7170

gsfdko{dkora fmtok xtgmf]k; ( 09/12/2025 ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ແຂວງຄໍາມ່ວນ ແລະ ແຂວງກາເມົາ ສສ ຫວຽດນາມ ຈັດກອງປະຊຸມພົບ ປະແລກປ່ຽນການພົວພັນຮ່ວມມື ແລະ ສະຫລຸບໂຄງການທົດລອງປູກ ເຂົ້າແບບປະສົມປະສານກັບການ ລ້ຽງກຸ້ງ ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາ ມ່ວນ, ທ່ານ ເລ ແທ້ງ ຈ່ຽວ ຮອງ ປະທານປະຈໍາຄະນະກໍາມະການ ແນວໂຮມປະເທດຊາດ ແຂວງກາ ເມົາ ພ້ອມດ້ວຍຜູ້ແທນ ແລະ ຂະ ແໜງການກ່ຽວຂ້ອງທັງສອງ ແຂວງເຂົ້າຮ່ວມ. ໂອກາດດຽວກັນ, ຫົວໜ້າຄະ ນະຜູ້ແທນສອງແຂວງໄດ້ຜັດ ປ່ຽນກັນລາຍງານສະພາບການ ພັດທະນາເສດຖະກິດ-ສັງຄົມ ໃຫ້ ແກ່ກັນ ແລະ ກັນໄດ້ຮັບຊາບເປັນຕົ້ນ ເງື່ອນໄຂທ່າແຮງໃນການພັດທະນາ ເສດຖະກິດແຕ່ລະຝ່າຍ ລວມເຖິງຜົນ ງານການພົວພັນຮ່ວມມືລະຫວ່າງ ຄໍາມ່ວນ-ກາເມົາ ຊຶ່ງນັບແຕ່ປີ 2019 ຈົນຮອດປັດຈຸບັນ ແຂວງກາ ເມົາ ໄດ້ມອບທຶນການສຶກສາໃຫ້ ແຂວງຄໍາມ່ວນ ປີລະ 1 ຕື້ດົງ ແລະ ເພື່ອເປັນການຮັດແໜ້ນສາຍ ສຳພັນຄວາມສາມັກຄີ ແບບພິເສດ ທາງແຂວງກາເມົາ ກໍໄດ້ນໍາເອົາ ບົດຮຽນປະສົບການດ້ານການ ຜະລິດກະສິກຳ ຢູ່ແຂວງກາເມົາ ສສ ຫວຽດນາມ ມາແລກປ່ຽນ ຢູ່ ແຂວງຄໍາມ່ວນ ໂດຍສະເພາະ ໂຄງ ການປູກເຂົ້າແບບປະສົມກັບການ ລ້ຽງກຸ້ງສີຄາມນໍ້າຈືດ ທີ່ເມືອງ ຍົມມະລາດ ແລະ ເມືອງໜອງບົກ ໃນມູນຄ່າຫລາຍກວ່າ 3 ຕື້ດົງ. ພ້ອມດຽວນັ້ນ, ຜູ້ແທນສອງແຂວງ ຍັງໄດ້ແລກປ່ຽນຄໍາເຫັນປຶກສາ va f8txn vto5 ,a fgoN vmu j fy omedkozt]y f .sh [= ]y la f,y f8trk[ 206 ll s;Pfok, ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີລົງນາມ ມອບ-ຮັບ ເນື້ອທີ່ດິນທຳການຜະ ລິດ ລະຫວ່າງ ກອງບັນຊາການ ທະຫານ ແຂວງອັດຕະປື ກັບ ບໍລິສັດ ມິດຕະພາບ 206 ຈຳກັດຜູ້ດຽວ ຂອງ ສສ ຫວຽດນາມ ເພື່ອຄຸ້ມຄອງ ນໍາໃຊ້ເນື້ອທີ່ດິນ 29 ເຮັກຕາ ຢູ່ເຂດ ບ້ານສົມບູນ ເມືອງພູວົງ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ກອງບັນຊາການ ທະຫານແຂວງອັດຕະປື ໂດຍມີ ທ່ານ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການເມືອງກອງບັນຊາການ ທະຫານ ແຂວງອັດຕະປື, ທ່ານ ໂງ ແມັ້ງ ຮຸ່ງ ອຳນວຍການ ບໍລິສັດ ມິດຕະພາບ 206 ຈຳກັດຜູ້ດຽວ ພ້ອມດ້ວຍຄະນະນໍາທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ, ທ່ານ ພັນໂທ ທົງໄຊ ສີມາລາ ຫົວໜ້າພະແນກກໍ່ສ້າງຄຸ້ມຄອງຊັບສິນ, ຫ້ອງພະລາທິການ ທະຫານແຂວງ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດໜັງສືສັນຍາ ການຄຸ້ມຄອງນໍາໃຊ້ເນື້ອທີ່ດິນ 29 ເຮັກຕາ ຢູ່ເຂດບ້ານສົມບູນ ເມືອງ ພູວົງ ແຂວງອັດຕະປື ແມ່ນອີງ ຕາມ ການພັດທະນາຮ່ວມສອງ ປະເທດ ລາວ-ຫວຽດນາມ ໃນການ ພັດທະນາເຂດ ບ້ານສົມບູນ ເມືອງພູ ວົງ ແຂວງອັດຕະປື ໃຫ້ກາຍເປັນຕົວ 7e,j ;o{dkg,q k rq [xtc]dxj Podkorq ;ra oIj ;,,n { lts]5 [37'dkox6 dg0Q kxtlq ,xtlkoda [dko]h P'd5 h ' ຫາລື ການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນການສ້າງບຸກຄະລາກອນ, ການສ້າງເງື່ອນໄຂຮ່ວມມືດ້ານ ວິຊາການຂົງເຂດແນວລາວສ້າງ ຊາດ, ດ້ານການທ່ອງທ່ຽວ ແລະ ຊ່ອງທາງການສືບຕໍ່ໂຄງການລ້ຽງ ກຸ້ງໃນນາເຂົ້າບໍ່ວ່າຈະເປັນດ້ານ ວິຊາການ, ດ້ານເຕັກນິກອຸປະກອນ ແລະ ດ້ານແນວພັນ ເພື່ອຕອບສະ ໜອງໃນການລ້ຽງໃຫ້ມີຄວາມ ຮັບປະກັນ. ໃນກອງປະຊຸມຍັງໄດ້ຮັບຟັງ ການສະຫລຸບຕີລາຄາໂດຍສັງເຂບ ກ່ຽວກັບຜົນໄດ້ຮັບຂອງການ ລ້ຽງກຸ້ງໃນນາເຂົ້າ ຈາກຄະນະ ຮັບຜິດຊອບໂຄງການ ຜ່ານການ ຈັດຕັ້ງປະຕິບັດໃນ 2 ລະດູ ແມ່ນ ໄດ້ຮັບໝາກຜົນທີ່ດີ, ກຸ້ງສາມາດ ເຕີບໂຕໄດ້ຕາມມາດຕະຖານ ແລະ ສາມາດສ້າງເງື່ອນໄຂໄລ່ລຽງທາງ ດ້ານເສດຖະກິດມີຜົນກໍາໄລເພີ່ມຂຶ້ນ ຈາກການລ້ຽງກຸ້ງ. ໂອກາດດັ່ງກ່າວ, ເພື່ອຊົມເຊີຍ ຕໍ່ຜົນງານໃນການລ້ຽງກຸ້ງທີ່ຜ່ານ ມາການນໍາ ແຂວງຄໍາມ່ວນ ຍັງ ໄດ້ມອບໃບຍ້ອງຍໍຂອງແຂວງໃຫ້ ຊ່ຽວຊານແຂວງກາເມົາ ຈໍານວນ 4 ທ່ານ, ທີ່ໄດ້ຊຸກຍູ້ສົ່ງເສີມຖ່າຍທອດ ບົດຮຽນຢູ່ ແຂວງຄໍາມ່ວນ ຕື່ມອີກ. ຂ່າວ : ມະນີວັນ 9exkla d lts]v';a olt4kxtok lxx ]k; 7q [Iv[ 50 xu 1j k'2q f2N o ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພີທີສະເຫລີມ ສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ ໄດ້ຈັດຂຶ້ນຢ່າງເປັນ ຂະບວນຟົດຟື້ນ ແລະ ຍິ່ງໃຫຍ່ ທີ່ ສະໜາມກິລາຫລັກ 2 ນະຄອນ ປາກເຊ ໂດຍມີສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ແຂວງຈໍາປາສັກ, ພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານ ອົງການພຸດທະສາສະໜາສໍາພັນ ລາວ ແຂວງຈໍາປາສັກ, ພ້ອມດ້ວຍ ຄະນະສົງ, ອະດີດການນໍາຂັ້ນສູງ ຂອງແຂວງ, ພະນັກງານອາວຸໂສ ບຳນານ, ອະດີດນັກຮົບປະຕິວັດ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕຳຫລວດ, ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ແລະ ກົງສຸນໃຫຍ່ແຫ່ງ ຣາຊະອານາຈັກກໍາປູເຈຍ, ບັນດາ ຫົວໜ່ວຍທຸລະກິດ ແລະ ກ້ອນກຳລັງ ມວນຊົນ ທີ່ເປັນຕົວແທນໃຫ້ແກ່ປະ ຊາຊົນບັນດາເຜົ່າຊາວແຂວງຈໍາ ປາສັກ ເຂົ້າຮ່ວມ. ໃນພິທີ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວຄໍາປາໄສ ໂດຍມີເນື້ອໃນສໍາຄັນບາງຕອນ ທີ່ໄດ້ຍົກໃຫ້ເຫັນກ່ອນໜ້ານີ້ 50 ປີ, ຊາດລາວເຮົາ ເປັນຊາດໜຶ່ງທີ່ ມີປະຫວັດສາດຄວາມເປັນມາອັນ ຍາວນານຫລາຍພັນປີ, ມີມູນເຊື້ອທີ່ ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານ ການຮຸກຮານ ຂອງສັດຕູຈາກພາຍ ນອກ ແລະ ການສ້າງສາພັດທະນາ, ໂດຍສືບທອດມູນເຊື້ອດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະ ຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງ ພິລະອາດຫານ ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດ ຊາດຢ່າງມີໄຊ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975, ຊຶ່ງເປັນການໄຂສັງກາດໃໝ່ ທີ່ ມີອິດສະລະພາບ, ສັນຕິພາບ, ຄວາມເປັນເອກະລາດ, ເປັນເຈົ້າ ຂອງປະເທດຊາດແທ້ຈິງ ຊຶ່ງລັດ ປະຊາທິປະໄຕປະຊາຊົນ ແມ່ນລັດ ທີ່ເກີດຈາກການຕໍ່ສູ້ເສຍສະລະ ອັນໃຫຍ່ຫລວງຂອງປະຊາຊົນ ລາວບັນດາເຜົ່າ, ລັດທີ່ມາຈາກ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອ ຜົນປະໂຫຍດຂອງປະຊາຊົນ ແລະ ເພື່ອເປັນການສືບຕໍ່ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແຂວງຈໍາປາສັກ ຂໍ ຮຽກຮ້ອງໃຫ້ທຸກຄົນຕ້ອງສູ້ຊົນ ອອກແຮງຢ່າງແຂງແຮງໃນການ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ເຮັດ ໃຫ້ສຸດ ຂຸດໃຫ້ເຖິງບັນລຸຄໍາ ຂວັນ 5 ຂໍ້ຄື: ຍົກສູງຄວາມສາມາດນໍາພາ ຂອງພັກ; ເພີ່ມທະວີການຄຸ້ມຄອງ ລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ເສີມຂະຫຍາຍກຳລັງແຮງສັງລວມ ສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງຢ່າງແຂງແຮງ; ສ້າງແຂວງ ຈຳປາສັກ ເປັນສູນກາງພັດທະນາ ຂອງພາກໃຕ້ ແລະ ເຮັດໃຫ້ປວງ ປະຊາຢູ່ດີກິນດີ. ສະຫາຍ ອາລຸນໄຊ ສູນນະລາດ ກ່າວຕື່ມວ່າ: ພ້ອມນີ້, ຕ້ອງສືບຕໍ່ ປົກປັກຮັກສາໝາກຜົນຂອງການ ປະຕິວັດ, ຜົນງານ ແລະ ໄຊຊະນະ ຕະຫລອດໄລຍະ 50 ປີ ຄືກັບຮັກສາ ແກ້ວຕາຕົນເອງດ້ວຍຊີວິດ ແລະ ອຸດົມການອັນເດັດດ່ຽວໜຽວແໜ້ນ, ສະເໝີຕົ້ນສະເໝີປາຍ ຂອງຮຸ່ນຄົນ ສືບທອດຕໍ່ໄປຢ່າງບໍ່ຢຸດຢັ້ງ ດ້ວຍ ການເສີມຂະຫຍາຍນໍ້າໃຈຮັກຊາດ ອັນດູດດື່ມ, ຄວາມບໍລິສຸດຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງ, ຄວາມເສຍສະລະອັນສູງ ສົ່ງຂອງທົ່ວພັກ, ທົ່ວລັດ ແລະ ທົ່ວ ກຳລັງປະກອບອາວຸດ, ສາມັກຄີ ເປັນປຶກແຜ່ນແໜ້ນໜາ ຂອງປວງ ຊົນລາວທັງຊາດ ກໍຄືແຂວງຈຳ ປາສັກ. ສ່ວນດ້ານການອອກແຮງແຂ່ງ ຂັນຮັກຊາດ ແລະ ພັດທະນາ: ຮັກ ຊາດຕ້ອງປົກປັກຮັກສາໝາກ ຜົນຂອງການປະຕິວັດ; ຮັກຊາດ ຕ້ອງພັດທະນາຕົນເອງສົມຄູ່ກັບ ໜ້າທີ່ຂອງຕົນເອງ; ຮັກຊາດຕ້ອງ ກຳແໜ້ນ ແລະ ປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດ; ຮັກ ຊາດຕ້ອງຮັກອາຊີບຕົນເອງ ອາຊີບ ໃດກໍໄດ້ທີ່ບໍ່ຜິດກົດໝາຍ; ຕັ້ງໜ້າ ພັດທະນາຕາມທ່າແຮງຕິດພັນ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ (ສອຈ); ຮັກຊາດຕ້ອງປະ ຕິບັດພັນທະຂອງພົນລະເມືອງ ຄົບຖ້ວນ ໂດຍສະເພາະ ການມີ ສ່ວນຮ່ວມສ້າງພື້ນຖານໂຄງລ່າງ, ປະຕິບັດ 3 ສະອາດທົ່ວແຂວງ (ເຮືອນສະອາດ, ຫ້ອງການ/ສຳ ນັກງານສະອາດ, ສະຖານທີ່ສາທາ ລະນະສະອາດ). ຫາກແຂວງຈຳ ປາສັກ ມີຄວາມໝັ້ນຄົງ, ມີຄວາມ ສະຫງົບ ແລະ ມີການພັດທະນາ ປະເທດຊາດກໍຈະມີຄວາມໝັ້ນຄົງ ແລະ ມີການພັດທະນາ ພວກເຮົາ ຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດ ທະນະຖາວອນ ເກີດເປັນຈິງຢ່າງ ແນ່ນອນ. ໃນພິທີ ຍັງໄດ້ຮັບຊົມຂະບວນ ແຫ່ຂອງຄະນະນັກກິລາ ແຂວງຈໍາ ປາສັກທີ່ມີຜົນງານ, ຜົນສໍາເລັດ ໃນການເຂົ້າຮ່ວມແຂ່ງຂັນມະຫະ ກຳກິລາແຫ່ງຊາດຄັ້ງທີ 12 ທີ່ ນະຄອນຫລວງວຽງຈັນ, ຊົມການ ສະແດງສິລະປະ, ເບິ່ງການຈູດ ດອກໄມ້ອີກດ້ວຍ. ຂ່າວ-ພາບ: ຈັນທະວີສັກ ,v[{Ia [mk'g0Q k[h ko-ed;h k' g,n v'76 o ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ພິທີມອບ-ຮັບ ເສັ້ນທາງເຂົ້າບ້ານຊຳກວ້າງ ເມືອງ ຄູນ ແຂວງຊຽງຂວາງ ຈັດຂຶ້ນ ເມື່ອມໍ່ໆມານີ້ ທີ່ເຂດງານ ເມືອງ ຄູນ ໂດຍມີ ທ່ານ ບຸນມີ ຄູນມາລາ ປະທານກຳມະການປົກຄອງເມືອງ ຄູນ, ທ່ານ ນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານ ຊໍາກວ້າງເຂົ້າຮ່ວມ. ທ່ານ ຫລິນຄາຍຫາງ ຜູ້ຈັດການ ພາກສະໜາມ ບໍລິສັດ ຊີແວວ ອິນເຕີ ເນເຊິນນໍ ເຕັກໂນໂລຊີ ອິເນີຈີ ລາວ ຈຳກັດ ໄດ້ລາຍງານວ່າ: ການ ເມືອງນ້ອຍ ແລະ ທັນສະໄໝ. ໂດຍ ອີງຕາມຂໍ້ຕົກລົງຂອງ ທ່ານເຈົ້າ ແຂວງອັດຕະປື ວ່າດ້ວຍມອບເນື້ອ ທີ່ດິນ 29 ເຮັກຕາ ຢູ່ເຂດບ້ານສົມບູນ ເມືອງພູວົງ ໃຫ້ກອງບັນຊາການ ທະຫານແຂວງ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້. ດັ່ງນັ້ນ, ທັງສອງຝ່າຍ ໄດ້ຕົກ ລົງສັນຍາຮ່ວມກັນ ຊຶ່ງມີເນື້ອໃນ ລະອຽດຄື: ເນື້ອທີ່ດິນ 29 ເຮັກຕາ ຕອນນີ້ແມ່ນເປັນກຳມະສິດການ ຄອບຄອງຂອງກອງບັນຊາການ ທະຫານແຂວງອັດຕະປື, ກອງທັບ ປະຊາຊົນລາວ ແຕ່ພຽງຜູ້ດຽວ ແລະ ກອງບັນຊາການທະຫານແຂວງ ເຫັນດີມອບເອກະສານນໍາໃຊ້ເນື້ອ ທີ່ດິນ ຈຳນວນ 29 ເຮັກຕາ ໃຫ້ ບໍລິສັດ ມິດຕະພາບ 206 ຈໍາກັດຜູ້ ດຽວ ເພື່ອນໍາໃຊ້ເຂົ້າໃນການຜະລິດ ກະສິກຳແບບໝູນວຽນ ເພື່ອລົງມື ການບຸກເບີກເນື້ອທີ່ດິນດັ່ງກ່າວ ເພື່ອ ກໍ່ສ້າງສຳນັກງານຫ້ອງການເຮັດ ວຽກ, ກໍ່ສ້າງໂຮງງານປຸງແຕ່ງ, ກໍ່ສ້າງນິຄົມລ້ຽງສັດ ແລະ ການ ຜະລິດກະສິກຳຕາມການຕົກລົງ ຮ່ວມມືກັນຂອງສອງລັດຖະບານ ລາວ-ຫວຽດນາມ, ໃນໄລຍະໂຄງ ການແມ່ນພັດທະນາເຂດ ບ້ານ ສົມບູນ ເມືອງພູວົງ ແຂວງອັດຕະ ປື ເທົ່ານັ້ນ, ຫາກສິ້ນສຸດໂຄງການ ຈະໄດ້ມອບທີ່ດິນຄືນໃຫ້ເຈົ້າຂອງ ກຳມະສິດ. ໂອກາດດັ່ງກ່າວ, ທັງ 2 ຝ່າຍ ກໍໄດ້ຮ່ວມລົງນາມເຊັນບົດບັນທຶກ ມອບ-ຮັບ ເນື້ອທີ່ດິນດັ່ງກ່າວ, ຕາງໜ້າລົງນາມໂດຍທ່ານພັນເອກ ບຸນຈັນ ສີຫາວົງ ຫົວໜ້າການ ທະຫານ ກອງບັນຊາການທະຫານ ແຂວງອັດຕະປື ແລະ ທ່ານ ໂງ ແມັ້ງ ຮຸ່ງ ອຳນວຍການ ບໍລິສັດ ມິດຕະພາບ 206 ຈຳກັດຜູ້ດຽວ, ມີ ຄະນະນໍາທັງ 2 ພາກສ່ວນ ເຂົ້າຮ່ວມ ເປັນສັກຂີພິຍານ. ກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນໄດ້ ຮັບການຊ່ວຍເຫລືອລ້າຈາກບໍລິສັດ ຊີແວວ ອິນເຕີເນເຊິນນໍ ເຕັກໂນ ໂລຊີ ອິເນີຈີ ລາວຈຳກັດ ຊຶ່ງໄດ້ ເລີ່ມຕົ້ນຈາກເສັ້ນທາງ 3908 ຫາ ບ້ານຊຳກວ້າງ ມີຄວາມຍາວ 16 ກິໂລແມັດ ເປັນທາງເປີດໃໝ່ ເສັ້ນ ທາງປູແຮ່ ກວ້າງ 6 ແມັດ ໄລຍະ ເວລາກໍ່ສ້າງ 3 ເດືອນ ມູນຄ່າການ ກໍ່ສ້າງ 600.000 ໂດລາສະຫະລັດ ຊຶ່ງໄດ້ກໍ່ສ້າງສຳເລັດໃນປີ2022. ໂອກາດນີ້, ທ່ານ ນາງ ສົມພອນ ບູ່ພະລາ ຕາງໜ້າໃຫ້ແຂວງ ແລະ ເມືອງ ກໍໄດ້ກ່າວສະແດງຄວາມ ຂອບໃຈ ມາຍັງບໍລິສັດ ທີ່ໃຫ້ການ ຊ່ວຍເຫລືອລ້າ ກໍ່ສ້າງເສັ້ນທາງ ມູນຄ່າມະຫາສານ ເພື່ອອຳນວຍ ຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ບ້ານຊຳກວ້າງ ຊຶ່ງບ້ານດັ່ງກ່າວ ມີ 64 ຄອບຄົວ ມີ 430 ຄົນ ປະຊາຊົນ ປູກຝັງ-ລ້ຽງສັດເປັນອາຊີບຕົ້ນຕໍ ເມື່ອມີເສັ້ນທາງດັ່ງກ່າວ ປະຊາຊົນ ກໍໄດ້ຮັບຄວາມສະດວກໃນການ ຂົນສົ່ງສິນຄ້າ, ນຳສົ່ງຄົນເຈັບໄປ ໂຮງໝໍ ແລະ ຈະລາຈອນໄດ້ສະ ດວກ ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນ ມີຄວາມສະດວກສະບາຍ ອຸດົມສົມບູນຂຶ້ນ. ພ້ອມນີ້, ທາງ ແຂວງ ແລະ ເມືອງ ໄດ້ມອບເສັ້ນ ທາງດັ່ງກ່າວ ໃຫ້ກຸ່ມງານ ກໍຄືປະ ຊາຊົນບ້ານຊຳກວ້າງ ຈົ່ງປົກປັກ ຮັກສາ ແລະ ນຳໃຊ້ໃຫ້ຍາວນານ ພ້ອມກັນສ້ອມແປງຫາກມີດິນເຈື່ອນ ທັບຖົມເປັນບວກ, ຖາງປ່າລຽບ ແຄມມາງ. ຂ່າວ: ບຸນມີ ແສງທຸມມີ

RkJQdWJsaXNoZXIy MTc3MTYxMQ==