08/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ສະມາຄົມມິດຕະພາບ... ຫາລືພັດທະນາຖານຂໍ້ມູນ... ພິທີວາງສີລາລືກ... ຜົນການສໍາຫລວດ... ຄະນະຜູ້ແທນຂັ້ນສູງ... ນຳສະເໜີໂຄງການ... ເຜີຍແຜ່ການຈັດຕັ້ງປະຕິບັດ... ຂປລ. ພິທີພົບປະແລກປ່ຽນ ບົດຮຽນລະຫວ່າງສະມາຄົມມິດ ຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຂັ້ນສູນກາງ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະພາ ແຫ່ງຊາດລາວ ໂດຍສະຫາຍ ບໍ່ວຽງຄໍາ ວົງດາລາ ກໍາມະການ ສູນກາງພັກ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ສະຫາຍ ຫງວຽນ ດັກ ວິງ ກຳມະ ການສູນກາງພັກ, ຄະນະປະຈຳ ສະພາແຫ່ງຊາດ, ປະທານກໍາມາ ທິການວັດທະນະທຳ-ສັງຄົມ, ປະ ທານສະມາຄົມມິດຕະພາບຫວຽດ ນາມ- ລາວ ຂັ້ນສູນກາງ. ໂອກາດນີ້, ສະຫາຍ ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນ ສະມາຄົມມິດຕະພາບ ຫວຽດນາມລາວ ຂັ້ນສູນກາງ ໃນຄັ້ງນີ້ ຊຶ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນ ການເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ ລວງເລິກເວົ້າລວມ, ເວົ້າສະເພາະ ກໍແມ່ນການຮ່ວມມືແລກປ່ຽນຖອດ ຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງສອງສະມາຄົມມິດຕະ ພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຂັ້ນສູນກາງ ໃຫ້ ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ. ພ້ອມນີ້,ສະຫາຍຫງວຽນດັກວິງ ກໍໄດ້ສະແດງຄວາມຂອບໃຈເປັນ ຢ່າງຍິ່ງ ແລະ ຕີລາຄາສູງຕໍ່ການ ຕ້ອນຮັບອັນອົບອຸ່ນຂອງສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນ ສູນກາງ. ການພົບປະໃນຄັ້ງນີ້, ດໍາເນີນໄປດ້ວຍບັນຍາກາດອັນ ດີ ແລະ ສະໜິດສະໜົມຮັກແພງ ຖານອ້າຍນ້ອງ ຊຶ່ງທັງສອງຝ່າຍ ໄດ້ແຈ້ງສະພາບພົ້ນເດັ່ນ ແລະ ການເຄື່ອນໄຫວວຽກງານຂອງ ສະມາຄົມມິດຕະພາບຂອງຕົນໃຫ້ ກັນຊາບ, ສະຫລຸບຕີລາຄາການ ເຄື່ອນໄຫວໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພາບ: ສພຊ ຂປລ . ພິທີວ າ ງ ສີລ າ ລືກ ໂຄງການກໍ່ສ້າງສະຖາບັນການ ເມືອງ-ການປົກຄອງແຫ່ງຊາດ ເຂດ ພາກໃຕ້ ສປປ ລາວ ຈັດຂຶ້ນເມື່ອບໍ່ ດົນມານີ້ ຢູ່ນະຄອນປາກເຊ ແຂວງ ຈໍາປາສັກ ໂດຍມີສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ຂົງເຂດວັດທະນະທຳ-ສັງຄົມ ແລະ ສະຫາຍ ຫງວຽນ ຊວນ ຖັງ ກຳ ມະການກົມການເມືອງສູນກາງ ພັກ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດໂຮ່ຈີ່ມິງ, ປະທານສະພາ ທິດສະດີສູນກາງພັກກອມມູນິດ ຫວຽດນາມ, ມີສະຫາຍຫົວໜ້າ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດລາວ, ສະຫາຍ ເລຂາພັກແຂວງຈຳປາສັກ, ພ້ອມ ດ້ວຍບັນດາສະຫາຍຄະນະນຳ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດລາວ, ສະຖາບັນ ການເມືອງແຫ່ງຊາດໂຮ່ຈີ່ມິງ ແລະ ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບສະຖາບັນ ຄົ້ນຄວ້າການນໍາໃຊ້ເຕັກໂນໂລຊີ ອັດສະລິຍະ ແລະ ສະຖານທູດອົດ ສະຕຣາລີ ປະຈໍາລາວ ຈັດກອງ ປະຊຸມວິຊາການໃນຫົວຂໍ້: ການ ພັດທະນາຖານຂໍ້ມູນພາສາລາວ ທີ່ ມີຄຸນນະພາບເພື່ອສົ່ງເສີມປັນຍາ ປະດິດລາວ ໃນລະຫວ່າງວັນທີ 4-5 ທັນວາ 2025 ເພື່ອເຊື້ອເຊີນເອົານັກ ພາສາສາດລາວ, ນັກປະພັນ, ນັກ ຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພ້ອມທັງນໍາເອົາ ຄໍາຊົມເຊີຍອັນຈົບງາມ ແລະ ພອນ ໄຊອັນປະເສີດຂອງພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງມາສູ່ການ ນໍາພັກ-ລັດແລະ ປະຊາຊົນລາວ ບັນດາເຜົ່າ ຊຶ່ງຖືເປັນກໍາລັງໃຈທີ່ ສໍາຄັນ ແລະ ທັງເປັນການສະແດງ ໃຫ້ເຫັນເຖິງມູນເຊື້ອສາຍພົວພັນ ມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາແຕ່ດົນນານ, ພ້ອມນັ້ນຍັງໄດ້ຕີລາຄາສູງຕໍ່ການ ຮ່ວມມືໃນຫລາຍຂົງເຂດວຽກງານ ໃນໄລຍະຜ່ານມາ ແລະ ໄດ້ແລກ ປ່ຽນຄໍາຄິດເຫັນກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າ, ເພື່ອເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອລະຫວ່າງສອງປະ ເທດ ລາວ-ກູບາ ໃຫ້ນັບມື້ນັບເລິກ ເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ໃນໂອກາດນີ້, ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຖືເປັນກຽດ ຢ່າງຍິ່ງທີ່ໄດ້ຮັບມອບໝາຍໃຫ້ເປັນ ຜູ້ແທນຂັ້ນສູງຂອງພັກກອມມູນິດ ກູບາ ມາຮ່ວມຊົມເຊີຍ ກໍຄື ການ ນໍາເອົາຄໍາອວຍພອນຈາກການນໍາ ສູງສຸດຂອງພັກ-ລັດຕົນມາສູ່ພັກລັດ ແລະ ປະຊາຊົນລາວບັນດາ ເຜົ່າໃນໂອກາດສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50. ພ້ອມນີ້, ຍັງໄດ້ແຈ້ງໃຫ້ ຊາບວ່າ ພັກ-ລັດ ແລະ ປະຊາຊົນ ກູບາ ຍາມໃດກໍຕີລາຄາສູງຕໍ່ສາຍ ພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສ ກູບາ ແລະ ສປປ ລາວ ກໍຄື ລະຫວ່າງພັກກອມມູນິດກູບາ ແລະ ພັກປະຊາຊົນປະຕິວັດລາວ ທີ່ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມ ທັງສະແດງຄວາມເຊື່ອໝັ້ນວ່າສາຍ ພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີ ງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດກູບາລາວ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນ ປະໂຫຍດມາສູ່ປະຊາຊົນສອງຊາດ ກູບາ-ລາວ ກໍຄື ເພື່ອພາລະກິດ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມືໃນພາກພື້ນ ແລະ ໃນໂລກ. ພາບ: ຂັນໄຊ ກ່ຽວຂ້ອງຈາກບັນດາແຂວງພາກ ເໜືອ ແລະ ພາກກາງ ເຂົ້າຮ່ວມ. ໃນ ຂະນະທີ່ບັນດາແຂວງພາກໃຕ້ ໄດ້ ສໍາເລັດການຈັດກອງປະຊຸມເຜີຍແຜ່ ດັ່ງກ່າວ ໃນເດືອນມິຖຸນາ 2025 ຜ່ານມາທີ່ແຂວງຈໍາປາສັກ. ກອງປະຊຸມໃນຄັ້ງນີ້ ເພື່ອເຜີຍ ແຜ່ ແລະ ຕິດຕາມການຈັດຕັ້ງປະ ຕິບັດແຜນຍຸດທະສາດ (STS) ໃນລະດັບທ້ອງຖິ່ນ ເພື່ອປຶກສາຫາລື ກ່ຽວກັບບັນດາສິ່ງທ້າທາຍຕ່າງໆ ແລະ ທິດທາງໃນຕໍ່ໜ້າ; ເຜີຍແຜ່ ກ່ຽວກັບຄວາມຄືບໜ້າໃນການ ກະກຽມອອກຈາກສະຖານະພາບ ດ້ອຍພັດທະນາຂອງ ສປປ ລາວ ໄລຍະຜ່ານມາ; ເພີ່ມທະວີການ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ 9 (2026-2030) ໂດຍສະ ເພາະໃນຂະແໜງການເງິນ ແມ່ນ ການວາງແຜນ-ຈັດສັນງົບປະມານ ຢ່າງມີປະສິດທິພາບ ແລະ ປະ ສິດທິຜົນ. ພ້ອມກັນນີ້, ຂໍ້ມູນຍັງ ຈະໄດ້ນໍາໃຊ້ເຂົ້າໃນການປັບປຸງ ໃຫ້ນະໂຍບາຍທາງດ້ານພົນລະ ເມືອງຮັບປະກັນຜົນປະໂຫຍດສູງ ສູດຈາກປະຊາກອນ, ຍຸດທະສາດ ຢ່າງເປັນທາງການໃນວັນທີ 5 ທັນວາ 2025 ທີ່ແຂວງຫລວງ ພະບາງ ໂດຍມີທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນກ ການເງິນແຂວງຫລວງພະບາງ, ທ່ານ ຈາງ ເສີຜີງ (;hang SheQing) ກົງສຸນໃຫຍ່ ແຫ່ງ ສປປ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຮ່ວາງ ວັນຮຸ່ງ ຫົວໜ້າຄະນະຄຸ້ມຄອງ ໂຄງການລົງທຶນກໍ່ສ້າງສະເພາະ ຂະແໜງການ, ສະຖາບັນການ ເມືອງແຫ່ງຊາດ ໂຮ່ຈີ່ມິງ ໄດ້ໃຫ້ ຮູ້ວ່າ: ໂຄງການກໍ່ສ້າງສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ ເຂດພາກໃຕ້ ສປປ ລາວ ທີ່ແຂວງຈຳປາສັກ ແມ່ນເປັນການ ຕອບສະໜອງຄວາມຕ້ອງການ ອັນຈຳເປັນ ແລະ ຮີບດ່ວນທາງ ດ້ານພື້ນຖານໂຄງລ່າງການຮຽນການສອນ ແລະ ຈະກາຍເປັນສູນ ພັດທະນາຊັບພະຍາກອນມະນຸດ, ບຳລຸງກໍ່ສ້າງພະນັກງານ-ລັດຖະ ກອນທີ່ກຳລັງເຮັດວຽກ ແລະ ດຳລົງຕຳແໜ່ງຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນຂອງພັກ. ໂຄງການນີ້, ມີມູນຄ່າການກໍ່ສ້າງ ທັງໝົດ 750 ຕື້ດົງ ໂດຍແມ່ນທຶນ ຊ່ວຍເຫລືອລ້າຈາກລັດຖະບານ ຫວຽດນາມ ເປັນແຫລ່ງທຶນຕົ້ນຕໍ ແລະ ມີທຶນສົມທົບຈາກລັດຖະບານ ລາວຈຳນວນໜຶ່ງ. ສ່ວນການກໍ່ສ້າງ ໄດ້ແບ່ງເປັນສອງໄລຍະ ຄື: ໄລຍະທີ 1 ປີ 2026-2030 ແມ່ນເນັ້ນໃສ່ ການກໍ່ສ້າງອາຄານຫລັກ ເພື່ອຮອງ ຮັບການຮຽນ-ການສອນ ປະກອບ ມີ: ອາຄານຫ້ອງການ 5 ຊັ້ນ, ອາ ຄານຫ້ອງຮຽນ 5 ຊັ້ນ, ຫໍພັກນັກ ສຶກສາ (ຫລັງທີ 1 ແລະ 2), ຫໍພັກ ພະນັກງານ ແລະ ລະບົບພື້ນຖານ ໂຄງລ່າງເຕັກນິກ ແລະ ໄລຍະ ທີ 2 ປີ 2031-2035 ຈະສືບຕໍ່ ກໍ່ສ້າງສະໂມສອນໃຫຍ່, ສູນຂໍ້ມູນ ຂ່າວສານ, ຫ້ອງອາຫານ ແລະ ຫໍ ພັກນັກສຶກສາຫລັງທີ 3. ໃນໂອກາດດຽວກັນ, ສະຫາຍ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດລາວ ໄດ້ມີຄຳເຫັນວ່າ: ໂຄງການກໍ່ສ້າງສະຖາບັນການ ເມືອງ ແລະ ການປົກຄອງແຫ່ງ ຊາດ ເຂດພາກໃຕ້ ສປປ ລາວ ມີ ຄວາມໝາຍຍຸດທະສາດໃນໄລຍະ ຍາວ, ເປັນການສ້າງຄວາມເຂັ້ມ ແຂງ, ຄວາມເປັນເຈົ້າຕົນເອງໃນ ວຽກງານກໍ່ສ້າງ-ບຳລຸງພັກ-ພະ ນັກງານ ໂດຍສະເພາະການສຶກສາ ອົບຮົມ, ບຳລຸງຍົກລະດັບທິດສະດີ ມາກ-ເລນິນ, ແນວຄິດໂຮ່ຈີ່ມິງ, ແນວຄິດ ໄກສອນ ພົມວິຫານ, ເຜີຍແຜ່ມູນເຊື້ອຄວາມສາມັກຄີ ລະຫວ່າງ ລາວ-ຫວຽດນາມ ໃຫ້ ຊຶມເລິກເຂົ້າໃນຖັນແຖວສະມາຊິກ ພັກ, ພະນັກງານຫລັກແຫລ່ງ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ພັກລັດຖະບານເຮົາສາມາດນຳພາປະ ເທດຊາດ ໄປສູ່ຄວາມຈະເລີນຮຸ່ງ ເຮືອງໄດ້ຢ່າງໝັ້ນຄົງ. ຫລັງຈາກນັ້ນ, ສະຫາຍຫງວຽນ ຊວນ ຖັງ ຫົວໜ້າສະຖາບັນການ ເມືອງແຫ່ງຊາດໂຮ່ຈີ່ມິງ ກໍໄດ້ໃຫ້ ກຽດມີຄຳເຫັນຕໍ່ພິທີຕື່ມວ່າ: ການ ວາງສີລາລືກໂຄງການກໍ່ສ້າງສະ ຖາບັນແຫ່ງນີ້ ແມ່ນໃນທ່າມກາງ ບັນຍາກາດສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ສະເຫລີມສະຫລອງວັນຊາດ ສາທາລະນະລັດສັງຄົມນິຍົມຫວຽດ ນາມ ຄົບຮອບ 80 ປີ, ສະເຫລີມ ສະຫລອງວັນສະຖາປະນາ ສາທາ ລະນະລັດ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ສອງປະເທດ ພວມກະກຽມຕ້ອນ ຮັບກອງປະຊຸມໃຫຍ່ຂອງຕົນຢ່າງ ເປັນຂະບວນການຟົດຟືນ ແລະ ກວ້າງຂວາງ. ສະນັ້ນ, ໂຄງການ ນີ້ ຈຶ່ງສະແດງເຖິງຄວາມສາມັກຄີ ອັນຍິ່ງໃຫຍ່ ແລະ ກາຍເປັນສັນຍະ ລັກແຫ່ງການຮ່ວມມືແບບພິເສດ ລະຫວ່າງຫວຽດນາມ-ລາວ ຢ່າງ ແທ້ຈິງ ຊຶ່ງສອງຝ່າຍ ຈະຕ້ອງໄດ້ ພ້ອມກັນເອົາໃຈໃສ່ຕິດຕາມຊຸກຍູ້ ການດຳເນີນໂຄງການໃຫ້ມີຄຸນ ນະພາບສູງ, ຖືກຕາມແບບ ແລະ ສຳເລັດຕາມກຳນົດເວລາ, ຮັບປະ ກັນທາງດ້ານເຕັກນິກ ໂດຍຖືຄຸນ ນະພາບເປັນກົກ ແລະ ຮັບປະກັນ ຄວາມຍືນຍົງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຈີນ ປະຈຳຫລວງພະບາງ ເຂົ້າ ຮ່ວມ. ໂຄງການດັ່ງກ່າວໄດ້ຮັບການ ສະໜັບສະໜູນດ້ານທຶນຮອນຈາກ ສປ ຈີນ ຊຶ່ງມີເປົ້າໝາຍສຳຄັນໃນ ການສົ່ງເສີມການພັດທະນາເສດຖະ ກິດດີຈິຕອນຂອງປະເທດສະມາຊິກ LMC ເພື່ອສ້າງຄວາມເຂັ້ມແຂງໃຫ້ ແກ່ການພັດທະນາແບບຍືນຍົງ ແລະ ຮັດແຄບຄວາມແຕກໂຕນທາງດ້ານ ເສດຖະກິດ. ທ່ານ ໄມທອງ ທຳມະວົງສາ ໄດ້ເນັ້ນເຖິງຄວາມສຳຄັນອັນໃຫຍ່ ຫລວງຂອງວິທະຍາສາດ-ເຕັກໂນ ໂລຊີ ໃນຍຸກການປະຕິວັດອຸດສາ ຫະກຳ 4.0. ການພັດທະນາລະບົບ ດີຈິຕອນຢ່າງແຂງແຮງຈະສ້າງ ຄວາມໄດ້ປຽບທາງເສດຖະກິດສັງຄົມ ແຕ່ຕ້ອງດຳເນີນຄຽງຄູ່ກັບ ການຄຸ້ມຄອງການປົກປ້ອງຜູ້ຊົມ ໃຊ້ ແລະ ການພັດທະນາທັກສະ ດ້ານ *T ເພື່ອສ້າງແຮງງານໃຫ້ສົມ ຄູ່ກັບຍຸກສະໄໝ. ພ້ອມນີ້, ຍັງໄດ້ຍົກ ໃຫ້ເຫັນນະໂຍບາຍການຮ່ວມມືດ້ານ ເສດຖະກິດດີຈິຕອນຂອງສາກົນ, ພາກພື້ນ ແລະ ອະນຸພາກພື້ນ ໂດຍ ສະເພາະການຮ່ວມມືດ້ານການ ພັດທະນາເສດຖະກິດ ດີຈິຕອນ ໃນ ຂອບ LMC ເພື່ອເປັນການຂັບເຄື່ອນ ການຫັນປ່ຽນອຸດສາຫະກຳ, ການ ສ້າງພື້ນຖານໃຫ້ແກ່ການເຊື່ອມ ໂຍງເສດຖະກິດ, ການຄ້າທາງດີຈິ ຕອນ, ການບໍລິການດ້ານການເງິນ ແລະ ການເຊື່ອມຕໍ່ຂໍ້ມູນຂ່າວສານ ຂ້າມແດນ ແລະ ອື່ນໆ. ການຮ່ວມມື ດັ່ງກ່າວຍັງປະກອບສ່ວນສຳຄັນ ໃນການຍົກລະດັບພາກທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃຫ້ເຂົ້າເຖິງການນຳໃຊ້ ເຕັກໂນໂລຊີ ຊຶ່ງສະແດງໃຫ້ເຫັນວ່າ ກົນໄກ LMC ຈະປະກອບສ່ວນໃນ ການຫັນປ່ຽນ ສປປ ລາວ ກ້າວສູ່ ຍຸກດີຈິຕອນໃນອະນາຄົດ. ໂອກາດດຽວກັນ, ກະຊວງການ ຕ່າງປະເທດ ຍັງໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້ hການສ້າງຄວາມ ເຂັ້ມແຂງໃຫ້ແກ່ການຂະຫຍາຍ ຕົວດ້ານເສດຖະກິດໃນອະນາຄົດ: ເສີມສ້າງຂີດຄວາມສາມາດດ້ານ ເສດຖະກິດດີຈິຕອນໃນຂອບການ ຮ່ວມມືພາກພື້ນແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງi ຊຶ່ງໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດ LMC ແລະ ຈັດຂຶ້ນພາຍໃຕ້ການເປັນ ປະທານຂອງທ່ານ ນາງ ວິໄລລັກ ແສນດວງເດດ ຮອງຫົວໜ້າກົມ ເສດຖະກິດ, ກະຊວງການຕ່າງປະ ເທດ ໂດຍມີນັກວິທະຍາກອນ ແລະ ນັກສໍາມະນາກອນຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມຫລາຍກວ່າ 80 ທ່ານ ທັງນີ້ກໍເພື່ອປຶກສາຫາລື ແລະ ສ້າງຄວາມເຂົ້າໃຈກ່ຽວກັບ ສະພາບການພັດທະນາເສດຖະກິດ ດີຈິຕອນໃນ ສປປ ລາວ ການຫັນ ເປັນດີຈິຕອນໃນພາກລັດຖະບານ ແລະ ພາກທຸລະກິດ, ແນວທາງນຳ ໃຊ້ລະບົບດີຈິຕອນເຂົ້າຊ່ວຍໃນວຽກ ງານການທູດເສດຖະກິດ. ຂ່າວ: ກະຊວງການຕ່າງປະເທດ ພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ, ການຕີລາຄາຜົນການ ຈັດຕັ້ງປະຕິບັດການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາ (LDC) ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ (SDGs) ຊຶ່ງມີໃນ 107 ຕົວຊິ້ວັດຈາກທັງໝົດ 232 ຕົວຊີ້ວັດຂອງເປົ້າໝາຍການ ພັດທະນາແບບຍືນຍົງ ຊຶ່ງຈະເປັນ ການສ້າງພື້ນຖານທີ່ໜັກແໜ້ນໃຫ້ ແກ່ວຽກການຕິດຕາມ ແລະ ປະເມີນ ຢູ່ລະດັບຊາດ ແລະ ລະດັບສາກົນ ໃນທຸກຂົງເຂດວຽກງານເປັນຕົ້ນ ອັດຕາການຕາຍຂອງແມ່ ແລະ ການເຂົ້າໂຮງຮຽນຂອງເດັກນ້ອຍ, ການແຈກຢາຍພົນລະເມືອງ ແລະ ສະພາບການດຳລົງຊິວິດຂອງພົນ ລະເມືອງ. ນອກຈາກນັ້ນ, ຜົນການສໍາ ຫລວດຄັ້ງນີ້ ເປັນການປັບປຸງຖານ ຂໍ້ມູນພົນລະເມືອງຂອງປະເທດ ໃນໄລຍະ 10 ປີ ທີ່ຜ່ານມາ. ຖານ ຂໍ້ມູນທີ່ໄດ້ຮັບການປັບປຸງເປັນຕົ້ນ ແມ່ນບັນຊີບ້ານ, ບັນຊີຄົວເຮືອນ, ຈຸດທີ່ຕັ້ງຮູບແບບແຜນທີ່(G*S) ແລະ ຂໍ້ມູນລະອຽດໃນລະດັບສ່ວນ ບຸກຄົນທັງໝົດນີ້, ຈະເປັນບ່ອນອີງ ທີ່ສໍາຄັນໃນການເຊື່ອມໂຍງເຂົ້າກັບ ລະບົບຖານຂໍ້ມູນການຂຶ້ນທະບຽນ ພົນລະເມືອງແຫ່ງຊາດ ເພື່ອນຳໃຊ້ ເຂົ້າໃນວຽກງານສະຖິຕິທະບຽນ ແລະ ການຄຸ້ມຄອງພົນລະເມືອງ ຢ່າງເປັນລະບົບ ແລະ ທັນສະໄໝ. ທັງໝົດນີ້້, ແມ່ນຄວາມເອົາໃຈໃສ່ ຂອງລັດຖະບານລາວ ເພື່ອສຸມໃສ່ ປັບປຸງ ແລະ ຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ ດີຂຶ້ນເທື່ອລະກ້າວ. ພາຍຫລັງສໍາເລັດການເກັບກໍາ ຂໍ້ມູນ, ສູນສະຖິຕິແຫ່ງຊາດ ຈະສົມ ທົບກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນສຸມໃສ່ ການວິເຄາະ-ວິໄຈລົງເລິກ, ສ້າງ ຖານຂໍ້ມູນແລະ ບົດລາຍງານໃນຫົວ ຂໍ້ຕ່າງໆ ກ່ຽວກັບປະຊາກອນເຊັ່ນ: ການປ່ຽນແປງຂອງປະຊາກອນ ຕາມກຸ່ມອາຍຸ, ການຈະເລີນພັນ ແລະ ການແຕ່ງງານ, ອັດຕາການ ຕາຍ, ການຍົກຍ້າຍຖິ່ນຖານ ແລະ ການຫັນເປັນຕົວເມືອງ, ການສຶກ ສາ, ແຮງງານ, ຄົນພິການ, ທີ່ຢູ່ ອາໄສ ແລະ ສະພາບການດໍາລົງ ຊີວິດ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ຊົນເຜົ່າ ແລະ ພາສາ. ບົດ ລາຍງານເຫລົ່ານີ້, ຈະເປັນບ່ອນອີງ ໃນການກຳນົດບັນດານະໂຍບາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ ຍິງ, ຊາວໜຸ່ມ ແລະ ເດັກຍິງ ເພື່ອ ສ້າງໂອກາດໃຫ້ຄວາມຊ່ວຍເຫລືອ ແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ ຫລາຍທີ່ສຸດ ແລະ ຮັບປະກັນວ່າ ຈະ ບໍ່ມີໃຜຖືກປະໄວ້ທາງຫລັງ. ຂ່າວສື່ມວນຊົນ ແລະ ນັກພັດທະນາ ປັນຍາປະດິດທັງພາຍໃນ ແລະ ຕ່າງ ປະເທດ ປຶກສາແລກປ່ຽນບົດຮຽນ, ວິທີການໃນການຊອກຫາແຫລ່ງ ຂໍ້ມູນລາວ ເພື່ອເປັນແຫລ່ງໃນ ການພັດທະນາຖານຂໍ້ມູນລາວ ທີ່ ມີຄຸນນະພາບເພື່ອສົ່ງເສີມປັນຍາ ປະດິດລາວ. ໃນໂອກາດນີ້, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ໄດ້ ກ່າວວ່າ: ການຈັດກອງປະຊຸມປຶກ ສາຫາລືການພັດທະນາຖານຂໍ້ມູນ ພາສາລາວ ທີ່ມີຄຸນນະພາບເພື່ອສົ່ງ ເສີມປັນຍາປະດິດລາວ ຄັ້ງນີ້, ຈະ ເປັນບາດກ້າວໜຶ່ງທີ່ສໍາຄັນທີ່ຈະ ໄດ້ແຫລ່ງພາສາລາວມາພັດທະນາ ຖານຂໍ້ມູນທີ່ມີຄຸນນະພາບ ເພື່ອສົ່ງ ເສີມການນໍາໃຊ້ພາສາລາວຢູ່ A* ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ວາງໄວ້. ເນື່ອງຈາກວ່າການນໍາ ໃຊ້ເຄື່ອງມືທີ່ທັນສະໄໝເທົ່າໃດຍິ່ງ ຕ້ອງໄດ້ລະມັດລະວັງເພາະເຄື່ອງມື ເຫລົ່ານີ້ ມີທັງດ້ານບວກ ແລະ ດ້ານ ລົບຄຽງຄູ່ກັນໄປຄືເງົາຕາມຕົນ ສະ ນັ້ນ, ຜູ້ຊົມໃຊ້ກໍຕ້ອງມີສະຕິໂດຍ ສະເພາະການເອົາຂໍ້ມູນດ້ານສິດທິ ສ່ວນບຸກຄົນ ແລະ ຄວາມລັບຂອງ ຊາດໄປໃຊ້ຢູ່ໃນລະບົບດັ່ງກ່າວ. ທ່ານ ສະຫວັນຄອນ ຣາຊມຸນ ຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ປັດຈຸ ບັນ, ປັນຍາປະດິດ (A*) ພວມ ເປັນທີ່ນິຍົມໃຊ້ໃນລາວ ເປັນຕົ້ນ Cha tGPT, DeeQSeek , Claude, Gemini ແລະ CoQilot, ຊຶ່ງ A* ເຫລົ່ານີ້ ສາມາດອ່ານ, ແປພາສາ, ສະຫລຸບ, ວິເຄາະຂໍ້ ຄວາມ ແລະ ບັນຫາຕ່າງໆ, ແຕ່ເຖິງ ຢ່າງໃດກໍຕາມ A* ເຫລົ່ານັ້ນ, ໄດ້ ໄປເອົາຂໍ້ມູນຈາກແຫລ່ງຕ່າງໆ ບາງຄັ້ງການຂຽນບໍ່ຖືກຕາມຫລັກ ໄວຍາກອນລາວ, ບາງຄັ້ງກໍຂຽນ ປະສົມລະຫວ່າງພາສາລາວ ແລະ ໄທ, ເນື້ອໃນ ແລະ ສະຖິຕິຂໍ້ມູນຈໍາ ນວນບໍ່ໜ້ອຍແມ່ນບໍ່ເປັນທາງການ. ນອກຈາກນີ້, ເຫັນວ່າສື່ມວນຊົນ ລາວຈໍານວນຫລາຍ ກໍໄດ້ນໍາໃຊ້ A* ມາເປັນເຄື່ອງມືຊ່ວຍວຽກປະຈໍາ ວັນ ເນື່ອງຈາກວ່ອງໄວ, ປະຢັດ ເວລາ ແລະ ມີປະສິດທິພາບກວ່າ ເກົ່າ ໂດຍສະເພາະການຕັດຕໍ່ວິດີ ໂອຂ່າວ, ສະຫລຸບຂ່າວ-ບົດ ແລະ ຜະລິດຕະພັນສື່ອື່ນໆ, ແຕ່ເພື່ອ ຫລີກເວັ້ນຄວາມຜິດພາດຕ້ອງໄດ້ ນໍາໃຊ້ບັນດາປັນຍາປະດິດຢ່າງລະ ມັດລະວັງ ເພື່ອຫລີກລ່ຽງຄວາມ ຜິດພາດສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຮ່ວມເປັນສ່ວນໜຶ່ງ ປະສານງານລະຫວ່າງຊ່ຽວຊານ ຜູ້ພັດທະນາ-ນໍາໃຊ້ພາສາລາວ ຢ່າງຖືກຕ້ອງ ແລະ ຊ່ຽວຊານຜູ້ ພັດທະນາປັນຍາປະດິດມາແລກ ປ່ຽນບົດຮຽນຮ່ວມກັນ ເພື່ອປຶກສາ ສົນທະນາໃນຫົວຂໍ້ຕ່າງໆ ຈະເປັນ ບາດກ້າວໜຶ່ງທີ່ສໍາຄັນທີ່ຈະໄດ້ ແຫລ່ງພາສາລາວ ເພື່ອມາພັດທະ ນາຖານຂໍ້ມູນທີ່ມີຄຸນນະພາບເພື່ອ ສົ່ງເສີມການນໍາໃຊ້ພາສາລາວຢູ່A* ໄດ້ຕາມແຜນທີ່ວາງໄວ້. ພົວພັນຮ່ວມມືລະຫວ່າງສູນກາງ ແລະ ທ້ອງຖິ່ນຕໍ່ກັບວຽກງານການ ກະກຽມອອກຈາກສະຖານະພາບ ດ້ອຍພັດທະນາ ເພື່ອຮັບປະກັນໃຫ້ ມີຄວາມໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ໂດຍສະເພາະໄລຍະ ຂ້າມຜ່ານປີ 2027 ຫາ 2029 ແລະ ຮັບຟັງການລາຍງານໂດຍ ສັງເຂບກ່ຽວກັບການຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາແບບ ຍືນຍົງ. ການກະກຽມໃຫ້ແກ່ການອອກ ຈາກສະຖານະພາບດ້ອຍພັດທະນາ ພາຍຫລັງທີ່ ສປປ ລາວ ສາມາດ ຜ່ານເກນການປະເມີນໄດ້ 3 ຄັ້ງ ຕິດຕໍ່ກັນຄື ຄັ້ງທີ 1 ໃນປີ 2018, ຄັ້ງທີ 2 ປີ 2021 ແລະ ຄັ້ງທີ 3 ປີ 2024, ຊຶ່ງສາມາດບັນລຸ 3 ເກນ ມາດຖານ ຄື: ລາຍຮັບແຫ່ງຊາດ ສະເລ່ຍຕໍ່ຫົວຄົນ (GN*) ແມ່ນ 2.503 ໂດລາສະຫະລັດ, ດັດສະ ນີຊັບພະຍາກອນມະນຸດ ()A*) ແມ່ນ 74,8 ແລະ ດັດສະນີຄວາມ ບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EV*) ແມ່ນ 29,8 , ອົງການສະຫະປະຊາ ຊາດ (ສປຊ) ໄດ້ຮັບຮອງເອົາ ຍັດຕິສະເໜີໃຫ້ ສປປ ລາວ ຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາຢ່າງເປັນທາງການ ໂດຍ ໄດ້ມີການຂະຫຍາຍເວລາໄລຍະ ກະກຽມໃຫ້ແກ່ການຫລຸດພົ້ນໄປ ຈົນເຖິງປີ 2026. ພ້ອມດຽວກັນ ນີ້, ລັດຖະບານກໍໄດ້ສໍາເລັດການ ສ້າງແຜນຍຸດທະສາດການຂ້າມ ຜ່ານຂອງ ສປປ ລາວ ເພື່ອອອກ ຈາກສະຖານະພາບດ້ອຍພັດທະນາ (STS) ໃນປີ 2023 ຊຶ່ງມີເປົ້າ ໝາຍເພື່ອກຽມຄວາມພ້ອມທີ່ດີໃຫ້ ສປປ ລາວ ໃນການອອກຈາກ ສະຖານະພາບດ້ອຍພັດທະນາໄດ້ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວ ຂອງພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການ ພັດທະນາປະເທດຊາດ ຈາກປະເທດ ທີ່ມີລາຍຮັບຕໍ່າໄປເປັນປະເທດທີ່ມີ ລາຍຮັບປາກກາງ ກໍຄື ການຂ້າມ ຜ່ານຈາກປະເທດດ້ອຍພັດທະນາ ມາເປັນປະເທດກຳລັງພັດທະນາ ຕາມການແບ່ງປະເພດຂອງອົງການ ສປຊ ແລະ ທະນາຄານໂລກ. ສໍາລັບເປົ້າໝາຍການພັດທະນາ ແບບຍືນຍົງ ຫລື ປພຍ (SDGs) ແມ່ນການສືບຕໍ່ຈັດຕັ້ງປະຕິບັດ ວາລະການພັດທະນາຂອງສາກົນ ແລະ ຂອງບັນດາປະເທດສະມາຊິກ ອົງການສະຫະປະຊາຊາດ ລວມ ທັງ ສປປ ລາວ. ນັບຕັ້ງແຕ່ ສປປ ລາວ ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງໃນ ປີ 2015 ເປັນຕົ້ນມາ ແລະ ກໍໄດ້ ເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ V***, ຄັ້ງທີ *9 ແລະ ກໍາລັງ ຈະເຊື່ອມໃສ່ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ 9.
RkJQdWJsaXNoZXIy MTc3MTYxMQ==