7170

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 09/12/2025 xtgmf]k; K ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາມື ) ໄດ້ມອບສານຕາຕັ້ງໃຫ້ທ່ານ ທິບພະສອນ ແສງສຸຣິຍະ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ຟີລິບປິນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາມື ) ຕ້ອນຮັບ ການເຂົ້າຍື່ນສານຕາຕັ້ງຂອງທ່ານ ເຊຣເກ ວະລາດີມີໂຣວິຈ ຊົດສະກີ ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ສານອວຍພອນວັນຊາດ... ສານອວຍພອນວັນຊາດ... ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ເນື້ອໃນຂອງສານລະບຸວ່າ: ຂ້າພະເຈົ້າ, ເນື່ອງໃນໂອກາດ ວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຂໍສົ່ງຄໍາອວຍພອນ ໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງລັດຖະບານ ແລະ ປະຊາຊົນລາວ. ຂ້າພະເຈົ້າ, ຂໍສະແດງຄວາມ ຍິນດີທີ່ພາຍໃຕ້ການການນຳພາຊີ້ນຳອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ໄດ້ປະສົບຜົນສຳເລັດ ອັນໃຫຍ່ຫລວງໃນທຸກຂະແໜງ ການຂອງເສດຖະກິດ-ສັງຄົມ ໂດຍ ຍຶດໝັ້ນອຸດົມການສັງຄົມນິຍົມໃນ ຕະຫລອດໄລຍະ 50 ປີທີ່ຜ່ານມາ. ຂ້າພະເຈົ້າ, ຂໍຖືໂອກາດນີ້, ສະ ແດງຄວາມເຊື່ອໝັ້ນວ່າສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ເປັນ ມູນເຊື້ອລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ຈະສືບຕໍ່ເສີມ ຂະຫຍາຍໃຫ້ສອດຄ່ອງກັບນໍ້າໃຈ ຕົກລົງກັນທີ່ໄດ້ຮັບການບັນລຸໃນ ການພົບປະສຸດຍອດທີ່ເປັນທາງ ດ້ານປະຫວັດສາດລະຫວ່າງສອງ ປະເທດພວກເຮົາ ແລະ ຂໍອວຍພອນ ໃຫ້ສະຫາຍຈົ່ງປະສົບຜົນສຳເລັດ ອັນໃຫຍ່ຫລວງກວ່າເກົ່າໃນການ ສ້າງສາພັດທະນາປະເທດຊາດ ໃຫ້ ຈະເລີນຮຸ່ງເຮືອງ. ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຮັບສານສະ ແດງຄວາມຊົມເຊີຍຈາກສະຫາຍ ຊອຍ ເຊີນ ຮີ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ເນື່ອງໃນໂອກາດວັນສະ ຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ເຊັ່ນດຽວກັນ. ຂ້າພະເຈົ້າ ແລະ ພັນລະຍາ ມີຄວາມ ຍິນດີສົ່ງຄໍາຊົມເຊີຍອັນອົບອຸ່ນມາ ຍັງທ່ານ ແລະ ປະຊາຊົນລາວທຸກ ຖ້ວນໜ້າເນື່ອງໃນໂອກາດອັນສະ ຫງ່າລາສີວັນຊາດ ແຫ່ງ ສປປ ລາວ, ລະນຶກເຖິງ ຄົບຮອບ 50 ປີ ນັບຕັ້ງແຕ່ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ເຫດການອັນສຳຄັນນີ້ ໄດ້ສະ ທ້ອນເຖິງການເດີນທາງອັນປະທັບ ໃຈຂອງປວງຊົນລາວ ດ້ວຍຄວາມ ມານະອົດທົນອັນຍາວນານ, ມີ ຄວາມອຸດົມສົມບູນ ມໍລະດົກທາງ ວັດທະນະທໍາ ແລະ ມີການປະກອບ ສ່ວນອັນເຕີບໃຫຍ່ຂະຫຍາຍຕົວຕໍ່ ວຽກງານພາກພື້ນ ແລະ ສາກົນ. ສະແດງຄວາມປິຕິຍິນດີຢ່າງເລິກ ເຊິ່ງທີ່ເຫັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງສອງຊາດພວກ ເຮົາຈາກການເຮັດວຽກຮ່ວມກັນ ເພື່ອເກັບກູ້ລະເບີດທີ່ບໍ່ທັນແຕກ ສານອວຍພອນວັນຊາດ... ສານອວຍພອນວັນສະຖາປະນາ... ລົງນາມເອກະສານ... ປະທານປະເທດ... ປະທານປະເທດ ຮັບສານ... ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ເນື້ອໃນຂອງສານໄດ້ລະບຸວ່າ: ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ຂ້າພະເຈົ້າຂໍສະແດງຄວາມ ຊົມເຊີຍ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ. ຂະນະທີ່ກຳລັງສະເຫລີມສະ ຫລອງຄົບຮອບເຄິ່ງສະຕະວັດແຫ່ງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າ ພະເຈົ້າຕີລາຄາສູງຕໍ່ການພົວພັນ ອັນດີງາມ ແລະ ການຮ່ວມມືຢ່າງ ກວ້າງຂວາງລະຫວ່າງສອງປະເທດ ພວກເຮົາ ຊຶ່ງໄດ້ສ້າງຂຶ້ນບົນການ ເຄົາລົບ ແລະ ຄວາມເພິ່ງພໍໃຈເຊິ່ງ ກັນ ແລະ ກັນ. ຂ້າພະເຈົ້າເຊື່ອ ໝັ້ນວ່າການພົວພັນມິດຕະພາບ ຂອງສອງປະເທດພວກເຮົາກໍຈະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງໃນອະ ນາຄົດບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ. ໃນໂອກາດດັ່ງກ່າວ, ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນຕີ ຮົງກາລີ ແລະ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີ ກະຊວງການຕ່າງປະ ເທດ ແລະ ການຄ້າ ຮົງກາລີ ກໍໄດ້ ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ປະຊາຊົນລາວ ເນື່ອງໃນໂອກາດ ສະເຫລີມສະຫລອງວັນ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ເນື້ອໃນສານໄດ້ລະບຸວ່າ: ໃນ (Recep Tayyip Erdogan) ແຫ່ງ ສາທາລະນະລັດ ຕວັກກີ ທີ່ ນະຄອນຫລວງອັງກາລາ, ເນື່ອງໃນ ໂອກາດວັນຊາດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ເນື້ອໃນຂອງສານໄດ້ລະບຸວ່າ: ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນ ສະໄໝເປັນປັດໄຈທີ່ສໍາຄັນໃນ ການພັດທະນາທຸກຂົງເຂດວຽກ ງານ ແລະ ມີຄວາມຈໍາເປັນສໍາ ລັບ ສປປ ລາວ ຊຶ່ງກະຊວງການ ຕ່າງປະເທດ ຖືເອົາການຫັນເປັນ ທັນສະໄໝແບບດີຈິຕອນ ເປັນວຽກ ບຸລິມະສິດທີ່ສອດຄ່ອງກັບວິໄສ ທັດການພັດທະນາເສດຖະກິດດີ ຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດ ການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 10 ປີ (20212030), ແຜນພັດທະນາເສດຖະ ກິດ-ສັງຄົມ ແຕ່ລະໄລຍະ, ແຜນແມ່ ບົດດີຈິຕອນອາຊຽນ 2025, ລວມ ທັງການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີV ຂອງອົງຄະນະ ກ້າວສູ່ຄູ່ຮ່ວມໃນຂະແໜງສາທາລະ ນະສຸກ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ພວກເຮົາຈະເຮັດວຽກຮ່ວມກັນໃກ້ ຊິດຕິດແທດຂຶ້ນກວ່າເກົ່າ ເພື່ອຕໍ່ສູ້ ກັບບັນດາສິ່ງທ້າທາຍອັນຮີບດ່ວນ ໃນປັດຈຸບັນ ໂດຍສະເພາະການ ສູນເສຍຢ່າງໄວວາກ່ຽວກັບຊີວະ ນານາພັນ ແລະ ໄພຂົ່ມຂູ່ທີ່ເກີດ ຈາກສະພາບການປ່ຽນແປງດິນຟ້າ ອາກາດ. ຕໍ່ກັບການປົກປ້ອງສິ່ງ ແວດລ້ອມທໍາມະຊາດຂອງພວກ ເຮົາ, ພວກເຮົາເປັນກຽດມອບໝາຍ ຄວາມຮັບຜິດຊອບໃຫ້ແກ່ບັນດາ ຄົນຮຸ່ນຕໍ່ໄປໃນອະນາຄົດ ແລະ ໃຫ້ ຢຶດຖືຄວາມເປັນເຈົ້າການໃນການ ຄຸ້ມຄອງບໍລິຫານຊັບພະຍາກອນ ສິ່ງແວດລ້ອມຢ່າງມີຄວາມຮັບຜິດ ຊອບ ແລະ ມີຈັນຍາບັນ. ຂ້າພະເຈົ້າ ແລະ ພັນລະຍາ ມີ ຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ສົ່ງ ຄໍາອວຍພອນອັນປະເສີດມາຍັງ ທ່ານ ແລະ ປວງຊົນລາວທຸກຖ້ວນ ໜ້າໃນປີຕໍ່ໜ້າ. ນາມປະຊາຊົນການາດາ, ຂ້າພະ ເຈົ້າຂໍສະແດງຄວາມຍິນດີອັນອົບ ອຸ່ນ ແລະ ດ້ວຍຄວາມຈິງໃຈມາ ຍັງທ່ານ ແລະ ປະຊາຊົນລາວທຸກ ຖ້ວນໜ້າໃນຂະນະທີ່ພວກທ່ານ ກຳລັງສະເຫລີມສະຫລອງວັນ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ໂອກາດອັນເປັນປະຫວັດສາດນີ້ ສະແດງໃຫ້ເຫັນເຖິງຄວາມມານະ ອົດທົນ, ຄວາມສາມັກຄີເປັນ ປຶກແຜ່ນ ແລະ ຄວາມກ້າວໜ້າ ຢ່າງບໍ່ຢຸດຢັ້ງຂອງປະຊາຊົນລາວ ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ. ເ ນື່ອງໃນວັນສະ ເ ຫລີມສະ ຫລອງອັນສໍາຄັນນີ້, ການາດາ ຂໍ ຢືນຢັນຄືນການໝັ້ນໝາຍທີ່ຈະເພີ່ມ ທະວີການ ເປັນຄູ່ຮ່ວມເຂົ້າສູ່ລວງ ເລິກ. ດ້ວຍສາຍພົວພັນທາງການ ທູດທີ່ຍາວນານກວ່າຫ້າທົດສະວັດ, ການາດາ ແລະ ສປປ ລາວ ໄດ້ ຮັບຜົນປະໂຫຍດຈາກສາຍພົວພັນ ທີ່ສ້າງສັນ ແລະ ເປັນມິດ, ບົນ ພື້ນຖານການເຄົາລົບນັບຖືເຊິ່ງ ກັນ ແລະ ປະຕິບັດພັນທະຮ່ວມກັນ ເພື່ອສັນຕິພາບ, ການພັດທະນາ ແບບຍືນຍົງ ແລະ ຄວາມຈະເລີນ ຮຸ່ງເຮືອງ. ການາດາ ມີຄວາມ ພູມໃຈເປັນຢ່າງຍິ່ງທີ່ໄດ້ຍົກລະດັບ ຫ້ອງການຕາງໜ້າສະຖານທູດທີ່ ນະຄອນຫລວງວຽງຈັນ ຂຶ້ນເປັນ ສະຖານເອກອັກຄະລັດຖະທູດກາ ນາດາ ເຕັມຮູບແບບໃນຕົ້ນປີນີ້. ສິ່ງ ດັ່ງກ່າວໄດ້ເນັ້ນໜັກໃຫ້ເຫັນເຖິງ ການໝັ້ນໝາຍຂອງພວກເຮົາໃນ ການຮັດແໜ້ນການພົວພັນກັບ ສປປ ລາວ ແລະ ພາກພື້ນອາຊຽນໃຫ້ ກວ້າງຂວາງຂຶ້ນກວ່າເກົ່າ. ສາຍພົວພັນຂອງພວກເຮົາສືບ ຕໍ່ຮັດແໜ້ນ ໂດຍຜ່ານການພົວພັນ ໃນລະດັບສູງ, ລວມທັງການພົບປະ ສອງຝ່າຍລະຫວ່າງສອງນາຍົກ ລັດຖະມົນຕີທ່ານຄານີ(Carney) ແລະ ທ່ານ ສອນໄຊ ສີພັນດອນ (Sonexay SIPHANDONE) ທີ່ກອງປະຊຸມສຸດຍອດອາຊຽນ ໃນ ເດືອນຕຸລາຜ່ານມາ. ພວກເຮົາຍິນດີ ເປັນພິເສດຕໍ່ບົດບາດສໍາຄັນຂອງ ສປປ ລາວ ໃນຖານະເປັນຜູ້ປະສານ ງານກັບການາດາ ໃຫ້ແກ່ອາຊຽນ ແລະ ພວກເຮົາຫວັງຈະເພີ່ມທະວີ ການຮ່ວມມືຂອງພວກເຮົາໃນຊຸມ ປີຕໍ່ໜ້າ. ໃນຂະນະທີ່ທ່ານກຳລັງສະ ເຫລີມສະຫລອງເຫດການອັນສຳ ຄັນນີ້, ຂ້າພະເຈົ້າຂໍອວຍພອນອັນ ປະເສີດມາຍັງທ່ານຈົ່ງມີສັນຕິພາບ ອັນຍາວນານ, ຄວາມຈະເລີນຮຸ່ງ ເຮືອງ ແລະ ຄວາມສົມບູນພູນສຸກ ແກ່ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຕາງໜ້າໃຫ້ປະເທດຂອງຂ້າພະເຈົ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງ ປະເທດ ຈະໄດ້ຮັບການຮັດແໜ້ນຍິ່ງ ຂຶ້ນ ເພື່ອຜົນປະໂຫຍດຂອງປະຊາ ຊົນຂອງພວກເຮົາໃນຕໍ່ໜ້າ. ໃນໂອກາດນີ້ ອີກເທື່ອໜຶ່ງ, ຂ້າ ພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງທ່ານຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ຂໍໃຫ້ ປະຊາຊົນລາວ ເພື່ອນມິດຈົ່ງມີ ຄວາມສົມບູນພູນສຸກ ແລະ ຄວາມ ຈະເລີນຮຸ່ງເຮືອງ. ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຊົມເຊີຍທ່ານເອກ ອັກຄະລັດຖະທູດທັງສອງທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າດ້ວຍ ປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມ ສາມາດທີ່ອຸດົມສົມບູນຂອງທ່ານ ທູດທັງສອງຈະປະກອບສ່ວນອັນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ໄດ້ຮັບການ ພັດທະນາຂຶ້ນສູ່ບາດກ້າວອັນໃໝ່ ໃນຕໍ່ໜ້າ, ຊຸກຍູ້ການແລກປ່ຽນ ຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ການນຳຂັ້ນສູງນຳກັນຈົນເຖິງການ ໄປມາຫາສູ່ລະຫວ່າງປະຊາຊົນ ດ້ວຍກັນ ເພື່ອເປັນພື້ນຖານອັນດີໃຫ້ ແກ່ການຊຸກຍູ້ສົ່ງເສີມການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງ ທຶນ ແລະ ຂະແໜງການອື່ນໆທີ່ ມີທ່າແຮງ ແລະ ມີຄວາມສົນໃຈ ຮ່ວມກັນ. ພ້ອມນີ້, ກໍສະເໜີມາຍັງ ທ່ານທູດທັງສອງ ຈົ່ງສືບຕໍ່ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດບັນດາບົດບັນທຶກ ຄວາມເຂົ້າໃຈທີ່ສອງຝ່າຍໄດ້ ຮ່ວມກັນລົງນາມໃຫ້ປະກົດຜົນເປັນ ຈິງ, ພ້ອມທັງສະເໜີໃຫ້ທ່ານທູດ ໄປຢ້ຽມຢາມບັນດາແຂວງຕ່າງໆ ຂອງ ສປປ ລາວ ເພື່ອເບິ່ງການ ພັດທະນາເສດຖະກິດ-ສັງຄົມຂອງ ບັນດາແຂວງ, ລວມທັງຊ່ວຍຍາດ ແຍ່ງ ແລະ ຂົນຂວາຍບັນດານັກ ທຸລະກິດ-ນັກລົງທຶນ ທີ່ມີຄວາມ ສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນໂອກາດ ດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຂອບໃຈຕໍ່ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງ ໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງສະແດງ ຄວາມຫວັງວ່າທ່ານທູດທັງສອງ ຈະສືບຕໍ່ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ. ໃນຂະນະດຽວກັນ, ທ່ານເອກ ອັກຄະລັດຖະທູດທັງສອງ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄຳເວົ້າ ອັນຈົບງາມຂອງທ່ານປະທານ ປະເທດລາວ ແລະ ການຕ້ອນຮັບ ອັນອົບອຸ່ນໃນໂອກາດມາປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ, ພ້ອມ ທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອັນດີງາມລະຫວ່າງ ສປປ ລາວ ແລະ ປະເທດຕົນໃຫ້ນັບມື້ນັບຂະ ຫຍາຍຕົວ ແລະ ມີບາດກ້າວອັນ ໃໝ່ ເພື່ອນຳເອົາຜົນປະໂຫຍດມາສູ່ ປະເທດຊາດ ກໍຄື ປະຊາຊົນຂອງ ທັງສອງປະເທດ. ໃນວັນດຽວກັນ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ກໍໄດ້ ມອບສານຕາຕັ້ງໃຫ້ແກ່ເອກອັກຄະ ລັດຖະທູດແຕ່ງຕັ້ງຂອງ ສປປ ລາວ 2 ທ່ານ ເພື່ອໄປປະຈໍາຢູ່ຕ່າງປະເທດ ປະກອບມີ: ທ່ານ ນາງ ວິທະຍາ ໄຊຍະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາ ລະນະລັດ ອິນເດຍ ແລະ ທ່ານ ທິບພະສອນ ແສງສຸຣິຍະ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ຟີລິບປິນ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ທ່ານເອກອັກຄະ ລັດຖະທູດແຕ່ງຕັ້ງທັງສອງທີ່ຈະ ໄປປະຕິບັດໜ້າທີ່ການທູດຢູ່ຕ່າງ ປະເທດ, ພ້ອມທັງໄດ້ຊີ້ນໍາໃຫ້ຈົ່ງ ສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງ ຕົນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແຕກ ດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາເອກະສານ ການຮ່ວມມືຕ່າງໆ ທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນແລ້ວນັ້ນໃຫ້ ປະກົດຜົນເປັນຈິງ, ຊຸກຍູ້ການພົບປະ ແລກປ່ຽນ ແລະ ການໄປມາຫາສູ່ ກັນລະຫວ່າງຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ, ຍາດ ແຍ່ງເອົາການຮ່ວມມື ແລະ ການສະ ໜັບສະໜູນຊ່ວຍເຫລືອດ້ານຕ່າງໆ ຈາກສາກົນ, ເອົາໃຈໃສ່ໂຄສະນາ ຂົນຂວາຍບັນດານັກລົງທຶນ, ນັກ ທຸລະກິດ ແລະ ນັກທ່ອງທ່ຽວຕ່າງ ປະເທດໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດ ສູງສຸດມາສູ່ປະຊາຊົນລາວບັນດາ ເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນການລຶບ ລ້າງຄວາມທຸກຍາກໃຫ້ແກ່ປະຊາ ຊົນລາວ ແລະ ໃຫ້ສາມາດນຳພາ ປະເທດຊາດຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາໃນ ປີ 2026 ຕາມເປົ້າໝາຍທີ່ວາງໄວ້. ພາບ: ເກດສະໜາ ພັກກະຊວງການຕ່າງປະເທດ ພາຍ ໃຕ້ຄໍາຂວັນ “ບຸກທະລຸການທູດເສດ ຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”. ນອກຈາກນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ກໍໄດ້ເນັ້ນໜັກເຖິງຄວາມ ສຳຄັນໃນການນໍາໃຊ້ລະບົບເຕັກ ໂນໂລຊີດີຈິຕອນ ເຂົ້າມາຮັບໃຊ້ ໃນວຽກງານຕ່າງໆຂອງພາກລັດ ເພື່ອເຮັດໃຫ້ການບໍລິຫານວຽກງານ ຕ່າງໆມີປະສິດທິພາບຍິ່ງຂຶ້ນ ແລະ ໄດ້ເນັ້ນໃຫ້ກັບພະນັກງານເຖິງການ ຮຽນຮູ້ການນຳໃຊ້ລະບົບເຕັກໂນໂລ ຊີ ແລະ ໂປແກຣມຕ່າງໆທີ່ຈຳເປັນ ເຊັ່ນ: ປັນຍາປະດິດ ຫລືAI ທີ່ກຳລັງ ມີບົດບາດສຳຄັນໃນປັດຈຸບັນ. ບົດບັນທຶກຄວາມເຂົ້າໃຈສະ ບັບນີ້, ຈະເປັນພື້ນຖານສໍາຄັນໃນ ການເຊື່ອມສານຍຸດທະສາດລວມ ແຫ່ງຊາດ ກ່ຽວກັບວຽກງານການ ຫັນເປັນທັນສະໄໝແບບດີຈິຕອນ ເຂົ້າໃນວຽກຕົວຈິງຂອງກະຊວງ ການຕ່າງປະເທດ ເປັນຕົ້ນລະບົບ ການບໍລິການ ແລະ ບໍລິຫານ ລັດແບບດີຈິຕອນ (E-Office, G-Chat, G-Drive...), ການ ຮ່ວມມືສະໜັບສະໜູນປັບປຸງພື້ນ ຖານໂຄງລ່າງການຫັນເປັນທັນສະ ໄໝແບບດີຈິຕອນ ໂດຍຈະເປັນ ກົນໄກ ແລະ ເຄື່ອງມືທີ່ສຳຄັນ ເພື່ອ ເຮັດໃຫ້ລະບົບການບໍລິການ-ການ ບໍລິຫານຂອງລັດຢູ່ໃນກະຊວງການ ຕ່າງປະເທດ ມີປະສິດທິພາບສູງ, ວ່ອງໄວ, ມີຄຸນນະພາບ, ປະຢັດ, ປອດໄພສູງ ແລະ ເຊື່ອຖືໄດ້ ຊຶ່ງ ມີຄວາມສໍາຄັນໃນການຈັດຕັ້ງ ຜັນຂະຫຍາຍແນວທາງການຕ່າງ ປະເທດຂອງ ສປປ ລາວ ເພື່ອ ເປັນກໍາລັງແຮງຊຸກຍູ້ໃຫ້ການທູດ ດ້ານການເມືອງສະໜັບສະໜູນ ຢ່າງຕັ້ງໜ້າ ເພື່ອບຸກທະລຸການທູດ ເສດຖະກິດ.

RkJQdWJsaXNoZXIy MTc3MTYxMQ==