7170

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 09/12/2025 glf4tdy f{la '7q , -u ;y f{;a fmtotme ໂດຍ ເຂົ້າຈານນ້ຳ 7;k,g-nj v4n 0v'-q ogzqj kvk7k 3 0 xu csj 'dkog0Q kgxa og,n v',= ]tfq d3]d wfh gIa f.sh ot7vos];'rt[k' ,u 3l,|h k.\j ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ, ປະເທດລາວເຮົາ ແມ່ນ ປະກອບຫລາຍໆຊົນເຜົ່າຢູ່ຮ່ວມກັນ ດ້ວຍຄວາມສາມັກຄີປອງດອງກັນ ຕິດພັນກັບການຮ່ວມແຮງຮ່ວມໃຈ ກັນປະກອບສ່ວນຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ແນວໃດກໍດີ, ມື້ນີ້ ຄໍລຳ “ຊີວິດ-ວັດທະນະທຳ” ໜັງສືພິມ ປະເທດລາວ ຂໍມາສະເໜີກ່ຽວກັບ ຄວາມເຊື່ອຖືຂອງຊົນເຜົ່າອາຄາ ໃຫ້ພວກເຮົາຮັບຮູ້ໄປພ້ອມໆກັນ. ເຖິງຈະບໍ່ໄດ້ມີການບັນທຶກເປັນ ລາຍລັກອັກສອນຕາມຕຳນານ ຂອງຊົນເຜົ່າອາຄາ ກໍມີຮີດຄອງປະ ເພນີ, ວັດທະນະທຳ, ວິຖີການດຳ ລົງຊີວິດທີ່ຫລວງຫລາຍ ແລະ ອຸດົມ ສົມບູນ ຊຶ່ງຖືວ່າເປັນເອກະລັກຂອງ ຕົນ, ເປັນບົດສະຫລຸບຂອງຄວາມ ຄິດ, ປະສົບການຂອງການດຳລົງ ຊີວິດທີ່ໃຫ້ຄວາມສຳຄັນຂອງຊົນ ເຜົ່າຕົນ ໂດຍສືບທອດມາແຕ່ເຊັ່ນ ປູຍ່າຕາຍາຍຈົນຮອດທຸກວັນນີ້. ຊົນ ເຜົ່າອາຄາ ໄດ້ມີຄວາມເຊື່ອໃນເລື່ອງ ຜີ ແລະ ຍາກທີ່ສຸດຈະປ່ຽນໃຈໄປ ເຊື່ອຖືສາສະໜາອື່ນ. ຜີທີ່ເຂົາເຈົ້າ ເຊື່ອຖືມີທັງຜີດີ ແລະ ຜີຮ້າຍ ແລະ ເປັນສີລິມຸງຄຸນໄດ້ແກ່ຜີເຮືອນ ແລະ ຜີບ້ານ ຊຶ່ງໄດ້ຖືວ່າເປັນວິນຍານ ຂອງບັນພະບູລຸດ, ກໍຄອຍໃຫ້ຄວາມ ດູແລ ຮັກສາປົກປ້ອງຄຸ້ມຄອງສະ ມາຊິກໃນຄົວເຮືອນ. ສະນັ້ນ, ໃນ ເຮືອນຈະມີຮ້ານແທນບູຊາຜີ. ສ່ວນ ຜີຮ້າຍໄດ້ແກ່ຜີຕົ້ນໄມ້, ຜີພູຜາປ່າ ດົງ ແລະ ຜີແມ່ນລຳເຊເຫລົ່ານີ້ ຊຶ່ງອາດຈະເຮັດໃຫ້ເຂົາເຈົ້າເກີດມີ ຄວາມເຈັບໄຂ້ໄດ້ປ່ວຍຕ່າງໆ. ຈາກຄວາມເຊື່ອຖືທີ່ໄດ້ກ່າວມາ ນີ້, ເຂົາເຈົ້າກໍຈະມີພິທີກຳຫລາຍ ຢ່າງໃນລັກສະນະຂອງການວິ່ງ ວອນ, ໄດ້ຮ້ອງຂໍຈາກສິ່ງສັກສິດທີ່ ຢູ່ໃນດ້ານດີ ແລະ ດ້ານຮ້າຍ ເພື່ອຈະ ໃຫ້ຄວາມຄຸ້ມຄອງ, ຮັກສາ ຫລື ປັດ ເປົ່າ ສິ່ງຊົ່ວຮ້າຍຕ່າງໆ ໃຫ້ບັນເທົາ ເບົາບາງລົງໄດ້. ຄຽງຄູ່ກັນນີ້ ຊົນ ເຜົ່າອາຄາ ຍັງມີການເອົາໃຈໃສ່ຕໍ່ ສິ່ງສັກສິດທັງຫລາຍໂດຍການ “ຢູ່ ກຳ ຫລື ຄະລຳ” ຊຶ່ງໄດ້ແກ່ການ ປະຕິບັດຕົນໃຫ້ຢູ່ໃນຂອບເຂດຂອງ ຮີດຄອງປະເພນີ, ບໍ່ກະທຳຫລືລ່ວງ ລະເມີດ ຫລື ລົບລູ່ສິ່ງສັກສິດຕ່າງໆ ທີ່ມີຢູ່ໃນບ້ານເຮືອນ. ພ້ອມນີ້ ມີການ ຢຸດພັກວຽກງານຕ່າງໆ ໃນມື້ທີ່ຢູ່ ລວມທັງວຽກງານການຜະລິດໃນ ໄຮ່ນາທີ່ມີຄວາມສຳຄັນຕໍ່ການດຳ ລົງຊີວິດປະຈຳວັນຂອງເຂົາເຈົ້າ. ແນວໃດກໍດີ ບົດນີ້ ຂໍສະເໜີພຽງ ຄວາມເຊື່ອຖືຂອງຊົນເຜົ່າອາຄາ ຊຶ່ງຍັງມີອີກຫລາຍໆດ້ານກ່ຽວກັບ ຊົນເຜົ່າອາຄາທີ່ໜ້າສົນໃຈ ເປັນຕົ້ນ ປະຫວັດຄວາມເປັນມາແລະຊື່ເອີ້ນ, ອາຊີບ, ທີ່ຕັ້ງບ້ານ ແລະ ເຮືອນ, ເຄື່ອງນຸ່ງຫົ່ມ ເຫລົ່ານີ້ເປັນຕົ້ນ. ນອກ ຈາກນີ້, ຖ້າທ່ານໃດຮູ້ກ່ຽວກັບວັດ ທະນະທຳຊົນເຜົ່າໃນປະເທດລາວ ເຮົາ ກໍສາມາດຂຽນເປັນບົດສົ່ງມາ ລົງໜ້າໜັງສືພິມປະເທດລາວ ຄໍລຳ ຊີວິດ-ວັດທະນະທຳ ເພື່ອເປັນການ ໂຄສະນາເຜີຍແຜ່ວັດທະນະທຳ ຂອງຊົນເຜົ່າໃນລາວໃຫ້ພວກເຮົາ ໄດ້ຮັບຮູ້ເຊິ່ງກັນ ແລະ ກັນ. ຂປລ. ເມືອງມໍລະດົກໂລກຫລວງ ພະບາງ ສ້າງຕັ້ງຂຶ້ນກ່ອນໜ້ານີ້ ປະມານ 1.200 ປີ, ເຄີຍເປັນເມືອງ ຫລວງເກົ່າ ຂອງອານາຈັກລາວ ລ້ານຊ້າງເກືອບ 200 ປີ, ໂດຍໄດ້ ປ່ຽນຊື່ເອີ້ນຫລາຍຄັ້ງຄື: ເມືອງຊວາ, ຊຽງດົງ, ຊຽງທອງ ແລະ ເມືອງ ຫລວງພະບາງ ກໍຄື ນະຄອນຫລວງ ພະບາງ ໃນປັດຈຸບັນ. ການທີ່ໃສ່ຊື່ ເມືອງຫລວງພະບາງ ຫລື ນະຄອນ ຫລວງພະບາງນັ້ນ ແມ່ນພະເຈົ້າ ຟ້າງຸ່ມມະຫາລາດ ໄດ້ນຳເອົາພະ ບາງ ຊຶ່ງເປັນອົງພະພຸດທະຮູບທີ່ ສັກສິດ, ເປັນມິ່ງບ້ານ-ຂວັນເມືອງ ຂອງປະຊາຊົນລາວ ມາສະຖິດໄວ້ ເມືອງຊຽງທອງ ໃນສະໄໝກ່ອນ ແລະ ດ້ວຍຄວາມສັດທາ-ເຊື່ອຖື ຢ່າງແຮງກ້າຂອງປະຊາຊົນ ຊາວ ຫລວງພະບາງ ຈຶ່ງໄດ້ປ່ຽນຊື່ເອີ້ນ ຂອງເມືອງຕາມຊື່ຂອງອົງພະບາງ ຄືເປັນເມືອງຫລວງພະບາງ ຫລື ນະຄອນຫລວງພະບາງ ຈົນມາເຖິງ ທຸກວັນນີ້. ເຖິງແນວໃດກໍດີ,ຍ້ອນເຄີຍເປັນ ເມືອງຫລວງເກົ່າຂອງອານາຈັກ ລາວລ້ານຊ້າງ ຫລວງພະບາງ ຈຶ່ງ ມີຄວາມໂດດເດັ່ນ ທາງດ້ານວັດທະ ນະທຳ, ປະຫວັດສາດ ແລະ ທຳມະ ຊາດ ຊຶ່ງສະແດງອອກເຖິງວິຖີການ ດຳລົງຊີວິດຂອງຊາວເມືອງ ໂດຍ ສະເພາະແມ່ນການສືບທອດ ຂະນົບ ທຳນຽມ, ຮີດຄອງປະເພນີ, ສິລະ ປະ-ວັນນະຄະດີ, ການປຸກສ້າງອາ ຄານ-ສະຖານທີ່, ພະພຸດທະຮູບ, ການແຕ້ມ, ຄວັດ-ແກະສະລັກຕ່າງໆ ລວມທັງການຮັກສາສິ່ງແວດລ້ອມ, ຈຶ່ງເຮັດໃຫ້ນະຄອນຫລວງພະ ບາງ ໄດ້ຮັບການຮັບຮອງຈາກອົງ ການອຸຍແນັສໂກ ໃຫ້ເປັນເມືອງ ມໍລະດົກຂອງໂລກ ນັບແຕ່ວັນທີ 9 ທັນວາ ປີ 1995 ເປັນຕົ້ນມາ, ດ້ວຍ 3 ເງື່ອນໄຂໃນ 10 ມາດຕະ ຖານ ຂອງການເປັນເມືອງມໍລະດົກ ຂອງໂລກ ປະກອບມີ: (ເງື່ອນໄຂທີ 2) ສະແດງໃຫ້ເຫັນເຖິງຄວາມ ສໍາຄັນໃນການແລກປ່ຽນຄຸນຄ່າ ມະນຸດ ມາໄດ້ຫລາຍເຊັ່ນຄົນ, ເປັນ ສະຖານທີ່ທາງດ້ານວັດທະນະທໍາ ຂອງໂລກ ຄຽງຄູ່ກັບການພັດທະ ນາທາງດ້ານສະຖາປັດຕິຍະກໍາ ຫລື ເຕັກໂນໂລຊີ, ສິລະປະອານຸ ສອນສະຖານ, ການວາງຜັງເມືອງ. (ເງື່ອນໄຂທີ 4) ເປັນຕົວຢ່າງອັນ ໂດດເດັ່ນ ຂອງຮູບແບບການປຸກ ສ້າງທາງດ້ານສະຖາປັດຕະຍະກຳ, ເຕັກໂນໂລຊີ ຫລື ດ້ານຄຸນນະພາບ, ລັກສະນະສະຖານທີ່ສະແດງໃຫ້ ເຫັນຄວາມໝາຍຄວາມສຳຄັນ ແຕ່ ລະຍຸກຂອງມວນມະນຸດ. (ເງື່ອນ ໄຂທີ່ 5) ເປັນຕົວຢ່າງອັນໂດດເດັ່ນ ຂອງການດໍາລົງຊີວິດ ທີ່ມີຮີດຄອງ ປະເພນີອັນຍອດຍິ່ງ, ເປັນເອກະລັກ ສະເພາະສືບທອດກັນມາຂອງມວນ ມະນຸດ ໃນການນຳໃຊ້ທີ່ດິນ-ນໍ້າ ຢັ້ງ ຢືນເຖິງວັດທະນະທໍາໃດໜຶ່ງ ຫລື ຮູບການວັດທະນະທຳທີ່ແຕກຕ່າງ ກັນ. ຫລວງພະບາງ ໄດ້ເຂົ້າເປັນ ເມືອງມໍລະດົກໂລກ ທາງດ້ານວັດ ທະນະທໍາປະກອບ ດ້ວຍສະຖາປັດ ຕະຍະກຳ ແລະ ທຳມະຊາດ, ມີເນື້ອ ທີ່ 800 ກວ່າເຮັກຕາ ກວມເອົາ 2 ເຂດຄື: ນະຄອນ-ຫລວງພະບາງ ແລະ ເມືອງຈອມເພັດ ລວມມີ 29 ບ້ານ, ມີເຮືອນຫລື ອາຄານໃນບັນຊີ ອະນຸລັກ 610 ຫລັງ ໃນນັ້ນ ມີອາ ຄານສາສະໜາ 167 ຫລັງ. ນອກ ຈາກນີ້, ຍັງປະກອບດ້ວຍເຂດຊຸ່ມ ຊື່ນ ມີໜອງນໍ້າ ທີ່ໄດ້ຈົດເຂົ້າບັນຊີ ອະນຸລັກ ຈໍານວນ 183 ໜອງ. ຕະຫລອດໄລຍະ 30 ປີແຫ່ງ ການປົກປັກຮັກສາ ແລະ ພັດທະນາ ຕົວເມືອງມໍລະດົກໂລກ ນະຄອນ ຫລວງພະບາງ, ພັກ-ລັດຖະບານ ສປປ ລາວ ກໍຄືອົງການປົກຄອງ ແຂວງ ແລະ ນະຄອນ-ຫລວງພະ ບາງ ໄດ້ສຸມໃສ່ໃນການຊີ້ນໍາໃຫ້ ມີການພັດທະນາ ໄປຄຽງຄູ່ກັບການ ອະນຸລັກ ເປັນຕົ້ນຕໍ ອັນໄດ້ເຮັດໃຫ້ ນະຄອນ-ຫລວງພະບາງ ເມືອງ ມໍລະດົກໂລກ ກາຍເປັນເມືອງທີ່ມີ ມົນສະເໜ່ ສາມາດດຶງດູດນັກທ່ອງ ທ່ຽວ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນ ໃນຫລາຍຂະແໜງ ການ, ເຮັດໃຫ້ເມືອງມໍລະດົກໂລກ ຫລວງພະບາງ ໄດ້ມີການພັດທະນາ ຢ່າງກ້າວກະໂດດ, ລາຍຮັບຂອງ ປະຊາຊົນນັບມື້ນັບເພີ່ມຂຶ້ນ, ໂດຍ ສະເພາະແມ່ນການເຮັດບໍລິການໆ ທ່ອງທ່ຽວ ແລະ ການຜະລິດເຄື່ອງ ຫັດຖະກຳດ້ວຍສີມື, ສິ່ງທີ່ພາກພູມ ໃຈແມ່ນການຮັບຮອງເອົາ ລະຄອນ ອີ່ປÐ ອກ, ຫັດຖະກໍາ ຊ້ານໍ້າກ້ຽງ, ຫັດ ຖະກໍາປັກດີ້ງ, ຫັດຖະກໍາຕີເງິນ, ຫັດ ຖະກໍາເຈ້ຍ ປໍສາ, ຫັດຖະກໍາເຈ້ຍ ໝໍ້ດິນ, ຝ້ອນນາງແກ້ວ, ຂັບທຸ້ມ ຫລວງພະບາງ, ຂັບສະຫລາງສາມ ສ້າວ, ປະທາຍເພັດ, ການຜະລິດ ເຂົ້າໂຄບ ແລະ ເອາະຫລາມ ເປັນ ມໍລະດົກທີ່ເປັນວັດຖຸ ແລະ ມໍລະດົກ ທີ່ບໍ່ເປັນວັດຖຸ ຂອງທ້ອງຖິ່ນ, ລວມ ທັງຈັງຫວະຂັບທຸ້ມຫລວງພະບາງ ຊຶ່ງແມ່ນໜຶ່ງໃນ 8 ຈັງຫວະ ທີ່ໄດ້ ຮັບການຮັບຮອງ ເປັນມໍລະດົກວັດ ທະນະທຳນາມມະທຳຂອງມວນ ມະນຸດ ຈາກອົງການອຸຍແນັສໂກ ໃນວັນທີ 5 ທັນວາ 2024 ທີ່ ແຂວງ ອາຊັນຊົງ, ປະເທດປາຣາກວາຍ. ອັນໄດ້ເຮັດໃຫ້ປະຊາຊົນລາວບັນ ດາເຜົ່າ ໄດ້ສືບທອດຢ່າງພາກພູມ ໃຈ ແລະ ມີກຽດ, ເປັນປັດໄຈສຳຄັນ ໃນການອະນຸລັກຮັກສາມໍລະດົກ ແລະ ຄວາມຫລາກຫລາຍທາງວັດ ທະນະທຳ ທີ່ພວມຜະເຊີນໜ້າກັບ ການຈະເລີນເຕີບໂຕຂອງໂລກາພິ ວັດຢ່າງຕໍ່ເນື່ອງ, ລວມທັງການຄໍ້າ ປະກັນການຍືນຍົງຄົງຕົວຂອງຊາດ ລາວຕະຫລອດໄປ. ຜົນສໍາເລັດ ແຫ່ງການປົກປັກຮັກ ສາມໍລະດົກໂລກ ຕະຫລອດ 30 ປີ ຜ່ານມາ, ອົງການປົກຄອງແຂວງ, ນະຄອນ-ຫລວງພະບາງ, ອົງການ ປົກຄອງບ້ານ ຕະຫລອດຮອດປະ ຊາຊົນຊາວຫລວງພະບາງ ໄດ້ມີ ສ່ວນຮ່ວມ ແລະ ປະກອບສ່ວນຢ່າງ ຕັ້ງໜ້າ ເຂົ້າໃນການປົກຮັກສາມໍລະ ດົກໂລກ ຫລວງພະບາງ ຈົນສາ ມາດຮັກສາຄວາມສົມບູນ ແລະ ຄວາມເປັນຂອງແທ້ດັ້ງເດີມ ຂອງ ມໍລະດົກໂລກຫລວງພະບາງ ເປັນ ຕົ້ນ ປົກປັກຮັກສາຄວາມເປັນເອ ກະລັກທາງດ້ານວັດທະນະທຳ, ຮີດ ຄອງປະເພນີອັນດີງາມ ທີ່ໄດ້ສືບ ທອດກັນມາ ແຕ່ດົນນານ ເຊັ່ນ: ການ ໃສ່ບາດຕອນເຊົ້າ, ການເຂົ້າວັດ ເຮັດບຸນສິນ-ກິນທານ, ການສູດມົນ ເຊົ້າ-ແລງ ຂອງບັນດາພະສົງສາມະ ເນນ ຢູ່ຕາມວັດແຕ່ລະແຫ່ງ, ການ ຈັດງານບຸນປະເພນີ ເຊັ່ນ: ງານບຸນ ປີໃໝ່ລາວ, ງານບາສີ-ສູ່ຂວັນ, ບຸນ ຫໍ່ເຂົ້າປະດັບດິນ-ບຸນຊ່ວງເຮືອ, ບຸນ ເຂົ້າພັນສາ, ບຸນອອກພັນສາ, ບຸນ ໄຫລເຮືອໄຟ, ລວມທັງວັດທະນະ ທຳການນຸ່ງຖື ທີ່ເປັນເອກະລັກ, ອາ ຫານ-ການກິນ, ການຂັບ ແລະ ບົດ ຟ້ອນຕ່າງໆ. ຄຽງຄູ່ກັນນີ້, ໄດ້ເອົາ ໃຈໃສ່ໃນການຄຸ້ມຄອງການປຸກ ສ້າງ-ສ້ອມແປງ, ການບູລະນະປະ ຕິສັງຂອນ ວັດວາອາຣາມ, ອາຄານ ໃນບັນຊີອະນຸລັກ ໄດ້ຮັກສາຮູບຊົງ ດັ້ງເດີມ, ການປຸກສ້າງອາຄານໃໝ່ ໄດ້ເຮັດໃຫ້ມີຮູບຊົງກົມກືນ ກັບອາ ຄານແບບດັ້ງເດີມ, ຕະຫລອດຮອດ ທໍາມະຊາດ ແລະ ສະພາບແວດ ລ້ອມທີ່ຢູ່ອ້ອມຮອບຕົວເມືອງ ຕ້ອງ ໄດ້ຮັບການປົກປັກຮັກສາ ໃຫ້ຄົງ ຄຸນຄ່າແບບດັ້ງເດີມໄດ້ເປັນຢ່າງ ດີ. ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນເຂດປົກປັກຮັກສາມໍລະດົກໂລກ ຕະຫລອດຮອດບາງກິດຈະການ ກໍ່ສ້າງ-ສ້ອມແປງ ທີ່ບໍ່ຖືກຕ້ອງ ໄດ້ ຮັບການແກ້ໄຂຢ່າງໜ້າເພິ່ງພໍໃຈ, ສ້າງເງື່ອນໄຂເຮັດໃຫ້ຫລວງພະ ບາງ ໄດ້ຮັບລາງວັນຫລຽນຄຳ ເມືອງທ່ອງທ່ຽວຍອດນິຍົມ ແຫ່ງ ການທ່ອງທ່ຽວຂອງໂລກ ຊຶ່ງຕິດ ອັນດັບ 1 ໃນ 10 ເມືອງເຖິງ 12 ຄັ້ງ (ໃນປີ 2006, 2007, 2008, 2009, 2010, 2011, 2012, 2014, 2015,2016, 2018 ແລະ 2019) ໃນນັ້ນ, ໄດ້ຮັບນາມ ມະຍົດອັນດັບໜຶ່ງ 8 ຄັ້ງ, ຈາກວາ ລະສານ ວັນເດີລັດ ທາເວລ ຂອງ ປະເທດອັງກິດ ຫລາຍປີຊ້ອນ, ໄດ້ ຮັບລາງວັນນາມມະຍົດເມືອງສິ່ງ ແວດລ້ອມທີ່ຍືນຍົງ ຂອງອາຊຽນ 3 ຄັ້ງ (ປີ 2008, 2014 ແລະ 2018), ເປັນເມືອງປອດຄວັນຢາ ສູບຂອງອາຊຽນ, ໄດ້ຮັບນາມມະ ຍົດເປັນເມືອງ 1 ໃນ 10 ເມືອງໃນ ຈຸດໝາຍປາຍທາງ ການທ່ອງທ່ຽວ ໃນອາຊີ ແລະ ອີກຫລາຍລາງວັນ ຈາກພາກພື້ນ ແລະ ສາກົນມອບ ໃຫ້, ທັງໄດ້ຮັບການຮ່ວມມື ແລະ ຊ່ວຍເຫລືອຈາກອົງການຈັດຕັ້ງ ສາກົນ ຫລາຍອົງການ. ຄຽງຄູ່ກັບບັນດາຜົນງານທີ່ ຍາດມາໄດ້ນັ້ນ, ກໍພວມພົບກັບສິ່ງ ທ້າທາຍຫລາຍຢ່າງ ເປັນຕົ້ນ ການ ພັດທະນາ ແລະ ການທ່ອງທ່ຽວ, ມີ ນັກທຸລະກິດ ແລະ ປະຊາຊົນທ້ອງ ຖິ່ນຈໍານວນໜຶ່ງ ທີ່ເຫັນແກ່ຜົນປະ ໂຫຍດສ່ວນຕົວ ມີການບຸກລຸກເຂດ ຫວງຫ້າມ ການປຸກສ້າງ-ສ້ອມ ແປງ, ລະເມີດການປຸກສ້າງ-ສ້ອມ ແປງ ແລະ ຕໍ່ເຕີມເຮືອນ ໂດຍບໍ່ໄດ້ ຜ່ານການອານຸຍາດ, ຂະນົບທໍາ ນຽມ, ຮີດຄອງປະເພນີ, ມູນເຊື້ອ ວັດທະນະທໍາອັນດີງາມ ທີ່ເປັນເອ ກະລັກມີລັກສະນະເຊື່ອມຖອຍ, ນອກນັ້ນງົບປະມານ ທີ່ປະກອບ ສ່ວນເຂົ້າວຽກງານປົກປັກຮັກສາ ມໍລະດົກ ແມ່ນມີຄວາມຈຳກັດ, ເພື່ອສືບຕໍ່ປົກປັກຮັກສາມໍລະດົກ ໂລກຫລວງພະບາງ ໃຫ້ຄົງຄຸນຄ່າ ແລະ ຍືນຍົງ ຄຽງຄູ່ກັບຊາວຫລວງ ພະບາງ, ກັບປະເທດລາວ ແລະ ຄຽງຄູ່ກັບສາກົນຕະຫລອດໄປ. ຂໍຮຽກຮ້ອງໃຫ້ການຈັດຕັ້ງທຸກພະ ແນກການ, ອົງການ, ພະນັກງານ ທະຫານ, ຕໍາຫລວດ, ການຈັດຕັ້ງ ບ້ານ ແລະ ປະຊາຊົນບັນດາເຜົ່າ ຕະ ຫລອດຮອດຊາວຕ່າງດ້າວ, ຊາວ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວ ຢູ່ແຂວງຫລວງພະ ບາງ ຕ້ອງໄດ້ຖືເອົາວຽກງານປົກ ປັກຮັກສາມໍລະດົກໂລກຫລວງພະ ບາງ ເປັນວຽກງານໃຈກາງ ແລະ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນທຸກກິດຈະການທີ່ກ່ຽວຂ້ອງ ກັບການປົກປັກຮັກສາ ແລະ ບູລະ ນະສ້ອມແປງມໍລະດົກໂລກ ທຸກ ໂຄງການກໍ່ສ້າງທີ່ມີຄວາມສ່ຽງ, ເປັນໂຄງການໃຫຍ່ ຕ້ອງໄດ້ມີການ ປຶກສາຫາລື, ມີການປະສານງານ ກັບກະຊວງວັດທະນະທຳແລະການ ທ່ອງທ່ຽວ, ລວມທັງອົງການອຸຍ ແນັສໂກ ເພື່ອຫລີກລ່ຽງບັນຫາທີ່ ເປັນຜົນກະທົບຕໍ່ມໍຣະດົກໂລກຫÌ ວງ ພະບາງ ເພີ່ມທະວີວຽກງານສຶກ ສາອົບຮົມ ໃຫ້ທຸກຊັ້ນໃຫ້ມີຄວາມ ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມ ໃນການປົກປັກຮັກສາມໍລະດົກໂລກ ໂດຍສະເພາະແມ່ນຂໍ້ກໍານົດ, ກົດລະ ບຽບການຄຸ້ມຄອງເມືອງມໍລະດົກ ໂລກແລະ ກົດລະບຽບເຂດປ້ອງກັນ ລວມທັງກົດໝາຍທີ່ກ່ຽວຂ້ອງ ປຸກລະດົມດ້ານທຶນຮອນຈາກທຸກ ພາກສ່ວນ ເພື່ອລົງທຶນໃສ່ວຽກງານ ປົກປັກຮັກສາມໍລະດົກໂລກ ໃຫ້ມີ ຄວາມເໝາະສົມ ພ້ອມກັນເປັນເຈົ້າ ການປົກປັກຮັກສາແລະສົ່ງເສີມມູນ ເຊື້ອວັດທະນະທໍາ, ຮີດຄອງປະເພນີ ອັນດີງາມທີ່ເປັນເອກະລັກຂອງຊາດ ຂະນົບທໍານຽມ, ຮີດຄອງປະເພນີອັນ ດີງາມຂອງຊາວຫລວງພະບາງໃຫ້ ມີການຂະຫຍາຍຕົວ ແລະ ພ້ອມກັນ ຖ່າຍທອດ ໃຫ້ສາກົນຮັບຮູ້ນັບມື້ນັບ ກວ້າງຂວາງແລະຈົ່ງພ້ອມກັນປະຕິ ບັດຕາມຄໍາຂວັນທີ່ວ່າ: “ນະຄອນ- ຫລວງພະບາງ ເມືອງງາມ, ອາ ຣາມຮຸ່ງ, ເມືອງນຸ່ງສິ້ນໄໝ, ເມືອງ ຂວັນໃຈນັກທ່ອງທ່ຽວ, ເມືອງກ້ຽວ ຄໍາຫວານ, ເມືອງຕໍານານຂັບທຸ້ມ, ເມືອງເຈົ້າາຟ້າງຸ່ມ, ເມືອງປຸ້ມລຸ້ມ ເຂັ້ມແຂງ, ເມືອງແຫລ່ງ ອະລິຍະ ທໍາ, ເມືອງໄດ້ຮັບສົມຍານາມ ເປັນ ເມືອງມໍລະດົກໂລກ ”. ຊົມເຊີຍວັນທີ່ຫລວງພະບາງ ເຂົ້າ ເປັນເມືອງມໍລະດົກໂລກ ວັນທີ 9 ທັນວາ ຄົບຮອບ 30 ປີຢ່າງສຸດໃຈĴ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==