gsfdko{dkora fmtok xtgmf]k; ( 11/12/2025 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະ ປື ປະກາດອະໄພຍະໂທດໃຫ້ແກ່ ນັກໂທດທີ່ມີຄວາມກ້າວໜ້າ 68 ຄົນ ຍິງ 11 ຄົນ ເນື່ອງໃນໂອກາດ ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 9 ທັນວາ 2025 ທີ່ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໂດຍມີ ທ່ານ ນາງ ມີນາພອນ ໄຊ ສົມພູ ປະທານສະພາປະຊາຊົນ ແຂວງ ປະທານຄະນະກຳມະການ ອາໄພຍະໂທດຂັ້ນແຂວງ, ມີຄະນະ ກຳມະການອະໄພຍະໂທດຂັ້ນ ແຂວງ, ອໍານາດການປົກຄອງບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ວິໄລວັນ ແກ້ວເຮືອງສີ ຫົວໜ້າອົງການໄອຍະການປະຊາ ຊົນ ແຂວງອັດຕະປື ຮອງປະທານ ຄະນະກຳມະການອາໄພຍະໂທດຂັ້ນ ແຂວງ ໄດ້ຜ່ານລັດຖະດຳລັດ ຂອງ ປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດ ທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຊຶ່ງປະທານປະເທດ ໄດ້ຕົກລົງໃຫ້ອະໄພຍະໂທດແກ່ ນັກໂທດ ໃນທົ່ວປະເທດ 2.858 ຄົນ ຍິງ 362 ຄົນ, ຄົນຕ່າງປະເທດ 59 ຄົນ ຍິງ 7 ຄົນ ໃນນີ້, ນັກໂທດ ທີ່ໄດ້ຮັບອະໄພຍະໂທດຫລຸດຜ່ອນ ໂທດ ມີ 2.622 ຄົນ ຍິງ 329 ຄົນ, ຕ່າງປະເທດ 57 ຄົນ ຍິງ 6 ຄົນ, ນັກໂທດ ທີ່ມີໂທດຕະຫລອດຊີວິດ ໄດ້ຮັບການອະໄພຍະໂທດຫລຸດ ຜ່ອນໂທດ ມາເປັນໂທດກຳນົດ 20 ປີ ມີ 42 ຄົນ ແລະ ນັກໂທດ ທີ່ໄດ້ ຮັບອະໄພຍະໂທດປ່ອຍຕົວ ມີ 236 ຄົນ ຍິງ 33 ຄົນ, ຕ່າງປະເທດ 2 ຄົນ ຍິງ 1 ຄົນ. ສຳລັບຢູ່ແຂວງອັດຕະປື ໃນ ປີ 2025 ມີນັກໂທດທີ່ມີຄວາມ ກ້າວໜ້າ, ດີເດັ່ນ ແລະ ຄົບຕາມ ມາດຖານເງື່ອນໄຂ ທີ່ໄດ້ຮັບການ ສະເໜີອະໄພຍະໂທດຫລຸດຜ່ອນ ໂທດ ແລະ ປ່ອຍຕົວ 68 ຄົນ ຍິງ 11 ຄົນ ໃນນີ້, ອະໄພຍະໂທດຫລຸດຜ່ອນ ໂທດ 45 ຄົນ ຍິງ 7 ຄົນ, ອະໄພຍະ ໂທດປ່ອຍຕົວ 23 ຄົນ ຍິງ 4 ຄົນ. ໂອກາດນີ້, ທ່ານ ນາງ ມີນາ ພອນ ໄຊສົມພູ ໄດ້ຍົກໃຫເຫັນເຖິງ ,tstde[5 o-h k' c0;'w-pt[6 ]u deoq fgvq k;a omu 14 d5 ,rk ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ການຈັດມະຫະ ກໍາບຸນຊ້າງ ແຂວງໄຊຍະບູລີ ຄັ້ງທີ 19 ຈະໄດ້ຈັດຂຶ້ນລະຫວ່າງວັນທີ 9-16ກຸມພາ 2026 ໂດຍການຮ່ວມ ມືລະຫວ່າງ ຄະນະກໍາມະການປົກ ຄອງແຂວງ ແລະ ສະມາຄົມນັກ ທຸລະກິດໜຸ່ມແຂວງໄຊຍະບູລີ. ທ່ານ ດວງຕາ ໄຊວຸດ ປະທານ ຄະນະກຳມະການປົກຄອງ ແຂວງ ໄຊຍະບູລີ, ປະທານຈັດງານມະຫະ ກຳບຸນຊ້າງ ປະຈໍາປີ 2026 ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນ ແຂວງ ໄຊຍະບູລີ ໃນວັນທີ 6 ທັນວາ 2025 ຜ່ານມານີ້ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີປະຊາກອນຊ້າງ ຫລາຍກວ່າໝູ່ ຖ້າທຽບໃສ່ແຂວງ ອື່ນໆໃນ ສປປ ລາວ ແລະ ໄດ້ຈັດ ມະຫະກໍາບຸນຊ້າງຜ່ານມາແລ້ວ 18 ຄັ້ງ. ຈຸດປະສົງ ກໍເພື່ອເປັນການ ອະນຸລັກ, ຮັກສາຊ້າງບໍ່ໃຫ້ສູນພັນ ເນື່ອງຈາກຊ້າງເປັນມູນມໍລະດົກ ຂອງຊາດ ແລະ ທັງເປັນການສືບ ຕໍ່ປົກປັກຮັກສາວັດທະນະທຳ, ຮີດ ຄອງປະເພນີອັນດີງາມ ແລະ ວິຖີ ການດຳລົງຊີວິດຂອງປະຊາຊົນ ລາວບັນດາເຜົ່າ ທີ່ຕິດພັນກັບຊ້າງ ມາແຕ່ອະດີດຕະການ ໃຫ້ຍືນຍົງຄົງ va f8txn vtwrpt3mf{s]5 fzj vo3mf .sh oa d3mfmu j ,u 7;k,dh k;|h k g-dv' 9tl6 h -q olq j 'vvdly o7h k.sh [a o]5 2.570 ]h kod;j k3f]k ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນ 5 ປີຕໍ່ ໜ້າ(2026-2030) ແຂວງເຊ ກອງ ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ ການສົ່ງອອກສິນຄ້າ ໃຫ້ບັນລຸ 2.575,60 ລ້ານໂດລາສະຫະລັດ (ສະເລ່ຍ 515,12 ລ້ານໂດລາຕໍ່ ປີ); ການນໍາເຂົ້າສິນຄ້າໃຫ້ຢູ່ໃນ ລະດັບ 1.081,40 ລ້ານໂດລາສະ ຫະລັດ (ສະເລ່ຍ 216,28 ລ້ານ ໂດລາຕໍ່ປີ); ສ້າງມູນຄ່າຈໍລະຈອນ ສິນຄ້າໃຫ້ບັນລຸ 2.900,02 ຕືິ້ກີບ (ສະເລ່ຍ 580 ຕື້ກີບຕໍ່ປີ) ແລະ ສູ້ຊົນເຮັດໃຫ້ລວມຍອດອຸດສາຫະ ກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ ໄດ້ 4.079,09 ຕື້ກີບ (ສະເລ່ຍ 978,23 ຕືິ້ກີບຕໍ່ປີ). ອີງຕາມຂໍ້ມູນແຜນພັດທະນາ ເສດຖະກິດ-ສັງຄົມ ແຂວງເຊກອງ 5 ປີ (2026-2030) ໃຫ້ຮູ້ວ່າ: ແຂວງເຊກອງ ຈະເອົາໃຈໃສ່ສົ່ງ ເສີມ ແລະ ພັດທະນາທ່າແຮງບົ່ມ ຊ້ອນຂອງແຂວງ ກໍຄື ບັນດາເມືອງ ເພື່ອຍູ້ໜູນໃຫ້ມີການຊົມໃຊ້ພາຍໃນ ແລະ ສ້າງເປັນສິນຄ້າສົ່ງອອກໃຫ້ ຫລາຍຂຶ້ນ; ປັບປຸງໂຄງປະກອບ g,n v'ly ' leg]a fdkoles];frq o]tg,n v' c]t mu j 16 j vkwl c]h ; 95,42% ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ຕິດຕາມກວດກາ, ການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວ ປະເທດຄັ້ງທີ V ປີ 2025 ຂອງ ເມືອງສິງ ແຂວງຫລວງນ້ຳທາ ຈັດຂຶ້ນໃນວັນທີ 9 ທັນວາ 2025 ໂດຍມີທ່ານ ຄຳແກ້ວ ຈັນທະວົງ ຫົວໜ້າພະແນກການເງິນ ແຂວງ ຫລວງນ້ຳທາ, ທ່ານ ຄໍາກ້ຽງ ແກ້ວ ປະເສີດ ຄະນະປະຈໍາພັກເມືອງ ຮອງ ປະທານຄະນະກຳມະການປົກຄອງ ເມືອງ, ມີຄະນະຮັບຜິດຊອບຂັ້ນ ແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ. ທ່ານ ສະໝານ ບຸນຂາວ ຮອງ ຫົວໜ້າຫ້ອງການ ການເງິນເມືອງ ໄດ້ລາຍງານກ່ຽວກັບການຈັດຕັ້ງ ປະຕິບັດ ການລົງສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຢູ່ພາຍໃນເມືອງສິງ, ຊຶ່ງ ປັດຈຸບັນມີ 93 ບ້ານ, ແບ່ງອອກ ເປັນ 38 ເຂດສຳຫລວດ, ຜ່ານການ ລົງສຳຫລວດຈັດຕັ້ງປະຕິບັດຕົວ ຈິງ ເລີ່ມແຕ່ວັນທີ 3 ພະຈິກ 2025 ຮອດວັນທີ 9 ທັນວາ 2025 ແມ່ນ ສຳເລັດແລ້ວ 25 ເຂດສໍາຫລວດ ເທົ່າກັບ 95,42% ແລະ ຍັງຈະສືບ ຕໍ່ການສໍາຫລວດຈົນສໍາເລັດ. ພ້ອມ ນັ້ນ, ຄະນະຮັບຜິດຊອບແຕ່ລະທ່ານ ໄດ້ຂຶ້ນລາຍງານສະພາບການ, ຂໍ້ ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ລົງສຳຫລວດພົນລະເມືອງໃນຄັ້ງນີ້, ເນື່ອງຈາກຫລາຍບ້ານບໍ່ມີສັນຍານ ແລະ ຢູ່ເຂດຫ່າງໄກສອກຫລີກ ແລະ ພ້ອມກັນຊອກຫາວິທີແກ້ໄຂ. ທ່ານ ຄຳແກ້ວ ຈັນທະວົງ ໄດ້ ເນັ້ນໜັກໃຫ້ນັກເດີນສໍາຫລວດ ພົນລະເມືອງທຸກສະຫາຍ ຈົ່ງເພີ່ມ ທະວີ, ເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບ ຜິດຊອບຂອງຕົນ ໃນການເດີນສຳ ຫລວດພົນລະເມືອງບັນດາເຂດ ຫລື ບ້ານ ທີ່ຍັງບໍ່ທັນສຳເລັດ ໃຫ້ ທວງທັນຕາມກຳນົດເວລາ ທີ່ໄດ້ ກຳນົດໄວ້, ຮຽກຮ້ອງໃຫ້ຄະນະນໍາ ຂອງເມືອງ ຈົ່ງຊ່ວຍລົງໃກ້ຊິດຕິດ ແທດ ກັບບັນດານັກເດີນສໍາຫລວດ ແລະ ນັກກວດກາ ເພື່ອໃຫ້ສໍາເລັດ ຕາມແຜນທີ່ວາງໄວ້, ຫລັງຈາກ ນັ້ນ, ທາງຄະນະທີມງານຍັງໄດ້ລົງ ຕິດຕາມຊຸກຍູ້ ການລົງສໍາຫລວດ ພົນລະເມືອງ ໃນການເກັບກໍາຂໍ້ມູນ ສໍາຫລວດພົນລະເມືອງໃນຄັ້ງນີ້ ໃຫ້ສໍາເລັດກ່ອນວັນທີ 14 ທັນວາ 2025 ທີ່ຈະມາເຖິງນີ້. ຂ່າວ: ອັກສອນ ການລົງໂທດຕໍ່ນັກໂທດ ບໍ່ແມ່ນ ເປັນການທໍລະມານຄົນ ຫລື ກັກຂັງ ໜ່ວງໜ່ຽວແບບໄຮ້ມະນຸດສະທຳ, ແຕ່ເປັນການປາບປາມພະຍາດ ແນວຄິດທີ່ບໍ່ດີ ເພື່ອກອບກູ້ເອົາຊີວິດ ຂອງຜູ້ຫລົງຜິດໃຫ້ກາຍມາເປັນ ພົນລະເມືອງດີຂອງສັງຄົມ ກັບຄືນ ເມືອຢູ່ກັບຄອບຄົວຢ່າງອົບອຸ່ນ ແລະ ສ້າງສາພັດທະນາຄອບຄົວ, ດຳລົງ ຊີວິດຢູ່ໃນສັງຄົມຢ່າງປອດໃສ. ພ້ອມທັງຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ ຮັບການປ່ອຍຕົວໄດ້ຫັນປ່ຽນແນວ ຄິດຈິດໃຈປະຖິ້ມໃນການກະທຳ ທີ່ບໍ່ດີ, ຕ້ອງທຳມາຫາກິນດ້ວຍ ຄວາມບໍລິສຸດສັດຊື່, ສິ່ງໃດທີ່ບໍ່ດີ ການກະທຳທີ່ເປັນການລະເມີດກົດ ໝາຍ, ຮີດຄອງປະເພນີອັນດີງາມ ຂອງຊາດ ແມ່ນຫ້າມເດັດຂາດ, ສ່ວນຜູ້ທີ່ໄດ້ຮັບການຜ່ອນໂທດ ກໍໃຫ້ ເອົາໃຈໃສ່ສ້າງຜົນງານ, ປະຕິບັດ ລະບຽບກົດໝາຍ, ເປັນແບບຢ່າງ ໃນການອອກແຮງງານ, ເຄົາລົບ ເຈົ້າໜ້າທີ່ ບໍ່ໃຫ້ມີແນວຄິດອະຄະຕິ ແລະ ເຕັ້ນໂຕນໂຍນໜີ ເພື່ອໃຫ້ມີ ໂອກາດໄດ້ຮັບການຜ່ອນໂທດໃນ ປີຕໍ່ໄປ ແລະ ຮຽກຮ້ອງໃຫ້ພໍ່ແມ່ ພີ່ນ້ອງ, ອຳນາດການປົກຄອງ ເມືອງ, ບ້ານ, ເຈົ້າໜ້າທີ່ ປກສ ກຸ່ມ ບ້ານ, ປກສ ເມືອງ ບ່ອນນັກໂທດ ອາໄສຢູ່ຕ້ອງມີການຕິດຕາມກວດ ກາພຶດຕິກຳ ການປະພຶດການກະ ທຳຂອງນັກໂທດ ທີ່ໄດ້ຮັບການ ປ່ອຍຕົວ, ເອົາໃຈໃສ່ສຶກສາອົບຮົມ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງ ພັກ ແລະ ກົດໝາຍຂອງບ້ານເມືອງ ເພື່ອໃຫ້ເປັນຄົນດີຂອງຄອບຄົວ ແລະ ສັງຄົມ. ຂ່າວ: ໄຊຈະເລີນ ຕົວ ແລະ ຢູ່ກັບປະຊາຊົນລາວບັນດາ ເຜົ່າ ໂດຍສະເພາະ ປະຊາຊົນແຂວງ ໄຊຍະບູລີ ທັງເປັນການໂຄສະນາ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງໄຊຍະບູລີ ໃຫ້ ຫລາຍຂຶ້ນ. ສຳລັບການຈັດມະຫະກໍາບຸນ ຊ້າງ ແຂວງໄຊຍະບູລີ ໃນປີ 2026 ນີ້ ຖືວ່າເປັນຄັ້ງທີ 19 ໂດຍມີຊ້າງ ເຂົ້າຮ່ວມ 50 ໂຕ ຕາມຈໍານວນ ປີຄົບຮອບ ຂອງການສະເຫລີມ ສະຫລອງວັນຊາດ ຂອງ ສປປ ລາວ ຄົບຮອບ 50 ປີ ຊຶ່ງພາຍໃນ ງານຈະມີກິດຈະກໍາຕ່າງໆ ຄື: ໃນ ວັນທີ 10 ກຸມພາ 2026 ຕອນເຊົ້າ ຈະມີການແຂ່ງຂັນແລ່ນມິນິມາລາ ທອນ, ເຮັດພິທີຄອບເລົ່າ, ບໍລິການ ຂີ່ຊ້າງທົ່ວໄປ ໃນຕອນແລງ ຈະມີ ພິທີເປີດຕະຫລາດນັດວາງສະແດງ ສິນຄ້າ ທັງພາຍໃນ ແລະ ຕ່າງປະ ເທດ ແລະ ຊົມການສະແດງສິລະ ປະ-ວັນນະຄະດີ. ໃນວັນທີ 11-12 ກຸມພາ 2026 ເປັນການຝຶກຊ້ອມ ໃຫຍ່ຂະບວນແຫ່ຂອງຊ້າງ, ກ້ອນ ກໍາລັງຂອງ 8 ເຜົ່າ, ກ້ອນກໍາລັງ ຂອງແຕ່ລະເມືອງ ແລະ ກ້ອນສະ ແດງຕ່າງໆ ໃນພິທີເປີດງານ ໃນ ຕອນຄໍ່າຈະມີການປະກວດນາງ ສາວທິດາບຸນຊ້າງ. ໃນຕອນເຊົ້າວັນທີ 13 ກຸມພາ 2026 ເປັນມື້ຕັກບາດອຸທິດສ່ວນ ກຸສົນໃຫ້ຊ້າງ ແລະ ຄວນຊ້າງ; ກວດ ກາຄວາມພ້ອມຮອບດ້ານ ໃຫ້ແກ່ ການເປີດງານຢ່າງເປັນທາງການ. ໃນວັນທີ 14 ກຸມພາ 2026 ເປັນ ມື້ເປີດມະຫະກໍາບຸນຊ້າງ ປະຈໍາປີ 2026 ຢ່າງເປັນທາງການ ແລະ ຈະ ໄດ້ຮັບຊົມການສະແດງກາຍະສິນ ຈາກສູນກາງ. ໃນວັນທີ 15 ກຸມພາ 2026 ບໍລິການຂີ່ຊ້າງຊົມເມືອງ, ທ່ຽວຊົມການສະແດງຂອງຊ້າງ ແລະ ບັນດາກິດຈະກໍາຕ່າງໆໃນ ງານ; ໃນຕອນຄໍ່າຈະມີການສະແດງ ຄອນເສີດ. ສຳລັບວັນທີ 16 ກຸມພາ 2026 ແມ່ນພິທີມອບລາງວັນຕ່າງໆ ໃຫ້ ຊ້າງ ແລະ ກ້ອນຂະບວນແຫ່ຂອງ ແຕ່ລະເມືອງ. ສ່ວນກິດຈະກໍາດ້ານ ການທ່ອງທ່ຽວ ມີກິດຈະກໍາສະແດງ ຂອງຊ້າງ 15 ລາຍການ. ພາຍໃນ ຕົວເມືອງໄຊຍະບູລີ ໄດ້ມີສະຖານ ທ່ອງທ່ຽວທີ່ສວຍງາມ ທີ່ເປັນສະ ຖານທີ່ສັກກະລະບູຊາ ເປັນຕົ້ນ ວັດ ສີບຸນເຮືອງ (ບ້ານໃຫຍ່) ທີ່ໄດ້ ປະກາດເປັນມໍລະດົກທ້ອງຖິ່ນຂອງ ແຂວງ. ນອກນັ້ນ, ຍັງມີສະຖານທີ່ ກາບໄຫວ້ບູຊາຫໍຫລັກເມືອງ ແລະ ວັດພູທອກ. ສ່ວນສະຖານທີ່ບໍລິການ ທ່ອງທ່ຽວ ກໍມີສູນອະນຸລັກຊ້າງພູ ແຄນ, ສູນອະນຸລັກຊ້າງລາວ ອ່າງ ນ້ຳຕຽນ ແລະ ສວນສາທາລະນະ ລາວ-ຍີ່ປຸ່ນ ໃຫ້ເຂົ້າຢ້ຽມຊົມ. ພ້ອມ ນີ້, ຍັງໄດ້ມີການຈັດຝຶກອົບຮົມ ໃຫ້ ບັນດານັກທຸລະກິດ ແລະ ຜູ້ປະກອບ ການ ເພື່ອປັບປຸງໃຫ້ດີຂຶ້ນດ້ານການ ບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ມີ ຄວາມສະອາດປອດໄພ. ຄຽງຄູ່ກັນ ນັ້ນ, ກໍໄດ້ຄຸ້ມຄອງລາຄາສິນຄ້າ ໃຫ້ ສົມເຫດສົມຜົນ ເພື່ອຕອບສະໜອງ ແລະ ສ້າງຄວາມປະທັບໃຈໃຫ້ແກ່ ແຂກ, ນັກທ່ອງທ່ຽວ ທີ່ໄດ້ມາທ່ຽວ ມາຊົມມະຫະກໍາບຸນຊ້າງ ໃນຄັ້ງນີ້. ເສດຖະກິດ ໂດຍຖືເອົາກະສິກໍາ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການໄປຕາມທິດ ເສດຖະກິດພູມປັນຍາ, ຫັນເປັນອຸດ ສາຫະກໍາ ແລະ ທັນສະໄໝ ເພື່ອ ສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມ ຂອງການຜະລິດ ສິນຄ້າ ແລະ ການບໍລິການເຮັດ ໃຫ້ສັດສ່ວນໂຄງປະກອບດ້ານອຸດ ສາຫະກໍາ ເພີ່ມຂຶ້ນໃນແຕ່ລະປີ, ສືບ ຕໍ່ຍູ້ແຮງການຄ້າໃຫ້ເຂົ້າສູ່ລະບົບ ແລະ ກາຍເປັນຕ່ອງໂສ້ຂອງລະບົບ ເສດຖະກິດ ເພື່ອກະຕຸ້ນການເຕີບໂຕ ທາງດ້ານເສດຖະກິດ ໃຫ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ເປັນຖານລາຍຮັບງົບປະມານ ທີ່ໝັ້ນຄົງ. ພ້ອມກັນນີ້, ສຸມໃສ່ການປຸງ ແຕ່ງຜະລິດຕະພັນກະສິກໍາ, ຊຸກຍູ້ ສົ່ງເສີມ ແລະ ຂະຫຍາຍໂຮງງານ ອຸດສາຫະກໍາປຸງແຕ່ງຜະລິດຕະພັນ ກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ທົດແທນການນໍາເຂົ້າ ໂດຍສະເພາະ ໂຮງງານປຸງແຕ່ງກາເຟ, ໂສມ ແລະ ຜົນຜະລິດກະສິກໍາອື່ນໆ ພ້ອມທັງ ຊຸກຍູ້ຫັດຖະກໍາ-ຈັກສານ, ຕໍ່າແຜ່ນ ແພຊົນເຜົ່າທີ່ເປັນເອກະລັກ ເພື່ອແປ ຮູບເປັນຜະລິດຕະພັນຕ່າງໆ ໃຫ້ຕິດ ພັນກັບການຊຸກຍູ້ຫົວໜ່ວຍທຸລະກິດ ຂະໜາດນ້ອຍແລະກາງ(SMEs) ໃຫ້ມີສ່ວນຮ່ວມໃຫ້ຫລາຍຂຶ້ນ; ຄົ້ນ ຄວ້າໃນການພັດທະນາ ລະບົບຖານ ຂໍ້ມູນຄຸ້ມຄອງໂຮງງານປຸງແຕ່ງກະ ສິກໍາດ້ວຍລະບົບທັນສະໄໝ; ສ້າງ ກົນໄກ ແລະ ຕ່ອງໂສ້ການຜະລິດ ເລີ່ມຈາກສະໜອງວັດຖຸດິບ-ການ ປຸງແຕ່ງ-ຕະຫລາດ; ກໍານົດແບ່ງ ເຂດອຸດສາຫະກໍາທີ່ຊັດເຈນ, ຈັດຕັ້ງ ກຸ່ມ ແລະ ສະຫະກອນການຜະລິດ ວັດຖຸດິບຢ່າງເປັນລະບົບ, ການສະ ໜອງທີ່ພຽງພໍ ເພື່ອຮັບປະກັນໃຫ້ໄດ້ ຕ່ອງໂສ້ການຜະລິດສີຂຽວ ແລະ ມີ ຄວາມຍືນຍົງ. ຂ່າວ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==