11/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ສະຖານທູດລາວ... ສປປ ລາວ ສາມາດທຳລາຍ... ນວ ເປີດຂະບວນການ... ສະຫລອງ ຄົບຮອບ 30 ປີ... ຂປລ. ນະຄອນຫລວງວຽງຈັນ (ນວ) ເປີດຂະບວນການສັກວັກ ຊິນປ້ອງກັນພະຍາດມະເຮັງປາກ ມົດລູກ )P7 2025 ໃນວັນທີ 9 ທັນວາ 2025 ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກ ສາທາລະນະສຸກ ນວ, ມີຫົວໜ້າ ຫ້ອງການກະຊວງສາທາລະນະ ສຸກ, ຄະນະກຳມາທິການເພື່ອແມ່- ເດັກ ແລະ ສົ່ງເສີມຄວາມກ້າວໜ້າ ແມ່ຍິງ, ຄູ່ຮ່ວມພັດທະນາ, ບັນດາ ຂະແໜງການທີ່ກ່ຽວຂ້ອງ ນວ, ແພດ-ໝໍ, ຄູ-ອາຈານ ແລະ ນັກຮຽນ ຍິງ ເຂົ້າຮ່ວມ. ໂອກາດນີ້,ທ່ານພູວົງວົງຄຳຊາວ ໄດ້ສະແດງຄວາມຊົມເຊີຍມາຍັງ ສອງກະຊວງການຕ່າງປະເທດ... ຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາ ລະເບີດບໍ່ທັນເ ເຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ສຳພາດເມື່ອບໍ່ດົນ ນີ້ວ່າ: ນັບແຕ່ປີ 1996 ເປັນຕົ້ນ ມາການຈັດຕັ້ງປະຕິບັດວຽກງານ ແກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງ (ລບຕ) ແມ່ນຂຶ້ນກັບ ອົງການເກັບກູ້ລະເບີດແຫ່ງຊາດ ທີ່ເຮັດວຽກກັບບັນດາຄູ່ຮ່ວມງານ ທີ່ເປັນອົງການຈັດຕັ້ງສາກົນ. ນັບ ເເຕ່ມື້ເລີ່ມໂຄງການເກັບກູ້ລະເບີດ ຢູ່ລາວສາມາດທຳລາຍລະເບີດ ບໍ່ທັນເເຕກທີ່ຕົກຄ້າງໄດ້ທັງໝົດ 2.065.101 ໜ່ວຍ, ຄືນພື້ນທ່ີ ດິນໃຫ້ຊຸມຊົນເພື່ອໃຊ້ປະໂຫຍດໄດ້ ທັງໝົດ 99.580 ເຮັກຕາ. ສຳລັບ ຕົວເລກຄາດໝາຍວຽກງານ ລບຕ ແລະ ແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ 9 (2026-2030) ທີ່ສະພາແຫ່ງຊາດຮັບຮອງແມ່ນ ຈະສືບຕໍ່ຈັດຕັ້ງສໍາຫລວດບໍ່ແມ່ນ ວິຊາການຈໍານວນບ້ານ ເພື່ອຊອກ ກະຖາຂອງທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ ມີອໍານາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ, ມີຄະນະນຳສະ ຖານທູດ, ຊ່ຽວຊານສື່ມວນຊົນ ລາວປະຈໍາ $M( ແລະ ນັກສຶກສາ ລາວເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນ ທິດທາງ ແລະ ປຸກລະດົມແນວ ຄິດຈິດໃຈຂອງບັນດາພະນັກງານ ການທູດລາວ ແລະ ນັກສຶກສາລາວ ທີ່ຈະກາຍເປັນກໍາລັງແຮງຂອງ ຊາດໃນຕໍ່ໜ້າໄດ້ຮຽນຮູ້ເອົາມູນເຊື້ອ ຂອງຊາດ, ຄຸນງາມຄວາມດີ, ຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ ແລະ ແບບແຜນການດຳ ລົງຊີວິດອັນດີງາມຂອງປະທານ ໄກສອນ ພົມວິຫານ ເພື່ອໝູນ ໃຊ້ເຂົ້າໃນການຝຶກຝົນຫລໍ່ຫລອມ ຕົນເອງໃຫ້ກາຍເປັນສະມາຊິກ ພັກ, ພະນັກງານຜູ້ດີເດັ່ນ ແລະ ເປັນປັນຍາຊົນທີ່ມີຄຸນນະພາບເພື່ອ ສືບຕໍ່ສ້າງສາພັດທະນາປະເທດ ຊາດໃຫ້ຈະເລີນກ້າວໜ້າຕາມຍຸກ ສະໄໝ. ໂອກາດນີ້, ທ່ານ ສົມພອນ ສີຈະເລີນ ໄດ້ຍົກໃຫ້ເຫັນມູນເຊື້ອ ການຕໍ່ສູ້ອັນອົງອາດກ້າຫານຂອງ ບັນພະບູລຸດລາວ ທີ່ລະອິດລະອ້ຽວ, ຍືດເຍື້ອຍາວນານມາຫລາຍຮ້ອຍປີ ສືບທອດກັນມາ ຈົນມາເຖິງໄລຍະ ແຫ່ງການນໍາພາຕໍ່ສູ້ຂອງພັກປະຊາ ຊົນປະຕິວັດລາວ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ ຕ້ານກັບການຮຸກຮານ ແລະ ຄອບ ຄອງຂອງຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ຈົນສາມາດ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975, ກ້າວມາເຖິງໄລຍະ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ພ້ອມນີ້, ທ່ານທູດ ຍັງໄດ້ຍົກໃຫ້ເຫັນເຖິງຜົນງານໃນ ດ້ານຕ່າງໆ ສປປ ລາວ ທີ່ພົ້ນເດັ່ນ ລັດຖະບານ ແຫ່ງ ສ ອາແຊັກໄບ ຊານ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນ ສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກ ພາກສ່ວນຕ່າງໆຂອງທັງສອງຝ່າຍ ເຂົ້າຮ່ວມ. ໃນພິທີທີ່ມີຄວາມໝາຍຄວາມ ສໍາຄັນດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ເອລນູຣມາ ມາດົບ ໄດ້ໃຫ້ກຽດກ່າວຄໍາເຫັນ ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜົນສຳເລັດແຫ່ງການ ພົວພັນຮ່ວມມືໃນໄລຍະສາມທົດ ສະວັດຜ່ານມາລະຫວ່າງສອງລັດ ຖະບານ ກໍຄື ປະຊາຊົນສອງຊາດ ລາວ-ອາແຊັກໄບຊານ. ນັບຕັ້ງແຕ່ ສ້າງຕັ້ງສາຍພົວພັນການທູດນຳ ກັນໃນວັນທີ 22 ພຶດສະພາ 1995 ເປັນຕົ້ນມາ, ສອງປະເທດແມ່ນສືບ ຕໍ່ຮັກສາໄດ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ, ສະແດງ ອອກໃນການແລກປ່ຽນການຢ້ຽມ ຢາມ ແລະ ການພົບປະກັນຂອງ ຄະນະຜູ້ແທນຂັ້ນສູງ. ພິເສດແມ່ນ ການພົບປະລະຫວ່າງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ອິວຮາມ ອາລີເຢບ ປະທານາທິບໍດີ ແຫ່ງ ສ ອາແຊັກ ໄບຊານ ໃນໂອກາດເຂົ້າຮ່ວມກອງ ປະຊຸມສຸດຍອດກຸ່ມບຣິກສ໌ ໃນເດືອນ ຕຸລາ 2024 ຜ່ານມາ ທີ່ເມືອງກາ ຊານ, ສ ຣັດເຊຍ ຊຶ່ງເປັນຂີດໝາຍ ສໍາຄັນຕໍ່ຄວາມໝັ້ນໝາຍອັນແຮງ ກ້າທາງດ້ານການເມືອງໃນການ ເພີ່ມທະວີຮັດແໜ້ນການພົວພັນ ຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ. ຄຽງຄູ່ກັນນັ້ນ, ສອງປະເທດຍັງ ໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນ ຫລາຍຂົງເຂດເປັນຕົ້ນແມ່ນການ ພົວພັນຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພົວພັນລະຫວ່າງ ປະຊາຊົນ ເພື່ອຊຸກຍູ້ສົ່ງເສີມການ ທ່ອງທ່ຽວ ແລະ ອື່ນໆ, ລວມເຖິງ ການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ, ການພົວພັນການຮ່ວມມືຂອງສອງ ປະເທດ ສືບຕໍ່ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ພັດທະນາຍິ່ງໆຂຶ້ນ, ທັງສອງຝ່າຍຕ່າງກໍສະແດງຄວາມ ເຊື່ອໝັ້ນຢ່າງຍິ່ງວ່າສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີບົນພື້ນຖານຄວາມ ເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ຈະ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມ ປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ກໍຄື ການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ຕາງ ໜ້າໃຫ້ແກ່ລັດຖະບານ ກໍຄື ປະຊາ ຊົນ ແຫ່ງ ສປປ ລາວ ສະແດງ ຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ແຫ່ງ ສ ອາແຊັກໄບຊານ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບ ປະເທດ ລາວ-ອາແຊັກໄບຊານ ຈັດຂຶ້ນໃນວັນທີ 8 ທັນວາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງທ່ານ ໄມທອງ ທໍາມະວົງສາ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ແລະ ທ່ານ ເອລນູຣ ມາມາດົບ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ ອາແຊັກ ໄບຊານ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນຂີດໝາຍອັນ ສຳຄັນປະກອບສ່ວນເຂົ້າໃນການ ເສີມຂະຫຍາຍການພົວພັນຮ່ວມມື ຂອງສອງປະເທດ ແລະ ມີຂຶ້ນໃນ ທ່າມກາງທີ່ສອງປະເທດພວມ ຮ່ວມກັນສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ອາແຊັກໄບ ຊານ ຄົບຮອບ 30 ປີ. ໃນໂອກາດ ດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນທົບ ທວນຄືນ ແລະ ຕີລາຄາສະພາບການ ພົວພັນຮ່ວມມືລະຫວ່າງສອງປະ ເທດໃນໄລຍະຜ່ານມາ ພ້ອມທັງ ປຶກສາຫາລື ແລະ ແລກປ່ຽນຄໍາຄິດ ຄໍາເຫັນກ່ຽວກັບການຮ່ວມມືສອງ ຝ່າຍ, ຫລາຍຝ່າຍ ແລະ ການຮ່ວມມື ໃນຂົງເຂດຕ່າງໆທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ຊຶ່ງນັບຕັ້ງແຕ່ ສປປ ລາວ ແລະ ສ ອາແຊັກໄບຊານ ສ້າງ ຕັ້ງສາຍພົວພັນການທູດນຳກັນໃນ ວັນທີ 22 ພຶດສະພາ 1995 ເປັນຕົ້ນ ມາ, ສອງປະເທດແມ່ນສືບຕໍ່ຮັກສາ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ. ພິເສດໃນປີ 2025 ນີ້, ສະໜູນ ສປປ ລາວ ໃນໄລຍະຜ່ານ ມາ ໂດຍສະເພາະການພັດທະນາ ຊັບພະຍາກອນມະນຸດໃນເມື່ອກ່ອນ ກໍຄື ການສະໜອງທຶນການສຶກສາ ແລະ ຝຶກອົບຮົມໃຫ້ແກ່ ສປປ ລາວ ໃນປັດຈຸບັນ. ການສະເຫລີມສະ ຫລອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາ ແຊັກໄບຊານ ໃນປີນີ້ ແມ່ນເຕັມ ໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບອັນອົບອຸ່ນ ແລະ ມີຂຶ້ນ ໃນທ່າມກາງບັນຍາກາດທີ່ ສປປ ລາວ ພວມສະເຫລີມສະຫລອງວັນ ຊາດ ຄົບຮອບ 50 ປີ ຢ່າງມີບັນ ຍາກາດອັນຟົດຟື້ນ ແລະ ມີຄວາມ ໝາຍສໍາຄັນ. ນອກຈາກການຈັດ ພິທີສະເຫລີມສະຫລອງໃນຄັ້ງນີ້, ສອງປະເທດຍັງມີກິດຈະກໍາສໍາຄັນ ຮ່ວມກັນເຊັ່ນ: ບັນດາການນໍາຂັ້ນ ສູງຂອງສອງປະເທດ ໄດ້ແລກປ່ຽນ ສານຊົມເຊີຍເຊິ່ງກັນ ແລະ ກັນ ເປັນ ຕົ້ນແມ່ນປະທານປະເທດ, ປະທານ ສະພາແຫ່ງຊາດ, ນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ. ອົງການຈັດຕັ້ງສາກົນເປັນຕົ້ນອົງ ການອະນາໄມໂລກ ແລະ ອົງການ ກາວີ ທີ່ໃຫ້ການສະໜັບສະໜູນ ໃນພິທີເປີດຂະບວນການຄັ້ງນີ້ ຊຶ່ງປີນີ້ເປັນປີໃນການສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນວັນທີ່ ມີຄວາມໝາຍຄວາມສໍາຄັນຂອງ ຊາດລາວຕິດພັນກັບການເຕີບໃຫຍ່ ຂະຫຍາຍຕົວທາງດ້ານວຽກງານ ສາທາລະນະສຸກ ກໍຄື ວຽກງານກັນ ພະຍາດໃນການຫລຸດຜ່ອນອັດຕາ ການເຈັບເປັນ ແລະ ການເສຍຊີວິດ ຂອງແມ່ ແລະ ເດັກ ຈາກພະຍາດທີ່ ສາມາດກັນດ້ວຍວັກຊີນ. ໃນ ສປປ ລາວ ມີແມ່ຍິງປະມານ 320 ຄົນເປັນມະເຮັງປາກມົດລູກ ໃນແຕ່ລະປີທີ່ເກີດຈາກເຊື້ອໄວ ຣັສດັ່ງກ່າວ, ເອີ້ນວ່າ Iuman QaQillomaviruT ()P7) ຊຶ່ງເປັນ ອັບດັບ 2 ຮອງຈາກມະເຮັງເຕົ້ານົມ. ພັກ ແລະ ລັດຖະບານລາວ ໄດ້ມີ ຄວາມພະຍາຍາມເອົາໃຈໃສ່ສົ່ງເສີມ ແລະ ເອົາໃຈໃສ່ໃນການຮັກສາສຸຂະ ພາບໃຫ້ແກ່ແມ່ຍິງ ເພື່ອໃຫ້ແມ່ຍິງ ໄດ້ເຂົ້າເຖິງການດູແລສຸຂະພາບທີ່ ຖືກຕ້ອງເລີ່ມແຕ່ປີ 2020 ເປັນຕົ້ນ ມາຮອດປັດຈຸບັນ. ທັງນີ້, ກໍເພື່ອ ຫລຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່ຍິງໃນແຕ່ ລະປີ. ທ່ານ ໄຊຍະວົງ ດວງມະນີ ໄດ້ ກ່າວວ່າ: ວັກຊິນ )P7 ແມ່ນມີປະ ສິດທິພາບສູງ ແລະ ປອດໄພສູງ, ພາຍຫລັງເປີດຂະບວນການແລ້ວ ທີມງານແພດ-ໝໍຈະໄດ້ລົງສັກຢາ ໃຫ້ເດັກຍິງເປົ້າໝາຍທີ່ມີອາຍຸ 10 ປີ ຕາມສະຖານທີ່ໂຮງຮຽນປະຖົມ ທົ່ວ ນວ ທັງໝົດ 473 ແຫ່ງ. ໃນ ນັ້ນ, ເມືອງຈັນທະບູລີ 38 ແຫ່ງ, ເມືອງສີໂຄດຕະບອງ 72 ແຫ່ງ, ເມືອງໄຊເສດຖາ 62 ແຫ່ງ, ເມືອງ ສີສັດຕະນາກ 43 ແຫ່ງ, ເມືອງນາ ຊາຍທອງ 53 ແຫ່ງ, ເມືອງໄຊທານີ 120 ແຫ່ງ, ເມືອງຫາດຊາຍຟອງ 52 ແຫ່ງ, ເມືອງສັງທອງ 33 ແຫ່ງ ແລະ ເມືອງປາກງື່ມ 49 ແຫ່ງ. ຂໍ້ມູນ-ພາບ: ວຽງຈັນໃໝ່ ຫາຈຸດຫລັກຖານລະເບີດບໍ່ທັນ ແຕກ (ລະເບີດລູກຫວ່ານ) 600 ບ້ານຕໍ່ປີ; ຈັດຕັ້ງການສຳຫລວດ ບໍ່ແມ່ນວິຊາການທີ່ຢັ້ງຢືນວ່າເປັນ ພື້ນທີ່ອັນຕະລາຍ ທີ່ມີລະເບີດບໍ່ທັນ ແຕກ 25.000 ເຮັກຕາ ຕໍ່ປີ; ກວດ ກູ້ ລບຕ ອອກຈາກພືຶ້ນທີ່ທໍາການ ຜະລິດ, ເຂດຊຸມຊົນ ແລະ ເຂດຈຸດ ສຸມທຸລະກິດ 7.500 ເຮັກຕາ ຕໍ່ປີ; ໂຄສະນາສຶກສາຄວາມສ່ຽງຈາກ ລບຕ 1.500 ເທື່ອບ້ານຕໍ່ປີ; ຂະ ຫຍາຍຫລັກສູດເຂົ້າໃນສະຖາບັນ ການສຶກສາຕ່າງໆ 500 ແຫ່ງຕໍ່ປີ; ຟື້ນຟູ, ປິ່ນປົວ ແລະ ພັດທະນາຊິວິດ ການເປັນຢູ່ຂອງຜູ້ຖືກເຄາະຮ້າຍ ຈາກ ລບຕ 1.200 ຄົນ ຕໍ່ປີ. ທ່ານ ບຸນເພັງ ສີສະຫວັດ ຍັງໃຫ້ ຮູ້ອີກວ່າ: ສະເພາະຫ້ອງການຄະນະ ກຳມະການຄຸ້ມຄອງແຫ່ງຊາດ ເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ກໍໄດ້ຮັບການຊີ້ນໍາ-ນໍາພາ ຢ່າງໃກ້ຊິດຈາກອົງການຈັດຕັ້ງພັກລັດ ເພື່ອເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານ. ເຖິງວ່າພວກເຮົາຈະ ມີຄວາມຄືບໜ້າທີ່ສຳຄັນ, ແຕ່ໄພ ອັນຕະລາຍຈາກ ລບຕ ຍັງຄົງເປັນ ສິ່ງທ້າທາຍອັນໃຫຍ່ຫລວງ ແລະ ສັບສົນທີ່ຮຽກຮ້ອງໃຫ້ມີຄວາມມຸ່ງ ໝັ້ນຂອງຊາດຢ່າງຕໍ່ເນື່ອງ. ສະເພາະຫ້ອງການຄະນະກຳ ມະການຄຸ້ມຄອງແຫ່ງຊາດ ເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຄຊກລ) ກໍ ໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດວຽກງານ. ວຽກ ໂຄສະນາສຶກສາຄວາມສ່ຽງຈາກ ລບຕ (E03E) ແມ່ນວຽກງານ ໜຶ່ງທີ່ມີຄວາມສຳຄັນທີ່ສຸດ ຊຶ່ງ ໄດ້ບັນລຸຜົນສຳເລັດອັນເປັນໜ້າ ພູມໃຈເປັນຕົ້ນນັບຕັ້ງແຕ່ປີ 1996 ມາເຖິງເດືອນສິງຫາ 2025 ໄດ້ຈັດ ກິດຈະກຳໂຄສະນາສຶກສາໄດ້ທັງ ໝົດ 4.418 ບ້ານ, ຈັດກິດຈະກຳ ແລ້ວ 41.205 ຄັ້ງ, ມີຜູ້ໄດ້ຮັບຜົນ ປະໂຫຍດທັງໝົດຢູ່ 5.608.152 ຄົນ. ໃນນັ້ນ, ປະກອບມີແມ່ຍິງ ແລະ ເດັກຍິງ 2.755.721 ຄົນ. ຜົນ ສຳເລັດນີ້, ໄດ້ຊ່ວຍເຮັດໃຫ້ພໍ່ແມ່ປະ ຊາຊົນ, ເດັກຍິງ ແລະ ເດັກຊາຍມີ ຄວາມຮູ້ກ່ຽວກັບຄວາມອັນຕະລາຍ ຈາກ ລບຕ ແລະ ຮູ້ວິທີຫລີກລ່ຽງ ແລະ ປ້ອງກັນອຸຕິເຫດໄດ້. ຂ່າວ: ທະນູທອງ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕະຫລອດໄລຍະ 50 ປີ ຜ່ານມາ ຢ່າງເອກອ້າງທະນົງໃຈ. ພາຍໃຕ້ການນຳພາອັນປີຊາສາ ມາດສະຫລາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ, ປະຊາຊົນ ລາວບັນດາເຜົ່າສາມາດຍາດໄດ້ຜົນ ສຳເລັດຢ່າງຕໍ່ເນື່ອງໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ເຮັດໃຫ້ປະເທດຊາດ ມີການປ່ຽນແປງໃໝ່ໃຫຍ່ຫລວງ ຮອນດ້ານ, ປະເທດຊາດມີສະຖຽນ ລະພາບດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມປອດໄພ, ສາມັກຄີ, ປອງດອງ, ການພັດທະ ນາເສດຖະກິດ-ສັງຄົມ ໄດ້ຮັບການ ຂະຫຍາຍຕົວເປັນກ້າວໆ, ການ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ ຊຶ່ງແມ່ນບຸລິມະສິດຂອງພັກ ແລະ ລັດຖະບານມີຄວາມຄືບໜ້າ ແລະ ຫລຸດລົງຢ່າງຕໍ່ເນື່ອງ, ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າໄດ້ຮັບການຍົກສູງຂຶ້ນຢ່າງ ບໍ່ຢຸດຢັ້ງ. ນອກຈາກນັ້ນ, ອັນທີ່ ພົ້ນເດັ່ນຄື ພວກເຮົາສາມາດປ່ຽນ ສະຖານະພາບຈາກປະເທດບໍ່ມີ ທາງອອກສູ່ທະເລກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ໂດຍຜ່ານເສັ້ນທາງ ລົດໄຟລາວ-ຈີນ ກໍຄື ຂໍ້ລິເລີ່ມໜຶ່ງ ແລວ ໜຶ່ງເສັ້ນທາງ. ໂ ອ ກ າ ດ ດ ຽ ວ ກັນ , ທ່ າ ນ ສົມພອນ ສີຈະເລີນ ຍັງໄດ້ຍົກໃຫ້ ເຫັນເຖິງຊີວິດ ແລະ ການເຄື່ອນ ໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາ ລົບຮັກຂອງປວງຊົນລາວທັງຊາດ, ເປັນຜູ້ນໍາພາກໍ່ຕັ້ງພັກປປລາວ, ເປັນ ວິລະບູລຸດຂອງຊາດລາວ, ເປັນຜູ້ຈັດ ຕັ້ງນໍາພາ-ພາລະກິດປະຕິວັດອັນຍິ່ງ ໃຫຍ່ຂອງປະເທດຊາດ, ຍາດໄດ້ ໄຊຊະນະຢ່າງສະຫງ່າງາມ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍ. ພ້ອມນີ້, ທ່ານຍັງ ໄດ້ຍົກໃຫ້ເຫັນຄວາມປີຊາສາມາດ ໃນການນຳພາ-ຊີ້ນຳພາລະກິດປະ ຕິວັດຕະຫລອດຊີວິດຂອງເພິ່ນ ແລະ ຍົກໃຫ້ເຫັນແບບຢ່າງຄຸນສົມບັດ ສິນທຳປະຕິວັດ, ແບບແຜນດຳລົງ ຊີວິດທີ່ລຽບງ່າຍຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍ ເປັນຫ່ວງເປັນໄຍຕໍ່ການພັດທະນາ ປະເທດຊາດ. ໂດຍ: ເກີດຂວັນໃຈ ມາລີຈັນສີ ສອງປະເທດໄດ້ຮ່ວມກັນສະເຫລີມ ສະຫລອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ນໍາກັນ; ສອງຝ່າຍຍັງຕີລາຄາສູງຕໍ່ ໝາກຜົນການພົບປະລະຫວ່າງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສປປລາວແລະທ່ານອິວຮາມ ອາລີເຢບ ປະທານາທິບໍດີ ແຫ່ງ ສ ອາແຊັກໄບຊານ ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ ບຣິກສ໌ ໃນເດືອນຕຸລາ 2024 ຜ່ານ ມາທີ່ເມືອງກາຊານ, ສ ຣັດເຊຍ ຊຶ່ງເປັນຂີດໝາຍສໍາຄັນຕໍ່ການໝັ້ນ ໝາຍອັນແຮງກ້າທາງດ້ານການ ເມືອງ ໃນການເພີ່ມທະວີຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ ໃນຂົງ ເຂດຕ່າງໆ, ລວມທັງການກ້າວໄປ ສູ່ການຈັດກອງປະຊຸມປຶກສາຫາລື ທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ອາແຊັກໄບຊານ ຄັ້ງປະຖົມ ມະລືກນີ້ ກໍແມ່ນການຜັນຂະຫຍາຍ ຜົນຂອງການພົບປະດັ່ງກ່າວ. ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ໃນດ້ານຕ່າງໆເປັນຕົ້ນການພົວພັນ ຮ່ວມມືທາງດ້ານການເມືອງ, ການ ຮ່ວມມືລະຫວ່າງສອງພັກການ ເມືອງ, ການຮ່ວມມືທາງດ້ານລັດ ຖະສະພາ, ດ້ານເສດຖະກິດ-ການ ຄ້າ ແລະ ການລົງທຶນ, ການທ່ອງ ທ່ຽວ, ການສຶກສາ, ລວມເຖິງວຽກ ງານການເກັບກູ້ລະເບີດບໍ່ທັນແຕກ ຊຶ່ງທັງສອງປະເທດໃຫ້ຄວາມສໍາ ຄັນຕໍ່ວຽກງານດັ່ງກ່າວ ເນື່ອງຈາກ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກ ລະເບີດຄືກັນ. ນອກນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນ ຄຳຄິດຄຳເຫັນ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ເປັນມູນເຊື້ອອັນດີງາມລະ ຫວ່າງສອງປະເທດໃນຕໍ່ໜ້າໃຫ້ສືບ ຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ; ສອງຝ່າຍ ເຫັນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມ ທັງໄດ້ແລກປ່ຽນທັດສະນະຕໍ່ບັນຫາ ພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ເອລນູຣ ມາມາດົບ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ອາແຊັກໄບຊານ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດລາວ, ເປັນ ເຈົ້າພາບງານລ້ຽງຮ່ວມກັບທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສະເຫລີມ ສະຫລອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາ ແຊັກໄບຊານ ແລະ ຍັງໄດ້ຢ້ຽມ ຢາມສະຖານທີ່ທ່ອງທ່ຽວທີ່ສໍາ ຄັນຈໍານວນໜຶ່ງຢູ່ນະຄອນຫລວງ ວຽງຈັນ.
RkJQdWJsaXNoZXIy MTc3MTYxMQ==