7159

gsfdko{dkora fmtok xtgmf]k; ( 24/11/2025 ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງ ນາແລ ແຂວງຫລວງນ້ໍາທາ ປາ ຖະກະຖາ ວັນສາກົນເພື່ອລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 65 ປີ (25 ພະຈິກ) ໃນວັນທີ 20 ພະຈິກ 2025 ໂດຍ ມີທ່ານ ນາງ ຄໍາພູ ນ້ອຍມະນີສັກ ຮັກສາການຮອງເຈົ້າເມືອງໆນາແລ ພ້ອມດ້ວຍພາກສ່ວນຕ່າງໆເປັນຕົ້ນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາແລ, ຫ້ອງການ, ສອງກອງບັນຊາການ, ອໍານວຍການໂຮງຮຽນ, ໂຮງໝໍ, g,n v'okc] xk4tdt4k;a olkdq o]b []h k' dko.-h 7;k,I5 ocI'8= j c,j py ' 7q [Iv[ 65 xu 7e,j ;o ot7vos];';P'9a o mu ,.f9t7v'c-a , [kog8t-kp ຂປລ. ການແຂ່ງຂັນກິລາ ບານເຕະຊາຍ ໃນງານມະຫະກໍາ ກິລາແຫ່ງຊາດ ຄັ້ງທີ XI I ຫລື ນະຄອນຫລວງວຽງຈັນເກມ ຮອບ ຊີງຊະນະເລີດ ໃນມື້ນີ້ ( ວັນທີ 24 ພະຈິກ 2025) ໂດຍການ ພົບກັນລະຫວ່າງ ທີມຈາກແຂວງ ຄໍາມ່ວນ ພົບກັບທີມ ນວ ເຈົ້າພາບ ຊຶ່ງຄູ່ນີ້ ຍັງເປັນຄຳຖາມໃຫ້ແຟນ ບານທັງຫລາຍໄດ້ລຸ້ນວ່າທີມໃດ ຈະຄອງຄວາມເປັນໜຶ່ງ ຫລື ຄອງ ແຊັມ ບານເຕະຊາຍ ໃນມະຫະກໍາ ກິລາແຫ່ງຊາດ ຄັ້ງທີ XII ຄັ້ງນີ້. ພາຍຫລັງການແຂ່ງຂັນໃນຮອບ 4 ທີມສຸດທ້າຍ, ຄູ່ທີ 1 ເປັນການ ພົບກັນລະຫວ່າງ ແຂວງຄໍາມ່ວນ ພົບກັບ ແຂວງອັດຕະປື, ໃນວັນທີ 22 ພະຈິກ 2025 ຢູ່ທີ່ສະໜາມ ກິລາແຫ່ງຊາດ ຫລັກ 16 ນະຄອນ ຫລວງວຽງຈັນ, ຜົນການແຂ່ງຂັນ ທີມນັກເຕະຈາກ ແຂວງຄໍາມ່ວນ ສາມາດເອົາຊະນະ ແຂວງອັດຕະປື 3-1 ປະຕູ ເຮັດໃຫ້ແຂວງຄໍາມ່ວນ ຜ່ານເຂົ້າໄປຊີງຊະນະເລີດ. ສ່ວນ ຄູ່ທີ 2 ເປັນການພົບກັນ ລະຫວ່າງ ອັນດັບທີ ປະຈຳວັນທິດ ທີ 23 ພະຈິກ 2025, ເວລາ19:00 ພາກສ່ວນ ລວມ ຄຳ ເງິນ ທອງ ພາກສ່ວນ ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສະຫງົບ ກະຊວງອຸດສາຫະກຳ ແລະ ການຄ້າ ແຂວງ ຄຳມ່ວນ ແຂວງ ສະຫວັນນະເຂດ ແຂວງ ຈຳປາສັກ ແຂວງ ສາລະວັນ ແຂວງ ເຊກອງ ແຂວງ ໄຊສົມບູນ ແຂວງ ຊຽງຂວາງ ແຂວງ ໄຊຍະບູລີ ແຂວງ ບໍລິຄຳໄຊ ແຂວງ ບໍ່ແກ້ວ ນະຄອນຫລວງວຽງຈັນ ແຂວງ ຜົ້ງສາລີ ແຂວງ ວຽງຈັນ ແຂວງ ອັດຕະປື ແຂວງ ອຸດົມໄຊ ແຂວງ ຫົວພັນ ແຂວງ ຫລວງນ້ຳທາ ແຂວງ ຫລວງພະບາງ 59 39 50 148 2 1 3 4 5 6 7 8 9 10 11 12 13 14 15 16 17 18 19 20 21 43 31 60 134 32 46 44 122 24 34 42 100 18 20 32 70 17 11 19 47 15 22 32 69 9 8 29 46 6 9 16 31 6 6 15 27 4 9 10 23 2 0 3 5 2 2 3 7 3 5 11 19 3 8 7 18 4 4 7 15 4 6 9 19 1 2 9 12 1 2 4 7 0 0 3 3 84 74 96 254 ລັດວິສາຫະກິດ, ນາຍບ້ານ 5 ບ້ານ ເທສະບານເມືອງ ແລະ ສະຫະພັນ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ. ໃນພິທີ, ທ່ານນາງ ຄໍາພູ ນ້ອຍ ມະນີສັກ ໄດ້ຍົກໃຫ້ເຫັນເຖິງປະຫວັດ ຄວາມເປັນມາ ຂອງວັນສາກົນເພື່ອ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ວັນທີ 25 ພະຈິກ 196025 ພະຈິກ 2025 ຄົບຮອບ 65 ປີ ໂດຍສະເພາະ ຄວາມໝາຍຄວາມ ສຳຄັນຫລາຍດ້ານ ທີ່ ສປປ ລາວ ແລະ ທົ່ວໂລກພ້ອມກັນລະນຶກເຖິງ ວັນສາກົນ ເພື່ອລຶບລ້າງການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງເປັນ ວັນທີ່ປະຊາຄົມໂລກສະແດງຄວາມ ໝາຍໝັ້ນຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ ແມ່ຍິງ ໄດ້ປະສົບກັບຄວາມຮຸນແຮງເພີ່ມ ຂຶ້ນເລື້ອຍໆໃນສະພາບແວດລ້ອມ ຕ່າງໆໃນສະຖານທີ່ເຮັດວຽກ ແລະ ຢູ່ໄກ ຊຶ່ງການໃຊ້ຄວາມຮຸນແຮງ ແມ່ນມີຫລາຍປັດໄຈສ່ຽງທີ່ຕິດ ພັນກັບບັນຫາເຊື້ອຊາດ, ຊົນເຜົ່າ, ສາສະໜາ, ຊົນຊັ້ນ, ອາຍຸ, ຄວາມ ພິການ ແລະ ຄວາມນິຍົມທາງ ເພດ ເປັນຕົ້ນ ການທຸບຕີ, ການ ກັກຂັງ, ການດູຖູກໝິ່ນປະໝາດ ກຽດສັກສີ, ການປ້ອຍດ່າ, ການ ເມີນເສີຍ, ການປ່ອຍປະລະເລີຍ, ການນອກໃຈ ແລະ ການທໍລະມານ ໃນຮູບການຕ່າງໆ. ນອກຈາກນີ້, ຍັງມີບັນຫາທາງດ້ານວັດທະນະ ທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ງົມງວາຍທີ່ຫລ້າຫລັງ ມາດຖານ ຂອງສັງຄົມທີ່ແຕກຕ່າງກັນຕໍ່ເພດ ຍິງ ແລະ ເພດຊາຍ, ຊ່ອງວ່າງ ທາງກົດໝາຍ, ສະພາບເສດຖະກິດ ແລະ ບັນຫາອື່ນໆ. ການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ຍັງສົ່ງຜົນສະທ້ອນ ທາງດ້ານເສດຖະກິດ-ສັງຄົມ ຢ່າງ ກວ້າງຂວາງ ຕໍ່ບຸກຄົນ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ທັງກີດຂວາງ ການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ດັ່ງນັ້ນ ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ສະເໜີ ແລະ ຮັບຮອງເອົາວັນທີ 25 ພະຈິກ ຂອງ ທຸກໆປີເປັນວັນສາກົນ ເພື່ອລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ການປາຖະກະຖາໃນຄັ້ງນີ້ ກໍ ເພື່ອເປັນການເຜີຍແຜ່ປູກຈິດສຳນຶກ ກ່ຽວກັບການຕ້ານ ແລະ ສະກັດ ກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ ດ້ວຍຫລາຍຮູບແບບຜ່ານສື່ ອອນລາຍ, ຝຶກອົບຮົມສໍາມະນາ ແລະ ແຈກຢາຍເອກະສານ ເພື່ອ ປ່ຽນແປງການປະພຶດ, ວັດທະນະ ທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ທັດສະນະຄະຕິ ທີ່ເປັນການ ໝິ່ນປະໝາດ, ຈໍາແນກແມ່ຍິງ ແລະ ເດັກຍິງ ໂດຍສະເພາະ ໃຫ້ແມ່ຍິງຮູ້ ສິດທິຂອງຕົນເອງ ລວມທັງການ ມີສ່ວນຮ່ວມຂອງທ່ານຊາຍ ໃນ ການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ພ້ອມທັງ ສົ່ງເສີມໃຫ້ແມ່ຍິງມີຄວາມກ້າວໜ້າ ມີສິດເທົ່າທຽມກັບເພດຊາຍໃນທຸກ ບົດບາດຢູ່ໃນສັງຄົມ. ຂ່າວ: ພອນທິບ ພິລາວັນ ນະຄອນຫລວງວຽງຈັນ ກັບ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຊຶ່ງຜົນການແຂ່ງຂັນ ນະຄອນຫວງວຽງຈັນ ສາມາດເອົາ ຊະນະ ກະຊວງ ປກສ 2-0 ປະຕູ, ສົ່ງຜົນໃຫ້ ແຂວງຄໍາມ່ວນ ພົບກັບ ເຈົ້າພາບ ນະຄອນຫລວງວຽງຈັນ ໃນນັດຊີງຊະນະເລີດ ໃນວັນທີ 24 ພະຈິກ 2025 (ມື້ນີ້) ທີ່ສະໝາມ ກິລາແຫ່ງຊາດ ຫລັກ 16 ເລີ່ມແຕ່ ເວລາ 18:30 ໂມງເປັນຕົ້ນໄປ, ຂໍ ເຊີນຊວນບັນດາແຟນບານເຂົ້າໄປ ຮ່ວມຊົມ ຮ່ວມເຊຍ ເພື່ອໃຫ້ກຳລັງ ໃຈແກ່ທີມນັກກິລາບານເຕະພ້ອມ ລຸ້ນໄປພ້ອມໆກັນວ່າ ທີມໃດຈະໄດ້ ເປັນແຊັມກິລາບານເຕະຊາຍ ໃນ ງານມະຫະກຳກິລາແຫ່ງຊາດ ຄັ້ງ ທີ XII ຫລື ນະຄອນຫລວງວຽງຈັນ ເກມໃນຄັ້ງນີ້. 9exkla d 9a fltcf'dh vode]a 'dP,ltcf' .ory mu xy f'ko,tstdedy ]kcsj '-kf 7A 'mu 12 grn j vIa [m5 'w-gxa og9Q krk[7A '8= j wx ຂປລ . ທ້າຍອາທິດມານີ້, ຄະນະນໍາຂອງແຂວງຈຳປາສັກ ແລະ ມວນຊົນ ໄດ້ເຂົ້າຮ່ວມຊົມ ການສະແດງກ້ອນກຳລັງທີ່ຈະ ມາສະແດງໃນພິທີປິດງານມະຫະ ກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫລວງວຽງຈັນ ເພື່ອຮັບ ເອົາທຸງໄຊເປັນເຈົ້າພາບຈັດງານ ມະຫະກຳກິລາແຫ່ງຊາດ ຄັ້ງ ທີ 13 ໃນປີ 2028 ທີ່ສະໜາມ ກິລາແຂວງ (ຫລັກ 2) ນະຄອນ ປາກເຊ ໂດຍແມ່ນພະແນກສຶກ ສາທິການ ແລະ ກິລາແຂວງ - ຄະນະກຳມະການກອງເລຂາ ຮ່ວມກັບພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈັດຂຶ້ນ. ການຝຶກຊ້ອມຂອງກ້ອນກໍາ ລັງ ແມ່ນເລີ່ມແຕ່ວັນທີ 15 ພະຈິກ 2025 ເປັນຕົ້ນມາ, ເນື້ອໃນການ ສະແດງແມ່ນເນັ້ນໃສ່ຍິນດີຕ້ອນ ຮັບສູ່ແຂວງຈໍາປາສັກ, ບັນດາ ບົດຟ້ອນ, ບົດເພງ, ສັດນໍາໂຊກ ແລະ ຄໍາຂວັນ ລ້ວນແຕ່ໄດ້ຈັດການ ປະກວດແຂ່ງຂັນ ແລະ ຮັບຮອງ ເອົາຜູ້ຊະນະເລີດ ເພື່ອເປັນຕົວແທນ ສະແດງອອກຢູ່ໃນບົດສະແດງລວມ ມີ 4 ຕອນຄື: ຕອນທີ 1 ສະເໜີ ເປັນຈັງຫວະລໍາສີພັນດອນ ເຊີນ ທ່ຽວຈໍາປາສັກ ເຊີນຊວນແຂກ ໃກ້ - ໄກ ເຂົ້າມາຊົມມົນສະເໜ່ ທໍາມະຊາດລາວໃຕ້ທີ່ມີສະຖານທີ່ ທ່ອງທ່ຽວສວຍສົດງົດງາມຫລາຍ ແຫ່ງ ແລະ ທ່ຽວຊົມວັດທະນະທໍາ ຮີດຄອງປະເພນີອັນດີງາມ ຂອງ ຊາວແຂວງຈໍາປາສັກ. ນອກນັ້ນ, ຍັງໄດ້ເວົ້າເຖິງຄວາມອຸດົມສົມບູນ ທາງດ້ານເຂົ້າປາອາຫານ, ພືດພັນ ທັນຍາຫານ ແລະ ໝາກໄມ້ນາໆ ຊະນິດ ພ້ອມທັງຮັບຊົມສິລະປະ ວັນນະຄະດີທີ່ເປັນເອກະລັກສະເພາະ ຂອງພີ່ນ້ອງລາວ-ຊາວໃຕ້ ແລະ ຈະໄດ້ທ່ຽວຊົມ ສີມືຫັດຖະກຳທີ່ ສືບສານມາແຕ່ສະໄໝບູຮານ. ຕອນທີ 2 ສະເໜີບົດເພງ ຈໍາ ປາສັກກ້າວໄກບັນລະຍາຍເຖິງ ຄໍາຂວັນຂອງແຂວງຈໍາປາສັກ, ເອກະລັກວັດພູ, ກຸຫລາບປາກ ເຊ, ກາເຟປາກຊ່ອງນໍ້າຂອງ ໂຕນຄອນສີພັນດອນລືນາມງາມ ນໍ້າໃຈຊາວຈໍາປາລືຊາກ້ອງໄກ ກອງໄຊຈັກກະພັດ ພັກ - ລັດ ນໍາພາ- ປວງປະຊາ ຢູ່ດີກິນດີ. ຕອນທີ3 ສະເໜີເປັນດົນຕີນົກສິດາ ເປັນຕົວລະຄອນເອກໃນວັນນະຄະດີ ພື້ນເມືອງລາວ, ເປັນຕໍານານທີ່ເລົ່າ ຂານສືບຕໍ່ກັນມາ, ນົກສິດາຕິດພັນ ກັບ ການດຳລົງຊີວິດຂອງປະຊາຊົນ ຊາວແຂວງຈໍາປາສັກ ມາເປັນເວລາ ຍາວນານ ໂດຍສະເພາະໃນເຂດ ຄອນພະເພັງ, ຫລີ່ຜີ ເປັນນົກທີ່ມີ ສີສັນສວຍງາມ ແລະ ເປັນສິລິມຸງຄຸນ ໃຫ້ແກ່ຜູ້ພົບເຫັນ ໃນເວລາໄປທຳ ມາຫາກິນ ແລະ ເປັນສັດນໍາໂຊກ. ຕອນທີ 4 ສະເໜີກອນເຊີນຊວນ ຮ່ວມນໍ້າໃຈ ເນື້ອໃນເວົ້າເຖິງ: ເຊີນ ຊວນປວງຊົນລາວຊາວແຂວງຈໍາ ປາສັກ ຮ່ວມແຮງຮ່ວມໃຈສ້າງສາ ພັດທະນາຕາມວິຖີຊີວິດ ແລະ ການ ທຳມາຫາກິນອັນອຸດົມສົມບູນ ໄປ ຕາມລະດູການ ແລະ ທ່າແຮງທີ່ ບົ່ມຊ້ອນ ໄປດ້ວຍພູມປັນຍາຂອງ ແຕ່ລະເຂດເພດໄວຊາວ ແຂວງ ຈໍາປາສັກ ເພື່ອພ້ອມກັນສ້າງສາ ພັດທະນາເສດຖະກິດ, ຊີວິດການ ເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==