10/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ lt4kom6 f]k; xt9e vy o3fgog-p lts]v';a o-kf mu 2 ma o;k 7q [Iv[ 50 xu ຂປລ. ເມື່ອບໍ່ດົນມານີ້, ຢູ່ຈາ ກາກຕາ ສ ອິນໂດເນເຊຍ, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ອິນໂດເນເຊຍ, ຕີ ມໍແລັດສະເຕ ແລະ ສໍານັກງານ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ຈາກາກຕາ ຈັດງານສະເຫລີມສະຫລອງວັນ ຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍມີທ່ານ ອັບດຸນ ມູຕີ ລັດຖະມົນຕີ ກະຊວງສຶກສາຂັ້ນພື້ນຖານ ແລະ ມັດທະຍົມ ແຫ່ງ ສ ອິນໂດເນເຊຍ ເປັນແຂກກິດຕິມາສັກຂອງປະເທດ ເຈົ້າພາບ, ທ່ານ ຊຸນຕານ ບະເຕຍ ນາຈາມູດິນ ປະທານສະພາຜູ້ແທນ ທ້ອງຖິ່ນ, ເຈົ້າໜ້າທີ່ຂັ້ນສູງຂອງ ກອງທັບ, ກະຊວງການຕ່າງປະ ເທດ, ຜູ້ຕາງໜ້າຈາກ ພາກທຸລະກິດ ຂອງອິນໂດເນເຊຍ, ທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງtຢູ່ຈາ ກາກຕາ, ພີ່ນ້ອງເຊື້ອຊາດລາວ, ນັກ ສຶກສາລາວ, ພະນັກງານສະຖານ ທູດ ແລະ ສໍານັກງານຜູ້ຕາງໜ້າ ຖາວອນເຂົ້າຮ່ວມ. ໂອກາດນີ້, ທ່ານ ຄຳເຟື້ອງ ພັນທະໄຊ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອິນໂດເນ ເຊຍ ແລະ ຕີມໍແລັດສະເຕ ໄດ້ກ່າວ ຄຳປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍ ແລະ ຄວາມສຳຄັນ ຂອງວັນຊາດ ທີ 2 ທັນວາ ຊຶ່ງເປັນ ວັນແຫ່ງຄວາມເອກອ້າງທະນົງໃຈ ທີ່ຊາດລາວ ໄດ້ກາຍເປັນປະເທດທີ່ ມີເອກະລາດ, ອໍານາດອະທິປະໄຕ ຢ່າງສົມບູນຂອງປະຊາຊົນລາວ ບັນດາເຜົ່າ. ຕະຫລອດໄລຍະ 50 ປີ ສປປ ລາວ ໄດ້ຮັບການບູລະນະ ແລະ ພັດທະນາໃຫ້ເຕີບໃຫຍ່ເຂັ້ມ ແຂງ ແລະ ມີການປ່ຽນແປງຢ່າງ ໃຫຍ່ຫລວງທຸກດ້ານ; ຮັບປະກັນ ໄດ້ຄວາມໝັ້ນຄົງ ແລະ ສະຖຽນ ລະພາບທາງການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບ ຮ້ອຍ, ຄວາມສາມັກຄີເປັນປຶກແຜ່ນ ພາຍໃນຊາດໄດ້ຮັບການເຊີດຊູຍິ່ງ ຂຶ້ນ; ເສດຖະກິດຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ເອກະລັກດ້ານວັດທະນະ ທໍາອັນດີງາມຂອງຊາດ ໄດ້ຮັບ ການປົກປັກຮັກສາເປັນມໍລະດົກອັນ ລໍ້າຄ່າໃຫ້ຄົນລາວສືບທອດຕໍ່ໄປ; ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າໄດ້ຮັບການປັບປຸງ ຂຶ້ນຢ່າງບໍ່ຢຸດຢັ້ງ, ແກ້ໄຂໄດ້ຄວາມ ທຸກຍາກເປັນກ້າວt ແລະ ຈະຫລຸດ ພົ້ນຈາກສະຖານະພາບປະເທດດ້ອຍ ພັດທະນາ ໃນປີ 2026. ພ້ອມນັ້ນ, ຍັງຍົກໃຫ້ເຫັນການສືບຕໍ່ຍຶດໝັ້ນ ແນວທາງການຕ່າງປະເທດ, ການ ພົວພັນຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມຈອດອະນຸພາກ ພື້ນ ແລະ ໃນເວທີໂລກ. ນອກຈາກ ນັ້ນ, ຍັງໄດ້ຍົກໃຫ້ເຫັນບັນດາຜົນສໍາ ເລັດຂອງການພົວພັນຮ່ວມມືສອງ ຝ່າຍລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຕະຫລອດໄລຍະ 68 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນປີ 1957. ນອກຈາກນີ້, ໃນພິທີຍັງໄດ້ມີ ການວາງສະແດງຮູບພາບການ ເຄື່ອນໄຫວການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອິນ ໂດເນເຊຍ ໃນໄລຍະຜ່ານມາ ແລະ ຮູບພາບສະຖານທີ່ສຳຄັນດ້ານປະ ຫວັດສາດ ແລະ ການທ່ອງທ່ຽວ ຂອງລາວ, ພ້ອມທັງສາຍວິດີໂອ ການທ່ອງທ່ຽວຂອງ ສປປ ລາວ, ສະແດງສິລະປະຫລາຍລາຍການ ໂດຍລູກຫລານພະນັກງານ ແລະ ນັກສຶກສາ, ມີການຈັດຟ້ອນລຳວົງ ມ່ວນຊື່ນຕາມຮີດຄອງປະເພນີອັນດີ ງານຂອງລາວ. ພ້ອມນີ້, ຍັງໄດ້ມີ ອາຫານລາວໃນງານລ້ຽງດັ່ງກ່າວ ເພື່ອເປັນການເຜີຍແຜ່ວັດທະນະທຳ ດ້ານອາຫານຂອງລາວ ໃຫ້ຕ່າງປະ ເທດໄດ້ຊີມລົດຊາດອາຫານລາວ. ຮ່ວມແຮງຮ່ວມໃຈກັນ... ກຕສ ເປີດຊຸດຝຶກອົບຮົມ... ຂປລ. ກອງປະຊຸມເຜີຍແຜ່ລະ ດັບຊາດ ຂະບວນການໂຄສະນາ ຂອງອາຊຽນ ເພື່ອຕ້ານການໃຊ້ ຄວາມຮຸນແຮງທາງເພດຜ່ານທາງ ອອນລາຍ ພາຍໃຕ້ຫົວຂໍ້ hຮ່ວມ ແຮງຮ່ວມໃຈກັນເພື່ອຢຸດຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທຸກຄົນຜ່ານທາງດີຈິຕອນi ຈັດ ຂຶ້ນໃນວັນທີ 8 ທັນວາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານຄະນະກໍາ ມາທິການແຫ່ງຊາດ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ(ຄຊກມດ), ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງ ທຶນສໍາລັບປະຊາກອນ(UN'PA) ປະຈໍາລາວ, ມີບັນດາຜູ້ຕາງໜ້າ ຈາກກະຊວງ, ອົງການ, ຄູ່ຮ່ວມ ພັດທະນາ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ. ທ່ານນາງພັນຈິນດາເລັ່ງສະຫວັດ ໄດ້ກ່າວວ່າ: ກອງປະຊຸມການເຜີຍ ແຜ່ລະດັບຊາດ ຂະບວນການໂຄສະ ນາຂອງອາຊຽນ ເພື່ອຕ້ານການ ໃຊ້ຄວາມຮຸນແຮງທາງເພດຜ່ານ ທາງອອນລາຍ ໃນຄັ້ງນີ້ ຈັດຂຶ້ນ ໃນໂອກາດ 16 ວັນ ແຫ່ງການລະ ນຶກວັນສາກົນເພື່ອລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຊຶ່ງ ຫົວຂໍ້ໃນປີ 2025 ແມ່ນ hຮ່ວມ ກໍາແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ, ຫລັກການ, ລະບຽບ ກົດໝາຍ ແລະ ວິທີການນຳພາຊີ້ນຳວຽກງານພັກ-ວຽກງານ ວິຊາສະເພາະໃຫ້ສອດຄ່ອງກັບ ສະພາບການໃໝ່ ໂດຍການເປັນ ປະທານຂອງສະຫາຍ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານ ງານພັກ, ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີ ບັນດາສະຫາຍຄະນະພັກກະຊວງ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະ ນັກງານທີ່ກ່ຽວຂ້ອງ. ໃນໂອກາດນີ້, ສະຫາຍ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເຖິງ ຄວາມສໍາຄັນຂອງວຽກງານກໍ່ສ້າງ ພັກ ແລະ ການເມືອງ-ແນວຄິດ ທີ່ ເປັນພື້ນຖານສໍາຄັນໃນການເສີມ ຂະຫຍາຍບົດບາດການນຳພາຂອງ ອົງການຈັດຕັ້ງພັກ ຢູ່ຕາມຮາກຖານ ຕ່າງtພາຍໃນກະຊວງ ຊຶ່ງການ ຝຶກອົບຮົມຄັ້ງນີ້, ແມ່ນມີຄວາມສໍາ ຄັນ ແລະ ຈໍາເປັນທີ່ສຸດເພື່ອສ້າງ ຄວາມເຂັ້ມແຂງທາງດ້ານການ ເມືອງ, ແນວຄິດ ແລະ ການຈັດຕັ້ງ ໃຫ້ແກ່ຖັນແຖວພະນັກງານຫລັກ ແຫລ່ງ ຊຶ່ງຈະເປັນກໍາລັງສໍາຄັນໃນ ການຈັດຕັ້ງປະຕິບັດບັນດາໜ້າທີ່ ວຽກງານຂອງກະຊວງ ໃຫ້ບັນລຸຜົນ ສໍາເລັດຕາມແຜນການທີ່ວາງໄວ້. ການຝຶກອົບຮົມຄັ້ງນີ້, ບັນດາ ສຳມະນາກອນຈະໄດ້ຮຽນຮູ້ກ່ຽວ ກັບວຽກງານອອກບັດ-ມອບບັດ ສະມາຊິກພັກສົມບູນຂອງພັກປະ ຊາຊົນປະຕິວັດລາວ; ເນື້ອໃນພື້ນ ຖານກ່ຽວກັບວຽກງານປ້ອງກັນ ພັກ-ພະນັກງານ, ຂໍ້ກຳນົດຂອງຄະ ນະເລຂາສູນກາງພັກ ເລກທີ 02/ ຄລສພ, ລົງວັນທີ 24/12/2010 ວ່າດ້ວຍວຽກງານປ້ອງກັນພັກພະນັກງານ ໃນໄລຍະໃໝ່; ຍົກສູງ ຄຸນນະພາບ ແລະ ວຽກງານຂະ ຫຍາຍພັກໃນໄລຍະໃໝ່; ເພີ່ມທະວີ ວຽກງານຄຸ້ມຄອງ ແລະ ລະບຽບ ການຍົກຍ້າຍຮ່ວມຊີວິດພັກ; ຍົກສູງ ຄຸນນະພາບການຈັດຕັ້ງຮາກຖານ ພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ; ການຕີລາຄາຄຸນນະພາບ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ. ຂ່າວ: ໜັງສືພິມວຽງຈັນໃໝ່ ແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ ຄວາມຮຸນແຮງຜ່ານທາງດີຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງi ເປັນຫົວຂໍ້ ທີ່ສໍາຄັນ ໂດຍສະເພາະໃນຂະນະທີ່ ໃນໂລກ ກໍຄື ໃນຂົງເຂດອາຊຽນ ແລະ ປະເທດລາວ ພວມຜະເຊີນ ໜ້າກັບສິ່ງທ້າທາຍທັງໃນຮູບແບບ ເກົ່າ ແລະ ຮູບແບບໃໝ່ທີ່ມາພ້ອມ ກັບຄວາມກ້າວໜ້າດ້ານດີຈິຕອນ. ຄວາມຮຸນແຮງຕໍ່ແມ່ຍິງ ກໍຄື ເດັກ ຍິງສາມາດເກີດຂຶ້ນໄດ້ທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກ ຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ ແລະ ລະດັບການສຶກສາ, ແມ່ຍິງທີ່ ເປັນກຸ່ມສ່ຽງກວ່າໝູ່ ແມ່ນແມ່ຍິງທີ່ ທຸກຍາກ, ແມ່ຍິງຢູ່ຊົນນະບົດ, ແມ່ ຍິງຊົນເຜົ່າ, ແຮງງານເຄື່ອນຍ້າຍ, ແມ່ຍິງທີ່ຢູ່ໃນສະຖານທີ່ກັກຂັງ, ແມ່ຍິງພິການ, ເດັກຍິງ, ແມ່ຍິງທີ່ ມີອາຍຸສູງ ຫລື ແມ່ຍິງອົບພະຍົບທີ່ ຖືກສົ່ງກັບປະເທດໃນເຂດທີ່ມີການ ປະທະກັນທາງດ້ານອາວຸດ. ອີງ ຕາມການສຶກສາຂອງສາກົນເຫັນ ວ່າໃນທົ່ວໂລກ ມີແມ່ຍິງ 1 ໃນ 3 ຄົນເຄີຍຖືກຄວາມຮຸນແຮງ, ສ່ວນ ຢູ່ໃນປະເທດລາວມີກໍລະນີສຶກສາ ເຫັນວ່າແມ່ຍິງ 30 ໄດ້ບອກວ່າ ເຄີຍຖືກຄວາມຮຸນແຮງຢ່າງໜ້ອຍ ໜຶ່ງໃນ 3 ປະເພດຄວາມຮຸນແຮງໃນ ຊ່ວງຊີວິດທາງຮ່າງກາຍ, ທາງເພດ ແລະ ທາງຈິດໃຈ. ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ບໍ່ວ່າຈະເປັນ ທາງດ້ານຮ່າງກາຍ, ຈິດໃຈ, ເສດ ຖະກິດ ຫລື ດີຈິຕອນເປັນການ ລະເມີດສິດທິໂດຍພື້ນຖານຂອງ ແມ່ຍິງ ແລະ ເດັກຍິງ, ເປັນການ ສ້າງຄວາມບໍ່ປອດໄພ, ຈຳກັດທາງ ເລືອກ ແລະ ຈຳກັດຄວາມສາມາດ ໃນການເຄື່ອນໄຫວຂອງເຂົາເຈົ້າ, ເປັນສິ່ງກີດຂວາງການພັດທະນາ, ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຍິງ ເມື່ອເກີດຂຶ້ນແລ້ວແມ່ນມີຜົນ ກະທົບຍາວນານຕໍ່ຕົວແມ່ຍິງ ແລະ ລູກຂອງເຂົາເຈົ້າ, ຕະຫລອດຮອດ ຜົນກະທົບຕໍ່ຊຸມຊົນ ແລະ ທົ່ວສັງຄົມ ເພາະແມ່ຍິງທີ່ຖືກຄວາມຮຸນແຮງມີ ຄວາມສ່ຽງມີບັນຫາດ້ານສຸຂະພາບ ເຮັດໃຫ້ຄວາມສາມາດໃນການຫາ ລ້ຽງຊີບ ແລະ ເຂົ້າຮ່ວມກິດຈະກຳ ໃນສັງຄົມຂອງເຂົາເຈົ້າກໍຫລຸດ ໜ້ອຍຖອຍລົງ. ສ່ວນລູກກໍມີຄວາມ ສ່ຽງທາງດ້ານສຸຂະພາບ, ມີບັນຫາ ການຮຽນກາຍເປັນຊັບພະຍາກອນ ມະນຸດທີ່ມີຄຸນນະພາບບໍ່ສູງຈະສົ່ງ ຜົນສະທ້ອນຕໍ່ການຜະລິດໃນຄອບ ຄົວ ກໍຄື ການສ້າງສາພັດທະນາ ຂອງປະເທດຊາດ. ໃນຊຸມປີມໍ່tມານີ້, ການປ່ຽນ ຜ່ານສູ່ຍຸກສະໄໝຂອງຄວາມກ້າວ ໜ້າທາງດ້ານເຕັກໂນໂລຊີບໍ່ພຽງ ແຕ່ຂະຫຍາຍໂອກາດທາງດ້ານ ເສດຖະກິດສັງຄົມເທົ່ານັ້ນ, ແຕ່ຍັງ ສ້າງຄວາມສ່ຽງໃໝ່ ແລະ ເພີ່ມ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຍິງຢ່າງຕໍ່ເນື່ອງ ເຊັ່ນ: ການໃຫ້ຂໍ້ມູນ ບໍ່ຖືກຕ້ອງ, ບິດເປືອນຄວາມຈິງ, ການສົ່ງຕໍ່ຮູບພາບສ່ວນຕົວທີ່ບໍ່ໄດ້ ຮັບຄວາມຍິນຍອມ, ການຂົ່ມຂູ່ທາງ ອອນລາຍ, ຮູບພາບປອມລາມົກອາ ນາຈານທີ່ສ້າງດ້ວຍເອໄອ, ຄໍາເວົ້າ ທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນ ທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນt. ການກະທໍາເຫລົ່ານີ້ບໍ່ພຽງ ແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງ ນໍາໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ: ການຈັດຫາເພື່ອບັງຄັບຂາຍ ບໍລິການທາງເພດ, ການແຕ່ງດອງ ກ່ອນໄວ, ການຄ້າມະນຸດໄປເຖິງ ການຄາດຕະກຳແມ່ຍິງ ແລະ ເດັກ ຍິງ; ຄວາມອັນຕະລາຍເຫລົ່ານີ້ສາ ມາດແກ່ຍາວ ແລະ ສົ່ງຜົນກະທົບ ຢ່າງຫລວງຫລາຍຕໍ່ສຸຂະພາບ, ສະ ຫວັດດີພາບ ແລະ ຄວາມປອດໄພ ຂອງຜູ້ຖືກເຄາະຮ້າຍ. ຕາມການ ສຶກສາຂອງສາກົນ, ແມ່ຍິງ 58 ເຄີຍຖືກຄວາມຮຸນແຮງທາງເພດ ຜ່ານທາງດີຈິຕອນ ແລະ 85 ເຄີຍເຫັນຄວາມຮຸນແຮງຜ່ານທາງ ດີຈິຕອນເກີດຂຶ້ນກັບຜູ້ອື່ນ. ຢູ່ ສປປ ລາວ ເຖິງວ່າຈະຍັງບໍ່ທັນມີສະຖິຕິ ການໃຊ້ຄວາມຮຸນແຮງຜ່ານທາງດີ ຈິຕອນ, ແຕ່ເຫັນວ່າມີຄວາມສ່ຽງ ແລະ ມີປະກົດການທີ່ແມ່ຍິງ ແລະ ເດັກຍິງຜະເຊີນກັບຄວາມຮຸນແຮງ ຈາກການນໍາໃຊ້ເຕັກໂນໂລຊີດີຈິ ຕອນຫລາຍຂຶ້ນເປັນຕົ້ນການລ່ວງ ລະເມີດໂດຍໃຊ້ຮູບພາບ, ການເຢາະ ເຢີ້ຍທາງອອນລາຍ ແລະ ການ ແຮັກ, ໃຊ້ບັນຊີປອມ ແລະ ອື່ນt, ແມ່ຍິງ ແລະ ເດັກຍິງມັກຕົກເປັນ ເປົ້າໝາຍຂອງຄວາມຮຸນແຮງແບບ ໃໝ່ນີ້ ຊຶ່ງຮູບແບບຄວາມຮຸນແຮງດີ ຈິຕອນນີ້ບໍ່ມີຂອບເຂດ, ເຮັດໃຫ້ການ ຮ່ວມມືຂອງອາຊຽນຍິ່ງມີຄວາມສໍາ ຄັນຫລາຍກວ່າທີ່ເຄີຍ. ພ້ອມນີ້, ອາ ຊຽນໄດ້ໃຫ້ຄວາມສໍາຄັນໃນການ ແກ້ໄຂບັນຫາໂດຍໄດ້ພ້ອມກັນຜັນ ຂະຫຍາຍວາລະການພັດທະນາ ຂອງສາກົນເຂົ້າສູ່ອາຊຽນ. ພາຍໃຕ້ ການສະໜັບສະໜູນຂອງອົງການ UN'PA ປະຈໍາ ພາກພື້ນອາຊີ ປາຊີຟິກ, AS&AN ໄດ້ລິເລີ່ມຂະ ບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງທາງອອນ ລາຍຮຽກຮ້ອງໃຫ້ມີການຈັດຕັ້ງປະ ຕິບັດຄື: ບໍ່ ກໍຄື ບໍ່ (No Means No. Online Too) ເພື່ອຍົກລະດັບ ຄວາມຮັບຮູ້ຄວາມເຂົ້າໃຈຕໍ່ບັນຫາ ດັ່ງກ່າວ, ສົ່ງເສີມພຶດຕິກໍາອອນ ລາຍທີ່ມີຄວາມຮັບຜິດຊອບ, ທັງ ເປັນການກຽມຄວາມພ້ອມໃຫ້ກັບ ແມ່ ຍິງ, ເດັກຍິງ ແລະ ຜູ້ທີ່ພົບເຫັນ ເຫດການລວມທັງຜູ້ຊາຍ ແລະ ເດັກ ຊາຍ ໃຫ້ຮູ້ວິທີຮັບມືທີ່ຖືກຕ້ອງເຊັ່ນ: ການລາຍງານ, ການຂໍຄວາມຊ່ວຍ ເຫລືອ ຫລື ໃຫ້ຄວາມຊ່ວຍເຫລືອທັນ ເວລາອີກດ້ວຍ. ລາວ-ຫວຽດນາມ... ຂປລ. ກອງປະຊຸມຮ່ວມມືສະ ກັດກັ້ນ-ຕ້ານອາຊະຍາກໍາ, ຮັກສາ ຄວາມເປັນບະບຽບຮຽບຮ້ອຍທາງ ສັງຄົມ ແລະ ສະກັດກັ້ນ, ຕ້ານຢາ ເສບຕິດລະຫວ່າງກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ ກັບກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນ ອາທິດຜ່ານມາ ຢູ່ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ, ທ່ານ ພົນໂທ ຫງວຽນ ວັນ ລອງ ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສສ ຫວຽດ ນາມ, ມີຕາງໜ້າຫ້ອງວ່າການກະ ຊວງ, ກົມໃຫຍ່ຕໍາຫລວດ, ກອງບັນ ຊາການ ປກສ 10 ແຂວງ ທີ່ມີຊາຍ ແດນຕິດຈອດກັບ ສສ ຫວຽດນາມ, ພາກສ່ວນທີ່ກ່ຽວຂ້ອງທັງ ສອງ ຝ່າຍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ປຶກສາຫາລືແລກປ່ຽນບົດຮຽນໃນ ການຈັດຕັ້ງປະຕິບັດຕາມບົດບັນທຶກ ຂອງກອງປະຊຸມຮ່ວມມືສະກັດກັ້ນຕ້ານອາຊະຍາກຳລະຫວ່າງກໍາລັງ ຕຳຫລວດ ກະຊວງ ປກສ ລາວ ແລະ ກໍາລັງຕຳຫລວດ ກະຊວງ ປກສ ສສ ຫວຽດນາມ ຄັ້ງທີ 13 ກໍຄື ການຮ່ວມມືໃນໄລຍະຜ່ານມາ ເພື່ອ ເຫັນໄດ້ດ້ານດີ-ຜົນງານທີ່ຄວນຊຸກຍູ້ ສົ່ງເສີມ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂ ໃນຕໍ່ໜ້າບົນພື້ນຖານດັ່ງກ່າວ ຈະໄດ້ ພ້ອມກັນກຳນົດທິດທາງແຜນການ ຮ່ວມມືໃນຂົງເຂດວຽກງານວິຊາສະ ເພາະຕໍາຫລວດຂອງສອງປະເທດ. ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າ ມະນີວົງ ໄດ້ວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສໍາຄັນໃນການ ປົກປັກຮັກສາຄວາມສະຫງົບທາງ ດ້ານການເມືອງ; ສັງຄົມທີ່ຍັງພະເຊີນ ໜ້າກັບສິ່ງທ້າທາຍຫລາຍປະການ ໂດຍສະເພາະການລັກລອບຄ້າຂາຍ ຢາເສບຕິດ, ຄ້າມະນຸດ, ປຸ້ນຊັບ-ຊີງ ຊັບ, ລັກຊັບ, ການກະທໍາຜິດທາງ ຄອມພີວເຕີ (ອາຊະຍາກຳທາງໄຊ ເບີ)ແລະການເຄື່ອນໄຫວກະທໍາຜິດ ທາງອາຍາອື່ນt, ບັນດາກຸ່ມແກ້ງ ເຄື່ອນໄຫວທຸລະກິດທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ, ການໄລ່ ຊອກ-ໄລ່ຈັບຜູ້ກະທຳຜິດທີ່ເອົາຕົວ ລົບໜີ, ພວກກໍອາຊະຍາກຳເຫລົ່າ ນີ້ ໄດ້ມີເລລ່ຽມວິທີການເຄື່ອນໄຫວ ທີ່ເລິກແລບແນບນຽນກວ່າເກົ່າ, ເປັນກຸ່ມແກ້ງມີເຄືອຂ່າຍ, ມີການ ຈັດຕັ້ງຂ້າມຊາດ, ນໍາໃຊ້ເຕັກນິກ ທັນສະໄໝ ແລະ ຄວາມຮຸນແຮງ ເຂົ້າໃນການກະທໍາຜິດ. ເພື່ອແກ້ໄຂ ບັນຫາດັ່ງກ່າວ, ຮຽກຮ້ອງໃຫ້ສອງ ກໍາລັງຕຳຫລວດມີຄວາມຈໍາເປັນ ຕ້ອງໄດ້ສືບຕໍ່ປຶກສາຫາລືຊອກຫາ ວິທີການ ແລະ ມາດຕະການແກ້ໄຂ ຢ່າງມີປະສິດທິຜົນ. ໂອກາດນີ້, ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຍັງເຊື່ອໝັ້ນວ່າ ບັນດາເນື້ອໃນທີ່ນໍາມາຄົ້ນຄວ້າປຶກ ສາຫາລືແລກປ່ຽນເຊິ່ງກັນ ແລະ ກັນ ໃນຄັ້ງນີ້, ຈະກ້າວໄປສູ່ຄວາມ ເປັນເອກະພາບ ແລະ ເປັນພື້ນຖານ ໃຫ້ແກ່ກໍາລັງຕຳຫລວດນັບແຕ່ຂັ້ນ ສູນກາງລົງຮອດທ້ອງຖິ່ນຂອງ ສອງປະເທດໃນການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງ ດ້ານວຽກງານສະກັດກັ້ນ-ຕ້ານອາ ຊະຍາກຳຢູ່ສອງປະເທດພວກເຮົາ. ຂ່າວ-ພາບ: ຄໍາໂຖ ຕໍ່ຈາກໜ້າ ຕໍ່ຈາກໜ້າ
RkJQdWJsaXNoZXIy MTc3MTYxMQ==