7169.1

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 08/12/2025 xtgmf]k; K ໂທລະເລກອວຍພອນ... ການນຳຂັ້ນສູງ ແຫ່ງ... ການນຳຂັ້ນສູງຂອງລາວ... ການນຳຂັ້ນສູງຂອງລາວ ໄດ້ຮັບ... ສານສະແດງຄວາມຊົມເຊີຍ... ແຫ່ງ ສປປ ລາວ ໄດ້ສົ່ງສານ ອວຍພອນເຖິງພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ເນື່ອງໃນໂອກາດວັນສະເຫລີມພະ ຊົນພັນສາຂອງພະບາດສົມເດັດພະ ບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະ ນາດບໍພິດ, ວັນຊາດແລະວັນພໍ່ແຫ່ງ ຊາດ ແຫ່ງ ຣາຊະອານາຈັກໄທ. ເນື້ອໃນສານລະບຸວ່າ: ຕາງໜ້າ ໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດ ຢ່າງສູງອວຍພອນໄຊຍະມຸງຄຸນອັນ ປະເສີດມາຍັງພະບາດສົມເດັດ, ພະ ລາຊີນີ ແລະ ພະບໍລົມວົງສານຸວົງ ທຸກພະອົງ ເນື່ອງໃນໂອກາດວັນ ສະເຫລີມພະຊົນພັນສາຂອງພະບາດ ສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາ ຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະ ອານາຈັກໄທ ວັນທີ 5 ທັນວາ. ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ ລາວໄທ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງຕະຫລອດໄລຍະ 75 ປີ ຜ່ານມາບົນພື້ນຖານຄວາມເຂົ້າອົກ ເຂົ້າໃຈຖານບ້ານໃກ້ເຮືອນຄຽງທີ່ ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ຊຶ່ງໄດ້ນໍາ ເອົາຜົນປະໂຫຍດຫລາຍດ້ານມາສູ່ ປະຊາຊົນສອງຊາດ ລາວ-ໄທ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງສອງ ປະເທດພວກເຮົາຈະສືບຕໍ່ໄດ້ຮັບ ການພັດທະນາ ແລະ ເພີ່ມພູນຄູນ ສ້າງໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບ ສູງໃໝ່ ເພື່ອນຳເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ນັບມື້ນັບຫລາຍຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງ ພະອົງ, ຣາຊະອານາຈັກໄທ ຈະສືບ ຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນ ຮຸ່ງເຮືອງ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ ແລະ ຂໍອວຍພອນໄຊອັນ ປະເສີດແດ່ພະອົງ, ພະລາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົງ ມີພະລະນາໄມສົມບູນ, ມີພະກະເສມ ສໍາລານ ແລະ ມີອາຍຸຍິ່ງຍືນນານ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານ ອວຍພອນເຖິງ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເນື່ອງໃນ ໂອກາດວັນສະເຫລີມພະຊົນພັນສາ ຂອງພະບາດສົມເດັດພະບໍຣົມຊະ ນະກາທິເບດ ມະຫາພູມິພົນອະດຸນ ຍະເດດມະຫາຣາດ ບໍຣົມມະນາດບໍ ພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ວັນທີ 5 ທັນວາ. ໂ ອ ກ າ ດ ດັ່ງ ກ່ າ ວ , ທ່ າ ນ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ສີຫະສັກ ພວງເກດແກ້ວ ລັດຖະມົນຕີວ່າການກະຊວງການ ເຖິງທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ເນື້ອໃນຂອງສານໄດ້ລະບຸວ່າ: ໃນນາມປະຊາຊົນສິງກະໂປ, ຂ້າ ພະເຈົ້າຂໍສະແດງຄວາມຊົມເຊີຍ ອັນອົບອຸ່ນທີ່ສຸດ ເນື່ອງໃນໂອກາດ ແຫ່ງການສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ນີ້ແມ່ນຂີດໝາຍ ທີ່ເປັນແຮງຍູ້ດັນອັນສໍາຄັນທີ່ສ່ອງ ແສງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມອົດທົນຜ່ານຜ່າ ແລະ ນໍ້າໃຈ ປະຊາຊົນລາວ ໄດ້ຮັບສານສະແດງ ຄວາມຊົມເຊີຍຈາກທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ຮັກສາ ການປະທານາທິບໍດີ ແຫ່ງ ສາທາ ລະນະລັດ ສະຫະພາບມຽນມາ ເນື່ອງໃນໂອກາດການສະເຫລີມສະ ຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນຂອງສານໄດ້ລະບຸວ່າ: ເນື່ອງໃນໂອກາດການສະເຫລີມ ສະຫລອງວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ, ຂ້າພະເຈົ້າ ຮູ້ສຶກເປັນກຽດເປັນຢ່າງຍິ່ງຂໍສະ ແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີິດມາຍັງ ທ່ານ ແລະ ໂດຍຜ່ານທ່ານໄປຍັງ ປະຊາຊົນລາວ ທຸກຖ້ວນໜ້າ. ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ ເຫັນວ່າ ສາຍພົວພັນມິດຕະພາບອັນ ເປັນມູນເຊຶື້ອຍາວນານ ແລະ ການ ຮ່ວມມືອັນມີໝາກຜົນ ລະຫວ່າງ ສອງປະເທດຂອງພວກເຮົາ ໄດ້ຮັບ ການຂະຫຍາຍຕົວທັງໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຮ່ວມມື ຂອງພວກເຮົາ ຈະສືບຕໍ່ຮັດແໜ້ນໃນ ຊຸມປີຕໍ່ໜ້າ ເພື່ອປະກອບສ່ວນເຂົ້າ ໃນການສ້າງສັນຕິພາບ, ສະຖຽນ ລະພາບ ແລະ ວັດທະນະຖາວອນ ຢູ່ໃນພາກພື້ນ. ດ້ວຍຄວາມນັບຖືເປັນຢ່າງສູງ ແລະ ຂໍອວຍພອນໄຊອັນປະເສີດມາ ຍັງທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະຊາຊົນລາວ ສືບຕໍ່ມີຄວາມວັດທະນະຖາວອນ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ຮັບ ສານສະແດງຄວາມຊົມເຊີຍຈາກ ທ່ານ ໂຢຊໍ ນາຍົກລັດຖະມົນຕີ ແຫ່ງ ສສ ມຽນມາ ແລະ ທ່ານ ທັນ ສະເວ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ມຽນມາ ເຊັ່ນດຽວກັນ. ຈາກສົມເດັດ ຊຸນຕານ ຮາຈິ ຮັດ ຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ເນື່ອງໃນໂອກາດວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນຂອງສານລະບຸວ່າ: ຂ້າພະ ເ ຈົ້າຮູ້ສຶກປິຕິຍິນດີເ ປັນ ຢ່າງຍິ່ງສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ຄົບຮອບ 50 ປີ. ໃນໂອກາດອັນສະຫງ່າລາສີ ແຫ່ງຂີດໝາຍອັນສຳຄັນໃນການ ສະເຫລີມສະຫລອງ 5 ທົດສະວັດ ແຫ່ງການພັດທະນາ ແລະ ສ້າງສາ ປະເທດຊາດ ບົນພື້ນຖານແຫ່ງ ຄວາມສາມັກຄີ ແລະ ຄວາມເຂັ້ມ ແຂງ. ຕະຫລອດຫລາຍປີທີ່ຜ່ານ ມາ, ສປປ ລາວ ບັນລຸຜົນສຳເລັດ ຢ່າງໜ້າເພິ່ງພໍໃຈໃນຂົງເຂດການ ພັດທະນາພື້ນຖານໂຄງລ່າງ, ການ ສຶກສາ ແລະ ກະສິກຳ, ພ້ອມທັງ ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍວິໄສ ທັດອັນກວ້າງໄກ ແລະ ການນຳພາ ວັນສໍາຄັນຂອງ ສປປ ລາວ ໃນ ຄັ້ງນີ້ ຊຶ່ງເປັນການສະແດງໃຫ້ເຫັນ ເຖິງການຮັບຮູ້ເຖິງການພົວພັນທີ່ ເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ຣັດເຊຍ ທີ່ມີມາແຕ່ດົນນານ, ທັງເປັນການຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດໃຫ້ນັບມື້ ນັບໃກ້ຊິດ ແລະ ກ້າວສູ່ລວງເລິກ. ຝ່າຍລາວໄດ້ຕີລາຄາສູງ ແລະ ສະ ແດງຄວາມຮູ້ບຸນຄຸນທີ່ຍາມໃດ ຝ່າຍຣັດເຊຍ ກໍໄດ້ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດມາທັງໃນໄລຍະ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ. ໃນໂອກາດນີ້, ທ່ານທອງລຸນສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງທ່ານ ວະລາດີເມຍ ປູຕິນ ປະທາ ນາທິບໍດີ ແລະ ທ່ານ ນາງ ວາເລັນຕີ ນາ ມັດວິເຢນໂກ ປະທານສະພາສູງ ແຫ່ງ ສ ຣັດເຊຍ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບແລະການຮ່ວມມື ທີ່ດີງາມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄື ການເປັນຄູ່ຮ່ວມມື ຕ່າງປະເທດ ແຫ່ງ ຣາຊະອານາຈັກ ໄທ ທີ່ບາງກອກ ເນື່ອງໃນໂອກາດ ວັນສະເຫລີມພະຊົນພັນສາຂອງ ພະບາດສົມເດັດ ພະບໍຣົມຊະນະກາ ທິເບດ ມະຫາພູມິພົນອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດ, ວັນ ຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ. ອັນເດັດດ່ຽວຂອງປະຊາຊົນລາວ ທັງຊາດ. ສປປ ລາວ ຢູ່ໃນຈຸດຫັນປ່ຽນ ທີ່ສຳຄັນໃນການເຮັດໃຫ້ປະເທດ ກາຍເປັນສູນກາງເຊື່ອມໂຍງຂອງ ພາກພື້ນອາຊີຕາເວັນອອກສຽງ ໃຕ້ ດ້ວຍຄວາມໝັ້ນໃຈ. ຄວາມ ກ້າວໜ້າດັ່ງກ່າວນີ້ ເປັນສິ່ງຢັ້ງຢືນ ເຖິງວິໄສທັດ ແລະ ຄວາມມຸ່ງໝັ້ນ ຂອງປະເທດທ່ານໃນການນຳໃຊ້ໂອ ກາດອັນໃໝ່ນີ້ ແລະ ກ້າວໄປສູ່ການ ສ້າງອະນາຄົດທີ່ສົດໃສກວ່າເກົ່າ. ສິງກະໂປ ແລະ ລາວ ມີສາຍ ພົວພັນມິດຕະພາບທີ່ອົບອຸ່ນ. ໃນຊຸມ ປີຜ່ານມາ, ການຮ່ວມມືຂອງພວກ ເຮົາໄດ້ຂະຫຍາຍຕົວໄປສູ່ຂົງເຂດທີ່ ມີທ່າຂະຫຍາຍຕົວ ລວມທັງຂົງເຂດ ພະລັງງານທົດແທນ ແລະ ສິນເຊື່ອ ກາກບອນ. ສິງກະໂປ ມີຄວາມ ພາກພູມໃຈທີ່ໄດ້ເປັນຄູ່ຮ່ວມມືກັບ ສປປ ລາວ ໃນວຽກງານການພັດ ທະນາ, ໂດຍຜ່ານການຮ່ວມມືທີ່ ຍາວນານຂອງພວກເຮົາ ໃນຂົງເຂດ ການພັດທະນາຊັບພະຍາກອນ ມະນຸດ. ໃນຖານະປະເທດນ້ອຍທີ່ ຕ້ອງຮັບມືກັບສະພາບການພັດທະ ນາຂອງໂລກທີ່ມີຄວາມອ່ອນໄຫວ ແລະ ສິ່ງທ້າທາຍຈຳເປັນທີ່ພວກ ເຮົາຈະຕ້ອງສືບຕໍ່ຮັດແໜ້ນການ ຮ່ວມມືທັງໃນຂອບສອງຝ່າຍ ແລະ ໃນເວທີພາກພື້ນ. ສອງປະເທດພວກ ເຮົາແມ່ນຄູ່ຮ່ວມມືທີ່ໃກ້ຊິດໃນອາ ຊຽນ ແລະ ພວກເຮົາຍັງເຮັດວຽກ ຮ່ວມກັນຢ່າງໃກ້ຊິດໃນເວທີສາ ກົນອື່ນໆ ລວມທັງອົງການສະຫະ ປະຊາຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ ການນຳພາຂອງທ່ານ, ມິດຕະພາບ ລະຫວ່າງສອງປະເທດຂອງພວກ ເຮົາຈະເພີ່ມທະວີ ແລະ ແຕກດອກ ອອກຜົນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ. ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ແລະ ທ່ານ ນາງ ນາລີ ຈົ່ງມີສຸຂະ ພາບເຂັ້ມແຂງ ແລະ ຂໍອວຍພອນ ໃຫ້ປະຊາຊົນລາວ ຈົ່ງມີຄວາມຜາ ສຸກ, ຈະເລີນຮຸ່ງເຮືອງ ແລະ ປະສົບ ຜົນສຳເລັດໃນໂອກາດແຫ່ງຄວາມ ສຸກທີ່ທ່ານສະເຫລີມສະຫລອງໃນ ຄັ້ງນີ້. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບ ສານສະແດງຄວາມຊົມເຊີຍຈາກ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ຊຶ່ງເນື້ອ ໃນຂອງສານໄດ້ລະບຸວ່າ: ໃນນາມ ລັດຖະບານສິງກະໂປ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ໃນປີກາຍນີ້ທີ່ພວກເ ຮົາໄດ້ ແລກປ່ຽນການຢ້ຽມຢາມນຳກັນ ເພື່ອສະເຫລີມສະຫລອງການສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ, ພວກເຮົາໄດ້ເຫັນດີທີ່ຈະຮັດ ແໜ້ນ ການຮ່ວມມືສອງຝ່າຍໃຫ້ເຂົ້າ ສູ່ລວງເລິກໃນຂົງເຂດການຊື້-ຂາຍ ສິນເຊື່ອກາກບອນ, ພະລັງງານທົດ ແທນ ແລະ ຄວາມໝັ້ນຄົງທາງດ້ານ ສະບຽງອາຫານ. ສິງກະໂປ ແລະ ລາວ ໃນຖານະທີ່ເປັນຄູ່ຮ່ວມມືກັນ ມາແຕ່ດົນນານໃນວຽກງານການ ພັດທະນາຊັບພະຍາກອນມະນຸດ ໄດ້ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຂົງເຂດການຮ່ວມມືທາງດ້ານ ເຕັກນິກ ເພື່ອຮັບປະກັນວ່າປະຊາຊົນ ສອງຊາດພວກເຮົາຈະມີຄວາມ ພ້ອມໃນດ້ານຕ່າງໆ ເພື່ອຊ່ວຍໃຫ້ ປະສົບຜົນສຳເລັດ. ໃນຖານະທີ່ເປັນປະເທດນ້ອຍ ເຊັ່ນດຽວກັນ, ພວກເຮົາເຮັດວຽກ ຮ່ວມກັນຢ່າງໃກ້ຊິດໃນຂອບອາ ຊຽນ ແລະ ຂອບຫລາຍຝ່າຍອື່ນໆ. ໃນລະດັບພາກພື້ນ, ພວກເຮົາສືບຕໍ່ ຮ່ວມມືກັນໃນຂົງເຂດທີ່ສອງຝ່າຍ ໃຫ້ຄວາມສຳຄັນຮ່ວມກັນ ເຊັ່ນ: ການສ້າງຄວາມຍືນຍົງ ແລະ ບັນ ຫາສິ່ງແວດລ້ອມ. ສອງປະເທດ ພວກເຮົາຍຶດໝັ້ນໃນການພັດທະນາ ໂຄງການພາກພື້ນທີ່ສຳຄັນຕ່າງໆ ໃຫ້ມີຄວາມກ້າວໜ້າເຊັ່ນ: ໂຄງການ ເຊື່ອມໂຍງສາຍສົ່ງໄຟຟ້າໃນອາ ຊຽນ (ASEAN Power Grid) ທີ່ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ ແກ່ການສະໜອງພະລັງງານໄຟຟ້າ ແລະ ສົ່ງເສີມການພັດທະນາແບບ ຍືນຍົງໃນພາກພື້ນຂອງພວກເຮົາ. ຂ້າພະເຈົ້າຫວັງວ່າຈະໄດ້ເຮັດ ວຽກຮ່ວມກັບທ່ານ ເພື່ອຊຸກຍູ້ຄູ່ກາຍ ເປັນຮ່ວມມືຂອງພວກເຮົາໃຫ້ເຂົ້າສູ່ ລວງເລິກຍິ່ງໆຂຶ້ນ, ຂ້າພະເຈົ້າ ແລະ ພັນລະຍາຂໍອວຍພອນໃຫ້ທ່ານ ແລະ ທ່ານ ນາງ ວັນດາລາ ຈົ່ງມີສຸຂະ ພາບເຂັ້ມແຂງ ແລະ ປະສົບຜົນສຳ ເລັດໃນທຸກໆດ້ານ. ພ້ ອ ມ ດ ຽ ວ ກັ ນ ນີ້ , ທ່ າ ນ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ລາວ ກໍໄດ້ຮັບສານສະແດງຄວາມ ຊົມເຊີຍຈາກທ່ານ ເຊຍ ຄຽນ ເປັງ ປະທານລັດຖະສະພາ ແຫ່ງ ສ ສິງກະໂປ ແລະ ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian Balakrishnan) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ສິງກະໂປ ເຊັ່ນດຽວກັນ. ອັນໜັກແໜ້ນຂອງທ່ານ, ສປປ ລາວ ຈະສືບຕໍ່ເສີມຂະຫຍາຍຜົນສໍາ ເລັດຕ່າງໆເຫລົ່ານີ້ ແລະ ກ້າວໄປສູ່ ຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໃນ ຊຸມປີຕໍ່ໜ້າ. ເພື່ອຮ່ວມກັນສ້າງສາຍພົວພັນ ທີ່ດີຂອງພວກເຮົາໃນອະນາຄົດ, ຂ້າພະເຈົ້າຍິນດີຈະເຮັດວຽກຮ່ວມ ກັນ ເພື່ອຮັດແໜ້ນການເປັນຄູ່ຮ່ວມ ຍຸດທະສາດຂອງພວກເຮົາໃຫ້ເຂັ້ມ ແຂງທັງທາງດ້ານການຄ້າ, ການ ສຶກສາ ແລະ ການໄປ-ມາຫາສູ່ລະ ຫວ່າງປະຊາຊົນສອງຊາດພວກ ເຮົາ ຊຶ່ງຈະເຮັດໃຫ້ການພົວພັນ ຂອງພວກເຮົາມີຄວາມໃກ້ຊິດ ແລະ ການພົວພັນຮ່ວມມືມີຄຸນຄ່າຍິ່ງໆ ຂຶ້ນເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ. ຂໍອວຍພອນໄຊອັນປະເສີດມາ ຍັງທ່ານ ແລະ ຄອບຄົວ ຈົ່ງມີສຸຂະ ພາບເຂັ້ມແຂງ ແລະ ມີຄວາມຜາສຸກ ຕະຫລອດໄປ ແລະ ອວຍພອນໃຫ້ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງ ສືບຕໍ່ມີຄວາມສະຫງົບສຸກ ແລະ ຄວາມຈະເລີນຮຸ່ງເຮືອງ. ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ ແຫ່ງ ສປປ ລາວ ກໍໄດ້ຮັບໂທລະເລກອວຍພອນ ຈາກທ່ານ ອັບດຸດ ຣາມານ ທາອິບ ເປຮິນ ໂອຣັງ ກາຍາ ເສຣີ ເລລາ ປະທານສະພາທີ່ປຶກສານິຕິບັນຍັດ ແຫ່ງບຣູໄນ ດາຣູຊາລາມ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ຮັບໂທ ລະເລກອວຍພອນຈາກທ່ານດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະ ມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ເຊັ່ນ ດຽວກັນ. ຍຸດທະສາດ ລາວ-ຣັດເຊຍ ໃນພາກ ພື້ນອາຊີ-ປາຊີຟິກ ທີ່ໄດ້ຮັບການ ຮັດແໜ້ນ ແລະ ເສີມຂະຫຍາຍລົງ ເລິກຢ່າງມີປະສິດທິຜົນໃນຫລາຍ ດ້ານ ເປັນຕົ້ນ ການພົວພັນດ້ານການ ເມືອງແມ່ນຢູ່ໃນລະດັບເລິກເຊິ່ງ, ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ມີການແລກປ່ຽນຄະນະຜູ້ແທນນໍາ ກັນໃນຫລາຍລະດັບ, ມີການພົບປະ ປຶກສາຫາລືແບບເຊິ່ງໜ້າ ແລະ ແບບ ທາງໄກ ເພື່ອແລກປ່ຽນທັດສະນະຕໍ່ ບັນຫາການພົວພັນສອງຝ່າຍ, ບັນ ຫາພາກພື້ນ ແລະ ສາກົນ, ລວມ ທັງບັນຫາທີ່ສອງຝ່າຍໃຫ້ຄວາມ ສົນໃຈ; ດ້ານວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ສືບ ຕໍ່ເສີມຂະຫຍາຍເປັນກ້າວໆ; ການ ຮ່ວມມືທາງດ້ານລັດຖະສະພາ ກໍໄດ້ ຮັບການເສີມຂະຫຍາຍຢ່າງມີໝາກ ຜົນ, ມີການເຂົ້າຮ່ວມກິດຈະກໍາ ຂອງກັນ ແລະ ກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ; ການພົວພັນຮ່ວມມື ດ້ານການສຶກສາ, ສາທາລະນະສຸກ, ທະນາຄານ, ໂທລະຄົມມະນາຄົມຂົນສົ່ງ, ພະລັງງານ, ບໍ່ແຮ່ ແລະ ດ້ານອື່ນໆແມ່ນມີຄວາມຄືບໜ້າ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດ ເສດຖະກິດ-ການຄ້າ ແລະ ການ ລົງທຶນນໍາກັນໃນຕໍ່ໜ້າ ໂດຍການນໍາ ໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ແລ້ວຂອງ ສອງປະເທດໃຫ້ເກີດດອກອອກ ຜົນຍິ່ງໆຂຶ້ນ. ພິເສດ, ປີນີ້ກໍເປັນປີ ທີ່ມີຄວາມໝາຍສໍາຄັນທາງດ້ານ ປະຫວັດສາດຂອງການພົວພັນສອງ ຝ່າຍ ຄື: ຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງ ສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ. ໃນໂອກາດດຽວກັນ, ທ່ານ ໂກລາຍ ຊູຣາວະໂລບ ຮອງປະທານ ສະພາສູງ ແຫ່ງ ສ ຣັດເຊຍ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ໄດ້ຕາງໜ້າໃຫ້ ລັດຖະບານ ສ ຣັດເຊຍ ສະແດງ ຄວາມຊົມເຊີຍຢ່າງສຸດໃຈເນື່ອງ ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພ້ອມທັງ ໄດ້ຢືນຢັນວ່າ ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດເພື່ອ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນ ການພົບປະທາງການຂອງການ ນໍາຂັ້ນສູງສອງປະເທດ ກໍຄື ບັນດາ ເອກະສານ ແລະ ສັນຍາທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນໃຫ້ປະກົດຜົນ ເປັນຈິງໃນອະນາຄົດ. ໃນວັນດຽວກັນ,ທ່ານໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣະວາໂລບ ຮອງປະ ທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ ເຊັ່ນ ດຽວກັນ. ໃນການພົບປະ, ທ່ານໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຕ້ອນ ຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຂົ້າຮ່ວມພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງທ່ານ ນິໂກລາຍ ຊູຣະວາໂລບ ຮອງປະ ທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອທີ່ດີງາມມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ, ໄດ້ຕີລາຄາ ສູງຕໍ່ຜົນການພົບປະລະຫວ່າງ ທ່ານ ນິໂກລາຍ ຊູຣະວາໂລບ ແລະ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ລາວ, ສອງຝ່າຍໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ແລະ ຖອດຖອນ ບົດຮຽນໃນການປະຕິບັດໜ້າທີ່ ດ້ານນິຕິບັນຍັດ, ພ້ອມກັນທົບທວນ ຄືນໝາກຜົນຂອງການຮ່ວມມືໃນ ໄລຍະຜ່ານມາ ແລະ ເອກະພາບ ກ່ຽວກັບທິດທາງການຮ່ວມມືໃນ ຕໍ່ໜ້າລະຫວ່າງສອງອົງການນິຕິ ບັນຍັດຂອງສອງປະເທດ ກໍຄື ສອງ ຄະນະມິດຕະພາບລັດຖະສະພາ ລາວ-ຣັດເຊຍ, ຣັດເຊຍ-ລາວ. ທ່ານ ປະທານສະພາແຫ່ງຊາດ, ຍັງໄດ້ ຝາກຄໍາອວຍພອນໄຊອັນປະເສີດ ແລະ ເຊື້ອເຊີນທ່ານ ນາງ ວາເລັນຕິ ນາ ມັດວິຢຽນໂກ ປະທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນ ຣັດເຊຍ ມາຢ້ຽມຢາມ ສປປ ລາວ ໃນວັນເວລາທີ່ສອງຝ່າຍເຫັນວ່າມີ ຄວາມເໝາະສົມ. ທ່ານ ນິໂກລາຍ ຊູຣະວາໂລບ ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານປະທານສະພາແຫ່ງຊາດ ລາວ, ສະແດງຄວາມຊົມເຊີຍບັນ ດາຜົນສຳເລັດ ແລະ ຜົນງານທີ່ ສປປ ລາວ ຍາດມາໄດ້ຕະຫລອດ ໄລຍະ 50 ປີ ທີ່ຜ່ານມາ, ພ້ອມ ທັງອວຍພອນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ໃນການພົບປະຄັ້ງນີ້, ທ່ານຮອງ ປະທານສະພາສູງຣັດເຊຍ ໄດ້ແຈ້ງ ໃຫ້ຊາບສະພາບການພົ້ນເດັ່ນຂອງ ຣັດເຊຍ ໃຫ້ປະທານສະພາແຫ່ງຊາດ ລາວໄດ້ຮັບຊາບ, ພ້ອມທັງໄດ້ໃຫ້ ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມກັບ ຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອຂອງສອງປະເທດ ກໍຄື ສອງ ອົງການນິຕິບັນຍັດໃຫ້ເປັນຮູບປະ ທຳຍິ່ງໆຂຶ້ນ. ໃນຕອນທ້າຍ, ທ່ານປະທານ ສະພາແຫ່ງຊາດລາວ ໄດ້ມອບ ຫລຽນກາລະນຶກ 50 ປີ ສະພາ ແຫ່ງຊາດລາວ ໃຫ້ແກ່ທ່ານ ນິໂກ ລາຍ ຊູຣາວະໂລບ ຮອງປະທານ ສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ. ພ້ອມນັ້ນໃນວັນດຽວກັນ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງ ປະທານສະພາແຫ່ງຊາດ ກໍໄດ້ມີ ການພົບປະສອງຝ່າຍກັບທ່ານ ນິ ໂກລາຍ ຊູຣະວາໂລບ ເຊັ່ນດຽວກັນ. ຮູບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==