09/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ກະຊວງປ້ອງກັນປະເທດ... ໂຄງການກໍ່ສ້າງທາງລົດໄຟ... ຮ່ວມແຮງຮ່ວມໃຈ... ຂະນະທີ່ຝ່າຍຫວຽດນາມ ຈະເລີ່ມ ລົງມືກໍ່ສ້າງໃນປີ 2027. ທ່ານ ຈັນທອນ ສິດທິໄຊ ຜູ້ ອຳນວຍການໃຫຍ່ ແລະ ຜູ້ກໍ່ຕັ້ງ ຄົບຮອບ 22 ປີ (9 12 20039 12 2025) ປະຈຳປີ 2025 ໃນວັນທີ 8 ທັນວາ 2025, ພາຍໃຕ້ ຄໍາຂວັນ “ຮ່ວມແຮງ ຮ່ວມໃຈ ກັບ ໄວໜຸ່ມ ໃນການຕ້ານການສໍ້ລາດ ບັງຫລວງ ເພື່ອສ້າງອະນາຄົດ ອັນສົດໃສ” ໂດຍມີທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການ ກວດກາແຫ່ງລັດ, ຮອງຫົວໜ້າອົງ ການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ, ມີຜູ້ຕາງໜ້າຈາກ ອົງການສະຫະປະຊາຊາດ ເພື່ອຕ້ານ ຢາເສບຕິດ ແລະ ອາຊະຍາກຳ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ, ມີຜູ້ຕາງໜ້າທູ ຕານຸທູດ, ບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ໃນພິທີ ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນຄວາມເປັນມາຂອງ ວັນຕ້ານການສໍ້ລາດບັງຫລວງສາ ກົນ ໂດຍຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງການ ສໍ້ລາດບັງຫລວງທີ່ເກີດຂຶ້ນໃນ ກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫລວງ ທີ່ສົ່ງຜົນກະທົບ ແລະ ກົດໜ່ວງ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງ ພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີຄະນະນຳຈາກ 4 ກົມ ໃຫຍ່, ຫ້ອງວ່າການກະຊວງ, ຄະນະ ພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ຜ່ານດໍາລັດນາຍົກ ລັດຖະມົນຕີ ວ່າດ້ວຍການເລື່ອນ ຊັ້ນນາຍທະຫານ. ໃນນີ້, ນາຍົກ ລັດຖະມົນຕີ ອອກດຳລັດ: ຕົກລົງ ເລື່ອນຊັ້ນນາຍທະຫານຊັ້ນພັນ ໂທ ຂຶ້ນຊັ້ນ ພັນເອກ ຈໍານວນ 20 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານທີ່ຜູ້ໄດ້ຮັບຊັ້ນໃໝ່ ຍາດ ມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ບັນດາສະຫາຍທີ່ ໄດ້ຮັບການເລື່ອນຊັ້ນໃໝ່ ສືບຕໍ່ ກຳແໜ້ນແນວທາງນະໂນບາຍ ຂອງພັກ, ເປັນເຈົ້າການຊີ້ນໍາ-ບັນ ອົງການກາແດງ... ຂປລ. ອົງການກາແດງແຫ່ງ ຊາດລາວ ຈັດກອງປະຊຸມແລກປ່ຽນ ໂຄສະນາຂ່າວສານວຽກງານກາ ແດງກັບບັນດາສື່ມວນຊົນ ໃນວັນ ທີ 8 ທັນວາ 2025 ໂດຍການ ເປັນປະທານຂອງທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາ ແດງແຫ່ງຊາດລາວ, ຮອງປະທານ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ສະຖາບັນເລືອດແຫ່ງຊາດ, ກົມສື່ ມວນຊົນ ຄະນະໂຄສະນາອົບຮົມ ສູນກາງພັກ, ບັນນາທິການ, ນັກ ຂ່າວ, ໂຄສົກ-ນັກຈັດລາຍການທີ່ ມາຈາກສື່ຕ່າງໆ ພ້ອມດ້ວຍແຂກ ຮັບເຊີນເຂົ້າຮ່ວມ. ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ກ່າວວ່າ: ຈຸດປະສົງຂອງກອງ ປະຊຸມຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນຂໍ້ມູນ-ຂ່າວສານກ່ຽວກັບ ວຽກງານກາແດງ ໂດຍສະເພາະ ຄວາມຮູ້ພື້ນຖານຕ່າງໆເປັນຕົ້ນ ຄວາມໝາຍຄວາມສໍາຄັນຂອງຊີກ ວົງເດືອນແດງສາກົນ, ເຄື່ອງໝາຍ, ຫລັກການພື້ນຖານ, ພາລະບົດບາດ ໜ້າທີ່ຂອງອົງການກາແດງ, ເປັນ ການສ້າງຕາໜ່າງເພື່ອນຮ່ວມງານ ລະຫວ່າງອົງການກາແດງແຫ່ງ ຊາດລາວ ກັບບັນດາສື່ມວນຊົນໃຫ້ ມີການພົວພັນເຊິ່ງກັນ ແລະ ກັນ ທີ່ແໜ້ນແຟ້ນຂຶ້ນ, ພ້ອມນັ້ນ ເພື່ອ ເປັນການສົ່ງເສີມການໂຄສະນາ ວຽກງານຂ່າວສານຂອງອົງການ ຂປລ. ສະຖານທູດມາເລເຊຍ ປະຈໍາ ສປປ ລາວ ໄດ້ຈັດເທສະ ການອາຫານມາເລເຊຍ 2025 ຂຶ້ນໃນວັນທີ 4 ທັນວາ 2025 ທີ່ ນະຄອນຫລວງວຽງຈັນ ເພື່ອສົ່ງ ເສີມການແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງ ສອງປະເທດ ລາວ-ມາເລເຊຍ ໂດຍ ມີທ່ານ ວິໄລວົງ ບຸດດາຄໍາ ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ທ່ານ ແອດີ ເອຍວານ ມາຮ ມຸດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈໍາ ລາວ ພ້ອມດ້ວຍທຸຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະ ຈຳ ສປປ ລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ແອດີ ເອຍວານ ມາຮມຸດ ໄດ້ກ່າວວ່າ: ເທສະການອາຫານ ມາເລເຊຍ ທີ່ບໍ່ພຽງແຕ່ເປັນການ ສະແດງອາຫານແຕ່ຍັງເປັນຂົວຕໍ່ ທາງວັດທະນະທຳລະຫວ່າງສອງ ປະເທດເມເລເຊຍ ແລະ ສປປ ລາວ ຊຶ່ງໃນປີ 2026 ມາເລເຊຍ ແລະ ສປປ ລາວ ຈະຄົບຮອບ 60 ປີ gxu fgmltdkovksko,kg]g-p 2025 ການສ້າງຕັ້ງສາຍພົວພັນທາງການ ທູດ ພ້ອມກັບການຈັດງານ Visit Malaysia :ear 2026 ຊຶ່ງຈະ ໄດ້ເຊີນຊວນນັກທ່ອງທ່ຽວຈາກ ທົ່ວໂລກໃຫ້ມາຄົ້ນພົບພູມສັນຖານ ທີ່ສວຍງາມ ແລະ ອາຫານທີ່ຂຶ້ນຊື່ ຂອງມາເລເຊຍ. ທ່ານທູດໄດ້ກ່າວຕື່ມວ່າ: ຜ່ານ ງານດັ່ງກ່າວພວກເຮົາຫວັງວ່າ ຈະແບ່ງປັນບໍ່ພຽງແຕ່ອາຫານອັນ ແຊບເທົ່ານັ້ນ ແຕ່ຍັງຮວບຮວມ ເລື່ອງລາວ, ປະເພນີ ແລະ ປະສົບ ການທາງວັດທະນະທຳທີ່ເຮັດໃຫ້ ອາຫານມາເລເຊຍ ມີຄວາມພິເສດ, ຊຶ່ງງານດັ່ງກ່າວຈະຮອດ ວັນທີ 6 ທັນວາ 2025 ນີ້ຢູ່ທີ່ໂຮງແຮມຮໍ ລິເດອິນ, ນະຄອນຫລວງວຽງຈັນ ຊຶ່ງໄດ້ເຊີນພໍ່ຄົວທີ່ມີຊື່ສຽງມາຈາກ ມາເລເຊຍ ໄດ້ມາແຕ່ງອາຫານ ໂດຍມີອາຫານຄາວຫວານຫລາຍ ປະເພດໃຫ້ທຸກຄົນທົ່ວໄປທີ່ສົນໃຈ ໄດ້ມາລອງຊີມ. ພ້ອມດຽວກັນ, ເທສະການ ອາຫານມາເລເຊຍປີນີ້ ບໍ່ພຽງແຕ່ ເປີດໂອກາດໃຫ້ຄົນລາວ ແລະ ຕ່າງ ປະເທດທີ່ອາໄສຢູ່ລາວ ໄດ້ຮູ້ຈັກ ກັບອາຫານມາເລເຊຍ ແລະ ຊີມ ລົດຊາດຂອງອາຫານມາເລເຊຍ ແລ້ວ, ແຕ່ຍັງເປັນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ຄວາມ ເຂົ້າໃຈລະຫວ່າງປະຊາຊົນສອງ ປະເທດນຳອີກ. ຊາໃນທຸກຂົງເຂດວຽກງານຂອງ ກອງທັບ ເປັນຕົ້ນແມ່ນທາງດ້ານ ແນວຄິດການເມືອງໃຫ້ໜັກແໜ້ນ, ສືບຕໍ່ຮັກສາມູນເຊື້ອຄຸນງາມຄວາມ ດີຂອງພັກ, ຄຸນສົມບັດສິນທຳ ປະຕິວັດ, ເປັນເຈົ້າການຜັນຂະ ຫຍາຍມະຕິ, ຄໍາສັ່ງຂອງພັກ-ກົດ ໝາຍຂອງລັດ, ປັບປຸງລະບຽບ ແບບແຜນການຄຸ້ມຄອງ, ປະຕິບັດ ວຽກງານປະສານສົບທົບເຊິ່ງກັນ ແລະ ກັນພາຍໃນ ແລະ ເພື່ອນມິດ ຮ່ວມຍຸດທະສາດໃຫ້ແໜ້ນແຟ້ນ, ສອດຄ່ອງ, ມີປະຊາທິປະໄຕ ເປັນ ເອກະພາບໃນການຈັດຕັ້ງປະຕິ ບັດວຽກງານ, ສືບຕໍ່ນຳພາ-ຊີ້ນໍາ ກອງທັບປະຊາຊົນລາວ ໃຫ້ນັບ ມື້ເຂັ້ມແຂງ, ກ້າວໜ້າ ແລະ ທັນ ສະໄໝສາມາດເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງພ້ອມເຮັດສໍາເລັດໜ້າທີ່ ການເມືອງໃນໄລຍະໃໝ່. ຂໍ້ມູນ-ພາບ: ຄຳໄຕ ຈັນນະຄອນ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວ ມະຫາຊົນ ໃຫ້ສຳພາດຕໍ່ສື່ມວນ ຊົນໃນໂອກາດເຂົ້າຮ່ວມກອງປະ ຊຸມສົ່ງເສີມການລົງທຶນ ລາວຫວຽດນາມ ເມື່ອບໍ່ດົນມານີ້ວ່າ: ໂ ຄງກ າ ນກໍ່ສ້າ ງທ າ ງລົດ ໄ ຟ ລາວ-ຫວຽດນາມ ເປັນໂຄງການ ທີ່ສອດຄ່ອງກັບນະໂຍບາຍຂອງ ສອງພັກ , ສອງລັດຖ ະ ບ ານ ລາວ-ຫວຽດນາມ ວ່າດ້ວຍການ ຍົກສູງການພົວພັນຮ່ວມມືດ້ານ ເສດຖະກິດ-ການຄ້າ ລວມໄປເຖິງ ການຂົນສົ່ງໂລຈິສຕິກ, ທັງເປັນ ໂຄງການຍຸດທະສາດວ່າດ້ວຍການ ຫັນປະເທດລາວ ຈາກປະເທດ ບໍ່ມີທາງອອກສູ່ທະເລກາຍເປັນ ປະເທດເຊື່ອມໂຍງ, ເຊື່ອມຈອດ ການຂົນສົ່ງການຄ້າ ແລະ ອື່ນໆ. ມາຮອດປັດຈຸບັນຝ່າຍລາວໄດ້ ສຳເລັດໃນການລະດົມທຶນ, ການ ສຳຫລວດ, ສຶກສາ, ອອກແບບ ແລະ ການສຶກສາສິ່ງແວດລ້ອມ ແລ້ວ 90% ຊຶ່ງຈະເລີ່ມລົງມືກໍ່ສ້າງ ໃນປີ 2026. ສ່ວນຝ່າຍຫວຽດນາມ ແມ່ນຢູ່ໃນຂັ້ນຕອນການສຶກສາທາງ ດ້ານເສດຖະກິດ ແລະ ການອອກ ແບບເບື້ອງຕົ້ນຄາດວ່າຈະເລີ່ມລົງ ມືໃນກໍ່ສ້າງໃນປີ 2027 ແລະ ຄາດ ວ່າຈະໃຫ້ສຳເລັດໃນປີ 2030. ສຳລັບການທົງທຶນສະເພາະ ນະ ຄອນຫລວງວຽງຈັນ ຫາ ທ່າເຮືອ ຫວຸ້ງອ່າງ ແຂວງຮ່າຕິ່ງ ສສ ຫວຽດ ນາມ ມູນຄ່າປະມານ 6,6 ຕື້ໂດລາ ສະຫະລັດ, ໂຄງການມີໄລຍະທາງ ທັງໝົດໃນ ສປປ ລາວ 452 ກິໂລ ແມັດ, ແບ່ງອອກເປັນ 2 ເສັ້ນທາງ ຄື: ເສັ້ນທີ 1 ຈາກເມືອງທ່າແຂກ ຫາຊາຍແດນ ລາວ-ຫວຽດນາມ ມີ ຄວາມຍາວ 139,19 ກິໂລແມັດ ເສັ້ນທີ 2 ແຕ່ນະຄອນຫລວງວຽງ ຈັນ ຫາ ເມືອງທ່າແຂກ ແຂວງ ຄໍາມ່ວນ ຄວາມຍາວ 312,81 ກິໂລແມັດ. ສ່ວນເສັ້ນທາງຂອງ ໂຄງການໃນຟາກ ສສ ຫວຽດນາມ ຍາວປະມານ 119 ກິໂລແມັດ. ພາຍຫລັງໂຄງການທາງລົດໄຟ ລາວ-ຫວຽດນາມ ສຳເລັດ ແລະ ເປີດໃຫ້ບໍລິການຈະອຳນວຍຄວາມ ສະດວກໃນດ້ານຕ່າງໆໃຫ້ແກ່ປະ ຊາຊົນຂອງສອງປະເທດ ລາວຫວຽດນາມ ໄດ້ໄປ-ມາຫາສູ່ ເຊິ່ງ ກັນ ແລະ ກັນຢ່າງສະດວກສະບາຍ, ວ່ອງໄວ, ປະຢັດເວລາ ແລະ ປອດ ໄພ, ທັງອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າລະຫວ່າງ ລາວ-ຫວຽດນາມ ຕື່ມອີກ. ພ້ອມນີ້, ເສັ້ນທາງລົດໄຟ ລາວ-ຫວຽດນາມ ຍັງຈະປະກອບສ່ວນຮັດແໜ້ນສາຍ ພົວພັນມິດຕະພາບ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການພັດທະນາ ແລະ ນັບ ມື້ນັບແໜ້ນແຟ້ນໝັ້ນຄົງຂະໜົງແກ່ນ ຂຶ້ນເລື້ອຍໆ. ຂ່າວ: ກິດຕາ, ພາບ: ເກດສະໜາ ຕໍ່ຈາກໜ້າ ຖ່ວງດຶງການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະແມ່ນປະເທດນ້ອຍ ຫລື ໃຫຍ່, ທຸກຍາກ ຫລື ຮັ່ງມີ ກໍລ້ວນ ແຕ່ມີຜົນກະທົບເຊັ່ນດຽວກັນ. ການ ສໍ້ລາດບັງຫລວງພວມເປັນໄພຂົ່ມຂູ່ ຕໍ່ຄວາມມີສະຖຽນລະພາບຂອງ ການຈັດຕັ້ງລັດ ແລະ ເອກະຊົນ, ກໍ່ ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມ ບໍ່ຍຸຕິທໍາໃນສັງຄົມ, ເປັນການບັ່ນ ທອນກໍາລັງແຮງ ກໍຄື ຄວາມເຊື່ອ ໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ ບັນດາສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ, ຍ້ອນເຫັນໄດ້ຜົນ ຮ້າຍ ແລະ ໄພອັນຕະລາຍຂອງການ ສໍ້ລາດບັງຫລວງຄືດັ່ງກ່າວ ຈຶ່ງໄດ້ ມີການຄົ້ນຄວ້າສ້າງກົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນ ຮ່ວມມືລະຫວ່າງປະເທດນັບທັງ ຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ ຢ່າງມີປະສິດທິຜົນຕໍ່ການກະທໍາ ຫລື ພຶດຕິກໍາທີ່ເປັນການສໍ້ລາດ ບັງຫລວງ. ທ່ານ ວິໄລວັນ ບຸດດາຄຳ ຍັງ ໃຫ້ຮູ້ອີກວ່າ: ສົນທິສັນຍາສະຫະ ປະຊາຊາດ ວ່າດ້ວຍການຕ້ານການ ສໍ້ລາດບັງຫລວງ ໄດ້ຖືກຮັບຮອງ ເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ນິວຢອກ, ສະຫະລັດອາເມລິກາ ແລະ ໄດ້ ເປີດໃຫ້ປະເທດຕ່າງໆລົງນາມເຂົ້າ ເປັນສະມາຊິກ, ມາຮອດປັດຈຸບັນ ມີ 190 ປະເທດເຂົ້າເປັນພາຄີ. ສໍາ ລັບ ສປປ ລາວ ແມ່ນໄດ້ລົງນາມ ໃນວັນທີ 10 ທັນວາ 2003 ແລະ ໄດ້ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009. ກອງປະຊຸມອົງການ ສະຫະປະຊາຊາດ ປີ 2003 ຍັງໄດ້ ອອກຍັດຕິ 58 4 ກຳນົດເອົາວັນທີ 9 ທັນວາ ຂອງທຸກໆປີເປັນວັນ ຕ້ານການສໍ້ລາດບັງຫລວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ ກາຍເປັນວັນທີ່ມີຄວາມໝາຍສໍາ ຄັນແຫ່ງຄວາມສາມັກຄີໃນການຕໍ່ ສູ້ຕ້ານການສໍ້ລາດບັງຫລວງຂອງ ບັນດາປະຊາຊາດໃນໂລກ. ສຳລັບ ສປປ ລາວ ໄດ້ຖືສໍາ ຄັນ ແລະ ເອົາໃຈໃສ່ຕໍ່ການສະ ກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ, ຖືເອົາວຽກງານນີ້ເປັນ ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງພັກ-ລັດ ແລະ ການຈັດຕັ້ງທຸກ ຂັ້ນໄດ້ສຸມໃສ່ເຄື່ອນໄຫວວຽກງານ ກວດກາ, ສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫລວງ. ໃນນັ້ນ, ໄດ້ ວາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆຫລາຍສະບັບ ກ່ຽວກັບ ການສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫລວງ, ໄດ້ເອົາໃຈໃສ່ ສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນທຸກຊັ້ນ ຄົນຕ່າງໆດ້ວຍຫລາຍຮູບການເພື່ອ ໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນ ຮ້າຍ ແລະ ໄພອັນຕະລາຍຮ້າຍແຮງ ຂອງການສໍ້ລາດບັງຫລວງ, ມີສະຕິ ເຄົາລົບລະບຽບກົດໝາຍ, ເປັນ ເຈົ້າການເຂົ້າຮ່ວມກັນສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຢ່າງກວ້າງຂວາງ. ພ້ອມນີ້, ໃນພິທີຍັງໄດ້ເຜີຍແຜ່ ຄວາມຮູ້ພື້ນຖານກ່ຽວກັບວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ ແລະ ມີກິດຈະກຳຖາມຕອບກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຕື່ມອີກ. ຂໍ້ມູນ-ພາບ: ສຳນານ ກາແດງແຫ່ງຊາດລາວ ໃຫ້ກວ້າງ ຂວາງ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ຫັນເປັນທັນສະໄໝ ຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ ຂໍ້ມູນຂ່າວສານໃຫ້ສັງຄົມມີຄວາມ ຮັບຮູ້ເຂົ້າໃຈຖືກຕ້ອງຄົບຖ້ວນ ແລະ ຊັດເຈນ. ອົງການກາແດງແຫ່ງຊາດລາວ ມີພາລະບົດບາດສໍາຄັນໃນການ ປະກອບສ່ວນຊ່ວຍລັດຖະບານ, ໃຫ້ການຊ່ວຍເຫລືອດ້ານວຽກງານ ມະນຸດສະທໍາໃຫ້ແກ່ປະຊາຊົນທີ່ ດ້ອຍໂອກາດ, ທຸກຍາກຂາດເຂີນ ແລະ ໄດ້ຮັບຜົນກະທົບຈາກໄພພິ ບັດຕ່າງໆໃນຂອບເຂດທົ່ວປະເທດ ຊຶ່ງພາລະບົດບາດດັ່ງກ່າວຈະບັນ ລຸຕາມຄາດໝາຍທີ່ວາງໄວ້ນັ້ນ, ຖ້າຫາກປາສະຈາກການເຜີຍແຜ່ ໂຄສະນາຂໍ້ມູນຂ່າວສານທີ່ຖືກຕ້ອງ ຕາມລະບຽບການ ແລະ ເຂັ້ມແຂງ ໜັກແໜ້ນ ແລະ ທັນການ. ສະນັ້ນ, ວຽກງານໂຄສະນາ ຂ່າວສານປຽບເໝືອນກະບອກ ສຽງອັນໜຶ່ງຂອງອົງການກາແດງ ແຫ່ງຊາດລາວ ທີ່ບໍ່ພຽງແຕ່ເປັນ ການເຄື່ອນໄຫວວຽກງານດ້ານ ຕ່າງໆແຕ່ຍັງເປັນການເຜີຍແຜ່ ບັນດາວຽກງານ, ຫລັກການໃນ ການຊ່ວຍເຫລືອປະຊາຊົນ ກໍຄື ສິ່ງ ທີ່ເປັນພື້ນຖານສໍາຄັນຂອງການ ເຄື່ອນໄຫວວຽກງານຂອງອົງການ ກາແດງແຫ່ງຊາດ ທັງສາມາດ ລະດົມ, ຊຸກຍູ້, ປະກອບສ່ວນ ຫລື ການມີສ່ວນຮ່ວມທຸກພາກສ່ວນ ຂອງສັງຄົມ ຊຶ່ງສື່ມວນຊົນເປັນ ກະບອກສຽງສໍາຄັນທີ່ຈະເປັນຂົວ ຕໍ່ໃນການສົ່ງຂໍ້ມູນຂ່າວສານແຫ່ງ ຄວາມເປັນຫ່ວງເປັນໃຍຂອງພັກລັດຖະບານ ກໍຄື ອົງການກາແດງ ແຫ່ງຊາດລາວອອກສູ່ສັງຄົມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີວຽກງານ ຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ, ວຽກງານປຸກລະດົມຂົນຂວາຍບໍ ລິຈາກເລືອດ-ສະໜອງເລືອດທີ່ ປອດໄພ, ວຽກງານສົ່ງເສີມສຸຂະ ພາບຂັ້ນພື້ນຖານ, ການປະຖົມ ພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາ ແລະ ຂົນຂວາຍ ແຫລ່ງທຶນ, ວຽກງານສ້າງສະມາ ຊິກ ແລະ ອາສາສະໝັກກາແດງ, ວຽກງານການສືບທາວຫາຍາດ ພີ່ນ້ອງ, ວຽກງານພົວພັນ ແລະ ຮ່ວມມືສາກົນ ລວມທັງການແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານກາແດງລະ ຫວ່າງອົງການກາແດງແຫ່ງຊາດ ລາວ ແລະ ບັນດາສື່ມວນຊົນ ເພື່ອ ພັດທະນາວຽກງານສື່ ແລະ ຄວາມ ອາດສາມາດໃນການມີສ່ວນຮ່ວມ ຂອງສື່ມວນຊົນຕໍ່ວຽກງານກາແດງ ແຫ່ງຊາດລາວ ແລະ ອື່ນໆ. ຕໍ່ຈາກໜ້າ
RkJQdWJsaXNoZXIy MTc3MTYxMQ==