7169.1

gsfdko{dkora fmtok xtgmf]k; ( 08/12/2025 ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງ ວັນທີ 6 ທັນວາ 2025 ຢູ່ໃນເວທີ ບຸນກາເຟລາວ, ຄະນະສະມາຄົມສະ ແດງປະຫລັດຕື້ ເມືອງຈຳປາສັກ ແລະ ຄະນະສາຍຮູບເງົາ ຈາກຂະ ແໜງວັດທະນະທຳ ພະແນກວັດ ທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ ໄດ້ຈັດຕັ້ງຊົມ ການສະແດງປະຫລັດຕື້ ແລະ ຊົມ ຮູບເງົາຈໍໃຫຍ່ ທີ່ມີເນື້ອໃນສ່ອງ ແສງເຖິງການອະນຸລັກຮັກສາຮີດ ຄອງປະເພນີ ວັດທະນະທຳອັນດີ ງາມຂອງຊາດ, ມູນເຊື້ອຂອງພັກ, ຂອງຊາດ ໂດຍສະເພາະມູນເຊື້ອ ການນຳພາຕໍ່ສູ້ກູ້ຊາດ ແລະ ປົກ ປັກຮັກສາສ້າງສາພັດທະນາປະ ເທດຊາດ ຕະລອດໄລຍະ 50 ປີ. ທັງນີ້ກໍເພື່ອສ້າງສີສັນບັນຍາກາດ ຄວາມເບີກບານມ່ວນຊື່ນພາຍໃນ ເມືອງ, ພ້ອມທັງເປັນການສຶກສາ ອົບຮົມສະມາຊິກພັກ, ພະນັກງານລັດຖະກອນປະຊາຊົນຊາວເມືອງ ປາກຊ່ອງ ເຊື່ອມຊຶມກຳແໜ້ນຢ່າງ ເລິກເຊິ່ງ ແລະ ຕັ້ງໜ້າປະຕິບັດພາ ລະກິດປະຕິວັດຂອງຊາດໃຫ້ເເຂງ ແຮງ ແລະ ໜັກແໜ້ນຍິ່ງໆຂຶ້ນ. ທັງເປັນການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ບຸນກາເຟ-ຊາ ແລະ ຜົນຜະລິດກະສິ ກຳເຂດພູພຽງບໍລະເວນ ປີ 2025 ( ຈັ ດ ຂຶ້ນ ໃ ນ ລ ະ ຫ ວ່ າ ງ ວັ ນ ທີ 4-7/12/2025). ເຂົ້່າຮ່ວມຮັບຊົມປະຫລັດຕື້ ແລະ ຮູບເງົາຈໍໃຫຍ່ໃນຄັ້ງນີ້ຍັງມີ ທ່ານ ບຸນລິດ ເທບບຸນສູງ ເລຂາພັກ ເມືອງປາກຊ່ອງ, ທ່ານ ຄຳຂອດ ໝື່ນຫລວງ ປະທານຄະນະກຳມະ ການປົກຄອງເມືອງປາກຊ່ອງ ພ້ອມ ດ້ວຍການນໍາ, ນັກທຸລະກິດ ແລະ ປະຊາຊົນເຂົ້າຮັບຊົມເປັນຈຳນວນ ຫລວງຫລາຍ. ໂອກາດດັ່ງກ່າວ, ຄະນະນຳ ເມືອງປາກຊ່ອງ ແລະ ນັກທຸລະກິດ ຍັງໄດ້ມອບເງິນອຸປະຖຳຊຸກຍູ້ ຄະນະສະມາຄົມສະແດງປະຫລັດຕື້ ເມືອງຈຳປາສັກ ແລະ ຄະນະສາຍ ຮູບເງົາ ຈາກຂະແໜງວັດທະນະທຳ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງຈຳປາສັກອີກ ດ້ວຍ. g,n v'xkd-j v' -q ,dkoltcf'xts]a f8N c]t I6 [g'q k9= .spj lts]v';a o-kf 7q [Iv[ 50 xu ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີເຊັນສັນຍາ ການຊ່ວຍເຫລືອລ້າ ຈາກລັດຖະ ບານຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນ ມັດທະຍົມສົມບູນ ສົມສຸກ ເມືອງ ສະໜາມໄຊ ແຂວງອັດຕະປື ພາຍໃຕ້ ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດໃນຂັ້ນຮາກຖານ ໃນມູນ ຄ່າ 97.000 ກວ່າໂດລາສະຫະລັດ ຈັດຂຶ້ນໃນວັນທີ 4 ທັນວາ 2025 ທີ່ຫ້ອງວ່າການປົກຄອງແຂວງ ອັດຕະປື, ຮ່ວມລົງນາມຄັ້ງນີ້ ໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະ ລັດຖະທູດຍີ່ປຸ່ນ ປະຈໍາ ລາວ ແລະ ທ່ານ ພາວັນດີ ສອນທະວີ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ເມືອງສະໜາມໄຊ, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງໆ ອັດຕະປືແລະ ຄະນະຜູ້ແທນທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໂຄອິຊຸມິ ຊຶໂຕມຸ ໄດ້ແຈ້ງ ຈຸດປະສົງໃນການມາຊ່ວຍເຫລືອ ຄັ້ງນີ້ ແມ່ນເພື່ອສະໜັບສະໜູນການ ກໍ່ສ້າງໂຮງຮຽນມັດທະຍົມສົມບູນ ສົມສຸກ ເມືອງສະໜາມໄຊ ແຂວງ ອັດຕະປື ທີ່ເຫັນວ່າຍັງຂາດແຄນ ໂຄງສ້າງພື້ນຖານດ້ານການສຶກສາ, ລວມທັງການສະໜັບສະໜູນອຸ ປະກອນການຮຽນ-ການສອນ, ຕະ ຫລອດຮອດການສົ່ງເສີມສະພາບ ແວດລ້ອມທີ່ປອດໄພ ແລະ ເໝາະສົມ ສຳລັບນັກຮຽນ. ໂອກາດດັ່ງກ່າວ, ທ່ານ ພົນໂທ ວັນທອງ ກອງມະນີ ໄດ້ສະແດງ ຄວາມຄິດເຫັນ ຕໍ່ລັດຖະບານຍີ່ປຸ່ນ ວ່າ: ໃນໄລຍະຜ່ານມາ, ລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ໄດ້ໃຫ້ການ ຊ່ວຍເຫລືອພັດທະນາພື້ນຖານ ໂຄງລ່າງໃຫ້ແກ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ຜ່ານອົງການຮ່ວມມືສາກົນຍີ່ປຸ່ນ ທີ່ ມີມູນຄ່າມະຫາສານໃນນັ້ນ, ກໍມີ g,n v'w-glf4k gxu f0t[;odkozt]y f]tf6 c]h ' c]t ;a ola d1kxh v'da ola fcsj '-kf ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊເສດຖາ ແຂວງອັດຕະປື ສ້າງຂະບວນການເປີດລະດູການ ຜະລິດລະດູແລ້ງ, ວັນປ່ອຍນ້ຳ ຊົນລະປະທານ ແລະ ວັນສັກຢາກັນ ພະ ຍາດສັດລ້ຽງແຫ່ງຊາດ ຂຶ້ນໃນ ວັນທີ 6 ທັນວາ 2025 ທີ່ຫ້ອງການ ບ້ານຊະແຄະ ເມືອງໄຊເສດຖາ ໂດຍມີ ທ່ານ ນາງ ມີນາພອນ ໄຊ ສົມພູ ປະທານສະພາປະຊາຊົນ ແຂວງອັດຕະປື, ທ່ານ ຄຳແບນ ແກ້ວ ນິສະຫວັນ ຮອງເລຂາພັກ ເມືອງໄຊເສດຖາ, ທ່ານ ກົງໃຈ ສີ ດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມ ດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ສຳລັບການເຄື່ອນໄຫວສັກຢາ ກັນພະຍາດສັດ ແມ່ນໄດ້ແຕ່ງຕັ້ງ ພະນັກງານລົງຊຸກຍູ້ພໍ່ແມ່ປະຊາຊົນ ເອົາໃຈໃສ່ຕິດຕາມ ເຝົ້າລະວັງການ ລະບາດຂອງພະຍາດສັດລ້ຽງຕາມ ລະດູການ ທົ່ວເມືອງຈະໄດ້ສັກຢາ ປ້ອງກັນແລະຮັກສາສຸຂະພາບຂອງ ສັດລ້ຽງໃຫ້ໄດ້ 3.544 ໂຕ ໃນນີ້, ຄວາຍ 652 ໂຕ, ງົວ 773 ໂຕ, ໝູ 183 ໂຕ, ແບ້ 89 ໂຕ, ສັດປີກ 1.875 ໂຕ. ທົ່ວເມືອງມີໂຄງການ ຊົນລະປະທານ 5 ໂຄງການ ແລະ ນອກໂຄງການຊົນລະປະທານມີ 1 ໂຄງການ ຄື: ບໍ່ນ້ຳໃຕ້ດິນສາ ມາດຕອບສະໜອງນ້ຳ ແລະ ປູກ ເຂົ້ານາແຊງໄດ້ໃນເນື້ອທີ່ 350 ເຮັກຕາ, ຄາດຄະເນສະມັດຕະພາບ 4,2 ໂຕນຕໍ່ເຮັກຕາ ຜົນຜະລິດ 1.470 ໂຕນ, ປູກພືດລະດູແລ້ງ ເນື້ອທີ່ແຜນການ 130 ເຮັກຕາ, ຄາດຄະເນສະມັດຕະພາບສະເລ່ຍ 6,8 ໂຕນຕໍ່ເຮັກຕາ ຜົນຜະລິດ 884 ໂຕນ. ໂອກາດນີ້, ທ່ານ ຄຳແບນແກ້ວ ນິສະຫວັນ ໄດ້ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນເອົາໃຈໃສ່ທຳການຜະລິດ ໃນລະດູແລ້ງໃຫ້ທ່ວງທັນກັບວັນ ເວລາ, ຜະລິດໃຫ້ຫລາຍກາຍເປັນ ສິນຄ້າສົ່ງອອກ, ວຽກງານສົ່ງເສີມ ການຜະລິດກະສິກຳ ຍາມໃດພັກລັດຖະບານ ກໍຄືການນຳແຕ່ລະຂັ້ນ ແມ່ນໄດ້ເອົາໃຈໃສ່ໃນການຊຸກຍູ້ ວຽກງານດັ່ງກ່າວ ເພື່ອເຮັດໃຫ້ພໍ່ແມ່ ປະຊາຊົນມີຢູ່ມີກິນ ແລະ ມີຊີວິດ ການເປັນຢູ່ທີ່ດີຂຶ້ນ ຊຶ່ງໃນໄລຍະ ຜ່ານມາພໍ່ແມ່ປະຊາຊົນໄດ້ທຳການ ຜະລິດພຽງແຕ່ລະດູດຽວ, ແຕ່ ປັດຈຸບັນນີ້ ແມ່ນທຳການຜະລິດ ສອງລະດູນັ້ນກໍຍ້ອນຄວາມເປັນ ຫ່ວງເປັນໄຍຂອງການນຳແຕ່ລະ ,v[{Ia [37'dkod= j lh k'vj k'[e[a foEgxN vo 8q ;g,n v'mj kc0d ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີ ມອບຮັບ ໂຄງການກໍ່ສ້າງອ່າງບໍາບັດ ນໍ້າເປື້ອນຕົວເມືອງທ່າແຂກ ໂຄງ ການພັດທະນາຕົວເມືອງຕາມແລວ ອະນຸພາກພື້ນແມ່ນ້ຳຂອງ 4 (MGS4) ຈັດຂຶ້ນໃນວັນທີ 5 ທັນວາ 2025 ທີ່ແຂວງຄຳມ່ວນ ລະຫວ່າງ ທ່ານ ປະເສີດ ບົວພັນ ປະທານບໍລິສັດຊັບທະວີ ກໍ່ສ້າງ ຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ແລະ ທ່ານ ໂພໄຊ ກະຕິຍາລາດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ (ເຈົ້າ ຂອງໂຄງການ) ແລະ ໄດ້ມອບຕໍ່ໃຫ້ ອົງການພັດທະນາ ແລະ ບໍລິຫານ ຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງ ນໍາໃຊ້. ໂດຍມີ ທ່ານ ສົມສະອາດ ]a f4t[kopu j x5 j o -j ;pgs]n vd= j lh k' 3I'IPo ,l lq ,l5 d g,n v'lt|k,w- ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ນາງ ວິສາພອນ ອິນທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງ ເມືອງ ພ້ອມດ້ວຍບັນດາການນໍາຂັ້ນ ສູນກາງ, ຂັ້ນແຂວງ, ບໍລິສັດຜູ້ຮັບ ເໝົາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂຄງການກໍ່ສ້າງອ່າງບໍາບັດນໍ້າ ເປື້ອນ ແບບບໍ່ລວມສູນຂະໜາດ ນ້ອຍ ເມືອງທ່າແຂກ ມີທັງໝົດ 7 ແຫ່ງຄື: ໂຮງໝໍ 2 ແຫ່ງ ໃນນີ້, ພື້ນທີ່ບໍລິການ1 ມີເນື້ອທີ່ 68.303 ຕາແມັດ, ບໍລິມາດບໍາບັດ 179,9 ແມັດກ້ອນຕໍ່ວັນ; ພື້ນທີ່ບໍລິການ 2 ມີເນື້ອທີ່ 155.000 ຕາແມັດ, ບໍ ລິມາດບໍາບັດ 137,5 ແມັດກ້ອນ ຕໍ່ວັນ; ຕະຫລາດຫລັກສາມພື້ນທີ່ ບໍລິການ 115.550 ຕາແມັດ, ບໍ ລິມາດບໍາບັດ 114,1 ແມັດກ້ອນຕໍ່ ວັນ, ສະຖານີລົດເມ ພື້ນທີ່ບໍລິການ 28.041 ຕາແມັດ, ບໍລິມາດບໍາບັດ 57,3 ແມັດກ້ອນຕໍ່ວັນ, ໂຮງຮຽນ 3 ແຫ່ງ (ປະຖົມຈອມແຈ້ງ ແລະ ມ ປາຍທ່າແຂກ 2 ແຫ່ງ), ຄວາມ ຍາວຂອງການວາງສາຍທໍ່ ປະມານ 3.507 ແມັດ ຊຶ່ງໂຄງການດັ່ງ ກ່າວໄດ້ເລີ່ມກໍ່ສ້າງມາແຕ່ວັນທີ 29 ພະຈິກ 2022 ແລະ ປັດຈຸບັນ ສໍາເລັດ 100% ລວມມູນຄ່າສັນ ຍາ 1,6 ລ້ານໂດລາສະຫະລັດ ໂດຍ ແມ່ນໜຶ່ງໃນກິດຈະກໍາຂອງໂຄງ ການພັດທະນາຕົວເມືອງຕາມແລວ ອະນຸພາກພື້ນແມ່ນໍ້າຂອງ 4 ທີ່ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ທະນາຄານພັດທະນາອາຊີ. ຂ່າວ : ມະນີວັນ ຂັ້ນໃນການຊຸກຍູສົ່ງເສີມ ເພື່ອຢາກ ໃຫ້ຄອບຄົວພໍ່ແມ່ປະຊາຊົນມີຢູ່, ມີກິນ ແລະ ມີການພັດທະນາດີ ຂຶ້ນໄປເລື້ອຍໆ. ຄຽງຄູ່ກັນນັ້ນ, ພໍ່ແມ່ປະຊາຊົນກໍຕ້ອງເອົາໃຈໃສ່ ໃນການບົວລະບັດ, ປົກປັກຮັກສາ ຊົນລະປະທານໃຫ້ໄດ້ນຳໃຊ້ຍາວ ນານ ແລະ ເອົາໃຈໃສ່ໃນການຄຸ້ມ ຄອງບໍລິຫານນໍ້າ ພ້ອມທັງນຳໃຊ້ ນໍ້າໃຫ້ມີປະໂຫຍດ, ຫັນປ່ຽນການ ລ້ຽງສັດແບບປະປ່ອຍຊະຊາຍໃຫ້ ສັດຫາກິນເອງຕາມທຳມະຊາດ ໄປ ສູ່ການລ້ຽງແບບໃໝ່ ເຊັ່ນ: ປູກພືດ ອາຫານສັດ, ມີການດູແລຜູກມັດ ສັດລ້ຽງ, ສັກຢາປ້ອງກັນ ແລະ ປິ່ນປົວ ໃຫ້ຄົບຖ້ວນ, ຕໍ່ເນື່ອງ ແລະ ຖືກຕ້ອງຕາມເຕັກນິກ ເພື່ອຮັບ ປະກັນສະບຽງອາຫານປະເພດທາດ ຊີ້ນ ແລະ ມີລາຍຮັບຈາກການລ້ຽງ ໃຫ້ຫລາຍ. ໂອກາດດັ່ງກ່າວ, ຫົວໜ້າພະ ແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ຍັງໄດ້ນຳເອົາວັດຖຸ ແລະ ປັດໄຈ ຈຳນວນໜຶ່ງໃຫ້ບ້ານຊະແຄະ ເປັນຕົ້ນ ແນວພັນຜັກບົ້ງ, ແນວພັນ ໝາກແຕງ, ແນວພັນໝາກຖົ່ວ, ບັ້ງ ສິດ 2 ບັ້ງ ລວມມູນຄ່າ 1,5 ລ້ານ ກີບ ແລະ ປະກອບສ່ວນບູລະນະ ກໍ່ສ້າງຫ້ອງການບ້ານຊະແຄະ 15 ລ້ານກີບຕື່ມອີກ. ຂ່າວ: ພຸດປະສົງ ແຂວງອັດຕະປື ທີ່ໄດ້ຮັບການຊ່ວຍ ເຫລືອກໍ່ສ້າງຫລາຍໂຄງການ ເປັນ ຕົ້ນ ແມ່ນຂົງເຂດການສຶກສາ, ສາ ທາລະນະສຸກ ແລະ ອື່ນໆ ຊຶ່ງເປັນ ການ ປະກອບສ່ວນເຂົ້າໃນການ ພັດທະນາພື້ນຖານໂຄງລ່າງໃຫ້ ແກ່ ແຂວງອັດຕະປື, ມາຮອດປີ 2025, ຍ້ອນເຫັນໄດ້ຄວາມສໍາຄັນ ໃນການພັດທະນາຂົງເຂດວຽກງານ ການສຶກສາ ຂອງແຂວງອັດຕະ ປື ເພື່ອແນໃສ່ຕອບສະໜອງຄວາມ ຮຽກຮ້ອງຕ້ອງການໃນການພັດ ທະນາຊັບພະຍາກອນມະນຸດ ຢູ່ ເມືອງສະໜາມໄຊ ລັດຖະບານ ຍີ່ປຸ່ນ ຈຶ່ງໄດ້ສືບຕໍ່ສະໜັບສະໜູນທຶນ ຊ່ວຍເຫລືອໃນການກໍ່ສ້າງອາຄານ ໂຮງຮຽນ ມັດທະຍົມສົມບູນສົມສຸກ, ການຊ່ວຍເຫລືອຄັ້ງນີ້ ເປັນການ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ອັດຕະປື. ພາຍຫລັງໂຄງການດັ່ງ ກ່າວກໍ່ສ້າງສຳເລັດ ຈະກາຍເປັນສັນ ແຫ່ງການຮ່ວມມືອັນດີງາມ ແລະ ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນ ມິດຕະພາບ ລະຫວ່າງ ລາວ ແລະ ຍີ່ປຸ່ນ. ຂ່າວ: ສິດຕິພອນ

RkJQdWJsaXNoZXIy MTc3MTYxMQ==