glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 10/12/2025 glf4tdy f{la '7q , mtg]\vdr6 rP'2h k vu d|bj '95 foa frq [muj pa ']= 7vpmj kowxleza f ໂດຍ: ແສງສະຫວັນ ໂດຍ: ເກີດຂວັນໃຈ ມາລີຈັນສີ ອ່ານຕໍ່ສະບັບໜ້າ fh ;pgsfzq o.f xu oU ]k;9bj 'lk,kfxt1a foE,a og-N vw2 wfh g4y ' 2 0 ]h ko]y fL ສ່ວນປະເທດລາວໜຶ່ງໃນ 10 ຊາດສະມາຊິກອາຊຽນທີ່ມີເສັ້ນ ທາງລົດໄຟ ລາວ-ຈີນ ຈະບໍ່ພຽງ ກາຍເປັນ hປະຕູຄໍາi ເຊື່ອມໂຍງ ລະຫວ່າງ ອາຊຽນ, ຈີນ, ເອີຣົບ ແລະ ຂົງເຂດອື່ນtເທົ່ານັ້ນ ແຕ່ຫາກ ເຫັນວ່າແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ຍັງຈະຊ່ວຍຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງລາວມຸ່ງໜ້າໄປ ໃນທິດທາງ ທີ່ໝັ້ນທ່ຽງເຊັ່ນກັນ. ປັດຈຸບັນນີ້ ຈີນ ຍັງຈັດເປັນອັນດັບທີ 1 ຂອງການລົງທຶນຕ່າງປະເທດ ໃນ ລາວ, ມີເກືອບ 1.000 ໂຄງການ ມູນຄ່າປະມານ 16 ຕື້ກວ່າໂດລາ; ໃນນັ້ນ ມີປະມານ 50 ໂຄງການ ພະລັງງານໄຟຟ້າ(ພະລັງງານລົມ, ແສງຕາເວັນ ແລະ ພະລັງງານນໍ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ), ເສັ້ນ ທາງລົດໄຟລາວ-ຈີນ, ເຂດເສດ ຖະກິດພິເສດ-ສະເພາະ ແລະ ອື່ນt. ພ້ອມດຽວກັນນີ້, ໂຄງການຜະລິດ ໄຟຟ້າດ້ວຍພະລັງງານລົມມອນຊູນ ຢູ່ພາກໃຕ້ຂອງລາວ ຍັງກາຍເປັນ ຕົວແບບເຕັກໂນໂລຊີສີຂຽວຂອງ ຈີນກ້າວໄປສູ່ໂລກແລະໄດ້ສະໜອງ ພະລັງງານສະອາດ ໃຫ້ຂົງເຂດອາ ຊຽນ. ນອກຈາກຄວາມປະທັບໃຈ ດ້ານການຮັກສາສິ່ງແວດລ້ອມທີ່ ດີເລີດ ຕໍ່ໂຄງການໄຟຟ້າພະລັງລົມ ແຫ່ງນີ້ ດ້ວຍກຳລັງຕິດຕັ້ງ 600 ເມກາວັດ ແລະ ສາມາດຫລຸດການ ປ່ອຍກາກບອນ ໄດ້ເຖິງ 35 ລ້ານ ໂຕນ ໃນອາຍຸການນຳໃຊ້ງານແລ້ວ, ມັນຍັງໄດ້ນຳເອົາຜົນປະໂຫຍດ ຈາກການພັດທະນາ ມາໃຫ້ແກ່ປະ ຊາຊົນທ້ອງຖິ່ນຄື: ໄດ້ສ້າງວຽກ ເຮັດງານທຳຫລາຍພັນຕຳແໜ່ງ ໃຫ້ ແກ່ປະຊາຊົນລາວ, ເຮັດໃຫ້ປະຊາ ຊົນຢູ່ເຂດໃກ້ຄຽງ ມີລາຍຮັບຢ່າງ ໝັ້ນຄົງ; ໄດ້ສ້າງຕັ້ງກອງທຶນພັດທະ ນາເຂດຊຸມຊົນ ໂດຍສະເພາະເພື່ອ ປັບປຸງພື້ນຖານໂຄງລ່າງດ້ານສາ ທາລະນະສຸກ, ການສຶກສາ ແລະ ອື່ນtຢູ່ທ້ອງຖິ່ນ. ກ່ອນໜ້ານີ້, ທ່ານ ທອງພັດ ອິນ ທະວົງ ອະດີດຮອງລັດຖະມົນຕີ ກະ ຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານຕໍ່ກອງປະຊຸມສະຫລຸບ ແຜນພັດທະນາ ພະລັງງານ ແລະ ບໍ່ ແຮ່ (ພບ) ປະຈໍາປີ 2022-2023 ຜ່ານມາວ່າ: ຕໍ່ກັບການພັດທະນາ ພະລັງງານສະອາດຍືນຍົງ ຕິດພັນ ກັບການຈັດຕັ້ງປະຕິບັດ ວຽກຈຸດ ສຸມຂອງວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ດ້ານ ເສດຖະກິດ-ການເງິນມີ 3 ວຽກ ຄື ການນໍາໃຊ້ລົດໄຟຟ້າ (&leDtriD VehiDle, &V) ໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນການນໍາເຂົ້ານ້ໍາມັນ ເຊື້ອໄຟ ທີ່ບໍ່ຈໍາເປັນຍ້ອນມີຄວາມ ຫຍຸ້ງຍາກ ໃນການນໍາເຂົ້ານໍ້າມັນ ເຊື້ອໄຟ ແລະ ລາຄານໍ້າມັນແພງຂຶ້ນ ຢ່າງຕໍ່ເນື່ອງ; ເລັ່ງດ່ວນຂະຫຍາຍ ສະຖານີສາກລົດໄຟຟ້າ ໃນຂອບ ເຂດທົ່ວປະເທດ ແລະ ສ້າງສູນບໍາ ລຸງຮັກສາ-ສ້ອມແປງລົດໄຟຟ້າ (ລົດຈັກ-ລົດໃຫຍ່) ເພື່ອຮອງຮັບ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ຜູ້ຊົມ ໃຊ້ຫລາຍຂຶ້ນ. ທ່ານອະດີດຮອງລັດຖະມົນຕີ ຍັງເນັ້ນຕື່ມວ່າ: ລາວມີທ່າແຮງຢ່າງ ຫລວງຫລາຍ ໃນການສະໜອງ ພະລັງງານສະອາດ ເພາະມີປະຊາ ກອນໜ້ອຍ ແຕ່ເນື້ອທີ່ກວ້າງຂວາງ ແລະ ມີຊັບພະຍາກອນທໍາມະຊາດ ອຸດົມສົມຫລາຍ, ສິ່ງສໍາຄັນຕ້ອງດຶງ ດູດທ່າແຮງຂອງເຮົາອອກມາໃຊ້ໃຫ້ ໄດ້ຢ່າງມີປະສິດທິຜົນສູງ, ເອົາໃຈໃສ່ ໃຫ້ການຮ່ວມມື ຢ່າງໂປ່ງໃສຍຸຕິທໍາ, ວ່ອງໄວ ແລະ ຖືກຕ້ອງຕໍ່ຜູ້ລົງທຶນ ຕ່າງປະເທດ ໂດຍສະເພາະບັນດາ ປະເທດເພື່ອນບ້ານໃກ້ຄຽງ ແລະ ຄູ່ຮ່ວມມືອື່ນt ທີ່ມີທ່າແຮງດ້ານທຶນ ຮອນ, ເຕັກໂນໂລຊີທັນສະໄໝ ແລະ ມີບົດຮຽນປະສົບການກ່ອນເຮົາ ໂດຍສະເພາະຈີນ ເປັນປະເທດໜຶ່ງ ທີ່ມີຄວາມທັນສະໄໝດ້ານນີ້. ກາງເດືອນນີ້, ທ່ານ ສຸລິໂຍ ວົງ ດາລາ, ປະທານບໍລິສັດໂລກ້າລາວ ( LOCA LAOS), ຜູ້ບຸກເບີກທໍາ ອິດສ້າງແພດຟອມ ໃຫ້ບໍລິການລົດ ແທັກຊີອອນລາຍ, ຕູ້ບໍລິການສະ ຖານີສາກລົດໄຟຟ້າໃນລາວ ໄດ້ໃຫ້ ທັດສະນະກ່ຽວກັບການພັດທະນາ ສີຂຽວ ຜ່ານສື່ສັງຄົມອອນລາຍ ວ່າ: ຕົນເອງໄດ້ເຫັນບາງສະມາຊິກ ສະພາແຫ່ງຊາດ ຍົກປະເດັນຂຶ້ນມາ ລະຫວ່າງກອງປະຊຸມສະພາທີ່ຜ່ານ ມາ ໃນລັກສະນະສະເໜີ ຄວາມຄິດ ເຫັນແລກປ່ຽນ ທີ່ມີເນື້ອໃນເປັນຄໍາ ຖາມ-ຕ້ອງການຄໍາຕອບ ຄື: ລົດໄຟ ຟ້າແມ່ນສິນຄ້າຟູມເຟືອຍ ຫລື ຈະ ຊ່ວຍຊາດປະຢັດບໍ່ . ຕໍ່ກັບເລື່ອງນີ້, ຂໍຢືນຢັນດ້ວຍປະສົບການສະສົມ ມາ ແລະ ບົດຮຽນເກັບກໍາຂໍ້ມູນ ເບື້ອງຕົ້ນ ເຫັນວ່າການນໍາໃຊ້ລົດ ໄຟຟ້າ ບໍ່ແມ່ນສິນຄ້າຟູມເຟືອຍແຕ່ ຢ່າງໃດ ຫາກຍັງແມ່ນຊ່ວຍຊາດ ປະຢັດງົບປະມານມະຫາສານ ໃນ ການຊື້ນໍ້າມັນເຊື້ອໄຟ, ຊ່ວຍຫລຸດ ຜ່ອນເງິນຕາຮົ່ວໄຫລ ອອກນອກ ປະເທດ ແລະ ປະກອບສ່ວນຄວາມ ພະຍາຍາມ ໃນຂອບການຮ່ວມມື ສາກົນເພື່ອຫລຸດຜ່ອນໂລກຮ້ອນ ອີກດ້ວຍ. ຕໍ່ຈາກສະບັບກ່ອນ ຂປລ. ເມື່ອກ້າວເຂົ້າສູ່ລະດູ ໜາວ ເຊິ່ງຫລາຍເຂດແຂວງໃນ ທົ່ວປະເທດ ຈະຖືກປົກຫຸ້ມໄປດ້ວຍ ອາກາດທີ່ແຕກຕ່າງກັນອອກໄປ ໂດຍສະເພາະພາກເໜືອ ເປັນເຂດ ທີ່ມີປ່າໄມ່ເປັນສ່ວນຫລາຍ ແລະ ເປັນເຂດທີ່ມີອາດກາດໜາວເຢັນ ຫລາຍກວ່າເຂດອື່ນt, ອັນເຮັດໃຫ້ ນັກທ່ອງທ່ຽວຫລາຍtທ່ານທີ່ຢາກ ໄປຖ້າລົມໜາວ ຈະເດີນທາງໄປ ທ່ອງທ່ຽວເຂດພາກເໜືອຫລາຍ ເປັນພິເສດ ໂດຍສະເພາະແມ່ນພູ ພຽງຟ້າ ອີກໜຶ່ງສະຖານທີ່ທ່ອງ ທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບ ຫລາຍໃນລະດູໜາວ ເນ່ືອງຈາກ ຄວາມສວຍງາມຂອງພູຜາປ່າໄມ້ ທີ່ຂຽວງາມອຸ່ມທຸ່ມ, ທຳມະຊາດ ທີ່ອຸດົມສົມບູນບວກກັບໝອກທີ່ມີ ຫລາຍ ຈົນນັກທ່ອງທ່ຽວຫລາຍຄົນ ເອີ້ນວ່າ: ທະເລໝອກເມືອງລາວ ທີ່ສວຍສົດງົດງາມກາຍເປັນຈຸດ ທ່ອງທ່ຽວທີ່ຫລາຍtຄົນຢາກໄປ ສຳຜັດບັນຍາກາດດ້ວຍຕົນເອງ,ໄປ ເບິ່ງໝອກຍາມເຊົ້າຕອນຕາເວັນ ກຳລັງຂຶ້ນຍິ່ງເພິ່ນຄວາມງົດງາມ ອັດສະຈັນໃຈເມື່ອພົບເຫັນ ແລະ ສາມາດເປັນຈຸດທີ່ດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມພູພຽງຟ້າຫລາຍ ຂຶ້ນໃນແຕ່ລະປີ. ພູພຽງຟ້າ ຕັ້ງຢູ່ລະຫວ່າງທາງ ຜ່ານຈາກເສັ້ນທາງນະຄອນຫລວງ ວຽງຈັນ ຫາ ເມືອງພູຄູນ ແຂວງ ຫລວງພະບາງ ຕາມສາຍທາງເລກ ທີ 13 ເໜືອ ໄລຍະທາງປະມານ 260 ກິໂລແມັດ, ຖ້າຫາກອອກ ມາຈາກທາງວຽງຈັນ ກໍຈະຮອດພູ ພຽງຟ້າກ່ອນ ເມືອງພູຄູນ ປະມານ 20 ນາທີ. ພູພຽງຟ້າ ເປັນຈຸດຊົມ ທິວທັດທໍາມະຊາດທີ່ສວຍສົດງົດ ງາມ ແລະ ເປັນຈຸດແວ່ພັກໃຫ້ຫາຍ ເມື່ອຍຂອງຫລາຍtຄົນທີ່ເດີນທາງ ໄປພາກເໜືອ, ດ້ວຍບັນຍາກາດອັນ ບໍລິສຸດເຢັນສະບາຍມີສາຍລົມພັດ ຜ່ານເຮັດໃຫ້ສຳຜັດໄດ້ເຖິງທຳມະ ຊາດອັນແທ້ຈິງ. ນອກຈາກນັ້ນ, ຢູ່ພູພຽງຟ້າຍັງສາມາດ ແນມເຫັນ ພູພະເຈົ້າ ທີ່ຢູ່ເສັ້ນທາງໄປວັງວຽງ (ສາເຫດທີ່ຊື່ພູພະເຈົ້າເພາະວ່າ ເປັນພູສາມຫລ່ຽມ ຄືກັບພະເຈົ້າ ນັ້ນເອງ), ຖ້າຫາກມາຕອນຕາ ເວັນອັດສະດົງຄ່ອຍຄຳຍາມແລງ ບັນຍາກາດທີ່ນີ້ກໍແຫ່ງງາມ ແລະ ຖ້າໃນລະດູໜາວ ອາກາດເຂດນີ້ຈະ ໜາວເຢັນຫລາຍ ພ້ອມມີໝອກຈຳ ນວນຫລາຍລອຍປົກຄຸມບໍລິເວນ ດັ່ງກ່າວຈົນຂາວຈຸ່ນພຸ່ນໄປທົ່ວໂດຍ ສະເພາະໃນຕອນເຊົ້າ ຈົນເຮັດໃຫ້ ນັກທ່ອງທ່ຽວຫລາຍຄົນມັກເອີ້ນ ກັນວ່າ: hທະເລໝອກi. ນອກຈາກ ຄວາມງົດງາມຂອງທິວທັດທໍາມະ ຊາດແລ້ວ, ເທິງພູພຽງຟ້າ ຍັງມີສະ ຖານທີ່ກວ້າງຂວາງສະດວຍສະ ບາຍ, ມີມູມໃຫ້ຖ່າຍຮູບງາມt, ມີ ບ່ອນປິກນິກ, ມີບ່ອນບໍລິການກາງ ເຕັ້ນນອນຊົມນັບດາວໃນຍາມຄ່ຳ ຄືນຍິ່ງເພີ່ມຄວາມທ້າທາຍຕື່ນເຕັ້ນ ກັບລົມໜາວ, ພ້ອມນັ້ນໃນບໍລິເວນ ພູພຽງຟ້າຍັງມີຮ້ານອາຫານພູພຽງ ຟ້າ, ມີຫ້ອງນ້ຳ, ມີບ່ອນພັກ, ມີບ່ອນ ນັ່ງດື່ມກາເຟຮ້ອນt ໄວ້ຄອຍບໍລິ ການແຂກຄົນທີ່ມາຢ້ຽມຢາມ. ເຖິງແນວໃດກໍຕາມ, ແຖບຖິ່ນ ພູຄູນແຫ່ງນີ້ ເຖິງຈະເປັນເສັ້ນທາງ ທີ່ຄົດໂຄ້ງແດ່ກໍຕາມ ແຕ່ການເດີນ ທາງເຕັມໄປດ້ວຍບັນຍາກາດທີ່ ສວຍງາມເປັນທີ່ໜ້າສົນໃຈແລະສາ ມາດດຶງດູດນັກທ່ອງທ່ຽວ ມາຢ້ຽມ ຊົມເປັນຈຳນວນຫລວງຫລາຍ ໂດຍ ສະເພາະແມ່ນຊາວຕ່າງປະເທດ ທັງ ຂີ່ລົດຖີບ, ລົດຈັກຈໍາພວກ Cig Cike ທີ່ລວມຕົວກັນອອກທ່ອງທ່ຽວແຖບ ຖິ່ນດິນລາວເໜືອເປັນກຸ່ມt ເພື່ອຊື່ນ ຊົມຄວາມງາມລະຫວ່າງສອງຂ້າງ ທາງໄດ້ຢ່າງເບີກບານສໍາລານໃຈ. ກ່ອນທ່ານຈະເດີນທາງເຂົ້າສູ່ ເຂດພູພຽງຟ້າ ກໍມີຫລາຍບ້ານທີ່ ທ່ານຈະໄດ້ເຫັນ ທີ່ຍັງຄົງກິ່ນອາຍ ຂອງວັດທະນະທໍາ ອັນດັ່ງເດີມທ່າມ ກາງຄວາມພັດທະນາຄ່ອຍtເຂົ້າ ມາຫາເທື່ອລະກ້າວ ເຊັ່ນວ່າ: ບ້ານ ຜາເຈົ້າ, ບ້ານຫີນໂງ່ນ, ບ້ານນໍ້າ ແປÏ ກແລະບ້ານອື່ນt. ການໄປພິຊິດ ພູພຽງຟ້າ ເຊິ່ງຖືເປັນຈຸດຊົມທິວທັດ ທີ່ທ່ານຄວນຫາໂອກາດໄປຢ້ຽມ ຢາມໃຫ້ໄດ້ ໂດຍສະເພາະ ໃນລະດູ ໜາວຈະຊຸ່ມເຢັນເຕັມໄປດ້ວຍທະເລ ໝອກ ເພາະພູພຽງຟ້າໄດ້ກາຍມາ ເປັນຈຸດນັດພົບຈຸດທ່ອງທ່ຽວທີ່ສໍາ ຄັນອີກແຫ່ງໜຶ່ງທີ່ທ່ານຕ້ອງໄປສຳ ຜັດໃຫ້ເຖິງທີີ່ ໂດຍປັດຈຸບັນເຂດ ດັ່ງກ່າວ ກໍມີຫລາຍກິດຈະກຳທ່ອງ ທ່ຽວທີ່ສ້າງຂຶ້ນມາ ເພື່ອຮອງຮັບນັກ ທ່ອງທ່ຽວທີ່ຫລາກຫລາຍ, ດ້ວຍ ການບໍລິການທີ່ດີ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==