7144.1

gsfdko{dkora fmtok xtgmf]k; ( 31/10/2025 zj k8a fcdj o8k05 h o3fp[= j glp7j k .sh xt-k-q oc0;'s];'rt[k' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຂະແໜງ ປິ່ນປົວຕາ ໂຮງໝໍແຂວງຫລວງພະ ບາງ ໄດ້ເປີດພິທີການຜ່າຕັດແກ່ນ ຕາຂຸ້ນ ໂດຍບ່ໍເສຍຄ່າ ໃຫ້ປະຊາຊົນ ແຂວງຫລວງພະບາງ ໃນວັນທີ 26 ຕຸລາ 2025 ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານ ພັກ ແຂວງຫລວງພະບາງ ພ້ອມ ດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ຫົວໜ້າພະແນກສາທາລະນະສຸກ ແຂວງ ແລະ ປະຊາຊົນ ທີ່ເປັນພະ ຍາດແກ່ນຕາຂຸ້ນ ເຂົ້າຮ່ວມ. ທ່ານ ພູວະນາ ອານຸລັກຄຳ ອຳ ນວຍການໂຮງໝໍແຂວງຫລວງພະ ບາງ ໄດ້ກ່າວວ່າ: ໃນລະຫວ່າງ ວັນທີ 21-23 ຕຸລາ 2025 ໄດ້ມີ ການກວດວັດສາຍຕາ ແລະ ແຈກ ແວ່ນຕາໃຫ້ປະຊາຊົນ ແຂວງຫລວງ ພະບາງ 3.000 ອັນ ພ້ອມທັງໄດ້ ກວດພົບປະຊາຊົນເປັນພະຍາດ ແກ່ນຕາຂຸ້ນ 116 ຄົນ. ພ້ອມນີ້, ໄດ້ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກອຸດ ສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ຫລວງນໍ້າທາ ແລະ ແຂວງຜົ້ງ ສາລີ) ເປັນເຈົ້າພາບຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນ ການ ພົວພັນຮ່ວມມືວຽກງານການຄ້າ ຄັ້ງທີ X ປະຈໍາປີ 2025 ຮ່ວມກັບ ຫ້ອງການ ການຄ້າ ກິ່ງແຂວງສິບ ສອງພັນນາ ແຂວງຢຸນນານ ສປ ຈີນ ໃນວັນທີ 28 ຕຸລາ 2025 ທີ່ ແຂວງອຸດົມໄຊ. ໃນກອງປະຊຸມ, ຄະນະຜູ້ແທນ ສອງຝ່າຍໄດ້ປຶກສາຫາລື, ແລກ ປ່ຽນຄໍາຄິດເຫັນ ແລະ ທົບທວນຄືນ ການຈັດຕັ້ງປະຕິບັດບົດບັນທຶກກອງ ປະຊຸມຮ່ວມມືວຽກງານການຄ້າ ຄັ້ງ ທີ IX ທີ່ຜ່ານມາ. ພ້ອມນີ້, ທັງສອງ ຝ່າຍໄດ້ເປັນເອກະພາບ ຮັບຮອງ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສູນບໍລິການ ເຕັກນິກກະສິກໍາໜອງລົມຂະແໜງ ສົ່ງເສີມ ແລະ ສະຫະກອນ ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງ ອັດຕະປື ຈັດຝຶກອົບຮົມການສ້າງ ຄວາມເຂັ້ມແຂງດ້ານເຕັກນິກ ພື້ນຖານໃນການປູກພືດຜັກ ແລະ ລ້ຽງສັດນ້ອຍ ໃຫ້ປະຊາຊົນ 5 ບ້ານ ຂອງເມືອງຊານໄຊ ແຂວງອັດຕະ ປື ໃນວັນທີ 27 ຕຸລາ 2025 ໂດຍ ໄດ້ຮັບການສະໜັບສະໜູນ ຈາກ ໂຄງການກະສິກຳ ເພື່ອໂພຊະນາ ການ ໄລຍະ 2 ປະຈໍາປີ 2025. ທ່ານ ພູທອນ ປະທຸມມະ ແສງ ຫົວໜ້າຂະແໜງສົ່ງເສີມ ແລະ ສະຫະກອນ ພະແນກກະສິ ກໍາ ແລະ ສິ່ງແວດລ້ອມແຂວງ ອັດຕະປື ໄດ້ກ່າວວ່າ: ການຈັດ ຝຶກອົບຮົມຄັ້ງນີ້ ກໍເພື່ອສ້າງຄວາມ ເຂັ້ມແຂງດ້ານວິຊາການຂັ້ນບ້ານ ໃນການຊ່ວຍເຫລືອດ້ານວິຊາການ ໃຫ້ກຸ່ມຜະລິດຂັ້ນບ້ານ ແລະ ການ ປູກພືດຜັກສວນຄົວກຸ່ມແມ່ມານ, ແມ່ລູກອ່ອນ ແລະ ສ້າງຄວາມຮູ້ ພື້ນຖານທາງດ້ານເຕັກນິກລະບົບ 5 c0;'rkdg|n v0v']k; c]t dy j 'c0;'ly [lv'ra ook ln [8= j Ij ;,,n fh ko;Pd'kodko7h k ເອົາແຜນການຮ່ວມມືປະຈໍາປີ 2026 ດ້ວຍເນື້ອໃນທີ່ສຳຄັນຫລາຍ ດ້ານ ເພື່ອສືບຕໍ່ຊຸກຍູ້ການພັດທະນາ ເສດຖະກິດ-ການຄ້າ ຂອງພາກພື້ນ ໃຫ້ເຕີບໃຫຍ່ເຂັ້ມແຂງ. ໂອກາດດັ່ງກ່າວ, ທັງສອງຝ່າຍ ຍັງໄດ້ຮ່ວມກັນສ້າງບົດບັນທຶກ ແລະ ລົງນາມຮ່ວມກັນ ຕາງໜ້າ ຝ່າຍ ສປປ ລາວ ໂດຍແມ່ນທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ ພ້ອມດ້ວຍຫົວໜ້າພະແນກ ຈາກບັນດາແຂວງພາກເໜືອ ແລະ ຕາງໜ້າຝ່າຍ ສປ ຈີນ ໂດຍ ທ່ານ ເສິນ ໄຫພີງ ຫົວໜ້າພະແນກການ ຄ້າ ກິ່ງແຂວງສິບສອງພັນນາ ສປ ຈີນ ພ້ອມດ້ວຍຄະນະ, ຊຶ່ງການ ຮ່ວມມືຄັ້ງນີ້ ຖືເປັນການຢືນຢັນ ເຖິງຄວາມມຸ່ງໝັ້ນຂອງສອງຝ່າຍ ໃນການເສີມສ້າງສາຍພົວພັນດ້ານ ເສດຖະກິດ-ການຄ້າ ໃຫ້ມີຄວາມ ເຂັ້ມແຂງຍິ່ງຂຶ້ນ, ເປັນການເປີດ ປະຕູສູ່ໂອກາດໃໝ່ໆ ສໍາລັບການ ພັດທະນາຮ່ວມກັນໃນອະນາຄົດ ໂດຍສະເພາະ ການຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນຕາມເຂດ ຊາຍແດນ ຂອງທັງສອງປະເທດ. ບັນດາເນື້ອໃນສຳຄັນຂອງການ ຮ່ວມມືຄັ້ງນີ້ ປະກອບມີ: ເພີ່ມທະ ວີການຮ່ວມມືດ້ານການຄ້າ, ການ ລົງທຶນ ແລະ ເສດຖະກິດ ໂດຍສຸມ ໃສ່ຂົງເຂດຊາຍແດນ, ແລກປ່ຽນ ຂໍ້ມູນຂ່າວສານ, ຊຸກຍູ້ອຸດສາຫະ ກໍາປຸງແຕ່ງ, ການຄ້າ ແລະ ການ ອໍານວຍຄວາມສະດວກດ້ານການ ຄ້າ, ສິນຄ້າ ແລະ ການບໍລິການ ຕາມຊາຍແດນ ໃຫ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງ; ສົ່ງເສີມການ ສ້າງຕັ້ງສະມາຄົມທຸລະກິດຊາວຈີນ ເພື່ອອໍານວຍຄວາມສະດວກດ້ານ ການຄ້າ ແລະ ງານວາງສະແດງ ແລະ ຂາຍສິນຄ້າຢູ່ຕະຫລາດນັດ ຊາຍແດນ ໂດຍຈະມີການພັດ ປ່ຽນກັນຈັດງານຕະຫລາດນັດ; ຊຸກຍູ້ການຜະລິດເປັນສິນຄ້າ ແລະ ອໍານວຍຄວາມສະດວກ ການ ສົ່ງອອກ-ນໍາເຂົ້າ ໂດຍສະເພາະ ຜະລິດຕະພັນສິນຄ້າກະສິກໍາ ຈາກ ສປປ ລາວ ເຂົ້າໄປ ສປ ຈີນ ໃຫ້ ຫລາຍຂຶ້ນ; ສ້າງກົນໄກການ ປະສານງານກັບພະແນກກະສິກໍາ ແລະ ສິ່ງແວດລ້ອມ ເພື່ອພັດທະນາ ລ້ຽງງົວພັນຊີ້ນ, ປັບປຸງສາຍພັນ ງົວ ແລະ ໃຫ້ການຊ່ວຍເຫລືອ ດ້ານເຕັກນິກການປູກພືດອາຫານ ສັດ ແລະ ກະສິກໍາອື່ນໆ; ປັບປຸງ ກົນໄກການຮ່ວມມືສະກັດກັ້ນ ການ ຄ້າຂາຍເຖື່ອນ ລວມທັງສິນຄ້າຫວງ ຫ້າມ ແລະ ສິນຄ້າຜິດກົດໝາຍ ໂດຍການສ້າງຕັ້ງໜ່ວຍງານປະ ສານງານ ແລະ ແລກປ່ຽນຂໍ້ມູນ ຂ່າວສານຢ່າງທັນການ; ສົ່ງເສີມ ການພັດທະນາວິສາຫະກິດຂະໜາດ ນ້ອຍ ແລະ ກາງ (4.&T) ໂດຍ ສຸມໃສ່ວິສາຫະກິດ ທີ່ມີທ່າແຮງ ບົ່ມຊ້ອນຂອງທັງສອງຝ່າຍ; ຊຸກຍູ້ ທຸລະກິດສອງຝ່າຍເຂົ້າຮ່ວມງານ ວາງສະແດງສິນຄ້າຕະຫລາດ ນັດຊາຍແດນ ແລະ ຕະຫລາດ ປະເພນີຂອງສອງຊາດ ລາວ-ຈີນ ຢ່າງຕໍ່ເນື່ອງ ແລະ ຈັດຝຶກອົບຮົມ ກົດໝາຍການຄ້າ ແລະ ອໍານວຍ ຄວາມສະດວກດ້ານການຄ້າ ໂດຍ ການຝຶກອົບຮົມພາສາຈີນໄລຍະສັ້ນ ໃຫ້ພະນັກງານ-ລັດຖະກອນຂອງ 5 ແຂວງພາກເໜືອ ສປປ ລາວ ຢ່າງ ເປັນປົກກະຕິໃນແຕ່ລະປີ. ສຳລັບ ກອງປະຊຸມຮ່ວມມືດ້ານ ການຄ້າ-ການລົງທຶນ ຄັ້ງທີ XI ປີ 2026 ແມ່ນຫ້ອງການການຄ້າ ກິ່ງແຂວງສິບສອງພັນນາ ແຂວງ ຢຸນນານ ສປ ຈີນ ຈະເປັນເຈົ້າພາບ. ຂ່າວ: ແສງອາທິດ xd- c0;'[= j cdh ; gxu fdko]tfq , mtskora omtxh v'da o-kf xt9exu 2 0 2 5 ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງບັນຊາການ ທະຫານ (ປກຊ) ແຂວງບໍ່ແກ້ວ ເປີດການລະດົມທະຫານພັນທະ ປ້ອງກັນຊາດ ຈຳນວນ 270 ຄົນ ປະຈໍາປີ 2025 ແລະ ຈະໄດ້ເປີດ ຮັບສະໝັກ ຢູ່ອົງການທະຫານ ແຂວງ, ກອງບັນຊາການທະຫານ ເມືອງ 5 ຕົວເມືອງ ແລະ ຢູ່ບັນດາ ກົມກອງທົ່ວແຂວງ ພ້ອມທັງແຈ້ງ ໃຫ້ບັນດາກົມກອງ ແລະ ອຳນາດ ການປົກຄອງບ້ານແນະນຳ ແລະ ລະດົມຊາວໜຸ່ມ-ໄວໜຸ່ມ ທີ່ເປັນ ພົນລະເມືອງດີຂອງຊາດ ເພດຊາຍ ນັບແຕ່ ອາຍຸ 18-25 ປີ, ມີສຸຂະພາບ ແຂງແຮງສົມບູນ, ສັນຊາດລາວ ໂດຍກຳເນີດ, ບໍ່ສັກລາຍ, ບໍ່ມີສານ ເສບຕິດ, ບໍ່ມີພະຍາດຕິດແປດ, ບໍ່ ເຄີຍຕ້ອງໂທດ, ຮຽນຈົບມັດທະຍົມ ຕອນຕົ້ນຂຶ້ນໄປ. ກອງປ ະ ຊຸມວຽກງ າ ນລ ະ ດົມທະຫານພັນທະປ້ອງກັນຊາດ ປະຈຳປີ 2025 ຂອງກອງບັນ ຊາການທະຫານ (ປກຊ) ແຂວງ ບໍ່ແກ້ວ ຈັດໃນວັນທີ 28 ຕຸລາ 2025 ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການ ທະຫານ ແຂວງບໍ່ແກ້ວ, ມີຄະນະ ກຳມະການປົກຄອງເມືອງ, ປກສ ແຂວງ, ກອງພົນທະຫານຮາບທີ 3, ຄະນະພັກ-ຄະນະບັນຊາ 6 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ພົນ ຈັດຕະວາ ບຸນມີ ພາມີໄຊ ໄດ້ເນັ້ນ ໃຫ້ຄະນະການນຳເມືອງ ແລະ ຄະນະພັກ-ຄະນະບັນຊາແຕ່ລະກົມ ກອງ ຈົ່ງພ້ອມກັນເອົາໃຈໃສ່ ແລະ ສົມທັບກັບອຳນາດການປົກຄອງ ບ້ານໂຄສະນາ ຊ່ວຍຊຸກຍູ້ລະດົມເອົາ ຊາວໜຸ່ມ, ຊາຍສະກັນຜູ້ທີ່ມີອາຍຸ ກະສຽນ ແລະ ມາດຖານຄົບຖ້ວນ ເຂົ້າສະໝັກເປັນທະຫານພັນທະ ປ້ອງກັນຊາດ ປະຈຳປີ 2025 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ທັງເປັນການເພີ່ມທະວີການກໍ່ສ້າງ ກຳລັງປ້ອງກັນຊາດໃຫ້ມີຄວາມ ເຕີບໃຫຍ່ເຂັ້ມແຂງໄດ້ທັງປະລິມານ ແລະ ຄຸນນະພາບໄປຢ່າງບໍ່ຢຸດຢັ້ງ. ຂ່າວ: ພາກ ສຸທິປັນຍາ ມີທີມງານແພດໝໍຜ່າຕັດແກ່ນຕາ ຂຸ້ນ ຈາກສູນປິ່ນປົວຕາແຫ່ງຊາດ ປະເທດສິງຫະໂປ ໄດ້ລົງມາກວດ ແລະ ສ້ອມແປງເຄື່ອງຜ່າຕັດແກ່ນ ຕາ ຢູ່ໂຮງໝໍ ແຂວງຫລວງພະບາງ ພ້ອມທັງໄດ້ສອນວິທີການສ້ອມແປງ ອຸປະກອນປິ່ນປົວໃຫ້ໂຮງໝໍແຂວງ ຫລວງພະບາງ. ສ່ວນວັນທີ 24-25 ໄດ້ກວດກຸ່ມເປົ້າໝາຍທີ່ເປັນພະຍາດ ແກ່ນຕາຂຸ້ນຄືນ ເພື່ອລົງທະບຽນ ເຂົ້າຮັບການຜ່າຕັດ ຊຶ່ງມີ 140 ຄົນ. ໃນວັນທີ 26 ຕຸລາ 2025 ທີມງານແພດໝໍຜ່າຕັດແກ່ນຕາ ຂຸ້ນ ຈາກສູນປິ່ນປົວຕາແຫ່ງຊາດ ປະເທດສິງຫະໂປ ໄດ້ເລີ່ມການຜ່າ ແກ່ນຕາຂຸ້ນໃຫ້ປະຊາຊົນ ຊຶ່ງການ ຜ່າຕັດຈະດຳເນີນໄປຈົນຮອດວັນທີ 30 ຕຸລາ2025 ພ້ອມທັງກວດເຊັກ ສາຍຕາໃຫ້ປະຊາຊົນຄືນຕື່ມອີກ. ຈຸດປະສົງ ກໍເພື່ອໃຫ້ປະຊາຊົນ ສາມາດເຂົ້າເຖິງລະບົບການຮັກສາ ສຸຂະພາບຕາ ທີ່ມີຄວາມສະເໝີພາບ ແລະ ຍືນຍົງ, ປັບປຸງຄຸນນະພາບ ການຮັກສາສຸຂະພາບຕາຂອງປະ ຊາຊົນ ໃນທົ່ວປະເທດລາວ ໂດຍ ສະເພາະ ການສຶກສາ, ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງຢູ່ ທ້ອງຖິ່ນ ເພື່ອໃຫ້ການຮັກສາສຸ ຂະພາບຕາທີ່ດີສາມາດເຂົ້າເຖິງໄດ້ ທຸກຄົນ. ຂ່າວ-ພາບ: ດາວອນ ມະນີວັນ ການປູກພືດຜັກ ແລະ ລະບົບການ ລ້ຽງສັດນ້ອຍ ປະເພດ ໄກ່, ປາດຸກ ແລະ ກົບ ເປັນຂັ້ນພື້ນຖານສາມາດ ນໍາເອົາເຕັກນິກທີ່ເໝາະສົມ ເຂົ້າໄປ ນໍາໃຊ້ຢູ່ໃນຂັ້ນບ້ານ ແລະ ຄອບຄົວ ໃຫ້ຖືກຕ້ອງຕາມຫລັກວິຊາການ. ການຝຶກອົບຮົມຄັ້ງນີ້ ຈະດຳເນີນ ເປັນເວລາ 3 ວັນ ຊຶ່ງບັນດາສຳ ມະນາກອນ 25 ທ່ານ ທີ່ມາຈາກ 5 ບ້ານ ຂອງເມືອງຊານໄຊ ຈະ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ປະຕິບັດຕົວຈິງ ໂດຍສະເພາະຮຽນ ຮູ້ເຕັກນິກພື້ນຖານການປູກພືດຜັກ ແລະ ການລ້ຽງສັດນ້ອຍ ໃນນັ້ນ, ການປູກພືດຈະລົງເລິກປູກພືດຜັກ ທີ່ມີໂພຊະນາການຕາມລະດູການ, ການເຮັດຝຸ່ນບົ່ມ, ນໍ້າໝັກຊີວະ ພາບ ແລະ ສະໝຸນໄພປາບສັດຕູພືດ ແລະ ເຕັກນິກການປູກຜັກສວນຄົວ, ກະກຽມດິນ ແລະ ໃນພື້ນທີ່ຈຳກັດ. ສຳລັບການລ້ຽງສັດ ຈະລົງເລິກ ການຄັດເລືອກພໍ່ແມ່ພັນ, ວິທີການ ປັບປຸງພັນສັດ, ການຜະລິດອາຫານ ເສີມຈາກວັດຖຸດິບໃນຊຸມຊົນ, ເຕັກ ນິກການປ້ອງກັນ ແລະ ປິ່ນປົວ ພະຍາດ, ການເຮັດສະໝຸນໄພ ປິ່ນປົວ ແລະ ປ້ອງກັນ, ວິທີການ ລ້ຽງເປັດ, ໄກ່, ກົບ ແລະ ລ້ຽງປາ ໃນບໍ່ດິນ ແລະ ບໍ່ຊີມັງ. ຂ່າວ: ສິດຕິພອນ pq d]tfa [fh kog8a doy drN o4kox6 drn fza d ]h P'la foh vp .sh xt-k-q og,n v'-kow-

RkJQdWJsaXNoZXIy MTc3MTYxMQ==