31/10/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ [q flerkf0v'ltskp ok' 2j k'sq ' gvdva d7t]a f4tm6 f lx 9u o xt9e lxx ]k; ສະຫາ ຍປະທານປະ ເ ທດ ທອງລຸນ ສີສຸລິດ ໄດ້ເດີນທາງ ໄປເຂົ້າຮ່ວມພິທີລະນຶກໄຊຊະນະ ສົງຄາມຕ້ານຟາຊິດຂອງປະຊາຊົນ ຈີນ ກໍຄື ໄຊຊະນະຂອງການຕ້ານ ຟາຊິດໂລກ ຄົບຮອບ 80 ປີ ອັນ ໄດ້ສະແດງໃຫ້ເຫັນວ່າຝ່າຍລາວ ໄດ້ຮ່ວມກັບບັນດາປະເທດຈັບ ມືກັນປົກປ້ອງໝາກຜົນຂອງໄຊ ຊະນະການຕ້ານຟາຊິດໂລກ, ເປັນ ມານະຈິດອັນໜັກແໜ້ນໃນການ ປົກປັກຮັກສາລະບຽບການສາກົນ ພາຍຫລັງສົງຄາມ. ພວກເຮົາ ຍິນດີຮ່ວມກັບບັນດາປະເທດໃນ ໂລກລວມທັງ ສປປ ລາວ, ຍາມ ໃດກໍ່ຢືນຢູ່ເບື້ອງທີ່ຖືກຕ້ອງຂອງ ປະຫວັດສາດ, ຍຶດໝັ້ນທັດສະນະ ປະຫວັດສາດສົງຄາມໂລກ ຄັ້ງ ທີ 2 ຢ່າງຖືກຕ້ອງ, ເດັດດ່ຽວ ປົກປ້ອງລະບຽບການສາກົນ ພາຍຫລັງສົງຄາມ, ເດັດດ່ຽວ ປົກປ້ອງຄວາມຍຸຕິທຳ ແລະ ຄວາມທ່ຽງທຳຂອງສາກົນ, ເດັດ ຂາດບໍ່ອະນຸຍາດໃຫ້ປະຕິເສດ, ບິດເບືອນ ຫລື ແຕ່ງແຕ້ມຄວາມ ສວຍງາມໃຫ້ແກ່ປະຫວັດສາດ ການຮຸກຮານ, ເດັດຂາດບໍ່ໃຫ້ລັດທິ ຂຸນເສິກກັບຄືນມາອີກ, ເດັດຂາດບໍ່ ອະນຸຍາດໃຫ້ໂສກອະນາດຕະກໍາ ທາງປະຫວັດສາດຊໍ້າຮອຍອີກ, ເດັດຂາດຈະເປັນຜູ້ຮັກສາຄວາມ ຊົງຈໍາທາງປະຫວັດສາດ, ເປັນ ຜູ້ເດີນຕາມການພັດທະນາ ແລະ ການຟື້ນຟູຄວາມຮຸ່ງເຮືອງ, ເປັນຜູ້ ປົກປ້ອງຄວາມຍຸຕິທຳຄວາມທ່ຽງ ທໍາຂອງສາກົນ, ເພື່ອສູ້ຊົນເຮັດໃຫ້ ໂຊກຊາຕາກຳຂອງມວນມະນຸດ ໄດ້ມີອະນາຄົດອັນໃສແຈ້ງຍິ່ງຂຶ້ນ. ໄລຍະວັນທີ 3 ຮອດ ວັນທີ 6 ກັນຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ, ໃນໄລຍະຢູ່ປັກກິ່ງ ໄດ້ພົບປະກັບ ສະຫາຍ ສີຈິ້ນຜິງ ເລຂາທິການ ໃຫຍ່, ປະທານປະເທດແຫ່ງ ສປ ຈີນ ແລະ ສະຫາຍ ຕິງເຊຍສຽງ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ສອງຝ່າຍໄດ້ບັນລຸຄວາມ ຮັບຮູ້ຮ່ວມກັນຢ່າງເປັນລະບົບ. ສະຫາຍມີຄວາມຮູ້ສຶກແນວໃດຕໍ່ ການຢ້ຽມຢາມຄັ້ງນີ້ ປະມຸກລັດ ຂອງສອງປະເທດ ຈີນ-ລາວ ໄດ້ ພົບປະກັນໄດ້ມີໝາກຜົນສຳຄັນ ໃດແດ່ ໂດຍສະເພາະຕໍ່ການເຊັນ ສັນຍາວ່າດ້ວຍ “ປະຕູດຽວ ຄັ້ງ ດຽວ” ຢູ່ດ່ານສະຖານີລົດໄຟ ສາກົນ ລາວ-ຈີນ ຈະນໍາເອົາຜົນ ປະໂຫຍດໃດແດ່ມາສູ່ສອງປະເທດ ຈີນ-ລາວ ສອງປະເທດ ຈີນ-ລາວ ແມ່ນ ປະເທດສັງຄົມນິຍົມທີ່ເປັນບ້ານ ໄກ້ເຮືອນຄຽງທີ່ດີນໍາກັນ, ຍາມ ໃດກໍເດີນຢູ່ແຖວໜ້າຂອງການ ສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ. ການຢ້ຽມຢາມ ເທື່ອນີ້ ເຮັດໃຫ້ຂ້າພະເຈົ້າມີຄວາມ ຮູ້ສຶກເລິກເຊິ່ງທີ່ສຸດກໍແມ່ນການ ນໍາສູງສຸດຂອງສອງພັກ, ສອງລັດ ຍາມໃດກໍຖືສໍາຄັນສູງ ແລະ ໄດ້ ກຳກັບການພັດທະນາສາຍພົວພັນ ຈີນ-ລາວ ດ້ວຍຕົນເອງມາໂດຍ ຕະຫລອດ, ໄດ້ຊຸກຍູ້ໃຫ້ການສ້າງ ຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບ ມື້ສະແດງໃຫ້ເຫັນເຖິງອະນາຄົດ ອັນໃສແຈ້ງ ແລະ ກວ້າງຂວາງ ທີ່ສຸດ. ໃນການພົບປະຄັ້ງນີ້, ການ ນໍາສູງສຸດຂອງສອງພັກ, ສອງ ລັດ ໄດ້ແລກປ່ຽນຄໍາຄິດເຫັນຢ່າງ ເລິກເຊິ່ງໃນການລົງເລິກກໍ່ສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ໃນຍຸກ ໃໝ່. ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີິ້ອອກວ່າ ເດືອນຕຸລາ ປີ 2023 ສອງຝ່າຍໄດ້ລົງນາມໃນ ແຜນແມ່ບົດວ່າດ້ວຍການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ໄລຍະ 5 ປີ ສະບັບໃໝ່ເປັນຕົ້ນມາ, ການ ຮ່ວມມືຂອງສອງປະເທດໃນແຕ່ລະ ຂົງເຂດໄດ້ມີໝາກຜົນອັນພົ້ນເດັ່ນ, ໄດ້ສະແດງໃຫ້ເຫັນເຖິງຄວາມ ໝາຍຍຸດທະສາດ ແລະ ການເປັນ ຕົວແບບຂອງການສ້າງຄູ່ຮ່ວມ ຊາຕາກໍາ ຈີນ-ລາວ. ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ກໍໄດ້ກ່າວວ່າປັດຈຸບັນການພົວພັນ ສອງປະເທດ ລາວ-ຈີນ ຢູ່ໃນໄລຍະ ທີ່ດີທີ່ສຸດໃນປະຫວັດສາດ, ຝ່າຍ ລາວຍິນດີຮ່ວມກັບຝ່າຍຈີນສືບຕໍ່ ຈັດຕັ້ງປະຕິບັດແຜນແມ່ບົດໄລຍະ 5 ປີ ສະບັບໃໝ່ໃຫ້ດີ, ຊຸກຍູ້ໃຫ້ການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ກ້າວຂຶ້ນສູ່ມາດຕະຖານສູງຂຶ້ນ, ຄຸນນະພາບສູງຂຶ້ນ ແລະ ລະດັບ ສູງຂຶ້ນ. ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເນັ້ນໜັກວ່າປັດຈຸບັນສະ ຖານະການສາກົນ ແລະ ພາກພື້ນ ມີການປ່ຽນແປງຢ່າງເລິກເຊິ່ງ ແລະ ສະຫລັບສັບຊ້ອນ, ສອງ ຝ່າຍຄວນມີສາຍຕາຍາວໄກ ແລະ ມີວິໄສທັດຍຸດທະສາດ ເພື່ອເບິ່ງ ແລະ ກໍາໄດ້ສາຍພົວພັນ ຈີນ-ລາວ, ຕໍ່ບັນຫາທີ່ພົວພັນເຖິງຜົນປະໂຫຍດ ຂອງໃຜລາວ ແລະ ບັນຫາພົວພັນ ທີ່ສໍາຄັນຕ້ອງໄດ້ເດັດດ່ຽວສະໜັບ ສະໜູນເຊິ່ງກັນ ແລະ ກັນ. ສອງ ຝ່າຍຄວນຖືເອົາໂອກາດການສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ຂອງສອງປະເທດເປັນ ໂອກາດວາງແຜນການແລກປ່ຽນ ພົວພັນໃນແຕ່ລະຂົງເຂດໃຫ້ດີ. ຄວນຖືເອົາການດຳເນີນທຸລະກິດ ຂອງເສັ້ນທາງລົດໄຟ ຈີນ-ລາວ ແລະ ການພັດທະນາລຽບຕາມ ເສັ້ນທາງເປັນຈຸດສຸມ, ສືບຕໍ່ບຸກ ເບີກ “ເສັ້ນທາງທອງຄໍາໃຫຍ່” ນີ້ ໃຫ້ມີບົດບາດກະຕຸກຊຸກຍູ້ອອກ ໄປຢ່າງກວ້າງຂວາງ, ຊຸກຍູ້ໃຫ້ ໂຄງການສໍາຄັນໄດ້ຮັບການຍົກ ສູງຂຶ້ນດ້ານຄຸນນະພາບ. ຄວນ ລົງເລິກການຮ່ວມມືໃນວຽກງານ ປ້ອງກັນຊາດ, ການປະຕິບັດກົດ ໝາຍ, ການຮັກສາສະຖຽນລະ ພາບຄວາມໝັ້ນຄົງ ແລະ ອື່ນໆ, ຮັກສາການປາບປາມຢ່າງເຂັ້ມ ງວດຕໍ່ການພະນັນຂ້າມຊາຍແດນ, ການສໍ້ໂກງຜ່ານທາງລະບົບໂທລະ ຄົມ ແລະ ອື່ນໆ. ໃນໄລຍະການ ຢ້ຽມຢາມ, ສອງຝ່າຍຍັງໄດ້ເຊັນ ເອກະສານຮ່ວມມືຫລາຍສະບັບ ແລະ ໄດ້ມີໝາກຜົນການຮ່ວມ ມືສໍາຄັນຈຳນວນໜຶ່ງຮ່ວມກັນ ເຊັ່ນ: ດ້ານຫຸ່ນຍົນອັດສະລິຍະ, ລະບົບດາວທຽມພາທາງ, ການ ປິ່ນປົວສາທາລະນະສຸກ, ການ ສຶກສາ, ການຫລຸດຜ່ອນຄວາມ ທຸກຍາກ, ການກັກກັນພືດສັດ ແລະ ຂົງເຂດອື່ນໆ, ໃນນັ້ນ ປະເທດຈີນ ໄດ້ຊ່ວຍປະເທດລາວສ້າງ LBPAI ກໍໃກ້ຈະໄດ້ເປີດຕົວໃນມໍ່ໆນີ້, ໂດຍ ຖືເອົາການຝຶກຊ້ອມດ້ວຍລະບົບ ຂໍ້ມູນພາສາລາວ, ແມ່ນຮູບແບບ ພາສາຂອງຄົນລາວເອງ ຊຶ່ງໄດ້ ຊ່ວຍໃຫ້ ສປປ ລາວ ພັດທະນາ ທາງດ້ານ AI ໃນຍຸກປັດຈຸບັນ, ສາມາດຮັບໃຊ້ໃຫ້ແກ່ປະຊາຊົນ ລາວ ແລະ ເພີ່ມຄວາມສາມາດໃຫ້ ແກ່ການຜະລິດຂອງລາວໄດ້ຢ່າງ ແທ້ຈິງ. ໃນຕໍ່ໜ້າ, ຝ່າຍຈີນຈະຮ່ວມ ກັບຝ່າຍລາວ ຖືເອົາຄວາມຮັບຮູ້ ຮ່ວມກັນທີ່ສໍາຄັນຂອງການນໍາສູງ ສຸດສອງປະເທດເປັນທິດນໍາສືບຕໍ່ ຊຸກຍູ້ໃຫ້ແຜນແມ່ບົດ ແລະ ແຜນ ປະຕິບັດງານໄດ້ຮັບການຈັດຕັ້ງ ຢ່າງລະອຽດ, ຊຸກຍູ້ໃຫ້ການຮ່ວມມື ຮູບປະທໍາລະຫວ່າງ ຈີນ-ລາວ ກ້າວຂຶ້ນສູ່ລະດັບເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ. ຕໍ່ຈາກສະບັບກ່ອນ ອ່ານຕໍ່ສະບັບໜ້າ ລົດເມດ່ວນ... ເປີດເທສະການຮູບເງົາ... ບຸນທາດຫລວງປີນີ້... ຂປລ. ໄລຍະສະເຫລີມສະ ຫລອງບຸນນະມັດສະການພະທາດ ຫລວງວຽງຈັນ ປີ 2025 ນີ້, ພະ ແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຈະເປີດໃຫ້ ບໍລິການຂົນສົ່ງມວນຊົນດ້ວຍລົດເມ ດ່ວນ (#R5) ແລະ ລົດເມແບບ ທຳມະດາ (ລົດເມສາທາລະນະ) ໂດຍບໍ່ໄດ້ເສຍຄ່າປີ້ລົດ (ຟຣີ) ເພື່ອ ປະຈໍາຢູ່ແຕ່ລະຈຸດໃນງານບຸນພະ ທາດຫລວງ ແລະ ຢູ່ສູນການຄ້າ ລາວ-ໄອເຕັກ ເພື່ອຮັບປະກັນຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍເຮັດໃຫ້ງານປີນີ້ ມີ ຄວາມສະຫງົບ, ປອດໄພຮັກສາໄດ້ ວັດທະນະທຳ, ຮີດຄອງປະເພນີ ອັນ ດີງາມຂອງຊາດລາວເຮົາ. ສະຫາຍ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນ ຄວາມສະຫງົບ ນະຄອນຫລວງ ວຽງຈັນ ລາຍງານໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ບຸນນະມັດສະການພະ ທາດຫລວງວຽງຈັນ ແລະ ງານ ວາງສະແດງສິນຄ້າໃນປີນີ້, ກອງ ບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໄດ້ສ້າງ ແຜນການຈັດວາງກຳລັງປ້ອງກັນ ຈຳນວນທັງໝົດ 2.015 ສະຫາຍ ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ທີ່ນຳມາສາຍຄັ້ງນີ້ ປະກອບມີ: ເລື່ອງສະບາຍດີອີ່ແມ່ ແລະ ມະນຸດ ດວງຈັນ ທີ່ພາກເປັນພາສາລາວ. ຮູບເງົາດັ່ງກ່າວ, ຍັງຈະໄດ້ນຳໄປ ສາຍຢູ່ແຂວງຫົວພັນ, ຫລວງພະ ບາງ ແລະ ຈໍາປາສັກ ຮອດທ້າຍ ເດືອນພະຈິກ 2025 ນີ້. ທ່ານນາງດາລານີພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະ ທຳ ແລະ ການທ່ອງທ່ຽວ ໄດ້ກ່າວ ວ່າ: ເທສະການຮູບເງົາດີເດັ່ນລາວຈີນ ໄດ້ເລີ່ມຈັດຕັ້ງປະຕິບັດມາເປັນ ເວລາ 9 ປີ ຊຶ່ງເປັນສັນຍະລັກທີ່ ສຳຄັນຂອງການເຊື່ອມຕໍ່ຈິດໃຈ ລະຫວ່າງປະຊາຊົນຈີນ ແລະ ລາວ ເພາະມັນບໍ່ພຽງແຕ່ມີຮູບພາບທີ່ໜ້າ ປະທັບໃຈ ແລະ ເລື່ອງລາວທີ່ໜ້າ ສົນໃຈເທົ່ານັ້ນ, ຫາກຍັງສະແດງ ເຖິງມິດຕະພາບອັນເລິກເຊິ່ງຂອງ ປະຊາຊົນຈີນຕໍ່ພີ່ນ້ອງລາວ, ເປັນ ການສະທ້ອນຢ່າງຈະແຈ້ງຕໍ່ສາຍ ພົວພັນທາງວັດທະນະທຳລະຫວ່າງ ສອງຊາດ. ກິດຈະກຳສາຍຮູບເງົາ ດີເດັ່ນລາວ-ຈີນຄັ້ງນີ້, ແມ່ນການ ລິເລີ່ມທີ່ເປັນປະໂຫຍດເພື່ອເຮັດ ໃຫ້ການແລກປ່ຽນວັດທະນະທຳ ລະຫວ່າງຈີນ ແລະ ລາວ ເລິກເຊິ່ງ ຂຶ້ນ ແລະ ສົ່ງເສີມສາຍພົວພັນທີ່ໃກ້ ຊິດລະຫວ່າງປະຊາຊົນດ້ວຍກັນ. ໂອກາດດຽວກັນ, ທ່ານ ຫວາງ ຊາງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈຳລາວ ໄດ້ກ່າວວ່າ: ເທສະການຮູບເງົາດີເດັ່ນ ລາວ-ຈີນ ໄດ້ຈັດຕັ້ງປະຕິບັດມາຫລາຍປີແລ້ວ ຊຶ່ງແຕ່ລະປີຮູບເງົາດີເດັ່ນຂອງຈີນ ທີ່ພາກສຽງເປັນພາສາລາວ ໄດ້ນຳ ສະເໜີການພັດທະນາ ແລະ ການ ຫັນປ່ຽນຂອງຈີນ, ຄວາມກ້າຫານ, ດຸໝັ່ນຂະຫຍັນພຽນຂອງປະຊາຊົນ ແລະ ຄວາມຫລາກຫລາຍຂອງວັດ ທະນະທໍາໃຫ້ແກ່ຜູ້ຊົມລາວຢ່າງມີ ຊີວິດຊີວາ ເພື່ອສ້າງຂົວເຊື່ອມຕໍ່ທີ່ ໜັກແໜ້ນຂອງຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງ ລາວ-ຈີນ ຜ່ານການເດີນສາຍຮູບເງົາ. ພ້ອມ ນັ້ນ, ພວກເຮົາຍັງຫວັງວ່າຮູບເງົາ, ວັດທະນະທໍາ ແລະ ສິລະປະຂອງ ລາວທີ່ດີເດັ່ນຈະເຂົ້າໄປໃນປະເທດ ຈີນຫລາຍຂຶ້ນ ເພື່ອໃຫ້ປະຊາຊົນ ຈີນສາມາດເຂົ້າໃຈມົນສະເໜ່ທີ່ເປັນ ເອກະລັກຂອງລາວຫລາຍຂຶ້ນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ປະຈຳຢູ່ໃນບຸນພະທາດຫລວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອ ຮັບປະກັນຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ຈະ ຈັດກຳລັງຕຳຫລວດຈະລາຈອນ ລົງປະຈຳຈຸດ (ທາງຄົບ-ທາງ ແຍກ), ປະຈຳປ້ອມເພື່ອລະບາຍ ການສັນຈອນ, ຕັ້ງຈຸດກວດກາຢູ່ ເຂດຊາຍແດນ ຫລື ປະຕູເຂົ້າ-ອອກ ນະຄອນຫລວງວຽງຈັນ. ນອກນັ້ນ, ຍັງຈະຈັດຕັ້ງກຳລັງປະຈຳການຢູ່ ບັນດາຫ້ອງ ແລະ ກອງບັນຊາການ ປກສ 9 ຕົວເມືອງ ເພື່ອກຽມພ້ອມ ແກ້ໄຂກໍລະນີສຸກເສີນ. ໂອກາດນີ້, ສະຫາຍ ພົຈວ ບົວພັນ ຟອງມະນີ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ພໍ່ຄ້າ-ຊາວ ຂາຍ ລວມທັງຊາວຕ່າງປະເທດ ປະຕິບັດຕາມກົດລະບຽບທີ່ທາງ ຄະນະກຳມະການຈັດງານວາງອອກ ຢ່າງເຂັມງວດເປັນຕົ້ນຕ້ອງມີຄວາມ ຮັບຜິດຊອບຕໍ່ຕົນເອງ, ຕໍ່ບຸກຄົນອ້ອມ ຂ້າງ; ຮັກສາວັດຖຸ-ຊັບສິນຂອງຕົນ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ບໍ່ຈອດລົດ ຢູ່ບ່ອນເປົ່າປ່ຽວ ແລະ ບໍ່ຄວນເອົາ ຊັບສິນ, ເງິນຄຳຈຳນວນຫລາຍ ປະໄວ້ຢູ່ໃນລົດ ເພື່ອປ້ອງກັນບໍ່ໃຫ້ ຄົນບໍ່ດີລັກຊັບ ກໍຄື ການທຸບແວ່ນລົດ ແລ້ວລັກເອົາວັດຖຸມີຄ່າຂອງທ່ານ ໄປ. ພ້ອມນີ້, ກ່ອນຈະອອກຈາກ ເຮືອນ, ທີ່ພັກອາໄສ ຕ້ອງກວດກາ ໄຟຟ້າ, ປັກສຽບ ຫລື ບ່ອນແຕ່ງກິນ, ການໄຕ້ທູບ-ທຽນບູຊາໃຫ້ມີຄວາມ ຮັບປະກັນບໍ່ໃຫ້ມີເຫດໄຟໄໝ້ເກີດຂຶ້ນ ແລະ ດີແທ້ໃຫ້ມີຄົນເຝົ້າເຮືອນ ເພື່ອ ປ້ອງກັນເຫດການບໍ່ດີ ຫລື ປ້ອງກັນ ບໍ່ໃຫ້ພວກຄົນບໍ່ດີສວຍໂອກາດໄປ ກໍ່ເຫດງັດແງະລັກຊັບຢູ່ເຮືອນຂອງ ທ່ານ; ການເດີນທາງຜູ້ຂັບຂີ່ລົດຕ້ອງ ມີສະຕິ, ກຽມເອກະສານລົດ, ໃບຂັບ ຂີ່ຍານພາຫະນະຢ່າງຄົບຖ້ວນ, ຜູ້ຂັບ ຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທັງ ຜູ້ຂັບລົດ ແລະ ຜູ້ຂີ່ຊ້ອນທ້າຍ; ການ ມາທ່ຽວຫລິ້ນໃນງານບຸນຕ້ອງມີສະ ຕິຮັກສາເຄື່ອງຂອງໃຫ້ດີ, ການພາຍ ຖົງຕ້ອງພາຍບ່ຽງມາທາງດ້ານໜ້າ ເພື່ອປ້ອງກັນບໍ່ໃຫ້ພວກມິດຊາຊີບ ຈົກກະເປົາ ຫລື ແຫກກະເປົາລັກ ເອົາຊັບສິນຂອງທ່ານ ແລະ ຖ້າມີລູກ ຫລານມາທ່ຽວໃນງານຕ້ອງຂຽນຊື່, ເບີໂທລະສັບຂອງຜູ້ປົກຄອງ ຫລື ເບີ ໂທຂອງຜູ້ເປັນພໍ່ແມ່ ແລ້ວໃສ່ໃນຖົງ ລູກຫລານ, ເວລາພັດຫລົງກັນຈຶ່ງ ສະດວກໃຫ້ແກ່ເຈົ້າໜ້າທີ່ໃນການ ປະສານຫາຜູ້ປົກຄອງມາຮັບເອົາລູກ ຫລານຂອງຕົນ. ພ້ອມນັ້ນ, ຍັງຫ້າມນຳເອົາອາ ວຸດ, ທາດແຕກ, ທາດລະເບີດ, ໝາກ ກະໂພກ, ບັ້ງໄຟດອກ, ໂຄມໄຟລອຍ ແລະ ວັດຖຸສິ່ງທີ່ຕ້ອງຫ້າມອື່ນໆ ເຂົ້າໄປໃນງານຍົກເວັ້ນສະເພາະ ເຈົ້າໜ້າທີ່ປ້ອງກັນ, ຖ້າບຸກຄົນ, ນິຕິ ບຸກຄົນໃດມີຄວາມຕ້ອງການນຳ ໃຊ້ໂດຣນ ເພື່ອບິນຖ່າຍພາບມູມສູງ ຕ້ອງໄດ້ມາລົງທະບຽນ ຫລື ຂໍອະນຸ ຍາດນຳອະນຸກຳມະການຈັດງານ ບຸນເພື່ອພິຈາລະນາ. ຂ່າວ: ທະນູທອງ; ພາບ: ຂັນໄຊ ອໍານວຍຄວາມສະດວກໃຫ້ມວນ ຊົນຜູ້ມາບຸນນະມັດສະການພະທາດ ຫລວງວຽງຈັນ ແລະ ເພື່ອຫລຸດ ຜ່ອນຄວາມແອອັດຂອງພາຫະນະ ຕ່າງໆທີ່ຈະເຂົ້າໄປໃນງານ ຊຶ່ງຈະ ເລີ່ມແຕ່ເວລາ 17:00-23:00 ໂມງ. ສຳລັບລົດເມດ່ວນ (#R5) ຈະໃຫ້ບໍລິການ 2 ສາຍທາງ ຊຶ່ງຈະ ອອກລົດທຸກໆ 10-15 ນາທີ ຂອງ ແຕ່ລະສະຖານີຕົ້ນທາງ. ໃນນັ້ນ, ສາຍທາງທີ 1 ສະຖານີຕົ້ນທາງ ແມ່ນເລີ່ມຈາກສະຖານີສວນເຈົ້າ ຟ້າງຸ່ມ ຕິດກັບໂຮງແຮມຊຳເມີເຊັດ ແລ່ນຕາມຖະໜົນເສດຖາທິລາດ ຜ່ານສວນນໍ້າພຸ ແລະ ສຳນັກງານ ປະທານປະເທດ. ຈາກນັ້ນ, ລ້ຽວ ຊ້າຍເຂົ້າຖະໜົນໜອງບອນ ຜ່ານ ສະຖານີລົດເມ #R5 (ຕະຫລາດ ເຊົ້າ ແລະ ທາດຝຸ່ນ) ແລະ ລ້ຽວຊ້າຍ ເຂົ້າສູ່ຖະໜົນລ້ານຊ້າງສະຖານີ ລົດເມ #R5 ປະຕູໄຊ, ແລ່ນຜ່ານ ສະຖານີລົດເມ #R5 ໂພນສະອາດ ແລະ ຈອດຢູ່ສະຖານີ ພິພິທະພັນ ປກສ ເປັນສະຖານີສຸດທ້າຍ ເພື່ອໃຫ້ ຜູ້ໂດຍສານຂຶ້ນ-ລົງ. ສ່ວນສາຍທາງທີ 2 ສະຖານີ ຕົ້ນທາງແມ່ນສະຖານີລົດເມ #R5 ຢູ່ໜ້າສູນການຄ້າວິວມໍ ຊຶ່ງຈະແລ່ນ ລົດຕາມຖະໜົນ ໄກສອນ ພົມວິຫານ ຮອດສະຖານີປາຍທາງຢູ່ສະຖານີ ລົດເມ (#R5) ໂພນເຄັງ. ຈາກ ນັ້ນ, ລ້ຽວກັບຄືນຢູ່ວົງວຽນ 450 ປີ (ໜ້າພິພິທະພັນ ປກສ) ກັບຄືນ ຕາມສາຍທາງເກົ່າຈົນຮອດສະຖາ ນີຕົ້ນທາງ (ສູນການຄ້າວິວມໍ). ສໍາລັບສອງສາຍທາງລົດເມດ່ວນ (#R5) ຈະໄດ້ແລ່ນເປັນຮອບ ວຽນ ຈົນຮອດເວລາ 23:00 ໂມງ ເປັນຖ້ຽວສຸດທ້າຍ ແລະ ຈະຈອດ ຕາມທຸກໆສະຖານີລົດເມ ເພື່ອຮັບ ຜູ້ໂດຍສານຂຶ້ນ-ລົງ ແລະ ລໍຖ້າ ປະມານ 2-3 ນາທີ ຮັບຄົນຂຶ້ນ-ລົງ ຈຶ່ງຈະເລີ່ມອອກລົດໄປຫາສະຖານີ ຕໍ່ໄປ. ສຳລັບສາຍທາງແລ່ນລົດເມ ທຳມະດາ ປະກອບ ມີ 9 ສາຍທາງ ເພື່ອເຊື່ອມຕໍ່ກັບສະຖານີລົດເມດ່ວນ (#R5) ຊຶ່ງຈະອອກລົດປະມານ ທຸກໆ 30-35 ນາທີ ຂອງແຕ່ລະ ສະຖານີຕົ້ນທາງ. ໃນນັ້ນ, ສາຍ ທາງທີ 1 ສະຖານີຕົ້ນທາງແມ່ນ ເລີ່ມຈາກສະຖານີວົງວຽນໜອງໄຮ ແລ່ນຕາມຖະໜົນກຳແພງເມືອງ ຫາ ສະຖານີສູນການຄ້າ ລາວ-ໄອເຕັກ ແລະ ຈອດຮັບຜູ້ໂດຍສານ. ຈາກນັ້ນ ສືບຕໍ່ແລ່ນລົດຈົນຮອດສີ່ແຍກໄຟ ແດງທາດຫລວງ ແລະ ລ້ຽວຂວາ ໄປຫາຕະຫລາດຫົວຂົວ ແລ້ວລ້ຽວ ກັບຄືນຕາມສາຍທາງເກົ່າ; ສາຍ ທາງທີ 2 ສະຖານີ ຕົ້ນທາງແມ່ນ ເລີ່ມຈາກສາມແຍກເຂດບ້ານຊາຍ ຟອງເໜືອ ແລ່ນຕາມເສັ້ນທາງເບ ຕົງ (ບ້ານຫ້ອມ ຫາ ວົງວຽນຈີ່ນາຍ ໂມ້) ແລະ ແລ່ນເຂົ້າຖະໜົນທ່າເດື່ອ. ຈາກນັ້ນ, ຈະເຂົ້າຈອດຢູ່ສະຖານີ ລົດເມຕະຫລາດຂົວດິນ ແລະ ສືບ ຕໍ່ແລ່ນກັບຄືນສາຍທາງເກົ່າ; ສາຍ ທາງທີ 3 ສະຖານີຕົ້ນທາງແມ່ນ ເລີ່ມຈາກສະຖານີຕະຫລາດຊຽງ ຄວນແລ່ນມາຕາມຖະໜົນທ່າເດື່ອ ຜ່ານວົງວຽນຈີ່ນາຍໂມ້ ແລະ ວັດສີ ເມືອງ. ຈາກນັ້ນ, ຈະເຂົ້າຈອດຢູ່ສະ ຖານີລົດເມຕະຫລາດຂົວດິນ ແລະ ສືບຕໍ່ແລ່ນກັບຄືນສາຍທາງເກົ່າ; ສາຍທາງທີ 4 ສະຖານີຕົ້ນທາງ ແມ່ນເລີ່ມຈາກບ້ານໜອງບົວທອງ ຜ່ານບ້ານໝາກຮຽວ ແລະ ບ້ານນາ ລ້ອງ ແລ່ນຕາມຖະໜົນເລກທີ 11 ຕອນໃຕ້ ແລະ ແລ່ນເຂົ້າສູ່ຖະໜົນ ທ່າເດື່ອ ຈົນຮອດວົງວຽນໜອງ ໄຮ. ຈາກນັ້ນ, ລ້ຽວຂວາເຂົ້າຖະໜົນ ກຳແພງເມືອງ ແລະ ຈະໄດ້ເຂົ້າ ຈອດຢູ່ສະຖານີສູນການຄ້າ ລາວໄອເຕັກ ແລະ ສືບຕໍ່ແລ່ນກັບຄືນສາຍ ທາງເກົ່າ; ສາຍທາງທີ 5 ສະຖານີ ຕົ້ນທາງແມ່ນເລີ່ມຈາກເຂດວັດ ບ້ານດົງຄໍາຊ້າງ ແລ່ນຕາມເສັ້ນ ທາງເບຕົງຜ່ານບ້ານໂນນຫວາຍ, ຕະຫລາດໂນນຄໍ້ ຜ່ານຕະຫລາດຫົວ ຂົວ ແລະ ຜ່ານສີ່ແຍກໄຟແດງທາດ ຫລວງເຂົ້າສູ່ຖະໜົນກຳແພງເມືອງ ແລະ ເຂົ້າຈອດຢູ່ສະຖານີສູນການ ຄ້າ ລາວ-ໄອເຕັກ ແລະ ສືບຕໍ່ແລ່ນ ກັບຄືນສາຍທາງເກົ່າ; ສາຍທາງທີ 6 ສະຖານີຕົ້ນທາງແມ່ນເລີ່ມຈາກ ຫ້ອງການບ້ານຫົວຊຽງ ແລ່ນເຂົ້າ ສູ່ຖະໜົນ 13 ໃຕ້, ຜ່ານວົງວຽນ ດອນໜູນ ຈົນຮອດສູນການຄ້າວິວ ມໍ ເພື່ອຈອດລົດນໍາສົ່ງຜູ້ໂດຍສານ ຂຶ້ນ-ລົງລົດເມດ່ວນ (#R5) ຢູ່ ສະຖານີລົດ #R5 ໜ້າສູນການຄ້າ ວິວມໍ ເຂົ້າໄປໃນບຸນນະມັດສະການ ພະທາດຫລວງ; ສາຍທາງທີ 7 ສະຖານີຕົ້ນທາງແມ່ນເລີ່ມຈາກ ສະຖານີຕະຫລາດບ້ານທ່າງ່ອນ ແລ່ນມາຕາມເສັ້ນທາງ ເລກທີ 10 ເຂົ້າສູ່ຖະໜົນ ໄກສອນ ພົມວິຫານ ຢູ່ວົງວຽນດອນໜູນ ຈົນຮອດ ສູນ ການຄ້າວິວມໍ ເພື່ອຈອດລົດນໍາສົ່ງ ຜູ້ໂດຍສານຂຶ້ນ-ລົງລົດເມດ່ວນ (#R5) ຢູ່ໜ້າສູນການຄ້າວິວມໍ ເຂົ້າໄປໃນບຸນນະມັດສະການພະ ທາດຫລວງ; ສາຍທາງທີ 8 ສະ ຖານີຕົ້ນທາງແມ່ນເລີ່ມຈາກເຂດ ຕະຫລາດ ມຊ ແລ່ນເຂົ້າສູ່ຖະໜົນ 450 ປີ ແລະ ລ້ຽວຂວາ ຢູ່ສີ່ແຍກ ໄຟແດງດົງໂດກ ເພື່ອຈອດລົດນໍາ ສົ່ງຜູ້ໂດຍສານຂຶ້ນ-ລົງລົດເມດ່ວນ ຢູ່ໜ້າສູນການຄ້າວິວມໍ ເຂົ້າໄປໃນ ບຸນນະມັດສະການພະທາດຫລວງ; ສາຍທາງທີ 9 ສະຖານີຕົ້ນທາງ ແມ່ນເລີ່ມຈາກເຂດຕະຫລາດ ມຊ ແລ່ນເຂົ້າສູ່ຖະໜົນໂພນຕ້ອງດົງໂດກ ຜ່ານເຂດໂຮງໝໍ 150 ຕຽງ, ວົງວຽນໂພນຕ້ອງ ຈົນຮອດ ໄຟແດງບ້ານສະຫວ່າງ ລ້ຽວຂວາ ຫາໂຮງກາຍະສິນ, ຕະຫລາດທົ່ງ ຂັນຄໍາ, ຕະຫລາດວັງທອງ ເຂົ້າຫາ ສະຖານີລົດເມຕະຫລາດຂົວດິນ ຜູ້ ມີຈຸດປະສົງທີ່ຈະເຂົ້າໄປໃນບຸນນະ ມັດສະການພະທາດຫລວງສາມາດ ສືບຕໍ່ຂຶ້ນລົດເມດ່ວນ (#R5) ຢູ່ ແຕ່ລະສະຖານີ #R5 ໄດ້. ສໍາລັບການເດີນລົດເມ 9 ສາຍ ທາງນີ້, ການແລ່ນລົດຈະໄດ້ແລ່ນ ເປັນຮອບວຽນ (ໄປ-ກັບຕາມສາຍ ທາງເກົ່າ) ຈະອອກຈາກທຸກໆສະ ຖານີຕົ້ນທາງເປັນໄລຍະເວລາຫ່າງ ກັນປະມານ 25- 30 ນາທີ ແລະ ຈະຈອດຮັບຜູ້ໂດຍສານຕາມປ້າຍ ສະຖານີລົດເມ ຊຶ່ງຖ້ຽວທໍາອິດ ຈະ ໄດ້ເລີ່ມໃຫ້ການບໍລິການແຕ່ເວລາ 17:00 ໂມງ ຂອງທຸກໆສະຖານີ ຕົ້ນທາງ ແລະ ຖ້ຽວສຸດທ້າຍຂອງ ແຕ່ລະສາຍທາງ (ເວລາກັບ) ແມ່ນ 23:00 ໂມງ. ສໍາລັບຜູ້ນໍາໃຊ້ ລົດສ່ວນຕົວທີ່ມີຈຸດປະສົງຢາກໃສ່ ບໍລິການລົດເມຟຣີ ສາມາດຈອດ ລົດຂອງຕົນໄວ້ສະຖານທີ່ທີ່ເໜາະ ສົມແລ້ວຂຶ້ນໃຊ້ບໍລິການລົດເມດ່ວນ ແລະ ລົດເມທຳມະດາໄດ້ ເພື່ອເຂົ້າ ບຸນນະມັດສະການພະທາດຫລວງ ໄດ້ຕາມຄວາມຕ້ອງການ. ຢ່າງໃດກໍຕາມສາຍທາງລົດເມ ດ່ວນ (#R5) ໃນໄລຍະໃຫ້ບໍລິ ການຫ້າມພາຫະນະທຸກປະເພດ ເຂົ້າຊົມໃຊ້ຢ່າງເດັດຂາດ (ນັບແຕ່ ເວລາ 17:00-23:00 ໂມງ). ຫລັງຈາກສິ້ນສຸດການໃຫ້ບໍລິການ, ລົດສ່ວນຕົວ ຫລື ລົດບໍລິການສາທາ ລະນະພາກເອກະຊົນຕ່າງໆ ຈຶ່ງສາ ມາດນໍາໃຊ້ໄດ້. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==