7159

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ w w w . k p l . g o v . l a , F a c e b o o k : ປະເທດລາວ P a t h e d l a o , E m a i l : k p l @ l a o t e l . c o m , T e l / F a x : ( 0 2 1 ) 2 1 5 4 0 2 ວັນຈັນ 24.11.2025 ປີທີ 24 ສະບັບທີ 6.319 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j lkmk]tot]a f xt-kmy xtw8 xt-k-q o]k; \A opn oK c9h 'dko0v'dt-;'dko8j k'xtgmf ltrkcsj '-kf Ia [Iv'gvq k ,t8y 8 lt[a [ lts]v'7q [Iv[ 7 0 xu lxx ]k; g0Q kgxa olt,k-y dvq 'dko lxry mu 8h voIa [.[1A '1n o v5 my pkocsj '-kf su o|k,|= j gxa o,= ]tfq d3]dmk'me,t-kf -h v,.spj 7A 'mu 2 gfu ol;olt|k, dP,lts]v';a o-kf mu 2 ma o;k 7q [Iv[ 5 0 xu xtdkf,v[{Ia [|h kmu j ]ts;j k'g9Q kc0;' c]t xtmko7totde,tdkoxq d7v'c0;'9exkla d dv'xt-5 ,ltw\lk,a o gmn j vmu 1 0 0v'ltrkcsj '-kf -5 fmu I X va f]q 'fh ;pzq oleg]a f ທ່ານ ສອນໄຊ ສີພັນດອນ (ຜູ້ທີ 2 ນັບຈາກຊ້າຍຫາຂວາ) ຂປລ. ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ອັດລົງດ້ວຍຜົນສຳ ເລັດອັນຈົບງາມ ພາຍຫລັງດຳເນີນ ມາແຕ່ວັນທີ 10 ພະຈິກ ແລະ ໄດ້ ປິດລົງໃນວັນທີ 21 ພະຈິກ 2025 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ, ເປັນກຽດເຂົ້າ ຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ບັນດາການນຳຂັ້ນສູງພັກ, ຄະນະ ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນ ສະມາຊິກອົງການສະຫະປະຊາ ຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ: ການມີສ່ວນຮ່ວມຂອງໄວໜຸ່ມ ໃນ ການເລັ່ງບັນລຸເປົ້າໝາຍການພັດ ທະນາແບບຍືນຍົງ ແລະ ຂໍ້ຕົກລົງ ສາກົນວ່າດ້ວຍອະນາຄົດ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີຂະແໜງການພາກ ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າ ອົງການເຄືອຂ່າຍ ສປຊ, ອົງການ ຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ທາງສັງຄົມ ເຂົ້າຮ່ວມ. ໃນພິທີດັ່ງກ່າວ, ກະຊວງການ ຂປລ. ພິທີປະກາດ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ຂປລ. ໃນກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 21 ພະຈິກ 2025 ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຮັບ ຮອງເອົາມະຕິຈຳນວນ8ສະບັບພາຍ ຫລັງທີ່ໄດ້ນໍາສະເໜີຕໍ່ກອງປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງ ຊາດ ຄົ້ນຄວ້າ, ປະກອບຄຳຄິດເຫັນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດ ກຸມແລະສາມາດນຳໄປຈັດຕັ້ງປະຕິ ບັດກັບຂະແໜງການທີ່ກ່ຽວຂ້ອງ ຈຳປາສັກ ແລະ ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງຈຳ ປາສັກ ເປັນປະທານຄະນະກຳມະ ຕ່າງປະເທດ ຮ່ວມກັບຫ້ອງການ ຜູ້ປະສານງານອົງການ ສປຊ ໄດ້ ສະເໜີປຶ້ມຄູ່ມືຄຳແນະນຳກ່ຽວກັບ ລະບົບການດຳເນີນງານຂອງອົງ ການສະຫະປະຊາຊາດ ໃນລະດັບ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ທອງ ສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະ ກຳມາທິການຮ່ວມ ຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວກຳປູເຈຍ, ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອາ ນາຈັກກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍວ່າດ້ວຍ ການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍຄະນະຈະເດີນທາງຢ້ຽມ ຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ(+C) ຄັ້ງທີ 15 ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ໃນລະຫວ່າງວັນທີ 26-28 ພະຈິກ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ ໃຫ້ເລິກເຊິ່ງກວ່າເກົ່າ.

@ 0j k; c]t gsfdko 24/11/2025 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງປະຊຸມສະໄໝສາມັນ... g9Q kpy ' wv3dt csj 'xtgmfpuj x5j o ltgfa f1h P,1k,8eoa dzh kw\]k;[6 Iko ຂປລ. ໃນວັນທີ 21 ພະຈິກ 2025 ນີ້, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໄດ້ສະ ເດັດລົງຢ້ຽມຊົມ ຕໍານັກຜ້າໄໝລາວບູ ຮານ ຢູ່ນະຄອນຫລວງວຽງຈັນ ໂດຍ ໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ປະກາດມອບ-ຮັບໜ້າທີ່... ອາລຸນີ ກົມມະສິດ ພັນລະຍາ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ໃນໂອ ກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025 ນີ້. ການສະເດັດຢ້ຽມຢາມຄັ້ງນີ້, ນອກ ຈາກໄດ້ຊົມຜ້າໄໝລາວບູຮານ ຫລື ຜ້າ ແພພື້ນເມືອງລາວ ທີ່ປານີດ ແລະ ສວຍ ງາມແລ້ວ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ຍັງໄດ້ຊົມການສາ ທິດຕໍ່າຫູກດ້ວຍກີ່ຕັ້ງແລະ ຍັງໄດ້ສາທິດ ຕໍ່າຫູກ ດ້ວຍຕົນເອງ, ພ້ອມທັງຊົມການ ສາທິດການສາວໄໝ, ການເຂັນຝ້າຍ, ການເຂັນຝ້າຍ-ເຂັນໄໝ ແລະ ອື່ນໆ. ຕໍານັກຜ້າໄໝລາວບູຮານ ໄດ້ຮວບ ຊ້ອມໃຫຍ່... -u ;txts;a fsp= h (Curriculum Vitae) ທ່ານ ປຣາກ ໂຊຄົນ (H.E. Mrs. PRAK Sokhonn) • ວັນເດືອນປີເກີດ: 03 ພຶດສະພາ 1954. • ສະຖານທີ່ເກີດ: ພະນົມເປັນ, ກຳປູເຈຍ. • ສະຖານະພາບ: ແຕ່ງງານແລ້ວ, ມີລູກ 3 ຄົນ. • ຕຳແໜ່ງໃນກອງທັບ: ນາຍພົນ 4 ດາວ. ການສຶກສາ • 1972-1975: ສຶກສາດ້ານກົດໝາຍ ຢູ່ ພະນົມເປັນ, ກຳປູເຈຍ. • 1992-1993: ໃບປະກາດສະນິຍະບັດຈາກ ສະຖາບັນບໍລິຫານລັດ ສາກົນ ທີ່ ປາຣີ (ສາຂາການພົວພັນສາກົນ). • 2000-2001: ໃບປະກາດສະນິຍະບັດຈາກ ສູນເພື່ອການສຶກສາ ວຽກງານການທູດ ແລະ ຍຸດທະສາດ ທີ່ ປາຣີ. ປະສົບການການເຮັດວຽກ - ເດືອນພະຈິກ 2024-ປັດຈຸບັນ: ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ. - ເດືອນຕຸລາ 2023-ປັດຈຸບັນ: ສະພາທີ່ປຶກສາສູງສຸດແກ່ພະ ມະຫາກະສັດ ດ້ວຍຊັ້ນຮອງນາຍົກລັດຖະມົນຕີ. - ເມສາ 2024 - ພະຈິກ 2024: ຮອງປະທານຜູ້ທີໜຶ່ງຂອງສະພາສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສະມາຊິກສະພາສູງ (ເຂດ 1). - ເດືອນສິງຫາ 2023-ເມສາ 2024: ສະມາຊິກສະພາແຫ່ງຊາດ (ເຂດເລືອກຕັ້ງ ກັນດານ) . - ກັນຍາ 2018-ສິງຫາ 2023: ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ; ປະທານຄະນະກຳມະ ການປະສານງານແຫ່ງຊາດ ສໍາລັບວຽກງານພາລະກິດຮັກສາສັນຕິພາບ ຂອງ ອົງການສະຫະປະຊາຊາດ; ສະມາຊິກສະພາແຫ່ງຊາດ (ເຂດເລືອກ ຕັ້ງ ກັນດານ) - ເດືອນເມສາ 2016-ກັນຍາ 2018: ລັດຖະມົນຕີອາວຸໂສ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ; ປະທານຄະນະ ກຳມະການປະສານງານແຫ່ງຊາດ ສໍາລັບວຽກງານພາລະກິດຮັກສາ ສັນຕິພາບຂອງ ອົງການສະຫະປະຊາຊາດ. - ເດືອນກັນຍາ 2013 - ເມສາ 2016: ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ; ຮອງປະທານຜູ້ທີໜຶ່ງຂອງ ອົງການປະຕິບັດ ງານເກັບກູ້ລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອຜູ້ເຄາະຮ້າຍ ຂອງ ກຳປູເຈຍ (CMAA); ປະທານຄະນະກຳມະການປະສານງານແຫ່ງຊາດ ສໍາລັບ ວຽກງານພາລະກິດຮັກສາສັນຕິພາບຂອງ ອົງການສະຫະປະຊາຊາດ. - ເດືອນທັນວາ 2011-ທັນວາ 2012: ປະທານກອງປະຊຸມລັດພາຄີ ຂອງສົນທິສັນຍາລະເບີດຝັງດິນຕ້ານ ບຸກຄົນຄັ້ງທີ 11 (11 MSP). - ທັນວາ 2009-ກັນຍາ 2013: ລັດຖະມົນຕີປະຈຳ ທ່ານນາຍົກລັດຖະ ມົນຕີ;ທີ່ປຶກສາທ່ານນາຍົກລັດຖະມົນຕີ; ເລຂາທິການລັດປະຈຳສຳນັກງານ ສະພາລັດຖະມົນຕີ; ຮອງປະທານຜູ້ທີໜຶ່ງຂອງອົງການປະຕິບັດງານເກັບກູ້ ລະເບີດບໍ່ທັນແຕກແລະ ຊ່ວຍເຫລືອຜູ້ເຄາະຮ້າຍຂອງກຳປູເຈຍ(CMAA); ປະທານຄະນະກຳມະການປະສານງານແຫ່ງຊາດ ສໍາລັບພາລະກິດຮັກສາ ສັນຕິພາບຂອງ ອົງການສະຫະປະຊາຊາດ; ປະທານກຸ່ມຄົ້ນຄວ້າ ແລະ ວິເຄາະຂໍ້ມູນຂ່າວສານ ປະຈໍາ ສຳນັກງານນາຍົກລັດຖະມົນຕີ. - ປີ 2004: ທີ່ປຶກສາຂອງ ທ່ານນາຍົກລັດຖະມົນຕີ; ຮອງເລຂາທິ ການລັດຖະມົນຕີກະຊວງການທູດ ສຳນັກງານສະພາລັດຖະມົນຕີ; ຮອງ ປະທານຜູ້ທີສອງຂອງອົງການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອຜູ້ເຄາະຮ້າຍຂອງ ກຳປູເຈຍ CMAA; ປະທານຄະນະກຳມະ ການປະສານງານ ແຫ່ງຊາດ ສໍາລັບວຽກງານພາລະກິດຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ; ປະທານກຸ່ມຄົ້ນຄວ້າ ແລະ ວິເຄາະຂໍ້ມູນ ຂ່າວສານຂອງຫ້ອງການນາຍົກລັດຖະມົນຕີ. -ມັງກອນ2003-2004:ທີ່ປຶກສາທ່ານນາຍົກລັດຖະມົນຕີ; ຮອງເລຂາ ທິການໃຫຍ່ຂອງ ລັດຖະບານ ຣາຊະອານາຈັກກຳປູເຈຍ. - ມັງກອນ 1999-ທັນວາ 2002: ເອກອັກຄະລັດຖະທູດປະຈຳປະເທດ ຝຣັ່ງ,ແບນຊິກ, ອອສເຕຣຍ, ເດນມາກ, ແຟງລັງ, ອີຢູ ແລະ ຫ້ອງການ ສະຫະປະຊາຊາດ ທີ່ ເຈນີວາ. - ຕຸລາ 1993-ທັນວາ 1998: ທີ່ປຶກສາ ທ່ານນາຍົກລັດຖະມົນຕີ. - ສິງຫາ 1993-ຕຸລາ 1993: ໂຄສົກຂອງກອງທັບ ແຫ່ງຣາຊະອານາ ຈັກກຳປູເຈຍ; ຫົວໜ້າພະແນກໜັງສືພິມກອງທັບ. - ປີ 1986-1992: ຮອງບັນນາທິການໃຫຍ່ໜັງສືພິມກອງທັບ. - ປີ 1979-1986: ນັກຂ່າວໜັງສືພິມກອງທັບ. - ເດືອນມິຖຸນາ 1979: ເລີ່ມເຂົ້າຮັບໃຊ້ໃນກອງທັບ. ການຍ້ອງຍໍ-ປະດັບຫລຽນ • ຫລຽນກຽດຕິຄຸນແຫ່ງຊາດ, ມະຫາເສຣີວັດຂອງຣາຊະອານາຈັກ ກຳປູເຈຍ • ຫລຽນປ້ອງກັນຊາດ ແລະ ປົກປ້ອງປະເທດຊາດ • “Officier dans l’Ordre National de la Légion d’Honneur” (ຝຣັ່ງ) • ຫລຽນກຽດຕິຄຸນແຫ່ງຊາດ. ພາສາ • ພາສາຂະແມ • ພາສາຝຣັ່ງ • ພາສາອັງກິດ. *ໜັງສືພິມປະເທດລາວ ອອກສະບັບວັນທີ 19/11/2025,ຢູ່ໜ້າ1 ໃນຫົວຂໍ້ “ສປຊ ສຳເລັດການພິຈາລະນາວຽກງານຂອງລັດຖະບານ” ນັ້ນແມ່ນຜິດ; ຖືກແທ້ ແມ່ນ “ສພຊ ສຳເລັດການພິຈາລະນາວຽກງານ ຂອງລັດຖະບານ”. ຂໍອະໄພໃນຄວາມຜິດພາດໃນຄັ້ງນີ້ດ້ວຍ ບກ cdh 7ezy f ຂປລ. ພິທີຊ້ອມໃຫຍ່ ຄັ້ງທີ 2 ປະສານທຸກຂະບວນເດີນສວນສະ ໜາມ ເພື່ອສະເຫລີມສະຫລອງ ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນວັນທີ 21 ພະຈິກ 2025 ທີ່ສະໜາມຫລວງ ນະຄອນ ຫລວງວຽງຈັນ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ຮອງປະທານ ລັດຖະບານ, ສະມາຊິກສະພາແຫ່ງ ຊາດ ແລະ ພະນັກງານອາວຸໂສບຳ ນານເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ປິດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນ ຜົນສຳເລັດ ຕາມຈຸດປະສົງລະດັບ ຄາດໝາຍທີ່ວາງໄວ້. ກອງປະຊຸມຕີ ລາຄາສູງທີ່ສະມາຊິກສະພາແຫ່ງ ຊາດ, ສະມາຊິກລັດຖະບານ, ຜູ້ແທນ ກອງປະຊຸມ ຈາກພາກສ່ວນກ່ຽວ ຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດ ປະຊາທິປະໄຕ ເຂົ້າໃສ່ການພິຈາລະ ນາບັນຫາສຳຄັນພື້ນຖານຂອງ ປະເທດຊາດ ຕາມພາລະບົດບາດ ຂອງສະພາແຫ່ງຊາດ ທີ່ກໍານົດໄວ້ ໃນລັດຖະທຳມະນູນ, ກົດໝາຍ ຊຶ່ງ ເປັນການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງ ຂອງອົງ ການຈັດຕັ້ງລັດດ້ວຍການອອກເປັນ ມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 8 ສະບັບ ເພື່ອເປັນບ່ອນ ອີງໃຫ້ແກ່ລັດຖະບານ, ອົງການຈັດ ຕັ້ງທີ່ກ່ຽວຂ້ອງນຳໄປຈັດຕັ້ງປະຕິ ບັດ ແນໃສ່ເຮັດໃຫ້ປະເທດຊາດມີ ການພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ມີ ສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ, ເສດຖະກິດສືບຕໍ່ຂະ ຫຍາຍຕົວ, ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ ໄດ້ຮັບການ ປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ກອງປະຊຸມສະໄໝສາມັນເທື່ອ ທີ10ຂອງສະພາແຫ່ງຊາດຊຸດທີIX ໄດ້ພິຈາລະນາ, ຮັບຮອງເອົາເນື້ອ ໃນສຳຄັນຈຳນວນໜຶ່ງ ເປັນຕົ້ນ ຮັບ ຮອງເອົາບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (20212025), ປະຈຳປີ 2025; ການ ຈັດຕັ້ງປະຕິບັດແຜນງົບປະ ມານ ແຫ່ງລັດ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນເງິນຕາ ປະຈຳປີ 2025, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ປະຈຳປີ 2026; ການດັດ ແກ້ງົບປະມານແຫ່ງລັດ ລາຍຮັບລາຍຈ່າຍ ວິຊາການຂອງຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ແຜນເງິນເກີນແຜນ ປີ 2024; ພິຈາລະນາຮ່າງທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ (20262030), ຜົນສຳເລັດຂອງກອງ ປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງ ນີ້ ແມ່ນໝາກຜົນລວມຍອດທາງ ສະຕິປັນຍາ, ສິດປະຊາທິປະໄຕ ກໍຄື ຜົນຂອງການຍົກສູງຄວາມຮັບຜິດ ຊອບທາງການເມືອງຂອງບັນດາ ທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມ ພະຍາຍາມ ແລະ ມີມາດຕະການຕົວ ຈິງ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ ການນໍາພາຂອງພັກ, ລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມ ໜັກແໜ້ນຂຶ້ນເລື້ອຍໆ. ຂ່າວ: ກິດຕາ ພາບ: ຂັນໄຊ ການປົກຄອງແຂວງຈໍາປາສັກ ຈັດ ຂຶ້ນໃນວັນທີ21 ພະຈິກ2025 ໂດຍ ມີ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະ ການກົມການເມືອງສູນກາງພັກ, ຮອງປະທານປະເທດ, ມີຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ຄະນະປະ ຈຳພັກແຂວງ,ກຳມະການພັກແຂວງ, ເລຂາພັກນະຄອນ, ເມືອງແລະພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານການນຳ ພາ-ຊີ້ນຳວຽກງານຮອບດ້ານໃນໄລ ຍະທີ່ຜ່ານມາ ວ່າ: ໄລຍະທີ່ນຳພາຊີ້ນຳວຽກງານຮອບດ້ານຢູ່ແຂວງ ຈໍາປາສັກ ຜ່ານມາ, ສາມາດຮັບປະ ກັນຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວ ສັງຄົມ ແລະ ບໍລິເວນຊາຍແດນ ອັນ ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ ການສ້າງສາພັດທະນາ; ສຸມໃສ່ ການພັດທະນາເສດຖະກິດ ຕິດພັນ ກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ຕິດພັນກັບ ການອະນຸລັກຮັກສາ ເສີມຂະຫຍາຍ ວັດທະນະທໍາອັນດີງາມ ຂອງຊາວ ແຂວງຈໍາປາສັກ ແລະ ຕິດພັນກັບ ການປົກປັກຮັກສາສິ່ງແວດລ້ອມ ເພື່ອເຮັດໃຫ້ການພັດທະນາໄປຕາມ ທິດສີຂຽວຍືນຍົງ ແລະ ຕາມທິດ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່; ປັດຈຸບັນ, ຄະນະ ພັກ-ອົງການປົກຄອງແຂວງ ກໍາ ລັງສຸມໃສ່ 11 ວຽກຈຸດສຸມ 1 ທິດ ໃນການນໍາພາໃນ 5 ປີຕໍ່ໜ້າຄື: ສຸມ ໃສ່ຄໍາຂວັນ 5 ຂໍ້ (ຍົກສູງຄວາມສາ ມາດນໍາພາຂອງພັກ, ເພີ່ມທະວີການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍ, ເສີມຂະຫຍາຍກໍາລັງ ແຮງສັງລວມ ສ້າງເສດຖະກິດເອ ກະລາດ ເປັນເຈົ້າຕົນເອງ ຢ່າງແຂງ ແຮງ, ສ້າງແຂວງຈໍາປາສັກ ເປັນ ສູນກາງພັດທະນາຂອງພາກໃຕ້ ເຮັດໃຫ້ປວງປະຊາຢູ່ດີກິນດີ); ປະ ຕິບັດຕາມ 4 ທິດທາງໃຫຍ່, 11 ຈຸດສຸມ ແລະ 5 ມາດຕະການ; ນໍາ ພາເຜີຍແຜ່ເຊື່ອມຊຶມ ແລະ ຜັນ ຂະຫຍາຍມະຕິ ແລະ ນິຕິກຳຂອງ ສູນກາງ, ຂອງແຂວງ; ໄດ້ນໍາພາປັບ ປຸງການຈັດຕັ້ງແຕ່ລະພາກສ່ວນ ແລະແຕ່ຮາກຖານຂຶ້ນມາຕິດພັນກັບ ການດໍາເນີນກອງປະຊຸມໃຫຍ່3ຂັ້ນ ຂອງພັກ ຕາມຄໍາສັ່ງເລກທີ 411/ ກມສພ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ອັນສໍາຄັນ ໄດ້ສໍາ ເລັດການດໍາເນີນ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ໄດ້ຕາມກໍານົດເວລາ; ພາປັບປຸງ ແບບແຜນເຮັດວຽກໃຫ້ແທດເຖິງ ຮາກຖານ ແທດເຖິງຕົວຈິງ ແລະ ແບບແຜນດໍາລົງຊີວິດ ປອດໃສ, ໃກ້ຊິດມະຫາຊົນຢ່າງຖືກຕ້ອງ ເພື່ອ ເຕົ້າໂຮມ, ສຶກສາອົບຮົມ ແລະ ດຶງ ກໍາລັງແຮງມາປະຕິບັດແຜນພັດທະ ນາ; ນໍາພາແກ້ໄຂຜົນການກວດກາ ແລະ ກວດສອບ ພ້ອມໄດ້ປະຕິບັດ ວິໄນຂັ້ນຕ່າງໆ ຕໍ່ພະນັກງານ ຕາມ ກົດໝາຍ ແລະ ລະບຽບການຢ່າງ ເຂັ້ມງວດ, ອັນພົ້ນເດັ່ນກວ່າໝູ່ໃນ ໄລຍະ 5ປີຜ່ານມາ ເສດຖະກິດຂອງ ແຂວງ ມີການຂະຫຍາຍຕົວຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ສະເລຍ 5 ປີ ລະດັບ 5,45%, ຮັບສະເລ່ຍລາຍຮັບຕໍ່ຫົວ ຄົນ ບັນລຸ 51 ລ້ານກີບ ຫລື ເທົ່າກັບ 2.424 ໂດລາສະຫະລັດ, ສາມາດ ຈັດເກັບ ລາຍຮັບເຂົ້າງົບປະມານ ທັງໝົດ 11 ພັນຕື້ກວ່າກີບ, ກວມ ເອົາ 6,8% ຂອງ GDP ສະເລ່ຍ ແຕ່ລະປີເພີ່ມຂຶ້ນ ເຮັດໃຫ້ແຂວງລື່ນ ແຜນ 3 ປີຊ້ອນ, ເປັນແຂວງເກີນ ດຸນງົບປະມານ ແລະ ດຸ່ນດ່ຽງຊ່ວຍ ໜູນໃຫ້ສູນກາງ 758 ຕື້ກວ່າກີບ, ພ້ອມທັງສາມາດແກ້ໄຂບັນຫາໜີ້ ສິນ 804 ຕື້ກວ່າກີບ ແລະ ມີແຫລ່ງ ທຶນເພື່ອພັດທະນາ, ນໍາພາແກ້ໄຂບັນ ຫາເຄັ່ງຮ້ອນທາງດ້ານເສດຖະກິດການເງິນ ເຮັດໃຫ້ເກີດມີຕົວແບບ ຜະລິດຕະພັນທີ່ພົ້ນເດັ່ນຫລາຍຢ່າງ ເພີ່ມຂຶ້ນ, ສາມາດຜະລິດເປັນສິນຄ້າ ກຸ້ມຕົນເອງ 188 ຜະລິດຕະພັນ, ສົ່ງ ອອກ 18 ຜະລິດຕະພັນ, ມີສິນຄ້າ ໂອດັອບ 150 ຜະລິດຕະພັນ, ສ້າງ ເປັນແບຣນ ຫລື ຍີ້ຫໍ້ຂອງຕົນເອງ 40 ຜະລິດຕະພັນ ເຮັດໃຫ້ແຂວງ ເປັນ ແຂວງເກີນດຸນການຄ້າ. ໃນພິທີຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະ ມົນຕີ ສະບັບເລກທີ 704/ນຍ, ລົງ ວັນທີ 14 ພະຈິກ 2025 ວ່າດ້ວຍ ການ ແຕ່ງຕັ້ງປະທານຄະນະກຳມະ ການປົກຄອງແຂວງຈຳປາສັກໂດຍ ແຕ່ງຕັ້ງ ທ່ານ ສຸກສະຫວັນ ວິໄລວົງ ເປັນປະທານຄະນະກຳມະການປົກ ຄອງແຂວງຈໍາປາສັກ.ຈາກນັ້ນ,ກໍໄດ້ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະ ຫວ່າງທ່ານເຈົ້າແຂວງແລະປະທານ ຄະນະກຳມະການປົກຄອງ ແຂວງ ຈຳປາສັກ ຢ່າງເປັນທາງການ. ໃນໂອກາດນີ້, ທ່ານ ນາງ ປານີ ຢາທ່ໍຕູ້ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ ເພື່ອ ເແນທິດທາງໃນການເຮັດໜ້າທີ່ນຳ ພາ-ຊີ້ນຳຕາມພາລະບົດບາດຂອງປະ ທານຄະນະກຳມະການປົກຄອງແຂວງ ຢ່າງມີຜົນສໍາເລັດ ປະກອບສ່ວນ ເຮັດໃຫ້ແຂວງຈໍາປາສັກ ມີການ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ. ປະເທດ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ມີຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາ ການນຳພັກ, ລັດ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ການຊ້ອມໃຫຍ່ເດີນສວນສະ ໜາມ ໃນຄັ້ງນີ້, ເພື່ອສືບຕໍ່ກວດກາ ຄວາມພ້ອມຮອບດ້ານ ກໍຄື ຄວາມ ເປັນລະບຽບຮຽບຮ້ອຍຂອງທຸກ ກ້ອນກໍາລັງທີ່ຈະເດີນສວນສະ ໜາມໃນມື້ວັນຊາດທີ 2 ທັນວາ ໃຫ້ ມີຄວາມພ້ອມຮອບດ້ານ ເພື່ອເຮັດ ໃຫ້ງານສະເຫລີມສະຫລອງວັນ ຊາດທີ 2 ທັນວາ ທີ່ຈະມາເຖິງໃນ ມໍ່ໆນີ້, ດຳເນີນໄປຢ່າງໂລ່ງລ່ຽນ, ເປັນລະບຽບຮຽບຮ້ອຍ, ສວຍງາມ ແລະ ສຳເລັດຕາມຄາດໝາຍທີ່ ວາງໄວ້ ເພື່ອເອກອ້າງຜົນງານໃນ ການສ້າງສາ ແລະ ພັດທະນາປະ ເທດຊາດ ຕະຫລອດໄລຍະ 50 ປີ ຜ່ານມາ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ສົມກຽດ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາກ້ອນກຳລັງ ທີ່ໄດ້ສຸມທຸກ ຄວາມພະຍາຍາມ ເອົາໃຈໃສ່ໃນການ ຝຶກຊ້ອມ ຊຶ່ງເຫັນໄດ້ວ່າ ມີຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ. ພ້ອມທັງ ເນັ້ນໃຫ້ແຕ່ລະກ້ອນ ກຳລັງສືບຕໍ່ຝຶກຊ້ອມ ເດີນສວນສະ ໜາມຕື່ມອີກ ເພື່ອໃຫ້ມີຄວາມພ້ອມ, ມີຄວາມເປັນລະບຽບຮຽບຮ້ອຍຂຶ້ນ ກວ່າເກົ່າ ໂດຍສະເພາະດ້ານເຕັກນິກ ໃນການເດີນສວນສະໜາມ ຊຶ່ງ ເຫັນ ວ່າຮູບແຖວຍັງບໍ່ທັນເປັນລະບຽບ, ຈັງຫວະການເດີນ, ໄລຍະຫ່າງແລະ ອື່ນໆ ໃຫ້ສືບຕໍ່ຝຶກຊ້ອມຕື່ມອີກ. ການຊ້ອມໃຫຍ່ ເດີນສວນສະ ໜາມດັ່ງກ່າວ,ປະກອບມີກ້ອນປກຊປກສທັງໝົດ25ກ້ອນກໍາລັງ.ໃນນີ້, ກ້ອນກຳລັງ ປກຊ 19 ກ້ອນກຳລັງ, ປກສ 6 ກ້ອນກໍາລັງ ແລະ ກ້ອນກໍາ ລັງ ຈາກບັນດາກະຊວງ, ອົງການ ແລະ ມວນຊົນ ເຂົ້າຮ່ວມຈໍານວນ ຫລາຍກ້ອນກໍາລັງ. ການຊ້ອມໃຫຍ່ ເດີນສວນສະ ໜາມ ເພື່ອສະເຫລີມສະຫລອງ ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຍັງຈະໄດ້ສືບຕໍ່ຝຶກຊ້ອມໃຫຍ່ ຕື່ມອີກ ໃນວັນທີ 28 ພະຈິກ 2025. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ກ້ອນກຳ ລັງຕ່າງໆ ໃຫ້ມີຄວາມເປັນເອກະ ພາບ ແລະ ຄວາມເປັນລະບຽບຮຽບ ຮ້ອຍ ຮັບປະກັນບໍ່ໃຫ້ມີຄວາມຜິດ ພາດ ໃນມື້ສະແດງຕົວຈິງ ໃນວັນທີ 2 ທັນວາ 2025. ຂ່າວ: ທະນູທອງ; ພາບ: ຂັນໄຊ ຮວມຜ້າແພພື້ນເມືອງລາວ ທີ່ສ່ອງ ແສງເຖິງຄວາມຫລາກຫລາຍທາງ ດ້ານວັດທະນະທໍາ ຂອງບັນດາເຜົ່າໃນ ປະເທດລາວ ທີ່ມີເອກະລັກ, ມີຄວາມ ໂດດເດັ່ນ ແລະ ມີຄວາມຫລາກຫລາຍ ປະກອບດ້ວຍຊຸດແຕ່ງກາຍ ທີ່ເປັນຕົວ ແທນໃຫ້ແກ່ຊົນເຜົ່າໝວດພາສາ ລາວໄຕ, ຊົນເຜົ່າ ໝວດພາສາມອນ-ຂະແມ, ຊົນເຜົ່າໝວດພາສາ ຈີນ-ຕີເບດ, ຊົນ ເຜົ່າໝວດພາສາມົ້ງ-ອິວມຽນ, ຊຸດແຕ່ງ ກາຍໝໍມົນ-ໝໍເຢົາ, ຜ້າໃຊ້ໃນພິທີກໍາ ຕ່າງໆ ແລະ ຜ້າປະເພດຕົບແຕ່ງເຮືອນ. ໃນຕອນບ່າຍຂອງວັນດຽວກັນ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດ ຍີ່ປຸ່ນ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງພົນລະເມືອງຍີ່ປຸ່ນ ທີ່ເຄື່ອນ ໄຫວວຽກງານໃນການສົ່ງເສີມການ ພົວພັນ ແລະ ການຮ່ວມມື ຍີ່ປຸ່ນ-ລາວ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ

.8h dko-U oe0v'ra d ]a f;y lkstdy f]k;{gvg-p 3m]t7q , fegou om5 ]tdy fxtlq [zq oleg]a fs]kpfh ko 24/11/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ຕະຫລອດ 50 ປີ ແຫ່ງການປະຕິບັດສອງໜ້າທີ່ ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພັກໄດ້ນໍາ ພາປະເທດຊາດຮັບປະກັນ ແລະ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຢ່າງໜັກແໜ້ນ, ມີຄວມ ເປັນເອກະລາດ, ອໍານາດອະທິໄຕ ແລະ ມີຜືນແຜ່ນດິນອັນຄົບຖ້ວນ ເຊິ່ງໝາກຜົນຂອງການປະຕິວັດ ແລະ ບົດບາດການນໍາພາຂອງພັກ ນັບມື້ນັບໜັກແໜ້ນ, ເຂັ້ມແຂງ. ໃນ ©ດຍ ບÆ ກໄຊ ນັ້ນ, ແນວທາງ ແລະ ໜ້າທີ່ ປກຊປກສ ທົ່ວປວງຊົນຮອບດ້ານ ກໍໄດ້ ຮັບການຈັດຕັ້ງປະຕິບັດຕິດພັນກັບ ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຂົງເຂດເສດຖະກິດ-ສັງຄົມ ໄດ້ຮັບ ການພັດທະນາເຮັດໃຫ້ເສດຖະກິດ ເຕີບໂຕ ແລະ ມີທ່າຂະຫຍາຍຕົວ ດີຂຶ້ນຢ່າງຕໍ່ເນື່ອງ, ຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການ ປັບປຸງ ແລະ ຍົກລະດັບດີຂຶ້ນເປັນ ກ້າວໆມາ. ສະຫາຍ ພັນເອກ ຄິດສະຫງວນ ທິບພະວົງ ຮອງອໍານວຍການລັດ ວິສາຫະກິດ ລາວ-ເອເຊຍ ໂທລະຄົມ ໄດ້ໃຫ້ຮູ້ວ່າ: ສໍາລັບລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ພາຍໃຕ້ ການນຳພາ-ຊີ້ນຳຂອງພັກ-ລັດ ໂດຍສະເພາະກະຊວງປ້ອງກັນປະ ເທດໃນການດໍາເນີນທຸລະກິດໂທ ລະຄົມມະນາຄົມເປັນສ່ວນສໍາຄັນ ໜຶ່ງແກ່ການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນໃຫ້ແກ່ວຽກ ງານ ປກຊ-ປກສ ໃນໄລຍະຜ່ານ ມາ, ເຫັນວ່າປະສົບຜົນສໍາເລັດ ແລະ ສ້າງລາຍຮັບໃນລະດັບອັນແນ່ນອນ ຫລາຍສົມຄວນ. ປັດຈຸບັນ, ລັດວິສາ ຫະກິດ ລາວ-ເອເຊຍ ໂທລະຄົມ ໄດ້ ຮັບຄວາມໄວ້ວາງໃຈຈາກ ພັກ-ລັດ, ຕາງໜ້າລັດຖະບານເຂົ້າໄປຖືຮຸ້ນ ຢູ່ບໍລິສັດຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດ, ໃນການເຂົ້າຮ່ວມ ພັດທະນາທ່າທຽບເຮືອຫວຸ່ງອ່າງ ຢູ່ ແຂວງຮ່າຕິ່ງ ສສ ຫວຽດນາມ, ໃນ ທ້າຍປີ 2025 ນີ້, ລັດວິສາຫະກິດ ຂອງພວກເຮົາຈະຕາງໜ້າໃຫ້ລັດ ຖະບານ ສປປ ລາວ ຖືກຮຸ້ນໃຫຍ່ 60%. ນອກຈາກນີ້, ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ກໍໄດ້ຄົ້ນ ຄວ້າດໍາເນີນທຸລະກິດຂົງເຂດບໍລິ ການຄົບວົງຈອນ ຕາມທິດຊີ້ນໍາ ຂອງກະຊວງປ້ອງກັນປະເທດ ເພື່ອ ຊອກທ່າແຮງແຫລ່ງລາຍຮັບອື່ນ ເພື່ອສ້າງຄວາມເຂັ້ມແຂງ, ເພິ່ງ ຕົນເອງເປັນເຈົ້າຕົນເອງ, ເປັນຕົ້ນ ການດໍາເນີນທຸລະກິດ, ໂຮງແຮມ, ຣີ ສອດ, ສະໜາມກÏ ອຟ, ຮ້ານອາຫານ ແລະ ຂົງເຂດອື່ນໆ. ໃນຕໍ່ໜ້າລັດວິສາຫະກິດ ລາວເອເຊຍ ໂທລະຄົມ ຈະໄດ້ສຸມໃສ່ ທຸກກໍາລັງແຮງບົ່ມຊ້ອນໃນການ ຜັນຂະຫຍາຍຕາມເນື້ອໃນຈິດໃຈ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ; ຈະສຶກສາຄວາມເປັນໄປ ໄດ້ທີ່ຈະມີການຮ່ວມມືລະຫວ່າງ ຫົວໜ່ວຍລັດວິສາຫະກິດທີ່ຂຶ້ນກັບ ກອງທັບ ແລະ ບັນດາລັດວິສາ ຫະກິດຂອງບັນດາປະເທດເພື່ອນ ມິດຍຸດທະສາດ, ໃນການຄົ້ນຄວ້າ ຄວາມເປັນໄປໄດ້ໃນການຮ່ວມມືກັນ ໃນການສ້າງເຂດໂລຈິສຕິກ, ການ ຂົນສົ່ງ ແລະ ຂົງເຂດອື່ນໆ ຕາມທິດ ຊີ້ນໍາຂອງກະຊວງປ້ອງກັນປະເທດ. ໃນໂອກາດວັນປະຫວັດສາດ ສໍາຄັນຕ່າງໆ ປີ 2025, ໂດຍສະ ເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ຄິດສະຫງວນ ທິບພະວົງ ໄດ້ຕາງໜ້າໃຫ້ຄະນະ ອໍານວຍການລັດວິສາຫະກິດ ລາວເອເຊຍ ໂທລະຄົມ, ພະນັກງານ ຫລັກແຫລ່ງ ແລະ ບຸກຄະລາກອນ ສະແດງຄວາມຮູ້ບຸນຄຸນມາຍັງ ການນໍາພັກ-ລັດ, ການນໍາກະຊວງ ປ້ອງກັນປະເທດ, ທີ່ໄດ້ຊີ້ນໍາ-ນໍາ ພາລັດວິສາຫະກິດລາວ-ເອເຊຍ ໂທລະຄົມ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ, ອວຍພອນໄຊອັນ ປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບຳ ນານ, ຕະຫລອດເຖິງປະຊາຊົນ ບັນດາເຜົ່າໃນທົ່ວປະເທດ, ນາຍ zq oleg]a fdv'xt-5 ,ltw\lk,a o gmnj vmu 10 0v'ltrkcsj '-kf -5 fmu IX ຂປລ. ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຄະນະປະຈໍາສະພາ ແຫ່ງຊາດ, ເລຂາທິການສະພາ ແຫ່ງຊາດ ໄດ້ຖະແຫລງຂ່າວຜົນ ສໍາເລັດການດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ IX ຊຶ່ງ ໄດ້ດຳເນີນຂື້ນນັບແຕ່ວັນທີ 1021 ພະຈິກ 2025 ພາຍໃຕ້ການ ນໍາພາຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ພ້ອມດ້ວຍບັນດາທ່ານຮອງ ປະທານສະພາແຫ່ງຊາດ ແລະ ການສຸມເຫື່ອແຮງສະຕິປັນຍາ ຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດ; ຄວາມຮັບຜິດຊອບຂອງ ລັດຖະບານ, ອົງການຈັດຕັ້ງພັກລັດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກ ພາກສ່ວນທີ່ກ່ຽວຂ້ອງຕາມພາລະ ບົດບາດຢ່າງຕັ້ງໜ້າເຮັດໃຫ້ການ ພິຈາລະນາ ແລະ ຮັບຮອງເອົາບັນ ຫາສຳຄັນພື້ນຖານຂອງຊາດ ທີ່ ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍໄດ້ຮັບຜົນສຳເລັດຕາມ ຄາດໝາຍທີ່ວາງໄວ້. ຜົນສໍາເລັດຂອງການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ ©ດຍ ກÆ ດຕາ ພາບ ຂັນໄຊ ແລະ ພົນທະຫານໃນທົ່ວກອງທັບ, ຈົ່ງມີສຸຂະພາບແຂງແຮງ ພ້ອມກັນ ສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ. IX ໄດ້ພິຈາລະນາບັນຫາສຳຄັນ ພື້ນຖານຂອງປະເທດຊາດ ທັງໝົດ 14 ເນື້ອໃນ ຊຶ່ງໄດ້ຮັບຮອງອອກ ເປັນມະຕິກອງປະຊຸມສະພາແຫ່ງ ຊາດ 8 ສະບັບຄື: 1. ມະຕິສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານການຈັດຕັັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX (2021-2025) , ປະຈໍາປີ 2025; ແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາ ປີ 2025, ແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ບົດລາຍງານ ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັັ້ນສູນກາງ ແລະ ທ້ອງຖິິ່ນ ປີ 2025 ແລະ ເງິນເກີນແຜນປີ 2024; 2. ມະຕິ ສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງເອົາບົດລາຍງານການຈັດ ຕັັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນ ໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; 3. ມະຕິສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານການຈັດຕັ້ງປະ ຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງ ຕໍ່ໜ້າ; 4. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາ ປີ 2025, ບົດລາຍງານຜົນການ ກວດກາຕາມຜົນການກວດສອບ ປີ 2023 ຂອງອົງການກວດກາ ແຫ່ງລັດ; 5. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາ ປີ 2025, ບົດລາຍງານຜົນການ ກວດສອບບົດສະຫລຸບຂາດຕົວການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈຳປີ 2024 ຂອງ ອົງການກວດສອບແຫ່ງລັດ; 6. ມະຕິສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (20212025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງສານປະຊາຊົນສູງສຸດ; 7. ມະຕິສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (20212025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ອົງການໄອຍະການປະຊາຊົນ ສູງສຸດ; 8 ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດ ທີ IX ແລະ ແຜນການເຄື່ອນໄຫວ ວຽກງານຮອດກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X. ກອງປະຊຸມຄັ້ງນີ້, ຍັງໄດ້ຮັບ ຟັງການເຜີຍແຜ່ມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ ຂອງສະພາ ແຫ່ງຊາດ ຄົບຮອບ 50 ປີ, ຮັບຟັງ ບົດລາຍງານການກະກຽມວຽກ ງານເລືອກຕັ້ງ, ມະຕິກົມການເມືອງ ສູນກາງພັກ ສະບັບເລກທີ 26/ ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາ ພາ-ຊີ້ນໍາຂອງອົງຄະນະພັກ ທຸກ ຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ 7 ເພື່ອໃຫ້ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮູ້ ເຂົ້າໃຈ, ເປັນເຈົ້າການກະກຽມ ວຽກງານການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາແຫ່ງຊາດຊຸດທີ 7 ເພື່ອກ້າວໄປເຖິງການດໍາເນີນການ ເລືອກຕັ້ງໃນຕົ້ນປີ 2026 ບັນລຸ ຜົນສໍາເລັັດຕາມລະດັບຄາດໝາຍທີ່ ວາງໄວ້. ໃນໂອກາດການດຳເນີນກອງ ປະຊຸມຄັ້ງນີ້, ພໍດີຄົບຮອບ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດ . ສະນັ້ນ, ເພື່ອເປັນການລະນຶກເຖິງ ຜົນງານ ແລະ ມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວຂອງສະພາ ແຫ່ງຊາດ ແລະ ການສໍາເລັດການ ປະຕິບັດໜ້າທີ່ຂອງສະພາແຫ່ງຊາດ ຊຸດທີ IX ຈຶ່ງໄດ້ຈັດພິທີຍ້ອງຍໍ ຜົນງານ ໃຫ້ແກ່ຄະນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງ, ສະພາປະຊາຊົນຂັ້ນແຂວງ ແລະ ບັນດາທ່ານສະມາຊິກສະພາ ແຫ່ງຊາດ ຊຸດທີ IX, ມອບຫລຽນ ກາລະນຶກ 50 ປີ ວັນສ້າງຕັ້ງສະພາ ແຫ່ງຊາດ ແລະ ຫລຽນກາລະ ນຶກ 5 ປີ ເພື່ອຢັ້ງຢືນການສໍາເລັດ ໜ້າທີ່ການ ເປັນສະມາຊິກສະພາ ແຫ່ງຊາດ ຊຸດທີ IX. ໃນໄລຍະດຳເນີນກອງປະຊຸມ ມີ ປະຊາຊົນບັນດາເຜົ່າໄດ້ສົ່ງຄຳຄິດ ຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາ ແຫ່ງຊາດ ມີທັງໝົດ 989 ສາຍ, ລວມທັງໝົດ 525 ເລື່ອງ ຊຶ່ງພົວພັນ ເຖິງການພັດທະນາເສດຖະກິດສັງຄົມ, ການຄຸ້ມຄອງບໍລິຫານ ລັດ, ການຊົດເຊີຍຜົນກະທົບຈາກ ໂຄງການພັດທະນາຕ່າງໆ. ຕໍ່ຄໍາ ຄິດເຫັນຂອງປະຊາຊົນທີ່ສົ່ງມານັ້ນ, ສະພາແຫ່ງຊາດ, ກອງເລຂາກອງ ປະຊຸມຈະໄດ້ສັງຮວມ ແລະ ມອບໃຫ້ ກຳມາທິການທີ່ກ່ຽວຂ້ອງປະສານ ສົມທົບກັບກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນ ຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ລະ ບຽບການ.

RkJQdWJsaXNoZXIy MTc3MTYxMQ==