7169.1

dkooe0A ol6 ' csj ' lxx ]k; 8h voIa [Iv'xtmkoltrkl6 ' csj ' l ia fg-p gzu pczj dko9a f8A ' xt8y [a fczop5 fmtlkf dko0h k,zj ko0v' lxx ]k; lt,k7q ,,y f8trk[ ]k;{s;Pfok,F s;Pfok,{]k; rq [xtlv'/j kp ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 08.12.2025 ປີທີ 24 ສະບັບທີ 6.329 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j oE.9;a oxtdkfgvdt]kf 12 85 ]k \A opn oK lkmk]tot]a f xt-kmy xtw8 xt-k-q o]k; A opn oK  ອ່ານຕໍ່ໜ້າ 4 oeltg|u 37'dko Ij ;,,n vto5 rkdrN o c,j oE0v'{c,j oE]h ko-h k' lq dxu 2024-2025 ry mu ;k'lu ]k]n d37'dkod+ lh k'lt4k[a o dkog,n v'{dkoxq d7v'csj '-kf g0frkd.8h  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 7totz6h cmo0A ol6 '0v'ra ddv,,6 oy fd6 [k g0Q k1h P,0+ koa [ g]0kmy dko.spj xtmkoxtgmf csj ' lxx ]k; ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາມື ) ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ( ຜູ້ທີ 3 ນັບຈາກຂວາຫາຊ້າຍ ) dkooe0A ol6 '0v']k; wfh Ia [lko-q ,g-u p 9kddkooe0A ol6 '0v',Po,k .o3vdkf;a o-kf]k; ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ  ອ່ານຕໍ່ໜ້າ 2 lkoltcf'7;k,-q ,g-u p9kddkooe 0A ol6 '0v'ly 'dt3x .o3vdkf;a o-kf]k; ຂປລ.ເມື່ອບໍ່ດົນມານີ້,ທ່ານທາ ມັນ ຊາມູກາຣັດນຳ (Tharman Shanmurgaratnum) ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ໄດ້ສົ່ງສານສະແດງ ຄວາມຊົມເຊີຍ ອ່ານຕໍ່ໜ້າ 2 3m]tg]dv;prvo 9kddkooe0A ol6 ' csj ' [i6 wo fki6 -k]k, ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ອວຍພອນ  ອ່ານຕໍ່ໜ້າ 2 dkooe0A ol6 '0v']k; lqj 'lko v;prvo;a o-kf csj ' ik-tvkok9a dwm ຂປລ. ໃນວັນທີ 5 ທັນວາ 2025ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ  ອ່ານຕໍ່ໜ້າ 2 ຂປລ. ຜົນຂອງການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ນີ້, ຈະເປັນແຫລ່ງຂໍ້ມູນທີ່ສໍາຄັນ, ຊັດເຈນ ແລະ ຄົບຖ້ວນທາງດ້ານ ຄຸນລັກສະນະຂອງພົນລະເມືອງ ແລະ ສະພາບທີ່ຢູ່ອາໄສ ຄື: ຈຳນວນ ພົນລະເມືອງ, ໂຄງປະກອບແບ່ງ ຕາມເພດ, ໝວດອາຍຸ, ຊົນເຜົ່າ, ສາສະໜາ, ລະດັບການສຶກສາ, ການປະກອບອາຊີບ, ການຈະເລີນ ພັນ, ການເສຍຊີວິດ, ເຂົ້າເຖິງນຳ ໃຊ້ບໍລິການທາງດ້ານສາທາລະນະ ສຸກ ແລະ ພື້ນຖານໂຄງລ່າງຢູ່ຂັ້ນ ບ້ານ, ເມືອງ ແລະ ແຂວງ. ທ່ານ ສັນຕິພາບ ພົມວິຫານ ລັດ ຖະມົນຕີກະຊວງການເງິນ, ຮອງ ຫົວໜ້າຄະນະຊີ້ນໍາລະດັບຊາດ ສໍາ ລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ກ່າວວ່າ: ຂໍ້ມູນ ດັ່ງກ່າວ, ຈະເປັນພື້ນຖານໃຫ້ແກ່ ລັດຖະບານນຳໃຊ້ເຂົ້າໃນການສ້າງ ແລະ ຕິດຕາມປະເມີນຜົນການຈັດ ຂປລ. ກົມເສດຖະກິດກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳສະເໜີໂຄງການຮ່ວມມືອະນຸ ພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ (LMC) ສົກປີ 2024-2025 ຂປລ. ເມື່ອບໍ່ດົນມານີ້, ກະຊວງ ການຕ່າງປະເທດ ໄດ້ຈັດກອງປະ ຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກ ສະຖານະພາບດ້ອຍພັດທະນາສຳ ລັບບັນດາແຂວງພາກເໜືອ ແລະ ພາກກາງ ໂດຍການເປັນປະທານ ຂອງທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີຜູ້ ຕາງໜ້າຈາກບັນດາພະແນກການ ຂປລ. ໃນວັນທີ 2 ທັນວາ 2025, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນີໂກລາຍ ຊູຣາວະໂລບ ຮອງ ປະທານສະພາສູງ ແຫ່ງ ສະຫະພັນ ຣັດເຊຍ, ປະທານສະມາຄົມມິດຕະ ພາບລັດຖະສະພາຣັດເຊຍ-ລາວ ພ້ອມດ້ວຍຄະນະໃນໂອກາດເດີນ ທາງມາເຂົ້າຮ່ວມພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂປລ. ອາທິດຜ່ານມາ, ທີ່ສໍານັກ ງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະ ແດງຄວາມຂອບໃຈເປັນຢ່າງສູງຕໍ່ ການນໍາ ກໍຄື ລັດຖະບານຣັດເຊຍ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງມາ ເຂົ້າຮ່ວມພິທີສະເຫລີມສະຫລອງ (Marta Ayala Avila), ກໍາມະ ການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສະວະກໍາ ກຳມະພັນ ແລະ ເຕັກໂນໂລຊີຊີວະ ພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດແຫ່ງ ສ ກູບາ ທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະ zq odkoles];frq o]tg,n v' 9tgxa ocs]j '0= ,6 omuj -a fg9o fh ko75 o]a dltot0v'rq o]tg,n v' c]t muj 16j vkwl h sk]n ra fmtok4ko0= ,6 orklk]k; muj ,u 75 ootrk[grnj vlqj 'glu ,xa opkxtfy f]k; h

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 08/12/2025 xtgmf]k; K ໂທລະເລກອວຍພອນ... ການນຳຂັ້ນສູງ ແຫ່ງ... ການນຳຂັ້ນສູງຂອງລາວ... ການນຳຂັ້ນສູງຂອງລາວ ໄດ້ຮັບ... ສານສະແດງຄວາມຊົມເຊີຍ... ແຫ່ງ ສປປ ລາວ ໄດ້ສົ່ງສານ ອວຍພອນເຖິງພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ເນື່ອງໃນໂອກາດວັນສະເຫລີມພະ ຊົນພັນສາຂອງພະບາດສົມເດັດພະ ບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະ ນາດບໍພິດ, ວັນຊາດແລະວັນພໍ່ແຫ່ງ ຊາດ ແຫ່ງ ຣາຊະອານາຈັກໄທ. ເນື້ອໃນສານລະບຸວ່າ: ຕາງໜ້າ ໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດ ຢ່າງສູງອວຍພອນໄຊຍະມຸງຄຸນອັນ ປະເສີດມາຍັງພະບາດສົມເດັດ, ພະ ລາຊີນີ ແລະ ພະບໍລົມວົງສານຸວົງ ທຸກພະອົງ ເນື່ອງໃນໂອກາດວັນ ສະເຫລີມພະຊົນພັນສາຂອງພະບາດ ສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາ ຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະ ອານາຈັກໄທ ວັນທີ 5 ທັນວາ. ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ ລາວໄທ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງຕະຫລອດໄລຍະ 75 ປີ ຜ່ານມາບົນພື້ນຖານຄວາມເຂົ້າອົກ ເຂົ້າໃຈຖານບ້ານໃກ້ເຮືອນຄຽງທີ່ ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ຊຶ່ງໄດ້ນໍາ ເອົາຜົນປະໂຫຍດຫລາຍດ້ານມາສູ່ ປະຊາຊົນສອງຊາດ ລາວ-ໄທ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງສອງ ປະເທດພວກເຮົາຈະສືບຕໍ່ໄດ້ຮັບ ການພັດທະນາ ແລະ ເພີ່ມພູນຄູນ ສ້າງໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບ ສູງໃໝ່ ເພື່ອນຳເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ນັບມື້ນັບຫລາຍຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງ ພະອົງ, ຣາຊະອານາຈັກໄທ ຈະສືບ ຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນ ຮຸ່ງເຮືອງ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ ແລະ ຂໍອວຍພອນໄຊອັນ ປະເສີດແດ່ພະອົງ, ພະລາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົງ ມີພະລະນາໄມສົມບູນ, ມີພະກະເສມ ສໍາລານ ແລະ ມີອາຍຸຍິ່ງຍືນນານ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານ ອວຍພອນເຖິງ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເນື່ອງໃນ ໂອກາດວັນສະເຫລີມພະຊົນພັນສາ ຂອງພະບາດສົມເດັດພະບໍຣົມຊະ ນະກາທິເບດ ມະຫາພູມິພົນອະດຸນ ຍະເດດມະຫາຣາດ ບໍຣົມມະນາດບໍ ພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ວັນທີ 5 ທັນວາ. ໂ ອ ກ າ ດ ດັ່ງ ກ່ າ ວ , ທ່ າ ນ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ສີຫະສັກ ພວງເກດແກ້ວ ລັດຖະມົນຕີວ່າການກະຊວງການ ເຖິງທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ເນື້ອໃນຂອງສານໄດ້ລະບຸວ່າ: ໃນນາມປະຊາຊົນສິງກະໂປ, ຂ້າ ພະເຈົ້າຂໍສະແດງຄວາມຊົມເຊີຍ ອັນອົບອຸ່ນທີ່ສຸດ ເນື່ອງໃນໂອກາດ ແຫ່ງການສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ນີ້ແມ່ນຂີດໝາຍ ທີ່ເປັນແຮງຍູ້ດັນອັນສໍາຄັນທີ່ສ່ອງ ແສງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມອົດທົນຜ່ານຜ່າ ແລະ ນໍ້າໃຈ ປະຊາຊົນລາວ ໄດ້ຮັບສານສະແດງ ຄວາມຊົມເຊີຍຈາກທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ຮັກສາ ການປະທານາທິບໍດີ ແຫ່ງ ສາທາ ລະນະລັດ ສະຫະພາບມຽນມາ ເນື່ອງໃນໂອກາດການສະເຫລີມສະ ຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນຂອງສານໄດ້ລະບຸວ່າ: ເນື່ອງໃນໂອກາດການສະເຫລີມ ສະຫລອງວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ, ຂ້າພະເຈົ້າ ຮູ້ສຶກເປັນກຽດເປັນຢ່າງຍິ່ງຂໍສະ ແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີິດມາຍັງ ທ່ານ ແລະ ໂດຍຜ່ານທ່ານໄປຍັງ ປະຊາຊົນລາວ ທຸກຖ້ວນໜ້າ. ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ ເຫັນວ່າ ສາຍພົວພັນມິດຕະພາບອັນ ເປັນມູນເຊຶື້ອຍາວນານ ແລະ ການ ຮ່ວມມືອັນມີໝາກຜົນ ລະຫວ່າງ ສອງປະເທດຂອງພວກເຮົາ ໄດ້ຮັບ ການຂະຫຍາຍຕົວທັງໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຮ່ວມມື ຂອງພວກເຮົາ ຈະສືບຕໍ່ຮັດແໜ້ນໃນ ຊຸມປີຕໍ່ໜ້າ ເພື່ອປະກອບສ່ວນເຂົ້າ ໃນການສ້າງສັນຕິພາບ, ສະຖຽນ ລະພາບ ແລະ ວັດທະນະຖາວອນ ຢູ່ໃນພາກພື້ນ. ດ້ວຍຄວາມນັບຖືເປັນຢ່າງສູງ ແລະ ຂໍອວຍພອນໄຊອັນປະເສີດມາ ຍັງທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະຊາຊົນລາວ ສືບຕໍ່ມີຄວາມວັດທະນະຖາວອນ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ຮັບ ສານສະແດງຄວາມຊົມເຊີຍຈາກ ທ່ານ ໂຢຊໍ ນາຍົກລັດຖະມົນຕີ ແຫ່ງ ສສ ມຽນມາ ແລະ ທ່ານ ທັນ ສະເວ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ມຽນມາ ເຊັ່ນດຽວກັນ. ຈາກສົມເດັດ ຊຸນຕານ ຮາຈິ ຮັດ ຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ເນື່ອງໃນໂອກາດວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນຂອງສານລະບຸວ່າ: ຂ້າພະ ເ ຈົ້າຮູ້ສຶກປິຕິຍິນດີເ ປັນ ຢ່າງຍິ່ງສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ຄົບຮອບ 50 ປີ. ໃນໂອກາດອັນສະຫງ່າລາສີ ແຫ່ງຂີດໝາຍອັນສຳຄັນໃນການ ສະເຫລີມສະຫລອງ 5 ທົດສະວັດ ແຫ່ງການພັດທະນາ ແລະ ສ້າງສາ ປະເທດຊາດ ບົນພື້ນຖານແຫ່ງ ຄວາມສາມັກຄີ ແລະ ຄວາມເຂັ້ມ ແຂງ. ຕະຫລອດຫລາຍປີທີ່ຜ່ານ ມາ, ສປປ ລາວ ບັນລຸຜົນສຳເລັດ ຢ່າງໜ້າເພິ່ງພໍໃຈໃນຂົງເຂດການ ພັດທະນາພື້ນຖານໂຄງລ່າງ, ການ ສຶກສາ ແລະ ກະສິກຳ, ພ້ອມທັງ ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍວິໄສ ທັດອັນກວ້າງໄກ ແລະ ການນຳພາ ວັນສໍາຄັນຂອງ ສປປ ລາວ ໃນ ຄັ້ງນີ້ ຊຶ່ງເປັນການສະແດງໃຫ້ເຫັນ ເຖິງການຮັບຮູ້ເຖິງການພົວພັນທີ່ ເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ຣັດເຊຍ ທີ່ມີມາແຕ່ດົນນານ, ທັງເປັນການຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດໃຫ້ນັບມື້ ນັບໃກ້ຊິດ ແລະ ກ້າວສູ່ລວງເລິກ. ຝ່າຍລາວໄດ້ຕີລາຄາສູງ ແລະ ສະ ແດງຄວາມຮູ້ບຸນຄຸນທີ່ຍາມໃດ ຝ່າຍຣັດເຊຍ ກໍໄດ້ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດມາທັງໃນໄລຍະ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ. ໃນໂອກາດນີ້, ທ່ານທອງລຸນສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງທ່ານ ວະລາດີເມຍ ປູຕິນ ປະທາ ນາທິບໍດີ ແລະ ທ່ານ ນາງ ວາເລັນຕີ ນາ ມັດວິເຢນໂກ ປະທານສະພາສູງ ແຫ່ງ ສ ຣັດເຊຍ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບແລະການຮ່ວມມື ທີ່ດີງາມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄື ການເປັນຄູ່ຮ່ວມມື ຕ່າງປະເທດ ແຫ່ງ ຣາຊະອານາຈັກ ໄທ ທີ່ບາງກອກ ເນື່ອງໃນໂອກາດ ວັນສະເຫລີມພະຊົນພັນສາຂອງ ພະບາດສົມເດັດ ພະບໍຣົມຊະນະກາ ທິເບດ ມະຫາພູມິພົນອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດ, ວັນ ຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ. ອັນເດັດດ່ຽວຂອງປະຊາຊົນລາວ ທັງຊາດ. ສປປ ລາວ ຢູ່ໃນຈຸດຫັນປ່ຽນ ທີ່ສຳຄັນໃນການເຮັດໃຫ້ປະເທດ ກາຍເປັນສູນກາງເຊື່ອມໂຍງຂອງ ພາກພື້ນອາຊີຕາເວັນອອກສຽງ ໃຕ້ ດ້ວຍຄວາມໝັ້ນໃຈ. ຄວາມ ກ້າວໜ້າດັ່ງກ່າວນີ້ ເປັນສິ່ງຢັ້ງຢືນ ເຖິງວິໄສທັດ ແລະ ຄວາມມຸ່ງໝັ້ນ ຂອງປະເທດທ່ານໃນການນຳໃຊ້ໂອ ກາດອັນໃໝ່ນີ້ ແລະ ກ້າວໄປສູ່ການ ສ້າງອະນາຄົດທີ່ສົດໃສກວ່າເກົ່າ. ສິງກະໂປ ແລະ ລາວ ມີສາຍ ພົວພັນມິດຕະພາບທີ່ອົບອຸ່ນ. ໃນຊຸມ ປີຜ່ານມາ, ການຮ່ວມມືຂອງພວກ ເຮົາໄດ້ຂະຫຍາຍຕົວໄປສູ່ຂົງເຂດທີ່ ມີທ່າຂະຫຍາຍຕົວ ລວມທັງຂົງເຂດ ພະລັງງານທົດແທນ ແລະ ສິນເຊື່ອ ກາກບອນ. ສິງກະໂປ ມີຄວາມ ພາກພູມໃຈທີ່ໄດ້ເປັນຄູ່ຮ່ວມມືກັບ ສປປ ລາວ ໃນວຽກງານການພັດ ທະນາ, ໂດຍຜ່ານການຮ່ວມມືທີ່ ຍາວນານຂອງພວກເຮົາ ໃນຂົງເຂດ ການພັດທະນາຊັບພະຍາກອນ ມະນຸດ. ໃນຖານະປະເທດນ້ອຍທີ່ ຕ້ອງຮັບມືກັບສະພາບການພັດທະ ນາຂອງໂລກທີ່ມີຄວາມອ່ອນໄຫວ ແລະ ສິ່ງທ້າທາຍຈຳເປັນທີ່ພວກ ເຮົາຈະຕ້ອງສືບຕໍ່ຮັດແໜ້ນການ ຮ່ວມມືທັງໃນຂອບສອງຝ່າຍ ແລະ ໃນເວທີພາກພື້ນ. ສອງປະເທດພວກ ເຮົາແມ່ນຄູ່ຮ່ວມມືທີ່ໃກ້ຊິດໃນອາ ຊຽນ ແລະ ພວກເຮົາຍັງເຮັດວຽກ ຮ່ວມກັນຢ່າງໃກ້ຊິດໃນເວທີສາ ກົນອື່ນໆ ລວມທັງອົງການສະຫະ ປະຊາຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ ການນຳພາຂອງທ່ານ, ມິດຕະພາບ ລະຫວ່າງສອງປະເທດຂອງພວກ ເຮົາຈະເພີ່ມທະວີ ແລະ ແຕກດອກ ອອກຜົນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ. ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ແລະ ທ່ານ ນາງ ນາລີ ຈົ່ງມີສຸຂະ ພາບເຂັ້ມແຂງ ແລະ ຂໍອວຍພອນ ໃຫ້ປະຊາຊົນລາວ ຈົ່ງມີຄວາມຜາ ສຸກ, ຈະເລີນຮຸ່ງເຮືອງ ແລະ ປະສົບ ຜົນສຳເລັດໃນໂອກາດແຫ່ງຄວາມ ສຸກທີ່ທ່ານສະເຫລີມສະຫລອງໃນ ຄັ້ງນີ້. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບ ສານສະແດງຄວາມຊົມເຊີຍຈາກ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ຊຶ່ງເນື້ອ ໃນຂອງສານໄດ້ລະບຸວ່າ: ໃນນາມ ລັດຖະບານສິງກະໂປ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ໃນປີກາຍນີ້ທີ່ພວກເ ຮົາໄດ້ ແລກປ່ຽນການຢ້ຽມຢາມນຳກັນ ເພື່ອສະເຫລີມສະຫລອງການສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ, ພວກເຮົາໄດ້ເຫັນດີທີ່ຈະຮັດ ແໜ້ນ ການຮ່ວມມືສອງຝ່າຍໃຫ້ເຂົ້າ ສູ່ລວງເລິກໃນຂົງເຂດການຊື້-ຂາຍ ສິນເຊື່ອກາກບອນ, ພະລັງງານທົດ ແທນ ແລະ ຄວາມໝັ້ນຄົງທາງດ້ານ ສະບຽງອາຫານ. ສິງກະໂປ ແລະ ລາວ ໃນຖານະທີ່ເປັນຄູ່ຮ່ວມມືກັນ ມາແຕ່ດົນນານໃນວຽກງານການ ພັດທະນາຊັບພະຍາກອນມະນຸດ ໄດ້ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຂົງເຂດການຮ່ວມມືທາງດ້ານ ເຕັກນິກ ເພື່ອຮັບປະກັນວ່າປະຊາຊົນ ສອງຊາດພວກເຮົາຈະມີຄວາມ ພ້ອມໃນດ້ານຕ່າງໆ ເພື່ອຊ່ວຍໃຫ້ ປະສົບຜົນສຳເລັດ. ໃນຖານະທີ່ເປັນປະເທດນ້ອຍ ເຊັ່ນດຽວກັນ, ພວກເຮົາເຮັດວຽກ ຮ່ວມກັນຢ່າງໃກ້ຊິດໃນຂອບອາ ຊຽນ ແລະ ຂອບຫລາຍຝ່າຍອື່ນໆ. ໃນລະດັບພາກພື້ນ, ພວກເຮົາສືບຕໍ່ ຮ່ວມມືກັນໃນຂົງເຂດທີ່ສອງຝ່າຍ ໃຫ້ຄວາມສຳຄັນຮ່ວມກັນ ເຊັ່ນ: ການສ້າງຄວາມຍືນຍົງ ແລະ ບັນ ຫາສິ່ງແວດລ້ອມ. ສອງປະເທດ ພວກເຮົາຍຶດໝັ້ນໃນການພັດທະນາ ໂຄງການພາກພື້ນທີ່ສຳຄັນຕ່າງໆ ໃຫ້ມີຄວາມກ້າວໜ້າເຊັ່ນ: ໂຄງການ ເຊື່ອມໂຍງສາຍສົ່ງໄຟຟ້າໃນອາ ຊຽນ (ASEAN Power Grid) ທີ່ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ ແກ່ການສະໜອງພະລັງງານໄຟຟ້າ ແລະ ສົ່ງເສີມການພັດທະນາແບບ ຍືນຍົງໃນພາກພື້ນຂອງພວກເຮົາ. ຂ້າພະເຈົ້າຫວັງວ່າຈະໄດ້ເຮັດ ວຽກຮ່ວມກັບທ່ານ ເພື່ອຊຸກຍູ້ຄູ່ກາຍ ເປັນຮ່ວມມືຂອງພວກເຮົາໃຫ້ເຂົ້າສູ່ ລວງເລິກຍິ່ງໆຂຶ້ນ, ຂ້າພະເຈົ້າ ແລະ ພັນລະຍາຂໍອວຍພອນໃຫ້ທ່ານ ແລະ ທ່ານ ນາງ ວັນດາລາ ຈົ່ງມີສຸຂະ ພາບເຂັ້ມແຂງ ແລະ ປະສົບຜົນສຳ ເລັດໃນທຸກໆດ້ານ. ພ້ ອ ມ ດ ຽ ວ ກັ ນ ນີ້ , ທ່ າ ນ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ລາວ ກໍໄດ້ຮັບສານສະແດງຄວາມ ຊົມເຊີຍຈາກທ່ານ ເຊຍ ຄຽນ ເປັງ ປະທານລັດຖະສະພາ ແຫ່ງ ສ ສິງກະໂປ ແລະ ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian Balakrishnan) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ສິງກະໂປ ເຊັ່ນດຽວກັນ. ອັນໜັກແໜ້ນຂອງທ່ານ, ສປປ ລາວ ຈະສືບຕໍ່ເສີມຂະຫຍາຍຜົນສໍາ ເລັດຕ່າງໆເຫລົ່ານີ້ ແລະ ກ້າວໄປສູ່ ຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໃນ ຊຸມປີຕໍ່ໜ້າ. ເພື່ອຮ່ວມກັນສ້າງສາຍພົວພັນ ທີ່ດີຂອງພວກເຮົາໃນອະນາຄົດ, ຂ້າພະເຈົ້າຍິນດີຈະເຮັດວຽກຮ່ວມ ກັນ ເພື່ອຮັດແໜ້ນການເປັນຄູ່ຮ່ວມ ຍຸດທະສາດຂອງພວກເຮົາໃຫ້ເຂັ້ມ ແຂງທັງທາງດ້ານການຄ້າ, ການ ສຶກສາ ແລະ ການໄປ-ມາຫາສູ່ລະ ຫວ່າງປະຊາຊົນສອງຊາດພວກ ເຮົາ ຊຶ່ງຈະເຮັດໃຫ້ການພົວພັນ ຂອງພວກເຮົາມີຄວາມໃກ້ຊິດ ແລະ ການພົວພັນຮ່ວມມືມີຄຸນຄ່າຍິ່ງໆ ຂຶ້ນເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ. ຂໍອວຍພອນໄຊອັນປະເສີດມາ ຍັງທ່ານ ແລະ ຄອບຄົວ ຈົ່ງມີສຸຂະ ພາບເຂັ້ມແຂງ ແລະ ມີຄວາມຜາສຸກ ຕະຫລອດໄປ ແລະ ອວຍພອນໃຫ້ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງ ສືບຕໍ່ມີຄວາມສະຫງົບສຸກ ແລະ ຄວາມຈະເລີນຮຸ່ງເຮືອງ. ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ ແຫ່ງ ສປປ ລາວ ກໍໄດ້ຮັບໂທລະເລກອວຍພອນ ຈາກທ່ານ ອັບດຸດ ຣາມານ ທາອິບ ເປຮິນ ໂອຣັງ ກາຍາ ເສຣີ ເລລາ ປະທານສະພາທີ່ປຶກສານິຕິບັນຍັດ ແຫ່ງບຣູໄນ ດາຣູຊາລາມ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ຮັບໂທ ລະເລກອວຍພອນຈາກທ່ານດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະ ມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ເຊັ່ນ ດຽວກັນ. ຍຸດທະສາດ ລາວ-ຣັດເຊຍ ໃນພາກ ພື້ນອາຊີ-ປາຊີຟິກ ທີ່ໄດ້ຮັບການ ຮັດແໜ້ນ ແລະ ເສີມຂະຫຍາຍລົງ ເລິກຢ່າງມີປະສິດທິຜົນໃນຫລາຍ ດ້ານ ເປັນຕົ້ນ ການພົວພັນດ້ານການ ເມືອງແມ່ນຢູ່ໃນລະດັບເລິກເຊິ່ງ, ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ມີການແລກປ່ຽນຄະນະຜູ້ແທນນໍາ ກັນໃນຫລາຍລະດັບ, ມີການພົບປະ ປຶກສາຫາລືແບບເຊິ່ງໜ້າ ແລະ ແບບ ທາງໄກ ເພື່ອແລກປ່ຽນທັດສະນະຕໍ່ ບັນຫາການພົວພັນສອງຝ່າຍ, ບັນ ຫາພາກພື້ນ ແລະ ສາກົນ, ລວມ ທັງບັນຫາທີ່ສອງຝ່າຍໃຫ້ຄວາມ ສົນໃຈ; ດ້ານວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ສືບ ຕໍ່ເສີມຂະຫຍາຍເປັນກ້າວໆ; ການ ຮ່ວມມືທາງດ້ານລັດຖະສະພາ ກໍໄດ້ ຮັບການເສີມຂະຫຍາຍຢ່າງມີໝາກ ຜົນ, ມີການເຂົ້າຮ່ວມກິດຈະກໍາ ຂອງກັນ ແລະ ກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ; ການພົວພັນຮ່ວມມື ດ້ານການສຶກສາ, ສາທາລະນະສຸກ, ທະນາຄານ, ໂທລະຄົມມະນາຄົມຂົນສົ່ງ, ພະລັງງານ, ບໍ່ແຮ່ ແລະ ດ້ານອື່ນໆແມ່ນມີຄວາມຄືບໜ້າ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດ ເສດຖະກິດ-ການຄ້າ ແລະ ການ ລົງທຶນນໍາກັນໃນຕໍ່ໜ້າ ໂດຍການນໍາ ໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ແລ້ວຂອງ ສອງປະເທດໃຫ້ເກີດດອກອອກ ຜົນຍິ່ງໆຂຶ້ນ. ພິເສດ, ປີນີ້ກໍເປັນປີ ທີ່ມີຄວາມໝາຍສໍາຄັນທາງດ້ານ ປະຫວັດສາດຂອງການພົວພັນສອງ ຝ່າຍ ຄື: ຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງ ສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ. ໃນໂອກາດດຽວກັນ, ທ່ານ ໂກລາຍ ຊູຣາວະໂລບ ຮອງປະທານ ສະພາສູງ ແຫ່ງ ສ ຣັດເຊຍ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ໄດ້ຕາງໜ້າໃຫ້ ລັດຖະບານ ສ ຣັດເຊຍ ສະແດງ ຄວາມຊົມເຊີຍຢ່າງສຸດໃຈເນື່ອງ ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພ້ອມທັງ ໄດ້ຢືນຢັນວ່າ ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດເພື່ອ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນ ການພົບປະທາງການຂອງການ ນໍາຂັ້ນສູງສອງປະເທດ ກໍຄື ບັນດາ ເອກະສານ ແລະ ສັນຍາທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນໃຫ້ປະກົດຜົນ ເປັນຈິງໃນອະນາຄົດ. ໃນວັນດຽວກັນ,ທ່ານໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣະວາໂລບ ຮອງປະ ທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ ເຊັ່ນ ດຽວກັນ. ໃນການພົບປະ, ທ່ານໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຕ້ອນ ຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຂົ້າຮ່ວມພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງທ່ານ ນິໂກລາຍ ຊູຣະວາໂລບ ຮອງປະ ທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອທີ່ດີງາມມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ, ໄດ້ຕີລາຄາ ສູງຕໍ່ຜົນການພົບປະລະຫວ່າງ ທ່ານ ນິໂກລາຍ ຊູຣະວາໂລບ ແລະ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ລາວ, ສອງຝ່າຍໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ແລະ ຖອດຖອນ ບົດຮຽນໃນການປະຕິບັດໜ້າທີ່ ດ້ານນິຕິບັນຍັດ, ພ້ອມກັນທົບທວນ ຄືນໝາກຜົນຂອງການຮ່ວມມືໃນ ໄລຍະຜ່ານມາ ແລະ ເອກະພາບ ກ່ຽວກັບທິດທາງການຮ່ວມມືໃນ ຕໍ່ໜ້າລະຫວ່າງສອງອົງການນິຕິ ບັນຍັດຂອງສອງປະເທດ ກໍຄື ສອງ ຄະນະມິດຕະພາບລັດຖະສະພາ ລາວ-ຣັດເຊຍ, ຣັດເຊຍ-ລາວ. ທ່ານ ປະທານສະພາແຫ່ງຊາດ, ຍັງໄດ້ ຝາກຄໍາອວຍພອນໄຊອັນປະເສີດ ແລະ ເຊື້ອເຊີນທ່ານ ນາງ ວາເລັນຕິ ນາ ມັດວິຢຽນໂກ ປະທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນ ຣັດເຊຍ ມາຢ້ຽມຢາມ ສປປ ລາວ ໃນວັນເວລາທີ່ສອງຝ່າຍເຫັນວ່າມີ ຄວາມເໝາະສົມ. ທ່ານ ນິໂກລາຍ ຊູຣະວາໂລບ ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານປະທານສະພາແຫ່ງຊາດ ລາວ, ສະແດງຄວາມຊົມເຊີຍບັນ ດາຜົນສຳເລັດ ແລະ ຜົນງານທີ່ ສປປ ລາວ ຍາດມາໄດ້ຕະຫລອດ ໄລຍະ 50 ປີ ທີ່ຜ່ານມາ, ພ້ອມ ທັງອວຍພອນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ໃນການພົບປະຄັ້ງນີ້, ທ່ານຮອງ ປະທານສະພາສູງຣັດເຊຍ ໄດ້ແຈ້ງ ໃຫ້ຊາບສະພາບການພົ້ນເດັ່ນຂອງ ຣັດເຊຍ ໃຫ້ປະທານສະພາແຫ່ງຊາດ ລາວໄດ້ຮັບຊາບ, ພ້ອມທັງໄດ້ໃຫ້ ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມກັບ ຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອຂອງສອງປະເທດ ກໍຄື ສອງ ອົງການນິຕິບັນຍັດໃຫ້ເປັນຮູບປະ ທຳຍິ່ງໆຂຶ້ນ. ໃນຕອນທ້າຍ, ທ່ານປະທານ ສະພາແຫ່ງຊາດລາວ ໄດ້ມອບ ຫລຽນກາລະນຶກ 50 ປີ ສະພາ ແຫ່ງຊາດລາວ ໃຫ້ແກ່ທ່ານ ນິໂກ ລາຍ ຊູຣາວະໂລບ ຮອງປະທານ ສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ. ພ້ອມນັ້ນໃນວັນດຽວກັນ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງ ປະທານສະພາແຫ່ງຊາດ ກໍໄດ້ມີ ການພົບປະສອງຝ່າຍກັບທ່ານ ນິ ໂກລາຍ ຊູຣະວາໂລບ ເຊັ່ນດຽວກັນ. ຮູບ: ຂັນໄຊ

08/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K mtsko7n gs]a ddh k rh v,zj kozj kcx;w2lq '7k, grnj vIa dlkxtgmf-kf.sh ,u 7;k,\A o7q ' ©ດຍ ຈິດ ເພັດພູທອງ ຂປລ. ຄຳວ່າ(ທະຫານ)ຫາງ ສຽງ ແລະ ສາຍຕາຂອງສັງຄົມທີ່ ມີຕໍ່ ນາຍ ແລະ ພົນທະຫານ ກອງ ທັບປະຊາຊົນລາວ, ສ່ວນໃຫຍ່ແລ້ວ ຈະເບິ່ງເຫັນດ້ວຍສາຍຕາທີ່ອົບອຸ່ນ, ເຄົາລົບ ແລະ ໃຫ້ກຽດ ຢ່າງພາກ ພູມໃຈ, ທະຫານບໍ່ວ່າຈະປະຕິບັດ ງານອັນໃດ, ຢູ່ໃສກໍລ້ວນແລ້ວເອົາ ປະຊາຊົນເປັນທີ່ຕັ້ງ ແລະ ສິ່ງນີ້ເອງ ທີ່ເຮັດໃຫ້ມີຄວາມສະໜິດແໜ້ນ ແລະ ເຊື່ອມຈອດກັບປະຊາຊົນຢ່າງ ແທ້ຈິງ ແບບໃຈແລກໃຈ; ແນ່ນອນ ມີຄົນຮັກກໍມີຄົນຊັງ ຍັງມີບາງຄົນທີ່ ຍັງແນມທະຫານດ້ວຍສາຍຕາທີ່ບໍ່ ເປັນມິດ, ບາງຄົນຕັ້ງຄຳຖາມຂຶ້ນ ມາວ່າອາຊີບທະຫານ ເງິນເດືອນບໍ່ ບົດສະເໜີ ©ດຍ ວັນທາ ]k;{s;Pfok, 7;k,z6 dra ory glf c]t 75 o7j kva ol6 'lqj '0v'xts;a flkf ຂປລ. ການພົວພັນລາວ-ຫວຽດ ນາມ ແມ່ນການພົວພັນພິເສດທີ່ໄດ້ ສ້າງຕັ້ງ ແລະ ຂະຫຍາຍຕົວຜ່ານ ຫລາຍໄລຍະປະຫວັດສາດ, ອີງໃສ່ ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອ ໃຈແລະການແບ່ງປັນຢ່າງເລິກເຊິ່ງ ລະຫວ່າງສອງຊາດເຊິ່ງແມ່ນຄວາມ ສາມັກຄີແບບສະຫາຍ, ແບບອ້າຍ ນ້ອງທີ່ຫາໄດ້ຍາກໃນໂລກ. ຕະ ຫລອດໄລຍະປະຫວັດສາດ, ໂດຍ ສະເພາະໃນໄລຍະເວລາທີ່ຫຍຸ້ງ ຍາກທີ່ສຸດ, ຫວຽດນາມ ໄດ້ມອບໃຫ້ ລາວ ການຊ່ວຍເຫລືອອັນບໍລິສຸດ, ຈິງໃຈ, ມີມູນເຊື້ອ, ທີ່ເກີດຂຶ້ນຈາກ ຄວາມຮັກແພງອັນເລິກເຊິ່ງ ແລະ ນໍ້າໃຈສັກສິດ ເຊິ່ງໄດ້ກາຍເປັນສັນ ຍະລັກຂອງຈິດໃຈສາກົນອັນສູງ ສົ່ງ, ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະ ເທດຊາດຂອງປະຊາຊົນລາວ. ຕົ້ນ ກໍາເນີດ ຂອງການສະໜັບສະໜູນ ເຊິ່ງກັນ ແລະ ກັນ ລະຫວ່າງສອງ ຊາດ ລາວ - ຫວຽດນາມ ແມ່ນການ ຮ່ວມສູ້ຮົບອັນຍິ່ງໃຫຍ່ ທີ່ໄດ້ຮັບ ການກໍ່ຕັ້ງໂດຍ ທ່ານປະທານ ໂຮ່ ຈີ່ມິງ ແລະ ທ່ານປະທານ ໄກສອນ ພົມວິຫານ. ໃນສົງຄາມຕໍ່ສູ້ຕ້ານສັດຕູຮ່ວມ, ຫວຽດນາມ ໄດ້ສົ່ງທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ຫລາຍໝື່ນຄົນມາປະເທດລາວ. ການເສຍສະລະຂອງນັກຮົບຫວຽດ ນາມ ແມ່ນການອຸທິດອັນບໍ່ມີຂອບ ເຂດ. ພວກເພິ່ນໄດ້ຄຽງບ່າຄຽງ ໄຫລ່ກັບກອງທັບ ແລະ ປະຊາຊົນ ລາວ ຕໍ່ສູ້ໃນທົ່ວທຸກສະໜາມຮົບ, ນັບຕັ້ງແຕ່ການສູ້ຮົບຄັ້ງໃຫຍ່ທີ່ມີ ລັກສະນະຕັດສິນ ຈົນເຖິງການສ້າງ ຕັ້ງເຂດປົດປ່ອຍ ແລະ ການເພີ່ມທະ ວີອຳນາດການປົກຄອງຂັ້ນຮາກ ຖານ. ການຊ່ວຍເຫລືອນີ້ ບໍ່ພຽງແຕ່ ເປັນການຮ່ວມສູ້ຮົບເທົ່ານັ້ນ, ຫາກ ຍັງເປັນການສະໜັບສະໜູນທາງ ດ້ານການເມືອງ, ວັດຖຸເຕັກນິກ, ສຸຂະພາບ ແລະ ການຝຶກອົບຮົມພະ ນັກງານໃນສະໜາມຮົບ. ຍ້ອນການ ຮ່ວມພັນສູ້ຮົບອັນໜັກແໜ້ນນີ້, ການປະຕິວັດສອງປະເທດຈຶ່ງຍາດ ໄດ້ໄຊຊະນະ ພາຍຫລັງມະຫາໄຊ ຊະນະໃນລະດູໃບໄມ້ປົ່ງ ປີ 1975 ທີ່ມີຄວາມໝາຍປະຫວັດສາດ. ຄວາມຮັກແພງ ແລະ ການປົກປ້ອງ ຂອງປະຊາຊົນລາວ ທີ່ມີຕໍ່ທະຫານ ຫວຽດນາມ, ພ້ອມທັງຈິດໃຈ hກັດ ເມັດເຂົ້າແບ່ງເຄິ່ງ, ຫັກເຄິ່ງກ້ານ ຜັກi, ໄດ້ກາຍເປັນຄຸນຄ່າອັນຍືນ ຍົງທີ່ບໍາລຸງລ້ຽງ ມິດຕະພາບພິເສດ ລາວ-ຫວຽດນາມ ໃຫ້ຜ່ານຜ່າທຸກ ສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ. ກ້າວເຂົ້າສູ່ໄລຍະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ການຊ່ວຍເຫລືອຂອງ ຫວຽດນາມ ໄດ້ປ່ຽນຈຸດໜັກໃສ່ການຮ່ວມມືພັດ ທະນາເສດຖະກິດ-ສັງຄົມ ແລະ ຝຶກອົບຮົມຊັບພະຍາກອນມະນຸດ, ເພື່ອຊ່ວຍລາວ ຫລຸດພົ້ນອອກຈາກ ຄວາມຫຍຸ້ງຍາກ, ກ້າວຂຶ້ນ ແລະ ເຊື່ອມໂຍງສາກົນເທື່ອລະກ້າວ. ການລົງທຶນ ແລະ ເສດຖະກິດ: ຫວຽດນາມ ແມ່ນໜຶ່ງໃນບັນດາ ນັກລົງທຶນຕ່າງປະເທດຂະໜາດ ໃຫຍ່ ແລະ ໝັ້ນຄົງຢູ່ລາວ. ບໍ່ພຽງ ແຕ່ເພື່ອເປົ້າໝາຍເສດຖະກິດເທົ່າ ນັ້ນ, ໂຄງການຈໍານວນຫລາຍຍັງມີ ຄວາມໝາຍໃນການສະໜັບສະໜູນ ການພັດທະນາໄລຍະຍາວ, ຊ່ວຍ ລາວ ຂຸດຄົ້ນທ່າແຮງທີ່ມີຢູ່ໃຫ້ດີຂຶ້ນ. ຈຸດເຊື່ອມຕໍ່ຍຸດທະສາດ: ໜຶ່ງ ໃນຈຸດເດັ່ນທີ່ສໍາຄັນແມ່ນການສະ ໜັບສະໜູນລາວ ປະຕິບັດຄວາມ ມຸ່ງມາດປາຖະໜາທີ່ຈະປ່ຽນຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ ກາຍເປັນສູນກາງເຊື່ອມຕໍ່ທາງບົກ ຂອງພາກພື້ນ. ຫວຽດນາມ ໄດ້ສ້າງ ເງື່ອນໄຂໃຫ້ລາວ ນໍາໃຊ້ທ່າເຮືອ ຫວູ່ງອາງ (Vũng Áng) ເປັນປະ ຕູສູ່ທະເລທີ່ໃກ້ທີ່ສຸດ, ພ້ອມທັງປະ ສານສົມທົບຊຸກຍູ້ບັນດາໂຄງການ ຄົມມະນາຄົມ ເຊັ່ນ: ທາງດ່ວນ, ທາງລົດໄຟ ເພື່ອເຊື່ອມຕໍ່ສອງປະ ເທດ. ບັນດາໂຄງການເຫລົ່ານີ້ ປະ ກອບສ່ວນສ້າງຕັ້ງແກນເສດຖະກິດ ທີ່ເຊື່ອມໂຍງກັນ, ເປີດກວ້າງໂອ ກາດການຄ້າຂາຍກັບພາກພື້ນ ແລະ ໂລກ. ຫວຽດນາມ ຍັງລົງທຶນຢ່າງ ແຂງແຮງໃນຂົງເຂດໄຟຟ້ານໍ້າຕົກ, ບໍ່ແຮ່ ແລະ ກະສິກໍາ, ສ້າງວຽກເຮັດ ງານທຳໃຫ້ແກ່ແຮງງານຫລາຍ ພັນຄົນ, ປະກອບສ່ວນສໍາຄັນເຂົ້າ ໃນງົບປະມານຂອງລາວ ແລະ ສະ ໜັບສະໜູນການເຕີບໂຕທາງດ້ານ ເສດຖະກິດແບບຍືນຍົງ. ການຝຶກອົບຮົມຊັບພະຍາກອນ ມະນຸດ: ໜຶ່ງໃນການຊ່ວຍເຫລືອທີ່ມີ ຄວາມໝາຍຍາວນານທີ່ສຸດຄືການ ຊ່ວຍເຫລືອໃນການຝຶກອົບຮົມຊັບ ພະຍາກອນມະນຸດໃຫ້ແກ່ປະເທດ ເພື່ອນມິດ.ແຕ່ລະປີ,ຫວຽດນາມໃຫ້ ທຶນການສຶກສາຫລາຍພັນທຶນແກ່ ນັກສຶກສາ ແລະ ພະນັກງານລາວ ໄປສຶກສາຮໍ່າຮຽນ ເຊິ່ງແມ່ນແຫລ່ງ ຊັບພະຍາກອນທີ່ສໍາຄັນເພື່ອຮັບໃຊ້ ການພັດທະນາປະເທດຊາດລາວ ແລະ ເປັນຂົວຕໍ່ທີ່ເຊື່ອມໂຍງສອງ ຊາດ. ຫລາຍລຸ້ນສະໄໝຂອງນັກ ສຶກສາລາວທີ່ເຄີຍຮຽນຢູ່ຫວຽດ ນາມ ບໍ່ພຽງແຕ່ໄດ້ຮັບຄວາມຮູ້ວິ ຊາສະເພາະເທົ່ານັ້ນ, ຫາກຍັງເຂົ້າ ໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ ມິດຕະພາບຂອງສອງປະເທດ, ກາຍເປັນຜູ້ປົກປັກຮັກສາ ແລະ ພັດ ທະນາການພົວພັນພິເສດນັ້ນ. ດ້ານສຸຂະພາບ ແລະ ຄວາມໝັ້ນ ຄົງ: ໃນຂົງເຂດສາທາລະນະສຸກ, ຫວຽດນາມ ໄດ້ສົ່ງຊ່ຽວຊານມາ ຊ່ວຍຝຶກອົບຮົມ, ສ້າງຕັ້ງພື້ນຖານ ໂຄງລ່າງ, ຍົກສູງຄຸນນະພາບການ ກວດ ແລະ ປິ່ນປົວພະຍາດ. ບັນດາ ກິດຈະກໍານີ້ ປະກອບສ່ວນຍົກສູງ ສະຫວັດດີການສັງຄົມ ແລະ ການດູ ແລສຸຂະພາບຂອງປະຊາຊົນລາວ. ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ: ໃນສະພາບການທີ່ພາກ ພື້ນມີການຜັນແປສັບສົນ, ການ ຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບລະຫວ່າງສອງປະ ເທດຍັງຄົງຮັກສາໄວ້ຢ່າງແໜ້ນ ແຟ້ນ. ຫວຽດນາມ ສະໜັບສະໜູນ ລາວ ໃນການຝຶກອົບຮົມ, ການສ້າງ ກໍາລັງແລະການປະສານສົມທົບຮັບ ປະກັນຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ, ປະກອບສ່ວນປົກປັກ ຮັກສາສະຖຽນລະພາບທາງດ້ານ ການເມືອງຂອງທັງສອງປະເທດ. ຄວາມກະຕັນຍູຕໍ່ປະຫວັດສາດ: ການເຄື່ອນໄຫວຊອກຄົ້ນ, ເກັບກໍາ ແລະສົ່ງກັບຄືນອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະລະຊີວິດຢູ່ລາວ ຍາມ ໃດກໍໄດ້ຮັບການປະສານສົມທົບ ໂດຍສອງຝ່າຍດ້ວຍຄວາມເຄົາລົບ ນັບຖື ເຊິ່ງສະແດງເຖິງນໍ້າໃຈອັນ ເລິກເຊິ່ງ ແລະ ຄວາມຮັບຜິດຊອບ ຕໍ່ປະຫວັດສາດ. ການຊ່ວຍເຫລືອອັນບໍລິສຸດ ແລະ ສູງສົ່ງຂອງຫວຽດນາມທີ່ມີຕໍ່ ລາວ ໄດ້ນໍາເອົາບັນດາຜົນສໍາເລັດ ອັນສະຫງ່າງາມ, ປະກອບສ່ວນສໍາ ຄັນເຂົ້າໃນຄວາມໝັ້ນຄົງທາງດ້ານ ການເມືອງ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງລາວ, ພ້ອມ ທັງເຮັດໃຫ້ມິດຕະພາບພິເສດ ລາວ- ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ, ກາຍ ເປັນຊັບສົມບັດອັນລໍ້າຄ່າ ແລະ ເປັນ ກົດເກນການຄົງຕົວແລະ ພັດທະນາ ຂອງສອງຊາດ. ການປົກປັກຮັກສາແລະ ເສີມຂະ ຫຍາຍການພົວພັນພິເສດ ລາວ- ຫວຽດນາມ ບໍ່ພຽງແຕ່ແມ່ນຄວາມ ຮັບຜິດຊອບຂອງຄົນລຸ້ນໃໝ່ໃນປັດ ຈຸບັນເທົ່ານັ້ນ, ຫາກຍັງເປັນເງື່ອນ ໄຂສໍາຄັນເພື່ອໃຫ້ສອງປະເທດ ກ້າວໄປສູ່ອະນາຄົດທີ່ສັນຕິພາບ, ເອກະລາດ, ສາມັກຄີ ແລະ ວັດທະ ນາຖາວອນ. ສົມກັບໜ້າວຽກ, ບໍ່ກຸ້ມກິນ... ແນວ ໃດກໍດີ, ເຖິງວ່າສະພາບການບ້ານ ເມືອງປົກກະຕິ, ເສດຖະກິດມີການ ຂະຫຍາຍຕົວ,ປະຊາຊົນບັນດາເຜົ່າ ມີຊີວິດການດີຂຶ້ນ, ແຕ່ຈົ່ງຢ່າໄດ້ ດ້ອຍຄ່າອາຊີບທະຫານ ເຖິງແມ່ນ ເຖິງນ້ຳໃຈໃນການເສຍສະລະຢ່າງ ພິລາອາດຫານ, ຍອມເສຍຊີວິດດີ ກວ່າເສຍແຜ່ນດິນ. ສະຫາຍ ພົນໂທ ຄຳລຽງ ອຸທະ ໄກສອນ ລັດຖະມົນຕີກະຊວງປ້ອງ ກັນປະເທດ ໄດ້ກ່າວວ່າ: ກອງທັບ ປະຊາຊົນລາວ ກຳເນີດເກີດຂຶ້ນໃນ ທ່າມກາງປະເທດຊາດ ຖືກພວກ ລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນລາວບັນ ດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການ ຮຸກຮານ ຢ່າງເປັນຂະບວນຟົດຟື້ນ ໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວ ອິດສະຫລະ ໄດ້ຮັບການປະກາດ ສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກໍາເນີດ ຂອງກອງທັບປະຊາຊົນລາວໃນປັດ ຈຸບັນ) ຢູ່ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ. ການປະກາດສ້າງ ຕັ້ງກອງທັບປະຊາຊົນລາວ ແມ່ນ ເຫດການ ການເມືອງທີ່ມີຄວາມ ໝາຍສໍາຄັນທີ່ສຸດ ເຊິ່ງເປັນເຫດ ການປະຫວັດສາດໜຶ່ງທີ່ສຳຄັນ ຂອງຊາດ, ເປັນບາດກ້າວແຫ່ງ ການເຕີບໃຫຍ່ຂະຫຍາຍຕົວຂອງ ການປະຕິວັດ, ທັງແມ່ນການເຕີບ ໃຫຍ່ເຂັ້ມແຂງຂອງກຳລັງປະກອບ ອາວຸດ ແລະ ເປັນບາດລ້ຽວທີ່ເປັນ ລັກສະນະຕັດສິນໃນພາລະກິດຕໍ່ສູ້ ປົດປ່ອຍຊາດ, ພາຍຫລັງໄດ້ຮັບ ການສ້າງຕັ້ງຂຶ້ນ ກອງທັບ ກໍໄດ້ຜະ ເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີ ກໍາລັງແຮງເໜືອກວ່າ ນັບທັງດ້ານ ກໍາລັງພົນ ແລະ ອາວຸດຍຸດໂທປະ ກອນທີ່ທັນສະໄໝກວ່າ, ແຕ່ດ້ວຍ ນໍ້າໃຈຮັກຊາດອັນສູງສົ່ງ, ການສືບ ທອດມູນເຊື້ອພິລະອາດຫານບໍ່ຍອມ ຈໍານົນຂອງບັນພະບູລຸດ ແລະ ຊົນ ເຊື້ອຊາດລາວ, ກອງທັບເຮົາໄດ້ດໍາ ເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ 1975 ຢ່າງສະ ຫງ່າຜ່າເຜີຍ. ຜ່ານການຝຶກຝົນຫລໍ່ຫລອມ ແລະ ທົດສອບໃນແປວໄຟສົງຄາມ ຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງ ຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລໍາບາກ ນັ້ນ, ກອງທັບເຮົາໄດ້ສ້າງວິລະກຳ ອັນລໍ້າເລີດຫລາຍປະການ, ສ້າງ ປະຫວັດສາດໜ້າໃໝ່ ແລະ ມູນເຊື້ອ ວິລະຊົນຂອງຊາດລາວ ວິລະຊົນ ຢ່າງສະຫງ່າງາມ. ພາຍຫລັງປະ ເທດຊາດໄດ້ຮັບການປົດປ່ອຍກອງ ທັບປະຊາຊົນລາວ ໄດ້ສືບຕໍ່ປະຕິບັດ ສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ເປັນກຳລັງຫລັກ ແຫລ່ງໃນການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານຂອງ ພັກ, ເປັນເຈົ້າການປົກປັກຮັກສາ ໝາກຜົນຂອງການປະຕິວັດ, ເສີມ ຂະຫຍາຍທາດແທ້ມູນເຊື້ອຂອງ ກອງທັບ, ສຸມໃສ່ປັບປຸງກໍ່ສ້າງກໍາ ລັງໃນທຸກດ້ານ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຮັດໃຫ້ ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ວ່າທະຫານໃນປັດຈຸບັນອາດຈະ ບໍ່ໄດ້ໄປສູ້ຮົບ ແຕ່ທະຫານກໍຄືທະ ຫານ ຍາມສະຫງົບກໍເຮັດໜ້າທີ່ປະ ກອບສ່ວນເຮັດໃຫ້ປະເທດມີຄວາມ ສະຫງົບ, ຊ່ວຍເຫລືອປະຊາຊົນ ຢ່າງຮອບດ້ານໃນເວລາເກີດໄພພິ ບັດນ້ຳຖ້ວມ, ໄຟໄໝ້ປ່າ, ເກີດເຫດ ປຸ້ນຈີ້ຊີງຊັບ, ຄ້າຂາຍເຖື່ອນ ກໍລ້ວນ ແລ້ວແມ່ນທະຫານເປັນຜູ້ນຳໜ້າໃນ ການເຮັດໜ້າທີ່ປາມປາບ. ຄວາມ ຈິງແລ້ວ, ໃນເມື່ອກ່ອນໄລຍະຕໍ່ສູ້ກູ້ ຊາດທະຫານທຸກຄົນບໍ່ມີເງິນເດືອນ, ບໍ່ມີນະໂຍບາຍຄືທຸກມື້ນີ້, ແຕ່ພວກ ເຂົາເຫລົ່ານັ້ນກໍເຮັດໜ້າທີ່ດ້ວຍ ຄວາມສະໝັກໃຈ, ດ້ວຍຄວາມຮັກ ຊາດຮັກບ້ານເກີດເມືອງນອນແທ້ໆ; ສິ່ງດັ່ງກ່າວມັນສະແດງໃຫ້ເຫັນ

RkJQdWJsaXNoZXIy MTc3MTYxMQ==