7159

.8h dko-U oe0v'ra d ]a f;y lkstdy f]k;{gvg-p 3m]t7q , fegou om5 ]tdy fxtlq [zq oleg]a fs]kpfh ko 24/11/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ຕະຫລອດ 50 ປີ ແຫ່ງການປະຕິບັດສອງໜ້າທີ່ ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພັກໄດ້ນໍາ ພາປະເທດຊາດຮັບປະກັນ ແລະ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຢ່າງໜັກແໜ້ນ, ມີຄວມ ເປັນເອກະລາດ, ອໍານາດອະທິໄຕ ແລະ ມີຜືນແຜ່ນດິນອັນຄົບຖ້ວນ ເຊິ່ງໝາກຜົນຂອງການປະຕິວັດ ແລະ ບົດບາດການນໍາພາຂອງພັກ ນັບມື້ນັບໜັກແໜ້ນ, ເຂັ້ມແຂງ. ໃນ ©ດຍ ບÆ ກໄຊ ນັ້ນ, ແນວທາງ ແລະ ໜ້າທີ່ ປກຊປກສ ທົ່ວປວງຊົນຮອບດ້ານ ກໍໄດ້ ຮັບການຈັດຕັ້ງປະຕິບັດຕິດພັນກັບ ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຂົງເຂດເສດຖະກິດ-ສັງຄົມ ໄດ້ຮັບ ການພັດທະນາເຮັດໃຫ້ເສດຖະກິດ ເຕີບໂຕ ແລະ ມີທ່າຂະຫຍາຍຕົວ ດີຂຶ້ນຢ່າງຕໍ່ເນື່ອງ, ຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການ ປັບປຸງ ແລະ ຍົກລະດັບດີຂຶ້ນເປັນ ກ້າວໆມາ. ສະຫາຍ ພັນເອກ ຄິດສະຫງວນ ທິບພະວົງ ຮອງອໍານວຍການລັດ ວິສາຫະກິດ ລາວ-ເອເຊຍ ໂທລະຄົມ ໄດ້ໃຫ້ຮູ້ວ່າ: ສໍາລັບລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ພາຍໃຕ້ ການນຳພາ-ຊີ້ນຳຂອງພັກ-ລັດ ໂດຍສະເພາະກະຊວງປ້ອງກັນປະ ເທດໃນການດໍາເນີນທຸລະກິດໂທ ລະຄົມມະນາຄົມເປັນສ່ວນສໍາຄັນ ໜຶ່ງແກ່ການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນໃຫ້ແກ່ວຽກ ງານ ປກຊ-ປກສ ໃນໄລຍະຜ່ານ ມາ, ເຫັນວ່າປະສົບຜົນສໍາເລັດ ແລະ ສ້າງລາຍຮັບໃນລະດັບອັນແນ່ນອນ ຫລາຍສົມຄວນ. ປັດຈຸບັນ, ລັດວິສາ ຫະກິດ ລາວ-ເອເຊຍ ໂທລະຄົມ ໄດ້ ຮັບຄວາມໄວ້ວາງໃຈຈາກ ພັກ-ລັດ, ຕາງໜ້າລັດຖະບານເຂົ້າໄປຖືຮຸ້ນ ຢູ່ບໍລິສັດຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດ, ໃນການເຂົ້າຮ່ວມ ພັດທະນາທ່າທຽບເຮືອຫວຸ່ງອ່າງ ຢູ່ ແຂວງຮ່າຕິ່ງ ສສ ຫວຽດນາມ, ໃນ ທ້າຍປີ 2025 ນີ້, ລັດວິສາຫະກິດ ຂອງພວກເຮົາຈະຕາງໜ້າໃຫ້ລັດ ຖະບານ ສປປ ລາວ ຖືກຮຸ້ນໃຫຍ່ 60%. ນອກຈາກນີ້, ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ກໍໄດ້ຄົ້ນ ຄວ້າດໍາເນີນທຸລະກິດຂົງເຂດບໍລິ ການຄົບວົງຈອນ ຕາມທິດຊີ້ນໍາ ຂອງກະຊວງປ້ອງກັນປະເທດ ເພື່ອ ຊອກທ່າແຮງແຫລ່ງລາຍຮັບອື່ນ ເພື່ອສ້າງຄວາມເຂັ້ມແຂງ, ເພິ່ງ ຕົນເອງເປັນເຈົ້າຕົນເອງ, ເປັນຕົ້ນ ການດໍາເນີນທຸລະກິດ, ໂຮງແຮມ, ຣີ ສອດ, ສະໜາມກÏ ອຟ, ຮ້ານອາຫານ ແລະ ຂົງເຂດອື່ນໆ. ໃນຕໍ່ໜ້າລັດວິສາຫະກິດ ລາວເອເຊຍ ໂທລະຄົມ ຈະໄດ້ສຸມໃສ່ ທຸກກໍາລັງແຮງບົ່ມຊ້ອນໃນການ ຜັນຂະຫຍາຍຕາມເນື້ອໃນຈິດໃຈ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ; ຈະສຶກສາຄວາມເປັນໄປ ໄດ້ທີ່ຈະມີການຮ່ວມມືລະຫວ່າງ ຫົວໜ່ວຍລັດວິສາຫະກິດທີ່ຂຶ້ນກັບ ກອງທັບ ແລະ ບັນດາລັດວິສາ ຫະກິດຂອງບັນດາປະເທດເພື່ອນ ມິດຍຸດທະສາດ, ໃນການຄົ້ນຄວ້າ ຄວາມເປັນໄປໄດ້ໃນການຮ່ວມມືກັນ ໃນການສ້າງເຂດໂລຈິສຕິກ, ການ ຂົນສົ່ງ ແລະ ຂົງເຂດອື່ນໆ ຕາມທິດ ຊີ້ນໍາຂອງກະຊວງປ້ອງກັນປະເທດ. ໃນໂອກາດວັນປະຫວັດສາດ ສໍາຄັນຕ່າງໆ ປີ 2025, ໂດຍສະ ເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ຄິດສະຫງວນ ທິບພະວົງ ໄດ້ຕາງໜ້າໃຫ້ຄະນະ ອໍານວຍການລັດວິສາຫະກິດ ລາວເອເຊຍ ໂທລະຄົມ, ພະນັກງານ ຫລັກແຫລ່ງ ແລະ ບຸກຄະລາກອນ ສະແດງຄວາມຮູ້ບຸນຄຸນມາຍັງ ການນໍາພັກ-ລັດ, ການນໍາກະຊວງ ປ້ອງກັນປະເທດ, ທີ່ໄດ້ຊີ້ນໍາ-ນໍາ ພາລັດວິສາຫະກິດລາວ-ເອເຊຍ ໂທລະຄົມ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ, ອວຍພອນໄຊອັນ ປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບຳ ນານ, ຕະຫລອດເຖິງປະຊາຊົນ ບັນດາເຜົ່າໃນທົ່ວປະເທດ, ນາຍ zq oleg]a fdv'xt-5 ,ltw\lk,a o gmnj vmu 10 0v'ltrkcsj '-kf -5 fmu IX ຂປລ. ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຄະນະປະຈໍາສະພາ ແຫ່ງຊາດ, ເລຂາທິການສະພາ ແຫ່ງຊາດ ໄດ້ຖະແຫລງຂ່າວຜົນ ສໍາເລັດການດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ IX ຊຶ່ງ ໄດ້ດຳເນີນຂື້ນນັບແຕ່ວັນທີ 1021 ພະຈິກ 2025 ພາຍໃຕ້ການ ນໍາພາຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ພ້ອມດ້ວຍບັນດາທ່ານຮອງ ປະທານສະພາແຫ່ງຊາດ ແລະ ການສຸມເຫື່ອແຮງສະຕິປັນຍາ ຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດ; ຄວາມຮັບຜິດຊອບຂອງ ລັດຖະບານ, ອົງການຈັດຕັ້ງພັກລັດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກ ພາກສ່ວນທີ່ກ່ຽວຂ້ອງຕາມພາລະ ບົດບາດຢ່າງຕັ້ງໜ້າເຮັດໃຫ້ການ ພິຈາລະນາ ແລະ ຮັບຮອງເອົາບັນ ຫາສຳຄັນພື້ນຖານຂອງຊາດ ທີ່ ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍໄດ້ຮັບຜົນສຳເລັດຕາມ ຄາດໝາຍທີ່ວາງໄວ້. ຜົນສໍາເລັດຂອງການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ ©ດຍ ກÆ ດຕາ ພາບ ຂັນໄຊ ແລະ ພົນທະຫານໃນທົ່ວກອງທັບ, ຈົ່ງມີສຸຂະພາບແຂງແຮງ ພ້ອມກັນ ສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ. IX ໄດ້ພິຈາລະນາບັນຫາສຳຄັນ ພື້ນຖານຂອງປະເທດຊາດ ທັງໝົດ 14 ເນື້ອໃນ ຊຶ່ງໄດ້ຮັບຮອງອອກ ເປັນມະຕິກອງປະຊຸມສະພາແຫ່ງ ຊາດ 8 ສະບັບຄື: 1. ມະຕິສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານການຈັດຕັັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX (2021-2025) , ປະຈໍາປີ 2025; ແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາ ປີ 2025, ແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ບົດລາຍງານ ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັັ້ນສູນກາງ ແລະ ທ້ອງຖິິ່ນ ປີ 2025 ແລະ ເງິນເກີນແຜນປີ 2024; 2. ມະຕິ ສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງເອົາບົດລາຍງານການຈັດ ຕັັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນ ໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; 3. ມະຕິສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານການຈັດຕັ້ງປະ ຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງ ຕໍ່ໜ້າ; 4. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາ ປີ 2025, ບົດລາຍງານຜົນການ ກວດກາຕາມຜົນການກວດສອບ ປີ 2023 ຂອງອົງການກວດກາ ແຫ່ງລັດ; 5. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາ ປີ 2025, ບົດລາຍງານຜົນການ ກວດສອບບົດສະຫລຸບຂາດຕົວການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈຳປີ 2024 ຂອງ ອົງການກວດສອບແຫ່ງລັດ; 6. ມະຕິສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (20212025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງສານປະຊາຊົນສູງສຸດ; 7. ມະຕິສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (20212025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ອົງການໄອຍະການປະຊາຊົນ ສູງສຸດ; 8 ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດ ທີ IX ແລະ ແຜນການເຄື່ອນໄຫວ ວຽກງານຮອດກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X. ກອງປະຊຸມຄັ້ງນີ້, ຍັງໄດ້ຮັບ ຟັງການເຜີຍແຜ່ມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ ຂອງສະພາ ແຫ່ງຊາດ ຄົບຮອບ 50 ປີ, ຮັບຟັງ ບົດລາຍງານການກະກຽມວຽກ ງານເລືອກຕັ້ງ, ມະຕິກົມການເມືອງ ສູນກາງພັກ ສະບັບເລກທີ 26/ ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາ ພາ-ຊີ້ນໍາຂອງອົງຄະນະພັກ ທຸກ ຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ 7 ເພື່ອໃຫ້ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮູ້ ເຂົ້າໃຈ, ເປັນເຈົ້າການກະກຽມ ວຽກງານການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາແຫ່ງຊາດຊຸດທີ 7 ເພື່ອກ້າວໄປເຖິງການດໍາເນີນການ ເລືອກຕັ້ງໃນຕົ້ນປີ 2026 ບັນລຸ ຜົນສໍາເລັັດຕາມລະດັບຄາດໝາຍທີ່ ວາງໄວ້. ໃນໂອກາດການດຳເນີນກອງ ປະຊຸມຄັ້ງນີ້, ພໍດີຄົບຮອບ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດ . ສະນັ້ນ, ເພື່ອເປັນການລະນຶກເຖິງ ຜົນງານ ແລະ ມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວຂອງສະພາ ແຫ່ງຊາດ ແລະ ການສໍາເລັດການ ປະຕິບັດໜ້າທີ່ຂອງສະພາແຫ່ງຊາດ ຊຸດທີ IX ຈຶ່ງໄດ້ຈັດພິທີຍ້ອງຍໍ ຜົນງານ ໃຫ້ແກ່ຄະນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງ, ສະພາປະຊາຊົນຂັ້ນແຂວງ ແລະ ບັນດາທ່ານສະມາຊິກສະພາ ແຫ່ງຊາດ ຊຸດທີ IX, ມອບຫລຽນ ກາລະນຶກ 50 ປີ ວັນສ້າງຕັ້ງສະພາ ແຫ່ງຊາດ ແລະ ຫລຽນກາລະ ນຶກ 5 ປີ ເພື່ອຢັ້ງຢືນການສໍາເລັດ ໜ້າທີ່ການ ເປັນສະມາຊິກສະພາ ແຫ່ງຊາດ ຊຸດທີ IX. ໃນໄລຍະດຳເນີນກອງປະຊຸມ ມີ ປະຊາຊົນບັນດາເຜົ່າໄດ້ສົ່ງຄຳຄິດ ຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາ ແຫ່ງຊາດ ມີທັງໝົດ 989 ສາຍ, ລວມທັງໝົດ 525 ເລື່ອງ ຊຶ່ງພົວພັນ ເຖິງການພັດທະນາເສດຖະກິດສັງຄົມ, ການຄຸ້ມຄອງບໍລິຫານ ລັດ, ການຊົດເຊີຍຜົນກະທົບຈາກ ໂຄງການພັດທະນາຕ່າງໆ. ຕໍ່ຄໍາ ຄິດເຫັນຂອງປະຊາຊົນທີ່ສົ່ງມານັ້ນ, ສະພາແຫ່ງຊາດ, ກອງເລຂາກອງ ປະຊຸມຈະໄດ້ສັງຮວມ ແລະ ມອບໃຫ້ ກຳມາທິການທີ່ກ່ຽວຂ້ອງປະສານ ສົມທົບກັບກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນ ຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ລະ ບຽບການ.

RkJQdWJsaXNoZXIy MTc3MTYxMQ==