7144.1

31/10/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນ oE8q d8kf8tc] pa ']= 7vpmj kowxleza f ຂປລ. ແຂວງອຸດົມໄຊ ເປັນອີກ ແຂວງໜຶ່ງ ທີ່ມີສະຖານທີ່ທ່ອງທ່ຽວ ຫລາຍ ແລະ ມີຄວາມສວຍງາມ ບໍ່ ວ່າຈະເປັນແຫລ່ງທ່ອງທ່ຽວທາງ ດ້ານປະຫວັດສາດ, ວັດທະນະທຳ ແລະດ້ານທຳມະຊາດ ຊຶ່ງສະຖານທີ່ ທ່ອງທ່ຽວແຕ່ລະແຫ່ງແຕ່ລະປະ ເພດນັ້ນລ້ວນແຕ່ມີຄວາມສວຍ ງາມ ແຕກຕ່າງກັນໄປ, ມີເອກະລັກອັນ ພົ້ນເດັ່ນ, ມີຊື່ສຽງລະດັບປະເທດ ແລະ ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນ ແຫລ່ງທ່ອງທ່ຽວທາງທຳມະຊາດ ນໍ້າຕົກຕາດນໍ້າກັດຢໍລະປາ, ນໍ້າຕົກ ຕາດຕະແລ, ຖໍ້າຈອມອອງ ແລະ ອື່ນໆ.ດັ່ງນ້ັນ, ມື້ນີ້ຄໍລຳ “ທ່ອງທ່ຽວ xy f-5 f/b dvq [Iq ,.sh oa dd;fdk c]t oa dgfu oles];frq o]tg,n v' c]t muj 16j vkwl0A og,n v' ຂປລ. ເມື່ອມໍ່ໆມານີ້ ເມືອງ ຮົ່ມ ແຂວງໄຊສົມບູນ ໄດ້ປິດຊຸດ ຝຶກອົບຮົມໃຫ້ນັກກວດກາ ແລະ ນັກເດີນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂັ້ນເມືອງ ຄັ້ງ ທີ 5 ປີ 2025 ຢູ່ສະໂມສອນ ຂອງເມືອງ ໂດຍການເຂົ້າຮ່ວມ ຂອງທ່ານ ເຮີ່ດົວ ຈະເລີນເຍ່ຍ ປາ ວ ກຳມ ະ ການພັກ ເ ມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ຮອງຫົວໜ້າ ຄະນະຊີ້ນຳການເດີນສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ ຄັ້ງທີ 5 ປີ 2025, ມີ ບັນດາຄູຝຶກ, ນັກກວດກາ ແລະ ນັກ ເດີນສຳຫລວດຂັ້ນເມືອງເຂົ້າຮ່ວມ. ການຝຶກອົບຮົມໃນຄັ້ງນີ້, ມີ ຄູສອນ 2 ທ່ານ, ນັກກວດກາ 3 ທ່ານ, ນັກກວດກາສໍາຮອງ 1 ທ່ານ, ນັກເດີນສຳຫລວດ 9 ທ່ານ, ຍິງ 1 ທ່ານ, ນັກເດີນສຳຫລວດ ສຳຮອງ 1 ທ່ານ ຊຶ່ງໄດ້ຝຶກອົບຮົມ ຕົວຈິງເປັນເວລາ 7 ວັນເຕັມ. ຜ່ານການຝຶກອົບຮົມໃນຄັ້ງນີ້ ນັກ ກວດກາ ແລະ ນັກເດີນສຳຫລວດ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ ແນວຄວາມຄິດ, ນິຍາມ, ວິທີການ ເກັບກຳຂໍ້ມູນໂດຍນຳໃຊ້ແທັບເລັດ ($"1I), ຂະບວນການ ແລະ ຂັ້ນ ຕອນໃນການຈັດຕັ້ງປະຕິບັດການ ເກັບກຳຂໍ້ມູນພາກສະໜາມ ຫລາຍ ກວ່າ 80 , ຄວາມໝັ້ນໃຈກ່ຽວກັບ ບັນດານິຍາມຕ່າງໆ ຂອງການ ສຳຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສຂັ້ນເມືອງ ແມ່ນຢູ່ໃນລະດັບ 90 , ຄວາມໝັ້ນໃຈຕໍ່ຄວາມ ສາມາດໃນການນຳໃຊ້ແຜນທີ່ເຂດ ສຳຫລວດ &" ແລະ ໂປຣແກມ ການເກັບກໍາຂໍ້ມູນປະມານ 90 ແມ່ນຢູ່ລະດັບດີ. ຄວາມໝັ້ນໃຈໃນ ຄວາມອາດສາມາດຂອງຕົນແບບ ສອບຖາມໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ 89 ຢູ່ໃນ ລະດັບດີ. ຂະນະທີ່ ທ່ານ ເຮີ່ດົວ ຈະ ເລີນເຍ່ຍປາວ ໄດ້ຮຽກຮ້ອງໃຫ້ນັກ ເດີນສຳຫລວດທຸກທ່ານ ຈົ່ງເອົາໃຈ ໃສ່ຕໍ່ການເດີນສຳຫລວດໃນຄັ້ງນີ້ ເປັນຕົ້ນພາຍຫລັງໄດ້ຈົບການຝຶກ ອົບຮົມຄັ້ງນີ້ແລ້ວ ໃຫ້ມອບວຽກທີ່ ຕົນຮັບຜິດຊອບພາຍໃນຫ້ອງການ ໃຫ້ຫ້ອງການຂອງຕົນ ເພື່ອຈະໄດ້ ລົງເດີນສຳຫລວດ ເພາະການເດີນ ສຳຫລວດຈະໃຊ້ເວລາຍາວນານ, ການເດີນສຳຫລວດແມ່ນໃຊ້ເຄື່ອງ ມີທີ່ທັນສະໄໝ ແລະ ໃຊ້ເວລາດົນ. ດັ່ງນັ້ນ, ຄວນເອົາໃຈໃສ່ໃນການ ບຳລຸງຮັກສາເຄື່ອງມືໃຫ້ດີ ເພື່ອ ບໍ່ໃຫ້ມີການເສຍຫາຍ ແລະ ເກີດ ຂໍ້ຜິດພາດຕ່າງໆ, ຕ້ອງມີການ ປະສານກົມກຽວກັບອຳນາດການ ປົກຄອງບ້ານຢ່າງລະອຽດ ເພາະ ເປັນຊ່ວງເກັບກ່ຽວຜົນຜະລິດຂອງ ປະຊາຊົນ ເພື່ອບໍ່ໃຫ້ການເດີນ ສຳຫລວດຊັກຊ້າ, ຕ້ອງປະສານ ສົມທົບກັບ ປກສ-ປກຊ ແລະ ສຸກ ສາລາ ທີ່ປະຈຳຢູ່ບ້ານໃຫ້ຄວາມ ຮ່ວມມືຢ່າງກົມກຽວ ເພື່ອສະດວດ ໃນການປະຕິບັດວຽກ, ເວລາລົງ ຫາບ້ານຖ້າພົບບັນຫາທີ່ຫຍຸ້ງຍາກ ໃຫ້ຮີບຮ້ອນລາຍງານດ່ວນຕໍ່ຄະນະ ຊີ້ນຳ ເພື່ອແກ້ໄຂໃຫ້ທັນເວລາ, ເພີ່ມທະວີຄວາມເອົາໃຈໃສ່ໃນການ ສອບຖາມໃຫ້ກົງກັບຄຳຖາມຢ່າງ ເຂັ້ມງວດ, ແນ່ນອນ, ຊັດເຈນ ແລະ ສອດຄ່ອງກັບສະພາບຕົວຈິງ. ເມືອງລາວ” ຂໍນຳສະເໜີອີກແຫລ່ງ ທ່ອງທ່ຽວໜຶ່ງທີ່ໜ້າສົນໃຈ ນັ້ນກໍຄື “ນໍ້າຕົກຕາດຕະແລ” ຢູ່ເມືອງຮຸນ ແຂວງອຸດົມໄຊ. ນ້ຳຕົກຕາດຕະແລ ຕັ້ງຢູ່ບ້ານ ຕະແລ ຫ່າງຈາກເທສະບານເມືອງ ຮຸນ ປະມານ 40 ກວ່າກິໂລແມັດ, ການເຂົ້າເຖິງເປັນທາງດິນແດງ ອັນ ເຮັດໃຫ້ການເດີນທາງໄປໃນໄລຍະ ລະດູຝົນແມ່ນຂ້ອນຂ້າງລຳບາກ, ເຖິງແນວກໍຕາມດ້ວຍຄວາມງົດ ງາມຂອງນ້ຳຕົກທີ່ທຳມະຊາດ ເນລະມິດປັ້ນແຕ່ງຂຶ້ນມາ ອັນເປັນ ມົນສະເໜ່ດຶງດູດນັກທ່ອງທ່ຽວໃຫ້ ເຂົ້າໄປສຳຜັດບັນຍາກາດອັນແສນ ງົດງາມທີ່ຫາອັນປຽບໄດ້ຍາກ. ສຳລັບຈຸດເດັ່ນຂອງຕາດແຫ່ງນີ້ ທີ່ ສາມາດສະກົດສາຍຕາຜູ້ພົບເຫັນ ໂດຍສະເພາະຄວາມງາມຂອງນ້ຳ ທີ່ຕົກລົງມາເປັນຊັ້ນໆ ປານຮູບ ເຕັມໃນເທບນິຍາມ, ແບ່ງອອກ ເປັນຫລາຍຊັ້ນເໝືອນຂັ້ນໄດ, ມີ ລັກສະນະຄ້າຍຄືກັນນໍ້າຕົກຕາດ ກວາງຊີ ແລະ ຕາດແສ້ ທີ່ແຂວງ ຫລວງພະບາງ, ສ່ວນບໍລິເວນຕາດ ອ້ອມຮອບດ້ວຍປ່າດົງດິບ ແລະ ປ່າ ເຄິ່ງດົງດິບມີໃບດົກໜາຂຽວງາມ ອຸ່ມທຸ່ມ ແລະ ເຕັມໄປດ້ວຍນົກນາໆ ພັນທີ່ສົ່ງສຽງຮ້ອງໄປທົ່ວພື້ນປ່າ, ພ້ອມນັ້ນຍັງມີຕາດໃຫຍ່-ນ້ອຍຢ່ັງ ຢາຍໄປຕາມສາຍນ້ຳຕະແລ ຍາວ ປະມານ 600 ກວ່າແມັດ ອັນໄດ້ ເຮັດໃຫ້ນ້ຳຕົກຕາດແຫ່ງນີ້ມີ ທັງໝົດ 7 ຕາດດ້ວຍກັນ ຊຶ່ງແຕ່ລະຕາດນັ້ນ ຈະມີຄວາມງົດງາມ, ຄວາມກວ້າງ, ຄວາມສູງແຕກຕ່າງກັນໄປ ບວກ ກັບບັນຍາກາດເຢັນສະບາຍທີ່ມີລົມ ພັດຜ່ານມາເປັນຫູດໆ ແລະ ເຕັມ ໄປດ້ວຍຄວາມຊຸ່ມຊື່ນຂອງສາຍ ນ້ຳ ແລະ ປ່າດົງພົງໄພທີ່ຂຽວສົດ ງົດງາມ, ມີຕົ້ນໄມ້ນ້ອຍ-ໃຫຍ່ສັບ ປົນກັນທົ່ວທັງຜືນປ່າ ປະກອບກັບ ສຽງນ້ຳຕົກທີ່ໄຫລຈາກທີ່ສູງລົງມາ ເຮັດໃຫ້ເຮົາຮູ້ສຶກຊຸ່ມຊື່ນທັງກາຍທັງ ໃຈຈົນເລີຍຄວາມອິດເມື່ອຍພຸ້ນລະ} ໂດຍສະເພາະແມ່ນໄລຍະນີ້ນ້ຳຈະ ຫລາຍຍິ່ງເພີ່ມຄວາມງົດງາມເຫັນ ແລ້ວເບີກບານຈິດໃຈອີ່ຫລີ. ແນວໃດກໍດີ, ນ້ຳຕົກຕາດຕະແລ ຍັງມີປະຫວັດຄວາມເປັນມາ ແລະ ມີຕຳນານເລົ່າຂານປາກຕໍ່ປາກມາ ວ່າ: ແຕ່ປາງກ່ອນມີບ່າວເງືອກ ຜູ້ໜຶ່ງຊື່ວ່າທ້າວ ພັກ ໄດ້ລົງຫລິ້ນ ບຸນຢູ່ຫລວງພະບາງ, ບັງເອີນເຫັນ ສາວເງືອກຜູ້ໜຶ່ງຊື່ວ່ານາງ ຄຳຜີວ ທີ່ອາໄສຢູ່ນ້ຳຄານ; ທ້າວ ພັກ ເກີດ ມີຄວາມຮັກກັບນາງ ຄຳຜີວ ແລະ ໄດ້ລັກເອົານາງ ຄຳຜີວ ມານຳ, ຕໍ່ ຈາກນັ້ນມາມີບ່າວເງືອກຄົນໜຶ່ງທີ່ ເຄີຍຮັກກັບນາງ ຄຳຜີວ ມາກ່ອນ ລາວໄດ້ໄປນຳມາເອົານາງ ຄຳ ຜີວ ຄືນມາ, ທັງສອງຝ່າຍຈຶ່ງເກີດ ມີການຕໍ່ສູ້ ກັນ ລະຫວ່າງ ທ້າວ ພັກ ກັບຄົນຮັກເກົ່າຂອງນາງ ຄຳຜິວ, ສ່ວນທ້າວ ພັກ ກໍໄດ້ສ້າງດ່ານກັນ ໄວ້ເປັນຈຸດໆຢູ່ທີ່ນ້ຳຕະແລ ຊຶ່ງດ່ານ ດັ່ງກ່າວກໍ່ກາຍເປັນຊັ້ນໆຢາຍກັນໄປ ເພື່ອປ້ອງກັນການບຸກໂຈມຕີຂອງ ຮັກເກົ່າຂອງນາງ ຜິວ ແລະ ຕັ້ງແຕ່ ນັ້ນມາຈຶ່ງເອີ້ນວ່າ: ຕາດຕະແລ ໃນ ປັດຈຸບັນ.

RkJQdWJsaXNoZXIy MTc3MTYxMQ==