7172

11/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່ຈາກສະບັບກ່ອນ ບົດສະເໜີ 50 xu dkoIj ;,,n ]k;{9u o c|h oc2h oltmh vo7;k,leg]a f9kd]k;l6j lkdq o ©ດຍ ເກີດຂວັນªຈ ມາລີຈັນສີ ຄຳຖາມ5: ໜຶ່ງໃນນັ້ນທາງສູນ ກາງພັກກອມມູນິດຈີນ ໄດ້ກຳນົດໄວ້ ການພັດທະນາເສດຖະກິດ-ສັງຄົມ ນີ້ ແມ່ນຕ້ອງຖືເອົາຊີວິດການເປັນຢູ່ ຂອງປະຊາຊົນເປັນສຳຄັນ ຫລື ເປັນ ຫລັກທ່ານທູດເຫັນວ່າຄຳນີ້ມັນເລິກ ເຊິ່ງ ແລະ ມີຄວາມໝາຍແນວໃດ ທ່ານທູດກ່າວ: ສະແດງໃຫ້ເຫັນ ເຖິງທາດແທ້ຄຸນລັກສະນະຂອງ ພັກ, ຄືພັກເກີດຈາກປະຊາຊົນເຮັດ ເພື່ອປະຊາຊົນໂດຍປະຊາຊົນ. ສະ ນັ້ນ, ເວລາໃດພັກກອມມູນິດຈີນ ນັບແຕ່ມື້ກໍາເນີດໄດ້ຖືເອົາປະຊາຊົນ ເປັນສິ່ງທີ່ສູງສຸດກວ່າໝູ່, ດັ່ງພວກ ເຮົາເຫັນນໍາກັນໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ຜ່ານມາວ່າ ເປັນແຜນພັດທະນາທີ່ ໂລກໄດ້ຍ້ອງຍໍເປັນແຜນພັດທະນາ ທີ່ສືບເນື່ອງໝັ້ນທ່ຽງ ໃນເມື່ອເປັນ ຄືແນວນັ້ນເຮັດໃຫ້ຈີນມີການພັດທະ ນາໄວ, ທັງໝົດນັ້ນກໍຕ້ອງສະໜອງ ຄວາມຮຽກຮ້ອງຕ້ອງການພື້ນຖານ ຂອງປະຊາຊົນ, ນັ້ນກໍຖືວ່າປະຊາ ຊົນເປັນກົກສ້າງຄວາມນິຍົມ, ສ້າງ ໄດ້ການສະໜັບສະໜູນ ແລະ ເປັນ ທ່າແຮງອັນໜຶ່ງຂອງພັກກອມມູນ ຈີນ ຂຸດຄົ້ນເປັນທ່າແຮງທີ່ບົມຊ້ອນ ທີ່ບໍ່ເຫືອດແຫ້ງ, ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ, ນີ້ກໍເປັນເປົ້າ ໝາຍຂອງມວນມະນຸດທີ່ຈະຕ້ອງ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນນີ້ ເປັນຈຸດເດັ່ນອັນໜຶ່ງ. ທຸກສິ່ງທຸກ ຢ່າງພັກກອມມູນິດຈີນ ກໍຢືນຢັນ ວ່າ: ຕ້ອງເອົາປະຊາຊົນເປັນກົກ ເຮັດເພື່ອປະຊາຊົນ, ນີ້ຖືວ່າຫລາຍ ປະເທດໃນໂລກນັບທັງ ສປປ ລາວ ກໍໃຫ້ການສະໜັບສະໜູນ ແລະ ຊົມ ເຊີຍການພັດທະນາມາເຖິງປັດຈຸ ບັນນີ້, ຜົນສໍາເລັດມາຮອດຈຸດນີ້ ແລະ ໄດ້ເຄີຍໄປຖາມປະຊາຊົນຈີນ ໃນນາມທີ່ມາເປັນທູດຢູ່ນີ້ພັກເຮັດ ເພື່ອປະຊາຊົນແທ້. ສະນັ້ນ, ເຂົາ ເຈົ້າຈຶ່ງມີຄວາມຍິນດີ, ສະໜັບສະ ໜູນພັກ ແລະ ເຮັດເພື່ອພັກ. ຄຳຖາມ6: ທ່ານເຫັນວ່າ ແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ5ປີຄັ້ງທີ15ຂອງຈີນມີສ່ວນ ພົວພັນກັບການພັດທະນາເສດຖະ ກິດ ຂອງປະເທດລາວຄືແນວໃດ ແຜນພັດທະນາເສດຖະກິດສັງ ຄົມ 5 ປີຂອງຈີນ ມີຜົນຕໍ່ການພັດ ທະນາຂອງລາວຄື: ມີລັກສະນະຍຸດ ທະສາດ, ມີລັກສະນະຕໍ່ເນື່ອງ, ແຕ່ ສໍາຄັນອັນໜຶ່ງມີລັກສະນະວິທະຍາ ສາດ ໃນເມື່ອເປັນແນວນັ້ນໄດ້ສອດ ຫ້ອຍໄປກັບຜົນປະໂຫຍດອື່ນໆຮ່ວມ ກັນລວມໄປເຖິງລາວເຮົາ.ການວາງ ແຜນເທື່ອນີ້ພວກເຮົາຈະເຫັນຫລາຍ ດ້ານໃນນັ້ນແມ່ນ 7 ຈຸດໝາຍສູ້ຊົນ ແລະ 6 ຫລັກການຂອງເພິ່ນນັ້ນ ພວກເຮົາໄດ້ຄົ້ນຄວ້າວ່ານີ້ໄດ້ເປັນ ພື້ນຖານອັນໜຶ່ງສໍາລັບໃຫ້ແຕ່ລະ ປະເທດຄົ້ນຄວ້າ, ສຶກສານໍາເພິ່ນ ແລະ ອາດຍາດເອົາກາລະໂອກາດ ໃຫ້ໄດ້ຫລາຍທີ່ສຸດ ເພື່ອເຂົ້າສູ່ການ ຮ່ວມພັດທະນາ. ສໍາລັບສະຫາຍ ຈີນ ເພິ່ນໄດ້ວາງແມ່ນຫຍັງ ການ ພັດທະນາຫັນເປັນທັນສະໄໝເອົາ ຄຸນນະພາບເປັນຫລັກ, ພ້ອມການ ພັດທະນາສີຂຽວຍືນຍົງ, ອັນນີ້ລະ ແນ່ນອນມີທັງດ້ານກະສິກໍາ, ອຸດສາ ຫະກໍາ,ດີຈິຕອນແລະອື່ນໆ.ທັງໝົດ ນີ້ເປັນການເອົາໂອກາດໃຫ້ພວກເຮົາ ປັບໃຊ້ໃນແຜນພັດທະນາເສດຖະ ກິດຂອງລາວເຊັ່ນກັນ, ພວກເຮົາໄດ້ ເປັນຄູ່ຮ່ວມຊາຕາກໍານໍາກັນ, ເມື່ອ ຫລຽວຄືນຫລັງພວກເຮົາໄດ້ຮ່ວມມື ກັນໃນບັນດາໂຄງການຕ່າງໆ ໂດຍ ສະເພາະໂຄງການເສັ້ນທາງລົດໄຟ ລາວ-ຈີນ ຖືວ່າເປັນອີກໂຄງການ ໜຶ່ງທີ່ໃຫຍ່ສຸດ, ແນ່ນອນຈະເຮັດ ໃຫ້ການພັດທະນາຂອງລາວ ແລະ ການຮ່ວມມືມີບາດກ້າວໃໝ່, ມີ ຖ່ວງທ່າໃໝ່ ນັບມື້ນັບນໍາເອົາຜົນ ປະໂຫຍດມາສູ່ສອງຝ່າຍ. ຄຳຖາມ7: ແຕ່ປີນີ້ມາ ທ່ານ ທອງລຸນ ສີສຸລິດ ໄດ້ມີການພົບປະ ກັບ ທ່ານ ສີຈິ້ນຜິງ ມາຫລາຍຄັ້ງ ເຊິ່ງ ທ່ານ ທອງລຸນ ເຄີຍກ່າວວ່າ ປັດຈຸບັນການພົວພັນ ລາວ-ຈີນ ແມ່ນຢູ່ໃນໄລຍະດີທີ່ສຸດໃນປະຫວັດ s;o7n o,6 og-N vrk]tdy fxq fxj vp-kf 0v'xtmko wdlvo rq ,;y sko (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນາວາ 1920-13 ທັນວາ 2025) ສາດ. ທ່ານເຫັນວ່າ ກອງປະຊຸມ ຄົບຄະນະ ຄັ້ງທີ 4 ສະໄໝທີ 20 ຂອງສູນກາງພັກກອມມູນິດຈີນ ຈະ ສາມາດຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ກ້າວໄປ ໜ້າຕື່ມອີກຄືແນວໃດ ການພົວພັນ ລາວ-ຈີນ ໄດ້ຂະ ຫຍາຍຕົວຂຶ້ນສູ່ລະດັບສູງ ແລະ ເລິກເຊິ່ງກວ່າເກົ່າ, ເອີ້ນວ່າເປັນໄລ ຍະທີ່ດີທີ່ສຸດໃນປະຫວັດສາດ ເຊິ່ງ ມັນສະແດງອອກໃຫ້ເຫັນດັ່ງນີ້: ດ້ານການເມືອງມີຄວາມໄວ້ເນື້ອ ເຊື່ອໃຈກັນລະດັບສູງ, ການໄປມາ ຫາສູ່ກັນ, ຄະນະຜູ້ແທນຂັ້ນຕ່າງໆ ຈາກສູນກາງຮອດທ້ອງຖິ່ນ, ມີ ການແລກປ່ຽນທາງເບື້ອງພັກກໍຄື ບົດຮຽນການຄຸ້ມຄອງພັກ, ການ ກໍ່ສ້າງພັກ ແລະ ຄຸ້ມຄອງສັງຄົມ ແລະ ອື່ນໆ ແຕ່ສະຫລຸບແລ້ວ: ໃນ ໄລຍະນີ້ບົນພື້ນຖານສອງຝ່າຍໄດ້ ຈັດຕັ້ງປະຕິບັດແຜນແມ່ບົດຄັ້ງທີ 2 ເຊິ່ງແຜນແມ່ບົດນີ້ກໍເນັ້ນໜັກ ເຖິງໃຫ້ທັງສອງຝ່າຍວ່າ: ການ ພົວພັນບົນຈິດໃຈຊີ້ນໍາຂອງພັກໃຫ້ ສູງຂຶ້ນ, ໃຫ້ໄດ້ມາດຖານສູງຂຶ້ນ, ມີຜົນສໍາເລັດຫລາຍກວ່າເກົ່າ, ອັນ ນີ້ໃນເມື່ອກອງປະຊຸມເທື່ອນີ້ໄດ້ ວາງທິດນໍາຍຸດທະສາດຄືແນວ ນັ້ນບົນພື້ນຖານທີ່ວ່າ: ສອງພັກ ເຮົາລ້ວນແຕ່ແມ່ນພັກທີ່ຢຶດຖືລັດທິ ມາກ-ເລນິນ ເປັນພັກປະຕິວັດ, ສອງປະເທດມີຈຸດໝາຍສູ້ຊົນຄືກັນ ແມ່ນກໍ່ສ້າງສັງຄົມນິຍົມ ບົນພື້ນ ຖານດັ່ງກ່າວແນ່ນອນການປະສານ ສົມທົບລະຫວ່າງສອງພັກ ແລະ ການແລກປ່ຽນບົດຮຽນກໍຄືພວກ ເຮົາຮູ້ນໍາກັນຈີນໄດ້ສ້າງປະຫວັດ ສາດໜ້າໃໝ່ຂອງມວນມະນຸດທີ່ບໍ່ ມີໃຜເຮັດໄດ້ຄືການລົບລ້າງຄວາມ ທຸກຍາກເດັດຖານໄດ້ຢ່າງສິ້ນເຊີງ, ບົດຮຽນນີ້ຄືການລົບລ້າງຄວາມ ທຸກຍາກ ແລະ ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນຢູ່ດີກິນດີ ກໍ ລ້ວນແຕ່ແມ່ນບຸລິມະສິດຂອງພັກ- ລັດເຮົາ ໃນເມື່ອເປັນແນວນັ້ນບົດ ຮຽນຂອງສະຫາຍຈີນ ແນ່ນອນວ່າ ກໍເປັນບົດຮຽນ ແລະ ມີປະໂຫຍດທີ່ ສຸດຕໍ່ເຮົາ, ການກໍານົດຍຸດທະສາດ ທິດທາງຄືແນວນີ້ສະເພາະໜ້າ ແລະ ຍາວນານໃນການພັດທະນາຈະ ເປັນກາລະໂອກາດສໍາຄັນ, ເປັນ ການກະຕຸກຊຸກຍູ້ໃຫ້ແກ່ການພົວ ພັນຮ່ວມມືລະຫວ່າງລາວ-ຈີນໂດຍ ສະເພາະພວກເຮົາກໍເຫັນໂຄງການ ລົດໄຟລາວ-ຈີນ ເຊິ່ງເປັນໂຄງການ ເອີ້ນວ່າຄັນທຸງຂອງການຈັດຕັ້ງປະ ຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນ ທາງ ທີ່ສະເໜີໂດຍປະທານປະເທດ ຈີນ ແລະ ພວກເຮົາກໍໄດ້ຮັບຜົນສໍາ ເລັດຄືແນວນັ້ນ, ແນ່ນອນຕໍ່ໄປກໍຈະມີ ໂຄງການອື່ນໆເຮັດໃຫ້ຜົນປະໂຫຍດ ຂອງການນໍາໃຊ້ໂຄງການດັ່ງກ່າວ ມີປະສິດທິພາບ ມີປະສິດທິຜົນສູງ ຂຶ້ນ, ຈະເອື້ອອໍານວຍໃຫ້ແກ່ການໄປ ມາຫາສູ່ກັນລະຫວ່າງປະຊາຊົນ ກັບປະຊາຊົນ, ເພີ່ມຄວາມເຂົ້າອົກ ເຂົ້າໃຈ ເຊິ່ງກັນ ແລະ ກັນ, ການຂົນ ສົ່ງຜູ້ໂດຍສານ-ຂົນສົ່ງສິນຄ້າ ແລະ ອື່ນໆ ລະຫວ່າງລາວ-ຈີນ, ອາຊຽນ ແລະ ປະເທດອື່ນໆ ຈະເພີ່ມຂຶ້ນ ຈະ ສ້າງຜົນປະໂຫຍດອັນໃຫຍ່ຫລວງ ທັງສອງຝ່າຍ ແລະ ອື່ນໆ. ຂປລ. ທ່າມກາງບັນຍາກາດອັນ ເບີກບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມ ຊາດ, ພະນັກງານ ແລະ ນັກຮົບໃນ ທົ່ວປະເທດ ພວມອອກແຮງແຂ່ງ ຂັນກັນສ້າງຜົນງານ ແລະ ຂະບວນ ການອັນຟົດຟື້ນ ໂອກາດສະເຫລີມ ສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ກໍພໍດີ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາປະຕິວັດທີ່ ແສນເຄົາລົບຮັກຂອງປວງຊົນລາວ. ກ່ອນໜ້ານີ້ 105 ປີ ໂລກມະ ນຸດໄດ້ເກີດມີວິລະບູລຸດ, ໄກສອນ ພົມວິຫານ ກໍາເນີດຂຶ້ນທີ່ບ້ານນາ ແຊງ ເມືອງຄັນທະບູລີ, ແຂວງສະ ຫວັນນະເຂດ ໃນສະພາບແວດລ້ອມ ທີ່ປະຊາຊົນລາວ ຖືກກົດຂີ່ຂົ່ມເຫັງ ຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີອິດ ສະລະພາບ, ຖືກເກນໄປເປັນຂ້ອຍ ຂ້າ, ເປັນຂ້າທາດຮັບໃຊ້ຝຣັ່ງທຸກ ຮູບ ແບບ, ຊາຕາກໍາຂອງຊາດ ແລະ ຂອງປະຊາຊົນ ຈົ່ມຢູ່ໃນຄວາມສິ້ນ ຫວັງ; ຂະບວນການຕໍ່ສູ້ຂອງບັນ ດານັກຮັກຊາດທັງຫລາຍໃນຕົ້ນ ສະຕະວັດທີ 99 ໄດ້ລຸກຮືຂຶ້ນຢ່າງ ຕໍ່ເນື່ອງ ແຕ່ບັນດາຂະບວນການ ຕ່າງໆບໍ່ໄດ້ຮັບໄຊຊະຈົນກວ່າຈະມີ ພັກກອມມູນິດກໍາເນີດຂຶ້ນ ແລະ ພັກ ແຄວ້ນລາວນໍາພາ. ໃນທ່າມກາງບັນ ຍາກາດ ອັນແສນສາຫັດ ປະທານ ໄກສອນ ພົມວິຫານ ໃນເມື່ອເຍົາ ໄວໄດ້ແຕ່ຕັ້ງໃຈຮ່ໍາຮຽນ, ຊອກຫາ ຄວາມຮູ້ໃໝ່ ບົນເສັ້ນທາງການສຶກ ສານັບແຕ່ຊັ້ນປະຖົມສຶກສາ, ມັດ ທະຍົມສຶກສາ, ອຸດົມສຶກສາພາສາ ຝຣັ່ງ ແລະ ຮຽນທີ່ວິທະຍາໄລແພດ ສາດ, ວິທະຍາໄລກົດໝາຍທີ່ຮ່າ ໂນ້ຍ ສສ ຫວຽດນາມ. ໃນຂະບວນ ວິວັດການຮ່ໍາຮຽນນັ້ນ ສະພາບ ການຢູ່ອິນດູຈີນໄດ້ມີການຜັນແປ ຢ່າງສັບສົນແລະ ສົ່ງຜົນກະທົບເຖິງ 3 ປະເທດໃນອິນດູຈີນ, ປະທານ ໄກສອນ ພົມວິຫານ ຮູ້ດີກ່ຽວກັບ ທ່າອ່ຽງຂະຫຍາຍຕົວ ຂອງສະ ພາບການຢູ່ລາວ ແລະ ຫວຽດນາມ, ທ້າຍປີ 1944 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເປັນສະ ມາຊິກສະມາຄົມຊາວໜຸ່ມກູ້ຊາດ ຫວຽດນາມ(ຫວຽດມິນ) ເຊິ່ງເປັນ ບາດກ້າວທໍາອິດ ຂອງການເຂົ້າ ສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພີ່ນເປັນຜູ້ໜຶ່ງໃນບັນດາຜູ້ຮັກຊາດ ເຂົ້າຮ່ວມໃນຂະບວນການຢຶດອໍາ ນາດການປົກຄອງຈາກກໍາມືຂອງ ພວກຍີ່ປຸ່ນຢູ່ແຂວງສະຫວັນນະເຂດ ໃນວັນທີ 23 ສິງຫາ 1945, ນັ້ນຄື ຈຸດເລີ່ມຕົ້ນຂອງການເຄື່ອນໄຫວ ປະຕິວັດ ຂອງປະທານ ໄກສອນ ພົມວິຫານ. ບົນເສັ້ນທາງປະຕິວັດອັນຍືດ ເ ຍື້ອຍາວນານນັ້ນ , ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງ ທ້າທາຍທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ. ເພິ່ນໄດ້ປະຕິບັດບົດບາດເປັນແກ່ນ ກາງສໍາຄັນ ໃນການນໍາພາສ້າງ ຕັ້ງກອງທັບປະຊາຊົນລາວ (ກອງ ລາດຊະວົງ) ແລະ ສ້າງຕັ້ງພັກປະ ຊາຊົນລາວ, ໄດ້ນໍາພາຂະບວນ ການຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງຈັກກະພັດຝຣັ່ງ ແລະ ອາເມລິ ກາ ດ້ວຍຫລາຍຮູບການ ແລະ ວິທີ ການ, ໄດ້ຊີ້ນໍາການປະຕິວັດ ແລະ ລວມລາວຄັ້ງທີໜຶ່ງ, ຊີ້ນໍາດ້ານທິດ ທາງ, ວິທີເຈລະຈາ, ນໍາໃຊ້ຍຸດໂທ ບາຍປະນິປະນອມຢ່າງມີຫລັກ ການ; ໄດ້ມີການຊີ້ນໍາໃນການຫັນ ທິດຕໍ່ສູ້ ແລະ ວາງນະໂຍບາຍການ ຕໍ່ສູ້, ສົມທົບການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ແບບອື່ນ, ຕ້ານການ ແຊກແຊງຂອງພວກຈັກກະພັດອາ ເມລິກາ, ຕ້ານນະໂຍບາຍທໍລະຍົດ ຊາດ, ທໍາລາຍປະຊາຊົນຂອງລັດ ຖະບານຫຸ່ນ, ຮູ້ໝູນໃຊ້ຮູບການ ແລະ ວິທີການຕໍ່ສູ້ຢ່າງຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງປະເທດເຮົາ; ໄດ້ຊີ້ນໍາກອງ ພັນທີສອງປະເທດລາວ ຕີຜ່າວົງ ປິດລ້ອມຂອງສັດຕູ (18/5-2/6/ 1959) ແລະ ຊີ້ນໍາໂດຍກົງກ່ຽວ ກັບແຜນການເອົາບັນດາຜູ້ນໍາແນວ ລາວຮັກຊາດ ໂຕນອອກຈາກຄຸກ ໂພນເຄັງກັບຄືນຖານທີ່ໝັ້ນການ ປະຕິວັດ ດ້ວຍຄວາມປອດໄພ (24/ 05/1960), ໄດ້ຊີ້ນໍາການຢຶດອໍາ ນາດການປົກຄອງດ້ວຍ 3 ບາດ ຄ້ອນຍຸດທະສາດ ແບບບົວບໍ່ຊ້ໍາ ນ້ໍາບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ; ໄດ້ ຊີ້ນໍາ ແລະ ບັນຊາການຫລາຍຂະ ບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນ ກ້າວໆ, ສາມາດປົດປ່ອຍປະເທດ ຊາດໄດ້ຢ່າງມີໄຊ ແລະ ສະຖາປາ ນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຫວນຄືນ 50 ປີກ່ອນນີ້, ພາຍໃຕ້ ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ລະບົບການບໍລິຫານ ແມ່ນຖືກຄວບຄຸມບັນຊາດ້ວຍຂ້າ ລາຊະການຝຣັ່ງ ແລະ ຜູ້ທີ່ມີອໍາ ນາດຢູ່ແຕ່ລະທ້ອງຖິ່ນ; ເສດຖະກິດ ພົບຄວາມຫຍຸ້ງຍາກ, ການສຶກສາ ຍັງຈໍາກັດຫລາຍ, ລະບົບໂຮງຮຽນ ມີພຽງແຕ່ສໍາລັບລູກຫລານຂອງ ຜູ້ທີ່ມີຖານະໃນສັງຄົມ, ຊາວບ້ານ ສ່ວນໃຫຍ່ບໍ່ໄດ້ມີໂອກາດໄດ້ເຂົ້າ ຮຽນ; ພື້ນຖານໂຄງລ່າງພາຍໃນ ປະເທດຖືກສົງຄາມ ທໍາລາຍຢ່າງ ໜັກໜ່ວງ....ແຕ່ປະຊາຊົນບັນດາ ເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ໄດ້ຍອມ ຈໍານົນສັດຕູ, ຄວາມຄຽດແຄ້ນຍິ່ງ ເພີ່ມທະວີ, ຂະບວນການຕໍ່ສູ້ກໍນັບ ມື້ຍົກລະດັບຂຶ້ນ ກາຍເປັນຂະບວນ ການຕໍ່ສູ້ຂອງມະຫາຊົນທີ່ຂະຫຍາຍ ກວ້າງອອກໄປທົ່ວປະເທດ ແລະ ກໍາລັງຕໍ່ສູ້ປະຕິວັດ ກໍນັບມື້ນັບເຕີບ ໃຫຍ່ຂະຫຍາຍຕົວ. ຫລັງຈາກ ພັກ ກອມມູນິດອິນດູຈີນ ໄດ້ຮັບການ ສ້າງຕັ້ງຂຶ້ນ ໃນປີ 1930, ອິດທິພົນ ຂອງພັກກອມມູນິດອິນດູຈີນ ໄດ້ຂະ ຫຍາຍຕົວແຮງ ແລະ ກວ້າງຂວາງ ຢູ່ 3 ປະເທດອິນດູຈີນ, ໃນປີ 1934 ຄະນະພັກແຄວ້ນລາວ ກໍໄດ້ຮັບ ການສ້າງຕັ້ງຂຶ້ນ ໂດຍແມ່ນພັກ ກອມມູນິດອິນດູຈີນ, ພາຍໃຕ້ການ ນໍາພາຂອງຄະນະພັກແຄວ້ນລາວ ຂະບວນການຕໍ່ສູ້ຂອງປະຊາຊົນ ລາວ ສາມາດຍາດໄດ້ໄຊຊະນະ ຢ່າງຕໍ່ເນື່ອງ, ຈົນສາມາດຢຶດອໍາ ນາດການປົກຄອງປະກາດເອກະ ລາດໃນວັນທີ 12 ຕຸລາ 1945, ໄຊ ຊະນະດັ່ງກ່າວ ມີຄວາມໝາຍທາງ ປະຫວັດສາດອັນສໍາຄັນທີ່ສຸດ, ມັນ ເປັນເທື່ອທໍາອິດທີ່ປະຊາຊົນລາວ ບັນດາເຜົ່າ ໄດ້ກັບຄືນມາເປັນເຈົ້າ ຂອງປະເທດຊາດ ແລະ ເປັນເຈົ້າ ຂອງຊາຕາກໍາ ຂອງຕົນ ພາຍຫລັງ ທີ່ຕົກເປັນຂ້ອຍຂ້າ, ຖືກກົດຂີ່ມາ ເປັນເວລາ 100 ກວ່າປີ, ໄຊຊະນະ ນັ້ນໄດ້ເປີດສາກໃຫ້ແກ່ສະໄໝໃໝ່, ສະໄໝທີ່ປະຊາຊົນເຮົາ ໄດ້ຮັບການ ປຸກລະດົມ ໃຫ້ຕື່ນຕົວເຂົ້າຮ່ວມ ການຕໍ່ສູ້ທີ່ເອົາເປັນເອົາຕາຍກັບ ສັດຕູ ເພື່ອກອບກູ້ປະເທດຊາດບ້ານ ເມືອງ. ປະເທດລາວມີເອກະລາດ ໄດ້ບໍ່ດົນ ໃນເດືອນ ມີນາ ປີ 1946, ພວກລ່າເມືອງຂຶ້ນຝຣັ່ງ ກໍໄດ້ກັບ ຕ່າວຄືນມາຮຸກຮານປະເທດ ຂອງ ພວກເຮົາອີກຄັ້ງທີສອງ, ຕໍ່ໜ້າ ຄວາມຮຽກຮ້ອງຕ້ອງການອັນໃໝ່ ຂອງການປະຕິວັດທີ່ຂະຫຍາຍຕົວ ສູງຂຶ້ນ ພັກໄດ້ວາງແນວທາງຍຸດ ທະສາດ ທີ່ຖືກຕ້ອງສອດຄ່ອງກັບ ສະພາບຄວາມເປັນຈິງ ຂອງການ ປະຕິວັດ, ໃນວັນທີ 20 ມັງກອນ 1949 ກອງທັບປະຊາຊົນລາວ ກໍ ໄດ້ຮັບການສ້າງຕັ້ງຂຶ້ນ; ພາຍໃຕ້ ການນໍາພາຂອງພັກ, ຫລັງຈາກ ນັ້ນ ກອງທັບ ແລະ ປະຊາຊົນເຮົາ ນັບມື້ຍາດໄດ້ໄຊຊະນະໃຫຍ່ຫລວງ ໃນທົ່ວສະໜາມຮົບອິນດູຈີນ, ຈົນ ພວກລ່າເມືອງຂຶ້ນຝຣັ່ງຈໍາຕ້ອງ ເຊັນສັນຍາເຊີແນວ ປີ 1954 ກ່ຽວ ກັບອິນດູຈີນ, ຮັບຮູ້ເອກະລາດ, ອະ ທິປະໄຕ, ເອກະພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງ 3 ປະເທດ, ລາວ, ຫວຽດນາມ ແລະ ກໍາປູເຈຍ ເຮັດໃຫ້ແອກຄອບຄອງເປັນເວລາ 60 ກວ່າປີ ຂອງພວກລ່າເມືອງຂຶ້ນ ຝຣັ່ງ ຢູ່ປະເທດເຮົາສິ້ນສຸດລົງ, ປະກອບສ່ວນເຂົ້າໃນການເປີດ ສາກ ແລະ ຊຸກຍູ້ຂະບວນວິວັດແຫ່ງ ການພັງທະລາຍ ຂອງລັດທິລ່າ ເມືອງຂຶ້ນແບບເກົ່າ ໃນຂອບເຂດ ທົ່ວໂລກ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ທີ່ດໍາເນີນຢູ່ນະຄອນ ຫລວງວຽງຈັນ ໄດ້ປະກາດຢ່າງ ສະຫງ່າຜ່າເຜີຍລົບລ້າງລະບອບ ລາຊາທິປະໄຕທີ່ພົ້ນສະໄໝ, ສະຖາ ປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນແທນ, ເຮັດໃຫ້ການປະຕິວັດຊາດປະຊາ ທິປະໄຕ ຢູ່ປະເທດເຮົາ ໄດ້ຮັບໄຊ ຊະນະຢ່າງສະຫງ່າງາມ ແລະ ເປັນ ການສິ້ນສຸດແອກຄອບຄອງອັນ ໂຫດຮ້າຍສາມານຂອງສັກດີນາ ແລະ ລະບອບລ່າເມືອງຂຶ້ນ ຢູ່ປະ ເທດເຮົາລົງໂດຍສິ້ນເຊີງ, ໄຂສັງ ກາດໃໝ່ສັງກາດແຫ່ງຄວາມເປັນ ເອກະລາດ ອິດສະລະພາບ ແລະ ກ້າວຂຶ້ນສັງຄົມນິຍົມ ຂອງຊາດ ລາວເຮົາ, ແມ່ນໄຊຊະນະປະຫວັດ ສາດ ທີ່ມີຄວາມໝາຍຍຸກສະໄໝ ອັນເລິກເຊິ່ງ, ເປັນໝາກຜົນລວມ ຍອດແຫ່ງການຕໍ່ສູ້ປະຕິວັດ ທີ່ ເຕັມໄປດ້ວຍຄວາມເສຍສະລະ, ຄວາມຍາກລໍາບາກຕະຫລອດໄລ ຍະຫລາຍສິບປີ ຂອງປະຊາຊົນ ເຮົາພາຍໃຕ້ການນໍາພາ ຂອງພັກ ກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ຂອງພັກປະຊາຊົນປະຕິວັດ ລາວ ໃນປັດຈຸບັນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==