7169.1

08/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K mtsko7n gs]a ddh k rh v,zj kozj kcx;w2lq '7k, grnj vIa dlkxtgmf-kf.sh ,u 7;k,\A o7q ' ©ດຍ ຈິດ ເພັດພູທອງ ຂປລ. ຄຳວ່າ(ທະຫານ)ຫາງ ສຽງ ແລະ ສາຍຕາຂອງສັງຄົມທີ່ ມີຕໍ່ ນາຍ ແລະ ພົນທະຫານ ກອງ ທັບປະຊາຊົນລາວ, ສ່ວນໃຫຍ່ແລ້ວ ຈະເບິ່ງເຫັນດ້ວຍສາຍຕາທີ່ອົບອຸ່ນ, ເຄົາລົບ ແລະ ໃຫ້ກຽດ ຢ່າງພາກ ພູມໃຈ, ທະຫານບໍ່ວ່າຈະປະຕິບັດ ງານອັນໃດ, ຢູ່ໃສກໍລ້ວນແລ້ວເອົາ ປະຊາຊົນເປັນທີ່ຕັ້ງ ແລະ ສິ່ງນີ້ເອງ ທີ່ເຮັດໃຫ້ມີຄວາມສະໜິດແໜ້ນ ແລະ ເຊື່ອມຈອດກັບປະຊາຊົນຢ່າງ ແທ້ຈິງ ແບບໃຈແລກໃຈ; ແນ່ນອນ ມີຄົນຮັກກໍມີຄົນຊັງ ຍັງມີບາງຄົນທີ່ ຍັງແນມທະຫານດ້ວຍສາຍຕາທີ່ບໍ່ ເປັນມິດ, ບາງຄົນຕັ້ງຄຳຖາມຂຶ້ນ ມາວ່າອາຊີບທະຫານ ເງິນເດືອນບໍ່ ບົດສະເໜີ ©ດຍ ວັນທາ ]k;{s;Pfok, 7;k,z6 dra ory glf c]t 75 o7j kva ol6 'lqj '0v'xts;a flkf ຂປລ. ການພົວພັນລາວ-ຫວຽດ ນາມ ແມ່ນການພົວພັນພິເສດທີ່ໄດ້ ສ້າງຕັ້ງ ແລະ ຂະຫຍາຍຕົວຜ່ານ ຫລາຍໄລຍະປະຫວັດສາດ, ອີງໃສ່ ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອ ໃຈແລະການແບ່ງປັນຢ່າງເລິກເຊິ່ງ ລະຫວ່າງສອງຊາດເຊິ່ງແມ່ນຄວາມ ສາມັກຄີແບບສະຫາຍ, ແບບອ້າຍ ນ້ອງທີ່ຫາໄດ້ຍາກໃນໂລກ. ຕະ ຫລອດໄລຍະປະຫວັດສາດ, ໂດຍ ສະເພາະໃນໄລຍະເວລາທີ່ຫຍຸ້ງ ຍາກທີ່ສຸດ, ຫວຽດນາມ ໄດ້ມອບໃຫ້ ລາວ ການຊ່ວຍເຫລືອອັນບໍລິສຸດ, ຈິງໃຈ, ມີມູນເຊື້ອ, ທີ່ເກີດຂຶ້ນຈາກ ຄວາມຮັກແພງອັນເລິກເຊິ່ງ ແລະ ນໍ້າໃຈສັກສິດ ເຊິ່ງໄດ້ກາຍເປັນສັນ ຍະລັກຂອງຈິດໃຈສາກົນອັນສູງ ສົ່ງ, ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະ ເທດຊາດຂອງປະຊາຊົນລາວ. ຕົ້ນ ກໍາເນີດ ຂອງການສະໜັບສະໜູນ ເຊິ່ງກັນ ແລະ ກັນ ລະຫວ່າງສອງ ຊາດ ລາວ - ຫວຽດນາມ ແມ່ນການ ຮ່ວມສູ້ຮົບອັນຍິ່ງໃຫຍ່ ທີ່ໄດ້ຮັບ ການກໍ່ຕັ້ງໂດຍ ທ່ານປະທານ ໂຮ່ ຈີ່ມິງ ແລະ ທ່ານປະທານ ໄກສອນ ພົມວິຫານ. ໃນສົງຄາມຕໍ່ສູ້ຕ້ານສັດຕູຮ່ວມ, ຫວຽດນາມ ໄດ້ສົ່ງທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ຫລາຍໝື່ນຄົນມາປະເທດລາວ. ການເສຍສະລະຂອງນັກຮົບຫວຽດ ນາມ ແມ່ນການອຸທິດອັນບໍ່ມີຂອບ ເຂດ. ພວກເພິ່ນໄດ້ຄຽງບ່າຄຽງ ໄຫລ່ກັບກອງທັບ ແລະ ປະຊາຊົນ ລາວ ຕໍ່ສູ້ໃນທົ່ວທຸກສະໜາມຮົບ, ນັບຕັ້ງແຕ່ການສູ້ຮົບຄັ້ງໃຫຍ່ທີ່ມີ ລັກສະນະຕັດສິນ ຈົນເຖິງການສ້າງ ຕັ້ງເຂດປົດປ່ອຍ ແລະ ການເພີ່ມທະ ວີອຳນາດການປົກຄອງຂັ້ນຮາກ ຖານ. ການຊ່ວຍເຫລືອນີ້ ບໍ່ພຽງແຕ່ ເປັນການຮ່ວມສູ້ຮົບເທົ່ານັ້ນ, ຫາກ ຍັງເປັນການສະໜັບສະໜູນທາງ ດ້ານການເມືອງ, ວັດຖຸເຕັກນິກ, ສຸຂະພາບ ແລະ ການຝຶກອົບຮົມພະ ນັກງານໃນສະໜາມຮົບ. ຍ້ອນການ ຮ່ວມພັນສູ້ຮົບອັນໜັກແໜ້ນນີ້, ການປະຕິວັດສອງປະເທດຈຶ່ງຍາດ ໄດ້ໄຊຊະນະ ພາຍຫລັງມະຫາໄຊ ຊະນະໃນລະດູໃບໄມ້ປົ່ງ ປີ 1975 ທີ່ມີຄວາມໝາຍປະຫວັດສາດ. ຄວາມຮັກແພງ ແລະ ການປົກປ້ອງ ຂອງປະຊາຊົນລາວ ທີ່ມີຕໍ່ທະຫານ ຫວຽດນາມ, ພ້ອມທັງຈິດໃຈ hກັດ ເມັດເຂົ້າແບ່ງເຄິ່ງ, ຫັກເຄິ່ງກ້ານ ຜັກi, ໄດ້ກາຍເປັນຄຸນຄ່າອັນຍືນ ຍົງທີ່ບໍາລຸງລ້ຽງ ມິດຕະພາບພິເສດ ລາວ-ຫວຽດນາມ ໃຫ້ຜ່ານຜ່າທຸກ ສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ. ກ້າວເຂົ້າສູ່ໄລຍະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ການຊ່ວຍເຫລືອຂອງ ຫວຽດນາມ ໄດ້ປ່ຽນຈຸດໜັກໃສ່ການຮ່ວມມືພັດ ທະນາເສດຖະກິດ-ສັງຄົມ ແລະ ຝຶກອົບຮົມຊັບພະຍາກອນມະນຸດ, ເພື່ອຊ່ວຍລາວ ຫລຸດພົ້ນອອກຈາກ ຄວາມຫຍຸ້ງຍາກ, ກ້າວຂຶ້ນ ແລະ ເຊື່ອມໂຍງສາກົນເທື່ອລະກ້າວ. ການລົງທຶນ ແລະ ເສດຖະກິດ: ຫວຽດນາມ ແມ່ນໜຶ່ງໃນບັນດາ ນັກລົງທຶນຕ່າງປະເທດຂະໜາດ ໃຫຍ່ ແລະ ໝັ້ນຄົງຢູ່ລາວ. ບໍ່ພຽງ ແຕ່ເພື່ອເປົ້າໝາຍເສດຖະກິດເທົ່າ ນັ້ນ, ໂຄງການຈໍານວນຫລາຍຍັງມີ ຄວາມໝາຍໃນການສະໜັບສະໜູນ ການພັດທະນາໄລຍະຍາວ, ຊ່ວຍ ລາວ ຂຸດຄົ້ນທ່າແຮງທີ່ມີຢູ່ໃຫ້ດີຂຶ້ນ. ຈຸດເຊື່ອມຕໍ່ຍຸດທະສາດ: ໜຶ່ງ ໃນຈຸດເດັ່ນທີ່ສໍາຄັນແມ່ນການສະ ໜັບສະໜູນລາວ ປະຕິບັດຄວາມ ມຸ່ງມາດປາຖະໜາທີ່ຈະປ່ຽນຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ ກາຍເປັນສູນກາງເຊື່ອມຕໍ່ທາງບົກ ຂອງພາກພື້ນ. ຫວຽດນາມ ໄດ້ສ້າງ ເງື່ອນໄຂໃຫ້ລາວ ນໍາໃຊ້ທ່າເຮືອ ຫວູ່ງອາງ (Vũng Áng) ເປັນປະ ຕູສູ່ທະເລທີ່ໃກ້ທີ່ສຸດ, ພ້ອມທັງປະ ສານສົມທົບຊຸກຍູ້ບັນດາໂຄງການ ຄົມມະນາຄົມ ເຊັ່ນ: ທາງດ່ວນ, ທາງລົດໄຟ ເພື່ອເຊື່ອມຕໍ່ສອງປະ ເທດ. ບັນດາໂຄງການເຫລົ່ານີ້ ປະ ກອບສ່ວນສ້າງຕັ້ງແກນເສດຖະກິດ ທີ່ເຊື່ອມໂຍງກັນ, ເປີດກວ້າງໂອ ກາດການຄ້າຂາຍກັບພາກພື້ນ ແລະ ໂລກ. ຫວຽດນາມ ຍັງລົງທຶນຢ່າງ ແຂງແຮງໃນຂົງເຂດໄຟຟ້ານໍ້າຕົກ, ບໍ່ແຮ່ ແລະ ກະສິກໍາ, ສ້າງວຽກເຮັດ ງານທຳໃຫ້ແກ່ແຮງງານຫລາຍ ພັນຄົນ, ປະກອບສ່ວນສໍາຄັນເຂົ້າ ໃນງົບປະມານຂອງລາວ ແລະ ສະ ໜັບສະໜູນການເຕີບໂຕທາງດ້ານ ເສດຖະກິດແບບຍືນຍົງ. ການຝຶກອົບຮົມຊັບພະຍາກອນ ມະນຸດ: ໜຶ່ງໃນການຊ່ວຍເຫລືອທີ່ມີ ຄວາມໝາຍຍາວນານທີ່ສຸດຄືການ ຊ່ວຍເຫລືອໃນການຝຶກອົບຮົມຊັບ ພະຍາກອນມະນຸດໃຫ້ແກ່ປະເທດ ເພື່ອນມິດ.ແຕ່ລະປີ,ຫວຽດນາມໃຫ້ ທຶນການສຶກສາຫລາຍພັນທຶນແກ່ ນັກສຶກສາ ແລະ ພະນັກງານລາວ ໄປສຶກສາຮໍ່າຮຽນ ເຊິ່ງແມ່ນແຫລ່ງ ຊັບພະຍາກອນທີ່ສໍາຄັນເພື່ອຮັບໃຊ້ ການພັດທະນາປະເທດຊາດລາວ ແລະ ເປັນຂົວຕໍ່ທີ່ເຊື່ອມໂຍງສອງ ຊາດ. ຫລາຍລຸ້ນສະໄໝຂອງນັກ ສຶກສາລາວທີ່ເຄີຍຮຽນຢູ່ຫວຽດ ນາມ ບໍ່ພຽງແຕ່ໄດ້ຮັບຄວາມຮູ້ວິ ຊາສະເພາະເທົ່ານັ້ນ, ຫາກຍັງເຂົ້າ ໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ ມິດຕະພາບຂອງສອງປະເທດ, ກາຍເປັນຜູ້ປົກປັກຮັກສາ ແລະ ພັດ ທະນາການພົວພັນພິເສດນັ້ນ. ດ້ານສຸຂະພາບ ແລະ ຄວາມໝັ້ນ ຄົງ: ໃນຂົງເຂດສາທາລະນະສຸກ, ຫວຽດນາມ ໄດ້ສົ່ງຊ່ຽວຊານມາ ຊ່ວຍຝຶກອົບຮົມ, ສ້າງຕັ້ງພື້ນຖານ ໂຄງລ່າງ, ຍົກສູງຄຸນນະພາບການ ກວດ ແລະ ປິ່ນປົວພະຍາດ. ບັນດາ ກິດຈະກໍານີ້ ປະກອບສ່ວນຍົກສູງ ສະຫວັດດີການສັງຄົມ ແລະ ການດູ ແລສຸຂະພາບຂອງປະຊາຊົນລາວ. ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ: ໃນສະພາບການທີ່ພາກ ພື້ນມີການຜັນແປສັບສົນ, ການ ຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບລະຫວ່າງສອງປະ ເທດຍັງຄົງຮັກສາໄວ້ຢ່າງແໜ້ນ ແຟ້ນ. ຫວຽດນາມ ສະໜັບສະໜູນ ລາວ ໃນການຝຶກອົບຮົມ, ການສ້າງ ກໍາລັງແລະການປະສານສົມທົບຮັບ ປະກັນຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ, ປະກອບສ່ວນປົກປັກ ຮັກສາສະຖຽນລະພາບທາງດ້ານ ການເມືອງຂອງທັງສອງປະເທດ. ຄວາມກະຕັນຍູຕໍ່ປະຫວັດສາດ: ການເຄື່ອນໄຫວຊອກຄົ້ນ, ເກັບກໍາ ແລະສົ່ງກັບຄືນອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະລະຊີວິດຢູ່ລາວ ຍາມ ໃດກໍໄດ້ຮັບການປະສານສົມທົບ ໂດຍສອງຝ່າຍດ້ວຍຄວາມເຄົາລົບ ນັບຖື ເຊິ່ງສະແດງເຖິງນໍ້າໃຈອັນ ເລິກເຊິ່ງ ແລະ ຄວາມຮັບຜິດຊອບ ຕໍ່ປະຫວັດສາດ. ການຊ່ວຍເຫລືອອັນບໍລິສຸດ ແລະ ສູງສົ່ງຂອງຫວຽດນາມທີ່ມີຕໍ່ ລາວ ໄດ້ນໍາເອົາບັນດາຜົນສໍາເລັດ ອັນສະຫງ່າງາມ, ປະກອບສ່ວນສໍາ ຄັນເຂົ້າໃນຄວາມໝັ້ນຄົງທາງດ້ານ ການເມືອງ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງລາວ, ພ້ອມ ທັງເຮັດໃຫ້ມິດຕະພາບພິເສດ ລາວ- ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ, ກາຍ ເປັນຊັບສົມບັດອັນລໍ້າຄ່າ ແລະ ເປັນ ກົດເກນການຄົງຕົວແລະ ພັດທະນາ ຂອງສອງຊາດ. ການປົກປັກຮັກສາແລະ ເສີມຂະ ຫຍາຍການພົວພັນພິເສດ ລາວ- ຫວຽດນາມ ບໍ່ພຽງແຕ່ແມ່ນຄວາມ ຮັບຜິດຊອບຂອງຄົນລຸ້ນໃໝ່ໃນປັດ ຈຸບັນເທົ່ານັ້ນ, ຫາກຍັງເປັນເງື່ອນ ໄຂສໍາຄັນເພື່ອໃຫ້ສອງປະເທດ ກ້າວໄປສູ່ອະນາຄົດທີ່ສັນຕິພາບ, ເອກະລາດ, ສາມັກຄີ ແລະ ວັດທະ ນາຖາວອນ. ສົມກັບໜ້າວຽກ, ບໍ່ກຸ້ມກິນ... ແນວ ໃດກໍດີ, ເຖິງວ່າສະພາບການບ້ານ ເມືອງປົກກະຕິ, ເສດຖະກິດມີການ ຂະຫຍາຍຕົວ,ປະຊາຊົນບັນດາເຜົ່າ ມີຊີວິດການດີຂຶ້ນ, ແຕ່ຈົ່ງຢ່າໄດ້ ດ້ອຍຄ່າອາຊີບທະຫານ ເຖິງແມ່ນ ເຖິງນ້ຳໃຈໃນການເສຍສະລະຢ່າງ ພິລາອາດຫານ, ຍອມເສຍຊີວິດດີ ກວ່າເສຍແຜ່ນດິນ. ສະຫາຍ ພົນໂທ ຄຳລຽງ ອຸທະ ໄກສອນ ລັດຖະມົນຕີກະຊວງປ້ອງ ກັນປະເທດ ໄດ້ກ່າວວ່າ: ກອງທັບ ປະຊາຊົນລາວ ກຳເນີດເກີດຂຶ້ນໃນ ທ່າມກາງປະເທດຊາດ ຖືກພວກ ລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນລາວບັນ ດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການ ຮຸກຮານ ຢ່າງເປັນຂະບວນຟົດຟື້ນ ໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວ ອິດສະຫລະ ໄດ້ຮັບການປະກາດ ສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກໍາເນີດ ຂອງກອງທັບປະຊາຊົນລາວໃນປັດ ຈຸບັນ) ຢູ່ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ. ການປະກາດສ້າງ ຕັ້ງກອງທັບປະຊາຊົນລາວ ແມ່ນ ເຫດການ ການເມືອງທີ່ມີຄວາມ ໝາຍສໍາຄັນທີ່ສຸດ ເຊິ່ງເປັນເຫດ ການປະຫວັດສາດໜຶ່ງທີ່ສຳຄັນ ຂອງຊາດ, ເປັນບາດກ້າວແຫ່ງ ການເຕີບໃຫຍ່ຂະຫຍາຍຕົວຂອງ ການປະຕິວັດ, ທັງແມ່ນການເຕີບ ໃຫຍ່ເຂັ້ມແຂງຂອງກຳລັງປະກອບ ອາວຸດ ແລະ ເປັນບາດລ້ຽວທີ່ເປັນ ລັກສະນະຕັດສິນໃນພາລະກິດຕໍ່ສູ້ ປົດປ່ອຍຊາດ, ພາຍຫລັງໄດ້ຮັບ ການສ້າງຕັ້ງຂຶ້ນ ກອງທັບ ກໍໄດ້ຜະ ເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີ ກໍາລັງແຮງເໜືອກວ່າ ນັບທັງດ້ານ ກໍາລັງພົນ ແລະ ອາວຸດຍຸດໂທປະ ກອນທີ່ທັນສະໄໝກວ່າ, ແຕ່ດ້ວຍ ນໍ້າໃຈຮັກຊາດອັນສູງສົ່ງ, ການສືບ ທອດມູນເຊື້ອພິລະອາດຫານບໍ່ຍອມ ຈໍານົນຂອງບັນພະບູລຸດ ແລະ ຊົນ ເຊື້ອຊາດລາວ, ກອງທັບເຮົາໄດ້ດໍາ ເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ 1975 ຢ່າງສະ ຫງ່າຜ່າເຜີຍ. ຜ່ານການຝຶກຝົນຫລໍ່ຫລອມ ແລະ ທົດສອບໃນແປວໄຟສົງຄາມ ຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງ ຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລໍາບາກ ນັ້ນ, ກອງທັບເຮົາໄດ້ສ້າງວິລະກຳ ອັນລໍ້າເລີດຫລາຍປະການ, ສ້າງ ປະຫວັດສາດໜ້າໃໝ່ ແລະ ມູນເຊື້ອ ວິລະຊົນຂອງຊາດລາວ ວິລະຊົນ ຢ່າງສະຫງ່າງາມ. ພາຍຫລັງປະ ເທດຊາດໄດ້ຮັບການປົດປ່ອຍກອງ ທັບປະຊາຊົນລາວ ໄດ້ສືບຕໍ່ປະຕິບັດ ສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ເປັນກຳລັງຫລັກ ແຫລ່ງໃນການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານຂອງ ພັກ, ເປັນເຈົ້າການປົກປັກຮັກສາ ໝາກຜົນຂອງການປະຕິວັດ, ເສີມ ຂະຫຍາຍທາດແທ້ມູນເຊື້ອຂອງ ກອງທັບ, ສຸມໃສ່ປັບປຸງກໍ່ສ້າງກໍາ ລັງໃນທຸກດ້ານ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຮັດໃຫ້ ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ວ່າທະຫານໃນປັດຈຸບັນອາດຈະ ບໍ່ໄດ້ໄປສູ້ຮົບ ແຕ່ທະຫານກໍຄືທະ ຫານ ຍາມສະຫງົບກໍເຮັດໜ້າທີ່ປະ ກອບສ່ວນເຮັດໃຫ້ປະເທດມີຄວາມ ສະຫງົບ, ຊ່ວຍເຫລືອປະຊາຊົນ ຢ່າງຮອບດ້ານໃນເວລາເກີດໄພພິ ບັດນ້ຳຖ້ວມ, ໄຟໄໝ້ປ່າ, ເກີດເຫດ ປຸ້ນຈີ້ຊີງຊັບ, ຄ້າຂາຍເຖື່ອນ ກໍລ້ວນ ແລ້ວແມ່ນທະຫານເປັນຜູ້ນຳໜ້າໃນ ການເຮັດໜ້າທີ່ປາມປາບ. ຄວາມ ຈິງແລ້ວ, ໃນເມື່ອກ່ອນໄລຍະຕໍ່ສູ້ກູ້ ຊາດທະຫານທຸກຄົນບໍ່ມີເງິນເດືອນ, ບໍ່ມີນະໂຍບາຍຄືທຸກມື້ນີ້, ແຕ່ພວກ ເຂົາເຫລົ່ານັ້ນກໍເຮັດໜ້າທີ່ດ້ວຍ ຄວາມສະໝັກໃຈ, ດ້ວຍຄວາມຮັກ ຊາດຮັກບ້ານເກີດເມືອງນອນແທ້ໆ; ສິ່ງດັ່ງກ່າວມັນສະແດງໃຫ້ເຫັນ

RkJQdWJsaXNoZXIy MTc3MTYxMQ==