gsfdko{dkora fmtok xtgmf]k; ( 04/12/2025 ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພະແນກ ອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງຈໍາປາສັກ ຮ່ວມກັບລັດວິສາ ຫະກິດໄຟຟ້າລາວ (ຟຟລ) ສາຂາ ແຂວງຈໍາປາສັກ ໂດຍການນໍາ ພາ-ຊີ້ນໍາຂອງຄະນະພັກ-ອົງການ ປົກຄອງແຂວງ ໄດ້ຈັດກິດຈະກໍາ ປັບປຸງສ້ອມແປງສາຍໄຟຟ້າ ໃນ ນະຄອນປາກເຊ ໃນລະຫວ່າງວັນທີ 1-5 ທັນວາ 2025 ເພື່ອເຮັດໃຫ້ ລະບົບໄຟເຍືອງທາງສະຫວ່າງສະ ໄຫວ, ສະດວກສະບາຍໃນເວວາ ສັນຈອນໄປ-ມາ ໂດຍສະເພາະ ໃນ ຕອນກາງຄືນ ທັງສ້າງເປັນຂອງ ຂວັນຝາກຕ້ອນສັງຄົມ ແລະ ພໍ່ແມ່ ປະຊາຊົນ ເນື່ອງໃນໂອກາດ ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກ ຄົບຮອບ 105 ປີ. ທ່ານ ຄໍາແຝງ ສູນດາວເຮືອງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈຳປາສັກ ໃຫ້ ຮູ້ວ່າ: ກິດຈະກໍາປັບປຸງສ້ອມແປງ ສາຍໄຟຟ້າ ໃນນະຄອນປາກເຊ ຄັ້ງ ນີ້ ໄດ້ແບ່ງເປັນ 2 ໜ່ວຍງານ, ສຸມ ໃສ່ປັບປຸງສ້ອມແປງລະບົບເຍືອງ ທາງໃນ 4 ເສັ້ນທາງ ຄື: ເສັ້ນທາງ ທີ 1 ແຕ່ວົງວຽນຂັນໂມງ ໜ້າສະ ໜາມບິນສາກົນປາກເຊ ຮອດວົງ ວຽນວັດພູ-ເສັ້ນທາງໜ້າຫ້ອງວ່າ ການແຂວງ; ເສັ້ນທີ 2 ແຕ່ໜ້າວັດ ໂພນງາມ-ຫໍວັດທະນະທໍາບັນດາ ເຜົ່າ ຫລັກ 7; ເສັ້ນທີ 3 ແຕ່ໜ້າວັດ ຫລວງ ລຽບຕາມທາງແຄມເຊ ແລະ ແຄມຂອງຮອດໝູ່ບ້ານດາວເຮືອງ; ເສັ້ນທີ 4 ແຕ່ໜ້າຮ້ານປີ້ງເປັດນາງ ນ່າ ຫາ ເສັ້ນທາງໜ້າຮ້ານເຈຄອມ ຊຶ່ງໜ້າວຽກທີ່ຈັດຕັ້ງປະຕິບັດ ແມ່ນ ປ່ຽນດອກໄຟ, ປ່ຽນໂຄມ, ດຶງສາຍ ໄຟຄືນໃໝ່, ສາຍໃດທີ່ໃຊ້ບໍ່ໄດ້ກໍ ປ່ຽນອອກຈາກລະບົບຝັງດິນມາ ໃຊ້ລະບົບກາງຫາວ ເພື່ອຄວາມສະ ດວກໃນເວລາປັບປຸງສ້ອມແປງ. ນອກນີ້, ກໍປ່ຽນຕູ້ຄວບຄຸມທີ່ເປ່ເພ m5 drkdlj ;o.ola '7q , 9q j '-j ;pda o gxa og9Q kdkoxq dxa dIa dlklkpw22h k ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີໂຮມຊຸມນຸມ ໃຫຍ່ ສະເຫລີມສະຫລອງ ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ແຂວງວຽງຈັນ ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 2 ທັນວາ 2025 ໂດຍມີ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງ ພັກ ເຈົ້າແຂວງໆວຽງຈັນ, ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງ, ມີບັນດາ ການນໍາແຂວງ-ເມືອງ, ອະດີດ ການນໍາ, ພະນັກງານບຳນານ, ພະນັກງານ-ລັດຖະກອນ ຕະຫລອດ ຮອດມວນຊົນເຂົ້າຮ່ວມ. ໃນພິທີ ໄດ້ຮັບຊົມ ການຖ່າຍ ທອດສົດພິທີສະເຫລີມສະຫລອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50ປີຈາກນະຄອນຫລວງວຽງຈັນ, ໄດ້ຮັບຟັງການກ່າວສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ການເດີນສວນ ສະໜາມຂອງກ້ອນກຳລັງ ປກສປກຊ, ບັນດາກະຊວງ, ອົງການ ແລະ ກ້ອນກຳລັງອື່ນໆ. ພ້ອມນີ້ໃນພິທີດັ່ງກ່າວ ຍັງໄດ້ ມີການມອບຫລຽນກາລະນຶກ 50 ປີ ໃຫ້ແກ່ການນຳແຂວງວຽງຈັນ ລ ວ ມ ທັ ງ ອ ະ ດີ ດ ພ ະ ນັ ກ ງ າ ນ ບຳນານ ແລະ ຍັງປະຈຳການຢູ່ ທີ່ ມີຜົນງານປະກອບສ່ວນເຂົ້າໃນ ພາລະກິດສ້າງສາ ແລະ ພັດທະນາ ປະເທດຊາດ ຕື່ມອີກ. va f8txn xtfa [s]Podk]tob d 50 xu .sh z6 h ,u zq o'koxtdv[lj ;olh k'lk{ra fmtokxtgmf-kf ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ຈັດພິທີປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ ຜູ້ທີ່ມີຜົນງານໃນການເຄື່ອນໄຫວ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ເວົ້າ ລວມ ເວົ້າສະເພາະ ກໍຄືການປະກອບ ສ່ວນສ້າງສາ ແລະ ພັດທະນາ ແຂວງອັດຕະປື ຕະຫລອດໄລຍະ ຜ່ານມາ ໃນວັນທີ 1 ທັນວາ 2025 ໂດຍມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງອັດຕະປື, ມີການ ນໍາພັກ-ລັດ, ພະນັກງານອາວຸໂສ ບຳນານ ແລະ ພະນັກງານຫລັກ ແຫລ່ງຂອງແຂວງເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ດວງ ໄຊ ສີວົງສາ ຮອງຫົວໜ້າຄະນະ ຈັດຕັ້ງແຂວງ ໄດ້ຜ່ານລັດຖະດໍາ ລັດຂອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການປະ ດັບຫລຽນກາລະນຶກ 50 ປີ ວັນ ສະຖາປະນາ ສປປ ລາວ ໃຫ້ແກ່ພະ ນັກງານ-ລັດຖະກອນ ທັງຜູ້ປະ ຈຳການ ແລະ ອະດີດພະນັກງານ ບໍານານ, ຜູ້ປະກອບການນັກທຸລະ ກິດພາຍໃນແຂວງອັດຕະປື ທີ່ມີ ຜົນງານພົ້ນເດັ່ນ ແລະ ຄຸນງາມ ຄວາມດີ ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ໄລຍະ 50 ປີຜ່ານມາ ຊຶ່ງ ລວມມີບຸກຄົນທີ່ມີຜົນງານດີເດັ່ນ 5.744 ທ່ານ ຍິງ 1.660 ທ່ານ ໃນນີ້, ພະນັກງານ-ລັດຖະກອນ ປະຈຳການ ມີ 4.003 ທ່ານ ຍິງ 1.141 ທ່ານ, ອະດີດພະນັກງານ ບຳນານ 828 ທ່ານ ຍິງ 265 ທ່ານ g9Q kc0;'lts;a ootg0f v;prvo{,v[g7n j v' .sh dv'Ih vp l6 oglpvq '7t{oa dIq [c0j '0a o .o3vdkf7q [Iv[ 50 xu ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໂອກາດ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ (2 ທັນວາ 1975-2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະກໍາມະການປົກຄອງແຂວງ, ກອງບັນຊາການ ປກສ-ປກຊ ແຂວງ ແລະ ພະແນກການຕ່າງ ໆອ້ອມຂ້າງແຂວງ ໄດ້ຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີ ຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນ ເສຍອົງຄະເຊ 17 ເມືອງພີນ ແຂວງ ສະຫວັນນະເຂດ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ໄດ້ກ່າວສະແດງຄວາມ ເປັນຫ່ວງເປັນໄຍຕໍ່ການດຳລົງ ຊີວິດການເປັນຢູ່ຂອງພະນັກງານ ບຳນານ ປະຕິວັດອາວຸໂສ, ຄອບຄົວ ຜູ້ເສຍອົງຄະທີ່ໄດ້ເສຍສະລະເຫື່ອ ແຮງເພື່ອການປະຕິວັດຊາດ ພ້ອມ ທັງໄດ້ຍົກໃຫ້ເຫັນເຖິງຄວາມ ໝາຍຄວາມສຳຄັນຂອງວັນຊາດ ທີ 2 ທັນວາ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ແຂວງ ສະຫວັນນະເຂດ ກໍຄືທົ່ວປະເທດ ພວມສ້າງຂະບວນການຂ່ຳນັບ ຊົມເຊີຍຢ່າງເປັນຂະບວນຟົດຟື້ນ ຊຶ່ງ ຍາມໃດການນຳພັກ-ລັດກໍຄືແຂວງ ສະຫວັນນະເຂດ, ສະແດງຄວາມ ກະຕັນຍູຮູ້ບຸນຄຸນ ຕໍ່ພະນັກງານ c0;';P'9a o 3I,-5 ,o5 ,.spj lts]v' ;a olt4kxtok lxx ]k; 7q [Iv[ 50 xu ບຳນານປະຕິວັດອາວຸໂສ ຜູ້ທີ່ມີ ບຸນຄຸນຄຸນງາມຄວາມດີຕໍ່ການປະຕິ ວັດຊາດ, ນຳພາປະຊາຊົນລາວຫລຸດ ພົ້ນອອກຈາກແອກຄອບຄອງຂອງ ຈັກກະພັດຕ່າງດ້າວຜູ້ຮຸກຮານ ແລະ ການມາຢ້ຽມຢາມຄັ້ງນີ້ຍັງເປັນ ການຖາມຂ່າວຄວາມສຸກ-ທຸກ, ນໍາ ເອົາຄວາມຢ້ຽມຢາມຖາມຂ່າວຈາກ ການນໍາຂອງແຂວງ ແລະ ປະຊາຊົນ ແຂວງສະຫວັນນະເຂດ ມາຝາກໃຫ້ ພະນັກງານບຳນານສູນເສຍອົງຄະ ເຊ 17 ທຸກຄົນ ແລະ ທຸກຄອບຄົວ. ພ້ອມດຽວກັນນີ້, ທ່ານ ພັນຕີ ພອນປະສິດ ຈັນທະວິໄຊ ຫົວໜ້າ ການເມືອງກອງຮ້ອຍສູນເສຍອົງຄະ ເຊ 17 ລາຍງານໃຫ້ຮູ້ວ່າ: ກອງ ຮ້ອຍສູນເສຍອົງຄະເຊ 17 ປັດຈຸບັນ ມີພະນັກງານບຳນານເສຍອົງຄະ ທັງໝົດ 28 ທ່ານ ຍິງ 18 ທ່ານ, ລວມມີ 22 ຄອບຄົວ ແລະ ມີ 5 ຄອບຄົວທີ່ຍ້າຍກັບເມືອຢູ່ທ້ອງຖິ່ນ ແລະ 1 ຄອບຄົວຍ້າຍໄປຢູ່ຕ່າງ ແຂວງ; ໂດຍປະຕິບັດຕາມທິດຊີ້ນໍາ ຂອງທ່ານເຈົ້າແຂວງ, ກອງຮ້ອຍ ສູນເສຍອົງຄະເຊ 17 ສະເໜີຂໍງົບ ປະມານ ແລະ ໄດ້ນໍາພາພະນັກງານ ເສຍອົງຄະລົງປະກອບ-ສ້ອມແປງ ຂາທຽມ ແລະ ໄດ້ປະກອບເຄື່ອງ ອົງຄະທຽມປະເພດຕ່າງໆ ໃຫ້ ແຕ່ລະທ່ານທີ່ໄດ້ຮັບມີ: ຂາທຽມ ໃໝ່ 2 ຂາ 2 ບຸກຄົນ, ເຄື່ອງຟັງ ຫູ 3 ບຸກຄົນ, ແວ່ນຕາກັນແສງ 4 ອັນ, ໄມ້ຄໍາທາງ 2 ອັນ; ໄດ້ນໍາ ສົ່ງພະນັກງານບຳນານເສຍອົງຄະ ໄປປິ່ນປົວຢູ່ໂຮງໝໍທະຫານແຂວງ ສະຫວັນນະເຂດ, ນໍາສົ່ງໂຮງໝໍ ແຂວງ 2 ຄັ້ງ, ນໍາສົ່ງປິ່ນປົວຢູ່ໂຮງ ໝໍເມືອງພິນ 2 ຄັ້ງ. ນອກນັ້ນ, ໄດ້ ແກ້ໄຂຊ່ວຍລົດນໍາສົ່ງພີ່ນ້ອງລູກ ຫລານຂອງພະນັກງານໄປປິ່ນປົວ ຢູ່ໂຮງໝໍ 109 ເຊໂນ ເມືອງອຸທຸມ ພອນ, ເມືອງວິລະບູລີ ແລະ ໄດ້ປະ ຕິບັດນະໂຍບາຍກໍລະນີເສຍຊີວິດ ນໍາອີກ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ພ້ອມຄະນະຍັງໄດ້ນຳ ເອົາເຄື່ອງບໍລິໂພກ-ອຸປະໂພກ, ເຂົ້າສານ, ຜ້າຫົ່ມ ພ້ອມທັງທຶນຮອນ ຈຳນວນໜຶ່ງມອບໃຫ້ຜູ້ເສຍອົງຄະ ແລະ ສູນເຊ 17 ພ້ອມທັງໄປ ຢ້ຽມຢາມ ຄອບຄົວ ນັກຮົບແຂ່ງຂັນ ແຫ່ງຊາດຢູ່ເມືອງພີນ, ເມືອງອຸທຸມ ພອນ ແຂວງສະຫວັນນະເຂດ ນຳ ອີກດ້ວຍ. ແລະ ນັກທຸລະກິດຜູ້ປະກອບການ 913 ທ່ານ ຍິງ 254 ທ່ານ ໃຫ້ກຽດ ປະດັບຫລຽນກາລະນຶກຄັ້ງນີ້ ໂດຍ ສະຫາຍ ພົນໂທ ວັນທອງ ກອງມະນີ. ທັງນີ້, ກໍເພື່ອຫວນຄືນເຖິງ ວັນມະຫາໄຊຊະນະ ແຫ່ງການ ປະຕິວັດຊາດ ປະຊາທິປະໄຕ ລະ ນຶກເຖິງຜົນງານ ແລະ ການເສຍ ສະລະອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸ ພານຸວົງ, ບັນດາຜູ້ນໍາ, ນັກຮົບ ປະຕິວັດ, ວິລະຊົນ, ສະມາຊິກພັກ- ພະນັກງານຕະຫລອດຮອດປະຊາ ຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະ ອາດຫານ, ສາມາດຍາດໄດ້ເອກະ ລາດແຫ່ງຊາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສະຖາ ປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975. ຂ່າວ: ໄຊຈະເລີນ, ພາບ: ມະນີວອນ ຈໍານວນໜຶ່ງ, ຕູ້ໃດທີ່ເປ່ເພບໍ່ຫລາຍ ກໍສ້ອມແປງຄືນໃໝ່ ສ່ວນໃຫຍ່ແມ່ນ ປ່ຽນ ຊີບີ ຂອງຕູ້ບາງໜ່ວຍ, ບາງ ໜ່ວຍກໍປ່ຽນໝົດເລີຍ. ທັງນີ້ ກໍ ເພື່ອເຮັດໃຫ້ລະບົບໄຟເຍືອງທາງ ສະຫວ່າງສະໄຫວ, ສະດວກສະ ບາຍໃນເວວາສັນຈອນໄປ-ມາ ໂດຍ ສະເພາະໃນຍາມກາງຄືນ ທ່ານ ຄໍາແຝງ ສູນດາວເຮືອງ ໃຫ້ຮູ້ຕື່ມວ່າ: ຜ່ານການເຄື່ອນໄຫວ ວຽກງານກວດກາຕົວຈິງພົບເຫັນ ສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ໄຟຊ໋ອດ, ມີບາງຈຸດສາຍໄຟຖືກລັກ ຕັດ ເປັນເຫດເຮັດໃຫ້ດອກໄຟເຍືອງ ທາງບໍ່ຮຸ່ງ ແລະ ໃຊ້ບໍ່ໄດ້. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນ ສັງຄົມ ໂດຍສະເພາະ ຄະນະພັກອົງການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນ ຈົ່ງເປັນເຈົ້າການ ທັງເປັນ ຫູເປັນຕາຊ່ວຍການຈັດຕັ້ງ ໃນ ການປົກປັກຮັກສາຍໄຟຟ້າ ຊຶ່ງເປັນ ຊັບສົມບັດລວມຂອງທຸກໆຄົນໃຫ້ມີ ຄວາມຍືນຍົງທັງເຮັດໃຫ້ລະບົບໄຟ ເຍືອງທາງ ມີຄວາມສະຫວ່າງສະ ໄຫວ, ສະດວກສະບາຍໃນເວວາສັນ ຈອນໄປ-ມາ. ແນວໃດກໍຕາມ, ຕໍ່ໄປ ພະແນກອຄແຂວງຈະສືບຕໍ່ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງສ້ອມແປງລະບົບໄຟຟ້າ ພາຍໃນນະຄອນປາກເຊ, ໄຟຟ້າ ຢູ່ຕາມວົງວຽນແຕ່ລະຈຸດໃຫ້ສາ ມາດນໍາໃຊ້ໄດ້ຢ່າງສະຫວ່າງສະ ໄຫວ ແລະ ສະດວກສະບາຍ ເວວາ ສັນຈອນໄປ-ມາ ໃນຍາມຄໍ່າຄືນ. ຂ່າວ-ພາບ: ທູນທອງໃຈ
RkJQdWJsaXNoZXIy MTc3MTYxMQ==