7166

03/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເປີດນໍາໃຊ້ສວນສາທາລະນະ...ີໍ້ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ, ພ້ອມດ້ວຍການນຳຂັ້ນສູງ ພັກ-ລັດຂອງສອງປະເທດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການ ສວນສາທາລະນະມິດຕະພາບລາວຫວຽດນາມ ເປັນໂຄງການຮ່ວມມື ລະຫວ່າງສອງລັດຖະບານລາວຫວຽດນາມ ຊຶ່ງໄດ້ເຊັນສັນຍາເລີ່ມ ລົງມືກໍ່ສ້າງໃນວັນທີ 31 ມີນາ 2025 ທີ່ນະຄອນຫລວງມີມູນຄ່າ ທັງໝົດ 340.471.500.000 ດົງ. ໃນນັ້ນ, ທຶນສົມທົບຂອງລັດຖະບານ ສປປ ລາວ ແມ່ນ 9 ຕື້ກີບ (ທຽບ ເທົ່າ 10.471.500.000 ດົງ) ສູນທອນພົດ...ູົ ລັດຖະບານ, ສະພາແຫ່ງຊາດ, ແນວ ລາວສ້າງຊາດ, ກໍາລັງປະກອບອາ ວຸດ ແລະ ປວງຊົນລາວ ໄດ້ຮ່ວມ ເປັນຈິດໜຶ່ງໃຈດຽວຈັດຕັ້ງພິທີໂຮມ ຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນ ສັກກາລະບູຊາ ແລະ ທີ່ຕິດພັນ ກັບບັນດາເຫດການປະຫວັດສາດ ດ້ານການເມືອງ, ວັດທະນະທໍາສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫລີມສະຫລອງວັນຊາດ ຄົບຮອບ 50 ປີ. ກ່ອນໜ້ານີ້ 50 ປີ ນະສະຖານທີ່ ນີ້ ໄດ້ເປັນບ່ອນເຕົ້າໂຮມກ້ອນກໍາ ລັງອັນມະຫຶມາຂອງນັກປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ເພື່ອຢຶດອໍານາດການປົກຄອງຢູ່ ນະຄອນຫລວງວຽງຈັນ, ອັນນໍາ ໄປສູ່ກອງປະຊຸມໃຫຍ່ຜູ້ແທນປະ ຊາຊົນທົ່ວປະເທດ ເພື່ອປະກາດລົບ ລ້າງລະບອບລ່າເມືອງຂຶ້ນ ແລະ ສັກດີນາ, ຂຸນເສິກ ຢ່າງສິ້ນເຊີງ, ສະຖາປະນາ ສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ຈາກເຫດການປະຫວັດ ສາດອັນຍິ່ງໃຫຍ່ຄັ້ງນີ້ “ໄດ້ເຮັດໃຫ້ ຊາຕາກໍາຂອງຊາດ ແລະ ສັງຄົມ ປະເທດເຮົາປ່ຽນແປງຢ່າງເລິກ ເຊິ່ງ ແລະ ໄດ້ໄຂສັງກາດໃໝ່ ແຫ່ງ ການກໍ່ສ້າງປິຕຸພູມລາວ ທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາໃຫ້ ກ້າວເດີນໄປຢ່າງວ່ອງໄວ ແລະ ເຂັ້ມ ແຂງຕາມເສັ້ນທາງເອກະລາດ, ເປັນ ເຈົ້າຕົນເອງ, ເອກະພາບ ແລະ ວັດ ທະນະຖາວອນ, ຮັບປະກັນໃຫ້ປະ ຊາຊົນລາວບັນດາເຜົ່າໄດ້ດໍາລົງ ຊີວິດຢູ່ຢ່າງອີ່ມໜໍາສໍາລານ, ມີອິດ ສະລະພາບ ແລະ ມີຄວາມຜາສຸກ ຕະຫລອດກາລະນານ”. ເມື່ອຫວນຄືນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ ແຫ່ງການສ້າງຕັ້ງລະ ບອບໃໝ່ ທີ່ດັງກ້ອງກັງວານໄປທົ່ວ ທຸກແຫ່ງຫົນໃນທົ່ວປະເທດ ແລະ ທົ່ວໂລກນັ້ນ ພວກເຮົາມີຄວາມ ອາໄລອາວອນ ແລະ ຮູ້ບຸນຄຸນອັນ ໃຫຍ່ຫລວງຕໍ່ວິລະກໍາອັນລໍ້າເລີດ, ລະນຶກເຖິງຜົນງານ ແລະ ການເສຍ ສະລະອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາ, ນັກຮົບ ປະຕິວັດ, ວິລະຊົນ, ສະມາຊິກພັກ- ພະນັກງານ ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າທີ່ໄດ້ອຸທິດໃຫ້ ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະ ອາດຫານ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງ ຍາກລໍາບາກໃດໆຈົນສາມາດຍາດ ໄດ້ເອກະລາດແຫ່ງຊາດ ແລະ ປົດ ປ່ອຍປະເທດຊາດ ໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນແຕ່ສາມາດ ຈັບປາໄດ້. ໃນພິທີອັນເຄັ່ງຂຶມ ແລະ ມີ ຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍຮຽນເຊີນບັນດາສະຫາຍ, ແຂກ ທີ່ມີກຽດ, ບັນດາທ່ານທີ່ເຂົ້າຮ່ວມ ພິທີຢູ່ນະທີ່ນີ້ ແລະ ຮ່ວມພິທີຢູ່ທຸກ ແຫ່ງໃນທົ່ວປະເທດ ຈົ່ງພ້ອມກັນລຸກ ຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນ ຍານຂອງບັນດາສະຫາຍທີ່ລ່ວງລັບ ໄປແລ້ວ. ບັນດາສະຫາຍ, ພີ່ນ້ອງຮ່ວມ ຊາດ ທີ່ຮັກແພງ, ຕະຫລອດຍ່ານທາງ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດ ສອບ ແລະ ການມ້າງເພທໍາລາຍທຸກ ຮູບແບບຕໍ່ລະບອບໃໝ່. ພວກເຮົາ ຮັກສາໄວ້ຢ່າງໜັກແໜ້ນ ຊຶ່ງໝາກ ຜົນຂອງການປະຕິວັດທີ່ແລກໄດ້ມາ ດ້ວຍຢາດເລືອດ, ຊີວິດ ແລະ ການ ເສຍສະລະບໍ່ຈັກວ່າເທົ່າໃດຂອງນັກ ປະຕິວັດ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ພາຍໃຕ້ ການນໍາພາອັນຖືກຕ້ອງສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ. ພວກເຮົາໄດ້ຕັ້ງໜ້າ, ເດັດດ່ຽວ ແລະ ບາກບັ່ນສູ້ຊົນສູງສຸດ ເພື່ອສະແຫວງ ຫາເສັ້ນທາງກ້າວເດີນທີ່ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ, ຈຸດພິເສດ ຂອງລາວ ແລະ ຈາກການຖອດ ບົດຮຽນໃນການສ້າງສາລະບອບ ໃໝ່ໃນຊຸມປີທໍາອິດໄດ້ດໍາເນີນພາ ລະກິດປ່ຽນແປງໃໝ່ ຜ່ານແນວຄິດ ລິເລີ່ມອັນປະດິດສ້າງ ແລະ ການ ຕັດສິນໃຈອັນກ້າຫານຂອງປະທານ ໄກສອນ ພົມວິຫານ, ຈົນເຖິງກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນ ປີ 1986 ແລະ ກອງປະຊຸມໃຫຍ່ ຄັ້ງຕໍ່ໆມາຂອງພັກ ໄດ້ສະຫລຸບສັງ ຮວມບັນຫາຕ່າງໆ ແລ້ວວາງອອກ ເປັນແນວທາງປ່ຽນແປງໃໝ່ ທີ່ ເປັນລະບົບຄົບຊຸດ, ຮອບດ້ານ, ມີ ຫລັກການ ແລະ ໄດ້ເພີ່ມເຕີມເສີມ ຂະຫຍາຍເຖິງທຸກວັນນີ້ ແລະ ຍັງ ຈະສືບຕໍ່ຍູ້ແຮງການຈັດຕັ້ງຜັນຂະ ຫຍາຍສູ່ລວງເລິກຕໍ່ໆໄປ. ເລີ່ມຈາກການປ່ຽນແປງໃໝ່ ດ້ານເສດຖະກິດຄຽງຄູ່ກັບການ ປ່ຽນແປງໃໝ່ດ້ານຈິນຕະນາການ, ໄດ້ສ້າງຄວາມຮັບຮູ້ໃໝ່ ດ້ານ ທິດສະດີກ່ຽວກັບສັງຄົມນິຍົມສູ່ ການປະຕິບັດແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກ. ສປປ ລາວ ຈາກທີ່ມີຈຸດເລີ່ມ ຕໍ່າສາມາດຜ່ານຜ່າພາຍຸລົມແດງ ແລະ ສິ່ງທ້າທາຍທົດສອບອັນລະ ອິດລະອ້ຽວ, ຂ້ຽວຂາດ ມາໄດ້. ພວກເຮົາສາມາດເວົ້າໄດ້ຢ່າງເອກ ອ້າງທະນົງໃຈວ່າ: ຊາດລາວ ຈາກປະເທດສັກດີນາ, ຫລ້າຫລັງ ແລະ ຕົກເປັນເມືອງສ່ວຍ, ຕົກເປັນ ຫົວເມືອງຂຶ້ນຂອງຕ່າງຊາດເປັນ ເວລາຫລາຍຮ້ອຍປີນັ້ນ ໄດ້ກາຍ ເປັນປະເທດທີ່ມີເອກະລາດ, ອໍານາດ ອະທິປະໄຕຢ່າງສົມບູນບົນຜືນແຜນ ດິນອັນແສນຮັກ ແລະ ປິຕຸພູມອັນ ຫວງແຫນຂອງປະຊາຊົນລາວ ບັນດາເຜົ່າ. ລະບອບປະຊາທິປະໄຕ ປະຊາຊົນໄດ້ຮັບການສ້າງຕັ້ງ, ບູລະນະ ແລະ ພັດທະນາໃຫ້ເຕີບ ໃຫຍ່ເຂັ້ມແຂງ ແລະ ມີການປ່ຽນ ແປງໃຫຍ່ຫລວງທຸກດ້ານ; ຮັບປະ ກັນໄດ້ຄວາມໝັ້ນຄົງ ແລະ ສະ ຖຽນລະພາບທາງການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ, ຄວາມສາມັກຄີເປັນ ປຶກແຜ່ນພາຍໃນຊາດ ໄດ້ຮັບການ ເຊີດຊູຍິ່ງຂຶ້ນ; ເສດຖະກິດຂະຫຍາຍ ຕົວຕໍ່ເນື່ອງ, ຄຸນຄ່າ, ເອກະລັກດ້ານ ວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການປົກປັກຮັກສາ, ເສີມ ຂະຫຍາຍກາຍເປັນມໍລະດົກອັນ ລໍ້າຄ່າໃຫ້ຄົນລາວເຮົາໄດ້ສືບທອດ ຕໍ່ໄປ; ຊີວິດຄວາມເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າໄດ້ຮັບ ການເອົາໃຈໃສ່ປົວແປງ ແລະ ຍົກ ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ແກ້ໄຂໄດ້ ຄວາມທຸກຍາກເປັນກ້າວໆ ແລະ ຈະຫລຸດພົ້ນຈາກສະຖານະພາບປະ ເທດດ້ອຍພັດທະນາໃນປີ 2026; ສປປ ລາວ ເປັນຄູ່ຮ່ວມມື-ຄູ່ຮ່ວມ ພັດທະນາທີ່ໄວ້ເນື້ອເຊື່ອໃຈຂອງ ບັນດາປະຊາຊາດ, ມີທີ່ຕັ້ງ ແລະ ບົດບາດສໍາຄັນໃນຍຸດທະສາດແຫ່ງ ການເຊື່ອມຈອດ-ເຊື່ອມໂຍງຂອງ ອະນຸພາກພື້ນ, ພາກພື້ນ ແລະ ສາ ກົນ, ບົດບາດ, ຊື່ສຽງຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ ໃນເວທີໂລກ. ໃນໂອກາດທີ່ມີຄວາມໝາຍສໍາ ຄັນນີ້, ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຂ້າພະ ເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ, ຄວາມຂອບໃຈອັນຈິງໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອມາຍັງ ປະເທດເພື່ອນມິດຜູ້ຢູ່ໃກ້ ແລະ ໄກ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ ກໍຄື ອົງການຈັດຕັ້ງສັງຄົມ... ທີ່ໄດ້ຕັ້ງໜ້າໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ສປປ ລາວ ຕະຫລອດ ໄລຍະເຄິ່ງສະຕະວັດທີ່ຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງປະຊາຊົນລາວ ພວກເຮົາ. ຮຽນ ບັນດາສະຫາຍ, ແຂກທີ່ມີ ກຽດ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ, 50 ປີຜ່ານໄປນັ້ນແມ່ນ 50 ປີ ແຫ່ງການສ້າງຕັ້ງ, ບູລະນະ ແລະ ພັດທະນາ ສປປ ລາວ ຢ່າງບໍ່ຢຸດຢັ້ງ, ຖືເປັນໝາກຜົນລວມຍອດຂອງ ຂະບວນວິວັດແຫ່ງການຕໍ່ສູ້ອັນດຸ ເດືອດ, ຂ້ຽວຂາດ, ລໍາບາກ ຍືດ ເຍື້ອຍາວນານທີ່ເຕັມໄປດ້ວຍນໍ້າໃຈ ຮັກຊາດອັນສູງສົ່ງ, ບໍ່ຍອມຈໍານົນ, ຄວາມຟົດຟື້ນປະຕິວັດ ແລະ ການ ເສຍສະລະຂອງບັນພະບູລຸດ ແລະ ວິລະບູລຸດຂອງຊາດລາວວິລະຊົນ ກໍຄື ການຊ່ວຍເຫລືອອັນລໍ້າຄ່າ ຂອງປະເທດເພື່ອນມິດ, ພິເສດແມ່ນ ຄວາມສາມັກຄີ ແລະ ການຮ່ວມ ສໍາພັນສູ້ຮົບຂອງ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ອ້າຍ ນ້ອງຈົນສາມາດຍາດໄດ້ໄຊຊະນະ ອັນຍິ່ງໃຫຍ່ ແລະ ສະຫງ່າງາມ ຊຶ່ງ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ແສນເຄົາລົບຮັກ, ລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າໄດ້ ໃຫ້ຂໍ້ສະຫລຸບວ່າ: “ຕໍ່ສູ້ຍາວນານ, ມີໄຊຍິ່ງໃຫຍ່”. ຕະຫລອດໄລຍະ 50 ປີ ແຫ່ງ ພາລະກິດປົກປັກຮັກສາ ແລະ ພັດ ທະນາ ສປປ ລາວ, ພວກເຮົາໄດ້ ຢືນຢັນຢ່າງໜັກແໜ້ນເຖິງທາດ ແທ້, ມູນເຊື້ອປະຕິວັດທີ່ເປັນບົດຮຽນ ໃຫ້ແກ່ການສືບຕໍ່ພາປະເທດກ້າວ ຂຶ້ນ, ນັ້ນແມ່ນ “ຍຶດໝັ້ນອຸດົມການ ສັງຄົມນິຍົມ, ເສີມຂະຫຍາຍມະຫາ ສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ, ສ້າງລັດ ທີ່ ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວຢ່າງ ແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະ ຊາຊົນ” ຊຶ່ງເປັນອຸດົມການອັນ ເດັດດ່ຽວ, ສະເໝີຕົ້ນສະເໝີປາຍ ຂອງພັກເຮົາ ແລະ ເປັນຄວາມມຸ່ງ ຫວັງອັນແຮງກ້າຂອງປະຊາຊົນ ລາວບັນດາເຜົ່າທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດຕ້ອງສືບຕໍ່ ຍຶດໝັ້ນ ເພື່ອນໍາພາພາລະກິດປະຕິ ວັດ, ນໍາພາປະເທດເຮົາກ້າວຂຶ້ນສູ່ ສັງຄົມນິຍົມຢ່າງໜັກແໜ້ນ. ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫລາຍ, ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ພວມ ແລະ ຈະສືບຕໍ່ຜັນແປ ໄປຢ່າງໄວວາ, ສັບສົນ, ເລິກເຊິ່ງ, ຮອບດ້ານ ແລະ ເຕັມໄປດ້ວຍສິ່ງ ທ້າທາຍທົດສອບຫລາຍປະການ ນັ້ນ ສປປ ລາວ ສືບຕໍ່ຍຶດໝັ້ນແນວ ທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ພົວພັນຮ່ວມມືເພື່ອພັດທະນາ, ເສີມ ຂະຫຍາຍສາຍພົວພັນ ແລະ ການ ຮ່ວມມືກັບບັນດາປະເທດເພື່ອນ ມິດ, ຄູ່ຮ່ວມພັດທະນາ. ໃນນີ້, ສືບ ຕໍ່ເພີ່ມທະວີຄວາມສາມັກຄີ, ສາຍ ພົວພັນອັນສະໜິດແໜ້ນກັບປະເທດ ເພື່ອນມິດຍຸດທະສາດ; ສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ, ເດັດດ່ຽວຍຶດໝັ້ນເສັ້ນທາງການ ພັດທະນາທີ່ມີຄວາມສົມດູນ, ກົມ ກຽວລະຫວ່າງເສດຖະກິດກັບວັດ ທະນະທໍາ-ສັງຄົມ ແລະ ສິ່ງແວດ ລ້ອມຕາມທິດສີຂຽວ ແລະ ຍືນຍົງ; ສືບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍ ທ່າແຮງ, ຄວາມສາມາດບົ່ມຊ້ອນ, ສົມທົບກໍາລັງແຮງຂອງຊາດ ກັບ ກໍາລັງແຮງຂອງຍຸກສະໄໝເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດບົນພື້ນຖານການເຊີດຊູ ສະຕິຊາດ, ເອກະລາດ, ເປັນເຈົ້າ ຕົນເອງ, ເພິ່ງຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ທັງສາມາດ ກ້າວອອກສູ່ໂລກ ໄດ້ຢ່າງໜັກແໜ້ນ; ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນ, ປະຊາຊົນ ໄດ້ຊົມໃຊ້ ໝາກຜົນຈາກການພັດທະນາຢ່າງຍຸ ຕິທໍາ ແລະ ທົ່ວເຖິງ, ສ້າງຄວາມຢູ່ ດີກິນດີ ແລະ ຮັ່ງມີຂຶ້ນຢ່າງບໍ່ຢຸດຢັ້ງ. ພວກເຮົາຕ້ອງສູ້ຊົນບັນລຸຄາດໝາຍ ໃຫຍ່ ໃນການສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນທີ່ລະບຸໄວ້ ໃນໂຄງການ ການເມືອງຂອງພັກ ວ່າ “ຮອດປີ 2055 ເມື່ອວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ສປປ ລາວ ເປັນ ປະເທດກໍາລັງພັດທະນາທີ່ມີລາຍ ຮັບປານກາງສູງ, ມີລະບົບການ ເມືອງທີ່ເຂັ້ມແຂງ, ມີພື້ນຖານເສດ ຖະກິດທີ່ທັນສະໄໝ, ກໍາລັງການ ຜະລິດໄດ້ຮັບການພັດທະນາຮອບ ດ້ານ ໂດຍມີການພົວພັນການຜະລິດ ທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດ ການເປັນຢູ່ຂອງປະຊາຊົນລາວບັນ ດາເຜົ່າໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”. ພວກເຮົາຈະສືບຕໍ່ປົກປັກຮັກສາ ໝາກຜົນຂອງການປະຕິວັດ, ຜົນ ງານ ແລະ ໄຊຊະນະຕະຫລອດໄລ ຍະ 50ປີດ້ວຍຊີວິດແລະ ອຸດົມການ ອັນເດັດດ່ຽວໜຽວແໜ້ນ, ສະເໝີຕົ້ນ ສະເໝີປາຍຂອງຮຸ່ນຄົນສືບທອດ ຕໍ່ໄປຕາບເທົ້າໃດໆ. ດ້ວຍການເສີມຂະຫຍາຍນໍ້າໃຈ ຮັກຊາດອັນດູດດື່ມ, ຄວາມບໍລິສຸດ ຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງ, ຄວາມເສຍສະລະອັນ ສູງສົ່ງຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກໍາລັງປະກອບອາວຸດ, ຄວາມ ສາມັກຄີເປັນປຶກແຜ່ນແໜ້ນໜາຂອງ ປວງຊົນລາວທັງຊາດ. ດ້ວຍຄວາມ ປາຖະໜາອັນແຮງກ້າ, ຄວາມເຊື່ອ ໜັ້ນອັນເຕັມປ່ຽມຂອງປະຊາຊົນ ຕໍ່ອະນາຄົດອັນສະຫວ່າງສະໄຫວ ຂອງປະເທດຊາດ ທີ່ບັນພະບູລຸດ ຂອງພວກເຮົາໄດ້ວາງຮາກຖານ ແລະ ປູພື້ນເອົາໄວ້ ຊຶ່ງພວມໄດ້ຮັບ ການຕໍ່ຍອດ ແລະ ຍົກລະດັບຂຶ້ນ ດ້ວຍຮຸ່ນຄົນປັດຈຸບັນ ແລະ ຜູ້ສືບ ທອດທີ່ຈົງຮັກພັກດີນັ້ນ, ພວກເຮົາ ຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບເອກະລາດປະຊາ ທິປະໄຕ, ເອກະພາບ ແລະ ວັດທະນະ ຖາວອນເກີດເປັນຈິງຢ່າງແນ່ນອນ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ! ພັກປະຊາຊົນ ປະຕິວັດລາວ ທີ່ມີ ກຽດສະຫງ່າ ໝັ້ນຍືືນ! ປະທານ ໄກສອນ ພົມວິຫານ ຜູ້ ນໍາທີ່ແສນເຄົາລົບຮັກຍືນຍົງໃນພາ ລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະຊາຊົນລາວ ຕະຫລອດໄປ! ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ! (ຂໍຂອບໃຈ) ກຸ່ມບໍລິສັດຄຳໄພຊະນະ ໃຫ້ສຳພາດ ໃນວັນທີ 28 ພະຈິກ 2025 ໃນ ໂອກາດກຽມສະເຫລີມສະຫລອງ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ໂດຍທ່ານໄດ້ ຍ້ອງຍໍສັນລະເສີນຕໍ່ການນຳພາຊີ້ນຳ ອັນສະຫລາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ຕະຫລອດ ໄລຍະ 50 ປີຜ່ານມາ ໂດຍໄດ້ນຳພາ ປະຊາຊົນລາວບັນດາເຜົ່າ ລຸກຮືຂຶ້ນ ຕໍ່ສູ້ຢ່າງລະອິດລະອ້ຽວ, ຢືດເຍື້ອ ຍາວນານ, ເສຍເລືອດເສຍເນື້ອ ເພື່ອປະເທດຊາດ ຕ້ານຈັກກະພັດ ຜູ້ຮຸກຮານຈົນສາມາດຍາດໄດ້ໄຊ ຊະນະ, ປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ, ນຳເອົາຜືນແຜ່ນດິນ ອັນຄົບຖ້ວນມາໃຫ້ປະຊາຊົນລາວ ບັນດາເຜົ່າ ກໍຄື ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ຈົນມາຮອດປັດຈຸບັນ. ພ້ອມທັງ ໄດ້ນຳພາ-ຊີ້ນຳ ປະເທດຊາດເດີນ ຕາມເສັ້ນທາງສັງຄົມນິຍົມ ແລະ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ຍ້ອນການນຳ...້ ແລະ ທຶນຊ່ວຍເຫລືອລ້າຂອງລັດຖະ ບານ ສສ ຫວຽດນາມ ແມ່ນ 330 ຕື້ດົງ. ມາຮອດປັດຈຸບັນການກໍ່ສ້າງ ແມ່ນສຳເລັດແລ້ວ 99%. ໂຄງການດັ່ງກ່າວ, ເປັນໂຄງ ການໜຶ່ງທີ່ມີຄວາມໝາຍສໍາຄັນ ທາງດ້ານປະຫວັດສາດ-ການເມືອງ ຢ່າງເລິກ ຊຶ່ງລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຊຶ່ງບໍ່ພຽງແຕ່ ເປັນສັນຍະລັກແຫ່ງການພົວພັນ ມິດຕະພາບອັນຍິ່ງໃຫຍ່ຄວາມສາ ມັກຄີພິເສດ ແລະ ການຮ່ວມມື ຮອບດ້ານຂອງສອງຊາດພວກເຮົາ ເທົ່ານັ້ນ, ແຕ່ສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ທີ່ສວຍສົດງົດງາມແຫ່ງນີ້, ໄດ້ ກາຍເປັນບ່ອນທ່ອງທ່ຽວທາງດ້ານ ປະຫວັດສາດ, ວັດທະນະທຳທີ່ ສຳຄັນເປັນສະຖານທີ່ຈັດກິດຈະກຳ ຕ່າງໆ, ເປັນບ່ອນພັກຜ່ອນ, ອອກ ກຳລັງກາຍ, ບ່ອນຫລິ້ນຂອງເດັກ ນ້ອຍ-ເຍົາວະຊົນຄົນຮຸ່ນໜຸ່ມ ແລະ ເປັນບ່ອນສຶກສາຮ່ຳຮຽນຂອງຄົນ ຮຸ່ນສືບທອດໄດ້ເຂົ້າມາທັດສະນະ ສຶກສາຄົ້ນຄວ້າກ່ຽວກັບຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານຂອງສອງຊາດ ລາວຫວຽດນາມ. ຂ່າວ: ກິດຕາ; ພາບ: ຄັດທະນາມ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເຮັດໃຫ້ປະເທດ ຊາດໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງເປັນກ້າວໆມາ. ພ້ອມກັນນີ້, ຕະຫລອດໄລຍະຜ່ານ ມາພັກ ແລະ ລັດຖະບານຍັງໄດ້ຊຸກຍູ້ ສົ່ງເສີມ, ອຳນວຍຄວາມສະດວກ ແລະ ມີນະໂຍບາຍດ້ານຕ່າງໆໃຫ້ ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານຕ່າງໆ ໃຫ້ໄດ້ດຳເນີນ ທຸລະກິດຂອງຕົນຢ່າງໂລ່ງລ່ຽນ ຊຶ່ງ ເປັນການປະກອບສ່ວນພັດທະນາ ປະເທດຊາດ ກໍຄື ພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ໃຫ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານ ຄຳໄພ ສົມຊະນະ ຍັງ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງ ປະຕິບັດວຽກງານດ້ານຕ່າງໆຂອງ ກຸ່ມບໍລິສັດຄຳໄພຊະນະ ພາຍໃຕ້ ການນຳພາ-ຊີ້ນຳ ຂອງພັກປະຊາ ຊົນປະຕິວັດລາວ ກໍຄື ບັນດາການ ນຳພັກ, ລັດ ແຕ່ລະຮຸ່ນເຮັດໃຫ້ ການດຳເນີນທຸລະກິດຂອງກຸ່ມບໍ ລິສັດຄຳໄພຊະນະ ປະສົບຜົນສຳ ເລັດຕາມເປົ້າໝາຍມາໂດຍຕະ ຫລອດ. ມາຮອດປັດຈຸບັນ, ກຸ່ມ ບໍລິສັດຄຳໄພຊະນະ ມີທັງໝົດ 13 ກວ່າກິດຈະການ ແລະ ຈະສືບ ຕໍ່ຂະຫຍາຍກິດຈະການຕື່ມອີກ ໃນອະນາຄົດ. ໃນໄລຍະຜ່ານມາ ກຸ່ມບໍລິສັດຄຳໄພຊະນະ ຍັງໄດ້ ປະກອບສ່ວນຊ່ວຍເຫລືອສັງຄົມໃນ ຫລາຍໆດ້ານ ເປັນຕົ້ນ ດ້ານການ ສຶກສາ, ສາທາລະນະສຸກ, ໂຍທາ ທິການ ແລະ ຂົນສົ່ງ, ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ໂດຍໄດ້ ຊຸກຍູ້ສົ່ງເສີມປະຊາຊົນປູກຝັງລ້ຽງສັດ, ປູກໄມ້ ແລະ ອື່ນໆ ເພື່ອ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ໃນໂອກາດນີ້, ທ່ານ ຄຳໄພ ສົມຊະນະ ຍັງໄດ້ອວຍພອນໄຊ ອັນປະເສີດໃຫ້ບັນດາການນໍາພັກລັດ, ພະນັກງານປະຕິວັດອາວຸໂສ ບຳນານ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ຕະຫລອດ ຮອດປະຊາຊົນລາວບັນດາເຜົ່າຈົ່ງ ມີສຸຂະພາບເຂັ້ມແຂງ, ມີຄວາມ ຈະເລີນໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນເຮັດສໍາເລັດ ໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດໄວ້ ໃຫ້ໝັ້ນຄົງ, ສືບຕໍ່ນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ ແລະ ຈະເລີນ ຮຸ່ງເຮືອງຂຶ້ນໄປເລື້ອຍໆ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==