7167.1

04/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ມອບ-ຮັບຫ້ອງສະໝຸດ... ຮອງນາຍົກລັດຖະມົນຕີ... ລົງນາມເອກະສານ... ບັ້ນເລືອກຕັ້ງ ສສຊ... ຂປລ. ໃນວັນທີ 3 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພົນ ເ ອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງທ່ານ ວາຊີລີ ໂອຊິມາກົບ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະໃນ ໂອກາດເດີນທາງມາເຂົ້າຮ່ວມພິທີ ສະເຫລີມສະຫລອງວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫລວງວຽງຈັນ. ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວ ສະແດງຄວາມຍິນດີຕ້ອນຮັບ, ຊົມ ເຊີຍ, ຂອບໃຈ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນສະຫະພັນຣັດເຊຍ ທີ່ ໄດ້ເດີນທາງມາເຂົ້າຮ່ວມພິທີສະ ເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງ ນີ້ ຊຶ່ງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າແກ່ພັກລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພິທີສະເຫລີມສະຫລອງວັນ ຊາດຂອງ ສປປ ລາວ ມີຄວາມ ໝາຍຄວາມສໍາຄັນຍິ່ງໆຂຶ້ນ, ທັງ ເປັນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອຍາວ ນານ, ຄວາມສາມັກຄີຮັກແພງ ແລະ ($4() ໄດ້ຈັດຕັ້ງພິທີມອບຮັບຫ້ອງສະໝຸດ $4( ຈຳນວນ 5 ຫ້ອງ ແລະ ອຸປະກອນການ ຮຽນ-ການສອນ ໃຫ້ໂຮງຮຽນປະ ຖົມສຶກສາສົມບູນ ລາວ-ຈີນ ບ້ານ ໜອງປີງ, ໂຮງຮຽນປະຖົມສຶກສາ ສົມບູນສີວິໄລ, ໂຮງຮຽນປະຖົມ ສຶກສາສົມບູນບ້ານຫ້ວຍອອນ ຢູ່ ນະຄອນຫລວງວຽງຈັນ ແລະ ໂຮງ ຮຽນມັດທະຍົມສົມບູນ ເມືອງນາ ໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນ ປະຖົມນາເຕີຍ ແຂວງຫລວງນ້ຳ ທາ ຕາງໜ້າຮັບໂດຍຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງຂອງ 5 ໂຮງຮຽນດັ່ງກ່າວ, ໂດຍມີທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ, ທັງເປັນປະທານ ຄະນະສັນຕິພາບ ແລະ ສາມັກຄີຂອງ ລາວ, ມີຜູ້ຕາງໜ້າຈາກກະຊວງທີ່ ກ່ຽວຂ້ອງ, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ແຂວງຫລວງນ້ຳ ທາ ແລະ ພາກສ່ວນກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ. ຫ້ອງສະໝຸດທີ່ມອບ-ຮັບ ໃຫ້ 5 ໂຮງຮຽນດັ່ງກ່າວ, ປະກອບມີ ປຶ້ມສອງພາສາ ລາວ-ຈີນ ແລະ ອຸປະກອນອ່ານອັດສະລິຍະ, ໃຊ້ ວັດສະດຸປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມໃນການ ກໍ່ສ້າງ, ສ້າງສະພາບແວດລ້ອມການ ອ່ານທີ່ທັນສະໄໝ, ສະດວກສະບາຍ ລະດັບຊາດ ເພື່ອເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 3 ທັນວາ 2025, ກ່ຽວກັບການ ປະກາດວັນເລືອກຕັ້ງ ສສຊ ຊຸດ ທີ X ແລະ ສສຂ ຊຸດທີ V ໂດຍ ມີບາງຕອນໃຫ້ຮູ້ວ່າ: ວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ເປັນ ວັນທີ່ມີຄວາມໝາຍສຳຄັນທາງ ປະຫວັດສາດ ແລະ ຊີວິດການເມືອງ ຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງປະເທດ ຊາດ ແລະ ເປັນເຈົ້າຂອງອຳນາດ ລັດ ຊຶ່ງເປັນອຳນາດຂອງປະຊາ ຊົນ ໂດຍປະຊາຊົນ ແລະ ເພື່ອຜົນ ປະໂຫຍດຂອງປະຊາຊົນຕາມທີ່ໄດ້ ກຳນົດໄວ້ໃນມາດຕາ 2 ຂອງລັດຖະ ທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະ ບັບປີ 2025, ເນື່ອງຈາກວ່າໃນ ວັນທີ 22 ກຸມພາ 2026 ເປັນວັນ ທີ່ປະຊາຊົນລາວບັນດາເຜົ່າຜູ້ມີສິດ ເລືອກຕັ້ງທົ່ວປະເທດຈະໄດ້ພ້ອມກັນ ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ລັດຖະມົນຕີ ກະຊວງການຕ່າງປະ ເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ໂດຍທ່ານ ໂຄອິຊຸມິ ຊຶໂຕມຸ ເອກ ອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມເປັນ ສັກຂີພິຍານ. ໂຄງການຊ່ວຍເຫລືອດັ່ງກ່າວ, ແມ່ນເປັນການຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການທາງ ດ້ານການບໍລິການທາງການແພດຢູ່ ທ້ອງຖິ່ນຂອງ ສປປ ລາວ, ເຮັດໃຫ້ ປະຊາຊົນຢູ່ທ້ອງຖິ່ນສາມາດເຂົ້າເຖິງ ການປິ່ນປົວທີ່ມີຄວາມຈໍາເປັນ ແລະ ຫລຸດຜ່ອນການເດີນທາງໄກສໍາລັບ ການປິ່ນປົວທີ່ສໍາຄັນ. ນອກຈາກ ການພົວພັນຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃຫ້ ນັບມື້ສືບຕໍ່ຈະເລີນງອກງາມຂຶ້ນ ເລື້ອຍໆພ້ອມທັງໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ທີ່ນັບມື້ໄດ້ ຮັບການເສີມຂະຫຍາຍ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນໃນຫລາຍ ຂົງເຂດວຽກງານ ໂດຍສະເພາະ ຂົງເຂດການເມືອງ, ການທະຫານ, ການພັດທະນາຊັບພະຍາກອນມະ ນຸດ, ເຕັກນິກ, ວຽກງານມະນຸດສະ ທຳ ແລະ ອື່ນໆ, ພ້ອມທັງສະເໜີ ຝ່າຍຣັດເຊຍ ສືບຕໍ່ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຂົງເຂດວຽກງານດັ່ງກ່າວ ຕື່ມອີກ. ພ້ອມນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ກ່າວສະແດງຄວາມຂອບໃຈຢ່າງ ສູງຕໍ່ລັດຖະບານ ກໍຄື ກອງທັບ ແລະ ປະຊາຊົນຣັດເຊຍອ້າຍນ້ອງ ທີ່ຍາມ ໃດກໍໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນແກ່ພັກ-ລັດ ແລະ ປະຊາຊົນລາວ ໃນພາລະກິດແຫ່ງ ການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ນອກນີ້, ຍັງໄດ້ຝາກຄວາມຢ້ຽມ ຢາມຖາມຂ່າວເຖິງການນໍາຂັ້ນສູງ, ກອງທັບ ແລະ ປະຊາຊົນຣັດເຊຍ ຕື່ມອີກ. ໃນໂອກາດດຽວກັນ, ທ່ານຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສ ຣັດເຊຍ ກໍໄດ້ກ່າວ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ພາກ ສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນຄັ້ງນີ້ ພ້ອມທັງແຈ້ງໃຫ້ຊາບ ກ່ຽວກັບເນື້ອໃນການພົບປະກັບ ທ່ານລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໃນມື້ ຜ່ານມາ ໂດຍສະເພາະການລົງເລິກ ແຜນການຮ່ວມມືສອງກອງທັບຣັດ ເຊຍ-ລາວ ໃນຕໍ່ໜ້າ. ຄຽງຄູ່ກັນ ນັ້ນ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີຜ່ານມາ. ອັນສຳຄັນແມ່ນໄດ້ ກ່າວສະແດງຄວາມຍິນດີ ແລະ ຊົມ ເຊີຍຕໍ່ການສະເຫລີມສະຫລອງວັນ ຊາດທີ 2 ທັນວາ ຄົບຮອບ 50 ປີ ຂອງ ສປປ ລາວ ໂດຍສະເພາະ ການເດີນສວນສະໜາມເຫັນວ່າ ມີ ຄວາມສະຫງ່າງາມ, ເປັນລະບຽບ ຮຽບຮ້ອຍ ແລະ ສຳເລັດຕາມຄາດ ໝາຍທີ່ກຳນົດໄວ້. ຂ່າວ: ກົມປະຊາສໍາພັນ ຫສນຍ ແລະ ປອດໄພສຳລັບນັກຮຽນ, ກາຍ ເປັນ “ໂຄມໄຟແຫ່ງຄວາມຮູ້” ທີ່ ສ່ອງແສງໃຫ້ແກ່ການເຕີບໃຫຍ່ ຂອງເດັກນ້ອຍ. ໂຄງການຫ້ອງ ສະໝຸດ $4( ແມ່ນການປະຕິບັດ ທີ່ສຳຄັນຂອງບໍລິສັດ $4( ໃນ ການຊຸກຍູ້ດ້ານການສຶກສາ, ສົ່ງເສີມ ການແລກປ່ຽນວັດທະນະທຳ. ມາຮອດປະຈຸບັນ, ໂຄງການດັ່ງ ກ່າວໄດ້ສຳເລັດການສ້າງຫ້ອງສະ ໝຸດຈໍານວນ 500 ແຫ່ງ ຢູ່ໃນ 8 ເມືອງຂອງ ສປ ຈີນ,ໄດ້ປະກອບ ປື້ມອ່ານເຂົ້າເປັນຈໍານວນປະມານ 1,74 ລ້ານເຫລັ້ມ, ຮັບໃຊ້ໃຫ້ແກ່ ນັກຮຽນກວ່າ 510.000 ຄົນ. ການສ້າງຫ້ອງສະໝຸດໃນ ສປປ ລາວ ໃນຄັ້ງນີ້, ເປັນສັນຍານວ່າ: ໂຄງການກ້າວໄປສູ່ສາກົນຢ່າງເປັນ ທາງການຈະເພີ່ມແຮງຂັບເຄື່ອນທີ່ ຕໍ່ເນື່ອງໃຫ້ແກ່ການຮ່ວມມືດ້ານ ການສຶກສາ ຈີນ-ລາວ, ເສີມສ້າງ ການພັດທະນາກຳລັງຄົນໜຸ່ມ, ສືບ ຕໍ່ປະກອບສ່ວນພະລັງງານສຳລັບ ການສ້າງປະຊາຄົມຮ່ວມຊາຕາກຳ ລາວ-ຈີນ ໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບສູງກວ່າເກົ່າ. ໂອກາດນີ້, ທ່ານ ສົມມາດ ພົນເສນາ ໄດ້ກ່າວວ່າ: ການຊ່ວຍ ເຫລືອສ້າງຫ້ອງສະໝຸດໃນຄັ້ງນີ້, ບໍ່ພຽງແຕ່ນຳເອົາປຶ້ມ, ອຸປະກອນ ແລະ ສະພາບແວດລ້ອມການຮຽນ ຮູ້ທີ່ດີມາສູ່ໂຮງຮຽນເທົ່ານັ້ນ, ແຕ່ ຍັງເປັນກາດເປີດໂອກາດໃຫ້ນ້ອງໆ ນັກຮຽນໄດ້ກ້າວເຂົ້າສູ່ໂລກແຫ່ງ ຄວາມຮູ້ ແລະ ໂລກພາຍນອກທີ່ ກວ້າງໄກ, ທັງເປັນສັນຍະລັກຂອງ ມິດຕະພາບ ລາວ-ຈີນ. ຫ້ອງສະໝຸດ $4( ຊຸດທຳອິດໃນ ສປປ ລາວນີ້, ແມ່ນໜຶ່ງວຽກງານທີ່ຈະແຈ້ງອີກ ອັນໜຶ່ງຂອງມິດຕະພາບອັນແໜ້ນ ແຟ້ນລະຫວ່າງປະຊາຊົນຂອງສອງ ປະເທດ ລາວ-ຈີນ. ໃນໂອກາດດຽວກັນ, ມູນນິທິ ພັດທະນາຊົນນະບົດຈີນ, ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ, ບໍລິສັດ ຊີອີອີຊີ ($&&$), ບໍລິສັດ ຊີຈີເອັນ ($(/), ບໍລິສັດ ເອັດທີ ພີຊີ (451$) ແລະ ວິສາຫະກິດ ຈີນ ທີ່ປະຈຳຢູ່ ສປປ ລາວ ໄດ້ມອບ ລົດຖີບ, ກະເປົາເປ້, ອຸປະກອນກິລາ ແລະ ອື່ນໆ ຫລາຍກວ່າ 5.000 ອັັນ ໃຫ້ແກ່ 5 ໂຮງຮຽນ ດັ່ງກ່າວ, ລວມ ມູນຄ່າ 2,28 ຕື້ກີບ. ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຕາງໜ້າຕົນປະຕິບັດສິດ ອຳນາດຂອງປະຊາຊົນລາວບັນດາ ເຜົ່າຢູ່ໃນອົງການອຳນາດລັດຂັ້ນ ສູນກາງ ແລະ ທ້ອງຖິ່ນ ແນໃສ່ປົກ ປ້ອງສິດ ແລະ ຜົນປະໂຫຍດຂອງ ຊາດ, ຂອງທ້ອງຖິ່ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນລາວບັນດາເຜົ່າ, ພົນລະເມືອງລາວ, ນິຕິບຸກຄົນ ແລະ ການຈັດຕັ້ງພ້ອມກັນສູ້ຊົນພັດທະ ນາປະເທດຊາດ ເພື່ອເຮັດໃຫ້ປະ ຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ທ່ານ ຈະເລີນ ເຍຍປາວເຮີ ໃຫ້ຮູ້ ອີກວ່າ: ໃນໄລຍະແຕ່ນີ້ ໄປຫາວັນທີ 7 ມັງກອນ 2026 ແມ່ນຈະໄດ້ ສຸມໃສ່ເຜີຍແຜ່ຮໍ່າຮຽນເອກະສານ ເລືອກຕັ້ງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງ ໃຫ້ຜູ້ມີສິດເລືອກຕັ້ງທຸກຄົນຈົ່ງໄດ້ ເຂົ້າຮ່ວມການຮ່ຳຮຽນເອກະສານ ກ່ຽວກັບວຽກງານເລືອກຕັ້ງໃຫ້ ທົ່ວເຖິງເພື່ອກຳແໜ້ນ ແລະ ໃຊ້ສິດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງຮຽກຮ້ອງ ໃຫ້ປະຊາຊົນລາວບັນດາເຜົ່າໃນ ທົ່ວປະເທດຈົ່ງກະກຽມທາງດ້ານ ຈິດໃຈ, ເຫື່ອແຮງ ເພື່ອເຂົ້າຮ່ວມ ການເລືອກຕັ້ງຄັ້ງນີ້ ໃຫ້ບັນລຸຜົນ ສຳເລັດຕາມຈຸດປະສົງ ແລະ ລະດັບ ຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ທະນູທອງ ນັ້ນ, ໂຄງການນີ້ຍັງແນໃສ່ປັບປຸງ ໂຮງໝໍບັນດາແຂວງພາກໃຕ້, ຫັນ ເປັນສູນການແພດປະຈໍາພາກພື້ນ ເພື່ອຮັບຄົນເຈັບຈາກບັນດາແຂວງ ໃກ້ຄຽງ ຊຶ່ງຈະມີການກໍ່ສ້າງ ແລະ ຍົກລະດັບພື້ນຖານໂຄງລ່າງໃຫ້ໄດ້ ຕາມມາດຕະຖານ, ຍົກສູງຄວາມ ສາມາດທາງດ້ານເຕັກນິກ, ສະໜອງ ອຸປະກອນການແພດໃຫ້ພຽງພໍລວມ ທັງການຖ່າຍທອດຜົນສໍາເລັດ ແລະ ປະສົບການຂອງຍີ່ປຸ່ນ ໃນການ ປັບປຸງຄຸນນະພາບດ້ານການແພດ, ການຍົກລະດັບລະບົບການສົ່ງຕໍ່ ຄົນເຈັບຢ່າງມີປະສິດທິພາບ ແລະ ຮັບປະກັນຄວາມປອດໄພສໍາລັບ ຄົນເຈັບໃຫ້ແກ່ໂຮງໝໍແຂວງ ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າ ໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈເປັນຢ່າງ ຍິ່ງມາຍັງລັດຖະບານ ແລະ ປະຊາ ຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື ຊ່ວຍເຫລືອ ສປປ ລາວ ໃນຄັ້ງນີ້ ກໍຄື ການສະໜັບສະໜູນ ແລະ ຮ່ວມມື ຊ່ວຍເຫລືອ ສປປ ລາວ ຕະຫລອດ ໄລຍະ 7 ທົດສະວັດທີ່ຜ່ານມາ. ການ ລົງນາມເອກະສານແລກປ່ຽນດັ່ງ ກ່າວ, ໄດ້ມີຂຶ້ນພາຍຫລັງທີ່ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ສະເດັດມາຢ້ຽມຢາມທາງການຢູ່ ສປປ ລາວ ພຽງແຕ່ສອງອາທິດ ຜ່ານມາ ແລະ ໃນໄລຍະຢ້ຽມຢາມ ສົມເດັດ ເຈົ້າຍິງ ໄອໂກະ ກໍໄດ້ໄປ ຢ້ຽມຢາມໂຮງໝໍເພື່ອນລາວສໍາລັບ ເດັກທີ່ແຂວງຫລວງພະບາງ, ຊຶ່ງ ເປັນການສະແດງໃຫ້ເຫັນວ່າການ ຮ່ວມມືທາງດ້ານສາທາລະນະສຸກ ກໍແມ່ນການຮ່ວມມືທີ່ສໍາຄັນໜຶ່ງ ຂອງສອງປະເທດ. ພ້ອມດຽວກັນ, ການລົງນາມເອກະສານແລກປ່ຽນ ຄັ້ງນີ້, ແມ່ນມີຂຶ້ນໃນບັນຍາກາດ ຂອງການສະເຫລີມສະຫລອງສາຍ ພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາ ສະໝັກຊຸດທໍາອິດມາປະຕິບັດໜ້າທີ່ ຢູ່ ສປປ ລາວ. ໃນຂະນະດຽວກັນ, ທ່ານ ໂຄອິ ຊຸມິ ຊຶໂຕມຸ ກໍໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືສອງຝ່າຍ ຍີ່ປຸ່ນລາວ ຊຶ່ງໂຄງການດັ່ງກ່າວ, ເປັນ ໜຶ່ງໃນບັນດາຫລາຍໆໂຄງການ ສໍາຄັນທີ່ຍີ່ປຸ່ນໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ແລະ ສະແດງ ຄວາມໝາຍໝັ້ນວ່າຈະສືບຕໍ່ເຮັດ ວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ຊຸກຍູ້ຜັນຂະຫຍາຍການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານຂອງສອງ ປະເທດ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການ ພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນສອງ ຊາດຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ. ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==