31/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ແສງສະຫວັນ ບົດສະເໜີ ພາບປະກອບ ໂດຍ: ມາລິດາ ພາບປະກອບ ຂປລ. ດັ່ງທີ່ພວກເຮົາຮູ້ນໍາກັນ ແລ້ວວ່າ, ເມືອງວັງວຽງ ແຂວງ ວຽງຈັນ ແມ່ນອີກຈຸດໝາຍປາຍ ທາງດ້ານການທ່ອງທ່ຽວຂອງນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດທີ່ລັ່ງໄຫລເຂົ້າມາຊົມທິວທັດ ທຳມະຊາດ ທີ່ສວຍງາມຂອງເມືອງ ນີ້. ແຕ່ເຖິງແນວໃດກໍດີ, ເມືອງວັງ ວຽງ ຈະມີຄວາມໂດດເດັ່ນດ້ານ ການທ່ອງທ່ຽວແຕ່ກໍຍັງຫລາຍ ບັນຫາ ທີ່ຍັງເປັນຂໍຄົງຂ້າງ ໂດຍ ສະເພາະການເກັບມ້ຽນຂີ້ເຫຍື້ອໃນ ຕົວເມືອງຍັງເປັນບັນຫາທີ່ຕ້ອງໄດ້ ເອົາໃຈໃສ່ເພີ່ມຕື່ມ. 0U gspN vpa 'gxa o[a oskmuj g,n v';P' gvq k.9.lj cdh w0 ຕາມການໃຫ້ຮູ້ຂອງ ທ່ານ ພຸດ ທະສອນ ຄໍາລື ຮອງຫ້ອງການ ອົງການພັດທະນາ ແລະ ບໍລິຫານ ຕົວເມືອງວ່າ: ໜ່ວຍງານ ອພບ ໜ້າວຽກ ຫລັກແມ່ນການເກັບມ້ຽນຂີ້ເຫຍື້ອ ໃນພາກສະໜາມ ພາຍຫລັງທີ່ລົດ ນໍາເອົາຂີ້ເຫຍື້ອມາແລ້ວ ກໍຕ້ອງ ເບິ່ງວ່າຂີ້ເຫຍື້ອນີ້ ແມ່ນຂີ້ເຫຍື້ອ zq o'ko c]t 75 o'k,7;k,fu 0v' mj ko ,tsk lu ]k ;y it;q 'l% lu ]txy ocsj '-kf ຂປລ.“ການປົກປັກຮັກສາ ແລະ ຟື້ນຟູຕົວໜັງສື, ຄວາມເວົ້າ, ວັນນະຄະດີ ແລະ ຫລັກວັດທະນະ ທຳຂອງຊາດມັນສະແດງເຖິງນ້ຳ ໃຈຮັກຊາດ ອັນເປັນມໍລະດົກ ແລະ ເປັນມູນເຊື້ອອັນປະເສີດແຫ່ງຄວາມ ພິລະອາດຫານທີ່ພໍ່ແມ່ປູ່ຍ່າຕາຍາຍ ຜູ້ກ້າຫານ ໄດ້ຖ່າຍທອດມາໄວ້ໃຫ້ ແກ່ພວກເຮົາ”. ທຸກປະເທດໃນໂລກຍ່ອມມີຫລັກ ການປາກເວົ້າ ແລະ ຂີດຂຽນຂອງ ຕົນອັນເປັນຫລັກພາສາຂອງຕົນ ເພື່ອສະແດງສຳນຽງ ສັກສີ ແລະ ກຽດຂອງຊາດຕົນ ແລະ ສະແດງ ເຖິງຄວາມເປັນເອກະລາດ ທາງ ດ້ານວັດທະນະທຳຂອງຕົນ ຄຽງຄູ່ ກັບການເປັນເອກະລາດ ທາງດ້ານ ການເມືອງ, ເສດຖະກິດ ແລະ ອື່ນໆ ເວົ້າລວມ, ເວົ້າສະເພາະປະເທດ ລາວ ໄດ້ຕົກເປັນເມືອງຂຶ້ນຂອງ ຕ່າງຊາດ ປ່ຽນໄປປ່ຽນມາຫລາຍ ເທື່ອ ເປັນເວລາຫລາຍສະຕະວັດ ອັນໄດ້ເຮັດໃຫ້ພາສາ ວັດທະນະທຳ ປະເພດ ໃດຖ້າເປັນຂີ້ເຫຍື້ອຕິດເຊື້ອ ກໍຕ້ອງແຍກອອກໄປຈູດໃນເຕົາເຜົາ ທີ່ໄດ້ມາດຕະຖານ, ສ່ວນຂີ້ເຫຍື້ອທີ່ ສາມາດແຍກໄດ້ກໍເອົາໄປແຍກ ໂຕ ໃດທີ່ບໍ່ສາມາດນໍາໃຊ້ໄດ້ກໍເອົາໄປ ຖິ້ມຕາມມາດຕະຖານຂອງທາງ ອພບ ປະຕິບັດຄື ຂີ້ເຫຍື້ອທີ່ໃຊ້ບໍ່ໄດ້ ເຮົາກໍຈະຖິ້ມໃສ່ຂຸ້ມຂີ້ເຫຍື້ອເມື່ອດັບ ກໍຈະເອົາດິນຖົມ ແລະ ປູກຕົ້ນ ໄມ້ໃສ່ ເພື່ອຄວາມສວຍງາມ. ສໍາລັບການ ເຂົ້າເຖິງບໍລິການເກັບມ້ຽນຂີ້ເຫຍື້ອ ໃນປັດຈຸບັນ ເລີ່ມຕົ້ນທີ່ບໍລິສັດສໍາ ປະທານເລື່ອງການມ້ຽນຂີ້ເຫຍື້ອ ໃນໄລຍະທຳອິດແມ່ນ 27 ບ້ານແຕ່ ໄລຍະນີ້ ແມ່ນຫລຸດລົງເຫລືອ 15 ບ້ານ ຍ້ອນວ່າ ບໍລິສັດຜູ້ຮັບເໝົາບໍ່ ໄປເອົາບ່ອນທີ່ຫ່າງໄກ ແຕ່ຈະເນັ້ນ ຕົວເມືອງທີ່ມີລາຍຮັບສູງ. ສ່ວນເຂດ ທີ່ຢູ່ໄກອາດຈະບໍ່ກຸ້ມຄ່າ. ສໍາລັບການເກັບລາຍຮັບ ແມ່ນ ຄອບລະ 45.000 ກີບຕໍ່ເດືອນ, ສ່ວນຫົວໜ່ວຍທຸລະກິດແມ່ນໄລ່ ຕາມປະລິມານນ້ອຍ ຫລື ຫລາຍ. ຕໍ່ກັບບັນຫາຂີ້ເຫຍື້ອ ກໍຍັງມີການ ສ່ອງແສງມາເລື້ອຍໆທາງດ້ານ ການບໍລິການທີ່ບໍ່ທົ່ວເຖິງປະຊາຊົນ ກໍໄດ້ຕຳນິຕິຊົມ ສ່ອງແສງມາເລື່ອງ ການເກັບຂີ້ເຫຍື້ອທີ່ຊ້າ, ບາງເດືອນ 2 ເທື່ອ, ແຕ່ປັດຈຸບັນການເກັບຂີ້ ເຫຍື້ອແມ່ນທິດໜຶ່ງ 2 ເທື່ອ, ພາກ ເອກະຊົນຮຽກຮ້ອງໃຫ້ເກັບ 3 ເທື່ອ ຕໍ່ອາທິດ ແຕ່ຜູ້ສຳປະທານບໍລິການ ບໍ່ສາມາດບໍລິການໃຫ້ປະຊາຊົນໄດ້, ຍ້ອນພາຫະນະບໍ່ພຽງພໍ ແລະ ບຸກຄະ ລາກອນບໍ່ພຽງພໍ. ທ່ານ ພຸດທະສອນ ຄໍາລື ກ່າວ. ຕໍ່ກັບບັນຫານີ້ ທາງອົງປົກຄອງ ເມືອງກໍກຳລັງຫາວິທີແກ້ໄຂ ເປັນ ຕົ້ນການເພີ່ມລົດມ້ຽນຂີ້ເຫຍື້ອຕື່ມ ເພື່ອໃຫ້ ການບໍລິການວ່ອງໄວ, ກວ້າງຂວາງຂຶ້ມຕື່ມ. ຂອງຊາດ ຖືກແຊກແປງ ຍົວະເຍົ້າ ໃຫ້ຫັນໄປນິຍົມປາກເວົ້າ ແລະ ຮ່ຳ ຮຽນເອົາແບບແຜນດຳລົງຊີວິດ ຂອງເຂົາເຈົ້າ. ສະໄໝອານາຈັກລ້ານຊ້າງ ຖື ໄດ້ວ່າອັກສອນລາວໄດ້ຈະເລີນ, ສາມາດບັນທຶກພາສາລາວໄດ້ຢ່າງ ຄົບຖ້ວນ ຊຶ່ງສະແດງອອກໃນໜັງສື ຜູກ, ໜັງສືໃບລານ ໃນສະຕະວັດທີ XVI ເປັນຕົ້ນ ເລື່ອງສັງສິນໄຊ, ກາ ລະເກດ, ແຕງອ່ອນ, ທ້າວ ຮຸ່ງ-ທ້າວ ເຈືອງ ລ້ວນແຕ່ຂຽນດ້ວຍຕົວໜັງສື ລາວ. ໃນໄລຍະທີ່ຕ່າງດ້າວບຽດ ຢຶດເອົາເປັນເມືອງຂຶ້ນ ອັກສອນລາວ ຖືກຢຽບຍຳ່ ເກືອບສູນຫາຍ, ແຕ່ບັນ ພະບູລຸດຊາດລາວເຮົາໄດ້ຕໍ່ສູ້ຢ່າງ ອົງອາດກ້າຫານ ແລະ ທໍລະຫົດ ອົດທົນ ເພື່ອປົກປັກຮັກສາ ເພື່ອ ພັດທະນາພາສາ, ວັນນະຄະດີ ແລະ ວັດທະນະທຳຂອງຊາດ ໃຫ້ຄົງຢູ່ ຄຽງຄູ່ກັບຄວາມເປັນເອກະລາດ ຂອງຊາດ. ອັນພົ້ນເດັ່ນແມ່ນເລີ່ມ ແຕ່ 1924 ເປັນຕົ້ນມາ ໂດຍມີເຈົ້າ ເພັດຊະລາດ ໄດ້ນຳພາບັນດານັກ ປາດອາຈານ ລົງເລິກຄົ້ນຄວ້າ ແລະ ຕໍ່ສູ້ເພື່ອປົກປັກຮັກສາ ແລະ ພັດ ທະນາພາສາ ແລະ ວັນນະຄະດີ ລາວ ໃຫ້ສົມບູນຍິ່ງໆຂຶ້ນ, ດັ່ງທີ່ ທ່ານ ພູມີວົງວິຈິດ ໄດ້ຂຽນໄວ້ໃນ ປຶ້ມຄວາມຊົງຈໍາຂອງຊີວິດເຮົາ ໃນ ຂະບວນວິວັດແຫ່ງປະຫວັດສາດ ຂອງປະເທດເຮົາວ່າ: “ຮອດເດືອນ ທັນວາ 1927… ເຮົາມີອາຍຸ 18 ປີກວ່າ... ເຮົາເສັງເປັນນາຍພາສາ ຝຣັ່ງໄດ້ ແລະ ວັນທີ 27 ທັນວາ 1927 ໄດ້ຖືກແຕ່ງຕັ້ງໃຫ້ເປັນ ນາຍພາສາ ຢູ່ໂຄງການຜູ້ໃຫຍ່ທີ່ ວຽງຈັນ... ເຈົ້າເພັດຊະລາດ ເອົາ ເຮົາໄປຮ່ວມຄົ້ນຄວ້າພາສາລາວ ປະຫວັດສາດລາວ ແລະ ພຸດທະ ສາສະໜາ ຮ່ວມກັບ ເຈົ້າຈິດຕະ ລາດ, ມະຫາແກ້ວ, ປີແອງິນ, ກຸ ອາໄພ ຊ່ວຍເຈົ້າເພັດຊະລາດ, ອັນ ໄດ້ເຮັດໃຫ້ເຮົາສາມາດຮັບຮູ້ອັນຖືກ ອັນຜິດ, ອັນດີອັນຊົ່ວ”... ທ່ານ ມະຫາ ສິລາ ວີຣະວົງສ໌ ເມື່ອສອບເສັງໄດ້ມະຫາ ຫ້າປະ ໂຫຍກ ທີ່ບາງກອກແລ້ວ ໄດ້ເດີນ ທາງມາວຽງຈັນ ປີ 1930 ແລະ ເຂົ້າເຮັດວຽກເປັນເລຂານຸການ ຂອງເຈົ້າເພັດຊະລາດ ມີໂອກາດ ໄດ້ປະກອບພາລະກິດຟື້ນຟູການ ສຶກສາ, ພະພຸດທະສາສະໜາ, ພາສາ ລາວ ແລະ ວັນນະຄະດີລາວ... ທ່ານ ໄດ້ພ້ອມກັບບັນດາຜູ້ຮັກຊາດຕໍ່ສູ້ ຕ້ານກັບພວກທີ່ຢາກເອົາອັກສອນ ລາແຕງ ມາໃຊ້ແທນອັກສອນ ລາວ ໃນຊຸມປີ 1930, ທ່ານໄດ້ຕໍ່ສູ້ ເພື່ອເອົາພາສາລາວ ເປັນພາສາ ທາງການ. ໃນໄລຍະສົງຄາມໂລກ ຄັ້ງທີ II ທ່ານໄດ້ເປັນນັກເຄື່ອນໄຫວ ໃນຂະບວນການລາວອິດສະຫລະ ແລະ ປະກອບສ່ວນໃນຂະບວນການ ປະກາດເອກະລາດ 12 ຕຸລາ 1945. ເລີ່ມແຕ່ຊຸມປີ 1950 ຈົນເຖິງ ປີ 1975 ປະເທດເຮົາໄດ້ມີສອງ ເຂດສອງກຳລັງ ຄື ເຂດປົກຄອງ ຂອງລັດຖະບານຣາຊະອານາຈັກ ລາວ (ຫລື ເອີ້ນວ່າຝ່າຍລັດຖະບານ ວຽງຈັນ) ແລະ ເຂດປົດປ່ອຍຂອງ ແນວລາວຮັກຊາດ ຊຶ່ງເລີ່ມຈາກ ສອງແຂວງເຕົ້າໂຮມ ຫົວພັນ, ຜົ້ງ ສາລີ ໄດ້ກວມເອົາເນື້ອທີ່ 3 ສ່ວນ 5 ຂອງປະເທດ; ຢູ່ເຂດປົດປ່ອຍ ຂອງແນວລາວຮັກຊາດ ໄດ້ມີແຜນ ການຂະຫຍາຍການສຶກສາຢ່າງ ແຂງແຮງ ໂດຍຈັດຕັ້ງການສອນການຮຽນ ເປັນພາສາລາວ ໃນ ທຸກຊັ້ນທຸກສາຍ, ທ່ານ ພູມີ ວົງວິ ຈິດ ທັງເປັນຜູ້ນຳຂອງແນວລາວ ຮັກຊາດ ທັງໄດ້ຮັບການມອບໝາຍ ຈາກສູນກາງ ໃຫ້ຄົ້ນຄວ້າແຕ່ງ ປຶ້ມໄວຍາກອນລາວ ເພື່ອຮັບໃຊ້ ພາລະກິດສຶກສາທົ່ວເຂດປົດປ່ອຍ ຊຶ່ງມີລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ ແລະ ໄດ້ປະກາດໃຊ້ ເມື່ອປີ 1967; ໃນໄລຍະດັ່ງກ່າວ ເຈົ້າສຸພານຸວົງ ເປັນຜູ້ຮຽບຮຽງ ປຶ້ມ ປະທານຸກົມ ພາສາຝຣັ່ງລາວ-ຫວຽດນາມ ເພື່ອໃຊ້ທົ່ວເຂດ ປົດປ່ອຍ. ທ່ານ ມະຫາ ສິລາ ວີຣະວົງສ໌ ເພິ່ນສືບຕໍ່ຢູ່ເມືອງຫລວງວຽງຈັນ ເພິ່ນບໍ່ເດີນຕາມເສັ້ນທາງເປັນ ນັກການເມືອງ ຂອງລະບົບການ ປົກຄອງຂອງຝຣັ່ງ ແລະ ລະບົບ ຣາຊະອານາຈັກ, ເພິ່ນສືບຕໍ່ຮ່ວມ ກັບຜູ້ຊົງຄຸນວຸດທິ ແລະ ນັກປາດ ອາຈານທີ່ຮັກຊາດຕໍ່ສູ້ປົກປັກຮັກສາ ມໍລະດົກທາງດ້ານວັດທະນະທຳ, ພາສາ-ວັນນະຄະດີລາວ. ເລີ່ມແຕ່ ມີການສ້າງຕັ້ງຄະນະກຳມະການ ວັນນະຄະດີລາວ ໃນປີ 1951 ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ ຖືກແຕ່ງຕັ້ງເປັນກຳມະການ ແລະ ເລຂານຸການ ທັງໄດ້ຮັບມອບໝາຍ ໃຫ້ເປັນຜູ້ປັບປຸງຫລັກໄວຍາກອນ ພາສາລາວ ຈາກປີ 1950 ມາຍັງ ປີ 1954, 1972, 1974 ພ້ອມທັງ ເປັນຜູ້ຮຽບຮຽງ ແລະ ຈັດແຕ່ງປຶ້ມ ວັດຈະນານຸກົມພາສາລາວ ສະບັບ ທຳອິດ ຊຶ່ງກະຊວງສຶກສາຂອງ ລັດຖະບານ ພະລາຊະອານາຈັກ ລາວ ໄດ້ປະກາດໃຊ້ຢ່າງເປັນ ທາງການ. ທ່ານ ມະຫາ ສິລາ ວີ ຣະວົງສ໌ ໄດ້ຣິດຈະນາ ໜັງສືວັນ ນະຄະດີບູຮານ ມາເປັນອັກສອນ ລາວສະໄໝໃໝ່ ຫລາຍໆເນື້ອເລື່ອງ ເຊັ່ນ: ເລື່ອງສັງສິນໄຊ, ນາງ ຕັນ ໄຕ, ສຽວ ສະຫວາດ, ທ້າວຮຸ່ງທ້າວເຈືອງ ແລະ ອື່ນໆ.. ເພິ່ນຍັງ ເປັນອາຈານສອນພາສາບາລີ ຢູ່ ໂຮງຮຽນສົງ ແລະ ເປັນຜູ້ແຕ່ງ ຕຳລາຮຽນພາສາບາລີ ແລະ ເພິ່ນ ເປັນຜູ້ແຕ່ງປຶ້ມພົງ ສາວະດານ ລາວຫົວທຳອິດ ທີ່ພິມໂດຍກະຊວງ ສຶກສາ. ພາຍຫລັງສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975, ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ ຮັບໜ້າທີ່ເປັນພະນັກງານຊ່ຽວຊານ ແລະ ໃຫ້ຄຳປຶກສາ ແກ່ກະຊວງ ສຶກສາໃນການຮຽບຮຽງ ແລະ ຈັດ ພິມປຶ້ມໄວຍາກອນລາວ ເພື່ອນຳໃຊ້ ເອກະພາບໃນທົ່ວປະເທດ ດັ່ງທີ່ໄດ້ ກ່າວໄປແລ້ວເບື້ອງຕົ້ນ. ເຖິງແນວໃດກໍ່ດີຕະຫລອດຊີວິດ ຂອງເພິ່ນໄດ້ອຸທິດຕົນເພື່ອການຟື້ນ ຟູ ພາສາລາວ, ວັນນະຄະດີລາວ ແລະ ອັກສອນສາດລາວ ເພິ່ນໄດ້ ສ້າງຜົນງານທີ່ເປັນມໍລະດົກອັນລໍ້າ ຄ່າ ທາງດ້ານວັດທະນະທຳ ໄວ້ ໃຫ້ຄົນຮຸ່ນຫລັງໄດ້ສືບທອດ. ສົມ ແລ້ວທີ່ເພິ່ນໄດ້ຮັບນາມມະຍົດ ຈາກ ພັກ-ລັດຖະບານ ໃຫ້ເປັນສິລະປິນ ແຫ່ງຊາດ. ຜົນ ງານ ແລະ ຄຸນ ງາມຄວາມດີຂອງທ່ານ ມະຫາ ສິລາ ວີຣະວົງສ໌ ກໍຄືບັນດາບັນ ພະບູລຸດຜູ້ຮັກຊາດ ຍືນຍົງຢູ່ໃນ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ພວກເຮົາຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==