7173

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 12/12/2025 xtgmf]k; ໄຂກອງປະຊຸມສະໄໝສາມັນ... ນາຍົກລັດຖະມົນຕີ... ຄຕພ ເຜີຍແຜ່ເອກະສານ... ສະຫລອງຄົບຮອບ 50 ປີ... ການນຳຂັ້ນສູງ... ການນຳຂັ້ນສູງ... ຂປລ. ກອງປະຊຸມສະໄໝສາ ມັນຂອງລັດຖະບານ ປະຈຳເດືອນ ພະຈິກ 2025 ໄດ້ໄຂຂຶ້ນໃນວັນທີ 11 ທັນວາ 2025 ທີ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ, ຜູ້ ຕາງໜ້າກະຊວງ-ອົງການເຂົ້າ ຮ່ວມແບບເຊິ່ງໜ້າ, ການນໍາຂອງ ນະຄອນຫລວງວຽງຈັນ ແລະ ບັນ ຂປລ. ສປປ ລາວ ແລະ ສະຫະ ພາບເອີຣົບ (ອີຢູ) ຈັດງານສະ ເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດໃນວັນທີ 10 ທັນວາ 2025 ຢູ່ ນະຄອນຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ທອງສະຫວັນ ກ າ ນສ ະ ເ ຫລີມສ ະ ຫລອ ງ ຄົບຮອບ 50 ປີ ໃນຄັ້ງນີ້, ມີຄວາມ ໝາຍສຳຄັນພິເສດສໍາລັບ ຕີມໍ-ແລັດ ສະເຕ ຊຶ່ງເປັນປີທີ່ພວກຂ້າພະເຈົ້າ ໄດ້ເຂົ້າເປັນສະມາຊິກສົມບູນປະ ເທດທີ 11 ຂອງອາຊຽນ. ພວກຂ້າ ພະເຈົ້າຕີລາຄາສູງຕໍໍ່ບົດບາດອັນ ສ້າງສັນຂອງປະເທດລາວ ໃນການ ສົ່ງເສີມຄວາມສາມັກຄີກົມກຽວ, ສະຖຽນລະພາບ ແລະ ການພັດ ທະນາພາຍໃນຄອບຄົວອາຊຽນ ພວກເຮົາ. ສະນັ້ນ, ພວກຂ້າພະເຈົ້າ ຂໍຢືນຢັນຄືນຄວາມໝາຍໝັ້ນ ເພື່ອ ເຮັດໃຫ້ການຮ່ວມມືສອງຝ່າຍຂອງ ພວກເຮົາມີຄວາມເລິກເຊິ່ງ ແລະ ຮັດ ແໜ້ນຄວາມພະຍາຍາມຮ່ວມມືກັນ ໃນອາຊຽນ ເພື່ອບັນລຸຄວາມຈະເລີນ ຮຸ່ງເຮືອງຮ່ວມກັນຂອງປະຊາຊົນ ສອງຊາດພວກເຮົາ. ຂໍອວຍພອນໄຊອັນປະເສີດມາ ຍັງທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ປະສົບຜົນສຳເລັດ ແລະ ຂໍອວຍພອນໃຫ້ປະຊາຊົນ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຈົ່ງມີແຕ່ຄວາມຜາສຸກ ແລະ ຈະເລີນກ້າວໜ້າຕະຫລອດໄປ. ຂອງສອງຊາດພວກເຮົາ. ພວກເຮົາອາດສາມາດເສີມ ຂະຫຍາຍການຮ່ວມມືໃນຂະແໜງ ການທີ່ເປັນບຸລິມະສິດສໍາຄັນ ໂດຍ ສະເພາະບັນຫາສິ່ງທ້າທາຍຂອງ ໂລກ. ຂ້າພະເຈົ້າເຫັນວ່າການ ແກ້ໄຂບັນຫາການປ່ຽນແປງຂອງ ດິນຟ້າອາກາດ ແລະ ການຫັນ ປ່ຽນດ້ານພະລັງງານແມ່ນມີຄວາມ ສຳຄັນ. ຕໍ່ກັບບັນຫານີ້, ເຫັນວ່າ ເຂື່ອນໄຟຟ້ານໍ້າເທີນ 2 ຊຶ່ງພວກເຮົາ ໄດ້ສະຫລອງຄົບຮອບ 15 ປີ ເມື່ອບໍ່ ດົນມານີ້, ເປັນໂຄງການໜຶ່ງທີ່ເປັນ ສັນຍະລັກຂອງຄວາມພະຍາຍາມ ໃນການຫລຸດຜ່ອນການປ່ອຍອາຍ ກາກໂບນິກ ຂອງ ສປປ ລາວ. ສອງປະເທດພວກເຮົາຍັງສາ ມາດສືບຕໍ່ຮ່ວມມືກັນໃນຂົງເຂດ ອື່ນໆເປັນຕົ້ນສາທາລະນະສຸກ, ອົງ ການປະເທດທີ່ໃຊ້ພາສາຝຣັ່ງ, ກະ ສິກຳ, ມໍລະດົກ, ວຽກງານແມ່ນໍ້າ ຂອງ ແລະ ການທ່ອງທ່ຽວແບບ ຍືນຍົງ. ທ່ານປະທານປະເທດ, ຂໍໃຫ້ ທ່ານຈົ່ງເຊື່ອໝັ້ນວ່າ ຝຣັ່ງ ມີຄວາມ ມຸ່ງໝັ້ນທີ່ຈະສືບຕໍ່ຮັດແໜ້ນການ ພົວພັນຮ່ວມມືກັບ ສປປ ລາວ ໃຫ້ ເລິກເຊິ່ງຍິ່ງໆຂຶ້ນ. ປະທານ ໄກສອນ ພົມວິຫານ... ຢ່າງແໜ້ນແຟ້ນ. ໃນຕະຫລອດຊີວິດຂອງເພິ່ນແມ່ນໄດ້ອຸທິດໃຫ້ແກ່ ປະເທດຊາດ ແລະ ປະຊາຊົນເຮັດວຽກຢ່າງບໍ່ຮູ້ອິດເມື່ອຍໃນພາລະກິດ ກອບກູ້ເອກະລາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບ ເກົ່າ ແລະ ແບບໃໝ່ ທີ່ຍືດເຍື້ອຍາວນານຈົນສາມາດປົດປ່ອຍຊາດ ນໍາເອົາຄວາມເປັນເອກະລາດອິດສະລະພາບ ແລະ ຜືນແຜ່ນດິນອັນ ຄົບຖ້ວນມາໃຫ້ແກ່ປວງຊົນລາວໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ພາຍຫລັງປະເທດຊາດ ໄດ້ຮັບການ ປົດປ່ອຍຢາງສົມບູນ, ປະທານ ໄກສອນ ພົມວິຫານ ກໍບໍ່ໄດ້ລົດລະຕໍ່ ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ພາລະກິດຂອງການປະຕິວັດໃນໄລຍະ ໃໝ່ ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກຄຸນສົມບັດອັນລໍ້າເລີດ ແລະ ພາລະກິດນໍາພາການປະຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນທາດນັກ ປະຕິວັດຜູ້ດີເດັ່ນຄືດັ່ງກ່າວນັ້ນ ໄດ້ເປັນການປະກອບສ່ວນຢ່າງສໍາຄັນ ໃນການຊຸກຍູ້ພາລະກິດການຕໍ່ສູ້ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາໃນປັດ ຈຸບັນນີ້ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ. ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີແນວຄິດລິເລີ່ມປ່ຽນແປງ ໃໝ່: ແນວຄິດກ່ຽວກັບປ່ຽນແປງໃໝ່ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນພື້ນຖານການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບ ນະໂຍບາຍປ່ຽນແປງໃໝ່ໃນແຕ່ລະຂົງເຂດ ໃນນັ້ນ ແມ່ນປ່ຽນແປງ ໃໝ່ດ້ານຈິນຕະນາການໃນຂົງເຂດເສດຖະກິດ; ເພິ່ນໄດ້ມີຄວາມ ກ້າຫານ, ປະດິດສ້າງໃນການໝູນໃຊ້ທິດສະດີຂອງນັກມາກຊິດເຂົ້າ ກັບເງື່ອນໄຂ ແລະ ສະພາບຈຸດພິເສດຂອງປະເທດເຮົາ. ເພື່ອເຮັດໃຫ້ ແນວທາງປ່ຽນແປງໃໝ່ ດໍາເນີນໄປຢ່າງຖືກຕ້ອງຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້ທັງຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ປະທານ ໄກສອນ ພົມວິຫານ ໄດ້ກໍານົດ 6 ຫລັກການພື້ນຖານຂອງການປ່ຽນແປງໃໝ່ຢູ່ປະເທດ ເຮົາ. ປະທານບໍ່ພຽງເປັນຜູ້ຊີ້ນໍາການເປີດກວ້າງການພົວພັນກັບຕ່າງ ປະເທດ, ເປັນຜູ້ທີ່ເຄື່ອນໄຫວດ້ານການຕ່າງປະເທດຢ່າງເອົາການເອົາ ງານ ຊຶ່ງເວລາໃດກໍເປັນແບບຢ່າງດ້ານການກໍາແໜ້ນຫລັກການ ແລະ ຍຸດທະສາດທີ່ວາງອອກ; ພ້ອມກັນນັ້ນກໍມີຄວາມຄ່ອງແຄ້ວນີ້ມນວນໃນ ດ້ານຍຸດໂທບາຍ ເພື່ອບັນລຸຈຸດປະສົງເປົ້າໝາຍທີ່ວາງໄວ້. ຕະຫລອດ ໄລຍະແຫ່ງການເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດ ລາວ; ເພິ່ນເປັນຜູ້ນໍາທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ຮັບຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນແວ່ນແຍງ ອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການ ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ກໍຄື ແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍ ຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫລານຮຸ່ນຕໍ່ໄປ. ພາລະກິດອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ ຍາມໃດກໍ່ ເປັນແສງສະຫວ່າງແຫ່ງການກ້າວເດີນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍ່ມີວັນດັບມອດ ແລະ ເປັນ ດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ. ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດລາວ ຕະຫລອດໄປ! ງານພັກ, ຫົວໜ້າຄຕພ, ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານ ງານພັກ, ຄະນະກົມ, ພະນັກງານ ບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອ ຂະບວນການປະຕິວັດ ແລະ ຄວາມ ໝາຍຄວາມສໍາຄັນຂອງວັນຊາດ ທີ 2 ທັນວາ ຊຶ່ງແມ່ນວັນແຫ່ງໄຊ ຊະນະ ອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງຊາດ, ປວງຊົນ ລາວທັງຊາດໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ ແລະ ມີອະທິປະໄຕ ຢ່າງຄົບຖ້ວນ, ມີຖານະເທົ່າທຽມ ກັບປະເທດອື່ນໆ ໃນເວທີສາກົນ ກໍຄື ໃນໂລກ. ພ້ອມທັງຍົກໃຫ້ເຫັນ ບັນດາເຫດການໄຊຊະນະອັນຍິ່ງ ໃຫຍ່, ພາລະກິດປົດປ່ອຍຊາດໃນ ເມື່ອກ່ອນ ກໍຄື ຜົນງານ, ຜົນສໍາ ເລັດໃນພາລະກິດປົກປັກຮັກສາ ດາແຂວງເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍ ງານສະພາບພົ້ນເດັ່ນປະຈຳເດືອນ ພະຈິກ ແລະ ທິດທາງແຜນວຽກ ຈຸດສຸມປະຈຳເດືອນທັນວາ2025. ກອງປະຊຸມຄັ້ງນີ້, ຈະດໍາເນີນ ເປັນເວລາ 2 ວັນ ໂດຍຈະໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື, ປະກອບ ຄຳເຫັນ ແລະ ພິຈາລະນາຕໍ່ບັນດາ ຫົວຂໍ້ທີ່ສໍາຄັນຄື: ສະຫລຸບວຽກງານ ພົ້ນເດັ່ນປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນ ທັນວາ2025 ຂອງລັດຖະບານ, ລາຍງານສະພາບພົ້ນເດັ່ນສາກົນ ແລະ ພາກພື້ນ, ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ລາຍງານການ ເກັບຂໍ້ມູນ ແລະ ຜົນການສຶກສາຕັ້ງ ດ່ານເກັບເງິນຄ່າບໍລິການຜ່ານທາງ ຫລວງແຫ່ງຊາດ ເລກທີ 13 ໃຕ້ ໃນ ກິໂລແມັດທີ 71-346(ໄລຍະທາງ 275 ກິໂລແມັດ) ແລະ ທາງຫລວງ ແຫ່ງຊາດເລກທີ 12 ແຕ່ທ່າແຂກ ຫາຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ); ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບ ການກ່ຽວກັບຊັບສິນຂອງລັດ; ຮ່າງ ດຳລັດວ່າດ້ວຍເງິນເດືອນ, ຜົນ ປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງ ໜ້າ; ຮ່າງດໍາລັດວ່າດ້ວຍການ ສະກັດກັ້ນ ແລະ ແກ້ໄຂວິກິດການ ຂອງລະບົບການເງິນ; ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະ ການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມ ຢາສູບ; ຮ່າງດຳລັດວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການຄຸ້ມຄອງນໍ້າແຫ່ງ ຊາດ; ຮ່າງດໍາລັດວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານ ການພັດທະນາ ແລະ ຮ່າງດຳລັດ ວ່າດ້ວຍຝຸ່ນ. ໃນໂອກາດກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງ ຮ້ອນ ແລະ ສັບສົນ ໂດຍສະເພາະ ແມ່ນຄວາມຂັດແຍ່ງທາງດ້ານການ ທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ຊຶ່ງ ບັນຫາເຫລົ່ານີ້ ຍັງຈະສືບຕໍ່ເປັນ ສິ່ງທ້າທາຍ ແລະ ອາດສ້າງຜົນ ກະທົບຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນຢູ່ຫລາຍປະເທດ, ທັງ ເຮັດໃຫ້ສະພາບເສດຖະກິດໂລກທີ່ ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະ ສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນ ກະທົບເປັນວົງກວ້າງຕື່ມ. ສໍາລັບຢູ່ປະເທດລາວເຮົາແນ່ ນອນວ່າຈະບໍ່ສາມາດຫລີກລ່ຽງຜົນ ກະທົບຈາກສະພາບດັ່ງກ່າວ ທັງ ທາງກົງ ແລະ ທາງອ້ອມບໍ່ຫລາຍ ກໍໜ້ອຍ. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ ຕິດຕາມຢ່າງໃກ້ຊິດ ແລະ ມີມາດ ຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດ ຖະກອນ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງປະເທດເຮົາ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານຈົ່ງໄດ້ພ້ອມ ກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະ ກອບຄໍາເຫັນໃຫ້ເລິກເຊິ່ງ, ແທດ ກັບສະພາບຄວາມເປັນຈິງຕໍ່ແຕ່ລະ ບັນຫາດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນ ກອງປະຊຸມຄັ້ງນີ້ ມີຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຊົົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ພົນເອກ ເຊີເກ ໂຊຍກູ ທີ່ໄດ້ນຳພາ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືອັນດີງາມ ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ, ຕິີລາຄາສູງຕໍ່ການພົວພັນ ຮ່ວມມືລະຫວ່າງສອງປະເທດ ທັງ ໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ວຽກງານຊີວະພາບ, ການສຶກສາ, ການທະຫານ, ດ້ານ ກົດໝາຍ, ວັດທະນະທໍາ ແລະ ການ ທ່ອງທ່ຽວ ແລະ ອື່ນໆ ໃນໂອກາດນີ້, ທ່ານ ພົນເອກ ເຊີເກ ໂຊຍກູ ພ້ອມດ້ວຍຄະນະກໍໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ພ້ອມທັງ, ຖືໂອກາດນີ້ ແຈ້ງຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮັບຊາບຕື່ມອີກ. ຂ່າວ: ກິດຕາ ພາບ: ໜັງສືພິມປະຊາຊົນ ແລະ ສ້າງສາປະເທດຊາດ ພາຍໃຕ້ ການນໍາພາ-ຊີ້ນໍາຂອງພັກ, ຜົນສໍາ ເລັດຂອງການປະຕິບັດ 2 ໜ້າທີ່ ຍຸດທະສາດແຕ່ອະດີດຈົນເຖິງປັດ ຈຸບັນ. ພ້ອມນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຍັງໄດ້ຍົກໃຫ້ເຫັນການ ເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ, ຍົກໃຫ້ເຫັນ ເຖິງຜົນງານອັນໃຫຍ່ຫລວງ ແລະ ແບບຢ່າງອັນດີເລີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບ ຮັກຂອງປວງຊົນລາວທັງຊາດ ທີ່ມີ ຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາ ແບບຢ່າງອັນດີງາມ ເພື່ອໃຫ້ຄົນ ຮຸ່ນໃໝ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີ, ເປັນພະນັກງານທີ່ດີເດັ່ນສືບທອດ ພາລະກິດຂອງພັກ ໃຫ້ຈະເລີນຮຸ່ງ ເຮືອງຂຶ້ນໄປເລື້ອຍໆ. ໃນວັນດຽວກັນ,ສະຫາຍວາລະໄຊ ເລັ່ງສະຫວັດ ຮອງເລຂາຄະນະ ບໍລິຫານງານພັກ, ຮອງຫົວໜ້າ ຄຕພ ໄດ້ຜ່ານລັດຖະດຳລັດຂອງປະ ທານປະເທດ ສະບັບເລກທີ 290/ ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການປະດັບຫລຽນກາລະ ນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ຜ່ານໃບມອບສິດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 247/ນຍ, ລົງວັນທີ 20 ພະຈິກ 2025 ເພື່ອປະດັບຫລຽນກາລະນຶກ 50 ປີ ໃຫ້ ແກ່ບັນດາພະນັກງານລັດຖະກອນປະຈຳການ ແລະ ບຳ ນານຜູ້ທີ່ມີຜົນງານດີເດັ່ນ, ມີຄຸນ ງາມຄວາມດີໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ຕະຫລອດໄລຍະຜ່ານມາ ຊຶ່ງມີຜູ້ທີ່ໄດ້ຮັບຫລຽນທັງໝົດ 90 ສະຫາຍ, ຍິງ 23 ສະຫາຍ. ໃນນີ້ ພະນັກງານບຳນານ 34 ສະຫາຍ, ຍິງ 10 ສະຫາຍ. ການປະດັບຫລຽນກາລະນຶກໃນ ຄັ້ງນີ້, ເປັນການຍ້ອງຍໍ, ສັນລະເສີນ ຕໍ່ຄຸນງາມຄວາມດີອັນສູງສົ່ງ, ທັງ ເປັນລາງວັນ ແລະ ກຳລັງໃຈອັນສໍາ ຄັນຕໍ່ພາລະກິດປະຕິວັດ ຕໍ່ຊາດ, ຕໍ່ ປະຊາຊົນລາວ ພ້ອມທັງລະນຶກເຖິງ 50 ປີ ວັນມະຫາໄຊຊະນະແຫ່ງການ ປະຕິວັດຊາດ ປະຊາທິປະໄຕ ແລະ ລະນຶກເຖິງຜົນງານອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນຳປະຕິວັດ, ວິລະຊົນ ຕະຫລອດຮອດປະຊາຊົນລາວ ທີ່ ໄດ້ເສຍສະລະຊີວິດ-ເລືອດເນື້ອ ໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງ ອົງອາດກ້າຫານຈົນສາມາດຍາດ ໄດ້ເອກະລາດ ອະທິປະໄຕ, ປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975 ຈົນ ເຖິງປັດຈຸບັນ. ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ໃນນາມຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ມາກ ກາລາເຮີ ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສະຫະພາບເອີຣົບ ປະ ຈໍາ ສປປ ລາວ ໃນນາມຕາງໜ້າ ສະຫະພາບ ເອີຣົບ, ມີບັນດາລັດຖະ ມົນຕີ, ເອກອັກຄະລັດຖະທູດ, ຄະ ນະທູຕານຸທູດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ມາກ ກາລາເຮີ ໄດ້ໃຫ້ກຽດຂຶ້ນ ກ່າວຄໍາເຫັນ ໂດຍໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດຂອງ ການພົວພັນຮ່ວມມືສອງຝ່າຍທີ່ໄດ້ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະ 5 ທົດສະວັດ ຜ່ານມາ ບົນພື້ນຖານຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ຄວາມ ເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມກັນ, ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນ ຍິ່ງໃຫຍ່ໃນຫລາຍຂົງເຂດການ ຮ່ວມມືເປັນຕົ້ນດ້ານການເມືອງ ສືບຕໍ່ໄດ້ຮັບການສົ່ງເສີມ ໂດຍຜ່ານ ການແລກປ່ຽນພົບປະຢ້ຽມຢາມ ຂອງຄະນະຜູ້ແທນລະດັບສູງຂອງ ສອງປະເທດ; ດ້ານເສດຖະກິດສອງ ຝ່າຍມີຄວາມພະຍາຍາມຢ່າງເຕັມທີ່ ເພື່ອໃຫ້ບັນລຸມູນຄ່າການຄ້າ ແລະ ການລົງທຶນທີ່ສູງຂຶ້ນກວ່າເກົ່າ ໂດຍ ການສົ່ງເສີມໃຫ້ນັກທຸລະກິດ ແລະ ນັກລົງທຶນມາສໍາຫລວດຄວາມ ເປັນໄປໄດ້ໃນຂະແໜງການທີ່ມີ ຄວາມສົນໃຈ ແລະ ຄົ້ນຫາທ່າແຮງ ບົ່ມຊ້ອນຮ່ວມກັນ; ດ້ານວັດທະນະ ທໍາ-ສັງຄົມຝ່າຍອີຢູ ໄດ້ໃຫ້ການ ຊ່ວຍເຫລືອຢ່າງຕໍ່ເນື່ອງ ແລະ ປະ ກອບສ່ວນອັນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ; ລວມທັງການຮ່ວມມື ໃນຂອບຫລາຍຝ່າຍກໍໄດ້ໃຫ້ການ ຮ່ວມມື ແລະ ສະໜັບສະໜູນເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາ ຊຽນ ແລະ ສະຫະປະຊາຊາດ. ໃນໂອກາດດັ່ງກ່າວ, ທ່ານລັດ ຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ເນັ້ນຢໍ້າວ່າສະຫະພາບເອີຣົບ ເປັນໜຶ່ງໃນບັນດາຄູ່ຮ່ວມມືພັດທະ ນາທີ່ສໍາຄັນທີ່ສຸດ ຊຶ່ງມີບົດບາດສໍາ ຄັນໃນການສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມຂອງສປປລາວ, ພ້ອມທັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈເປັນຢ່າງສູງຕໍ່ ສະຫະພາບເອີຣົບ ສໍາລັບການສະ ໜັບສະໜູນ ແລະ ຄວາມເອື້ອເຟື້ອ ເຜື່ອແຜ່ອັນລໍ້າຄ່າຕໍ່ ສປປ ລາວ ເປັນເວລາຫລາຍກວ່າ 5 ທົດສະວັດ ທີ່ຜ່ານມາ, ພິເສດແມ່ນການໝັ້ນ ໝາຍຂອງສະຫະພາບເອີຣົບ ເພື່ອ ສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ພາຍຫລັງຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາ(LDC) ໃນປີ 2026 ໂດຍ ສະເພາະໃນຄວາມພະຍາຍາມໃນ ການພັດທະນາແບບຍືນຍົງ ແລະ ຮອບດ້ານ ເພື່ອຮັບປະກັນແຜນຍຸດ ທະສາດການຂ້າມຜ່ານອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາຂອງ ສປປ ລາວ ທີ່ກໍາລັງຈະ ມາເຖິງນີ້ ມີຄວາມໂລ່ງລ່ຽນ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ ວາງໄວ້.

RkJQdWJsaXNoZXIy MTc3MTYxMQ==