7167.1

04/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຄຳຮຸ່ງ ດວງເງິນ ສະຫາຍ ທອງລຸນ ສີສຸລິດ (ຊ້າຍ) ໃນການສ້າງສາ ແລະ ປົກປັກຮັກ ສາປະເທດຊາດຂອງແຕ່ລະຝ່າຍ. ພ້ອມນີ້, ຍັງມີສ່ວນປະກອບສ່ວນ ເສີມສ້າງ ແລະ ຂະຫຍາຍຄວາມໄວ້ ເນື້ອເຊື່ອໃຈທາງດ້ານການເມືອງ ຍຸດທະສາດ ໃຫ້ແໜ້ນແຟ້ນ ຊຶ່ງຖື ເປັນພື້ນຖານ ແລະ ເປັນເຂັມທິດ ສຳລັບການຮ່ວມມື, ພັດທະນາໃນ ໄລຍະໃໝ່. ໃນພົບປະກັບການນຳຂັ້ນສູງ ຂອງລາວ, ສະຫາຍ ເລຂາທິການ ໃຫຍ່ ໂຕ ເລິມ ແລະ ການນຳລາວ ໄດ້ບັນລຸຄວາມເຫັນດີເຫັນພ້ອມ ລະດັບສູງ ໃນການເສີມຂະຫຍາຍ ເສົາຫລັກດ້ານການເມືອງ ຜ່ານ ການແລກປ່ຽນຄະນະຜູ້ແທນຂັ້ນ ສູງຢ່າງເປັນປົກກະຕິ ແລະ ຮັກສາ ກົນໄກການປຶກສາຫາລື ແລະ ການ ຮ່ວມມືຢ່າງໃກ້ຊິດ ເພື່ອກຳນົດ ທິດທາງ ແລະ ແກ້ໄຂບັນຫາທີ່ກ່ຽວ ຂ້ອງກັບການພົວພັນສອງຝ່າຍ, ຕະຫລອດເຖິງສະພາບການໃນລະ ດັບພາກພື້ນ ແລະ ສາກົນ ໃຫ້ທັນ ເວລາ. ໂດຍສະເພາະ, ການລົງນາມ ແລະ ປະກາດ “ຖະແຫລງການ ຮ່ວມລາວ-ຫວຽດນາມ” ຖືວ່າເປັນ ເຂດຫລັກ, ນໍາເອົາຜົນປະໂຫຍດ ຕົວຈິງ ແລະ ເປັນຮູບປະທໍາໃຫ້ແກ່ ປະຊາຊົນສອງປະເທດ. ທັງສອງ ຝ່າຍເນັ້ນໜັກວ່າ ການຮ່ວມມືດ້ານ ປ້ອງກັນຊາດ ແລະ ປ້ອງກັນຄວາມ ສະຫງົບ ຍັງຄົງເປັນເສົາຫລັກສຳ ຄັນ ເພື່ອສ້າງສະພາບແວດລ້ອມທີ່ ສະຫງົບ, ໝັ້ນຄົງ ເຊິ່ງຂໍ້ຕົກລົງ ຕ່າງໆທີ່ໄດ້ລົງນາມນີ້ ຈະຊ່ວຍເສີມ ຂະຫຍາຍການຮ່ວມມືໃນການຮັກ ສາຄວາມສະຫງົບຮຽບຮ້ອຍບໍລິ ເວນຊາຍແດນ ແລະ ການຕໍ່ຕ້ານອາ ຊະຍາກຳຂ້າມຊາດຢ່າງມີປະສິດທິ ຜົນ, ຖືເປັນເກາະປ້ອງກັນຜົນສຳ ເລັດແຫ່ງການປະຕິວັດຂອງທັງ ສອງຊາດ. ດ້ານເສດຖະກິດ, ຊ່ວຍຜັກດັນ ໂຄງການສຳຄັນທາງດ້ານຍຸດທະ ສາດ. ຫວຽດນາມ ໃຫ້ຄຳໝັ້ນສັນ ຍາຈະສ້າງເງື່ອນໄຂອຳນວຍຄວາມ ສະດວກຫລາຍຂຶ້ນສຳລັບການລົງ ທຶນຂອງພາກທຸລະກິດຫວຽດນາມ ໃນລາວ, ໂດຍສະເພາະໃນດ້ານ ການເຊື່ອມໂຍງພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ແລະ ພະລັງ ງານ. ເປົ້າໝາຍສຳຄັນ ຄືການສະ ໜັບສະໜູນໃຫ້ ສປປ ລາວ ເພີ່ມບົດ ບາດ “ປະເທດສູນກາງການເຊື່ອມ ໂຍງ” (MBOE-M JOLFE), ຜ່ານ ໂຄງການທາງຫລວງ, ທາງລົດໄຟ ແລະ ການນຳໃຊ້ທ່າເຮືອຫວຸ່ງອາງ ຢ່າງມີປະສິດທິພາບ. ນອກຈາກນັ້ນ, ເລຂາທິການ ໃຫຍ່ ໂຕ ເລິມ ແລະ ການນຳລາວ ຍັງໄດ້ຢືນຢັນສືບຕໍ່ໃຫ້ບຸລິມະສິດ ແກ່ການຮ່ວມມືໃນຂົງເຂດການສຶກ ສາ-ອົບຮົມ, ຖືວ່າເປັນ “ການລົງ ທຶນເພື່ອອະນາຄົດ”. ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນການຮັກສາ ແລະ ຍົກລະດັບຄຸນນະພາບການ ຝຶກອົບຮົມສຳລັບນັກສຶກສາລາວ ແລະ ສົ່ງເສີມການແລກປ່ຽນດ້ານ ວັດທະນະທຳ, ສິລະປະ, ກິລາ ແລະ ການທ່ອງທ່ຽວ ເພື່ອເສີມຂະຫຍາຍ ຄວາມເຂົ້າໃຈ ແລະ ຄວາມຜູກພັນ ລະຫວ່າງປະຊາຊົນ, ໂດຍສະເພາະ ຊາວໜຸ່ມລຸ້ນໃໝ່. ດ້ານການຕ່າງ ປະເທດ, ການຢ້ຽມຢາມຂອງ ສະ ຫາຍ ເລຂາທິການໃຫຍ່ ໂຕ ເລິມ ໄດ້ເສີມຂະຫຍາຍຖານະບົດບາດ ຂອງສອງປະເທດ ຜ່ານຄວາມເປັນ ເອກະພາບກັນຢ່າງສູງໃນບັນຫາ ພາກພື້ນ ແລະ ສາກົນ. ທັງສອງ ຝ່າຍໃຫ້ຄຳໝັ້ນສັນຍາຈະປະສານ ງານ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ລະຫວ່າງປະເທດ, ໂດຍສະເພາະ ໃນຂອບອາຊຽນ. ການຢ້ຽມຢາມລັດຖະກິດ ສປປ ລາວ ໃນຄັ້ງນີ້ ຂອງ ສະຫາຍເລຂາ ທິການໃຫຍ່ ໂຕ ເລິມ ໄດ້ສິ້ນສຸດ ລົງດ້ວຍຜົນສຳເລັດອັນດີງາມ, ທັງ ຍົກລະດັບການຮ່ວມມືຮອບດ້ານ, ທັງເພີ່ມແຫລ່ງກຳລັງຊຸກຍູ້ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ ແກ່ສາຍພົວພັນພິເສດ ລາວ-ຫວຽດ ນາມ ໃນໄລຍະໃໝ່. ຜົນສໍາເລັດ ຂອງການຢ້ຽມຢາມແມ່ນການຢືນ ຢັນອັນໜັກແໜ້ນວ່າ: ເຖິງແມ່ນວ່າ ສະພາບການໂລກແລະພາກພື້ນຈະ ມີການຜັນແປທີ່ສັບສົນພຽງໃດກໍ ຕາມ, ສາຍພົວພັນລາວ-ຫວຽດ ນາມ ຍັງຄົງຮັກສາໄວ້ເຊິ່ງຄວາມ ບໍລິສຸດ ແລະ ຄວາມຊື່ສັດ, ໄດ້ຮັບ ການປົກປັກຮັກສາ ແລະ ເສີມຂະ ຫຍາຍ ດ້ວຍມິດຕະພາບແບບສະ ຫາຍ, ອ້າຍນ້ອງທີ່ແໜ້ນແຟ້ນ. ຄວາມສຳພັນອັນໜັກແໜ້ນນີ້ແມ່ນ ຊັບສົມບັດອັນລໍ້າຄ່າ, ແມ່ນຄວາມ ພາກພູມໃຈຮ່ວມກັນຂອງສອງ ຊາດ. ຄົນຮຸ່ນໃໝ່ມີຄວາມຮັບຜິດ ຊອບໃນການສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍໝາກຜົນອັນສໍາຄັນ ທີ່ໄດ້ບັນລຸຜ່ານການຢ້ຽມຢາມຄັ້ງ ນີ້, ເພື່ອໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ຈົ່ງ “ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ”, ສົມຄູ່ກັບຄຳ ປະຕິຍານປະຫວັດສາດ “ຍິ່ງໃຫຍ່ ກວ່າພູຜາ, ແມ່ນໍ້າ” ທີ່ການນໍາຮຸ່ນ ກ່ອນ ແລະ ປະຊາຊົນສອງປະເທດ ໄດ້ພ້ອມກັນສ້າງສາ. ຊົມເຊີຍ ມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ” ຢ່າງສຸດໃຈĴ ຊົມເຊີຍການຢ້ຽມຢາມ ລັດຖະ ກິດຢູ່ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກກອມມູ ນິດຫວຽດນາມຢ່າງສຸດໃຈĴ ຊົມເຊີຍຜົນສຳເລັດ... ຕໍ່ຈາກໜ້າ 1 50 xu ;Pd'ko pm0 c0;'g-dv'wfh Ia [dkora fmtok1j k'8+ gonj v' (ແຫລ່ງຂ່າວແຂວງເຊກອງ) ຂປລ. ຕະຫລອດໄລຍະ 50 ປີ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ ປະຊາຊົນ ປະຕິວັດລາວ ກໍຄື ຄະນະ ພັກ-ອົງການປົກຄອງ ແຂວງເຊ ກອງ ການພັດທະນາພື້ນຖານໂຄງ ລ່າງດ້ານໂຍທາທິການແລະຂົນສົ່ງ (ຍທຂ) ຢູ່ແຂວງເຊກອງ ແມ່ນມີ ການພັດທະນາຢ່າງຕໍ່ເນື່ອງ ແລະ ມີ ຜົນສໍາເລັດຫລາຍດ້ານ ເຮັດໃຫ້ ແຂວງສາມາດມີເສັ້ນທາງເຊື່ອມຕໍ່ ລະຫວ່າງແຂວງຫາແຂວງ, ແຂວງ ຫາເມືອງ, ເມືອງຫາບ້ານ ແລະ ການໄປ-ມາຫາສູ່ຂອງປະຊາຊົນ ນັບມື້ສະດວກສະບາຍຫລາຍຂຶ້ນ. ທ່ານ ແກ້ວປະເສີດ ແກ້ວມະນີ ວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມາ ນີ້ວ່າ: ແຂວງເຊກອງ ໄດ້ຮັບການ ສ້າງຕັ້ງຂຶ້ນ ໃນວັນທີ 14 ເມສາ 1 84 ມາຮອດປີນີ້ ກໍຄົບຮອບ 41 ປີພໍດີ ເຊິ່ງກ່ອນໜ້ານີ້ 41 ປີ ແຂວງ ເຊກອງ ແມ່ນເປັນເຂດພູດອຍຫ່າງ ໄກສອກຫລີກ, ບັນດາພື້ນຖານໂຄງ ລ່າງດ້ານເສດຖະກິດ-ສັງຄົມ ແລະ ເສັ້ນທາງຄົມມະນາຄົມ ມີຄວາມ ຍາວປະມານ 100 ກິໂລແມັດ, ການໄປ-ມາພົບຄວາມຫຍຸ້ງຍາກ, ແຕ່ດ້ວຍຈິດໃຈຟົດຟື້ນປະຕິວັດ, ຄວາມຮັກຊາດຮັກລະບອບໃໝ່ ແລະ ຮັກຄວາມເປັນເອກະລາດ ຂອງປະຊາຊົນບັນດາເຜົ່າຊາວ ແຂວງເຊກອງ ຕະຫລອດໄລຍະ 50 ປີ ພາຍໃຕ້ການນໍາພາຂອງພັກ ປປ ລາວ ແລະ 41 ປີແຫ່ງການບຸກ ບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ໂດຍມີມະຕິຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກ ແຂວງ ໃນແຕ່ລະໄລຍະເປັນເຂັມ ຊີ້ທິດເຍືອງທາງ ເຮັດໃຫ້ແຂວງ ເຊກອງ ເວົ້າລວມ, ເວົ້າສະເພາະ ດ້ານວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ມີການພັດທະນານັບມື້ ດີຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ, ທົ່ວ ແຂວງມີເສັ້ນທາງ 310 ເສັ້ນ, ຍາວ 2.016,04 ກິໂລແມັດ ໃນນີ້, ທາງ ຫລວງແຫ່ງຊາດ 4 ເສັ້ນ, ທາງ ຫລວງແຂວງ 2 ເສັ້ນ, ທາງຫລວງ ເມືອງ 12 ເສັ້ນ, ທາງຕົວເມືອງ 167 ເສັ້ນ, ທາງຊົນນະບົດ 8 ເສັ້ນ ແລະ ທາງສະເພາະ 36 ເສັ້ນ; ມີຂົວ 34 ແຫ່ງ ຍາວ 1.553,04 ແມັດ ໃນນີ້, ຂົວເບຕົງ 18 ແຫ່ງ, ຂົວເບ ເລ 11 ແຫ່ງ, ຂົວໄມ້ 1 ແຫ່ງ, ຂົວ ປະສົມ 1 ແຫ່ງ ແລະ ຂົວອູ່ 3 ແຫ່ງ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງ 201 ບ້ານ ກວມເອົາ ,01 ແລະ ສາມາດທຽວໄດ້ສອງລະດູ 160 ບ້ານ ກວມເອົາ 78,81 . ພ້ອມ ນີ້, ກໍໄດ້ເອົາໃຈໃສ່ພັດທະນາລະບົບ ການຂົນສົ່ງ ເພື່ອຮອງຮັບການໃຊ້ ບໍລິການຂອງສັງຄົມພາຍໃນແຂວງ ມີສະຖານີຂົນສົ່ງໂດຍສານ 2 ແຫ່ງ, ມີສາຍທາງການຂົນສົ່ງໂດຍສານ 5 ສາຍທາງ (ເຊກອງ-ນະຄອນ ຫລວງວຽງຈັນ, ເຊກອງ-ສະຫວັນ ນະເຂດ, ເຊກອງ-ປາກເຊ, ເຊກອງສາລະວັນ, ເຊກອງ-ດາກຈຶງ) ແລະ ການຂົນສົ່ງໂດຍສານ ລະ ຫວ່າງປະເທດ 2 ສາຍທາງ ຄື: (ເຊ ກອງ-ນະຄອນເຫວ້ ແລະ ເຊກອງນະຄອນດານັງ ສສ ຫວຽດນາມ). ທ່ານ ແກ້ວປະເສີດ ແກ້ວມະນີ ວົງ ໃຫ້ຮູ້ຕື່ມວ່າ: ໃນຊຸມປີຕໍ່ໜ້າ, ແຂວງເຊກອງ ກໍຄືພະແນກໂຍທາ ທິການ ແລະ ຂົນສົ່ງແຂວງ ຈະສືບ ຕໍ່ວາງແຜນປັບປຸງຍົກລະດັບເສັ້ນ ທາງຍຸດທະສາດສໍາຄັນຂອງແຂວງ ແລະ ເມືອງ ຈາກທາງດິນແດງ ເປັນ ທາງປູຢາງ ຄື: ໂຄງການກໍ່ສ້າງ ທາງປູຢາງ 2 ຊັ້ນ ແຕ່ບ້ານ (ພູລະ ກຸບ)-ເມືອງກະລຶມໃໝ່ 48,85 ກິໂລແມັດ; ທາງ 7511 ແຕ່ແຍກ ທາງ 16# (ຫົວຂົວເຊກອງ)- ເມືອງກະລຶມໃໝ່ 7 ກິໂລແມັດ; ທາງ 7511 ແຕ່ບ້ານວັກ-ຊາຍ ແດນຫວຽດນາມ ລວງຍາວ 134 ກິໂລແມັດ ພ້ອມທັງສຸມໃສ່ຟື້ນຟູ ຍົກລະດັບເສັ້ນທາງ 16# ເປັນ ທາງປູອັດສະຟານ ໃຫ້ສາມາດຮັບ ນໍ້າໜັກໄດ້ 11 ໂຕນຕໍ່ເພົາ ແລະ ຊຸກ ຍູ້ບໍລິສັດຮັບເໝົາກໍ່ສ້າງ ເພື່ອປະ ຕິບັດໂຄງການສືບຕໍ່ຕ່າງໆໃຫ້ສໍາ ເລັດ ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການໃນການພັດທະ ນາເສດຖະກິດ-ສັງຄົມ ກໍຄືການຂົນ ສົ່ງທາງບົກ ເພື່ອເຊື່ອມໂຍງ-ເຊື່ອມ ຈອດ ລະຫວ່າງແຂວງກັບແຂວງ, ແຂວງກັບເມືອງ, ເມືອງຫາບ້ານ ແລະ ປະເທດເພື່ອນບ້ານໃກ້ຄຽງ ໂດຍສະເພາະ ສສ ຫວຽດນາມ ເປັນການປະກອບສ່ວນຢ່າງຕັ້ງ ໜ້າ ໃນການພັດທະນາເສດຖະ ກິດ-ສັງຄົມ, ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນຢ່າງແທ້ຈິງ ແລະ ທັງເຮັດໃຫ້ການສັນຈອນໄປມາ ກໍຄືການແລກປ່ຽນຊື້-ຂາຍ ສິນຄ້າ ມີຄວາມສະດວກສະບາຍ ຫລາຍຂຶ້ນກວ່າເກົ່າ. ເອກະສານສຳຄັນທາງປະຫວັດ ສາດ ບໍ່ພຽງແຕ່ເປັນການສະຫລຸບ ຜົນສຳເລັດຂອງການຮ່ວມມືທີ່ພົ້ນ ເດັ່ນໃນໄລຍະຜ່ານມາເທົ່ານັ້ນ ຍັງ ເປັນການກຳນົດວິໄສທັດ ແລະ ທິດ ທາງຍຸດທະສາດສຳລັບການຮ່ວມ ມືໃນໄລຍະໃໝ່. ເປັນຄັ້ງທຳອິດທີ່ ທັງສອງຝ່າຍເຫັນດີ ຍົກລະດັບ ສາຍພົວພັນສອງຝ່າຍຂຶ້ນສູ່ລະດັບ “ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຄວາມຜູກພັນທາງດ້ານ ຍຸດທະສາດ” ຊຶ່ງຍຶນຢັນວິໄສທັດ ລວມ, ຜົນປະໂຫຍດຍຸດທະສາດທີ່ ກົມກຽວກັນ ແລະ ແນວທາງການ ກ້າວເດີນຮ່ວມກັນໃນໄລຍະຍາວ ເພື່ອການພັດທະນາແບບຍືນຍົງ, ຄວາມເຂັ້ມແຂງເພິ່ງຕົນເອງ ແລະ ຄວາມຮຸ່ງເຮືອງຮ່ວມກັນຂອງທັງ ສອງຊາດ. ຢືນຢັນວ່າ, ນີ້ແມ່ນສາຍ ພົວພັນແບບຢ່າງ, ແມ່ນຊັບສົມບັດ ອັນລໍ້າຄ່າ ແລະ ເປັນພື້ນຖານຍຸດ ທະສາດ ເພື່ອຄວາມໝັ້ນຄົງ, ການ ພັດທະນາ ແລະ ການເຊື່ອມໂຍງ ຂອງແຕ່ລະປະເທດຕ້ອງໄດ້ຮັບ ການປົກປັກຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ແກ່ຄົນຮຸ່ນຫລັງ. ການຢ້ຽມຢາມຄັ້ງນີ້, ຍັງໄດ້ ສ້າງກຳລັງແຮງໃໝ່ ແລະ ເພີ່ມທະ ວີປະສິດທິຜົນການຮ່ວມມືໃນຂົງ

RkJQdWJsaXNoZXIy MTc3MTYxMQ==