[5 ody o9P'gzqj k,Q ' xu oU ,u s]kpdy f9tde glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 04/12/2025 glf4tdy f{la '7q , -u ;y f{;a fmtotme ©ດຍ ເຂົ້າຈານນ້¦ c0;'w-lq ,[6 o 9a fc0j '0a ogmltdkovksko xt9exu 2 02 5 ຂປລ. ເມື່ອມໍ່ໆມານີ້ ແຂວງໄຊ ສົມບູນ ໄດ້ຈັດການແຂ່ງຂັນເທສະ ການອາຫານປະຈຳ 2025 ຂຶ້ນ ເພື່ອເປັນການສົ່ງເສີມດ້ານທຸລະກິດ ອາຫານໃຫ້ມີການຂະຫຍາຍຕົວ ໄປ ພ້ອມໆກັບການສະເຫລີມສະຫລອງ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ເດີ່ນ ສາທາລະນະ ຫໍຫລັກເມືອງ ໂດຍ ການເປັນປະທານຂອງ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະ ປະຈຳພັກແຂວງ ຮອງປະທານຄະ ນະກຳມະການປົກຄອງແຂວງ, ໃຫ້ ກຽດເຂົ້າຮ່ວມໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານ ງານພັກແຂວງໄຊສົມບູນ, ພ້ອມ ດ້ວຍຄະນະກໍາມະການຕັດສິນການ ແຂ່ງຂັນ, ຕະຫລອດຮອດໜ່ວຍ ສະຫະພັນແມ່ຍິງ ບັນດາພະແນກ ການອ້ອມຂ້າງແຂວງ, ໜ່ວຍ ສະຫະພັນແມ່ຍິງ ເມືອງອະນຸວົງ ແລະ ຕົວແທນຈາກຮ້ານອາຫານ ເຂົ້າຮ່ວມ. ທ່ານ ນາງເພັດສະໄໝ ໂພໄຊຍະ ວົງ ກ່າວວ່າ: ການຈັດງານແຂ່ງ ຂັນເທສະການອາຫານ ປະຈຳປີ 2025 ນີ້, ກໍເພື່ອເປັນການອະນຸລັກ ແລະ ສົ່ງເສີມວັດທະນະທໍາຮີດຄອງ ປະເພນີລາວ ໂດຍສະເພາະອາ ຫານທີ່ເປັນເອກະລັກຂອງຊາວ ແຂວງໄຊສົມບູນ ທີ່ຄວນອະນຸລັກ ຮັກສາໄວ້ຄຽງຄູ່ກັບຄົນລາວຕະ ຫລອດໄປຕິດພັນກັບການໂຄສະນາ ເຜີຍແຜ່ອາຫານທີ່ເປັນເອກະລັກ ຂອງແຂວງອອກສູ່ສັງຄົມ ທັງເປັນ ການສ້າງຄວາມສາມັກຄີພາຍໃນ ເອື້ອຍນ້ອງແມ່ຍິງໃຫ້ແໜ້ນແຟ້ນ ຍິ່ງຂຶ້ນ ຊຶ່ງການແຂ່ງຂັນປຸງແຕ່ງ ອາຫານໃນຄັ້ງນີ້ ມີຕົວແທນເຂົ້າ ຮ່ວມແຂ່ງຂັນ 18 ພາກສ່ວນ. ໃນ ນັ້ນ, ໄດ້ປຸງແຕ່ງອາຫານ ໃຫ້ແກ່ ຄະນະກໍາມະການຊີມ ພ້ອມທັງຕັດ ສິນຈາກຄວາມແຊບ, ຄວາມສະ ອາດ ທີ່ຖືກຫລັກອະນາໄມ ແລະ ຄວາມສວຍງາມໃນການຕົບແຕ່ງ. ແນວໃດກໍດີ, ຜົນການຕັດສິນ ຈາກຄະນະກຳມະການ ເຫັນວ່າອັນ ດັບທີ 1 ໄດ້ແກ່ ຮ້ານອາຫານ ນາງ ຄຳ ໂດຍປະເພດອາຫານທີ່ຖືກໃຈ ກຳມະການໄດ້ແກ່ (ໜຶ້ງໄກ່ລາດ ສະໝຸນໄພ) ໄດ້ຮັບເງິນລາງວັນ 5.000.000 ກີບ, ອັນດັບທີ 2 ໄດ້ ແກ່ ຮ້ານຂາຍອາຫານສຸກ ນາງ ໄຊ (ເອາະກະປູນາ) ໄດ້ຮັບເງິນ ລາງວັນ 4.000.000 ກີບ ແລະ ອັນດັບທີ 3 ໄດ້ແກ່ຮ້ານອາຫານ ນາງ ຄໍາພາ (ໜຶ້ງປາສະໝຸນໄພ) ໄດ້ເງິນລາງວັນ 3.000.000 ກີບ. ຂະນະທີ່ອີກ 15 ພາກສ່ວນ ແມ່ນ ໄດ້ຮັບລາງວັນຊົມເຊີຍ ຮ້ານລະ 500. 000 ກີບຕື່ມອີກ. ນອກຈາກການແຂ່ງຂັນເທສະ ການອາຫານແລ້ວ ຍັງໄດ້ເປີດຕະ ຫລາດນັດວາງສະແດງສິນຄ້າ ໂດຍມີຫລາຍພາກສ່ວນໄດ້ນໍາເອົາ ສິນຄ້າທີ່ຜະລິດດ້ວຍຕົນເອງມາ ວາງສະແດງ ແລະ ຈຳໜ່າຍໃຫ້ ແກ່ຜູ້ທີ່ມາທ່ຽວຊົມໄດ້ຊື້ເປັນຂອງ ຝາກຂອງຕ້ອນ. ນອກຈາກນີ້, ຍັງ ເປັນການສົ່ງເສີມດ້ານການຜະລິດ ເປັນສິນຄ້າໃຫ້ຫລາຍຂຶ້ນ ສາມາດ ສົ່ງອອກຂາຍສູ່ຕະຫລາດຕ່າງ ເມືອງ-ແຂວງໃນຕໍ່ໜ້າ ໄປພ້ອມໆ ກັບການສະເຫລີມສະຫລອງວັນ ສຳຄັນຂອງຊາດລາວ ໃຫ້ມີບັນຍາ ກາດຟົດຟື້ນ ແລະ ມີຄວາມໝາຍ ເລິກເຊິ່ງ. ຂປລ. ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ເຈົ່າ ແມ່ນບຸນໜຶ່ງສືບທອດກັນ ມາແຕ່ດົນນານ ຊຶ່ງຈັດຂຶ້ນໃນທຸກໆປີ ພາຍຫລັງສຳເລັດການເກັບກູ້ຜົນ ຜະລິດ ກໍບົ່ງບອກເຖິງບຸນກິນຈຽງ ໄດ້ໝູນວຽນມາຮອດອີກວາລະໜຶ່ງ. ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ ເຈົ່າ ຈັດຂຶ້ນເພື່ອເປັນການສະຫລຸບ ທົບທວນ ສະເຫລີມສະຫລອງຜົນ ງານທີ່ຍາດມາໄດ້ໃນໜຶ່ງປີຜ່ານ ມາ ທັງເປັນການປົກປັກຮັກສາຮີດ ຄອງປະເພນີອັນດີງາມ, ເປັນການ ຈັດພາເຂົ້າຖວາຍໃຫ້ແກ່ບັນພະບູ ລຸດແລະຜູ້ທີ່ລ່ວງຫລັບໄປ, ໃນດ້ານ ວັດທະນະທຳເປັນການບາສີສູ່ຂວັນ ສໍາມາຄະລະວະນໍາຜູ້ເປັນພໍ່ແມ່ ແລະ ຜູ້ອາວຸໂສອວຍພອນສົ່ງທ້າຍ ປີເກົ່າຕ້ອນຮັບປີໃໝ່, ໄວໜຸ່ມບ່າວສາວ ກໍຈະພາກັນເອ້ຍ້ອງດ້ວຍຊຸດ ເຄື່ອງນຸ່ງປະຈຳເຜົ່າແລະໂຍນໝາກ ຄອນເບີກບານມ່ວນຊື່ນ ແລະ ອື່ນໆ. ໃນຫລາຍປີຜ່ານມາ ການຈັດບຸນ ກິນຈຽງ ແມ່ນຍັງບໍ່ທັນເອກະພາບ ກັນເທື່ອຊຶ່ງບາງບ້ານ ເມືອງ ແຂວງ ກໍຈະຈັດຂຶ້ນໃນເດືອນພະຈິກ (ມື້ ແຮມ 14 ຄ່ຳ). ຂະນະທີ່ມີບາງ ບ້ານ ເມືອງ ແຂວງ ຈະຈັດໃນເດືອນ ທັນວາ (ມື້ແຮມ 14 ຄ່ຳ), ແຕ່ມາ ໃນ 5-6 ປີມານີ້, ເຜົ່າມົ້ງໄດ້ເອກະ ພາບຈັດຂຶ້ນພ້ອມກັນໃນມື້ດຽວກັນ ຄືເດືອນທັນວາຂອງທຸກໆປີເປັນມື້ ເລີ່ມຕົ້ນສະເຫລີມສະຫລອງເປັນ ຕົ້ນໄປ, ນີ້ແມ່ນຄວາມເປັນເຈົ້າ ການຈັດຕັ້ງປະຕິບັດຕາມພັກ-ລັດ ຖະບານວາງອອກ ໂດຍສະເພາະ ກົງກັບມື້ແຮມ 14 ຄ່ຳ ໂດຍບັນດາ ຄອບຄົວກໍພາກັນຮວມໂຕກັນໃນ ມື້ນີ້ ເພື່ອເຮັດເຂົ້າໜົມ, ພາເຂົ້າ ຖວາຍເຄື່ອງບູຊາແກ່ບັນພະບຸລຸດ ຜູ້ລ່ວງລັບໄປແລ້ວ. ທັງຈັດພາເຂົ້າ ສາມັກຄີເອີ້ນຍາດຕິພີ່ນ້ອງ, ເພື່ອນ ມິດສະຫາຍມາຮ່ວມກິນໃນເຮືອນ ຂອງພວກເຂົາ. ສໍາລັບບັນດາຕົວ ເມືອງ ທີ່ມີປະຊາຊົນເຜົ່າມົ້ງເປັນ ຈໍານວນຫລາຍ, ການສະເຫລີມສະ ຫລອງບຸນກິນຈຽງ ແມ່ນຈະຈັດຂຶ້ນ ຢູ່ສະຖານທີ່ກາງແຈ້ງ ເປັນເວລາ ໜຶ່ງອາທິດເຕັມ. ໃນບຸນດັ່ງກ່າວຈະ ມີຫລາກຫລາຍກິດຈະກຳ ບໍ່ວ່າຈະ ເປັນກິລາໝາກຂ່າງ, ຍິງໜ້າເກັກ, ສິລະປະຟ້ອນລໍາ ແລະ ຮ້ອງເພງ, ງົວຊົນງົວ ແລະ ໂຍນໝາກຄອນ, ການສະແດງເຄື່ອງດົນຕີ ທີ່ມີລັກ ສະນະຮູບຊົງຍາວທີ່ເປັນເອກະລັກ ສະເພາະ (ເປັນເຄື່ອງດົນຕີປະເພດ ເປົ່າທີ່ ເອີ້ນວ່າ: ແຄນ) ແມ່ນການ ສະແດງທີ່ນິຍົມຫລາຍ ໂດຍບັນດາ ນັກດົນຕີທີ່ມີຄວາມຊຳນິຊຳນານ ສາມາດຟ້ອນລໍາ ແລະ ເຮັດກາຍະ ກຳໄປພ້ອມໆກັນ ຄຽງຄູ່ກັບການ ສືບຕໍ່ປະຄັບປະຄອງຮັກສາທໍານອງ ດົນຕີ ຂອງພວກເຂົາໄວ້. ຊາວໜຸ່ມ ຊາຍ ແລະ ຍິງ ຈະພາກັນນຸ່ງເຄື່ອງ ພື້ນເມືອງ ທີ່ປະກອບໄປດ້ວຍສີສັນ ຫລາກຫລາຍເພື່ອຫວັງທີ່ຈະດຶງດູດ ໃຫ້ໄດ້ພົບກັບຜູ້ທີ່ຈະມາເປັນຄູ່ຄອງ ຂອງຕົນ. ແນວໃດກໍດີ, ບຸນກິນຈຽງກໍ ແມ່ນອີກບຸນໜຶ່ງທີ່ເປັນເອກະລັກ ແລະ ຍິນດີຕ້ອນຮັບນັກທ່ອງທ່ຽວ ໃຫ້ເຂົ້າມາຮ່ວມ ພ້ອມທັງສາມາດ ນຸ່ງຊຸດພື້ນເມືອງປະຈຳເຜົ່າຮ່ວມສະ ເຫລີມສະຫລອງກິດຈະກຳຕ່າງໆ ນຳເຂົາເຈົ້າໄດ້ນໍາອີກ. ແຕ່ໃດມາ ແມ່ຍິງເຜົ່າມົ້ງຖືໄດ້ວ່າມີຄວາມຊຳ ນານໃນການຕໍ່າແຜ່ນແພ ຫຍິບຖັກ ປັກແສ່ວຫລາຍ ຊຶ່ງໃນແຕ່ລະປີ ແມ່ຍິງກໍໄດ້ພ້ອມກັນຫຍິບຖັກປັກ ແສ່ວຊຸດປະຈຳເຜົ່າ ໂດຍໃຊ້ເວລາ ຫວ່າງຈາກການອອກແຮງ, ການ ຮຽນໜັງສືມາຖັກແສ່ວ. ຂະນະທີ່ ມາຮອດປັດຈຸບັນນີ້ ມີບາງກຸ່ມກໍຖື ເອົາການຖັກແສ່ວເປັນອາຊີບຫລັກ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ໂດຍລວມແລ້ວ, ບຸນກິນຈຽງ ຊົນເຜົ່າມົ້ງ ແມ່ນເທສະການສົ່ງ ທ້າຍປີເກົ່າຕ້ອນຮັບປີໃໝ່ຂອງ ຊົນເຜົ່າມົ້ງ ທີ່ເປັນສັນຍະລັກແຫ່ງ ຄວາມສາມັກຄີ, ຄວາມຜູກໝັ້ນໃນ ວົງສາຄະນະຍາດຂອງປະຊາຊົນ ເຜົ່າມົ້ງ ທີ່ຢູ່ຫ່າງໄກໄດ້ມາພົບປະ ສ້າງສັນ ເພື່ອເຮັດພິທີກຳລະນຶກ ເຖິງບັນພະບູລຸດຂອງວົງສາຄະນະ ຍາດຕົນ ທັງເປັນການສະຫລຸບຜົນ ງານທີ່ຍາດມາໄດ້ໃນໜຶ່ງປີຜ່ານ ມາ, ບາສີສູ່ຂວັນໃຫ້ແກ່ແຕ່ລະ ຄອບຄົວ, ສົມມາຄະລະວະນໍາຜູ້ເປັນ ພໍ່ແມ່ ແລະ ຜູ້ອາວຸໂສອວຍພອນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເປີດ ໂອກາດໃຫ້ໄວໜຸ່ມ ບ່າວ-ສາວໄດ້ ໂຍນໝາກຄອນ ເບີກບານມ່ວນຊື່ນ ແລະ ອື່ນໆ. ແມ່ນສູນກາງແນວລາວສ້າງຊາດ. ແນວໃດກໍດີ,ສຳລັບປີນີ້ບຸນນໍ່ເປ້ເຈົ່າ ຂອງເຜົ່າມົ້ງ ໄດ້ພ້ອມກັນ ຈັດຂຶ້ນ ໃນວັນທີ 1 ເດືອນທັນວາ 2025
RkJQdWJsaXNoZXIy MTc3MTYxMQ==