7169.1

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d lkgsf0v'dko0= 1j kIh k' 4 xu mk']q fw2 ]k;{9u o 0q olq j ' z6h 3fplkos]kpd;j k 62,5 ]h kogmnj v7q o rtpkf\kdcf'.spj c,j ospa 'L 08/12/2025 xtgmf]k; 3 0j k; c]t gsfdko ຂປລ. ພະຍາດໝາກແດງ ແມ່ນ ພະຍາດທີ່ເກີດຈາກເຊື້ອຈຸລີນຊີ (ເຊື້ອໄວຣັດ) ພະຍາດນີ້ເຮັດໃຫ້ ເປັນໄຂ້ ອອກຕຸ່ມຜື່ນແດງ, ຕາ ແດງ, ນ້ຳຕາຍ້ອຍ, ໄອ, ມີຂີ້ມູກ.., ຖ້າອາການຮ້າຍແຮງຈະມີຜົນຕໍ່ ຮ່າງກາຍຄື: ຕາບອດ, ສະໝອງ ອັກເສບ, ຖອກທ້ອງຮຸນແຮງ, ຫູ ອັກເສບ, ປອດອັກເສບ ແລະ ອາດ ເສຍຊີວິດ ຊຶ່ງກຸ່ມທີ່ມີຄວາມສ່ຽງ ເຈັບເປັນຮຸນແຮງ ແລະ ເສຍຊີວິດ ໄດ້ແກ່ ເດັກນ້ອຍ, ເດັກຂາດສານ ອາຫານ ແລະ ແມ່ຍິງຖືພາ. ພະຍາດໝາກແດງໃຫຍ່ ເປັນ ໜຶ່ງໃນພະຍາດທີ່ຕິດຕໍ່ໄດ້ໄວ ແລະ ງ່າຍທີ່ສຸດພະຍາດໜຶ່ງ. ຄົນທີ່ບໍ່ເຄີຍ ໄດ້ຮັບວັກຊິນປ້ອງກັນມາກ່ອນ ຫລື ບໍ່ເຄີຍເປັນພະຍາດນີ້ມາກ່ອນ ຈະ ຕິດເຊື້ອໄດ້ງ່າຍທີ່ສຸດ, ຜູ້ຕິດເຊື້ອ ພະຍາດໝາກແດງໃຫຍ່ ສາມາດ ແຜ່ເຊື້ອໃຫ້ຄົນອື່ນໄດ້ 4 ມື້ກ່ອນໜ້າ ແລະ 4 ມື້ ຫລັງຈາກທີ່ມີຜື່ນຂຶ້ນ, ຜູ້ຕິດເຊື້ອສາມາດແຜ່ເຊື້ອໄປໃຫ້ ຄົນອື່ນຢູ່ໃກ້ຊິດຜ່ານການຫາຍໃຈ, ຈາມ ຫລື ໄອ, ແຜ່ໄປຫາຄົນອື່ນໄດ້ ໃນອາກາດ ແລະ ເທິງພື້ຜິວສິ່ງຂອງ ເປັນເວລາເຖິງ 2 ຊົ່ວໂມງ, ຜູ້ຕິດ ເຊື້ອໝາກແດງໃຫຍ່ພຽງ 1 ຄົນ ສາມາດແຜ່ເຊື້ອເຖິງ 9 ໃນ 10 ທີ່ ບໍ່ໄດ້ຮັບວັກຊິນປ້ອງກັນ. ເຊື້ອພະຍາດສາມາດຕິດຕໍ່ໄດ້ ທາງອາກາດຜ່ານ ລະອອງຝອຍ, ໄອ ແລະ ຈາມ ແລະ ຜ່ານການສໍາ ພັດໂດຍກົງ. ຜູ້ທີ່ຍັງບໍ່ທັນໄດ້ຮັບ ວັກຊິນປ້ອງກັນພະຍາດໝາກແດງ ຂປລ. ມາພໍ້ກັນອີກເທື່ອໜຶ່ງ ກັບ ຄໍລຳ hຊີວິດ ແລະ ກົດໝາຍiໜັງສື ພິມປະເທດລາວ ເຊິ່ງສະບັບນີ້ ຂໍ ສະເໜີກ່ຽວກັບກົດໝາຍວ່າດ້ວຍ ຄອບຄົວ ມາດຕາ 20 (ປັບປຸງ), ສາເຫດຂອງການຂໍຢ່າຮ້າງ ໃຫ້ ພວກເຮົາໄດ້ຮັບຮູ້ໄປພ້ອມໆກັນ ໂດຍການຈະຂໍຢ່າຮ້າງກັນໄດ້ກໍ ຕ້ອງມີສາເຫດໃນການຂໍຢ່າຮ້າງ ຕາມກົດໝາຍກຳນົດໄວ້ໃນມາດຕາ 20 ຜົວ ຫລື ເມຍ ຈະຂໍຢ່າຮ້າງກັນ ໄດ້ ເມື່ອມີສາເຫດໃດໜຶ່ງດັ່ງນີ້: 1. ທຳມິດສະຈານ; 2. ໃຊ້ຄວາມຮຸນແຮງ ຫລື ປ້ອຍ ດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫລື ຕໍ່ພໍ່ແມ່ ແລະ ຍາດພີ່ນ້ອງ ຫລື ມີການປະພຶດທີ່ບໍ່ເໝາະສົມຢ່າງ ຮ້າຍແຮງເຊັ່ນ: ຕິດເຫລົ້າ, ຕິດຢາ ເສບຕິດ ຢ່າງໜັກໜ່ວງ ຫລື ຫລິ້ນ ການພະນັນເປັນອາຈິນ, ຫລິ້ນກິນ ຟຸມເຟືອຍ; 3. ໜີໄປໂດຍບໍ່ຄອບກັນ ແລະ ບໍ່ໄດ້ສົ່ງຂ່າວຄາວ ຫລື ສົ່ງຊັບມາ ລ້ຽງຄອບຄົວ ເປັນເວລາສາມປີ ຂຶ້ນໄປ; 4. ຜົວໄປບວດເປັນພິກຂຸ, ສາ ມະເນນ ຫລື ພໍ່ຂາວ ຫລື ເມຍໄປ ບວດເປັນແມ່ຂາວເກີນກວ່າສາມປີ ໂດຍບໍ່ມີຄວາມເຫັນດີນຳກັນ; 5. ເປັນຜູ້ຫາຍສາບສູນ ຕາມຄຳ ຕັດສິນຂອງສານໃນກໍລະນີທີ່ຜົວ ຫລື ເມຍນັ້ນ ຫາກໜີຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວ ເປັນເວລາສອງປີ ຫລື ໃນກໍລະນີທີ່ ເກີດອຸບັດເຫດ ຫາກບໍ່ຮູ້ຂ່າວຄາວ ເປັນເວລາຫົກເດືອນ; 6. ຖືກສານຕັດສິນລົງໂທດ ຕັດ ອິດສະລະພາບ ແຕ່ຫ້າປີຂຶ້ນໄປ; 7. ເປັນພະຍາດ ຊຶ່ງເປັນອັນຕະ ລາຍຢ່າງຮ້າຍແຮງ ທີ່ບໍ່ສາມາດຢູ່ ນຳກັນໄດ້; 8. ເປັນຄົນບ້າເສຍຈິດ ຈົນບໍ່ສາ ມາດຢູ່ນຳກັນໄດ້; 9. ບໍ່ສາມາດຮ່ວມປະເວນີທາງ ເພດ; 10. ບໍ່ສາມາດດຳລົງຊີວິດ ເປັນຜົວເມຍກັນຕໍ່ໄປໄດ້ ຍ້ອນສາ ເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ, ທໍລະມານຈິດໃຈກັນ. (ພໍ້ກັນໃໝ່ສະບັບ). ຂປລ . ບໍລິສັດທງລົດໄຟ ລາວ-ຈີນ ເປີດການບໍລິການຂົນ ສົ່ງ ຄົບຮອບ 4 ປີ ໃນວັນທີ 2 ທັນວາ 2025, ສາມາດຂົນສົ່ງຜູ້ ໂດຍສານຫລາຍກວ່າ 62,5 ລ້ານ ເທື່ອຄົນ, ຂົນສົ່ງສິນຄ້າຫລາຍ ກວ່າ 72,5 ລ້ານໂຕນ ຊຶ່ງສະແດງ ໃຫ້ເຫັນປະສິດທິຜົນໃນການເປັນ ແລວທາງທີ່ສຳຄັນ. ສະເພາະ ການຂົນສົ່ງຜູ້ໂດຍສານລະຫວ່າງ ປະເທດ ຈາກນະຄອນຫລວງວຽງ ຈັນ-ຄຸນໝິງໃຕ້ ສະເລ່ຍການຂົນ ສົ່ງ 2.674 ຖ້ຽວ ແລະ ມີນັກ ທ່ອງທ່ຽວ 6,4 ລ້ານຄົນມາຈາກ 120 ປະເທດ ໄດ້ເດີ່ນທາງໂດຍ ລົດໄຟ. ນັບຕັ້ງແຕ່ເປີດການຂົນສົ່ງບໍລິ ການໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຮ່ວມກັບພາກສ່ວນ ກ່ຽວຂ້ອງທັງສອງປະເທດ ຄົ້ນ ຄວ້າວິໄຈສະພາບການປ່ຽນແປງ ຂອງຜູ້ໂດຍສານ, ເພີ່ມທະວີການ ຂົນສົ່ງຜູ້ໂດຍສານ, ວາງແຜນ ອອກແບບການແລ່ນລົດ, ຂະ ໃຫຍ່ສາມາດຕິດເຊື້ອພະຍາດນີ້ໄດ້ ເຊື້ອພະຍາດສາມາດອາໃສຢູ່ໃນ ອາກາດ ຫລື ຕາມວັດຖຸສິ່ງຂອງ ໄດ້ດົນເຖິງ 2 ຊົ່ວໂມງ, ຄົນເຮົາ ສາມາດສໍາຜັດກັບເຊື້ອດັ່ງກ່າວ ໄດ້ຕາມວັດຖຸທີ່ມີເຊື້ອດັ່ງກ່າວ, ເດັກນ້ອຍທີ່ບໍ່ໄດ້ຮັບວັກຊິນແມ່ນມີ ຄວາມສ່ຽງສູງ. ວິທີປ້ອງກັນ: ພະຍາດໝາກ ແດງໃຫຍ່ສາມາດປ້ອງກັນໄດ້ດ້ວຍ ວັກຊິນ. ວັກຊິນປອດໄພ ແລະ ດີ ທີ່ສຸດໃນການປົກປ້ອງລູກຂອງ ທ່ານ. ຢ່າງໜ້ອຍຕ້ອງໄດ້ສັກວັກ ຊິນປ້ອງກັນໝາກແດງໃຫຍ່ສອງ ຄັ້ງ. ວັກຊິນມີຄວາມປອດໄພ ແລະ ລູກທ່ານຈະປອດໄພເມື່ອໄດ້ຮັບ ຢ່າງໜ້ອຍສອງຄັ້ງ. ສະນັ້ນ, ເກັບ ຮັກສາປື້ມຢັ້ງຢືນການຮັບວັກຊິນ ຂອງລູກທ່ານໄວ້ໃຫ້ດີ ແລະ ນໍາມາ ທຸກຄັ້ງເມື່ອມາຮັບວັກຊິນຢູ່ໂຮງໝໍ ຫລື ສຸກສາລາ. ການສັກວັກຊິນ ຈະມີຜົນຂ້າງຄຽງເລັກນ້ອຍ ແຕ່ຈະ ເກີດຂຶ້ນພຽງຊົ່ວຄາວ ແລະ ກໍຈະ ຫາຍໄປເປັນຕົ້ນ: ມີອາການເຈັບ, ແດງ ແລະ ບວມບໍລິເວນສັກຢາ, ເປັນໄຂ້ອ່ອນໆ, ມີຕຸ່ມຜື່ນເລັກນ້ອຍ ໃຫ້ກິນຢາແກ້ປວດ ແລະ ໃຊ້ຄວາມ ອຸ່ນປະຄົບບໍລິເວນສັກວັກຊິນສາ ມາດແກ້ໄຂອາການຜົນຂ້າງຄຽງ. ບວນລົດໄຟທຸກສາຍ ເບື້ອງຕົ້ນ ໃນແຕ່ລະເດືອນມີຈໍານວນຜູ້ໂດຍ ສານສະເລ່ຍ 60.0000 ເທື່ອ ຄົນ ເດືອນ, ຈາກນັ້ນໄດ້ເພີ່ມຂຶ້ນ ສູງສຸດ 2,2 ລ້ານເທື່ອຄົນ. ໃນ ນັ້ນ, ພາກສ່ວນຢູ່ໃນປະເທດລາວ ເບື້ອງຕົ້ນ ລົດໄຟຂົນສົ່ງຜູ້ໂດຍ ສານ 4 ຖ້ຽວ ມື້ ແລະ ໄດ້ເພີ່ມຂຶ້ນ ສູງສຸດ 18 ຖ້ຽວ ມື້, ລົດໄຟຂົນ ສົ່ງຜູ້ໂດຍສານຄວາມໄວທຳມະ ດາຫລາຍກວ່າ 10 ຖ້ຽວ, ສະສົົມ ຜູ້ໂດຍສານຫລາຍກວ່າ 11,24 ລ້ານເທື່ອຄົນ. ຜູ້ຕາງໜ້າຈາກ ພະແນກຈັດ ການໂຄງການກໍ່ສ້າງ ກຸ່ມບໍລິສັດ ທາງລົດໄຟຈີນຈ່າງຫົງຢູນ ໄດ້ ກ່າວວ່າ: ພວກຂ້ອຍໄດ້ເອົາໃຈ ໃສ່ປະຕິບັດ, ກວດສອບ ແລະ ບຳລຸງຮັກສາສະຖານີດັ່ງກ່າວ ເພື່ອຄວາມປອດໄພໃນການອອກ ເດີນທາງຂອງລົດໄຟ ລາວ-ຈີນ. ໃນເມື່ອກ່ອນ, ຂະບວນລົດໄຟ ຂົນສົ່ງສິນຄ້າຂ້າມຊາຍແດນ ທາງລົດໄຟ ລາວ-ຈີນ ມີ 2 ຄັນ ຕໍ່ວັນ ແລະ ໄດ້ເພີ່ມຂຶ້ນເຖິງ 23 ຄັນ, ສະເລ່ຍຂົນສົ່ງສິນຄ້າຂ້າມ ຊາຍແດນຫລາຍກວ່າ 16 ລ້ານ ໂຕນ, ກວມເອົາ ສປ ຈີນ, ສປປ ລາວ, ໄທ, ມາເລເຊຍ, ສິງກະໂປ, ສສ ຫວຽດນາມ ແລະ ອີກ 19 ປະເທດ, ປະເພດສິນຄ້າຂົນສົ່ງ ຂ້າມຊາຍແດນໄດ້ຂະຫຍາຍອອກ ເຖິງ 3.800 ລາຍການ. ໄລຍະ ເວລາການຂົນສົ່ງສິນຄ້າປະເພດ ຕ່າງໆຜ່ານທາງລົດໄຟຈາກສປປ ລາວ, ໄທ ແລະ ປະເທດອື່ນໆ ໄປ ເອີຣົບໃຊ້ເວລາພຽງ 15 ມື້.

RkJQdWJsaXNoZXIy MTc3MTYxMQ==