7159

24/11/2025 xtgmf]k; 4 gsfdko c]t dkora fmtok ສະຫລອງຄົບຮອບ... ຕໍ່ຈາກໜ້າ gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ພິທີຕ້ອນຮັບ... ຕໍ່ຈາກໜ້າ ]k;{lt3]g;ou ]q 'ok,gvdtlkoIj ;,,n lv'/j kp ປະເທດ ໂດຍການສະໜັບສະໜູນ ຈາກລັດຖະບານສະວິດ. ປື້ມຄູ່ມື ດັ່ງກ່າວ, ເປັນບ່ອນອີງທີ່ທັນກັບ ສະພາບການ ແລະ ມີປະໂຫຍດສຳ ລັບທຸກປະເທດສະມາຊິກ ອົງການ ສປຊ ໂດຍສະເພາະສຳລັບບັນດາ ປະເທດກໍາລັງພັດທະນາ ຄື ສປປ ລາວ ທີ່ຮ່ວມມືຢ່າງໃກ້ຊິດກັບ ອົງການ ສປຊ ກໍຄື ບັນດາອົງການ ເຄືອຂ່າຍ. ຄູ່ມືສະບັບນີ້, ຈະບໍ່ເປັນ ພຽງຂໍ້ມູນຂ່າວສານທົ່ວໄປ, ແຕ່ ເປັນເຄື່ອງມືເພື່ອສ້າງຄວາມເຂັ້ມ ແຂງ, ເຮັດໃຫ້ລະບົບ ອົງການ ສປຊ ມີຄວາມຊັດເຈນ ແລະ ເຂົ້າ ໃຈງ່າຍຂຶ້ນ, ເຮັດໃຫ້ວຽກງານຂອງ ອົງການ ມີຄວາມໂປ່ງໃສ ແລະ ເຂົ້າ ເຖິງໄດ້ງ່າຍ, ຊ່ວຍໃຫ້ບັນດາຂະ ແໜງການ, ຜູ້ຈັດຕັ້ງປະຕິບັດວຽກ ງານການພັດທະນາ ແລະ ບັນດາ ຊ່ຽວຊານ-ວິຊາການ ມີຄວາມເຂົ້າ ໃຈທີ່ເລິກເຊິ່ງຂຶ້ນໃນການຮ່ວມມື ກັບອົງການຕ່າງໆຂອງອົງການສະ ຫະປະຊາຊາດ ຢ່າງມີຍຸດທະສາດ, ສາມາດເຊື່ອມສານໃຫ້ກົມກຽວກັບ ບຸລິມະສິດແຫ່ງຊາດ ດັ່ງທີ່ໄດ້ກໍາ ນົດໄວ້ໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໃຫ້ສອດຄ່ອງຢ່າງມີປະສິດທິພາບ ກັບບັນດາໂຄງການຮ່ວມມືເພື່ອ ການພັດທະນາແບບຍືນຍົງຂອງອົງ ການ ສປຊ ກໍຄື ຮັບປະກັນໃຫ້ທຸກໆ ທຶນຮອນ-ການຊ່ວຍເຫລືອ ທີ່ຖືກ ໝູນໃຊ້ນັ້ນສ້າງຜົນປະໂຫຍດສູງ ສຸດ ໃຫ້ແກ່ປະຊາຊົນລາວ. ໃນໂອກາດດຽວກັນ, ຍັງໄດ້ມີ ການເປີດນຳໃຊ້ ສະແຕັມທີ່ລະນຶກ 70 ປີ ຢ່າງເປັນທາງການ ຊຶ່ງເປັນ ໜຶ່ງໃນກິດຈະກຳເພື່ອສະເຫລີມສະ ຫລອງ ການຮ່ວມມືອັນຍາວນານ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນໄລຍະ 7 ທົດສະວັດ ຜ່ານມາ. ການຮ່ວມມືດັ່ງກ່າວ, ບໍ່ ພຽງແຕ່ເປັນການປະກອບສ່ວນ ດ້ານນະໂຍບາຍ ແລະ ທຶນຮອນ ເທົ່ານັ້ນ, ແຕ່ເປັນການປະກອບ ສ່ວນສຳຄັນ ເຂົ້າໃນການຍົກລະ ດັບຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ ປະຊາຊົນລາວ ຢ່າງແທ້ຈິງ ແລະ ຊ່ວຍສ້າງສັງຄົມໃຫ້ມີຄວາມເຂັ້ມ ແຂງ ແລະ ສາມາດຮັບມືກັບການ ປ່ຽນແປງທີ່ເກີດຂຶ້ນໃນປັດຈຸບັນ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫລຸດພົ້ນອອກ ຈາກ ສະຖານະພາບດ້ອຍພັດທະນາ ແລະ ຫັນປ່ຽນຕົນເອງຈາກປະເທດ ທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ ປະເທດເຊື່ອມຈອດພາກພື້ນ ແລະ ໄດ້ຢ່າງມີປະສິດພາບ ແລະ ປະສິດ ທິຜົນໃນຕໍ່ໜ້າ. ມະຕິ 7 ສະບັບ ທີ່ສະພາແຫ່ງ ຊາດຮັບຮອງຄັ້ງນີ້ ປະກອບມີ: ມະ ຕິສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ດ້ານ ເສດຖະກິດ-ການເງິນໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ ໜ້າ; ມະຕິສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ໃນໄລຍະ 5 ປີ(20212025) ແລະ ທິດທາງຕໍ່ໜ້າ; ມະ ຂປລ. ພິທີແຫ່ໃບຢັ້ງຢືນຮັບຮອງ ເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະ ຊາດ ຈັດຂຶ້ນໃນຕອນບ່າຍວັນທີ 22 ພະຈິກ 2025 ຢູ່ນະຄອນຫລວງ ວຽງຈັນຊຶ່ງເລີ່ມແຕ່ຈຸດສະໜາມບິນ ສາກົນວັດໄຕຫາສວນປະຕູໄຊໂດຍ ມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ, ທ່ານ ຈັນທະເນດ ບົວລະພາຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ມີ ບັນດາຜູ້ຕາງໜ້າຈາກກະຊວງທີ່ ກ່ຽວຂ້ອງ, ແຂວງ, ຕາງໜ້າຈາກ ອົງການຈັດຕັ້ງສາກົນ, ພ້ອມດ້ວຍ ມວນຊົນໃນນະຄອນຫລວງວຽງ ຈັນ ແລະ ນັກສິລະປະ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ. ທ່ານ ວັນໄຊ ພອງສະຫວັນ ໄດ້ ມີຄໍາເຫັນວ່າ: ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຖືກຮັບຮອງເປັນມໍ ລະ ດົກໂລກທາງທໍາມະຊາດແຫລ່ງ ທໍາອິດ ຂອງ ສປປ ລາວ ຢ່າງເປັນ ທາງການ ໃນກອງປະຊຸມຄະນະ ກໍາມະການມໍລະດົກໂລກ ຄັ້ງທີ 47 ທີ່ປາຣີ, ປະເທດຝຣັ່ງ ທີ່ໄດ້ຮັບການ ຮັບຮອງເອົາ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງ ສປປ ລາວ ເປັນພື້ນທີ່ມໍລະດົກໂລກ ແບບຮ່ວມ ຊາຍແດນກັບອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍລະດົກໂລກ ທາງທຳມະຊາດ ແຂວງກວາງຈິ ຂອງ ສສ ຫວຽດນາມ. ການຂຶ້ນທະບຽນ ເປັນມໍລະດົກ ໂລກໃນຄັ້ງນີ້, ເກີດຈາກການຮັບ ຮອງຄຸນຄ່າທີ່ໂດດເດັ່ນລະດັບຈັກ ກະວານ ຂອງຫີນໜາມໜໍ່ ຊຶ່ງໄດ້ ແກ່ພູມສັນຖານພູຫີນປູນທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນອາຊີຕາ ເວັນອອກສ່ຽງໃຕ້; ຖໍ້າມະຫັດສະ ຈັນ “ຖໍ້ານໍ້າລອດເຊບັ້ງໄຟ”, ເປັນ ແຫລ່ງທີ່ຢູ່ອາໄສອັນສຳຄັນຂອງ ສັດທີ່ຫາຍາກ ແລະ ໃນບັນຊີໃກ້ ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນ ໃຕ້. ຂ່າວ-ພາບ: ຂັນໄຊ ສາກົນ. ການລົງຢ້ຽມຢາມຫ້ອງການ ສປຊ ຄັ້ງນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ໃຫ້ກຽດຢ້ຽມຊົມການ ວາງສະແດງຜົນງານ: “70 ປີ ແຫ່ງການຮ່ວມມື” ຈັດໂດຍອົງ ການເຄືອຂ່າຍ ສປຊ ເປັນຕົ້ນ ໂຄງ ການຮ່ວມມືດ້ານສຸຂະພາບຈະເລີນ ພັນ, ແມ່, ເດັກອ່ອນ, ເດັກ ແລະ ເຍົາວະຊົນ (ອົງການ 6/'PA, 8H0, 6/ICE'), ຜົນງານ ແກະ ສະຫລັກ ລະເບີດ (ນຳສະເໜີ ໂດຍ ນັກກວດກູ້ໄວໜຸ່ມເພດຍິງ), ການຮັບມື ແລະ ຕອບໂຕ້ຕໍ່ໄພພິບັດ (ອົງການ I0M), ໂຄງການກາເຟ ວັນໃໝ່ (ອົງການ 6/0DC) ແລະໂຄງການລະບົບອາຫານ ແລະ ໂພຊະນາການ (ອົງການ 8'P, 'A0, I'AD). ຂ່າວ: ກິດຕາ; ພາບ: ໜັງສືພິມວຽງຈັນໃໝ່ ສະພາແຫ່ງຊາດ... ຕໍ່ຈາກໜ້າ ຕິສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ(2021-2025), ປະຈໍາປີ 2025, ບົດລາຍງານຜົນ ການກວດກາຕາມຜົນການກວດ ສອບ ປີ 2023 ຂອງອົງການ ກວດກາແຫ່ງລັດ; ມະຕິສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດ ສອບ ບົດສະຫລຸບຂາດຕົວການ ຈັດຕັ້ງປະຕິບັດ ແຜນງົບປະມານ ແຫ່ງລັດ ປະຈຳປີ 2024 ຂອງ ອົງການກວດສອບແຫ່ງລັດ; ມະຕິ ສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາ ບົດລາຍງານການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງ ແຜນການ ປະຈຳປີ 2026 ຂອງ ສານປະຊາຊົນສູງສຸດ; ມະຕິສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິ ບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ອົງການໄອຍະ ການປະຊາຊົນສູງສຸດ; ມະຕິສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາ ບົດລາຍງານການຈັດຕັ້ງປະຕິ ບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ຂອງສະພາແຫ່ງຊາດ ຊຸດ ທີ IX ແລະ ແຜນການເຄື່ອນໄຫວ ວຽກງານ ຮອດກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍ ງານຂອງລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈຳປີ 2025; ແຜນງົບປະມານ ແຫ່ງລັດ 5 ປີ ປະຈຳປີ (20212025), ປະຈຳປີ 2025, ແຜນ ເງິນຕາປະຈຳປີ 2025 ແລະ ທິດ ທາງແຜນການປະຈຳປີ 2026, ບົດ ລາຍງານດັດແກ້ງົບປະມານແຫ່ງ ລັດ ລາຍຮັບ-ລາຍຈ່າຍ ວິຊາການ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນ ເກີນແຜນປີ 2024 ຕື່ມອີກ. ຂ່າວ: ກິດຕາ; ພາບ: ເກດສະໜາ ຂປລ ໃນວັນທີ21ພະຈິກ2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບ ທ່ານ ນາງ ທານຈາ ຟາໂຈນ (5BnKB 'A+0/) ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ ສະໂລເວນີ ໃນໂອກາດເຂົ້າຮ່ວມກອງປະຊຸມ ອີຢູ ອິນໂດ-ປາຊີຟິກ ທີ່ ບຣຸກແຊນ. ໂອກາດນີ້, ສອງຝ່າຍ ໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມືຂອງ ສອງປະເທດ ຕະຫລອດໄລຍະຜ່ານ ມາ ນັບຕັ້ງແຕ່ສອງປະເທດລາວ ແລະ ສະໂລເວນີ ໄດ້ສ້າງຕັ້ງສາຍ ພົົວພັນການທູດນໍາກັນເກືອບ 30 ປີ; ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວ ກັບທິດທາງການເສີມຂະຫຍາຍ ການຮ່ວມມືນຳກັນໃນຕໍ່ໜ້າ ໃນຂົງ ເຂດທີ່ທັງສອງຝ່າຍມີທ່າແຮງ, ລວມທັງສະເໜີສືບຕໍ່ການສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນຂອບ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.ພ້ອມນັ້ນ, ສອງຝ່າຍ ຍັງ ໄດ້ແລກປ່ຽນທັດສະນະກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ. ພິເສດໃນໂອກາດດັ່ງກ່າວ, ສອງລັດຖະມົນຕີ ໄດ້ລົງນາມບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືທາງດ້ານການ ເມືອງ ລະຫວ່າງ ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ ສະໂລ ເວນີ, ຊຶ່ງເອກະສານດັ່ງກ່າວ, ຈະ ເປັນພື້ນຖານທີ່ສຳຄັນເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມືລະຫວ່າງ ສອງປະເທດ ໂດຍສະເພາະ ແມ່ນ ລະຫວ່າງ ສອງກະຊວງການຕ່າງ ປະເທດ ລາວ ແລະ ສະໂລເວນີ ເພື່ອເສີມຂະຫຍາຍການຮ່ວມມື ສອງຝ່າຍໃຫ້ມີບາດກ້າວໃໝ່ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງຊາດໃນອະນາຄົດ. ຂປລ. ພິທີເປີດງານຕະຫລາດນັດ ເຊື່ອມຈອດ ການພົວພັນການຄ້າ ແລະ ເຜີຍແຜ່ການໂຄສະນາຜະລິດຕະພັນ ຂອງວິສາຫະກິດ ລາວ-ຫວຽດນາມ ປີ 2025 ຈັດຂຶ້ນໃນວັນທີ 20 ພະຈິກ 2025ທີ່ສູນການຄ້າລາວ-ໄອເຕັກ(ຕຶກ ເກົ່າ) ນະຄອນຫລວງວຽງຈັນ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ສະຫາຍ ພົນໂທ ຫງວຽນ ເຈືອງ ຖັ້ງ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສສ ຫວຽດນາມ. ພາຍ ໃນງານໄດ້ຮວບຮວມເອົາບັນດາຜະ ລິດຕະພັນອຸປະໂພກ ແລະ ບໍລິໂພກ ຂອງສອງກອງທັບລາວ-ຫວຽດນາມ, ຜະລິດຕະພັນຈາກຜູ້ປະກອບການທັງ ລາວ-ຫວຽດ ມາຮ່ວມວາງສະແດງ ແລະ ຈຳໜ່າຍ. ສະຫາຍ ພົນໂທ ວົງສອນ ອິນປານ ພິມ ໄດ້ກ່າວວ່າ: ງານຕະຫລາດນັດ ເຊື່ອມຈອດການພົວພັນການຄ້າ ແລະ ເຜີຍແຜ່ໂຄສະນາຜະລິດຕະພັນວິສາ ຫະກິດ ລາວ-ຫວຽດນາມ 2025 ຄັ້ງ ນີ້, ຈັດຂຶ້ນເພື່ອສະເຫລີມສະຫລອງວັນ ສຳຄັນຕ່າງໆຂອງສອງຊາດ ເປັນຕົ້ນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ພ້ອມນີ້, ຍັງເປັນການຊຸກຍູ້ ການພົວພັນພົບປະແລກປ່ຽນການ ຮ່ວມມືດ້ານເສດຖະກິດ, ດ້ານວັດທະ ນະທຳ-ສັງຄົມ ໃຫ້ແກ່ສອງຊາດ ລາວຫວຽດນາມ, ທັງເປັນການເປີດໂອ ກາດໃຫ້ແກ່ບັນດາບໍລິສັດ, ລັດວິສາຫະ ກິດຂອງລາວ ໂດຍສະເພາະ ວິສາຫະ ກິດຂອງກອງທັບປະຊາຊົນລາວ ໄດ້ ມີໂອກາດພົບປະແລກປ່ຽນບົດຮຽນ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດ, ເປີດກວ້າງການພົວພັນການຄ້າກັບ ວິສາຫະກິດຫວຽດນາມ, ວິສາຫະກິດ ກອງທັບປະຊາຊົນຫວຽດນາມ ເພື່ອ ນໍາມາພັດທະນາ ແລະ ຮັບໃຊ້ຄວາມ ຮຽກຮ້ອງຕ້ອງການໃຫ້ແກ່ປະຊາຊົນ ສອງຊາດ ແລະ ຮັບໃຊ້ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບຂອງ ສອງປະເທດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນ, ສະຫາຍ ພົນໂທ ຫງວຽນ ເຈືອງ ຖັ້ງ ກໍໄດ້ມີຄໍາເຫັນວ່າ: ງານໃນຄັ້ງນີ້, ແມ່ນໜຶ່ງການເຄື່ອນ ໄຫວທາງການເມືອງ-ສັງຄົມ ເພື່ອຂ່ຳ ນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ທັງເປັນການ ເປີດໂອກາດ ໃຫ້ວິສາຫະກິດຫວຽດ ນາມ ກໍຄື ວິສາຫະກິດກອງທັບປະຊາ ຊົນຫວຽດນາມ ໃນການສ້າງໂອກາດ ພົບປະແລກປ່ຽນຊອກຫາຄູ່ຮ່ວມມືທີ່ ມີຄວາມສາມາດ, ເປີດກວ້າງການ ພົວພັນການຄ້າກັບວິສາຫະກິດລາວ, ວິສາຫະກິດກອງທັບປະຊາຊົນລາວ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການໃຫ້ ແກ່ປະຊາຊົນສອງຊາດ ແລະ ພາກພື້ນ ອາຊຽນ, ໂດຍການຊ່ວຍເຫລືອຈາກ ບັນດາອົງການ, ກະຊວງ, ຂະແໜງ ການ, ທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນກະຊວງປ້ອງກັນປະເທດ ລາວແລະ ອົງຄະນະພັກ, ອຳນາດການ ປົກຄອງ, ປະຊາຊົນນະຄອນຫລວງ ວຽງຈັນ ແລະ ເຊື່ອໝັ້ນວ່າ: “ງານ ວາງສະແດງເຊື່ອມໂຍງການຄ້າ ແລະ ໂຄສະນາສິນຄ້າວິສາຫະກິດ ຫວຽດ ນາມ-ລາວ ປີ 2025” ຈະສ້າງສິ່ງອຳ ນວຍຄວາມສະດວກໃຫ້ແກ່ການຊຸກຍູ້ ບັນດາກິດຈະກຳພົບປະແລກປ່ຽນ ມິດຕະພາບ, ຮ່ວມມືຮອບດ້ານ ຫວຽດ ນາມ-ລາວ, ປັບປຸງ-ເພີ່ມທະວີຄູ່ຮ່ວມ ທີ່ເປັນມູນເຊື້ອນັບມື້ນັບແໜ້ນແຟ້ນ, ເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ທາງປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີອັນ ຊື່ສັດບໍລິສຸດ ລະຫວ່າງ ຫວຽດນາມລາວ. ຂ່າວ: ກິດຕາ; ພາບ: ຂັນໄຊ gxu f8ts]kfoa f g-nj v,9vfdkorq ;ra odko7h k 37ltokzt]y f8tra o;y lkstdy f ]k;{s;Pfok,

RkJQdWJsaXNoZXIy MTc3MTYxMQ==