gsfdko{dkora fmtok xtgmf]k; ( 10/12/2025 ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ຮັບຮອງວັດ4ສຢ່າງເປັນທາງການ ຈັດຂຶ້ນໃນວັນທີ 5 ທັນວາ 2025 ທີ່ ວັດສຣີດອນແຍງ ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ໂດຍ ການເປັນປະທານຮ່ວມຂອງພະ ອາຈານ ສົມພອນ ຄໍາຈະເລີນ ຮອງ ປະທານ ອົງການພຸດທະສາສະໜາ ສຳພັນລາວ (ອພສ) ແຂວງໄຊ ຍະບູລີ ແລະ ທ່ານ ຊູລິສິດ ຄໍາພູວົງ ປະທານແນວລາວສ້າງຊາດເມືອງ ເງິນ, ມີບັນດາພະເຖຣານຸເຖຣະ, ຂະແໜງການທີ່ກ່ຽວຂ້ອງຂອງ ເມືອງ ແລະ ພຸດທະສາສະນິກະຊົນ ພາຍໃນເມືອງເຂົ້າຮ່ວມ. ພະອາຈານ ອໍາມະຕະ ຍານະ ເມທີ ປະທານ ອພສ ເມືອງເງິນ ໄດ້ສະຫລຸບການຈັດຕັ້ງມາດຖານ g]u ,lh k'dkog-n j v,3p'fh ko8ts]kf c]t lq j 'glu , dkozt]y f.omh v'4y j o9kddko9a f[5 odkg2{-k ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ບຸນກາເຟ-ຊາ ແລະ ຜົນຜະລິດກະສິກໍາ ພູພຽງບໍ ລະເວນ ຄັ້ງທີ 4 ປະຈໍາປີ 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-7 ທັນວາ 2025 ທີ່ແຂວງຈໍາປາສັກ, ເນື່ອງໃນໂອກາດສະຫລອງ ວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 50 ປີ ທີ່ອະນຸສາວະລີ ທ່ານ ສີທົນກົມມະດໍາ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ອາລຸນໄຊ ສຸນນະລາດ ເລຂາພັກ ແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ບົວສອນ ບຸບຜາ ວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍການນໍາ ຈາກສູນກາງ, ແຂວງອ້ອມຂ້າງ, ກະສິກອນ, ຜູ້ຜະລິດ ແລະ ອົງການ ຈັດຕັ້ງສາກົນເຂົ້າຮ່ວມ. ງານດັ່ງກ່າວ, ຈັດໂດຍຄະນະ ກໍາມະການປົກຄອງ ເມືອງປາກ ຊ່ອງ ຮ່ວມກັບການປົກຄອງແຂວງ ຈໍາປາສັກ ແລະ ສະມາຄົມກາເຟ ລາວ (LCA) ຈຸດປະສົງກໍເພື່ອ ນຳສະເໜີສິນຄ້າທີ່ເປັນເອກະລັກ ຂອງພູພຽງບໍລະເວນ ໃຫ້ແກ່ຜູ້ຊົມ ທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງສະທ້ອນຄວາມກ້າວໜ້າ ດ້ານການກະສິກໍາ ແລະ ສົ່ງເສີມ ການຮ່ວມມືພາຍໃນ ຊຶ່ງໄດ້ນຳເອົາ ຜູ້ຜະລິດ, ສະຫະກອນ, ຫົວໜ່ວຍ ທຸລະກິດ ແລະ ອົງການສາກົນມາ ຮວມໂຕກັນ ເພື່ອເສີມສ້າງການ ເຊື່ອມໂຍງທາງດ້ານຕະຫລາດ, ສົ່ງເສີມການຜະລິດໃນທ້ອງຖິ່ນ ແລະ ເພື່ອສະເຫລີມສະຫລອງ ເອກະລັກຂອງເຂດພູພຽງບໍລະເວນ ໃນຖານະທີ່ເປັນຈຸດສຸມທາງດ້ານ ກະສິກຳ ແລະ ການທ່ອງທ່ຽວທີ່ ສຳຄັນຂອງ ສປປ ລາວ. ພູພຽງບໍລະ ເ ວນກວມ ເ ອົາ ສີ່ແຂວງພາກໃຕ້ກໍຄື: ແຂວງຈຳ ປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ແລະ ຍັງເປັນທີ່ຮູ້ຈັກກັນ ດີກັບສະພາບອາກາດທີ່ເຢັນ, ດິນ ພູເຂົາໄຟທີ່ມີຄວາມອຸດົມສົມບູນ ແລະ ພູມສັນຖານທີ່ສູງ. ເມືອງປາກ ຊ່ອງ ນອນຢູ່ໃນແຂວງຈຳປາສັກ, ຕັ້ງຢູ່ລະດັບຄວາມສູງປະມານ 1.200 ແມັດຈາກລະດັບນ້ຳທະເລ ມີຊື່ສຽງກ່ຽວກັບນ້ຳຕົກຕາດ, ສວນ ປູກກາເຟທີ່ອຸດົມສົມບູນ, ຊຸມຊົນທີ່ ປະກອບດ້ວຍຫລາຍຊົນເຜົ່າ ແລະ ເສັ້ນທາງທີ່ມີທິວທັດທີ່ສວຍງາມ ເຊື່ອມຕໍ່ສະຖານທີ່ທ່ອງທ່ຽວ ຊຶ່ງ ສິ່ງເຫລົ່ານີ້ ເຮັດໃຫ້ເມືອງປາກ ຊ່ອງ ເປັນທັງສູນກາງການຜະລິດ ກະສິກຳ ແລະ ເປັນຈຸດໝາຍປາຍ g,n v'g'y o xtdkfIa [Iv';a f 4 l [h kooEI;p c]t [h kod= lj ko wfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ:ເມື່ອມໍ່ໆມານີ້ ທ່ານ ບຸນຈັນ ສີວົງພັນ ເລຂາພັກ ແຂວງຊຽງຂວາງ ພ້ອມດ້ວຍຄະນະ ນຳຂອງແຂວງ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາເອົາ ເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ ປະຊາຊົນ ບ້ານນ້ຳຮວຍ ແລະ ບ້ານ ກໍສ່ານ ເມືອງໜອງແຮດ ແຂວງ ຊຽງຂວາງ. ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວ ວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ແມ່ນໄດ້ຮັບການຂົນຂວາຍປະກອບ ສ່ວນ ຈາກຄອບຄົວການນຳແຂວງ ແລະ ນັກທຸລະກິດພາຍໃນ ແຂວງ ຊຽງຂວາງ ຊຶ່ງເຄື່ອງທີ່ນຳມາມອບ ໃນຄັ້ງນີ້ປະກອບມີ: ຖັງນ້ຳໃຫຍ່, ທໍ່ນ້ຳ, ເຄື່ອງຄົວເຮືອນ, ເຄື່ອງ ອຸປະໂພກ ແລະ ບໍລິໂພກ ລວມມູນ ຄ່າ 200 ລ້ານກວ່າກີບ ເພື່ອບັນເທົາ ທຸກ ທີ່ປະຊາຊົນໄດ້ຮັບຜົນກະທົບ ຈາກພະຍຸບົວລອຍ. ໃນໄລຍະຜ່ານ g-dv' 9tlh k'lu ,n cI''ko.sh wfh 1.500 7q o .o 5 xu 8= j |h k ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1.500 ຄົນ ໃນນີ້, ຊ່າງດ້ານກໍ່ສ້າງ ໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຣນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບ ໃຫ້ໄດ້ 100 ຄົນ. ອີງຕາມແຜນພັດທະນາເສດ ຖະກິດ-ສັງຄົມ ໃນໄລຍະ 5 ປີ (2026-2030) ຂອງແຂວງ ເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ເອົາໃຈໃສ່ຝຶກ ແລະ ຍົກລະດັບສີມື ແຮງງານ ໃຫ້ມີຄວາມຫລາກຫລາຍ ສາຂາອາຊີບ, ຫລາກຫລາຍລະດັບ ສີມື, ມີຄວາມຊໍານານງານ ແລະ ມີ ລະບຽບວິໄນ ໂດຍການມີສ່ວນຮ່ວມ ຂອງທຸກພາກສ່ວນເສດຖະກິດສັງຄົມ; ສົ່ງເສີມການສ້າງວຽກເຮັດ ງານທໍາທີ່ໝັັ້ນຄົງ ແລະ ມີລາຍໄດ້ທີ່ ມາ ທາງແຂວງ ແລະ ເມືອງ ກໍໄດ້ ຊ່ວຍເຫລືອສຸກເສີນເບື້ອງຕົ້ນໃຫ້ແກ່ ບ້ານດັ່ງກ່າວ. ສະນັ້ນ, ຮຽກຮ້ອງ ໃຫ້ອຳນາດການປົກຄອງທາງສອງ ບ້ານ ຈົ່ງສັບຊ້ອນ ມອບເຄື່ອງດັ່ງ ກ່າວໃຫ້ແຕ່ລະຄອບຄົວໃຫ້ທົ່ວເຖິງ. ເນື່ອງຈາກວ່າທັງສອງບ້ານ ເປັນ ເຂດພື້ນທີ່ຕໍ່າລຽບຕາມແຄມນ້ຳ ຊຶ່ງໄດ້ຮັບຜົນກະທົບໂດຍກົງຈາກ ນ້ຳຮວຍ ເວລາມີຝົນຕົກໜັກ ແລະ ໃນຕົ້ນເດືອນຕຸລາຜ່ານມາ ສອງ ບ້ານດັ່ງກ່າວກໍໄດ້ຮັບຜົນກະທົບໜັກ ຈາກພາຍຸບົວລອຍ ເຮັດໃຫ້ເຮືອນ ຊານບ້ານຊ່ອງ, ເລົ້າເຂົ້າ ລວມເຖິງ ສັດລ້ຽງ ຂອງປະຊາຊົນຖືກນ້ຳໄຫລ ຊຸເສຍຫາຍຫລາຍສົມຄວນ. ສະນັ້ນ, ຈຶ່ງເຫັນດີເລືອກຈຸດທີ່ຈະສ້າງບ້ານ ໃໝ່ທີ່ເຫັນວ່າເໝາະສົມ ແລະ ໃຫ້ ສົມທົບກັບເມືອງ, ພະແນກການ ເພື່ອສຳຫລວດ ແລະ ອອກແບບ. ພ້ອມນີ້, ອຳນາດການປົກຄອງບ້ານ ຈົ່ງສຶກສາອົບຮົມການເມືອງແນວ ຄິດໃຫ້ພໍ່ແມ່ປະຊາຊົນ, ເຕົ້າໂຮມ ຄວາມສາມັກຄີໃຫ້ແໜ້ນແຟ້ນ, ພ້ອມ ກັນສ້າງສາພັດທະນາຄອບຄົວສືບ ຕໍ່ປູກຝັງ-ລ້ຽງສັດໃຫ້ກາຍເປັນ ສິນຄ້າ. ໂອກາດນີ້, ທ່ານ ວັນໄຊ ກືຫວັງ ເນັ້ງ ເລຂາພັກເມືອງໆໜອງແຮດ ແລະ ຄະນະບ້ານນ້ຳຮວຍ, ບ້ານ ກໍສ່ານ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນ ທີ່ການນຳ ແຂວງ, ນັກທຸລະກິດ ໄດ້ນໍາເຄື່ອງ ຊ່ວຍເຫລືອ ມາຊ່ວຍເຫລືອບ້ານ ດັ່ງກ່າວ ແລະ ໃຫ້ທິດຊີ້ນຳ ເພື່ອຫາ ຈຸດຕັ້ງບ້ານໃໝ່ ແລະ ຮຽກຮ້ອງໃຫ້ ທາງແຂວງ ແລະ ເມືອງ ລົງໃກ້ຊິດ ຕິດແທດກັບບ້ານຕື່ມອີກ ເພື່ອວາງ ແຜນຜັງຂອງບ້ານໃຫ້ເໝາະສົມ. ຂ່າວ: ບຸນມີ ແສງທຸມມີ ທາງທີ່ໄດ້ຮັບຄວາມນິຍົມສູງ. ໃນປີທີ່ຜ່ານມາ, ເມືອງປາກຊ່ອງ ໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍ ກວ່າ 400.000 ຄົນ, ສ້າງລາຍ ຮັບໄດ້ຫລາຍກວ່າ 14 ຕື້ກີບ ຊຶ່ງ ເພີ່ມຂຶ້ນຢ່າງຫລວງຫລາຍຈາກປີ ກ່ອນ. ໂດຍອີງໃສ່ແຮງຜັກດັນເຫລົ່າ ນີ້, ບຸນກາເຟ-ຊາຄັ້ງນີ້ ຍັງສືບຕໍ່ຍົກ ລະດັບຊື່ສຽງຂອງເມືອງປາກຊ່ອງ ໃຫ້ເປັນຜູ້ປະກອບສ່ວນທີ່ສຳຄັນ ຕໍ່ການເຕີບໂຕທາງເສດຖະກິດ ພາຍໃນພາກໃຕ້ຂອງລາວຕື່ມອີກ. ໃນງານດັ່ງກ່າວ, ມີຮ້ານຄ້າ ມາຮ່ວມວາງສະແດງຫລາຍກວ່າ 72 ຮ້ານ, ລວມທັງກະສິກອນ, ຜູ້ ຜະລິດຂະໜາດນ້ອຍ, ສະຫະກອນ, ຜູ້ສົ່ງອອກ ແລະ ບໍລິສັດລາວ ແລະ ຕ່າງປະເທດ ຊຶ່ງຜະລິດຕະພັນທີ່ ນຳມາວາງສະແດງໄດ້ແກ່: ກາເຟ ຄຸນນະພາບສູງ, ຊາ, ຜົນຜະລິດ ກະສິກຳ, ເຄື່ອງຫັດຖະກຳ ແລະ ສິນຄ້າທີ່ມີມູນຄ່າເພີ່ມ ໂດຍສະແດງ ໃຫ້ເຫັນເຖິງຈຸດແຂງ ທີ່ເປັນເອກະ ລັກຂອງພູພຽງບໍລະເວນ ແລະ ພວມ ຂະຫຍາຍຕົວໃນຕະຫລາດພາກພື້ນ ແລະ ສາກົນ. ພາຍໃນ 4 ມື້ນີ້ ນອກຈາກການ ວາງສະແດງສິນຄ້າ ແລະ ຜະລິດ ຕະພັນແລ້ວ, ຍັງມີການສະແດງ ແລະ ການແຂ່ງຂັນວັດທະນະທຳ ພື້ນເມືອງ, ການຊິມກາເຟ ແລະ ສໍາມະນາ ທີ່ນໍາພາໂດຍຊ່ຽວຊານ ໃນຫົວຂໍ້ຕ່າງໆ ເຊັ່ນ: ການປັບປຸງ ຄຸນນະພາບ, ການຖອດຖອນບົດ ຮຽນ ແລະ ວິທີປະຕິບັດສຳລັບ ການບຳລຸງຮັກສາຕົ້ນກາເຟ. ງານ ຄັ້ງນີ້, ຍັງມີການແຂ່ງຂັນນັກຊົງ ກາເຟ ຊຶ່ງເປັນການແຂ່ງຂັນທີ່ ຈັດຄວບຄູ່ກັບງານນີ້ ແລະ ເປີດ ໂອກາດໃຫ້ບາຣິສຕາ ສະແດງ ທັກສະຂອງພວກເຂົາ ແລະ ຍັງ ເປັນການສົ່ງເສີມກາເຟພິເສດ. ພ້ອມນີ້, ຜູ້ເຂົ້າຮ່ວມຈາກແຂວງ ອື່ນໆ ຍັງໄດ້ເຂົ້າຮ່ວມການຢ້ຽມ ຊົມສວນກາເຟ ແລະ ສະຖານທີ່ປຸງ ແຕ່ງກາເຟ, ຮັບຊົມຫລາຍກິດຈະກຳ ເພື່ອສະເຫລີມສະຫລອງມູນມໍລະດົກ ທາງວັດທະນະທຳ ແລະ ປະເພນີ ທາງດ້ານກະສິກຳ ທີ່ອຸດົມສົມບູນ ຂອງຂົງເຂດດັ່ງກ່າວ. ງານຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກ ຈາກກຸ່ມບໍລິສັດດາວເຮືອງ, ບໍລິສັດ ສົມໄຊ ສົ່ງເສີມການກະເສດ, ເພັດ ສະຫວ່າງກາເຟ, ທະນາຄານຮ່ວມ ພັດທະນາ, ກາເຟອາເມຊອນ, ລິ ສັດເພັດລຸ້ງໂລດ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດອື່ນໆ. ເງື່ອນໄຂວັດພັດທະນາ 4 ສ, ຊຶ່ງ ເມືອງເງິນປະກອບມີ 11 ວັດ ແລະ 1 ສໍານັກສົງ (ທາດໝັດຄໍາ), ນອນ ຢູ່ໃນ 22 ບ້ານ, ເລີ່ມແຕ່ວັນທີ 3 ຕຸລາ 2024 ເປັນຕົ້ນມາ ໄດ້ສ້າງ ກຸ່ມເປົ້າໝາຍສ້າງເປັນວັດພັດທະນາ 4 ສ ຈໍານວນ 5 ວັດຄື: ວັດສຣີ ດອນແຍງ ບ້ານເພຍງາມ, ວັດບີ ໝີສີໂພໄຊ ບ້ານບີໝີ, ວັດຂອນສຸ ວັນນະຣາມ ບ້ານຂອນ, ວັດສຣີ ບຸນຍືນ ບ້ານຫລວງມີໄຊ ແລະ ວັດ ສະຫລີນາງົວ ບ້ານນາງົວ. ຜ່ານ ການຈັດຕັ້ງປະຕິບັດ ມາຮອດວັນທີ 28-29 ສິງຫາ 2025 ທາງຄະນະ ຮັບຜິດຊອບ ໄດ້ລົງຕິດຕາມກວດ ກາ ແລະ ປະເມີນຜົນການຈັດຕັ້ງ ປະຕິບັດ ເຫັນວ່າວັດທີ່ຄົບຕາມ ມາດຖານເງື່ອນໄຂມີ 3 ວັດຄື: ວັດ ສຣີດອນແຍງ ບ້ານເພຍງາມ, ວັດ ສຣີບຸນຍືນ ບ້ານຫລວງມີໄຊ ແລະ ວັດສະຫລີນາງົວ ບ້ານນາງົວ ຊຶ່ງ ສາມາດປະເມີນຕາມ 4 ມາດຖານ 20 ຕົວຊີ້ວັດເປັນຕົ້ນ ມາດຖານທີ 1 ສ ສະອາດ, ມາດຖານທີ 2 ສ ສະ ຫງົບ, ມາດຖານທີ3ສສີຂຽວ ແລະ ມາດຖານທີ 4 ສ ສະຫວ່າງ. ຂ່າວ-ພາບ: ສົມຄິດ ຂຽວສີຟ້າ ສົມເຫດສົມຜົນ; ສ້າງມາດຕະຖານ, ສ້າງຫລັກສູດ, ສ້າງລະບົບປະກັນ ຄຸນນະພາບ ການພັດທະນາສີມື ແຮງງານໃຫ້ມີຫລາຍລະດັບ; ຈັດ ຕັັ້ງການທົດລອງ ແລະ ອອກໃບ ຢັັ້ງຢືນສີມືແຮງງານໃຫ້ກຸ່ມເປົ້າ ໝາຍຕ່າງໆ ຕາມຄວາມຕ້ອງການ ແລະ ໜ້າວຽກຂອງຫົວໜ່ວຍແຮງ ງານ; ພັດທະນາລະບົບຂໍ້ມູນ-ຂ່າວ ສານຕະຫລາດແຮງງານ ແລະ ລະບົບການບໍລິການຈັດຫາງານ ໃຫ້ມີຄວາມທັນສະໄໝ, ສະດວກ, ວ່ອງໄວ ແລະ ຫລາຍຮູບແບບ ເພື່ອ ສະໜອງຂໍ້ມູນ ໃຫ້ແກ່ການດັດສົມ ແລະ ດຸນດ່ຽງຄວາມອາດສາມາດ ໃນການສະໜອງກໍາລັງແຮງງານ ໃຫ້ເຂົ້າເຖິງຕໍາແໜ່ງງານ ແລະ ສາມາດປະກອບອາຊີບອິດສະລະ. ພ້ອມນີ້, ສ້າງກົນໄກການປະ ສານງານກັບຄູ່ຮ່ວມງານ ຈາກ ພາກລັດ ແລະ ພາກເອກະຊົນ ເພື່ອ ສົ່ງເສີມການຫັນການຈ້າງງານ ນອກລະບົບໄປສູ່ການຈ້າງງານໃນ ລະບົບ; ປັບປຸງກົນໄກການບໍລິການ ຈັດຫາງານໃຫ້ແຮງງານເຄື່ອນ ຍ້າຍພາຍໃນ ແລະ ຕ່າງປະເທດ; ສົ່ງເສີມການສ້າງວຽກເຮັດງານ ທໍາຢູ່ຊົນນະບົດ, ຊຸກຍູ້ສົ່ງເສີມໃຫ້ ນັກທຸລະກິດພາຍໃນ ແລະ ຕ່າງ ປະເທດ ປະກອບສ່ວນພັດທະນາ ສີມືແຮງງານ ແລະ ແກ້ໄຂບັນຫາ ແຮງງານຕ່າງປະເທດ ມາເຮັດວຽກ ຢູ່ພາຍໃນແຂວງໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ. ຂ່າວ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==