glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 11/12/2025 glf4tdy f{la '7q , -u ;y f{;a fmtotme ໂດຍ: ມາລີດາ Ia [Iv';a f c]t rtg9Q kvq '8N [h kog8N v, gxa o,= ]tfq dcsj '-kf ,klts;a ootg0f sh k,rkf8h v',k-u ,vksko16 j 8ts]kf]k;9tg]u o ຂປລ. ວັດພະເຈົ້າອົງຕື້ ບ້ານ ເຕື້ອມ ເມືອງຊຳເໜືອ ເປັນວັດທີ່ມີ ຄວາມເກົ່າແກ່ ຊຶ່ງເປັນສະຖານທີ່ ປະດິດສະຖານຂອງພະເຈົ້າອົງຕື້ ແລະ ພະເຈົ້າອົງຫລວງ ໃນອະ ດີດຈົນເຖິງປັດຈຸບັນ. ວັດດັ່ງກ່າວ ສ້າງຂຶ້ນໃນຊຸມປີ ພສ 2109 ໂດຍ ການນຳພາສ້າງຂອງອົງພະຫ້າວ ຊຶ່ງແມ່ນສະກຸນຊ່າງວຽງຈັນ ຈຸດ ປະສົງໃນການສ້າງວັດແຫ່ງນີ້ ເພື່ອ ເປັນຫລັກບ້ານຫລັກເມືອງ, ເປັນ ບ່ອນສັກກະລະບູຊາ ແລະ ເປັນສິ່ງ ທີ່ຢັ້ງຍືນເຖິງຄວາມຈະເລີນຮຸ່ງ ເຮືອງທາງດ້ານວັດທະນະທຳຂອງ ອານາຈັກລາວລ້ານຊ້າງ ໃນເວ ລານັ້ນ. ວັດແຫ່ງນີ້ມີຮູບຊົງເອກະລັກ ພື້ນຖານສິລະປະລ້ານຊ້າງ, ກໍ່ດ້ວຍ ດິນຈີ່ ປູນປະທາຍ, ຫລັງຄາສູງ ມີຫລາຍຊັ້ນ, ມີການປະດັບດ້ວຍ ລວດລາຍແກະສະຫລັກໄມ້ ແລະ ຮູບແຕ້ມຝາພະໜັງຕ່າງໆ ຖືໄດ້ ວ່າເປັນວັດອີກແຫ່ງໜຶ່ງທີ່ມີຄວາມ ງົດງາມ ຢູ່ໃນເຂດແຄວ້ນແຂວງ ຫົວພັນ. ອົງພະຫ້າວ ໄດ້ມີຄວາມ ຄິດທີ່ຈະສືບຕໍ່ສ້າງພະພຸດທະຮູບ ອົງທອງ ຂຶ້ນເພື່ອປະດິດສະຖານ ໄວ້ຢູ່ວັດແຫ່ງນີ້ຕື່ມ. ພະອົງຕື້ ບ້ານ ເຕື້ອມ ເປັນພະປາງມະຣະມີໄຊ ມີ ຄວາມສູງທັງໝົດຈາກແທ່ນພະ 227 ຊັງຕີແມັດ, ບ່າໄລ່ກວ້າງ 85 ຊັງຕີແມັດ ແລະ ໜ້າຕັກກວ້າງ 122 ຊັງຕີແມັດ, ດ້ວຍຄວາມສຳ ຄັນເກົ່າແກ່ ແລະ ມີຄຸນຄ່າທາງປະ ຫວັດສາດ, ວັດທະນະທໍາ ຖືໄດ້ ວ່າເປັນພະພຸດທະຮູບອົງໜຶ່ງ ທີ່ມີ ຄວາມເກົ່າແກ່ ແລະ ມີຊື່ສຽງ ຊຶ່ງ ໄດ້ສ້າງຂຶ້ນໃນປີ ພສ 2181 ໂດຍ ການນຳພາຂອງ ສົມເດັດສີສຸມັງ ຄະຣາປັນຍາ ພ້ອມດ້ວຍພໍ່ແມ່ປະ ຊາຊົນ ບ້ານເຕື້ອມ, ສ່ວນສະຖານທີ່ ຫລໍ່ພະອົງຕື້ ບ້ານເຕື້ອມ ແຫ່ງນີ້ ແມ່ນຢູ່ບໍລິເວນທາງຫລັງວັດແຫ່ງ ນີ້ ພາຍຫລັງທີ່ມີການຫລໍ່ສຳເລັດ ແລ້ວ ເຫັນວ່າພະອົງດັ່ງກ່າວໄດ້ມີ ອົງປະກອບ ແລະ ຮູບຊົງລັກສະນະ ທີ່ງົດງາມ ຕາມຈຸດປະສົງທີ່ຕ້ອງ ການແລ້ວ ຈຶ່ງໄດ້ທຳພິທີອັງເຊີນ ຂຶ້ນປະດິດສະຖານຢູ່ເທິງແທ່ນທີ່ ອົງພະຫ້າວ ໄດ້ທຳການຫລໍ່ເອົາ ໄວ້ແລ້ວກ່ອນໜ້າຢູ່ວັດແຫ່ງນີ້ ແລະ ໄດ້ຂຽນຈາລຶກໃສ່ແທ່ນອົງພະເຈົ້າ ອົງຕື້ ທີ່ມີເນື້ອໃນລະບຸເຖິງປີສ້າງ ພ້ອມດ້ວຍສັດທາສ້າງພະອົງຕື້ດັ່ງ ກ່າວ ແລະ ໄດ້ໃສ່ຊື້ວ່າພະເຈົ້າອົງຕື້ ບ້ານເຕື້ອມ ຈົນຮອດທຸກວັນນີ້. ເຖິງແນວໃດກໍດີ, ຫວ່າງບໍ່ມາ ນີ້ແຂວງຫົວພັນ ໄດ້ຈັດພິທີປະກາດ ຮັບຮອງເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງ ຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທະນະທໍາ ລະດັບ ທ້ອງຖິ່ນຂອງແຂວງຫົວພັນ ໂດຍມີ ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນ ແຂວງ ຫົວພັນ, ທ່ານ ອ່ອນພັນ ທອງທິດາ ເລຂາພັກເມືອງຊໍາເໜືອ ມີບັນດາ ການນໍາແຂວງ, ເມືອງ, ພະສົງສາມະເນນ ຕະຫລອດຮອດພຸດທະ ສາສະນິກະຊົນພາຍໃນ ແລະ ຕ່າງ ປະເທດເຂົ້າຮ່ວມ. ໃນພິທີດັ່ງກ່າວ, ການນໍາແຂວງ ແລະ ເມືອງ ຍັງໄດ້ ມອບໃບຢັ້ງຢືນ ພ້ອມທັງເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ຕື່ມອີກ. ຂປລ. ຕະຫລາດລາວຈະເລີນ ແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມ ຂອງນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາແຂວງສະຫວັນນະເຂດ ຕ້ອງໄດ້ມາຢ້ຽມຢາມສະຖານທີ່ ແຫ່ງນີ້ເນື່ອງຈາກວ່າ ບັນຍາກາດ ດີ, ອາຫານກໍແຊບ ແລະ ມີຮ້ານອາ ຫານຫລາກຫລາຍໃຫ້ເລືອກກິນ ແບບບໍ່ຊໍາກັນເປັນຕົ້ນ ອາຫານຕາມ ສັ່ງ, ປະເພດເສັ້ນ, ຕໍາ, ຍໍາ, ແກງ ແລະ ອື່ນໆ ເວົ້າໄດ້ວ່າມາບ່ອນນີ້ ຢາກກິນຫຍັງກໍໄດ້ກິນ. ນອກນີ້, ຍາມຄໍ່າຄືນ ຍັງມີດົນຕີບັນເລງເພງ ມວນໆເພື່ອສ້າງຄວາມເບີກບານ ມ່ວນຊື່ນໃຫ້ລູກຄ້າທີ່ເຂົ້າມາໃຊ້ ບໍລິການໃນຕະຫລາດລາວຈະເລີນ ແຫ່ງນີ້. ນາງ ກະນົກພອນ ຂາວພອນ ຜູ້ຈັດການຕະຫລາດລາວຈະເລີນ ໃຫ້ຮູ້ວ່າ: ສໍາລັບຕະຫລາດລາວ ຈະເລີນ ເປີດໃຫ້ບໍລິການມາແຕ່ປີ 2022 ປັດຈຸບັນ ມີບັນດາຮ້ານຄ້າ 100 ປາຍຮ້ານເຂົ້າມາຂາຍອາ ຫານ ໂດຍໃນຕະຫລາດໄດ້ມີການ ຈັດສັນແບ່ງເປັນຫລາຍສ່ວນ ເຊັ່ນ: ເຂດປີ້ງ, ເຂດອາຫານສຸກ, ປະ ເພດຂອງຫວານ, ອາຫານຕາມສັ່ງ, ຄືນກໍຈະມີການເສບດົນຕີມ່ວນໆ ໃຫ້ລູກຄ້າຟັງ ພ້ອມກັບການກິນ ອາຫານແຊບໆ, ສໍາລັບຈຸດເດັ່ນທີ່ ສາມາດດຶງດູດນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງແຂວງ ໄດ້ຢ່າງ ຫລວງຫລາຍ ກໍຈະເປັນບັນຍາກາດ ທີ່ສວຍງາມ ໂດຍສະເພາະຍາມ ແລງ ຈະເຫັນທິວທັດແຄມຂອງໄດ້ ຢ່າງຊັດເຈນ ບວກກັບການອອກ ແບບຕະຫລາດໃຫ້ມີຄວາມສວຍ ງາມ, ທັນສະໄໝ, ມີບ່ອນຖ່າຍ ຮູບ, ມີບ່ອນນັ່ງຫລິ້ນດ້ານໜ້າຕະ ຫລາດ. ນອກນີ້, ກໍມີອາຫານທີ່ ຫລາກຫລາຍ. ແນວໃດກໍດີ, ເມື່ອ ມີຕະຫລາດແລ້ວ ກໍປະຕິເສດບໍ່ໄດ້ ເລື່ອງບັນຫາສິ່ງແວດລ້ອມ ແຕ່ ທາງເຮົາກໍພະຍາຍາມເອົາໃຈໃສ່ ແກ້ໄຂ ໂດຍເບື້ອງຕົ້ນແມ່ນໃຫ້ບັນ ດາຜູ້ປະກອບການ ແຍກຂີ້ເຫຍື້ອ, ອະນາໄມສະຖານທີ່ ແລະ ສົ່ງເສີມ ການນໍາໃຊ້ພາຊະນະຖ້ວຍ, ບ່ວງ ຫີນເວລາລູກຄ້າເຂົ້າມາກິນຢູ່ຮ້ານ ເພື່ອຫລຸດຜ່ອນການນໍາໃຊ້ກÐ ອງ ໂຟມ, ຖົງຢາງປລາສຕິກອີກດ້ວຍ. ນອກຈາກມີຂາຍອາຫານໃນຕະ ຫລາດແລ້ວ, ຍັງມີບໍລິການໂຮງ ໜັງລາວຈະເລີນ ທີ່ຫາກໍເປີດໃນ ເດືອນພຶດສະພາຜ່ານມານີ້ ເພື່ອອຳ ນວຍຄວາມສະດວກໃຫ້ກັບລູກຄ້າ ທີ່ເຂົ້າມາຊື້ມາກິນອາຫານແລ້ວ ຍັງ ສາມາດໄປເບິ່ງໜັງໄດ້ອີກ, ຖືວ່າ ມາບ່ອນດຽວຄຸ້ມສຸດຄຸ້ມ. ນາງ ກະນົກພອນ ເວົ້າເສີມວ່າ: ຕະຫລາດລາວຈະເລີນ ເປັນອີກຕະ ຫລາດໜຶ່ງ ທີ່ຊ່ວຍສົ່ງເສີມໃຫ້ຊາວ ໜຸ່ມ-ໄວໜຸ່ມ ແລະ ພໍ່ແມ່ປະຊາຊົນ ໃນທ້ອງຖິ່ນໃຫ້ມີວຽກເຮັດງານ ທໍາ, ມີລາຍຮັບເພີ່ມຂຶ້ນ ເນື່ອງຈາກ ວ່າມີການຄ້າຂາຍ ກໍມີຫລາຍວຽກ ທີ່ຕິດພັນກັນເຮັດໃຫ້ມີການຈ້າງ ງານຢ່າງຫລວງຫລາຍ. ສະນັ້ນ, ຈຶ່ງເຊີນຊວນທຸກໆທີ່ໄດ້ມາທ່ຽວ ແຂວງສະຫວັນນະເຂດ ກໍສາມາດ ແວ່ເຂົ້າມາທ່ຽວຊົມໄດ້ ໂດຍຮ້ານ ຈະເປີດບໍລິການທຸກວັນ ເລີ່ມແຕ່ ເວລາ 16:00 ໂມງ - 23:00 ໂມງ ຮັບຮອງວ່າທ່ານຈະປະທັບໃຈແນ່ ນອນ. ສໍາລັບທ່ານໃດມາແຂວງ ສະຫວັນນະເຂດ ຢາກໄປຫລິ້ນຕະ ຫລາດນີ້ ແຕ່ບໍ່ຮູ້ທາງກໍ່ສາມາດຕິດ ຕໍ່ສອບຖາມໄດ້ທີ່ເບີ 020 2221 3757. ຕຳ, ຍຳ...ແລະ ໂຊນຂາຍເຄື່ອງນຸ່ງ ຫົ່ມ. ນອກຈາກນີ້, ໃນຍາມກາງ
RkJQdWJsaXNoZXIy MTc3MTYxMQ==