7170

09/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະບັບໜ້າ ບົດສະເໜີ 50 xu dkoIj ;,,n ]k;{9u o c|h oc2h o ltmh vo7;k,leg]a f9kd]k;l6j lkdq o ໂດຍ ເກີດຂວັນໃຈ ມາລີຈັນສີ sa o,kx6 d/a '{]h P'la f gxa ovk-u [glu , lh k']kpIa [g0Q kl6j 7v[7q ;s]kpIh vp]h kodu [8+ xu ຂປລ. ດັ່ງທີ່ເຮົາຮູ້ນໍາກັນແລ້ວ ວ່າ, ການເຮັດອາຊີບກະສິກໍາ ແມ່ນ ອາຊີບຫລັກຂອງປະຊາຊົນລາວ ເນື່ອງຈາກຜົນຜະລິດກະສິກໍາ ເປັນ ທີ່ຕ້ອງການຂອງຕະຫລາດຢູ່ສະເໝີ ບໍ່ວ່າຈະຜະລິດໃນລະດູໃດກໍໄດ້ ຂາຍ. ສະນັ້ນ, ຈຶ່ງເຮັດໃຫ້ປະຊາຊົນ ບັນດາເຜົ່າຢຶດອາຊີບການຜະລິດ ກະສິກໍາ ແລະ ບາງຄອບຄົວກໍເຮັດ ເປັນອາຊີບເສີມຄຽງຄູ່ກັບວຽກ ປະຈຳ ເພື່ອສ້າງລາຍຮັບອີກຊ່ອງ ທາງເຂົ້າຄອບຄົວ ເໝືອນດັ່ງຄອບ ຄົວຂອງ ທ່ານ ຄໍາຜາ ຫລວງແສງ ເພັດ ເກີດໃນຄອບຄົວພະນັກງານ ທີ່ມີມູນເຊື້ອດຸໝັ່ນໃນການອອກ ແຮງງານ, ເອົາວຽກງານກະສິກໍາ ໄປຄຽງຄູ່ກັບອາຊີບພະນັກງານ ຈົນປະສົບຜົນສໍາເລັດສາມາດສ້າງ ລາຍຮັບ 157 ລ້ານກີບຕໍ່ປີ. ໃນຖັນແຖວຂອງກອງທັບປະຊາ ຊົນລາວ ສະຫາຍໄດ້ສະໝັກໃຈເຂົ້າ ເປັນທະຫານໃນປີ 2010, ໃນຕະ ຫລອດໄລຍະທີ່ເຂົ້າມາໃນຖັນແຖວ ກອງທັບ ສະຫາຍໄດ້ຊອກຮູ້ຮໍ່າ ຮຽນນຳໝູ່ເພື່ອນດ້ວຍກັນ ແລະ ໄດ້ ຮັບການຊີ້ນຳມອບໝາຍໜ້າທີ່ວຽກ ງານອັນລະອຽດຈາກຄະນະພັກຄະນະບັນຊາ ບວກກັບຄວາມອົດ ທົນພະຍາຍາມ, ດຸໝັ່ນຂະຫຍັນ ພຽນ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນ ເອງໃນທຸກດ້ານເປັນຕົ້ນແມ່ນການ ປະຕິບັດຂໍ້ກຳນົດກົດລະບຽບ 7 ລະ ບອບ 18 ວຽກໃນມື້ໜຶ່ງຂອງກອງ ຫ້າວຫັນດຸໝັ່ນເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດສະໜອງເຂົ້າເຮືອນ ຄົວລວມ ແລະ ກາຍເປັນການສ້າງ ລາຍຮັບບວກໃສ່ກັບເງິນເດືອນແຕ່ ລະເດືອນເຮັດໃຫ້ຊີວິດການເປັນ ຢູ່ນັບມື້ດີຂຶ້ນເລື້້ອຍໆ ຊຶ່ງສະແດງ ອອກໃນການຕອບສະໜອງຊີ້ນ ເຂົ້າເຮືອນຄົວ ໄດ້ 4.980 ກິໂລຕໍ່ ປີ, ປັດຈຸບັນກຳລັງລ້ຽງສັດຕ່າງໆ ເຊັ່ນ: ງົວ 31 ໂຕ, ສັດປີກ 560 ໂຕ, ປາ 15.600 ໂຕ ແລະ ກົບ 3.000 ໂຕ, ຜ່ານມາສາມາດສ້າງລາຍຮັບ ຈາກການປູກຝັງ-ລ້ຽງສັດສ້າງ ລາຍຮັບໄດ້ 157 ລ້ານກີບ. ທ່ານ ຄໍາຜາ ເວົ້າຕື່ມວ່າ: ພາຍ ຫລັງທີ່ຫັນມາເຮັດການຜະລິດແບບ ປະສົບປະສານ ເຮັດໃຫ້ຄອບຄົວດີ ຂຶ້ນກວ່າເມື່ອກ່ອນຫລາຍຄອບຄົວ ມີຢູ່ມີກິນ ທັງມີຄວາມຜາສຸກ ລູກໄດ້ ຮັບການສຶກສາຮໍ່າຮຽນສາມາດ ສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ ເທື່ອລະກ້າວ. ຜົນສຳເລັດດັ່ງກ່າວ ກໍຍ້ອນຄວາມອົດທົນດຸໝັ້ນ ຫັນໃຊ້ ເນື້ອທີ່ໃຫ້ເກີດປະໂຫຍດສູງສຸດ ບໍ່ ເຮັດວຽກໜ້າດຽວຕ້ອງເຮັດຫລາຍ ຢ່າງຄຽງຄູ່ກັນໄປ. ທັບ. ໄປຄຽງຄູກັບການເຮັດສໍາ ເລັດໜ້າທີ່ວຽກງານວິຊາສະເພາະ ແລ້ວ, ສະຫາຍຍັງໄດ້ເປັນແບບ ຢ່າງໃນການອອກແຮງງານດ້ວຍ ການເສີມຂະຫຍາຍມູນເຊື້ອຄວາມ ທ່ານ ຄໍາຜາ ຫລວງແສງເພັດ ມີຖິ່ນຖານບ້ານເກີດ ຢູ່ບ້ານໂພນສະ ອາດ, ເມືອງປາກຊັນ, ແຂວງບໍລິຄຳ ໄຊ, ຄອບຄົວເປັນພະນັກງານສັງ ກັດລັດ, ເປັນລູກຜູ້ທີ 1 ມີອ້າຍເອື້ອຍ ນ້ອງທັງໝົດ 5 ຄົນ, ຍ້ອນມີຄວາມ ຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຢາກປະກອບສ່ວນຮັບໃຊ້ຊາດ ຂປລ. ນັບແຕ່ສະຖາປະນາ ສປປ ລາວ ໃນໄລຍະ 50 ປີ ( 2 ທັນວາ 1975-2 ທັນວາ 2025 ) ພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສ ແລະ ປີຊາສາມາດຂອງ ພັກ ໄດ້ສະທ້ອນໃຫ້ເຫັນຄວາມສໍາ ເລັດຢ່າງຫລວງຫລາຍທີ່ຍາດມາ ໄດ້ເປັນປະຈັກຕາ ແລະ ເປັນຄວາມ ເອກອ້າງທະນົງໃຈຂອງປວງຊົນ ລາວທັງຊາດຕໍ່ຊາວໂລກ. ຜ່ານການຈັດຕັ້ງປະຕິບັດຕົວ ຈິງໂດຍຈາກທີ່ພວກເຮົາບໍ່ມີຫຍັງ ພາຍຫລັງສິ້ນສຸດສຽງປືນແຕກ, ປະກາດເອກະລາດ ແລະ ສ້າງຕັ້ງ ປະເທດຂອງພວກເຮົາຢ່າງສົມບູນ ເລີ່ມຈາກພວກເຮົາມີພຽງແຫລ່ງ ພະລັງງານໄຟຟ້າ 2 ແຫ່ງ (ເຂື່ອນ ໄຟຟ້າເຊລະບໍາ ແລະ ເຂື່ອນໄຟຟ້າ ນໍ້າງື່ມໃນປີ 1975) ເພີ່ມຂຶ້ນເຖິງ 80 ກວ່າແຫ່ງ ເຮັດໃຫ້ປະຊາຊົນມີ ໄຟຟ້າໃຊ້ໃນຄົວເຮືອນຫລາຍກວ່າ 90% ຈາກທາງຫລວງແຫ່ງຊາດ 2 ເສັ້ນຫລັກ (ທາງເລກທີ 13 ໃຕ້ ແລະ 13 ເໜືອ) ເພີ່ມຂຶ້ນເປັນ 10 ເສັ້ນທາງພ້ອມຂົວຂ້າມແມ່ນໍ້າຂອງ ຫລາຍແຫ່ງ ເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ-ສາກົນ ຈາກປະເທດ ບໍ່ມີເສັ້ນທາງອອກສູ່ທະເລກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດຄັ້ງ ປະຫວັດສາດ ຜ່ານໂຄງການທາງ ລົດໄຟລາວ-ຈີນ ພາຍໃຕ້ຂອບຮ່ວມ ມືຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ທີ່ມີເຄືອຂ່າຍຄວບຄຸມ 150 ກວ່າ ປະເທດທົ່ວໂລກ. ປີ 1955 ລາວ ເຂົ້າເປັນພາຄີ ຂອງອົງການສະຫະປະຊາຊາດ ປີ 1997 ເຂົ້າເປັນສະມາຊິກອາຊຽນ, ປີ 2013 ເຂົ້າເປັນສະມາຊິກຂອງ ອົງການໆຄ້າໂລກ ປັດຈຸບັນລາວມີ ສາຍພົວພັນການທູດກັບ 151 ປະ ເທດ ເມື່ອທຽບໃສ່ນະໂຍບາຍຈິນ ຕະນາການໃໝ່ ໃນປີ 1986 ໄດ້ຂະ ຫຍາຍເຂົ້າສູ່ລ່ວງ, ຫລ້າສຸດກອງ ປະຊຸມຄັ້ງທີ 25 ຂອງສະພາມົນຕີ ປະມຸກລັດປະເທດສະມາຊິກອົງການ ຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນ ທຽນສິນ ສປ ຈີນ ໃນວັນທີ 1 ກັນຍາ 2025 ໄດ້ເຫັນດີເປັນເອກະພາບ ກັນຮັບເອົາ ສປປ ລາວ ເຂົ້າເປັນປະ ເທດຄູ່ເຈລະຈາ ປະເທດທີ 15 ຢ່າງ ເປັນທາງການ ເຮັດໃຫ້ມາຮອດ ປັດຈຸບັນ ອົງການຮ່ວມມືຊຽງໄຮ້ (SCO) ມີສະມາຊິກທັງໝົດ 10 ປະເທດ, ມີ 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ (ລວມ ທັງ ສປປ ລາວ) ແລະ ອື່ນໆ. ຕໍ່ຄວາມສໍາເລັດເຫລົ່ານັ້ນ, ໄດ້ ປູພື້ນຖານສໍາຄັນທີ່ສຸດຂອງພັກລັດ ເພື່ອສືບຕໍ່ສ້າງບາດລ້ຽວໃໝ່, ສ້າງຄູ່ຮ່ວມມືກັບບັນດາປະເທດ ເພື່ອນມິດສາກົນບົນພື້ນຖານເພີ່ມ ມິດຫລຸດຜ່ອນສັດຕູຄວບຄູ່ກັບການ ຮ່ວມມືຫລາຍທິດຫລາຍທາງຢ່າງ ຖືກຕ້ອງ ແລະ ກ້າວໄປຫາການພັດ ທະນາຍືນຍົງ, ສ້າງຄວາມຈະເລີນ ຮຸ່ງເຮືອງ, ມີຄວາມສີວິໄລ, ມີ ຄວາມສະຫງົບ, ມີຄວາມຍຸຕິທໍາ ແລະ ປະຊາຊົນລາວບັນດາເຜົ່າກິນ ອີ່ມນຸ່ງອຸ່ນ, ຊີວິດການເປັນຢູ່ດີຂຶ້ນ ເຊິ່ງຜົນງານການເຄື່ອນໄຫວ ແລະ ຄວາມສໍາເລັດຢ່າງຫລວງຫລາຍ ໃນໄລຍະຜ່ານ ເພື່ອສະທ້ອນໃຫ້ເຫັນ ວິໄສທັດ ແລະ ແງ່ມູມຄວາມຈິງ. ໃນໂອກາດວັນສໍາຄັນຂອງຊາດ ປິ່ນອ້ອມກໍຄືວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ ນີ້, ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໄດ້ຖື ໂອກາດສໍາຄັນນີ້ ໃຫ້ສໍາພາດສື່ມວນ ຊົນຈີນ (ວິທະຍຸ-ໂທລະພາບສູນ ກາງຈີນ ຫລື CMG) ເມື່ອບໍ່ດົນມາ ນີ້, ໂດຍມີເນື້ອໃນຕາມລຳດັບດັ່ງນີ້: ຄຳຖາມ1: ຫວ່າງເດືອນຕຸລາ ຜ່ານມາ ສູນກາງພັກກອມມູນິດຈີນ ໄດ້ໄຂກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 20 ຂຶ້ນ ເຊິ່ງກອງປະ ຊຸມຄັ້ງນີ້ໄດ້ມີການສະຫລຸບການ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ທ່ານຕີລາຄາແນວ ໃດຕໍ່ໝາກຜົນການພັດທະນາ ທີ່ຈີນ ໄດ້ຮັບໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 14 ກ່ອນອື່ນຂໍສະແດງຄວາມຂອບ ໃຈມາຍັງວິທະຍຸ-ໂທລະພາບສູນ ກາງຈີນ ທີ່ໄດ້ໃຫ້ຂ້າພະເຈົ້າໄດ້ມາ ສຳພາດໃນມື້ນີ້, ຕໍ່ຄຳຖາມມື້ນີ້ ຂ້າ ພະເຈົ້າເຫັນວ່າ ກອງປະຊຸມຄົບຄະ ນະຄັ້ງທີ 4 ສະໄໝທີ 20 ຂອງ ສູນກາງພັກກອມມູນິດຈີນ ເປັນເຫດ ການທີ່ສຳຄັນຂອງພັກກອມມູນິດ ຈີນ ກໍຄືປະຊາຊົນຈີນໃນທົ່ວປະເທດ ອັນສຳຄັນແມ່ນກອງປະຊຸມໄດ້ສະ ຫລຸບຄືນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14, ໂດຍສະເພາະຂ້າພະເຈົ້າ ເຫັນວ່າ ການປະຕິບັດແຜນການ 5 ປີ ຄັ້ງທີ 14 ໄດ້ຮັບຜົນສຳເລັດ ທີ່ໜ້າເພິ່ງພໍໃຈທີ່ສຸດ ເນື່ອງຈາກ ວ່າການພັດທະນາເສດຖະກິດ-ສັງ ຄົມໃນໄລຍະດັ່ງກ່າວນັ້ນ ເປັນໄລ ຍະທີ່ບໍ່ປົກກະຕິ ເປັນໄລຍະທີ່ຫຍຸ້ງ ຍາກ, ແຕ່ດ້ວຍການນຳພາທີ່ເຂັ້ມ ແຂງຂອງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ ບວກກັບຄວາມສາມັກຄີປຸ້ມລຸມ ຂອງປະຊາຊົນຈີນ ທົ່ວປະເທດທີ່ ເປັນກຳລັງແຮງທີ່ບໍ່ເຫືອດແຫ້ງ ໄດ້ເຮັດໃຫ້ການພັດທະນາເສດຖະ ກິດຂອງຈີນເວົ້າລວມ, ເວົ້າສະ ເພາະແມ່ນແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ 14 ໄດ້ບັນ ລຸຜົນສຳເລັດທີ່ເປັນໜ້າເພິ່ງພໍໃຈ ເຮັດໃຫ້ປະເທດຊາດຂອງຈີນສືບຕໍ່ ໄດ້ຮັບການພັດທະນາ, ພວກເຮົາ ລ້ວນແຕ່ຮັບຮູ້ນຳກັນວ່າ ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມດັ່ງກ່າວ ແມ່ນຢູ່ໃນສະ ພາບແວດລ້ອມຂອງສາກົນທີ່ບໍ່ປົກ ກະຕິ. ພ້ອມກັນນັ້ນ, ເຫດການທີ່ ທັງໂລກໄດ້ຮັບຜົນກະທົບທີ່ໜັກ ໜ່ວງກໍແມ່ນການລະບາດພະຍາດ ໂຄວິດ-19, ແຕ່ເມື່ອມາເບິ່ງການ ພັດທະນາເສດຖະກິດ-ສັງຄົມ ຂອງ ຈີນ ພັດສືບຕໍ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ມີຫລາຍປະເທດໄດ້ ຮັບກະທົບ ແລະ ເຮັດໃຫ້ເສດຖະກິດ ທັງໂລກກໍທົດຖອຍ ແຕ່ຈີນຍັງສືບ ຕໍ່ພັດທະນາໄປດ້ວຍຖ່ວງທ່າທີ່ດີ ອັນໄດ້ສ້າງພື້ນຖານສຳຄັນໃຫ້ແກ່ ການສືບຕໍ່ວາງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ທີ່ຈະ ມາເຖິງນີ້. ອ່ານຕໍ່ສະບັບໜ້າ -u ;y f c]t rk]tdy fxt8y ;a f 0v'xtmko wdlvo rq ,;y sko ຂປລ. ປະທານໄກສອນພົມວິຫານ ເກີດໃນວັນທີ 13 ທັນວາ 1920 ທີ່ ບ້ານນາເຊງ, ເມືອງຄັນທະບູລີ, ແຂວງ ສະຫວັນນະເຂດ ໃນຄອບຄົວທີ່ພໍ່ເປັນ ຂ້າລາຊະການ ແລະ ແມ່ເປັນຊາວນາ ທີ່ຍຶດໝັ້ນໃນຫລັກທໍາຄໍາສອນຂອງ ພຸດທະສາສະໜາ ແລະ ຮີດຄອງປະເພນີ ລາວ. ປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກຂອງຄອບຄົວ, ມີນ້ອງ ສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ. ຊີວິດເມື່ອເຍົາ ໄວຂອງປະທານ ໄກສອນ ພົມວິຫານ ແມ່ນຊີວິດອັນອົບອຸ່ນດ້ວຍຄວາມຮັກ ແລະ ຄວາມເອົາໃຈໃສ່ຂອງພໍ່ແມ່, ເພິ່ນ ໄດ້ຮັບການລ້ຽງດູ ແລະ ການອົບຮົມ ສັ່ງສອນຈາກພໍ່ແມ່ໃຫ້ເປັນເດັກດີມີວິ ໄນ ແລະ ໃຝ່ຫາການສຶກສາ, ເມື່ອອາຍຸ 7 ປີ ເພິ່ນໄດ້ເຂົ້າຮຽນຊັ້ນປະຖົມພາສາ ລາວຕໍ່ມາເປັນພາສາຝຣັ່ງ, ເພິ່ນໄດ້ຕັ້ງ ໃຈຮຽນ, ດຸໝັ່່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະ ຮຽນໄດ້ຄະແນນ ດີ. ປະທານ ໄກສອນ ພົມວິຫານ ນອກ ຈາກເປັນຜູ້ທີ່ມີຄວາມດຸໝັ່ນໃນການ ຮ່ຳຮຽນແລ້ວ ທ່ານຍັງເປັນຜູ້ເຫລື້ອມ ໃສສັດທາໃນພຸດທະສາສະໜາ, ມັກ ອ່ານໜັງສືໃບລານ ແລະ ມັກຮັກໃນ ສິລະປະດົນຕີ ໂດຍສະເພາະແມ່ນການ ເປົ່າແຄນ ແລະ ມັກຫລິ້ນກິລາ. ພາຍ ຫລັງຮຽນຈົບຊັ້ນປະຖົມພາສາຝຣັ່ງ ທີ່ແຂວງສະຫວັນນະເຂດ ເພິ່ນໄດ້ໄປ (ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025) ຮຽນຕໍ່ທີ່ວິທະຍາໄລໂປຣເຕັກໂຕຣາ (ອາລັກຂາ) ທີ່ຮ່າໂນ້ຍ ປະເທດ ຫວຽດນາມ ເຊິ່ງເປັນສູນກາງດ້ານວັດ ທະນະທຳ-ສັງຄົມ-ການເມືອງ ຂອງ ບັນດາປະເທດໃນອິນດູຈີນ ຄາວນັ້ນ. ໃນຊຸມປີ 1936-1939 ຢູ່ນະຄອນ ຮ່າໂນ້ຍ ໄດ້ມີຂະບວນການຕໍ່ສູ້ເລັ່ງ ທວງເອົາສິດເສລີພາບ ແລະ ປະຊາທິ ປະໄຕ ປະທານ ໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມຂະບວນການດັ່ງກ່າວ ນັ້ນ. ເພິ່ນມັກຮຽນ ແລະ ມັກຊອກຮຽນ ຮູ້ສິ່ງໃໝ່ໆ ໂດຍສະເພາະແມ່ນເພິ່ນມັກ ອ່ານໜັງສືພິມ “ເລິຕຣາວາຍ” (ແຮງ ງານ) ເຊິ່ງເປັນກະບອກສຽງຂອງພັກ ກອມມູນິດອິນດູຈີນ, ພ້ອມກັນນັ້ນ ເພິ່ນ ຍັງໄດ້ຮຽນມວຍຫວຽດນາມ, ມວຍ ຈີນ, ມວຍຢູໂດ ເພື່ອປ້ອງກັນຕົວ. ປີ 1943 ເພິ່ນໄດ້ຮຽນຈົບອຸດົມສຶກ ສາພາສາຝຣັ່ງ, ຫລັງຈາກນັ້ນ, ເພິ່ນ ກໍ່ໄດ້ເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ ໃນຂະແໜງກົດໝາຍທີ່ຮ່າໂນ້ຍ, ເພິ່ນ ເປັນຜູ້ໜຶ່ງໃນຈໍານວນຄົນທີ່ຮຽນເກັ່ງ ແລະ ມີພອນສະຫວັນທາງດ້ານນີ້. ປີ 1944 ເພິ່ນໄດ້ເຂົ້າຮ່ວມເປັນສະມາຊິກ ສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທໍາອິດຂອງການ ເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພິ່ນໄດ້ປະກອບສ່ວນຢ່າງຫ້າວຫັນໃນ ຂະບວນການຫວຽດມິນ, ຕໍ່ມາໄດ້ເຂົ້າ ຮ່ວມໃນຂະບວນການຢຶດອໍານາດການ ປົກຄອງຈາກກໍາມືຂອງພວກຍີ່ປຸ່ນ ຢູ່ ແຂວງສະຫວັນນະເຂດ ໃນວັນທີ 23 ສິງຫາ 1945. ເດືອນມີນາ-ເດືອນທັນວາ 1946 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າ ຮ່ວມເຮັດວຽກໃນຄະນະຕິດຕໍ່ ລາວ - ຫວຽດນາມ.ປີ1947-1948.ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຊີວິດຂອງ ນັກປະຕິວັດໜຸ່ມ, ເພິ່ນໄດ້ເຮັດວຽກ ຢູ່ໃນອົງການໂຄສະນາຂອງເຂດ 12 ພາກເໝືອຫວຽດນາມ, ໄດ້ຄົ້ນຄວ້າ ເອກະສານ, ບົດຄວາມເຫັນ, ບົດຂຽນ ຕ່າງໆຂອງບັນດາຜູ້ນໍາການປະຕິວັດ ຫວຽດນາມ ເປັນຕົ້ນແມ່ນຂອງປະທານ ໂຮ່ຈີີ່ມິງ, ເຈືອງຈິງ, ທ່ານ ຟາມວັນດົງ, ທ່ານ ຫວໍຫງວຽນຢາບ ແລະ ໄດ້ອ່ານ ປື້ມກ່ຽວກັບລັດທິມາກ-ເລນິນ, ບົດ ນິພົນທິດສະດີປະຕິວັດອື່ນໆ ຊຶ່ງໄດ້ ກາຍເປັນພື້ນຖານທາງດ້ານແນວຄິດ, ເປັນອາວຸດອັນແຫລມຄົມ ທາງດ້ານ ສະຕິປັນຍາ ເພື່ອກ້າວສູ່ຄວາມເປັນຜູ້ ນໍາຂະບວນການຕໍ່ສູ້ຂອງປະຊາຊົນ ເຮົາໃນເວລາຕໍ່ມາ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==