7172

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 11/12/2025 xtgmf]k; lt4kom6 f]k;muj puj x5j o lts]v' ;a olt4kxtok lxx ]k; 7q [Iv[ 50 xu ສະຖານທູດຫວຽດນາມ... ຮອງປະທານ-ຜູ້ປະຈຳການ... ຮອງປະທານສະພາແຫ່ງຊາດ... ໂທລະເລກສະແດງ... ຂປລ. ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ຈັດພິທີ ສະເຫລີມສະຫລອງວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ຢູ່ສໍາ ນັກງານສະຖານທູດລາວ ທີ່ໂຕກຽວ ໂດຍມີແຂກຈາກກະຊວງການຕ່າງ ປະເທດຍີ່ປຸ່ນ, ສະມາຄົມມິດຕະພາບ ລັດຖະສະພາຍີ່ປຸ່ນ-ລາວ, ບັນດາທູ ຕານຸທູດ, ບັນດາກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ເພື່ອນມິດຊາວຍີ່ປຸ່ນ, ພີ່ນ້ອງຊາວ ລາວທີ່ດໍາລົງຊີວິດຢູ່ຍີ່ປຸ່ນ ແລະ ນັກ ສຶກສາລາວທີ່ກຳລັງສຶກສາຢູ່ຍີ່ປຸ່ນ ພ້ອມດ້ວຍພະນັກງານສະຖານທູດ ລາວ ເຂົ້າຮ່ວມ. ໂອກາດນີ້,ທ່ານອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໄດ້ມີຄໍາເຫັນ ໂດຍເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງການສະຖາປະ ນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແລະ ຜົນສໍາເລັດອັນໃຫຍ່ ຫລວງແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຕະ ຫລອດ 50 ປີ ຜ່ານມາ, ພ້ອມທັງໄດ້ ຍົກໃຫ້ເຫັນບາດກ້າວການຂະຫຍາຍ ຕົວຂອງເສດຖະກິດ, ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ພະລັງງານ, ໂທລະຄົມມະນາຄົມ, ການພັດທະນາຊັບພະຍາກອນມະ ນຸດ ແລະ ອື່ນໆ. ພ້ອມນັ້ນ, ທ່ານທູດ ຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ດ້ານການຕ່າງປະເທດ ຊຶ່ງປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ການທູດກັບ 151 ປະເທດໃນໂລກ ແລະ ບົດບາດອັນພົ້ນເດັ່ນຂອງປະ ເທດລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມທີ່ສໍາຄັນຂອງພາກ ພື້ນ ແລະ ສາກົນ ໂດຍສະເພາະຜົນ ສໍາເລັດຂອງ ສປປ ລາວ ເປັນເຈົ້າ ພາບຈັດກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 44 ແລະ ຄັ້ງທີ 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ໃນປີ 2024 ຜ່ານມາ. ໃນພິທີ, ທ່ານ ນາງ KUNI MITSU Ayano ຮອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ ຕາງໜ້າໃຫ້ແກ່ລັດຖະບານຍີ່ປຸ່ນ ກ່າວຄຳເຫັນຊົມເຊີຍວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ແລະ ຄົບຮອບ 70 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວຍີ່ປຸ່ນ. ພ້ອມທັງສະແດງຄວາມ ຂອບໃຈເປັນຢ່າງສູງຕໍ່ການຕ້ອນ ຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວ ພ້ອມດ້ວຍ ທ່ານທູດທີ່ເຮັດໃຫ້ການຢ້ຽມຢາມ ປະເທດລາວຂອງເຈົ້າຍິງ ໄອໂກະ (Aiko) ມີຜົນສຳເລັດຢ່າງຈົບ ງາມ ແລະ ຍັງໄດ້ກ່າວເຖິງຄວາມ ສຳຄັນຂອງເມືອງມໍລະດົກໂລກ ຫລວງພະບາງ ທີ່ເຈົ້າຍິງ Aiko ໄດ້ສະເດັດຢ້ຽມຢາມ ແລະ ຫວັງ ວ່າຈະມີນັກທ່ອງທ່ຽວຊາວຍີ່ປຸ່ນ ໄປຢ້ຽມຢາມປະເທດລາວຫລາຍ ຂຶ້ນໃນອະນາຄົດ. ພ້ອມນີ້, ທ່ານ ຍັງໄດ້ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ ສະໜັບສະໜູນ ສປປ ລາວ ຢ່າງ ຕັ້ງໜ້າໃນການສ້າງສະຖຽນລະ ພາບດ້ານການເງິນ ແລະ ບັນລຸ ການພັດທະນາເສດຖະກິດທີ່ມີຄຸນ ນະພາບ ແລະ ເປັນເຈົ້າຕົນເອງ, ພ້ອມທັງຈະເພີ່ມທະວີການເຈລະຈາ ລະຫວ່າງສອງປະເທດເພື່ອຮັກສາ ແລະ ເສີມສ້າງລະບຽບການສາກົນ ທີ່ເສລີ ແລະ ເປີດກວ້າງບົນພື້ນຖານ ຫລັກນິຕິທຳ; ທ່ານຍັງໄດ້ຍົກໃຫ້ ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງການຈັດສົ່ງອາສາສະໝັກຍີ່ປຸ່ນ ມາລາວ ຄົບຮອບ 60 ປີ ຊຶ່ງມາເຖິງ ປັດຈຸບັນມີ 1.110 ຄົນ ໄດ້ປະຕິບັດ ໜ້າທີ່ຢູ່ ສປປ ລາວ. ພິທີສະເຫລີມສະຫລອງວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງສະຖານທູດຄັ້ງນີ້ໄດ້ມີການ ສະແດງຟ້ອນ ແລະ ເປົ່າແຄນຂອງ ນັກສຶກສາລາວ, ມີວາງສະແດງຜົນ ງານສິລະປະກຳຮູບ ແຕ້ມ, ຮູບປັ້ນ ຂອງສິນລະປິນລາວ ແລະ ຍີ່ປຸ່ນ, ວາງສະແດງກາເຟລາວ, ເບຍລາວ, ເຫລົ້າຊາເກຍີ່ປຸ່ນ ຈໍານວນໜຶ່ງ ແລະ ງານປິດລົງດ້ວຍຜົນສໍາເລັດອັນຈົບ ງາມ, ເຮັດໃຫ້ແຂກທີ່ເຂົ້າຮ່ວມງານ ມີຄວາມປະທັບໃຈຕໍ່ວັດທະນະທໍາ ອັນດີງາມຂອງລາວ ແລະ ເຂົ້າໃຈ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຢູ່ປະເທດລາວ, ການພົວພັນ ແລະ ຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຍີ່ປຸ່ນ ໄດ້ຫລາຍຂຶ້ນ. ຂປລ. ໃນວັນທີ8ທັນວາ2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຮອງປະທານ-ຜູ້ ປະຈຳການຄະນະກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານໂຄງການ ກໍ່ສ້າງສາງສ້ອມແປງເຄື່ອນທີ່ ເລກ 1 ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີສະຫາຍ ພົນຕີ ເດີມີຕີຣ ຄຣາຍຢຽບ ວາລາດີເມຍໂຣວິດ ຫົວ ໜ້າຫ້ອງການຜູ້ຕາງໜ້າກະຊວງ ປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈຳລາວ, ພ້ອມດ້ວຍຜູ້ຕາງໜ້າ ກົມໃຫຍ່ເສນາທິການກອງທັບ, ຫ້ອງວ່າການກະຊວງປ້ອງກັນປະ ເທດ, ບັນດາສະຫາຍໃນຄະນະ ກຳມະການຮັບຜິດຊອບໂຄງການ ກໍ່ສ້າງສາງສ້ອມແປງເຄື່ອນທີ່ເລກ 1, ຄະນະຊ່ຽວຊານ ສ ຣັດເຊຍ ແລະ ວິຊາການທີ່ກ່ຽວຂ້ອງຂອງຝ່າຍ ລາວເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ ສີສຸກ ພົມມະຈັນ ຮອງຫົວໜ້າກົມ ເສນາເຕັກນິກ, ກົມໃຫຍ່ເຕັກນິກ ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ. ຂ້າພະເຈົ້າຂໍອວຍພອນ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະຊາຊົນສະຫະ ນະຄອນເອເມຣັດ ອາຣັບ ເພື່ອນ ມິດຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ. ໃນວັນດຽວກັນ,ທ່ານນາງປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະ ແດງຄວາມຊົມເຊີຍເຖິງສົມເດັດ ເຊກຄ໌ ຄາລິດ ບິນ ໂມຮາເມັດ ບິນ ຊາຢິດ ອາລ ນາຢັນ ອົງມົງກຸດຣາ ຊະກຸມມານ ແຫ່ງ ສະຫະນະ ຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ລັດຖະມົນຕີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ສົ່ງໂທລະເລກສະແດງ ຄວາມຊົມເຊີຍເຖິງ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກ ຕຸມ ຮອງປະທານາທິບໍດີ ແຫ່ງ ສະຫະນະຄອນເອເມຣັດ ອາຣັບ, ນາຍົກລັດຖະມົນຕີ, ຜູ້ປົກຄອງນະ ຄອນອາບູ ດາບີ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະ ເລກສະແດງຄວາມຊົມເຊີຍເຖິງ ສົມເດັດ ເຊກຄ໌ ອັບດູນລາສ ບິນ ຊາຍຢິດ ອາລ ນາຢັນ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະຫະນະຄອນເອເມຣັດ ອາຣັບ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະນະຄອນເອເມຣັດ ອາຣັບ ຄົບຮອບ 54 ປີ ເຊັ່ນດຽວກັນ. ເຂົ້າຮ່ວມຮັບຟັງ. ໃນພິທີ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອຂອງປະທານ ໄກສອນ ພົມວິຫານ ກັບພາລະກິດປົດປ່ອຍ ຊາດ ໂດຍມີບາງຕອນວ່າ: ບົນ ເສັ້ນທາງປະຕິວັດອັນຍືດເ ຍື້ອ ຍາວນານນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍ ທົດສອບ, ລະອິດລະອ້ຽວ, ມີບາງ ຄັ້ງເກືອບເອົາຊີວິດບໍ່ລອດ, ເພິ່ນໄດ້ ປະຕິບັດບົດບາດເປັນແກ່ນກາງສໍາ ຄັນໃນການນໍາພາສ້າງຕັ້ງກອງທັບ ປະຊາຊົນລາວ (ກອງລາດຊະວົງ) ແລະ ສ້າງຕັ້ງພັກປະຊາຊົນລາວ, ໄດ້ນໍາພາຂະບວນການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງຈັກກະພັດ ຝຣັ່ງ ແລະ ອາເມລິກາ ດ້ວຍຫລາຍ ຮູບການ ແລະ ວິທີການ, ໄດ້ຊີ້ນໍາ ການປະຕິວັດ ແລະ ລວມລາວຄັ້ງ ທີໜຶ່ງ, ຊີ້ນໍາດ້ານທິດທາງ, ວິທີ ເຈລະຈາ, ນໍາໃຊ້ຍຸດໂທບາຍປະນິ ປະນອມຢ່າງມີຫລັກການ, ໄດ້ຊີ້ ນໍາໃນການຫັນທິດຕໍ່ສູ້ ແລະ ວາງ ນະໂຍບາຍການຕໍ່ສູ້, ສົມທົບການ ຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ແບບ ອື່ນ, ຕ້ານການແຊກແຊງຂອງພວກ ຈັກກະພັດລ່າເມືອງຂຶ້ນແບບໃໝ່, ຕ້ານນະໂຍບາຍທໍລະຍົດຊາດ, ທໍາ ລາຍປະຊາຊົນຂອງລັດຖະບານຫຸ່ນ, ຮູ້ໝູນໃຊ້ຮູບການ ແລະ ວິທີການຕໍ່ສູ້ ຢ່າງຖືກຕ້ອງສອດຄ່ອງກັບສະພາບ ຄວາມເປັນຈິງຂອງປະເທດເຮົາ; ໄດ້ຊີ້ນໍາກອງພັນທີສອງປະເທດ ລາວຕີຜ່າວົງປິດລ້ອມຂອງສັດຕູ (18/05-02/06/1959) ແລະ ຊີ້ນໍາໂດຍກົງກ່ຽວກັບແຜນການ ເອົາບັນດາຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ກັບຄືນ ຖານທີ່ໝັ້ນການປະຕິວັດດ້ວຍຄວາມ ປອດໄພ (24/05/1960), ໄດ້ຊີ້ ນໍາການຢຶດອໍານາດການປົກຄອງ ດ້ວຍ 3 ບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ ທັງໝົດ; ໄດ້ຊີ້ນໍາ ແລະ ບັນຊາການ ຫລາຍຂະບວນການຕໍ່ສູ້ໄດ້ຮັບໄຊ ຊະນະເປັນກ້າວໆ, ສາມາດປົດ ປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ພ້ອມດ້ວຍຄະນະໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025. ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ ແລະ ການ ຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ໃຫ້ໄດ້ຮັບ ກອງທັບໄດ້ໃຫ້ຮູ້ວ່າ: ໂຄງການດັ່ງ ກ່າວ ແມ່ນໄດ້ຮັບການຊ່ວຍເຫລືອ ດ້ານພາຫະນະ, ອຸປະກອນ-ເຕັກນິກ ສ້ອມແປງຈາກກະຊວງປ້ອງກັນ ປະເທດ ແຫ່ງ ສ ຣັດເຊຍ ໃຫ້ແກ່ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີເນື້ອທີ່ທັງໝົດ 33.5 ເຮັກຕາ ເຂດເຕັກນິກ 24,5 ເຮັກຕາ, ເຂດບໍລິຫານ 9 ເຮັກຕາ ໂດຍໄດ້ ແບ່ງເປັນ 2 ເຂດ ຄື: ເຂດເຕັກນິກ ປະກອບມີ 23 ໜ້າວຽກ ແລະ ເຂດບໍລິຫານ ປະກອບມີ 6 ໜ້າ ວຽກ ຊຶ່ງແມ່ນບໍລິສັດ ພີເອັດສ ແອວກໍ່ສ້າງຄົບວົງຈອນ ຈຳກັດຜູ້ ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ພະຈິກ 2024, ມາຮອດປັດຈຸບັນ ສໍາເລັດ 70%. ສໍາລັບການຕິດຕັ້ງ ອຸປະກອນສ້ອມແປງ ແລະ ອື່ນໆ ຈາກກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ແມ່ນໄດ້ສໍາເລັດ 100%. ຫລັງຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ຢ້ຽມ ຊົມບັນດາໂຄງສ້າງຕ່າງໆ, ລວມ ທັງພາຫະນະ-ກົນຈັກ, ອຸປະກອນ ເຕັກນິກພາຍໃນໂຄງການ ໂດຍ ແມ່ນສະຫາຍ ພົນຕີ ບັບກິນ ຢູຣີ ອາເລັກຊານໂດຣວິຈ, ຜູ້ຕາງໜ້າ ຈາກບໍລິສັດ ທຣານສຄອມ ສ ຣັດເຊຍ ເປັນຜູ້ນຳສະເໜີໃຫ້ຊາບ ທາງດ້ານຂໍ້ມູນຕ່າງໆ. ໃນໂອກາດດຽວກັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍ ຣັດເຊຍ ໂດຍສະເພາະກະຊວງ ປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ທີ່ໃຫ້ການຊ່ວຍເຫລືອທາງດ້ານ ຕ່າງໆ, ທັງໄດ້ສົ່ງຊ່ຽວຊານມາ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການໃຫ້ຮັບປະກັນຄຸນນະພາບ ແລະ ດຳເນີນຕາມແຜນການທີ່ກໍາ ນົດໄວ້ ຊຶ່ງໂຄງການດັ່ງກ່າວ ຈະ ຊ່ວຍຍົກລະດັບຄວາມສາມາດ ກໍຄື ປະສິດທິພາບ-ປະສິດທິຜົນ ແລະ ຄວາມທັນສະໄໝໃນວຽກງານ ປ້ອງກັນຊາດ ຂອງ ສປປ ລາວ ໃຫ້ ສູງຂຶ້ນກວ່າເກົ່າ; ໄດ້ສະແດງຄວາມ ຊົມເຊີຍຕໍ່ຄະນະຮັບຜິດຊອບຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ ທີ່ໄດ້ ເອົາໃຈໃສ່ຊີ້ນຳແລະ ຈັດຕັ້ງປະຕິບັດ ໂຄງການມີຄວາມຄືບໜ້າເປັນຢ່າງ ດີ. ຫລັງຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສືບ ຕໍ່ໄປຢ້ຽມຢາມໂຮງງານມິດຕະພາບ ລາວ-ຫວຽດນາມ(ຫລັກ 9) ທີ່ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ການພັດທະນາຍິ່ງໆຂຶ້ນ ແລະ ການ ຢ້ຽມຢາມໄດ້ມີຂຶ້ນໃນທ່າມກາງ ທີ່ສອງປະເທດພວມຮ່ວມກັນສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ຄົບຮອບ 30 ປີ ໃນປີ 2025. ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງຕີລາຄາ ສູງຕໍ່ຜົນຂອງກອງປະຊຸມປຶກສາ ຫາລືດ້ານການເມືອງຄັ້ງປະຖົມມະ ລືກລະຫວ່າງສອງກະຊວງການ ຕ່າງປະເທດລາວ ແລະ ອາແຊັກ ໄບຊານ ຊຶ່ງສອງຝ່າຍໄດ້ພ້ອມກັນ ທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດທາງດ້ານ ການເມືອງ, ການພົວພັນລະຫວ່າງ ສອງພັກ, ສອງລັດຖະສະພາຂອງ ສອງປະເທດ, ການຮ່ວມມືທາງ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການ ສຶກສາ, ລວມເຖິງວຽກງານການ ເກັບກູ້ລະເບີດບໍ່ທັນແຕກ ແລະ ສອງ ປະເທດຍັງມີທ່າແຮງ ໃນການເສີມ ຂະຫຍາຍສາຍພົວພັນນໍາກັນໃນ ຕໍ່ໜ້າ. ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຕີລາຄາສູງການພົວພັນຮ່ວມ ມືລະຫວ່າງສອງປະເທດທີ່ມີມາແຕ່ ດົນນານໃນຊຸມປີ70ຂອງສະຕະວັດ ທີ່ແລ້ວ, ຊຶ່ງປະເທດອາແຊັກໄບຊານ ໄດ້ໃຫ້ການຊ່ວຍເຫລືອດ້ານການ ພັດທະນາຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ ເປັນຈໍານວນຫລາຍ ຊຶ່ງປັດຈຸບັນບັນດາອະດີດນັກສຶກສາ ເຫລົ່ານັ້ນໄດ້ມີໜ້າທີ່ຕໍາແໜ່ງທີ່ສໍາ ຄັນໃນກົງຈັກພັກ-ລັດ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ເອລນູຣ ມາມາດົບ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ໄດ້ແຈ້ງໃຫ້ຝ່າຍລາວ ຊາບເຖິງຈຸດປະສົງຂອງການຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ລວມ ເຖິງຜົນຂອງການປຶກສາຫາລືກັບ ທ່ານ ໄມທອງ ທໍາມະວົງສາ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ຍັງໄດ້ ຢືນຢັນຈະຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ ແລະ ອາແຊັກໄບຊານ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງ ປະເທດໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນ ຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ສອງຝ່າຍໄດ້ແລກ ປ່ຽນຄໍາຄິດເຫັນຕໍ່ການພົວພັນຮ່ວມ ມືລະຫວ່າງສອງປະເທດໃນໄລຍະ ຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບແລະການຮ່ວມມື ອັນດີລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ, ການພົວພັນດ້ານ ພັກ ກໍຄື ການພົວພັນຮ່ວມມືອັນດີ ງາມລະຫວ່າງສອງອົງການນິຕິ ບັນຍັດ. ສອງຝ່າຍໄດ້ຕີລາຄາບົດ ບາດສໍາຄັນຄະນະມິດຕະພາບລັດ ຖະສະພາ ຊຶ່ງເປັນກົນໄກໜຶ່ງໃນ ການປະກອບສ່ວນຊຸກຍູ້ ແລະ ສົ່ງ ເສີມສາຍພົວພັນມິດຕະພາບລະ ຫວ່າງສອງປະເທດ ຊຶ່ງຝ່າຍອາ ແຊັກໄບຊານ ກໍຈະມີການສ້າງ ຄະນະມິດຕະພາບລັດຖະສະພາ ກັບສະພາແຫ່ງຊາດລາວ; ສະພາ ແຫ່ງຊາດລາວ ໄດ້ສົ່ງຄະນະຜູ້ແທນ ຂັ້ນສູງ ເຂົ້າຮ່ວມການເລືອກຕັ້ງ ປະທານາທິບໍດີຂອງອາແຊັກໄບ ຊານ ໃນເດືອນກຸມພາ 2024 ຜ່ານ ມາ. ລັດຖະສະພາອາແຊັກໄບຊານ ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງ ປະຊຸມໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ(ໄອປາ) ຄັ້ງທີ 45 ທີ່ ສະພາແຫ່ງຊາດລາວເປັນເຈົ້າພາບ ໃນປີ 2024, ສອງອົງການຍັງໄດ້ ມີການພົບປະໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນກອງປະຊຸມ IPU, APA, AIPA ແລະ ອື່ນໆ. ໂອກາດນີ້, ສອງຝ່າຍຍັງໄດ້ ປຶກສາຫາລື ແລະ ແລກປ່ຽນຄຳ ຄິດຄຳເຫັນ ເພື່ອເສີມຂະຫຍາຍ ການພົົວພັນຮ່ວມມືລະຫວ່າງສອງ ປະເທດ ກໍຄື ລະຫວ່າງສອງອົງການ ນິຕິບັນຍັດໃຫ້ສືບຕໍ່ຂະຫຍາຍຕົວ ຍິ່ງໆຂຶ້ນ; ສອງຝ່າຍເຫັນດີຊຸກຍູ້ໃຫ້ ສືບຕໍ່ມີການແລກປ່ຽນຄະນະຜູ້ ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳ ກັນ, ລວມເຖິງການສືບຕໍ່ໃຫ້ການ ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກ ພື້ນ ແລະ ສາກົນ. ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ສ ະ ຫ າ ຍ ສົ ມ ສ ະ ຫ ວ າ ດ ເລັ່ງສະຫວັດ ຍັງໃຫ້ຮູ້ອີກວ່າ: ຄຸນ ງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫລວງທີ່ສຸດ ໃນການນໍາພາ ພາລະກິດຕໍ່ສູ້ປົດ ປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ ກາຍເປັນຕົວແທນລວມຍອດແຫ່ງ ຄວາມຮັກຊາດ ແລະ ເປັນສັນຍະ ລັກແຫ່ງຊາດລາວວິລະຊົນ, ຄົນ ລາວພິລະອາດຫານ; ປະທານ ໄກສອນ ພົມວິຫານ ເປັນນັກການ ເມືອງທີ່ສະຫລາດສ່ອງໃສ, ເປັນ ນາຍທະຫານທີ່ປີຊາສາມາດ, ເປັນ ນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກ ໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກຳແໜ້ນຫລັກມູນພື້ນ ຖານຂອງສັດຈະວິພາກມາກ-ເລ ນິນ, ກຳສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ປະຊາຊົນ ລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ ທິດສະດີປະຕິວັດ; ຍາມໃດກໍຍຶດໝັ້ນ ແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ ຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນໃນກໍາລັງແຮງຂອງປະຊາ ຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວ ທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມ ໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດໃນແຕ່ ລະຂົງເຂດວຽກງານຢ່າງຮອບ ດ້ານ ແລະ ເລິກເຊິ່ງເປັນຕົ້ນຂົງເຂດ ເສດຖະກິດ, ການເມືອງ, ການ ສຶກສາ, ວັດທະນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານຕ່າງປະເທດ, ວຽກ ງານແນວໂຮມ ແລະ ວຽກງານອົງ ການຈັດຕັ້ງມະຫາຊົນ ແລະ ອື່ນໆ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ

RkJQdWJsaXNoZXIy MTc3MTYxMQ==