາຍແຮງງານ 4 ສະບັບປັບປຸງໃໝ່ ຂອງອິນເດຍ ປີ 2025 ໂດຍ: ທ່ານ ໂຍເກສວ່າ ຊັງວານ ເອກອັກຄະລັດຖະທູດອິນເດຍ ປະຈຳ ລາວ *ພາຍໃຕ້ລັດຖະທຳມະນູນຂອງອິນເດຍ ແຮງງານເປັນເລື່ອງທີ່ຢູ່ໃນບັນຊີອຳນາດຮ່ວມກັນ. ດັ່ງນັ້ນ, ລັດຖະບານກາງ ແລະ ລັດມີອຳນາດໃນການສ້າງກົດໝາຍພາຍໃຕ້ເງື່ອນໄຂບາງຢ່າງທີ່ສະຫງວນໄວ້ໂດຍລັດຖະບານກາງ ຊຶ່ງຈຸດປະສົງຂອງກະຊວງ ແຮງງານ ແລະ ການຈ້າງງານຂອງອິນເດຍ ເພື່ອການສະໜອງເງື່ອນໄຂການເຮັດວຽກທີ່ເໝາະສົມ ແລະ ປັບປຸງຄຸນນະພາບ ຊີວິດຂອງຜູ້ໃຊ້ແຮງງານ ພ້ອມກັບການເພີ່ມໂອກາດສຳລັບການຈ້າງງານແບບຍືນຍົງ. ການປະຕິຮູບກົດໝາຍແຮງງານແມ່ນຂະບວນການທີ່ດຳເນີນຢູ່ຢ່າງຕໍ່ເນື່ອງ, ແລະ ດັ່ງນັ້ນ, ລັດຖະບານກາງ ແລະ ລັດ ຈຶ່ງ ພະຍາຍາມຢ່າງຕໍ່ເນື່ອງເພື່ອປັບປຸງລະບົບກົດໝາຍເພື່ອຕອບສະໜອງຄວາມຕ້ອງການທີ່ເລັ່ງດ່ວນຕາມສະພາບເສດຖະກິດ ແລະ ອຸດສາຫະກຳທີ່ພວມປ່ຽນແປງໄປຂອງປະເທດ. ມາຮອດເດືອນພະຈິກ ປີ2025, ມີກົດໝາຍແຮງງານທັງໝົດ 29 ສະບັບ. ຄວາມຕ້ອງການທີ່ຈະປັບປຸງປະມວນກົດໝາຍ ແຮງງານສະບັບໃໝ່ເກີດຂຶ້ນຍ້ອນວ່າ, ກົດໝາຍຈຳນວນຫລວງຫລາຍໄດ້ສ້າງຄວາມຫຍຸ້ງຍາກໃນການປະຕິບັດຕາມ, ອຳນາດ ຂອງກົດໝາຍແຮງງານແຕ່ລະສະບັບສ້າງຄວາມສັບສົນ ແລະ ຄວາມຫຍຸ້ງຍາກໃນການບັງຄັບໃຊ້. ກົດໝາຍແຮງງານສ່ວນໃຫຍ່ ແມ່ນໄດ້ປະກາດໃຊ້ກ່ອນຍຸກເອກະລາດ. ດັ່ງນັ້ນ, ມັນຈຳເປັນຕ້ອງໄດ້ປັບກົດໝາຍເຫລົ່ານີ້ໃຫ້ເຂົ້າກັບສະພາບການເສດຖະກິດໃນ ປັດຈຸບັນ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງທຸລະກິດ/ວິສາຫະກິດ ແລະ ເພີ່ມໂອກາດການຈ້າງງານ, ພ້ອມທັງຮັບປະກັນ ແລະ ເສີມຂະຫຍາຍຄວາມປອດໄພ, ສຸຂະພາບ, ປະກັນສັງຄົມ ແລະ ຄວາມ ໝັ້ນຄົງດ້ານຄ່າແຮງງານສຳລັບຜູ້ອອກແຮງງານທຸກຄົນ. ຄະນະກຳມະການແຮງງານແຫ່ງຊາດຊຸດທີສອງ ໄດ້ແນະນຳວ່າກົດໝາຍແຮງງານທີ່ມີຢູ່ແລ້ວຄວນລວມເຂົ້າກັນເປັນສີ່ ຫລື ຫ້າລະຫັດໂດຍອີງໃສ່ໝວດໝູ່ໜ້າທີ່. ດັ່ງນັ້ນ, ກະຊວງແຮງງານ ແລະ ການຈ້າງງານອິນເດຍ ຈຶ່ງໄດ້ລິເລີ່ມ ຂະບວນການເພື່ອ ປັບປຸງ, ຫລຸດຜ່ອນການຊໍ້າຊ້ອນ, ແລະ ລວມບົດບັນຍັດຂອງກົດໝາຍແຮງງານຕ່າງໆ ເຂົ້າກັນເປັນສີ່ລະຫັດ. ຂະບວນການນີ້ ກ່ຽວຂ້ອງກັບກອງປະຊຸມສາມຝ່າຍລະຫວ່າງລັດຖະບານ, ນາຍຈ້າງ, ແລະ ຕົວແທນພາກອຸດສາຫະກຳ ແລະ ສະຫະພັນແຮງງານ ລະຫວ່າງປີ 2015 ແລະ 2019. ຕໍ່ມາ, ລັດຖະບານອິນເດຍ ໄດ້ປະກາດໃຊ້ກົດໝາຍແຮງງານ 4 ສະບັບ ໃນເດືອນພະຈິກ 2025 ຊຶ່ງປະກອບມີ ກົດໝາຍວ່າ ດ້ວຍຄ່າແຮງງານ 2019; ກົດໝາຍວ່າດ້ວຍປະກັນສັງຄົມ 2020; ກົດໝາຍວ່າດ້ວຍການພົວພັນດ້ານອຸດສາຫະກຳ 2020; ກົດໝາຍວ່າດ້ວຍຄວາມປອດໄພ, ສຸຂະພາບ ແລະ ເງື່ອນໄຂການເຮັດວຽກ 2020 ຊຶ່ງກົດໝາຍເຫລົ່ານີ້, ສອດຄ່ອງກັບແນວ ຄວາມຄິດຂອງ h"UNBOJSCIBS #IBSBUi (ອິນເດຍທີ່ເພິ່ງຕົນເອງ), ຈະຮັບປະກັນໃຫ້ຄ່າແຮງງານຂັ້ນຕໍ່າ ແລະ ຄວາມ ສະເໝີພາບດ້ານຄ່າແຮງງານສຳລັບຜູ້ອອກແຮງງານຍິງ, ໃຫ້ປະກັນສັງຄົມສຳລັບຜູ້ອອກແຮງງານ 400 ລ້ານຄົນ, ສະເໜີ ການກວດສຸຂະພາບປະຈຳປີໂດຍບໍ່ເສຍຄ່າສຳລັບຜູ້ອອກແຮງງານ, ແລະ ໃຫ້ການຄຸ້ມຄອງສຸຂະພາບ 100 ສຳລັບຜູ້ອອກ ແຮງງານໃນຂະແໜງການທີ່ມີຄວາມສ່ຽງສູງ. ຈຸດປະສົງຂອງກົດໝາຍວ່າດ້ວຍແຮງງານສະບັບໃໝ່ແມ່ນເພື່ອປັບກົດໝາຍແຮງງານໃຫ້ເຂົ້າກັບສະພາບການເສດຖະກິດ ໃນປັດຈຸບັນໂດຍການປັບປຸງລະບຽບການໃຫ້ເໝາະສົມກັບຮູບແບບການເຮັດວຽກ, ເຕັກໂນໂລຊີ, ແລະ ຄວາມເປັນຈິງທາງ ເສດຖະກິດທີ່ປ່ຽນແປງ. ເພື່ອເພີ່ມໂອກາດການຈ້າງງານໂດຍການປັບປຸງຂັ້ນຕອນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຕໍ່ການລົງທຶນ ແລະ ການເຕີບໂຕ. ມັນສົ່ງເສີມການນໍາໃຊ້ເຕັກໂນໂລຊີໃນການຄຸ້ມຄອງແຮງງານໂດຍການເຮັດໃຫ້ຂະບວນການ ລົງທະບຽນ, ການອອກໃບອະນຸຍາດ ແລະ ການກວດກາມີປະສິດທິພາບ ແລະ ໂປ່ງໃສຫລາຍຂຶ້ນ. ນອກຈາກນັ້ນ, ມັນຍັງສົ່ງເສີມ, ການປະສານສົມທົບ ແລະ ການປັບປຸງກົດລະບຽບໂດຍການລວມກົດໝາຍແຮງງານຫລາຍສະບັບເຂົ້າກັນເປັນກົດໝາຍທີ່ສົມບູນ ແບບ ແລະ ສອດຄ່ອງກັນ, ເຮັດໃຫ້ການບັງຄັບໃຊ້ງ່າຍຂຶ້ນ ແລະ ຫລຸດຜ່ອນພາລະດ້ານການບໍລິຫານ. ທ່ານ ນາເÂນດÂາ ©ມດິ ນາຍົກລັດຖະມົນຕີອິນເດຍ 'ko;k'ltcf'1krN og,n v']k; 7A 'mu I I 9t9a f0B o.o;a omu 1 2- 1 3 ma o;koU ຂປລ.ງານວາງສະແດງຢາພື້ນ ເມືອງຂອງສະມາຄົມອະນຸລັກຢາພື້ນ ເມືອງລາວ ຄັ້ງທີ ** ຈະໄດ້ຈັດຂຶ້ນຢ່າງ ເປັນທາງການໃນວັນທີ 12-13 ທັນວາ 2025 ທີ່ຈະມາເຖິງນີ້, ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງ ວຽງຈັນ ເພື່ອສະເຫລີມສະຫລອງວັນ ສຳຄັນຂອງພັກ, ຂອງຊາດ ໂດຍມີ ຜູ້ປະກອບການຜະລິດຕະພັນຢາພື້ນ ເມືອງລາວ ເຂົ້າຮ່ວມຫລາຍກວ່າ 30 ຫົວໜ່ວຍທຸລະກິດ. ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າ ສະຖາບັນການແພດ ແລະ ການຢາພື້ນ ເມືອງກະຊວງສາທາລະນະສຸກ, ທັງ ເປັນຮອງປະທານສະມາຄົມອະນຸລັກ ຢາພື້ນເມືອງລາວ ໄດ້ຖະແຫລງຂ່າວ ກ່ຽວກັບການຈັດງານວາງສະແດງ ດັ່ງກ່າວ, ຕໍ່ສື່ມວນຊົນໃນວັນທີ 9 ທັນວາ 2025 ນີ້ວ່າ: ສະຖາບັນການ ແພດ ແລະ ການຢາພື້ນເມືອງກະຊວງ ສາທາລະນະສຸກ ຮ່ວມກັບສະມາຄົມ ອະນຸລັກຢາພື້ນເມືອງລາວ ຈະຈັັດ ງານວາງສະແດງຢາພື້ນເມືອງຂອງ ສະມາຄົມອະນຸລັກຢາພື້ນເມືອງລາວ ຄັ້ງທີ ** ຢ່າງເປັນທາງການໃນລະ ຫວ່າງວັນທີ 12-13 ທັນວາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອ ສະເຫລີມສະຫລອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025); ຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ເພື່ອ ສະເຫລີມສະຫລອງວັນສ້າງຕັ້ງສະມາຄົມ ອະນຸລັກຢາພື້ນເມືອງລາວ ຄົບຮອບ 3 ປີ (13/12/ 2022-13/12/ 2025), ທັງເປັນການສົ່ງເສີມ ແລະ ເປີດໂອກາດ ໃຫ້ຜູ້ປະກອບການຜະລິດຕະພັນຢາພື້ນ ເມືອງ ກໍຄື ສະມາຊິກພາຍໃນສະມາຄົມອະນຸ ລັກຢາພື້ນເມືອງລາວ ໄດ້ນໍາຜະລິດຕະພັນ ຂອງຕົນເອງມາວາງສະແດງ ແລະ ຈຳໜ່າຍ ໃຫ້ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ໄດ້ນຳໃຊ້ຜະລິດຕະພັນຢາ ພື້ນເມືອງລາວຢ່າງທົ່ວເຖິງ. ພ້ອມນີ້, ຍັງ ເປັນການຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມາ ຊົມໃຊ້ຜະລິດຕະພັນຢາພື້ນເມືອງລາວທີ່ ຜະລິດໂດຍຄົນລາວ ທີ່ມີຄຸນນະພາບ, ໄດ້ ມາດຕະຖານ, ຜ່ານ ອຢ ແລະ ອື່ນໆ ຄວບ ຄູ່ກັບຢາຫລວງ. ງານວາງສະແດງໃນຄັ້ງນີ້, ຈະຊ່ວຍຂັບ ເຄື່ອນການໃຊ້ຢາພື້ນເມືອງລາວ ໃນການ ຮັກສາສົມທົບກັບຢາຫລວງ ແລະ ການ ແພດທາງເລືອກໃນສະຖານທີ່ບໍລິການຂັ້ນ ຕ່າງໆ, ສົ່ງເສີມຜູ້ຜະລິດ-ທ່າແຮງຈາກ ຊັບພະຍາກອນທີ່ເປັນຢາ, ຮັກສາພູມປັນຍາ ຂອງທ້ອງຖິ່ນ, ການສືບສານພັນທຸກຳ ພືດທີ່ເປັນຢາ ແລະ ອົງຄວາມຮູ້ດັ້ງເດີມ ຂອງຊາວລາວ, ທັງເປັນການຍົກລະດັບ ມາດຕະຖານການຜະລິດຢາພື້ນເມືອງລາວ ແລະ ພັດທະນາໃຫ້ສູງຂຶ້ນເປັນກ້າວໆ, ສ້າງ ຄວາມເຊື່ອໝັ້ນຕໍ່ຜູ້ບໍລິໂພກທາງດ້ານຄຸນນະ ພາບ, ປະສິດທິພາບ ແລະ ຄວາມປອດໄພ. ທ່ານ ບຸນເລື່ອນ ດວງເດືອນ ຍັງໃຫ້ ຮູ້ອີກວ່າ: ການຈັດງານວາງສະແດງຢາ ພື້ນເມືອງລາວ ຄັ້ງນີ້, ແມ່ນເຫດການທີ່ ສໍາຄັນຂອງວຽກງານການແພດ ແລະ ການຢາພື້ນເມືອງກະຊວງສາທາລະນະ ສຸກ ທີ່ສະທ້ອນເຫັນການເສີມຂະຫຍາຍ ແນວຄິດປະທານ ໄກສອນ ພົມວິຫານ ຕໍ່ ກັບວຽກງານການແພດ ແລະ ການຢາ ພື້ນເມືອງລາວ ໂດຍຕິດພັນເຖິງມໍລະດົກ ທາງວັດທະນະທຳ ແລະ ຄວາມຮັ່ງມີທາງ ທຳມະຊາດຂອງປະເທດລາວທີ່ຄວນຖືກອະ ນຸລັກ ແລະ ພັດທະນາໃຫ້ທັນສະໄໝ. ຂ່າວ: ທະນູທອງ; ພາບ: ຂັນໄຊ ນໍາສະເໜີປະຕິທິນ... ສະຫລຸບໂຄງການພັດທະນາ... ການຊ່ວຍເຫລືອດ້ານສະບຽງ... ຂປລ. ອົງການອາຫານໂລກ ແຫ່ງສະຫະປະຊາຊາດ (8'1) ແລະ ລັດຖະບານຍີ່ປຸ່ນ ໄດ້ມີການ ລົງນາມໃນຂໍ້ຕົກລົງໃໝ່ ພາຍໃຕ້ ໂຄງການຊ່ວຍເຫລືອດ້ານສະບຽງ ອາຫານ ຫລື ,325 ຂອງຍີ່ປຸ່ນ ໂດຍທີ່ລັດຖະບານຍີ່ປຸ່ນ ຈະສະໜອງ ການຊ່ວຍເຫລືອດ້ານສະບຽງອາ ຫານສຸກເສີນໃຫ້ແກ່ຊຸມຊົນທີ່ດ້ອຍ ໂອກາດໃນ ສປປ ລາວ ຊຶ່ງມູນຄ່າ ການຊ່ວຍເຫລືອຄັ້ງນີ້ແມ່ນ 200 ລ້ານເຢນ ຫລື ປະມານ 1,3 ລ້ານ ໂດລາສະຫະລັດ, ການປະກອບ ສ່ວນຂອງຍີ່ປຸ່ນແມ່ນມີຄວາມ ສຳ ຄັນຢ່າງຍິ່ງ ໂດຍສະເພາະ ຊຸມຊົນທີ່ຖືກຜົນກະທົບທີ່ກຳລັງຟື້ນ ຟູ ຈາກພາຍຸເຂດຮ້ອນທີ່ເກີດຂຶ້ນບໍ່ ດົນມານີ້ ໃນຂະນະທີ່ກຳລັງຮັບມື ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ພົນຈັດຕະວາ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມ ໃຫຍ່ສັນຕິບານ ກະຊວງ ປກສ ໄດ້ ຂຶ້ນຜ່ານບົດສະຫລຸບການຈັດຕັ້ງ ປະຕິບັດໂຄງການພັດທະນາລະບົບ ລົງທະບຽນຜູ້ພັກເຊົາ ໃນໄລຍະຜ່ານ ມາ ແລະ ວາງທິດທາງແຜນການໃນ ຕໍ່ໜ້າ. ພ້ອມທັງສະຫລຸບຖອດຖອນ ບົດຮຽນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອລາຍງານສະເໜີຂັ້ນ ເທິງປັບປຸງ, ແກ້ໄຂ ແລະ ມີທິດ ຊີ້ນຳໃນການຈັດຕັ້ງປະຕິບັດ. ທັງ ນີ້, ກໍເພື່ອຮັບປະກັນໃຫ້ການຈັດຕັ້ງ ປະຕິບັດໂຄງການພັດທະນາລະບົບ ລົງທະບຽນພັກເຊົາຊົ່ວຄາວຂອງ ບຸກຄົນພາຍໃນ ແລະ ຕ່າງປະເທດ ຕາມສະຖານທີ່ພັກແຮມໃນທົ່ວປະ ເທດໃຫ້ມີຄວາມຮັບປະກັນທາງ ດ້ານວຽກງານວິຊາສະເພາະ, ມີຜົນ ສໍາເລັດຕາມແຜນການ, ມີປະສິດທິ ພາບ ແລະ ປະສິດທິຜົນສູງ. ທ່ານ ພົນຈັດຕະວາ ສາຍສະ ໝິງ ສີວິໄລ ຍັງໃຫ້ຮູ້ອີກວ່າ: ເພື່ອ ຮັບປະກັນ ເຮັດໃຫ້ການຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ, ເປັນ ຮູບປະທຳໄດ້ສົມທົບກັບຄະນະຊີ້ ນໍາລວມພາກສ່ວນທີ່ກ່ຽວຂ້ອງ ແລະ ສະຖານທີ່ພັກແຮມ ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອຄົ້ນ ຫົວໜ້າອົງການອອກຟາມ ປະຈຳ ລາວ, ທັງເປັນປະທານຄະນະຊີ້ນຳ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ, ຄວ້າຂຶ້ນແຜນການໃນການຈັດຕັ້ງ ປະຕິບັດໂຄງການໃນຂອບເຂດທົ່ວ ປະເທດ, ເຂົ້າຮ່ວມຕິດຕາມການ ລົງເຮັດບົດບັນທຶກສັນຍາໃນການ ຕິດຕັ້ງລະບົບຢູ່ຕາມສະຖານທີ່ພັກ ແຮມ, ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສັງລວມຂໍ້ມູນສະຖິຕິແຂກເຂົ້າ ພັກເຊົາຢູ່ໃນລະບົບ, ພ້ອມສະຫລຸບ ລາຍງານໃຫ້ໜ່ວຍງານທີ່ກ່ຽວຂ້ອງ ໃນການຕິດຕາມການລົງທະບຽນຜູ້ ພັກເຊົາຂອງສະຖານທີ່ພັກແຮມໃນ ແຕ່ລະວັນ. ຂ່າວ: ບຸນພະຈັນ ກັບລາຄາອາຫານທີ່ສູງ ແລະ ຄວາມສ່ຽງອື່ນໆ ທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ. ການສະໜັບສະໜູນນີ້, ອົງການອາຫານໂລກຈະ ຈັດຊື້ປÐ ອງປາ ແລະ ເຂົ້າສານ ເພື່ອແຈກຢາຍໃຫ້ແກ່ ຄອບຄົວທີ່ໄດ້ຮັບຜົນກະທົບພາຍຫລັງເກີດໄພພິບັດ ຕ່າງໆເຊັ່ນ: ນໍ້າຖ້ວມ, ດິນເຈື່ອນ, ພ້ອມທັງໄລຍະທີ່ ອາຫານຂາດແຄນໃນລະດູແລ້ງ. ດ້ວຍການຮ່ວມມືກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງເປັນ ຜູ້ນຳໃນວຽກງານການຄຸ້ມຄອງໄພພິບັດ ແລະ ການ ປົກປ້ອງສັງຄົມ, ໃນສ່ວນຂອງອົງການອາຫານໂລກ ແມ່ນຈະຊ່ວຍຮັບປະກັນວ່າການຊ່ວຍເຫລືອດັ່ງກ່າວ ນັ້ນ ຈະໄປເຖິງປະຊາຊົນທີ່ໄດ້ຮັບຜົນກະທົບໂດຍກົງ ຢ່າງທັນການ ແລະ ມີປະສິດທິຜົນ. ການຊ່ວຍເຫລືອ ດ້ານສະບຽງອາຫານຄາດວ່າຈະເປັນປະໂຫຍດແກ່ ປະຊາຊົນປະມານ 3 .500 ຄົນ. ໃນນັ້ນ, ແມ່ຍິງ 1 . 65 ຄົນ, ເປັນໄລຍະເວລາໜຶ່ງເດືອນ. ທ່ານ ທ່ານ ຊຶໂຕມຸ ໂຄອິຊູມິ ເອກອັກຄະຣາຊະ ທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໃນໄລຍະ ຫລາຍປີທີ່ຜ່ານມາ, ການປ່ຽນແປງສະພາບອາກາດ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ປັດໄຈ ອື່ນໆທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງດ້ານສະບຽງ ອາຫານ, ຍີ່ປຸ່ນໄດ້ສືບຕໍ່ການຊ່ວຍເຫລືອດ້ານອາຫານ ສຳລັບ ສປປ ລາວ. ໃນປີຜ່ານມາ ແລະ ປີນີ້, ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸເຂດຮ້ອນ ແລະ ພາຍຸໄຕ້ຝຸ່ນ ເຮັດໃຫ້ເກີດໄພນໍ້າຖ້ວມ, ເຖິງວ່າການຊ່ວຍເຫລືອດ້ານ ອາຫານນີ້ ເປັນພຽງມາດຕະການຊົ່ວຄາວເທົ່ານັ້ນ, ພວກເຮົາຫວັງວ່າຈະຊ່ວຍຫລຸດຜ່ອນຄວາມຫຍຸ້ງຍາກ ສະເພາະໜ້າຂອງຜູ້ທີ່ຕ້ອງການຊ່ວຍເຫລືອໃນ ສປປ ລາວ ແລະ ຊ່ວຍໃຫ້ພວກເຂົາສາມາດແກ້ໄຂບັນຫາ ທ້າທາຍຕ່າງໆໃນອະນາຄົດໄດ້ດ້ວຍຕົນເອງ. ທ່ານ ມາກອານເດຣ ໂປສ ຜູ້ອຳນວຍການອົງການ ອາຫານໂລກ ປະຈຳລາວ ກໍໄດ້ກ່າວວ່າ: ການຊ່ວຍ ເຫລືອດ້ານສະບຽງອາຫານຂອງຍີ່ປຸ່ນ ເປັນປະໂຫຍດ ແກ່ຊຸມຊົນຊົນນະບົດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໃນເວລາທີ່ ຫຍຸ້ງຍາກ. ຊຸມຊົນຊົນນະບົດຫລາຍ ແຫ່ງໃນ ສປປ ລາວ ພະຍາຍາມ ຕໍ່ສູ້ເພື່ອຮັບມື ແລະ ຟື້ນຕົວຈາກຜົນ ກະທົບເຊັ່ນ: ນໍ້າຖ້ວມ, ການສູນ ເສຍຜົນລະປູກ ຫລື ລາຄາອາຫານ ທີ່ຜັນຜວນສູງ. ການຊ່ວຍເຫລືອ ດ້ານສະບຽງອາຫານສຸກເສີນຂອງ ຍີ່ປຸ່ນ ເປັນການເສີມສ້າງຄວາມ ອາດສາມາດໃນການຮັບມືກັບເຫດ ການສຸກເສີນຂອງປະເທດ ແລະ ຊ່ວຍຮັບປະກັນວ່າຄອບຄົວທີ່ດ້ອຍ ໂອກາດຈະໄດ້ຮັບການຊ່ວຍເຫລືອ ຢ່າງວ່ອງໄວໃນເວລາເກີດວິກິດ. ຂ່າວ: ອົງການອາຫານໂລກ ທ່ານ ສົມເດດ ແກ້ວວົງສັກ ຫົວໜ້າຄະນະ ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລ ແຫ່ງຊາດ, ມີຄູ່ຮ່ວມງານ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ປະທານກອງປະຊຸມໄດ້ ຍົກໃຫ້ເຫັນເນື້ອໃນ, ຄວາມໝາຍສຳຄັນ ແລະ ຜົນສຳເລັດໃນການພັດທະນາ, ການ ຜະລິດ ແລະ ນຳໃຊ້ປະຕິທິນກົດໝາຍໃນ ໄລຍະຜ່ານມາ ຊຶ່ງປະຕິທິນກົດໝາຍດັ່່່ງ ກ່າວ, ໄດ້ປະກອບຮູບພາບ, ເນື້ອໃນການ ຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ ທີ່ ກ່ຽວຂ້ອງ ແລະ ເນື້ອໃນບາງກົດໝາຍກ່ຽວກັບ ທີດິນ, ການອອກໃບຕາດິນ ແລະ ອື່ນໆ. ປະຕິທິນກົດໝາຍນອກຈາກຈະເຮັດໃຫ້ ປະຊາຊົນຮູ້ວັນທີ, ເດືອນປີແລ້ວຍັງເພີ່ມ ຄວາມຮູ້ທາງດ້ານກົດໝາຍກ່ຽວກັບທີ່ດິນ ເປັນຕົ້ນຮູ້ຈັກວິທີການ, ຂັ້ນຕອນຕ່າງໆກ່ຽວ ກັບການຂຶ້ນທະບຽນ, ການອອກໃບຕາດິນ ແລະ ອື່ນໆ. ການນຳສະເໜີປະຕິທິນດັ່ງກ່າວ, ເປັນ ການຂະຫຍາຍ ແລະ ເປີດກວ້າງໃນການ ສ້າງເຄືອຂ່າຍທັງພາກອົງການຈັດຕັ້ງທາງ ສັງຄົມ, ຂະແໜງການລັດ ແລະ ພາກສ່ວນ ອື່ນໆທີ່ສົນໃຈຕໍ່ກັບວຽກງານປະຕິທິນກົດໝາຍ ໃນຂົງເຂດວຽກງານການຄຸ້ມຄອງເລື່ອງ ທີ່ດິນ ແລະ ຊັບພະຍາກອນທຳມະຊາດ, ການ ມີສ່ວນຮ່ວມຂອງຊຸມຊົນ-ແມ່ຍິງ ແລະ ກຸ່ມ ຄົນອື່ນໆ ເພື່ອການພັດທະນາຜະລິດຕະພັນ ປະຕິທິນກົດໝາຍໃຫ້ດີຂຶ້ນໃນອະນາຄົດ. ໃນພິທີໄດ້ນໍາສະເໜີຜົນໄດ້ຮັບໃນການ ສ້າງ ແລະ ນໍາໃຊ້ປະຕິທິນກົດໝາຍເຂົ້າໃນ ວຽກງານຂອງບັນດາອົງກອນສະມາຊິກໃນ ຫລາຍປີຜ່ານມາເຊັ່ນ: ຜົນປະໂຫຍດທາງກົງ ແລະ ທາງອ້ອມ, ຫລັງຈາກທີ່ໄດ້ເຂົ້າເຖິງ ແລະ ຮຽນຮູ້ບັນດາຂໍ້ມູນຂ່າວສານຈາກປະຕິທິນ ຜ່ານການຮັບຟັງຄໍາຄິດເຫັນຈາກຜູ້ຊົມໃຊ້ຕົວ ຈິງ (ທັງລະດັບອົງກອນ ແລະ ຕາງໜ້າຈາກ ຊຸມຊົນ) ແລະ ຄູ່ຮ່ວມງານພາກລັດ, ລວມ ທັງສະຖາບັນການສຶກສາທັງສູນກາງ ແລະ ທ້ອງຖິ່ນ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==