s;o7n o,6 og-N v;a o-kf mu 2 ma o;k 03/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ວັນນທາັ \kdzq ova opyj '.spj c]t 7;k,\kpmk'xts;a flkf 50 xu s;Pfok, 7P'76j F Ij ;,da [ lxx ]k; ra fmtokxtgmf-kf ຂປລ. ວັນທີ 2 ທັນວາ 1975 ໄດ້ຖືກບັນທຶກໄວ້ໃນປະຫວັດສາດ ຂອງຊາດລາວ ເປັນຂີດໝາຍອັນ ສະຫວ່າງສະໄຫວ ເຊິ່ງເປັນການ ກໍາເນີດຂອງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໝາກ ຜົນອັນຍິ່ງໃຫຍ່ຂອງການຕໍ່ສູ້ປະຕິ ວັດອັນອົງອາດກ້າຫານ, ພາຍໃຕ້ ການນໍາພາອັນຖືກຕ້ອງ ແລະ ສະ ຫລາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ. ນີ້ແມ່ນໝາກຜົນ ລວມຂອງກຳລັງແຮງພາຍໃນ ຊາດ, ຂອງຄວາມສາມັກຄີພາຍໃນ ປະເທດ ແລະ ຂອງການຄຽງບ່າ ຄຽງໄຫລ່, ການສະໜັບສະໜູນ ຈາກບັນດາກໍາລັງເພື່ອນມິດສາ ກົນ, ໃນນັ້ນມີການຊ່ວຍເຫລືອອັນ ຈິງໃຈ, ມີມູນເຊື້ອ ຈາກຫວຽດນາມ ຕະຫລອດໄລຍະການຕໍ່ສູ້ຕ້ານສັດຕູ ຮ່ວມກັນ. ການພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໄດ້ມີບົດບາດສໍາຄັນໃນຫລາຍຊ່ວງ ໄລຍະປະຫວັດສາດຂອງລາວ. ຂປລ. ຊາດລາວ ແມ່ນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານ ຫລາຍພັນປີ, ມີມູນເຊື້ອທີ່ສະຫງ່າ ອົງອາດແຫ່ງການຕໍ່ສູ້ຕ້ານການ ຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ; ໂດຍສືບ ທອດມູນເຊື້ອອັນອົງອາດ ຂອງບັນ ພະບູລຸດລາວ ທີ່ໄດ້ສ້າງປະຫວັດ ສາດປະໄວ້ໃຫ້ຜູ້ສືບທອດນັ້ນ, ປະ ຊາຊົນລາວບັນດາເຜົ່າ ພາຍໃຕ້ ການນໍາພາ ຂອງພັກປະຊາຊົນປະ ຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງ ພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງ ຂອງພວກ ຈັກກະພັດລ່າເມືອງຂຶ້ນ ທັງແບບ ເກົ່າ ແລະ ແບບໃໝ່ ຈົນສາມາດ ປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ແມ່ນວັນທີ່ມີ ຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ທັງຊາດ, ແມ່ນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງ ການຕໍ່ສູ້ເປັນພັນໆປີຂອງຊາດລາວ ເຮົາ; ແມ່ນວັນທີ່ປະຊາຊົນລາວ ບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ; ທັງເປັນວັນແຫ່ງ ການກ້າວສູ່ຍຸກສະໄໜໃໝ່ ແຫ່ງ ການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະ ພາບ, ວັດທະນະຖາວອນ. ເມື່ອເວົ້າເຖິງວັນຊາດ ທີ 2 ທັນວາ, ພວກເຮົາຄວນຮັບຮູ້ຢ່າງ ເລິກເຊິ່ງວ່າ ຊາດລາວ ແມ່ນຊາດ ໜຶ່ງທີ່ມີປະຫວັດສາດອັນຍາວນານ ຫລາຍພັນປີ, ມີມູນເຊື້ອທີ່ສະຫງ່າ ອົງອາດແຫ່ງການຕໍ່ສູ້ຕ້ານການ ຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ. ໂດຍສືບ ທອດມູນເຊື້ອອັນອົງອາດ ຂອງບັນ ພະບູລຸດລາວ ທີ່ໄດ້ສ້າງປະຫວັດ ສາດປະໄວ້ ໃຫ້ຜູ້ສືບທອດນັ້ນ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ ຢ່າງພິລະອາດຫານ ຕ້ານການຮຸກ ຮານ ແລະ ການຄອບຄອງຂອງ ພວກຈັກກະພັດລ່າເມືອງຂຶ້ນ ທັງ ແບບເກົ່າ ແລະ ແບບໃໝ່ ຈົນສາ ມາດປົດປ່ອຍປະເທດຊາດໄດ້ຢ່າງ ມີໄຊ ແລະ ສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນ ວັນທີ 2 ທັນວາ 1975. ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາຢ່າງສັດຈະວິພາກທີ່ສຸດ ກ່ຽວກັບວັນທີ 2 ທັນວາ ປີ 1975 ວ່າ: “ ບໍ່ທັນມີເວລາໃດທີ່ປະຊາຊົນ ເຮົາ ຊຶ່ງເປັນຜູ້ສ້າງປະຫວັດສາດ ຂອງຊາດນັ້ນ ໄດ້ຍາດເອົາໄຊຊະ ນະສົມບູນ, ເຖິງຖອງ ແລະ ບໍລິບູນ ໄດ້ຢ່າງສະຫງ່າລາສີຄືແນວນີ້ຈັກ ເທື່ອ. ໄຊຊະນະນັ້ນ ບໍ່ສະເພາະ ແຕ່ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນ ຄັ້ງທໍາອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດໍາລົງຊີວິດເປັນທາດ ໄດ້ ກາຍມາເປັນເຈົ້າຂອງແທ້ຈິງຂອງ ຊາດໜຶ່ງ ທີ່ມີເອກະລາດ, ມີອິດສະ ລະພາບຢ່າງສົມບູນ ແລະ ພວມ ກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ ຄວາມມຸ່ງຫວັງອັນແຮງກ້າຂອງ ປວງຊົນລາວ ກໍຄືຂອງມວນມະນຸດ ປະກົດເປັນຈິງ ຢູ່ບົນຜືນແຜ່ນດິນ ອັນແສນຮັກຂອງພວກເຮົາ”. ພາຍໃຕ້ການຊີ້ນໍາໆພາອັນສະ ຫລາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງພິລະອາດຫານ ຕ້ານຈັກກະພັດຜູ້ຮຸກຮານແລະການ ຄອບຄອງຂອງພວກລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່, ສາມາດ ປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊ ຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາ ເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງ ແທ້ຈິງ, ເປັນວັນທີ່ປະເທດລາວໄດ້ ມີເອກະລາດຢ່າງສົມບູນ ແລະ ມີ ປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ ຕັ້ງອັນສົມກຽດ ແລະ ມີສະຖານະ ພາບເທົ່າທຽມກັບປະເທດອື່ນໆໃນ ໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ ຮັບຮູ້ວ່າ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975 ແມ່ນ ວັນແຫ່ງການກ້າວເຂົ້າສູ່ຍຸກສະ ໄໝໃໝ່ແຫ່ງການສ້າງປະເທດລາວ ໃຫ້ມີສັນຕິພາບ ເອກະລາດ ປະຊາ ທິປະໄຕ ເອກະພາບ ແລະ ວັດທະ ນະຖາວອນ ຊຶ່ງແມ່ນວັນແຫ່ງໝາກ ຜົນລວມຍອດອັນອົງອາດກ້າຫານ ໃນການຕໍ່ສູ້ຢ່າງເສຍສະລະຂອງ ປວງຊົນລາວທັງຊາດ. ພາຍໃຕ້ລະບອບໃໝ່, ພວກເຮົາ ຮູ້ນໍາກັນ ໃນໄລຍະ 10 ປີຕົ້ນ ຂອງ ລະບອບໃໝ່ ປະເທດເຮົາໄດ້ພົບ ຄວາມຫຍຸ້ງຍາກຍ້ອນຖືກສົງຄາມ ທໍາລາຍຢ່າງໜັກໜ່ວງມາ, ນອກ ຈາກນັ້ນ ບັນດາອິດທິກໍາລັງປໍລະ ປັກ ເຖິງວ່າຈະປະລາໄຊໃນສົງ ຄາມ, ແຕ່ພວກເຂົາ ກໍໄດ້ຊອກທຸກ ວິທີທາງເພື່ອເຕົ້າໂຮມບັນດາກໍາ ລັງປະຕິການ ຫວັງມ້າງເພການ ປະຕິວັດ ດ້ວຍທຸກເລ່ລ່ຽມ ອັນເລິກ ແລບແນບນຽນ; ດ້ານເສດຖະກິດສັງຄົມ ຍັງຫຍຸ້ງຍາກ, ພື້ນຖານ ໂຄງລ່າງຕ່າງໆ ບໍ່ໄດ້ຮັບການພັດ ທະນາ, ລະບົບການສຶກສາ, ສາທາ ລະນະສຸກຍັງຫລ້າຫລັງ, ປະຊາ ຊົນບໍ່ສາມາດເຂົ້າເຖິງຢ່າງກວ້າງ ຂວາງ, ຍັງມີແນວຄິດເຊື່ອຖືງົມ ງວາຍ, ຮີດຄອງປະເພນີຫລ້າຫລັງ, ນອກຈາກນັ້ນ ຍັງຖືກພວກລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ນໍາເອົາວັດທະນະທໍາທີ່ເສື່ອມຊາມ ແລະ ແບບແຜນດໍາລົງຊີວິດຕາເວັນ ຕົກ ມາເບື່ອເມົາປະຊາຊົນ ແລະ ຊາວໜຸ່ມເຮົາ ເພື່ອຫວັງທໍາລາຍ ວັດທະນະທໍາອັນດີງາມຂອງຊາດ ເຮົາ. ຈາກສະພາບຄວາມເປັນຈິງ ດັ່ງກ່າວ ເຮັດໃຫ້ລະບົບເສດຖະ ກິດ-ສັງຄົມ ຂອງປະເທດເຮົາ ຢູ່ໃນ ໄລຍະແຫ່ງການຟື້ນຟູ ພົບຄວາມ ຫຍຸ້ງຍາກຢ່າງຮອບດ້ານ. ເລີ່ມແຕ່ ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ ນໍາພາປ່ຽນແປງຢ່າງຮອບດ້ານ ມີຫລັກການຂອງພັກ, ເຖິງວ່າ ປະເທດເຮົາ ພົບກັບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫລາຍປະ ການກໍ່ຕາມ, ແຕ່ພັກເຮົາກໍ່ໄດ້ຕັດ ສິນໃຈນໍາພາສ້າງການຫັນປ່ຽນ ໃໝ່ຢ່າງເປັນລະບົບ ແລະ ມີຫລັກ ການ, ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງ ເປັນ ກ້າວໆມາ. ໃນໄລຍະໃໝ່ ທີ່ມີທັງກາລະໂອ ກາດ ແລະ ສິ່ງທ້າທາຍຫລາຍປະ ການ, ໂດຍສະເພາະບັນຫາອຸປະສັກ ຄວາມຫຍຸ້ງຍາກ ທີ່ພວມເປັນສິ່ງ ທ້າທາຍຕໍ່ການພັດທະນາ ມີລັກສະ ນະຊົ່ວຄາວນີ້, ພວກເຮົາຄົນລາວ ທຸກຄົນຍິ່ງຕ້ອງພ້ອມກັນຍົກສູງ ສະຕິຄວາມເປັນເຈົ້າຂອງປະເທດ ຊາດ, ເດັດດ່ຽວປ້ອງກັນ-ປົກປັກ ຮັກສາໝາກຜົນ ຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ, ເດັດຂາດສະກັດ ກັ້ນ-ທັບມ້າງ ທຸກກົນອຸບາຍລາຍ ລ່ຽມຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງ ເພທໍາລາຍລະບອບໃໝ່ ຂອງພວກ ເຮົາ ເຊິ່ງຍາມໃດພວກມັນ ກໍບໍ່ເຄີຍ ລົດລະຄວາມພະຍາຍາມ ໃນການ ບິດເບືອນໃສ່ຮ້າຍປ້າຍສີ ໂຈມຕີ ລະບອບໃໝ່ຫລາຍຮູບແບບ-ວິທີ ການ ໂດຍສະເພາະການນໍາໃຊ້ສື່ ສັງຄົມປ່າວຂ່າວບິດເບືອນ ຫວັງ ປັ້ນນໍ້າໃຫ້ເປັນຕ່ອນ, ສ້າງຄວາມ ປັ່ນປ່ວນ-ຫວັງແບ່ງແຍກພາຍໃນ ພວກເຮົາ. ອັນນີ້ ຄົນລາວທີ່ອາໄສ ຢູ່ໃນປະເທດ ແລະ ຄົນເຊື້ອຊາດເຊື້ອສາຍລາວທີ່ອາໄສ ຢູ່ຫລາຍ ປະເທດ ຄວນມີສະຕິ, ຕ້ອງສຶກສາ ສະພາວະແຫ່ງຄວາມເປັນຈິງຂອງ ໂລກ ແລະ ຈຸດພິເສດ-ເງື່ອນໄຂ ການພັດທະນາຢູ່ປະເທດເຮົາ ໃຫ້ ເຂົ້າໃຈຢ່າງເລິກເຊິ່ງ. ເພື່ອປົກປັກຮັກສາໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ, ພວກເຮົາພ້ອມກັນສືບຕໍ່ເສີມຂະ ຫຍາຍມູນເຊື້ອ ວັນຊາດທີ 2 ທັນວາ ເຂົ້າໃນການພັດທະນາປະເທດ ຊາດ ຄືດັ່ງນີ້ : ຄະນະພັກແຕ່ລະຂັ້ນ ຕ້ອງສືບ ຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກໍ່ຄືມະຕິກອງປະຊຸມ ໃຫຍ່ຂັ້ນ ຂອງຕົນ ເຂົ້າສູ່ຊີວິດຕົວ ຈິງ, ໂດຍສະເພາະການຈັດຕັ້ງຜັນ ຂະຫຍາຍ ຜົນກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ໃຫ້ ມີຜົນສໍາເລັດຕາມຄາດໝາຍ. ສືບຕໍ່ນໍາພາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ໂດຍສະ ເພາະແມ່ນການສືບຕໍ່ຈັດຕັ້ງປະຕິ ບັດ, 6 ວຽກງານໃຫ້ປະກົດຜົນເປັນ ຈິງຄື: ພັດທະນາເສດຖະກິດແຫ່ງ ຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີ ຄຸນນະພາບ, ໝັ່ນທ່ຽງ ແລະ ຍືນຍົງ; ສ້າງຊັບພະຍາກອນມະນຸດ ມີຄຸນ ນະພາບສູງຂຶ້ນ, ສາມາດຕອບສະ ໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ, ມີຄວາມສາ ມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາ ສາດເຕັກໂນໂລຊີ ເພື່ອຍົກສູງປະ ສິດທິພາບ ແລະ ສ້າງມູນຄ່າເພີ່ມ ໃນການຜະລິດ ແລະ ການບໍລິການ; ປັບປຸງຊີວິດການເປັນຢູ່ທາງດ້ານ ວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ; ປົກປັກຮັກ ສາສິ່ງແວດລ້ອມໃຫ້ມີຄວາມສົມ ດູນ ແລະ ຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດຕ່າງໆ; ສ້າງພື້ນຖານ ໂຄງລ່າງທີ່ມີຄວາມເຂັ້ມແຂງສາ ມາດນໍາໃຊ້ທ່າແຮງ, ກາລະໂອ ກາດ, ທີ່ຕັ້ງ, ເຂົ້າຮ່ວມຂະບວນ ການຮ່ວມມື, ການເຊື່ອມໂຍງກັບ ພາກພື້ນ ແລະ ສາກົນຢ່າງເປັນຢ່າງ ເປັນເຈົ້າການ; ຄຸ້ມຄອງ-ບໍລິການ ລັດ ໃຫ້ມີປະສິດທິພາບ, ສັງຄົມມີ ຄວາມສະເຫມີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດການ ປົກຄອງດ້ວຍກົດໝາຍທີສັກສິດ ແລະ ເຂັ້ມງວດ. ເພີ່ມທະວີການສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ພະນັກ ງານ, ສະມາຊິກພັກ ແລະ ປະຊາຊົນ ບັນດາເຜົ່າ ເຊີດຊູນໍ້າໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອ ສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງ ຄົມມີຄວາມສາ ມັກຄີປອງດອງ, ຍຸຕິທໍາ ແລະ ສີວິໄລ. ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການ ໂຄສະນາ, ປຸກລະດົມໃຫ້ທົ່ວສັງຄົມ ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍ ຂອງພວກຄົນບໍ່ດີທີ່ສວຍໃຊ້ຄວາມ ຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ແລະ ບັນຫາຢາເສບຕິດ ເພື່ອມ້າງເພ ຄວາມສາມັກຄີພາຍ ໃນປະເທດເຮົາ ຮັບປະກັນການປົກ ປັກຮັກສາ ແລະ ເພີ່ມທະວີຄວາມສາ ມັກຄີເປັນປຶກແຜ່ນພາຍໃນສັງຄົມ ໃຫ້ໜັກແໜ້ນຍິ່ງຂຶ້ນ. ສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງ ແຮງ ຕໍ່ບັນດາຄາດໝາຍສູ້ຊົນ ໃນ ທ້າຍສະໄໝທີ່ກອງປະຊຸມໃຫຍ່ ອົງ ຄະນະພັກແຕ່ລະຂັ້ນວາງອອກ ໂດຍ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ສໍາເລັດຜົນ. ການຄຽງບ່າຄຽງໄຫລໃນໄລຍະ ຕໍ່ສູ້ຍາດເອົາເອກະລາດ, ພ້ອມທັງ ການປະສານສົມທົບ ແລະ ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນການ ສ້າງສາ ແລະ ປົກປັກຮັກສາປະເທດ ຊາດໃນໄລຍະຕໍ່ມາ, ໄດ້ປະກອບ ສ່ວນສ້າງພື້ນຖານອັນໜັກແໜ້ນໃຫ້ ແກ່ການພັດທະນາຂອງລາວ. ໄຊຊະນະຂອງການປະຕິວັດ ລາວ ແມ່ນການສັງລວມຂອງມິດ ຕະພາບແບບສະຫາຍ, ແບບອ້າຍ ນ້ອງ ລະຫວ່າງສອງຊາດ, ທີ່ໄດ້ຮັບ ການເພີ່ມພູນຄູນສ້າງດ້ວຍວິໄສທັດ ຍຸດທະສາດ ແລະ ຫົວໃຈອັນບໍລິສຸດ ຂອງ ທ່ານປະທານ ໂຮ່ຈີ່ມິງ, ທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານປະທານ ສຸພານຸວົງ. ຕະ ຫລອດໄລຍະການຕໍ່ສູ້ທີ່ຫຍຸ້ງຍາກ, ກໍາລັງທະຫານ ແລະ ປະຊາຊົນ ສອງປະເທດໄດ້ຄຽງບ່າຄຽງໄຫລ່ ໃນການຮ່ວມຕໍ່ສູ້ທີ່ຫາໄດ້ຍາກໃນ ປະຫວັດສາດຂອງໂລກ.ພະນັກງານ, ນັກຮົບ ແລະ ຊ່ຽວຊານຫວຽດ ນາມ ຈຳນວນຫລວງຫລາຍໄດ້ ຂ້າມຜ່ານສາຍພູຫລວງເຈື່ອງເຊີນ, ຮ່ວມກັນກັບປະຊາຊົນ ແລະ ນັກຮົບ ລາວ, ແບ່ງປັນຄວາມຫວານຄວາມ ຂົມດ້ວຍຈິດໃຈ “ກັດເມັດເກືອແບ່ງ ເຄິ່ງ, ຫັກເຄິ່ງກ້ານຜັກ” ການຊ່ວຍ ເຫລືອອັນບໍລິສຸດ ແລະ ຈິງໃຈດັ່ງ ກ່າວ ບໍ່ພຽງແຕ່ເຮັດໃຫ້ກຳລັງແຮງ ຂອງກໍາລັງປະຕິວັດລາວເຂັ້ມແຂງ ຂຶ້ນເທົ່ານັ້ນ, ຫາກຍັງປະກອບສ່ວນ ຢ່າງຕັດສິນຕໍ່ໄຊຊະນະຂອງການ ຕໍ່ສູ້ປົດປ່ອຍຊາດ, ເຊິ່ງໄດ້ສ້າງ ເງື່ອນໄຂເບື້ອງຕົ້ນໂດຍກົງໃຫ້ແກ່ ວັນປະຫວັດສາດ 2/12/1975. ຫລັງຈາກການສ້າງຕັ້ງປະເທດ, ສປປ ລາວ ຕ້ອງຜະເຊີນກັບຄວາມ ຫຍຸ້ງຍາກນາໆປະການ, ໂດຍສະ ເພາະແມ່ນເສດຖະກິດທີ່ອ່ອນແອ, ຮ່ອງຮອຍສົງຄາມ ແລະ ການມ້າງ ເພທໍາລາຍຂອງກໍາລັງປໍລະປັກ. ໃນສະພາບການນັ້ນ, ຫວຽດນາມ ໄດ້ສືບຕໍ່ຄຽງຄູ່ກັບລາວ ໃນຖານະ ເປັນເພື່ອນມິດທີ່ຈິງໃຈ ແລະ ບ່ອນ ອີງທີ່ໄວ້ເນື້ອເຊື່ອໃຈ. ການສະໜັບ ສະໜູນດ້ານການເມືອງ, ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ບົດຮຽນໃນການຄຸ້ມຄອງລັດ ແລະ ການຝຶກອົບຮົມພະນັກງານ ໄດ້ ຊ່ວຍໃຫ້ລາວ ສາມາດເພີ່ມທະວີ ຄວາມເຂັ້ມແຂງຂອງອໍານາດການ ປົກຄອງ, ປົກປັກຮັກສາຄວາມ ສະຖຽນລະພາບທາງດ້ານການ ເມືອງ-ສັງຄົມ ແລະ ຜ່ານຜ່າໄດ້ ຫລາຍສິ່ງທ້າທາຍ. ຕະຫລອດ50ປີ ຜ່ານມາ, ເຖິງວ່າສະພາບການໂລກ ແລະ ພາກພື້ນຈະຜັນແປສັບສົນ ພຽງໃດກໍຕາມ, ຄວາມພະຍາຍາມ ແບ່ງແຍກການພົວພັນລາວ-ຫວຽດ ນາມ ລ້ວນແຕ່ຖືກຕີພ່າຍຍ້ອນ ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຄວາມຜູກພັນອັນແໜ້ນແຟ້ນ ແລະ ກົນໄກປະສານສົມທົບຢ່າງໃກ້ຊິດ ລະຫວ່າງສອງພັກ, ສອງລັດ. ປັດ ຈຸບັນ, ຄວາມສໍາພັນພິເສດ ລາວ - ຫວຽດນາມ ໄດ້ສືບຕໍ່ຍົກລະດັບສູງ ຂຶ້ນໃນສະພາບການເຊື່ອມໂຍງສາ ກົນຢ່າງເລິກເຊິ່ງ. ສອງປະເທດ ໄດ້ຂະຫຍາຍການຮ່ວມມືຮອບ ດ້ານ ເພື່ອຮັບໃຊ້ເປົ້າໝາຍການພັດ ທະນາໄລຍະຍາວ, ໃນນັ້ນການສະ ໜັບສະໜູນການເຊື່ອມຕໍ່ພື້ນຖານ ໂຄງລ່າງຍຸດທະສາດ ແລະ ການ ສ້າງພື້ນທີ່ການພັດທະນາໃຫ້ແກ່ ລາວ ແມ່ນມີຄວາມໝາຍສໍາຄັນ ເປັນພິເສດ. ຫວຽດນາມ ຍາມໃດ ກໍພະຍາຍາມຊ່ວຍລາວ ຂຸດຄົ້ນທ່າ ແຮງ, ເສີມຂະຫຍາຍທ່າໄດ້ປຽບ ທາງດ້ານພູມຍຸດທະສາດ, ກ້າວ ໄປສູ່ຄວາມມຸ່ງມາດປາຖະໜາທີ່ຈະ ກາຍເປັນປະເທດທີ່ພັດທະນາ ແລະ ມີບົດບາດສໍາຄັນຫລາຍຂຶ້ນໃນພາກ ພື້ນແລະສາກົນ. ພ້ອມກັນນັ້ນ, ການ ຮ່ວມມືຝຶກອົບຮົມຊັບພະຍາກອນ ມະນຸດ ສືບຕໍ່ເປັນສັນຍະລັກແຫ່ງນໍ້າ ໃຈ ລາວ - ຫວຽດນາມ. ນັກສຶກສາ, ພະນັກງານລາວຫລາຍພັນຄົນທີ່ໄດ້ ຮັບການຝຶກອົບຮົມຈາກຫວຽດ ນາມ ໄດ້ກາຍເປັນກຳລັງຫລັກ ແຫລ່ງປະກອບສ່ວນສ້າງສາປະ ເທດຊາດ, ສະແດງໃຫ້ເຫັນຄວາມ ປາດຖະໜາອັນຈິງໃຈຂອງຫວຽດ ນາມ ຕໍ່ປະເທດລາວທີ່ມີຄວາມສາ ມາດເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະ ມີການພັດທະນາທີ່ເຂັ້ມແຂງ ຍືນຍົງ. ເຄິ່ງສັດຕະວັດໄດ້ຜ່ານໄປ, ແຕ່ ຄວາມໝາຍຂອງການພົວພັນລາວ- ຫວຽດນາມ ຍັງຄົງຮັກສາຄຸນຄ່າ ໄວ້ຄືເກົ່າ ແລະ ຍິ່ງໄດ້ຮັບການຢືນ ຢັນຜ່ານແຕ່ລະໄລຍະປະຫວັດ ສາດ. ນີ້ແມ່ນການພົວພັນພິເສດທີ່ ບໍ່ມີບ່ອນໃດມີ, ເປັນຊັບສົມບັດອັນ ລໍ້າຄ່າທີ່ບັນດາລຸ້ນສະໄໝທີ່ຜ່ານ ມາໄດ້ເພີ່ມພູນຄູນສ້າງດ້ວຍເລືອດ ເນື້ອ,ດ້ວຍຄວາມຈິງໃຈແລະຄວາມ ຊື່ສັດ. ຄວາມຮັບຜິດຊອບຂອງຄົນ ລຸ້ນໃໝ່ໃນປັດຈຸບັນ ແລະ ໃນອະນາ ຄົດ ແມ່ນການສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ ແລະ ສືບທອດການ ພົວພັນອັນເປັນແບບຢ່າງນີ້ ໃຫ້ ເປັນມູນມໍລະດົກອັນສັກສິດ ຂອງ ສອງຊາດ. ດັ່ງຄຳເວົ້າຂອງທ່ານປະທານ ໂຮ່ຈີ່ມິງທີ່ໄດ້ຢືນຢັນໄວ້ວ່າ: “ຄວາມ ສາມັກຄີຫວຽດນາມ-ລາວຈະໝັ້ນ ຄົງຕະຫລອດໄປຍິ່ງກວ່າພູຜາ, ຍິ່ງ ກວ່າແມ່ນໍ້າ.” ຄໍາສັດປະຕິຍານອັນ ໜັກແໜ້ນນີ້ຍັງຄົງດັງກ້ອງ, ສ່ອງ ແສງໃຫ້ສອງຊາດສືບຕໍ່ຈັບມືກັນ, ຄຽງຄູ່ກັນສ້າງອະນາຄົດແຫ່ງສັນ ຕິພາບ, ເອກະລາດ, ວັດທະນາຖາ ວອນ ແລະ ການພັດທະນາແບບ ຍືນຍົງ, ເພື່ອໃຫ້ການພົວພັນ ລາວຫວຽດນາມ ຍັງຄົງສະຫວ່າງສະ ໄຫວ ຕະຫລອດໄປ ເປັນສັນຍະລັກ ແບບຢ່າງ ແລະ ຈິງໃຈ ໃນການພົວ ພັນສາກົນ.
RkJQdWJsaXNoZXIy MTc3MTYxMQ==