;a frtg9Q kly '7e lt4komuj mj v'mj P; mk';a fmtotme muj ,u -nj lP'0v'c0;'v5 fq ,wglu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 03/12/2025 glf4tdy f{la '7q , ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ ***ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ fh ;pgsfzq o.f xu oU ]k;9bj 'lk,kfxt1a foE,a og-N vw2 wfh g4y ' 20 ]h ko]y fL ຂປລ. ວັດພະເຈົ້າສິງຄຳ ຕັ້ງຢູ່ ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງ ຈາກຕົວເມືອງໄຊ ປະມານ 28 ກິໂລ ແມັດ ເປັນວັດໜຶ່ງທີ່ປະຊາຊົນລາວ ສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດ ແຫ່ງນີ້ມີອາຍຸຫລາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ ຮັບການພັດທະນາປັບປຸງໃນແຕ່ລະ ໄລຍະຈົນກາຍເປັນວັດທີ່ສວາຍ ງາມ ແລະ ມີເອກະລັກສະເພາະ ຕັ້ງ ຢູ່ໃຈກາງເທສະບານເມືອງຫລາ ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມ ເປັນມາທີ່ຍາວນານ, ເປັນພະພຸດທະ ຮູບຄູ່ບ້ານຄູ່ເມືອງ ທີ່ປະຊາຊົນຊາວ ແຂວງອຸດົມໄຊ ແລະ ທົ່ວປະເທດ ລ້ວນແລ້ວແຕ່ຢາກມາຂໍພອນກາບ ໄຫວ້ສັກກະລະບູຊາ. ພະເຈົ້າສິງຄຳ, ເປັນໜຶ່ງໃນພະ ພຸດທະຮູບທີ່ເກົ່າແກ່ ແລະ ສັກສິດ ຈຳນວນຫ້າພະອົງ ໃນສະໄໝເຈົ້າ ຟ້າງຸ້ມມະຫາຣາຊ ໄດ້ອະຣາທະນາ ອັງເຊີນຂຶ້ນໄປປະດິດສະຖານໃນ ບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກ ລາວລ້ານຊ້າງເມື່ອຫລາຍຮ້ອຍປີ ຜ່ານມາ, ແຕ່ບໍ່ໄດ້ເຖິງເປົ້າໝາຍ ເຮືອແພໄດ້ຈົມຢູ່ສາມຫລ່ຽມປາກ ແມ່ນໍ້າເປັນເວລາເຫີງນານ ຈົນມີ ຄົນຫາປາຂວ່າງແຫໄປຂ້ອງຄາສິບ ບ້ານຊ່າຫ້າບ້ານລືໃຜໆກໍບ່ໍສາມາດ ເອົາຂຶ້ນມາໄດ້. ຍັງພຽງແຕ່ເຜົ່າກຶມ ມຸບ້ານໜຶ່ງ ເມື່ອໄດ້ຍິນສຽງຕີຄ້ອງ ຮ້ອງປ່າວ ພວກເຂົາເຈົ້າໄດ້ຕັ້ງຈິດ ອະທິຖານ ເອົາຫຍ້າຄາມາເຂັນກັບ ຝ້າຍເກົ້າສີ ມາປັ່ນເປັນເຊືອກໄດ້ ຄົບຕາມຈຳນວນ ແລະ ອະຣາທະ ນາອັງເຊີນພະອົງຂຶ້ນຈາກນໍ້າໄດ້ ຢ່າງງ່າຍດາຍ ແລະ ອັດສະຈັນໃຈ ເປັນຢ່າງຍິ່ງ, ດ້ວຍຄວາມສັດທາ ໃນເວລານັ້ນບ້ານເໜືອບ້ານໃຕ້ມີ ຄວາມຂັດແຍ່ງກັນໃຜໆກໍຢາກໄດ້ ຈົນໄດ້ມີພິທີອະທິຖານເອົາພະອົງ ຂຶ້ນເຮືອແພລ່ອງນໍ້າ ແລະ ສຸດທ້າຍ ພະອົງ ໄດ້ສະເດັດລ່ອງແພທວນກະ ແສນໍ້າໄຫລຂຶ້ນບ້ານເໜືອມາຮອດ ຈຸດທີ່ປະດິດສະຖານທີ່ແຫ່ງນີ້ນັບ ຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ. ວັດແຫ່ງນີ້ ແຕ່ກ່ອນ ເອີ້ນວ່າ “ວັດກາງ” ເພາະເປັນວັດໃຫຍ່ ທີ່ ຊາວເມືອງຫລາ ພາກັນມາກາບ ໄຫວ້ສັກກາລະບູຊາເປັນທີ່ເພິ່ງທາງ ໃຈ. ພາຍຫລັງໄດ້ນຳເອົາພະເຈົ້າ ສິງຄຳ ມາປະດິດສະຖານໄວ້ ຈຶ່ງ ປ່ຽນຊື່ ວັດກາງ ມາເປັນ “ວັດພະ ເຈົ້າສິງຄຳ” ຊຶ່ງປັດຈຸບັນໄດ້ກາຍ ເປັນຈຸດໝາຍປາຍທາງການທ່ອງ ທ່ຽວທາງວັດທະນະທຳ ຫລື ສາສະ ໜາໂດຍສະເພາະຊາວພຸດ, ແຕ່ລະມື້ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາກາບໄຫວ້ບູຊາ, ຂໍພອນ ອົງພະເຈົ້າສິງຄຳເປັນຈຳ ນວນຫລວງຫລາຍ, ພ້ອມນັ້ນສະ ຖານທີ່ດັ່ງກ່າວຍັງໄດ້ພັດທະນາ ແລະ ປັບປຸງກໍ່ສ້າງສິ່ງອຳນວຍ ຄວາມສະດວກໃຫ້ກັບນັກທ່ອງທ່ຽວ ທີ່ມາຢ້ຽມຊົມ ເປັນຕົ້ນແມ່ນໄດ້ປັບປຸງ ຫ້ອງນ້ຳ, ວິດຖ່າຍ, ບ່ອນຂາຍທູບ ທຽນ, ບ່ອນເຊົ່າ (ຫລື ປ່ຽນສິ້ນ) ແລະ ເດີ່ນຈອດລົດ ເຫລົ່ານີ້ເປັນຕົ້ນ. ຕາມການເລົ່າຂານວ່າ: ເມື່ອ ຮອດມື້ວັນສິນໃຫຍ່ຂຶ້ນ 14-15 ຄ່ຳ ປະກົດວ່າສຳມະເນນໄດ້ເຫັນຊາຍ ໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາ ໄຫວ້ພະເຈົ້າສິງຄຳ ແລ້ວກໍລົງຮູ ຫາຍໄປສ້າງຄວາມອັດສະຈັນ, ພະ ສົງສາມະເນນຈຶ່ງບອກຊາວບ້ານ ໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານ ກໍປະຫລາດໃຈຫລາຍ ຕໍ່ມາຊາວ ບ້ານຈຶ່ງຕົກລົງກັນເອົາໝາກພຸກ ມາປ່ອນລົງຮູ ແລ້ວໃຫ້ຄົນໄປເບິ່ງ ວັງນ້ຳພາກຄື: ວັງຄຳ, ວັງອີງ, ວັງ ອ່າງ ກໍແມ່ນວັງນ້ຳຕາມສາຍນ້ຳ ພາກ, ນ້ຳຫລາ. ນັບແຕ່ນັ້ນມາຊາວ ບ້ານຈຶ່ງເວົ້າກັນວ່າແມ່ນ ຮູພະຍາ ນາກຂຶ້ນມາໄຫວ້ພະເຈົ້າສິງຄຳ. ສະນັ້ນ, ຊາວບ້ານຈຶ່ງຢ້ານພະຍາ ນາກເອົາພະເຈົ້າສິງຄຳໄປໄວ້ໃນ ນ້ຳຕື່ມ ຊາວບ້ານຈຶ່ງພາກັນຊອກ ຫາເອົາສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ຈົນເຖິງປັດຈຸບັນແລະ ກໍບໍ່ປະກົດເຫັນພະຍານາກຂຶ້ນມາ ອີກ. ລະຫວ່າງ ປີ ພສ 2000 ປີ ກົງກັບ ປີ ຄສ 1457 ຊາວບ້ານຈຶ່ງ ໄດ້ສ້າງອາຣາມແບບສິລະປະເຜົ່າ ລື້ຂຶ້ນ ແລະ ໄດ້ກໍ່ອຸມົງກວມໄວ້ໃນ ໃຈກາງອາຣາມ ແລ້ວເອົາພະເຈົ້າ ສິງຄຳໄວ້ໃນອຸມົງ ໂດຍແມ່ນນາຍ ຊ່າງຫໍ້ເປັນຜູ້ສ້າງແຕ່ບໍ່ທັນສຳເລັດ ສົມບູນ. ຮອດ ປີ ພສ 2743 (ຄສ 1930) ໄດ້ມີສາທຸຈຳປາເປັນຄົນ ບ້ານວຽງຄຳໄດ້ມາປະຈຳແລະ ນຳ ພະສົງສາມະເນນອອກຕົນຍາດ ໂຍມສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ ຝາຕາມແບບເຜົ່າລື້ລ້ອມຝາຂຶ້ນເຄິ່ງ ໜຶ່ງ. ຕໍ່ມາສາທຸອ້ວນຄົນບ້ານຫາດ ນາງ ໄດ້ສືບຕໍ່ເຮັດຝາໃສ່ປ່ອງຢ້ຽມ ຄືປັດຈຸບັນ ແຕ່ຍັງຕ່ຳເລັກໜ້ອຍ (ບໍ່ພຽງປາຍເສົາ). ຂປລ. ລາວສາມາດປະຢັດນໍ້າ ມັນເຊື້ອໄຟໄດ້ເຖິງ 20 ລ້ານລິດ ໃນປີ 2025 ນີ້ ອັນສືບເນື່ອງຈາກ ການໃຊ້ລົດໄຟຟ້າພາຍໃນປະເທດ ເພີ່ມຂຶ້ນຮອດ 12.000 ກວ່າຄັນ ແລະ ຍັງສາມາດຮັກສາເງິນຕາທີ່ ຮົ່ວໄຫລອອກຕ່າງປະເທດຈາກການ ຊື້ນໍ້າມັນໄດ້ເປັນຈໍານວນຫລາຍ ອີກ ພາຍຫລັງລັດຖະບານດໍາເນີນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດຕາມທິດສີຂຽວຍືນຍົງ, ສົ່ງເສີມໃຫ້ປະຊາຊົນນໍາໃຊ້ລົດໄຟ ຟ້າ ແລະ ເຄື່ອງໃຊ້ຕ່າງໆທີ່ເປັນ ມິດຕໍ່ສິ່ງແວດລ້ອມ, ຄາດປີ 2026 ການນໍາເຂົ້າລົດໄຟຟ້າຈະສູງເຖິງ 20.000 ຄັນ. ຂະນະທີ່ສິນຄ້າຈາກ ຈີນ ກາຍເປັນກໍາລັງຊ່ວຍໜູນສໍາ ຄັນໃນການປ່ຽນແປງພຶດຕິກໍາ ໃຫ້ ຫັນມາໃຊ້ລົດໄຟຟ້າ, ເຄື່ອງໃຊ້ໃນ ເຮືອນ, ພະລັງງານໃໝ່ທີ່ເປັນມິດຕໍ່ ສິ່ງແວດລ້ອມ. ມາເບິ່ງນໍາກັນຍ້ອນສາເຫດໃດ ເຮັດໃຫ້ລາວສາມາດປະຢັດນໍ້າມັນ ເຊື້ອໄຟໄດ້ຢ່າງໜ້າສົນໃຈ ແລະ ຄ່ອຍໆຜ່ານຜ່າວິກິດຂາດເຂີນນໍ້າ ມັນເຊື້ອໄຟໃນໄລຍະການລະບາດ ພະຍາດໂຄວິດໃນຊຸມປີ 20202021, ປັດຈຸບັນສາມາດແກ້ໄຂໄດ້ ແລ້ວ ແລະ ຈະກ້າວໄປຫາການພັດ ທະນາພະລັງງານທີ່ໝັ້ນທ່ຽງຂຶ້ນ ເທື່ອລະກ້າວ, ຕໍ່ກັບເລື່ອງນີ້ຈະບໍ່ສາ ມາດເບິ່ງຂ້າມໄດ້ທຸກບາດກ້າວການ ປ່ຽນແປງດ້ານນະໂຍບາຍຕ່າງໆ ແລະ ແຜນພັດທະນາເສດຖະກິດສັງຄົມຂອງພັກ-ລັດແຕ່ລະໄລຍະ ອັນໄດ້ສົ່ງຜົນຕໍ່ການຂັບເຄື່ອນເສດ ຖະກິດ, ການສ້າງວຽກເຮັດງານ ທໍາ ແລະ ການແກ້ໄຂຄວາມທຸກ ຍາກຂອງຊາດຢ່າງມີເປົ້າໝາຍ ໜັກແໜ້ນ. ສະນັ້ນ, ເມື່ອຢ້ອນຄືນປີ 1986 ລາວ ໄດ້ເປີດປະຕູສູ່ໂລກ ພາຍນອກຄືການຫັນເປັນເສດຖະ ກິດຕະຫລາດ ແລະ ປີ 2016 ມະຕິ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 10 ໄດ້ນໍາສະເໜີການພັດທະນາສີຂຽວ ຍືນຍົງ 2030 ໃນນັ້ນ ປະກອບມີ ແຜນພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ, ການພັດ ທະນາທ່ອງທ່ຽວຍືນຍົງ ແລະ ອື່ນໆ ເຊິ່ງເລີ່ມຈາກຈຸດນັ້ນເຮັດໃຫ້ລາວ ປ່ຽນຈາກປະລິມານສູ່ຄຸນນະພາບ ເພີ່ມຂຶ້ນ ແລະ ເພີ່ມທະວີຄວາມເອົາ ໃຈໃສ່ຕໍ່ການພັດທະນາເປັນລະບົບ ຢ່າງລະມັດລະວັງ. ດັ່ງທີ່ຮູ້ນໍາກັນ ໃນໄລຍະການລະບາດພະຍາດໂຄ ວິດ-19, ພວກເຮົາເຄີຍຜະເຊີນໜ້າ ສະພາບການຂາດເຂີນນໍ້າມັນເຊື້ອ ໄຟໄລຍະສັ້ນໆໃນການສະໜອງຕໍ່ ສັງຄົມ ສືບເນື່ອງຈາກມາດຕະການ ປິດປະເທດ, ຫລາຍປະເທດພົບບັນ ຫາດ້ານເສດຖະກິດ, ຫ່ວງໂສ້ການ ສະໜອງຢຸດສະງັກຊົ່ວຄາວ ແລະ ການໄປມາຫາສູ່ກັນອື່ນໆໄດ້ພົບ ຄວາມຫຍຸ້ງຍາກກັບຂໍ້ຈໍາກັດແຕກ ຕ່າງກັນ ເຊິ່ງສາເຫດເຫລົ່ານັ້ນບໍ່ ພຽງແຕ່ສົ່ງຜົນກະທົບຕໍ່ລາວເທົ່າ ນັ້ນຫາກຍັງສົ່ງຜົນກະທົບໄປທົ່ວ ໂລກ ຢ່າງຫລີກລ່ຽງບໍ່ໄດ້. ແຕ່ເຖິງແນວໃດກໍດີ, ຍ້ອນຄວາມ ເອົາໃສ່ ແລະ ມີນະໂຍບາຍອັນຖືກ ຕ້ອງຂອງພັກ-ລັດຖະບານລາວ ໄດ້ ຖືຄວາມສໍາຄັນທີ່ສຸດໃນການປັບ ປຸງຊີວິດການຢູ່ຂອງປະຊາຊົນໃຫ້ ດີຂຶ້ນ ກິນອິ່ມໜຳສໍາລານ ມີຄວາມ ສະຫງົບສຸກ, ການເພີ່ມທະວີສາຍພົວ ພັນທີ່ດີ ແລະ ການສ້າງຄູ່ຮ່ວມມືກັບ ບັນດາປະເທດເພື່ອນບ້ານໃກ້ຄຽງ ລວມທັງວົງຄະນະຍາດສາກົນຢ່າງ ໃກ້ຊິດໄດ້ເຮັດໃຫ້ລາວສາມາດຜ່ານ ຜ່າຄວາມຫຍຸ້ງຍາກໄດ້, ຟື້ນຟູເສດ ຖະກິດວ່ອງໄວຈາກສະພາບໂຄວິດ, ສາມາດຕິດຕໍ່ພົວພັນການຄ້າຂາຍ ແລະ ໄປມາຫາສູ່ກັນຄືນປົກກະຕິ ໂດຍສະເພາະການນໍາເຂົ້າສິນຄ້າປະ ເພດອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອ ໄຟທີ່ຈໍາເປັນຈາກ ຈີນ, ໄທ, ຫວຽດ ນາມ ແລະ ບັນດາປະເທດອື່ນໆ. ບັນດານັກວິເຄາະເສດຖະກິດ ໃຫ້ທັດສະນະວ່າ: ລາວແມ່ນປະເທດ ໜຶ່ງໃນອາຊຽນທີ່ເພິ່ງພາການນໍາ ເຂົ້ານໍ້າມັນໄຟເຊື້ອໄຟຈາກຕ່າງປະ ເທດເຖິງ 100% ເຖິງແມ່ນວ່າມີ ການລົງທຶນສ້າງໂຮງງານປຸງແຕ່ງ ຫລື ກັ່ນນໍ້າມັນເຊື້ອໄຟປະມານ 3 ແຫ່ງຢູ່ແຂວງຊຽງຂວາງ, ນະຄອນ ຫລວງວຽງຈັນ, ຄໍາມ່ວນ ໂດຍການ ລົງທຶນຈາກນັກທຸລະກິດພາຍໃນ ແລະ ຕ່າງປະເທດ, ແຕ່ເບິ່ງຄືວ່າ ການສະໜອງໃຫ້ສັງຄົມຍັງບໍ່ພຽງ ພໍຈຶ່ງເຮັດໃຫ້ລາວສືບຕໍ່ນໍາເຂົ້ານໍ້າ ມັນເຊື້ອໄຟ ເພື່ອຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມຮອບ ດ້ານ. ຕາມຂໍ້ມູນຈາກກະຊວງອຸດ ສາຫະກໍາແລະການຄ້າໄດ້ເປີດເຜີຍ ວ່າ: ສປປ ລາວ ນໍາເຂົ້ານໍ້າມັນເຊື້ອ ໄຟຈາກຕ່າງປະເທດ ສະເລ່ຍມູນຄ່າ 100ລ້ານໂດລາຕໍ່ເດືອນ; ໃນນັ້ນສໍາ ລັບປີ 2020 ໃຊ້ຈ່າຍງົບປະມານຊື້ ນໍ້າມັນ 400-500 ລ້ານໂດລາຕໍ່ປີ, ປີ 2022 ມີປະມານ 1 ຕື້ໂດລາຕໍ່ປີ, ປີ 2024 ເພີ່ມຂຶ້ນມີປະມານ 1,2 ລ້ານກວ່າໂດລາ. ຕໍ່ກັບການໃຊ້ງົບ ປະມານຂ້ອນຂ້າງຫລາຍເພື່ອຊື້ນໍ້າ ມັນເຊື້ອຈາກຕ່າງປະເທດເຮັດໃຫ້ ລາວຂາດດູນການຄ້າໃນບາງຄັ້ງ ແລະ ເຮັດໃຫ້ເງິນຕາຕ່າງປະເທດຮົ່ວ ໄຫລອອກນອກປະເທດເຊັ່ນກັນ. ນັກວິເຄາະຍັງກ່າວວ່າ: ການຈະ ເຮັດໃຫ້ລາວສາມາດຫລຸດຜ່ອນ ການຂາດດູນການຄ້າໄດ້ໃນລະດັບ ໜຶ່ງ ແລະ ສາມາດຫລີກລ່ຽງການ ຂາດເຂີນນໍ້າມັນເຊື້ອໄຟນັ້ນ, ກ່ອນ ອື່ນລາວເອງບໍ່ຄວນເບິ່ງພຽງການ ຜະລິດສິນຄ້າສໍາລັບສົ່ງອອກເພື່ອ ທົດແທນການນໍາເຂົ້າດ້ານດຽວ, ແຕ່ຫາກຍິ່ງໃຫ້ຄວາມສໍາຄັນທີ່ສຸດ ຕໍ່ແຜນພັດທະນາສີຂຽວຍືນຍົງຂອງ ລັດຖະບານໄປຄວບຄູ່ກັນ ໂດຍສະ ເພາະການຫັນພຶດຕິກໍາໃຫ້ຄົນພາຍ ໃນຊາດຫັນມາໃຊ້ລົດໄຟຟ້າຫລາຍ ຂຶ້ນ, ພັດທະນາພະລັງງານໃໝ່ທີ່ ເປັນມິດຕໍ່ສິ່ງແວດລ້ອມ, ສ້າງບຸກ ຄະລາກອນຢ່າງເປັນເຈົ້າການ, ຫັນ ປ່ຽນເປັນອຸດສາຫະກໍາທັນສະໄໝ ແລະ ຊອກຫາຊ່ອງທາງການລົງ ທຶນທີ່ມີຄຸນນະພາບເພີ່ມຂຶ້ນ. ນອກ ຈາກນັ້ນ, ລາວຍັງຄວນຮຽນຮູ້, ຖອດຖອນບົດຮຽນ ແລະ ປັບຕົວໃຫ້ ເຂົ້າກັບຍຸກສະໄໝຕາມການປ່ຽນ ແປງຂອງໂລກາພິວັດ ເພື່ອເຊື່ອມ ໂຍງການພັດທະນາຫລາກຫລາຍ ສີສັນກັບບັນດາປະເທດເພື່ອນມິດ ໃກ້ຄຽງ ແລະ ວົງຄະນະຍາດສາກົນ ຢ່າງຕໍ່ເນື່ອງ ເປັນຕົ້ນ ຕ້ອງຕິດຕາມ ແຜນພັດທະນາເສດຖະກິດ-ສັງຄົມ ໃໝ່,ທ່າອ່ຽງການປ່ຽນແປງດ້ານ ເສດຖະກິດ-ການເມືອງ, ການຫັນ ເປັນທັນສະໄໝດ້ານເຕັກໂນໂລຊີ ເອໄອ ແລະ ຄວາມໜ້າສົນໃຈອື່ນໆ ໃນຕ່າງປະເທດ ທີ່ມີຜົນຕໍ່ການພັດ ທະນາຮ່ວມກັນໂດຍຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຢ່າງຍືນຍົງ ໂດຍສະເພາະໃນສະພາບການຂອງ ໂລກທີ່ກຳລັງປ່ຽນແປງນີ້, ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) ຂອງຈີນ ໄດ້ເຜີຍແຜ່ອອກສູ່ສາຍຕາ ປະຊາຄົມໂລກ ແລະ ຈະກາຍເປັນ ທາງເລືອກໃໝ່ ທີ່ສໍາຄັນເພື່ອສະ ໜອງໂອກາດ ການພັດທະນາຮອບ ດ້ານ. ແຜນພັດທະນາດັ່ງກ່າວຂອງ ຈີນ ບໍ່ພຽງແຕ່ກໍານົດເປົ້າໝາຍ ດ້ານເສດຖະກິດ, ຍັງໄດ້ວາງແບບ “ການພັດທະນາທີ່ມີຄຸນນະພາບ ສູງ” ທີ່ສ້າງຂຶ້ນບົນພື້ນຖານ ການ ປະດິດສ້າງໃໝ່, ການພັດທະນາ ຕາມທິດສີຂຽວ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==