12/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີ ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ຂປລ. ເພື່ອເປັນການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດໃນ ການຕ້ານໄຟປ່າ ແລະ ການປ່ຽນ ແປງຂອງດິນຟ້າອາກາດ. ເມື່ອບໍ່ ດົນມານີ້, ກົມປ່າໄມ່ ຮ່ວມກັບ ອົງ ການຮ່ວມມືປ່າໄມ້ອາຊີ-ສ ເກົາຫລີ ("'PC0) ໄດ້ຈັດກອງປະຊຸມ ສຳມະນາ ກ່ຽວກັບໄຟປ່າ ຂອງປະ ເທດລຸ່ມແມ່ນໍ້າຂອງ ພາຍໃຕ້ຫົວຂໍໍ້ hການຝຶກອົບຮົມເພື່ອສ້າງໃຫ້ເປັນ ຄູຝຶກ ກ່ຽວກັບການຄຸ້ມຄອງໄຟປ່າ ແລະ ການດັບມອດໄຟປ່າ ຢູ່ໃນພາກ ພື້ນອາຊີຕາເວັນອອກສຽງໃຕ້i ຂຶ້ນທີ່ ແຂວງຈໍາປາສັກ ໂດຍການ ເປັນປະທານຮ່ວມຂອງ ທ່ານ ອໍລະ ຫັນ ບຸນຍະພາລົມ ຮອງຫົວໜ້າກົມ ປ່າໄມ້ແລະທ່ານໄຊຍະສິດວິລະພັດ le,tokdj P;da [w2xj k 0v'xtgmf]5j ,c,j oE0v' 7A 'mu 3 ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຈຳປາສັກ. ມີຜູ້ຕາງໜ້າຈາກຫ້ອງການປະຈໍາ ພາກພື້ນລຸ່ມແມ່ນໍໍ້າຂອງ, ໂຄງການ ສ້າງຄວາມເຂັໍ້ມແຂງໃນການເສີມ ຂະຫຍາຍການປັບຕົວຕໍ່ໄຟປ່າ, ການ ປັບປຸງຊີວິການເປັນຢູ່ຂອງຊຸມຊົນ ທ້ອງຖິ່ນ ແລະ ການເຊື່ອມໂຍງ, ບັນ ດາຄູຝຶກຈາກອົງການຮ່ວມມືປ່າໄມ້ ອາຊີ-ສ ເກົາຫລີ ພ້ອມດ້ວຍຜູ້ຕາງ ໜ້າຈາກປະເທດລຸ່ມແມ່ນໍ້າຂອງ ເຂົ້າຮ່ວມ. ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບນະ ໂຍບາຍ ແລະ ການຮ່ວມມືໃນພາກ ພື້ນ ດ້ານການຄຸ້ມຄອງໄຟປ່າ. ພ້ອມ ທັງເປັນການແລກປ່ຽນບົດຮຽນທີ່ ສໍາຄັນດ້ານທິດສະດີ ແລະ ພາກປະ ຕິບັດຕົວຈິງຢູ່ສະໜາມ, ລວມທັງ ເປັນການປຶກສາຫາລື ເພືີ່ອແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂອງບັນດາປະເທດ ລຸ່ມແມ່ນໍ້າຂອງ CL.7. ກອງປະຊຸມໃນຄັ້ງນີ້ ຈະ ເປັນນິມິດໝາຍອັນສໍາຄັນ ເພືີ່ອການ ທົບທວນ ແລະ ປັບປຸງດ້ານນະໂຍ ບາຍ ໃນການຄຸ້ມຄອງໄຟປ່າ ແລະ ເສີມສ້າງຄວາມຍືດຢຸນ (ຄວາມທົນ ທານ) ຕໍ່ກັບການປ່ຽນແປງດິນຟ້າ ອາກາດ ໃຫ້ກັບບັນດາປະເທດ ລຸ່ມ ແມ່ນໍ້າຂອງ CL.7 ຕື່ມອີກ. ແນວໃດກໍດີ, ດັ່ງທີ່ຮູ້ນຳກັນ ແລ້ວ ປັດຈຸບັນແມ່ນໄດ້ກ້າວສູ່ຍາມ ແລ້ງແລ້ວ ເຊິ່ງມີຄວາມຈຳເປັນທີ່ ພວກເຮົາທຸກຊັ້ນຄົນຕ້ອງໄດ້ເພີ່ມ ທະວີຄວາມເອົາໃຈໃສ່ບັນຫາໄຟ ໄໝ້ປ່າ ໂດຍສະເພາະການທຳການ ຜະລິດ, ການທຳມາຫາກິນຢູ່ໃນປ່າ ຄວນມີສະຕິຕໍ່ບັນຫາດັ່ງກ່າວ. ໃນ ນັ້ນ, ສະເພາະການທຳການຜະລິດ ທີ່ໃກ້ປ່າໄມ້ ຕ້ອງຕັດແລວໄຟໃຫ້ມີ ຄວາມປອດໄພ ຈຶ່ງທຳການຈູດ. ສ່ວນການເຂົ້າຫາຢູ່ຫາກິນໃນປ່າ ເວລາແຕ່ງຢູ່ຄົວກິນໄສ້ລັດ ຕ້ອງ ດັບມອດໄຟເສຍກ່ອນຈຶ່ງ ຈາກໄປ ທັງນີ້ ເພື່ອຫລີກເວັ້ນບັນຫາໄຟໄໝ້ ລາມປ່າ ດັ່ງທີ່ພວກເຮົາເຫັນໃນທຸກ ປີຜ່ານມາ ໄດ້ເກີດມີໄຟໄໝ້ປ່າຢູ່ປະ ເທດລາວເຮົາເປັນວົງກວ້າງ. ຂປລ. ປະທານ ໄກສອນ ພົມວິ ຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເທົ່ານັ້ນ ທ່ານຍັງເປັນບຸກຄົນຜູ້ໂດດ ເດັ່ນຂອງຂະບວນການປະຕິວັດອິນ ດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງ ໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ຊີວິດ ແລະ ພາລະກິດ ການປະຕິວັດຂອງທ່ານໄດ້ຜູກພັນ ກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດ ລາວ, ການສ້າງແນວທາງຄວາມ ສາມັກຄີເປັນປຶກແຜ່ນຂອງປວງ ຊົນທັງຊາດ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດ ທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ. ໃນປີ 1935, ເມື່ອທ່ານເດີນ ທາງໄປສຶກສາທີ່ໂຮງຮຽນເບືອຍ ຢູ່ ຮ່າໂນ້ຍ (ປັດຈຸບັນຄື ໂຮງຮຽນມັດ ທະຍົມຕອນປາຍ ຈູ ວັນ ອານ, ທ່ານ ປະທານ ໄກສອນ ພົມວິຫານ ໄດ້ມີ ໂອກາດສຶກສາແນວຄິດມາກ-ເລນິນ ລວມທັງຮັບຮູ້ເຖິງຂະບວນການຕໍ່ ສູ້ເພື່ອປົດປ່ອຍຊາດທີ່ກຳລັງຂະ ຫຍາຍຕົວໃນອິນດູຈີນ. ນັບແຕ່ນັ້ນ, ທ່ານໄດ້ຕິດແໜ້ນກັບສາຍພົວພັນ ພິເສດລະຫວ່າງ ລາວ-ຫວຽດນາມ, ເຊິ່ງຕໍ່ມາທ່ານໄດ້ຢໍ້າວ່າເປັນ hອາ ວຸດທາງການເມືອງ ແລະ ມະນຸດສະ ທຳi ທີ່ນຳພາການປະຕິວັດລາວ ໄປສູ່ຄວາມສຳເລັດ. ໄລຍະປີ1940-1945, ພາຍໃຕ້ ອິດທິພົນຂອງການປະຕິວັດເດືອນ ສິງຫາໃນຫວຽດນາມແລະຂະບວນ ການປົດປ່ອຍຊາດໃນພາກພື້ນທີ່ ກຳລັງເຕີບໃຫຍ່, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມເຄື່ອນໄຫວລັບ ແລະຈັດຕັ້ງກອງກຳລັງປະກອບອາ ວຸດຢູ່ລາວ. ດ້ວຍວິໄສທັດຍຸດທະ xtmko wdlvo rq ,;y sko z6h ;k'Ikd4kolkprq ;ra o ,y f8trk[ c]t 7;k,lk,a d7u ry glf ]k;{s;Pfok, (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025) ສາດ, ທ່ານໄດ້ເຫັນວ່າການປະຕິວັດ ລາວຕ້ອງກ້າວໄປຄຽງຄູ່ກັບການ ປະຕິວັດຂອງຫວຽດນາມ ແລະ ຂະ ບວນການປະຕິວັດອິນດູຈີນ ລວມ ທັງຕ້ອງອາໄສພະລັງຄວາມສາ ມັກຄີເປັນເອກະພາບພາຍໃນຊາດ ແລະ ພະລັງສາກົນຂອງຊົນຊັ້ນກຳ ມະກອນ. ຕະຫລອດເສັ້ນທາງການປະຕິ ວັດຂອງທ່ານ, ໂດຍສະເພາະໃນ ໄລຍະປີເດືອນແຫ່ງການຕໍ່ສູ້ຮ່ວມ ກັບຫວຽດນາມ ເພື່ອຂັບໄລ່ສັດຕູ ຮ່ວມ ແລະ ປົດປ່ອຍຊາດ, ປະທານ ໄກສອນ ພົມວິຫານ ໄດ້ມີຄວາມ ເຄົາລົບຮັກເປັນພິເສດ, ຄວາມເຄົາ ລົບ ແລະ ຄວາມເຊື່ອໝັ້ນຢ່າງຍິ່ງ ຕໍ່ ປະທານ ໂຮ່ຈີ່ມິງ ແລະ ສະຫາຍ ຫວຽດນາມ. ຄວາມຜູກພັນທີ່ແໜ້ນ ແຟ້ນນີ້ໄດ້ກາຍເປັນໜຶ່ງໃນຮາກ ຖານທີ່ແຂງແກ່ນໃຫ້ສອງພັກ ແລະ ປະຊາຊົນທັງສອງປະເທດຢືນຢັດ ຄຽງຂ້າງກັນຕະຫລອດໄລຍະປະ ຫວັດສາດຂອງສອງຊາດ. ປັດຈຸບັນຍັງມີສະຖານທີ່ສຳ ຄັນຫລາຍແຫ່ງໃນຫວຽດນາມ ທີ່ ສະທ້ອນຮ່ອງຮອຍຕິດພັນກັບການ ປະຕິວັດຂອງປະທານ ໄກສອນ ພົມວິຫານເຊັ່ນ: ເຂດອະນຸສອນບ້ານ ລາວໂຄ້, ແຂວງເຊີນລາ ເຊິ່ງເປັນສະ ຖານທີ່ຈັດຕັ້ງກອງກຳລັງhກອງນຳ ໜ້າລາວເໜືອi ເມື່ອປີ 194 ໂດຍ ມີທ່ານປະທານ ໄກສອນ ພົມວິຫານ ເປັນຫົວໜ້າກອງກຳລັງ; ເຂດອະນຸ ສອນການປະຕິວັດລາວ, ບ້ານລອງ ງອຍ-ດ່າບ້ານ, ແຂວງຕວຽນກວາງ, ສະຖານທີ່ຈັດກອງປະຊຸມໃຫຍ່ແນວ ລາວອິດສະຫລະ ແລະ ສ້າງຕັ້ງລັດ ຖະບານລາວຊົ່ວຄາວ ທີ່ໄດ້ເລືອກ ຕັ້ງທ່ານ ໄກສອນ ພົມວິຫານ ດຳລົງ ຕຳແໜ່ງ ລັດຖະມົນຕີກະຊວງປ້ອງ ກັນປະເທດ ຂອງລາວ. ສະຖານທີ່ດັ່ງກ່າວ ບໍ່ພຽງແຕ່ ປະທັບຮອຍເຫດການປະຫວັດສາດ ສຳຄັນຂອງການຕໍ່ສູ້ປົດປ່ອຍຊາດ ເທົ່ານັ້ນ ຍັງເປັນສະຖານທີ່ ທີ່ປະ ທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກໄດ້ວາງ ຮາກຖານແຫ່ງຄວາມຜູກພັນ ແລະ ພັນທະມິດການຕໍ່ສູ້ລະຫວ່າງ ລາວ- ຫວຽດນາມ. ສາຍພົວພັນດັ່ງກ່າວ ໄດ້ກາຍເປັນແບບຢ່າງອັນງົດງາມ ແລະ ຫາຍາກໃນໂລກ, ເປັນຊັບສົມ ບັດອັນລ້ຳຄ່າຮ່ວມກັນຂອງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ, ເປັນກົດເກນຂອງການຄົງ ຕົວ ແລະ ການພັດທະນາ, ເປັນໜຶ່ງ ໃນປັດໄຈຮັບປະກັນໄຊຊະນະຂອງ ພາລະກິດປະຕິວັດຂອງແຕ່ລະຊາດ ແລະ ເປັນພະລັງຍິ່ງໃຫຍ່ທີ່ມີຄວາມ ໝາຍຕໍ່ຄວາມເປັນຢູ່ຂອງການສ້າງ ສາ ແລະ ປົກປ້ອງປະເທດຊາດຂອງ ທັງສອງປະເທດ. ເຖິງແມ່ນຕ້ອງ ຜະເຊີນໜ້າກັບອຸປະສັກ ແລະ ການ ຕໍ່ຕ້ານຈາກກຸ່ມປໍລະປັກທີ່ບໍ່ຫວັງດີ ແຕ່ສາຍພົວພັນດັ່ງກ່າວກໍຍັງຄົງໄດ້ ຮັບການເສີມສ້າງໃຫ້ໝັ້ນຄົງຍິ່ງຂຶ້ນ ຕາມການເວລາ. ຕະຫລອດໄລຍະການນຳພາການ ປະຕິວັດລາວ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນຢ່າງ ຍິ່ງຕໍ່ຄວາມຜູກພັນລະຫວ່າງການ ປະຕິວັດລາວ ແລະ ຫວຽດນາມ. ໃນບັນດາປຶ້ມ ແລະ ສູນທອນພົດ ຂອງທ່ານ ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງນະໂຍບາຍອັນສະເໝີຕົ້ນສະເໝີ ປາຍຂອງພັກ, ລັດ ແລະ ປະຊາຊົນ ລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ວ່າ: hບໍ່ວ່າໃນສະຖາ ນະການໃດຫລືບ່ອນໃດ, ສອງຊາດ ອ້າຍນ້ອງ ລາວ-ຫວຽດນາມ ຂອງ ພວກເຮົາຈະຢູ່ຄຽງບ່າຄຽງໄຫລ່, ດຳເນີນການປະຕິວັດຮ່ວມກັນ. ຄວາມສຳເລັດຂອງການປະຕິວັດ ຫວຽດນາມ ຄືໄຊຊະນະຮ່ວມຂອງ ພວກເຮົາi ແລະ hມິດຕະພາບ ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນລະ ຫວ່າງ ລາວ-ຫວຽດນາມ ເປັນ ເໝືອນອັນຍະມະນີອັນລ້ຳຄ່າ, ເປັນ ມູນມໍລະດົກທີ່ລໍ້າຄ່າi. ເປັນສາຍ ພົວພັນທີ່ຫລໍ່ຫລອມດ້ວຍນໍ້າໃຈ ຂອງການແບ່ງປັນ, ເຖິງແມ່ນພຽງ ເມັດເຂົ້າ ຫລື ຜັກໃບດຽວ, ການ ຮ່ວມທຸກ ແລະ ຮ່ວມກັນຕໍ່ສູ້ຈົນໄດ້ ຮັບໄຊຊະນະ. ທ່ານຍັງຢືນຢັນວ່າ: hໃນປະຫວັດສາດປະຕິວັດຂອງ ໂລກ, ມີຕົວຢ່າງຫລາຍຢ່າງກ່ຽວ ກັບຄວາມເປັນສາກົນຂອງຊົນຊັ້ນ ກຳມະກອນ, ແຕ່ຍັງບໍ່ເຄີຍມີສາຍ ພົວພັນໃດທີ່ຍືນຍາວ ແລະ ແໜ້ນ ແຟ້ນຄືສາຍພົວພັນ ລາວ-ຫວຽດ ນາມ. ສາຍພົວພັນນີ້ໄດ້ກາຍເປັນ ແບບຢ່າງທີ່ພິເສດ, ຊື່ສັດ, ບໍລິສຸດ ແລະ ໝັ້ນຄົງຍິ່ງຂຶ້ນເລື້ອຍໆ. ພວກ ເຮົາຂໍໃຫ້ຄຳໝັ້ນສັນຍາທີ່ຈະທະນຸ ບຳລຸງມິດຕະພາບ ລາວ-ຫວຽດ ນາມ ໃຫ້ຂຽວສົດງົດງາມ ແລະ ຍືນ ຍົງຕະຫລອດໄປi. ພາຍຫລັງການປະຕິວັດໄດ້ໄຊ ຊະນະຢ່າງສົມບູນລາວແລະຫວຽດ ນາມ ໃນປີ 1975, ທັງສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະສ້າງສາປະ ເທດ, ປົກປ້ອງປະເທດຊາດ, ປະຕິ ຮູບ ແລະ ເຊື່ອມໂຍງເຂົ້າກັບສາກົນ. ສາຍພົວພັນ ລາວ-ຫວຽດນາມ ຈຶ່ງ ກ້າວສູ່ຂັ້ນຕອນໃໝ່ທີ່ມີຄວາມກ້າວ ໜ້າຢ່າງແທ້ຈິງ ແລະ ຮອບດ້ານ ຫລາຍຍິ່ງຂຶ້ນ. ທັງສອງປະເທດ ໄດ້ລົງນາມ ແລະ ຈັດຕັ້ງປະຕິບັດ hສົນທິສັນຍາມິດຕະພາບແລະການ ຮ່ວມມື ລາວ-ຫວຽດນາມi (1 ກໍລະກົດ 1977), ຕະຫລອດເຖິງ ຂໍ້ຕົກລົງສຳຄັນອີກຫລາຍສະບັບ ໃນດ້ານການເມືອງ, ການຕ່າງປະ ເທດ, ປ້ອງກັນຄວາມສະຫງົບປ້ອງກັນຊາດ, ເສດຖະກິດ, ວັດທະ ນະທຳ, ການສຶກສາ, ວິທະຍາສາດ ແລະ ເຕັກນິກ. ຕະຫລອດເຄິ່ງສັດຕະ ວັດທີ່ຜ່ານມາ, ສາຍພົວພັນ ລາວຫວຽດນາມ ໄດ້ພັດທະນາຢ່າງຮອບ ດ້ານ ແລະ ກາຍເປັນຕົ້ນແບບຂອງ ຄວາມສາມັກຄີພິເສດລະຫວ່າງ ສອງຊາດ. ພາຍຫລັງການເຖິງແກ່ມໍລະ ນະກຳຂອງປະທານ ໄກສອນ ພົມວິຫານ (21 ພະຈິກ 1992), ຜູ້ນຳຮຸ່ນຕໍ່ມາຂອງທັງສອງປະເທດ ໄດ້ສືບທອດພາລະກິດຂອງຜູ້ນຳ ຮຸ່ນກ່ອນແລະ ເພີ່ມພູມຄູນສ້າງສາຍ ພົວພັນພິເສດ ລາວ-ຫວຽດນາມ ໃຫ້ພັດທະນາຍິ່ງຂຶ້ນ. ຈາກກອບ hມິດຕະພາບດັ້ງເດີມ, ຄວາມເປັນ ນໍ້າໜຶ່ງໃຈດຽວກັນພິເສດ ແລະ ການຮ່ວມມືຮອບດ້ານi ໄດ້ຍົກລະ ດັບສູ່ hມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຄວາມຜູກພັນເປັນ ຍຸດທະສາດi. ທັງສອງປະເທດຍັງ ຄົງຍຶດໝັ້ນມູນເຊື້ອຄວາມສາມັກຄີ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ໃນອະດີດ ແລະ ຮ່ວມມືສະໜັບສະ ໜູນກັນ ແລະ ກັນໃນການປ່ຽນແປງ ໃໝ່, ຊ່ວຍກັນສ້າງສາ, ປົກປ້ອງ ແລະ ພັດທະນາປະເທດ. ທ່າມກາງບັນຍາກາດທີ່ປະຊາ ຊົນລາວບັນດາເຜົ່າລະນຶກເຖິງວັນ ເກີດຂອງ ປະທານ ໄກສອນ ພົມວິ ຫານ ຄົບຮອບ 105 ປີ, ພວກເຮົາ ຂໍສະແດງຄວາມຊົມຊື່ນຍິນດີທີ່ເຫັນ ວ່າ,ສາຍພົວພັນພິເສດລາວ-ຫວຽດ ນາມ ເຊິ່ງໄດ້ຮັບການວາງຮາກ ຖານໂດຍປະທານ ໂຮ່ຈີ່ມິງ ຜູ້ຍິ່ງ ໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບ ຮັກ ແລະ ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໂດຍຜູ້ນຳ ແລະ ປະ ຊາຊົນຂອງທັງສອງປະເທດຕະ ຫລອດຫລາຍຊ່ວງເວລາ ຍັງຄົງ ງອກງາມໃນທຸກສະຖານະການ. ໃນອະນາຄົດ, ພວກເຮົາຂໍເຊື່ອ ໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການ ນຳພາທີ່ສະຫລາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ແລະ ພັກປະ ຊາຊົນປະຕິວັດລາວ, ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຜູກ ພັນຍຸດທະສາດ ລະຫວ່າງ ລາວຫວຽດນາມ ຈະໄດ້ຜູ້ນໍາ ແລະ ປະ ຊາຊົນສອງຊາດ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໃຫ້ຍືນຍົງ ແລະ ພັດ ທະນາໃຫ້ສູ່ລວງເລິກ ແລະ ມີຄວາມ ໝາຍຍິ່ງຂຶ້ນ ສອດຄ່ອງກັບຍຸກສະ ໄໝໃໝ່. ທັງສອງຝ່າຍຈະສືບຕໍ່ປະ ຕິບັດຕາມສັນຍາ, ຂໍ້ຕົກລົງ ແລະ ການຮ່ວມມືທີ່ຜູ້ນຳລະດັບສູງຂອງ ທັງສອງພັກ ແລະ ສອງລັດໄດ້ຕົກ ລົງໄວ້ ເພື່ອຊຸກຍູ້ສາຍພົວພັນ ລາວຫວຽດນາມ ໃຫ້ກ້າວສູ່ລະດັບໃໝ່ທີ່ ສູງຂຶ້ນ, ນຳຜົນປະໂຫຍດທີ່ເປັນຮູບ ປະທຳມາສູ່ປະຊາຊົນທັງສອງປະ ເທດ ແລະ ມີສ່ວນຮ່ວມຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະ ນາໃນພາກພື້ນ ແລະ ທົ່ວໂລກ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==