7171

10/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່ຈາກສະບັບກ່ອນ ຕໍ່ຈາກສະບັບກ່ອນ ປະທານ ໜູຮັກ ພູມສະຫວັນ (ຜູ້ທີ ) ປະທານ ຄຳໄຕ ສີພັນດອນ (ຜູ້ທີ 2) ປະທານ ສຸພານຸວົງ (ຜູ້ທີ ) ປະທານ ໄກສອນ ພົມວິຫານ (ຜູ້ທີ 4) ນັບຈາກຊ້າຍຫາຂວາ ບົດສະເໜີ 50 xu dkoIj ;,,n ]k;{9u o c|h oc2h oltmh vo7;k,leg]a f9kd]k;l6j lkdq o ໂດຍ ເກີດຂວັນªຈ ມາລີຈັນສີ ຄຳຖາມ2: ອີກບໍ່ດົນ ພວກເຮົາ ຈະຕ້ອນຮັບວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຕະຫລອດ ໄລຍະ50ປີມາ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ, ເສດຖະກິດ-ສັງຄົມ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນລາວ ໄດ້ເກີດ ມີການປ່ຽນແປງຢ່າງໃຫຍ່ຫລວງ, ຂໍໃຫ້ທ່ານແນະນຳໂດຍຫຍໍ້ກ່ຽວ ກັບໝາກຜົນທີ່ລາວໄດ້ຮັບໃນການ ພັດທະນາຕະຫລອດໄລຍະ 50 ປີ ມານີ້ ສຳລັບຜົນສຳເລັດອັນໃຫຍ່ ຫລວງທີ່ສຸດພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ພວກເຮົາລ້ວນ ແຕ່ໄດ້ຫວນຄືນວ່າ ການສະຖາປະ ນາ ສປປ ລາວ ແມ່ນໝາກຜົນແຫ່ງ ໄຊຊະນະໃນການຕໍ່ສູ້ ດ້ວຍຄວາມ ທໍລະຫົດອົດທົນ ແລະ ເສຍສະລະ ອັນໃຫຍ່ຫລວງ ໃນຫລາຍທົດສະ ວັດພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນລາວໃນເມື່ອ ກ່ອນ ກໍຄືພັກປະຊາຊົນປະຕິວັດ ລາວໃນປັດຈຸບັນ ບວກກັບຄວາມ ສາມັກຄີ ບວກກັບການຊ່ວຍເຫລືອ ສະໜັບສະໜູນຂອງເພື່ອນມິດສາ ກົນທັງໃກ້ ແລະ ໄກ ອັນສຳຄັນແມ່ນ ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍພວກເຮົາສາມາດເປັນ ປະເທດທີ່ມີຄວາມເປັນເອກະລາດ ຢ່າງສົມບູນ ປະຊາຊົນລາວບັນດາ ເຜົ່າໄດ້ມີສິດເສລີພາບທີ່ແທ້ຈິງ ປະເທດຊາດໄດ້ຮັບການພັດທະນາ ຢ່າງໃຫຍ່ຫລວງຮອບດ້ານ,ໃບໜ້າ ຂອງປະເທດຊາດມີການປ່ຽນແປງ ຢ່າງໃຫຍ່ຫລວງຮອບດ້ານ ໂດຍ ສະເພາະພາຍຫລັງພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງ ປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນ ມາ ເສດຖະກິດ-ສັງຄົມຂອງພວກ ເຮົາໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງ, ການສະເລ່ຍເພີ່ມຂຶ້ນຄືພວກ ເຮົາເຫັນນຳກັນແຕ່ລະປີປະມານ 5 ອັນສໍາຄັນແມ່ນຊີວິດການເປັນ ຢູ່ຂອງປະຊາຊົນມີການປ່ຽນແປງ ຍິ່ງກວ່ານັ້ນ ແມ່ນພວກເຮົາສາມາດ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມ ສາມັກຄີປຸ້ມລຸມປອງດອງ ແລະ ວັດ ທະນະທຳສັງຄົມຂອງຊາດໄດ້ຮັບ ການຟື້ນຟູ, ຖານະຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນ ປັດຈຸບັນ ພວກເຮົາໄດ້ມີການພົວພັນກັບ 151 ປະເທດ, ມີການພົວພັນດ້ານພັກກັບ 145 ພັກການເມືອງໃນ 80 ກວ່າ ປະເທດ. ພ້ອມກັນນັ້ນ, ພວກເຮົາກໍ ໄດ້ເປັນສະມາຊິກຂອງອົງການຈັດ ຕັ້ງສາກົນຫລາຍກວ່າ 40 ອົງການ ຫລ້າສຸດໃນເດືອນກັນຍາຜ່ານມາ ນີ້ ສປປ ລາວ ກໍໄດ້ຮັບເຂົ້າເປັນປະ ເທດຜູ້ສັງເກດການຂອງອົງການ ຮ່ວມມືຊຽງໄຮ້ ອັນນີ້ສະແດງໃຫ້ ເຫັນວ່າ ອັນໜຶ່ງທີ່ພວກເຮົາໄດ້ຮັບ ຜົນສຳເລັດອັນໃຫຍ່ຫລວງໃນດ້ານ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ພ້ອມກັນນັ້ນ, ການ ເຄື່ອນໄຫວສາກົນນັບມື້ໄດ້ຮັບການ ເປີດກວ້າງ ພວກເຮົາມີເພື່ອນມິດ ເຮັດໃຫ້ປະເທດຊາດມີຄວາມສະ ຫງົບໂດຍພື້ນຖານ ອັນນີ້ຈະແຈ້ງ ທີ່ສຸດ ແລະ ເມື່ອທຽບກັບກ່ອນໜ້າ ນັ້ນພວກເຮົາຊາບຊຶ້ງຍິນດີນຳກັນ ວ່າພາຍໃຕ້ການນຳພາຂອງພັກ ການເຂົ້າຮ່ວມຂອງປະຊາຊົນລາວ ໃນທົ່ວສັງຄົມ ທັງໄດ້ຮັບການຊ່ວຍ ເຫລືອຈາກປະເທດເພື່ອນມິດທາງ ໃກ້ທາງໄກ ອັນນັ້ນລະເຮັດໃຫ້ປະ ເທດຊາດພວກເຮົາມີການປ່ຽນ ແປງໃບໜ້າໃໝ່ ທີ່ພວກເຮົາສາ ມາດເວົ້າໄດ້ວ່າໃນເຄິ່ງສະຕະວັດ ຜ່ານມາ ພວກເຮົາໄດ້ສ້າງພື້ນຖານ ອັນໜັກແໜ້ນຫລາຍດ້ານທີ່ມີລັກ ສະນະພົ້ນເດັ່ນ ເພື່ອສືບຕໍ່ນຳພາ ປະເທດຊາດກ້າວຂຶ້ນສູ່ຈຸດໝາຍທີ່ ປະເທດຊາດ ທີ່ພັກເຮົາໄດ້ວາງໄວ້ ຄືແນວນັ້ນ. ຄຳຖາມ3: ທ່ານຕີລາຄາແນວ ໃດຕໍ່ການພົວພັນ ແລະ ການຮ່ວມມື ຮອບດ້ານລະຫວ່າງ ສປປ ລາວ ກັບ ສປ ຈີນ ນັບແຕ່ສ້າງຕັ້ງປະເທດ ລາວ ໃນ 50 ປີມານີ້ ເວົ້າລວມປະເທດລາວ ແລະ ຈີນ ມີການພົວພັນຮ່ວມມືມິດຕະພາບ ນຳກັນມາຍາວນານ ສອງປະເທດ ເປັນບ້ານໃກ້ເຮືອນຄຽງ ມີແມ່ນ້ຳ ສາຍພູຕິດຈອດກັນ, ແຕ່ອັນສຳຄັນ ແມ່ນມີຊາຕາກຳຮ່ວມກັນ ພວກເຮົາ ເຄີຍໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ກູ້ຊາດ ແຕ່ ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍການພົວພັນຮ່ວມມືມິດຕະ ພາບລະຫວ່າງສອງປະເທດໄດ້ຮັບ ການເພີ່ມພູນຄູນສ້າງນັບມື້ນັບເຂົ້າ ສູ່ລວງເລິກ ແລະ ມີລະດັບທີ່ສູງ ກວ່າເກົ່າ ກາຍເປັນຄູ່ຮ່ວມມືຮອບ ອ່ານຕໍ່ສະບັບໜ້າ -u ;y f c]t rk]tdy fxt8y ;a f 0v'xtmko wdlvo rq ,;y sko ວັນທີ 27 ກຸມພາ 1948 ສູນ ກາງພັກກອມມູນິດອິນດູຈີນ ໄດ້ຕົກ ລົງສ້າງຕັ້ງກອງຕະລຸມບອນເຂດ ລາວເໜືອ ແລະ ປະທານ ໄກສອນ ພົມວິຫານ ໄດ້ຖືກມອບໝາຍໃຫ້ ເປັນຫົວໜ້າກອງຕະລຸມບອນ ເຮັດ ໜ້າທີ່ກໍ່ສ້າງຮາກຖານການເມືອງ, ຈັດຕັ້ງກອງກໍາລັງປະກອບອາວຸດ, ສ້າງຖານທີ່ໝັ້ນທໍາອິດຂອງການ ປະຕິວັດຢູ່ເຂດຕາເວັນອອກສ່ຽງ ເໜືອຂອງລາວ ໂດຍເອົາບໍລິເວນ ລາວຮຸ່ງ, ພຽງສາ, ມອງນ້ໍາ, ຜາ ຫລວງຂອງເມືອງຊຽງຄໍ້, ແຂວງ ຫົວພັນ ເປັນໃຈກາງເຄື່ອນໄຫວ ປະຕິວັດ ສ້າງຮາກຖານປະຊາຊົນ, ສ້າງອໍານາດການປົກຄອງໃໝ່, ທັງສູ້ຮົບທັງຂົນຂວາຍທະຫານ ສັດຕູທັງຈັດຕັ້ງທະຫານລາດກອງ ຫລອນ ແລະ ຕ້ານການກວາດລ້າງ ຂອງສັດຕູ. ຍ້ອນໄດ້ຜ່ານການຝຶກຝົນທົດ ສອບຢ່າງລະອິດລະອ້ຽວໃນຂະ ບວນການປະຕິວັດ, ໃນວັນທີ 6 ມັງກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ສະໝັກເຂົ້າເປັນ ສະມາຊິກພັກກອມມູນິດອິນດູຈີນ ແລະ ໃນວັນທີ 28 ກໍລະກົດ 1949 ໄດ້ຖືກຮັບເປັນສະມາຊິກສົມບູນ ຂອງພັກ. ຕັ້ງແຕ່ນັ້ນມາ ປະທານ ໄກສອນ ພົມວິຫານ ໄດ້ກ້າວເດີນ ບົນເສັ້ນທາງ ອັນສະຫວ່າງສະໄຫວ ຂອງການປະຕິວັດຕາມລັດທິມາກເລນິນ ດ້ວຍຄວາມເຊື່ອໝັ້ນອັນ ໜັກແໜ້ນ ແລະ ດ້ວຍມານະຈິດ (ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນາວາ 1920-13 ທັນວາ 2025) ຊວງປ້ອງກັນຊາດ ແລະ ເປັນຜູ້ບັນ ຊາການກອງທັບ, ປະທານ ໄກສອນ ພົມວິຫານ ໄດ້ສຸມກຳລັງກາຍ, ກຳລັງໃຈໃສ່ບັນດາວຽກງານທີ່ ສຳຄັນຄື: ກໍ່ສ້າງ ແລະ ຂະຫຍາຍ ກຳລັງປະກອບອາວຸດ, ປຸກລະດົມ ຂະບວນການສົງຄາມກອງຫລອນ ຕ້ານການກວາດລ້າງ, ປັບປຸງ ແລະ ຂະຫຍາຍຖານທີ່ໝັ້ນການປະຕິວັດ, ຊີ້ນຳບັນດາບັ້ນຮົບໂຈມຕີຕ່າງt ລວມທັງຂຶ້ນບຸກໂຈມຕີແນວປ້ອງ ກັນນ້ຳອູຂອງສັດຕູ, ປະກອບສ່ວນ ເຂົ້າໃນໄຊຊະນະດຽນບຽນຟູ ຂອງ ຫວຽດນາມ, ກະກຽມໃຫ້ແກ່ການ ສ້າງຕັ້ງພັກປະຕິວັດລາວ. ວັນທີ 22 ມີນາ ປີ 1955, ປະທານ ໄກສອນ ພົມວິຫານ ໄດ້ພ້ອມກັບ ບັນດາສະຫາຍສະມາຊິກພັກກອມ ມູນິດອິນດູຈີນ ທີ່ເປັນຄົນລາວ ສ້າງ ຕັ້ງພັກປະຊາຊົນລາວ ແລະ ເພິ່ນໄດ້ ຮັບເລືອກຕັ້ງໃຫ້ເປັນເລຂາທິການ ຄະນະຊີ້ນຳສູນກາງພັກປະຊາຊົນ ລາວ ທັງເປັນເລຂາທິການຄະນະ ພັກທະຫານສູນກາງ ແລະ ເປັນຜູ້ ບັນຊາການສູງສຸດ ບັນດາກຳລັງ ປະກອບອາວຸດ. ປີ 1955-1957 ປະທານ ໄກສອນ ພົມວິຫານ ໄດ້ ຊີ້ນຳການຕໍ່ສູ້ປົກປັກຮັກສາສອງ ແຂວງເຕົ້າໂຮມຫົວພັນ-ຜົ້ງສາລີ, ຊີ້ນຳການຕໍ່ສູ້ຂອງປະຊາຊົນໃນ 10 ແຂວງ ຂອງລາຊະອານາຈັກ ແລະ ຊີ້ນຳການຕໍ່ສູ້ການເມືອງ ໃນ ການເຈລະຈາກັບລາຊະອານາຈັກ. ປີ 1959-1962 ປະທານ ໄກສອນ ພົມວິຫານ ພ້ອມປະທານ ຄຳໄຕ ສີພັນດອນ ໄດ້ອອກຈາກວຽງຈັນ ໄປເຂດທີ່ໝັ້ນຊຳເໜືອ ເພື່ອຊີ້ນຳ ການຫັນທິດການຕໍ່ສູ້, ຊີ້ນຳກອງພັນ ທີສອງປະເທດລາວ ຕີຜ່າວົງປິດ ລ້ອມຂອງສັດຕູ, ຊີ້ນຳການອອກ ຈາກຄຸກຂອງ ປະທານ ສຸພານຸວົງ ແລະຜູ້ນຳອື່ນt, ຊີ້ນຳການປົດປ່ອຍ ຊຳເໜືອ ແລະ ການລຸກຮືຂຶ້ນຂອງ ປະຊາຊົນໃນແຫ່ງຕ່າງt, ຊີ້ນຳການ ປະຕິວັດແນວໂຮມລະຫວ່າງກຳ ລັງປະຕິວັດກັບກຳລັງເປັນກາງ, ຊີ້ ນຳການປົດປ່ອຍເຂດຍຸດທະສາດ ທົ່ງໄຫຫີນ-ຊຽງຂວາງ ແລະ ຊີ້ນຳ ບັ້ນຮົບຫລວງນ້ຳທາ. ປີ 19641967 ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳການສ້າງເຂດປົດປ່ອຍໃຫ້ ກາຍເປັນຖານທີ່ໝັ້ນການປະຕິວັດ ອັນໝັ້ນຄົງ ຕາມລັກສະນະຂອງລັດ ໜຶ່ງທີ່ເປັນເຈົ້າຕົນເອງ ເພື່ອສ້າງ ເປັນບ່ອນອີງໃນການຕໍ່ສູ້ອັນຍາວ ນານ, ຊີ້ນຳບັ້ນເຄື່ອນໄຫວຂົນຂວາຍ ກອງປຸ້ນ ດ້ວຍທິດນຳສາມດ້ານຄື: ເອົາການເມືອງເປັນພື້ນຖານ, ເອົາ ການທະຫານໜູນໜີບ, ເສດຖະກິດ ເປັນໄມ້ງັດ. ພ້ອມກັນນັ້ນ, ກໍປຸກ ລະດົມມະຫາຊົນຍິງຍົນສັດຕູ. ປີ 1968-1970 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບປົດປ່ອຍນ້ຳບາກ, ບັ້ນຮົບປົດປ່ອຍຜາຖີ່, ຊີ້ນຳການ ໂຈນຕີກູ້ເອົາບໍລິເວນທົ່ງໄຫຫີນ ຊຽງຂວາງຄືນ ແລະ ຊີ້ນຳການທັບ ມ້າງແຜນການຍຸດທະສາດປີນຂັ້ນ ໄດສົງຄາມພິເສດຂອງສັດຕູ. ປີ 1971-1973 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບທັບມ້າງຍຸດທະສາດ ປີນຂັ້ນໄດສົງຄາມພິເສດລະດັບສູງ ຂອງສັດຕູ ແລະ ຊີ້ນຳການສ້າງ ສັນຕິພາບ ປະຕິບັດຄວາມຖືກຕ້ອງ ປອງດອງເທື່ອທີ 3 ຢູ່ປະເທດເຮົາ. 1974-1975 ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳການເສີມຂະ ຫຍາຍກຳລັງແຮງສັງລວມ ແລະ ທ່າສະໜາມຂອງສາມເຂດ (ເຂດ ປົດປ່ອຍ, ເຂດຝ່າຍກົງກັນຂ້າມ, ເຂດເປັນກາງ) ສົມທົບລະຫວ່າງ ການຕໍ່ສູ້ການເມືອງ, ການທະຫານ ໜູນໜີບ ແລະ ດ້ານກົດໝາຍ ເພື່ອ ບັງຄັບໃຫ້ຝ່າຍກົງກັນຂ້າມ ຕ້ອງ ປະຕິບັດສັນຍາວຽງຈັນ, ສ້າງທ່າ, ສ້າງກຳລັງໃໝ່ ເພື່ອສຳເລັດການ ປະຕິວັດຊາດ ປະຊາທິປະໄຕ ຢູ່ ປະເທດເຮົາ. ເດືອນ 5-12/1975 ປະທານ ໄກສອນ ໄດ້ຊີ້ນຳການ ປຸກລະດົມທົ່ວປວງຊົນ ລຸກຮືຂຶ້ນ ຢຶດອຳນາດການປົກຄອງໃນທົ່ວ ປະເທດ ດ້ວຍ 3 ບາດຄ້ອນຍຸດທະ ສາດ, ສົມທົບກັບການຕໍ່ສູ້ດ້ານ ກົດໝາຍ ເພື່ອຍາດເອົາໄຊຊະນະ ຂັ້ນພື້ນຖານໃນໄລຍະສັ້ນ. ວັນທີ 1-2/12/1975 ໃນກອງປະຊຸມ ໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ປະກາດລົບລ້າງລະບອບລາຊາ ທິປະໄຕ ແລະ ສະຖາປະນາ ສປປ ລາວ, ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນປະທານສະພາ ລັດຖະມົນຕີແຫ່ງ ສປປ ລາວ. ສັງລວມແລ້ວ,ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງ ໃຫຍ່, ແມ່ນລູກຜູ້ປະເສີດຂອງປະ ຊາຊົນລາວບັນດາເຜົ່າ, ແມ່ນນັກ ປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນໍາ ສູງສຸດຂອງການປະຕິວັດລາວ ທີ່ ມີຄວາມປີຊາສາມາດ, ມີຄວາມ ສະຫລາດຫລັກແຫລມ, ມີໄຫວພິບ ອັນແຫລມຄົມ ແລະ ມີນ້ໍາໃຈຕໍ່ສູ້ ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາ ທີ່ແສນເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບຸ ລຸດຂອງຊາດລາວເຮົາ. ດ້ານໝັ້ນຄົງຍາວນານຕາມທິດ ສີ່ດີຖືເປັນລະຫັດອັນໜຶ່ງທີ່ພວກເຮົາ ມີຄວາມພູມໃຈນັ້ນກໍຄື: ບ້ານໃກ້ ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະ ຫາຍທີ່ດີ ແລະ ຄູຮ່ວມທີ່ດີ; ຈາກ ຄູ່ຮ່ວມມືຮອບດ້ານໝັ້ນຄົງຍາວ ນານ ກາຍເປັນຄູ່ຮ່ວມຊາຕາກຳ ໃນປີ 2019 ຜ່ານມາ ໂດຍເລຂາທິ ການໃຫຍ່ຂອງສອງພັກກໍໄດ້ເຊັນ ຂໍ້ຕົກລົງວ່າດ້ວຍການສ້າງແຜນ ແມ່ບົດຄູ່ຮ່ວມຊາຕາກຳນຳກັນ. ຄູ່ ຮ່ວມຊາຕາກຳດັ່ງກ່າວນັ້ນໄດ້ຮັບ ການພັດທະນາ ແລະ ໄດ້ນຳເອົາຜົນ ປະໂຫຍດຕົວຈິງນັບມື້ນັບຫລາຍ ຂຶ້ນມາໃຫ້ແກ່ປະຊາຊົນສອງຊາດ ພວກເຮົາ ແລະ ມາເຖິງປັດຈຸບັນນີ້ ພວກເຮົາກຳລັງຢູ່ໃນໄລຍະການ ຈັດຕັ້ງປະຕິບັດແຜນແມ່ບົດ ປີ 2024-2028 ນີ້ໄດ້ສະແດງໃຫ້ ເຫັນວ່າ ການພົວພັນຮ່ວມມືລະ ຫວ່າງສອງປະເທດພວກເຮົານັບ ມື້ນັບໄດ້ຮັບການພັດທະນາຂຶ້ນສູ່ ລະດັບສູງ ດັ່ງທີ່ສະຫາຍເລຂາທິ ການໃຫຍ່ ທອງລຸນ ສີສຸລິດ ເພິ່ນ ໄດ້ເນັ້ນຢ້ຳໃນເວລາພົບປະກັບສະ ຫາຍເລຂາທິການໃຫຍ່ ສີຈິ້ນຜິງ ວ່າ: ການພົວພັນຮ່ວມມືລະຫວ່າງ ສອງປະເທດແມ່ນຢູ່ໃນໄລຍະທີ່ດີ ທີ່ສຸດໃນປະຫວັດສາດ ແລະ ນຳເອົາ ຜົນປະໂຫຍດນັບມື້ນັບຫລາຍຂຶ້ນ ມາສູ່ປະຊາຊົນສອງຊາດ ແລະ ພາ ລະກິດການສ້າງສາພັດທະນາຢູ່ໃນ ສອງປະເທດພວກເຮົາ. ຄຳຖາມ4 : ໃນກອງປະຊຸມຄົບ ຄະນະຄັ້ງທີ 4 ສະໄໝທີ 20 ສູນ ກາງພັກກອມມູນິດຈີນ ໄດ້ມີຂໍ້ສະ ເໜີໄປຍັງການວາງແຜນການພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ 15 ຂອງຈີນ, ທ່ານສົນໃຈຕໍ່ດ້ານໃດທີ່ລະບຸໄວ້ ໃນແຜນການ 5 ປີຄັ້ງທີ 15 ທີ່ຈະ ວາງອອກ ແລະ ປະຕິບັດໃນອີກບໍ່ ດົນນີ້ ສຳລັບແຜນພັດເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ 15 ຂອງຈີນນີ້ ເວົ້າ ຄວາມຈິງແລ້ວເປັນແຜນການທີ່ມີ ລັກສະນະວິທະຍາສາດ ອັນທີໜຶ່ງ ຂ້າພະເຈົ້າໄດ້ສຶກສາເບິ່ງແລ້ວວ່າ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຈີນເທື່ອນີ້ ແນ່ນອນແມ່ນແຜນ ການທີ່ສືບເນື່ອງມາຈາກແຜນພັດ ທະນາເສດຖະກິດ ຄັ້ງທີ 14 ແຕ່ອັນ ສຳຄັນແມ່ນໄດ້ກຳນົດຍຸດທະສາດ ໃນການນຳເອົາປະເທດຈີນ ໃຫ້ໄປ ສູ່ການບັນລຸໃນການສ້າງສັງຄົມນິ ຍົມທີ່ທັນສະໄໝໂດຍພື້ນຖານ ໃນປີ 2035 ອັນນີ້ລະແມ່ນຄາດໝາຍສູ້ ຊົນທີ່ສຳຄັນ, ໃນສະພາບແວດລ້ອມ ຂອງໂລກປັດຈຸບັນນີ້ເສດຖະກິດ ບໍ່ມີຄວາມໝັ້ນທ່ຽງ ມີຫລາຍປັດ ໄຈສະຫລັບຊັບຊ້ອນຄາດຄະເນໄດ້ ຍາກ, ແຕ່ການວາງກຳນົດຍຸດທະ ສາດ ແລະ ກໍານົດຈຸດສູ້ຊົນທີ່ມີລັກ ສະນະຕໍ່ເນື່ອງຄືດັ່ງກ່າວນັ້ນ ມັນໄດ້ ສ້າງຄວາມປະທັບໃຈ, ສ້າງຄວາມ ເຊື່ອໝັ້ນໃຫ້ແກ່ວົງຄະນາຍາດສາ ກົນ, ການພັດທະນາທັງໂລກ, ເພາະ ເສດຖະກິດຂອງຈີນ ປະກອບສ່ວນ ເຂົ້າ 30 ຕໍ່ການຂະຫຍາຍຕົວ ເສດຖະກິດໂລກ. ສະນັ້ນ, ຈຶ່ງແມ່ນ ແຮງຂັບເຄື່ອນໜຶ່ງ ແລະ ສ້າງ ຄວາມຫວັງໃຫ້ແກ່ສາກົນວ່າການ ພັດທະນາຂອງຈີນບໍ່ພຽງມີຄວາມ ໝາຍສໍາຄັນໃຫ້ແກ່ປະເທດຈີນເທົ່າ ນັ້ນ, ແຕ່ຍັງມີຄວາມສໍາຄັນຕໍ່ສາກົນ ແລະ ໂລກອີກດ້ວຍ. ຈາກບ່ອນຄິດ ວ່າມັນໄດ້ສ້າງກາລະໂອກາດໃໝ່ ຕົວຈິງໃຫ້ແກ່ຫລາຍປະເທດ ນັບ ທັງ ສປປ ລາວ ພວກເຮົາໃນການ ຮຽນຮູ້, ການສຶກສາ ແລະ ຍາດ ເອົາກາລະໂອກາດທີ່ຈະຮ່ວມມືໃນ ໄລຍະໃໝ່. ອັນແນ່ວແນ່ ໂດຍບໍ່ຫວັ່ນໄຫວ ຄອນແຄນຕໍ່ສິ່ງທ້າທາຍທົດສອບ ໃດt ແລະ ບໍ່ທໍ້ຖອຍຍອມຈໍານົນ ຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ ໃດtທັງສິ້ນ. ວັນທີ 20 ມັງກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ ປະກາດສ້າງຕັ້ງກອງທັບລາວອິດ ສະຫລະຂຶ້ນ ແລະ ເພິ່ນໄດ້ຖືກແຕ່ງ ຕັ້ງເປັນຜູ້ບັນຊາການກອງທັບລາວ ອິດສະຫລະ ເຊິ່ງເປັນກຳລັງປະ ກອບອາວຸດປະຕິວັດ ທີ່ຢູ່ພາຍໃຕ້ ການນຳພາໂດຍກົງແລະຮອບດ້ານ ຂອງພັກ. ເດືອນສິງຫາ 1950 ໃນ ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານ ທົ່ວປະເທດ ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນ ກຳມະການໃນຄະນະກຳມະການ ສູນກາງແນວລາວອິດສະຫລະ ແລະ ເປັນລັດຖະມົນຕີວ່າການກະ ຊວງປ້ອງກັນຊາດຂອງລັດຖະບານ ລາວຕໍ່ຕ້ານ. ເດືອນກຸມພາ 1951 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງ ພັກກອມມູນິດອິນດູຈີນ ທີ່ຫວຽດ ນາມ, ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງໃຫ້ໄປຮ່ວມ ແລະ ກອງປະຊຸມໄດ້ມີມະຕິຈັດຕັ້ງພັກ ຕ່າງຫາກໃຫ້ແກ່ຫວຽດນາມ, ລາວ ແລະ ຂະແມ, ປະທານ ໄກສອນ ໄດ້ ຮັບມອບໝາຍຈາກກອງປະຊຸມໃຫ້ ມາສ້າງຕັ້ງພັກປະຊາຊົນລາວ. ໃນຊຸມປີ 1952-1954 ໃນຖາ ນະເປັນລັດຖະມົນຕີວ່າການກະ

RkJQdWJsaXNoZXIy MTc3MTYxMQ==