gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 03/12/2025 xtgmf]k; ສະເຫລີມສະຫລອງ...ີ ມ ຂປລ. ພິທີໂຮມຊຸມນຸມໃຫຍ່ສະ ເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໄດ້ ຈັດຂຶ້ນໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫລວງ ໂດຍ ໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ທອງລຸນສີສຸດລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ພ້ອມດ້ວຍ ການນຳຂັ້ນສູງພັກ-ລັດ, ແຂກຈາກ ບັນດາປະເທດເພື່ອນມິດ, ບັນດາທູ ຕານຸທູດ, ຕາງໜ້າອົງການຈັດຕັ້ງ ສາກົນ, ຕະຫລອດຮອດພະນັກງານ ປະຕິວັດອາວຸໂສບຳນານແລະ ມວນ ຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ. ໃນໂອກາດນີ້, ສະຫາຍທອງລຸນ ສີສຸດລິດ ໄດ້ກ່າວວ່າ: ຕະຫລອດ ໄລຍະ 50 ປີ ແຫ່ງພາລະກິດປົກປັກ ນາຍົກລັດຖະມົນຕີ...ົັົີ ຂປລ. ໃນວັນທີ 1 ທັນວາ 2025, ສະຫາຍສອນໄຊສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ໃນໂອກາດ ເດີນທາງມາຢ້ຽມຢາມລັດຖະກິດ ຮັກສາ ແລະ ພັດທະນາ ສປປ ລາວ, ໄດ້ຢືນຢັນຢ່າງໜັກແໜ້ນເຖິງທາດ ແທ້, ມູນເຊື້ອປະຕິວັດທີ່ເປັນບົດຮຽນ ໃຫ້ແກ່ການສືບຕໍ່ພາປະເທດກ້າວ ຂຶ້ນ, ນັ້ນແມ່ນ “ຍຶດໝັ້ນອຸດົມການ ສັງຄົມນິຍົມ, ເສີມຂະຫຍາຍມະຫາ ສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ, ສ້າງລັດ ທີ່ ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງ ແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະ ຊາຊົນ” ຊຶ່ງເປັນອຸດົມການອັນເດັດ ດ່ຽວ, ສະເໝີຕົ້ນສະເໝີປາຍຂອງ ພັກເຮົາ ແລະ ເປັນຄວາມມຸ່ງຫວັງ ອັນແຮງກ້າຂອງປະຊາຊົນລາວບັນ ດາເຜົ່າທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມ ຜູ້ສືບທອດຕ້ອງສືບຕໍ່ຍຶດໝັ້ນ ເພື່ອ ນໍາພາພາລະກິດປະຕິວັດ, ນໍາພາ ປະເທດເຮົາກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ. ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ພວມ ແລະ ຈະສືບຕໍ່ຜັນ ແປໄປຢ່າງໄວວາ, ສັບສົນ, ເລິກ ເຊິ່ງ, ຮອບດ້ານ ແລະ ເຕັມໄປດ້ວຍ ສິ່ງທ້າທາຍທົດສອບຫລາຍປະການ ນັ້ນ, ສປປ ລາວ ສືບຕໍ່ຍຶດໝັ້ນແນວ ທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ພົວພັນຮ່ວມມືເພື່ອພັດທະນາ, ເສີມ ຂະຫຍາຍສາຍພົວພັນ ແລະ ການ ຮ່ວມມືກັບບັນດາປະເທດເພື່ອນ ມິດ, ຄູ່ຮ່ວມພັດທະນາ. ໃນນີ້, ສືບ ຕໍ່ເພີ່ມທະວີຄວາມສາມັກຄີ, ສາຍ ພົວພັນອັນສະໜິດແໜ້ນກັບປະ ເທດເພື່ອນມິດຍຸດທະສາດ; ສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງ, ເດັດດ່ຽວຍຶດໝັ້ນເສັ້ນທາງ ການພັດທະນາທີ່ມີຄວາມສົມດູນ, ກົມກຽວລະຫວ່າງເສດຖະກິດກັບ ວັດທະນະທໍາ-ສັງຄົມ ແລະ ສິ່ງ ແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ; ສືບຕໍ່ຂຸດຄົ້ນ ແລະ ເສີມ ຂະຫຍາຍທ່າແຮງ, ຄວາມສາມາດ ບົ່ມຊ້ອນ, ສົມທົບກໍາລັງແຮງຂອງ ຊາດກັບກໍາລັງແຮງຂອງຍຸກສະໄໝ ເຂົ້າໃນການປົກປັກຮັກສາ ແລະ ພັດ ທະນາປະເທດບົນພື້ນຖານການເຊີດ ຊູສະຕິຊາດ, ເອກະລາດ, ເປັນເຈົ້າ ຕົນເອງ, ເພິ່ງຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ທັງສາມາດ ກ້າວອອກສູ່ໂລກ ໄດ້ຢ່າງໜັກແໜ້ນ; ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນ, ປະຊາຊົນໄດ້ຊົມໃຊ້ໝາກ ຜົນຈາກການພັດທະນາຢ່າງຍຸຕິ ທໍາ ແລະ ທົ່ວເຖິງ, ສ້າງຄວາມຢູ່ດີ ກິນດີ ແລະ ຮັ່ງມີຂຶ້ນຢ່າງບໍ່ຢຸດຢັ້ງ. ພວກເຮົາຕ້ອງສູ້ຊົນບັນລຸຄາດໝາຍ ໃຫຍ່ ໃນການສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນທີ່ລະບຸ ໄວ້ໃນໂຄງການການເມືອງຂອງ ພັກວ່າ “ຮອດປີ 2055 ເມື່ອວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ສປປ ລາວ ເປັນປະເທດກໍາລັງພັດທະນາທີ່ມີ ລາຍຮັບປານກາງສູງ, ມີລະບົບ ການເມືອງທີ່ເຂັ້ມແຂງ, ມີພື້ນຖານ ເສດຖະກິດທີ່ທັນສະໄໝ, ກໍາລັງ ການຜະລິດໄດ້ຮັບການພັດທະນາ ຮອບດ້ານ ໂດຍມີການພົວພັນການ ຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າ ໄດ້ມີພື້ນຖານອັນ ໜັກແໜ້ນກ້າວສູ່ຄວາມອີ່ມໜໍາສໍາ ລານ”. ພວກເຮົາຈະສືບຕໍ່ປົກປັກ ຮັກສາໝາກຜົນຂອງການປະຕິວັດ, ຜົນງານ ແລະ ໄຊຊະນະຕະຫລອດ ໄລຍະ 50 ປີ ດ້ວຍຊີວິດ ແລະ ອຸດົມ ການອັນເດັດດ່ຽວໜຽວແໜ້ນ, ສະ ເໝີຕົ້ນສະເໝີປາຍຂອງຮຸ່ນຄົນສືບ ທອດຕໍ່ໄປຕາບເທົ້າໃດໆ. ດ້ວຍການເສີມຂະຫຍາຍນໍ້າໃຈ ຮັກຊາດອັນດູດດື່ມ, ຄວາມບໍລິສຸດ ຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງ, ຄວາມເສຍສະລະອັນ ສູງສົ່ງຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກໍາລັງປະກອບອາວຸດ, ຄວາມ ສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ. ດ້ວຍ ຄວາມປາຖະໜາອັນແຮງກ້າ, ຄວາມເຊື່ອໝັ້ນອັນເຕັມປ່ຽມຂອງ ປະຊາຊົນຕໍ່ອະນາຄົດອັນສະຫວ່າງ ສະໄຫວຂອງປະເທດຊາດ ທີ່ບັນພະ ບູລຸດຂອງພວກເຮົາໄດ້ວາງຮາກ ຖານ ແລະ ປູພື້ນເອົາໄວ້ ຊຶ່ງພວມ ໄດ້ຮັບການຕໍ່ຍອດ ແລະ ຍົກລະດັບ ຂຶ້ນດ້ວຍຮຸ່ນຄົນປັດຈຸບັນ ແລະ ຜູ້ ສືບທອດທີ່ຈົງຮັກພັກດີນັ້ນ, ພວກ ເຮົາຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບເອກະລາດ ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ເກີດເປັນຈິງ ຢ່າງແນ່ນອນ. ພາຍຫລັງສະຫາຍເລຂາທິການ ໃຫຍ່ ກ່າວສູນທອນພົດສີ້ນສຸດລົງ ພິທີສວນສະໜາມສະ ເຫລີມສະ ຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ກໍໄດ້ເລີ່ມຕົ້ນຂຶ້ນ ດ້ວຍເລີ່ມຕົ້ນດ້ວຍຂະບວນທີ 1 ແມ່ນຈຸທຸງຊາດ-ທຸງພັກ, ກ້ອນ ຂະບວນເຄື່ອງໝາຍຊາດ, ກ້ອນ ກຳລັງຫ້ອງວ່າການສຳນັກງານ ປະທານປະເທດ, ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຈຳນວນ ທັງໝົດ 150 ທ່ານ, ກ້ອນກໍາລັງ ອົງການຈັດຕັ້ງຄະນະຊ່ວຍວຽກ ຂອງສູນກາງພັກ, ຂະບວນລົດ ພະນັກງານປະຕິວັດອາວຸດໂສ (ປກສ ບັນຍາຍ); ສຳລັບຂະບວນ ທີ2 ກ້ອນສວນສະໜາມຂອງກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ; ສ່ວນຂະບວນທີ 3 ກ້ອນ ມະຫາຊົນ ປະກອບມີທັງໝົດ 20 ກ້ອນຄື: ກ້ອນເຍົາວະຊົນ 2 ທັນວາ, ກ້ອນຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ, ກ້ອນສະຫະພັນແມ່ຍິງລາວ, ກ້ອນສະຫະພັນກຳມະບານລາວ, ກ້ອນກຳລັງສູນກາງແນວລາວສ້າງ ຊາດ, ກ້ອນຂະແໜງການກວດ ກາ-ກວດສອບ, ກ້ອນຂະແໜງ ຕຸລາການສານປະຊາຊົນ, ກ້ອນ ຂະແໜງຍຸດຕິທຳ, ກ້ອນກຳລັງຂະ ແໜງການຕ່າງປະເທດ, ກະຊວງ ສຶກສາ-ວິທະຍາສາດ ແລະ ກິລາ, ກະຊວງການເງິນ ແລະ ທະນາຄານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສາທາລະນະ ສຸກ, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ກ້ອນກຳລັງ ນະຄອນຫລວງວຽງຈັນ, ກອງແກ ວົງກອງທັບປະຊາຊົນລາວ, ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ. ຂ່າວ: ກິດຕາ ຢູ່ ສປປ ລາວ, ເຂົົ້າຮ່ວມພິທີສະ ເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມ ພົບປະສອງກົມການເມືອງ ລາວຫວຽດນາມ ແຕ່ວັນທີ 1-2 ທັນວາ 2025. ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ມີຄວາມ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະ ກັບສະຫາຍ ໂຕ ເລິມ ອີກຄັ້ງ, ພ້ອມ ທັງໄດ້ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມໃນຄັ້ງນີ້ ຊຶ່ງເປັນການ ຢ້ຽມຢາມທີ່ມີຄວາມໝາຍສຳຄັນ ເປັນພິເສດຕໍ່ສາຍພົວພັນຂອງ ສອງປະເທດທີ່ມີຂຶ້ນໃນທ່າມກາງ ບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວ ກອງທັບ ແລະ ປວງຊົນລາວທັງ ຊາດ ພວມສະເຫລີມສະຫລອງ ແລະ ຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ທັງເປັນການເພີ່ມພູນຄູນສ້າງ ແລະ ເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເພື່ອນຳຜົນປະໂຫຍດທີ່ແທ້ຈິງມາສູ່ ປະຊາຊົນຂອງສອງຊາດ. ສອງຝ່າຍໄດ້ຕີລາຄາຄືນການ ພົວພັນຮ່ວມມືລະຫວ່າງສອງປະ ເທດໃນໄລຍະຜ່ານມາ ຊຶ່ງເຫັນ ວ່າສືບຕໍ່ມີການພັດທະນາຢ່າງບໍ່ ຢຸດຢັ້ງ ໂດຍສະເພາະແມ່ນການ ພົບປະແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິຂອງການນໍາຂັ້ນ ສູງຂອງສອງປະເທດ, ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ບັນດາຜົນ ສໍາເລັດທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ສຳເລັດການເປີດນຳໃຊ້ທ່າທຽບ ເຮືອເລກ 3 ຂອງທ່າເຮືອຫວຸງອ່າງ 1, 2, 3; ສໍາເລັດການມອບ-ຮັບ ໂຄງການກໍ່ສ້າງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບ ຕິດ; ໂຄງການກໍ່ສ້າງຖານຂໍ້ມູນ ເພື່ອຄຸ້ມຄອງສໍາມະໂນຄົວ ແລະ ບັດ ປະຈໍາຕົວ ແລະ ໂຄງການກໍ່ສ້າງ ສວນອຸທິຍານມິດຕະພາບ ລາວຫວຽດນາມ ຢູ່ດົງໝາກຄາຍ. ພ້ອມ ນີ້, ສອງຝ່າຍຍັງເຫັນດີເປັນເອກະ ພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນ ຂະຫຍາຍຂໍ້ຕົກລົງຂອງການນໍາ ຂັ້ນສູງຂອງສອງພັກ ກໍຄື ແຜນການ ຮ່ວມມືລະຫວ່າງສອງລັດຖະບານ ໂດຍສະເພາະແມ່ນການສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດ ຂອງສອງປະເທດ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນການພົບປະລະ ຫວ່າງສອງຜູ້ນໍາລາວ-ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ຮັບການປະດັບຫລຽນຄຳແຫ່ງ ຊາດຂອງ ສປປ ລາວ ຊຶ່ງເປັນ ຫລຽນສູງສຸດຂອງ ສປປ ລາວ ເພື່ອເປັນການສະແດງເຖິງຄວາມຮູ້ ບຸນຄຸນ ແລະ ຕີລາຄາສູງຕໍ່ການປະ ກອບສ່ວນອັນສຳຄັນຂອງສະຫາຍ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນພິເສດທີ່ມີໜຶ່ງບໍ່ມີສອງໃນ ໂລກນີ້ຂອງສອງປະເທດ ລາວຫວຽດນາມ.ນອກຈາກນັ້ນ,ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນ ລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫລອດມາ. ໃນຂະນະດຽວກັນ, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ມີຄໍາເຫັນຊີ້ນໍາໃຫ້ສອງ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ ເ ຮັດວຽກ ຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນ ຂອງກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມື ລາວຫວຽດນາມ ລວມທັງການຈັດຕັ້ງ ປະຕິບັດບັນດາໂຄງການຮ່ວມມື ທາງດ້ານຍຸດທະສາດທີ່ສໍາຄັນ ຂອງສອງປະເທດ ໃຫ້ປະກົດເປັນ ຮູບປະທໍາຕາມແຜນການທີ່ວາງ ໄວ້ ເພື່ອນໍາເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ ລາວຫວຽດນາມ ນັບມື້ນັບຫລາຍຂຶ້ນ. ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==