gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 31/10/2025 xtgmf]k; ປັບປຸງສະພາບແວດລ້ອມ... ຍົກສູງການນໍາພາວຽກງານ... ກອງປະຊຸມໂຕະມົນ... ກວດກາຄືນການຈັດຕັ້ງ... ປະທານຄະນະກວດກາ... ນາຍົກລັດຖະມົນຕີ... ຜະລິດສິນຄ້າທົດແທນການນຳ ເຂົ້າ, ສົ່ງເສີມອຸດສາຫະກຳສະອາດ ອື່ນໆທີ່ປະເທດເຮົາມີທ່າແຮງ ແລະ ແຂ່ງຂັນໄດ້ ເພື່ອປະກອບເຂົ້າໃນ ລະບົບຕ່ອງໂສ້ການສະໜອງຂອງ ພາກພື້ນ; ຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ເຂົ້າສູ່ ລະບົບ, ໂປ່ງໃສ ແລະ ຖືກຕ້ອງຕາມ ກົດໝາຍ, ສົ່ງເສີມການຊົມໃຊ້ສິນ ຄ້າພາຍໃນໃຫ້ເປັນຂະບວນການ ທົ່ວສັງຄົມ, ເຂັ້ມງວດກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ເພື່ອ ຮັກສາສະຖຽນລະພາບພາຍໃນ ຕະຫລາດ; ຈໍາກັດການສົ່ງອອກ ແຮ່ທາດທີ່ບໍ່ໄດ້ຜ່ານການປຸງແຕ່ງ ແລະ ຄຸ້ມຄອງການຂຸດຄົ້ນບໍ່ໃຫ້ ກະທົບຕໍ່ສິ່ງແວດລ້ອມ; ພັດທະນາ ພະລັງງານຢ່າງມີຍຸດທະສາດ ເພື່ອ ຮັບປະກັນການສະໜອງພະລັງງານ ໃຫ້ແກ່ການຊົມໃຊ້ ແລະ ການພັດ ທະນາອຸດສາຫະກຳພາຍໃນ. ສຳ ລັບວຽກແນວຄິດໃຫ້ກຳແໜ້ນ ແລະ ຍົກສູງວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ພະ ນັກງານ-ສະມາຊິກພັກ ພິເສດໃນ ໄລຍະໂຮມກະຊວງ ແລະ ເງື່ອນໄຂ ທີ່ມີຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ປຸກລະດົມ ຄວາມຮັກຊາດ, ຄວາມເສຍສະຫະ, ຄວາມເປັນເຈົ້າການ, ບໍ່ລໍຖ້າແຕ່ ຄຳສັ່ງ; ວຽກກໍ່ສ້າງພັກ ແລະ ພະ ນັກງານໃຫ້ສືບຕໍ່ເພີ່ມທະວີການ ນຳພາ-ຊີ້ນຳຂອງຄະນະພັກ ສ້າງ ການຫັນປ່ຽນຢ່າງແຂງແຮງດ້ານ ການນຳພາ, ຍົກສູງຄຸນນະພາບ ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຮອບດ້ານ, ບຳລຸງ ສ້າງພະນັກງານ ໂດຍການຍົກ ລະດັບວິຊາສະເພາະໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານ, ສັບຊ້ອນຈັດວາງພະນັກ ງານແທດເໝາະກັບວິຊາສະເພາະ, ເພີ່ມທະວີການນຳພາ-ຊີ້ນໍາໃນການ ປະຕິບັດພາລະບົດບາດຕາມຄໍາ ຂວັນ 3 ດີ (ເປັນເສນາທິການທີ່ດີ, ປະສານງານດີ ແລະ ບໍລິການຮັບ ໃຊ້ດີ); ວຽກມະຫາຊົນ ສືບຕໍ່ນຳພາ ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເປັນກຳລັງແຮງຂອງຄະນະພັກ ໃນການເຮັດວຽກງານການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ ແລະ ສ້າງກຳລັງແຮງສັງລວມ ເພື່ອ ປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ໄດ້ຢ່າງໜັກແໜ້ນ; ວຽກລະບອບແບບແຜນວິທີເຮັດ ວຽກໃຫ້ຍຶດໝັ້ນໃນຫລັກການລວມ ສູນປະຊາທິປະໄຕ, ແບ່ງຄວາມຮັບ ຜິດຊອບໃຫ້ບຸກຄົນຈະແຈ້ງ ແລະ ຍົກສູງຄວາມຮັບຜິດຊອບລວມໝູ່ ແລະ ບຸກຄົນຄະນະພັກ, ເຮັດວຽກ ມີແບບແຜນ, ມີລະບົບ, ຫລຸດຜ່ອນ ຂອດຂັ້ນ ແລະ ມີການຕິດຕາມ, ກວດກາ, ປະເມີນຜົນ ແລະ ປັບປຸງ ໃຫ້ດີຂຶ້ນໄປເລື້ອຍໆ; ວຽກງານ ກວດກາຕ້ອງເພີ່ມທະວີຄວາມເອົາ ໃຈໃສ່ນໍາພາວຽກງານກວດກາ ພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ເປັນປົກກະຕິ ແລະ ແທດເຖິງ, ຖືເອົາວຽກງານຫັນເປັນທັນສະໄໝ, ນຳໃຊ້ເຕັກໂນໂລຊີດີຈິຕອນເປັນ ເຄື່ອງມື ເພື່ອຫລຸດຊ່ອງວ່າງການ ສວຍໂອກາດ, ແຕ່ເມື່ອມີການກະ ໂດຍພື້ນຖານ, ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງ ຂອງເສດຖະກິດແຫ່ງຊາດ. ໃນນັ້ນ, ຂົງເຂດວຽກງານກະສິກຳ-ປ່າໄມ້, ອຸດສາຫະກຳ, ຫັດຖະກຳສາມາດ ເພິ່ງຕົນເອງໄດ້ດີລວມຍອດຜະລິດ ຕະພັນພາຍໃນຄາດຄະເນຈະບັນລຸ ໄດ້ 6,2% ຂຶ້ນໄປ, ການເກັບລາຍ ຮັບເຂົ້າງົບປະມານລວມທັງໝົດ 345,03 ຕື້ກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ 55,92%. ຄຽງຄູ່ກັນນີ້, ການປະຕິບັດລາຍຈ່າຍໄດ້ 447,36 ຕື້ກີບ, ເທົ່າກັບ 69,79%. ນອກ ນັ້ນ, ຍັງໄດ້ເອົາໃຈໃສ່ປັບປຸງລະບົບ ການປົກຄອງນັບແຕ່ຂັ້ນແຂວງ, ຂັ້ນ ເມືອງ, ບ້ານມີຄວາມເຂັ້ມແຂງດີ ຂຶ້ນ, ເອົາໃຈໃສ່ຕໍ່ການຮຽນ-ການ ສອນແບບໃໝ່ ທີ່ຮັບປະກັນຫລັກ ມູນການສຶກສາ ແລະ ແກ້ໄຂບັນຫາ ການປະລະການຮຽນຂອງເດັກ ໃນເກນອາຍຸເຂົ້າຮຽນຊັ້ນຕ່າງໆ. ພ້ອມນີ້, ກໍໄດ້ເອົາໃຈໃສ່ສືບຕໍ່ເສີມ ສ້າງສາຍພົວພັນຮ່ວມມືກັບບັນດາ ເມືອງ, ແຂວງຂອງປະເທດທີ່ມີ ຊາຍແດນຕິດຈອດ ໂດຍສະເພາະ ສສ ຫວຽດນາມ. ພ້ອມນີ້, ການ ຈັດຕັ້ງປະຕິບັດວຽກງານກວດກາ ພັກ, ອົງການກວດກາລັດ ກໍໄດ້ ເພີ່ມທະວີການຕິດຕາມ, ກວດກາ, ຕີລາຄາການນໍາພາ-ຊີ້ນໍາຂອງຄະ ນະພັກແຕ່ລະຂັ້ນເປັນຕົ້ນແມ່ນກວດ ກາສະມາຊິກພັກ ແລະ ການຈັດຕັ້ງ ພັກ ຕິດພັນກັບການຈັດຕັ້ງດໍາເນີນ ຊີວິດການເມືອງພາຍໃນຄະນະພັກ, ຖືເອົາວຽກງານຕິດຕາມ-ກວດກາ ເປັນການປ້ອງກັນ ແລະ ສະກັດ ກັ້ນສິ່ງຫຍໍ້ທໍ້ຕ່າງໆໃນກົງຈັກການ ຈັດຕັ້ງ ແລະ ຖັນແຖວສະມາຊິກພັກພະນັກງານ ຊຶ່ງໄລຍະປີ 2025 ນີ້, ໄດ້ສຸມໃສ່ການດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ໂດຍປະຕິບັດ ຕາມກົດລະບຽບຂອງພັກ, ຕາມຄໍາ ສັ່ງ, ຄໍາແນະນໍາຢ່າງເຄັ່ງຄັດ ແລະ ເຮັດໃຫ້ການດຳເນີນກອງປະຊຸມ ໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກ ແຂວງເຊກອງ ລວມທັງການປັບປຸງ ລະບົບການຈັດຕັ້ງໄດ້ຮັບຜົນສຳເລັດ ຕາມລະດັບຄາດໝາຍ. ພາຍຫລັງຮັບຟັງລາຍງານ, ທ່ານ ຄໍາພັນ ພົມມະທັດ ໄດ້ມີຄໍາ ເຫັນໂອ້ລົມຕໍ່ຄະນະພັກ-ຄະນະນຳ ແຂວງເຊກອງ ໂດຍເນັ້ນການຈັດຕັ້ງ ປະຕິບັດວຽກງານກວດກາພັກ, ກວດກາລັດ ໃຫ້ມີຄວາມເຂັ້ມແຂງ ຂຶ້ນກວ່າເກົ່າ ຊຶ່ງຕ້ອງເອົາໃຈໃສ່ ຍົກລະດັບການສຶກສາອົບຮົມໃຫ້ ແກ່ຖັນແຖວສະມາຊິກພັກ, ພະນັກ ງານຄຽງຄູ່ກັບການຫັນເປັນທັນ ສະໄໝ, ຫັນເປັນດີຈິຕອນເປັນເປົ້າ ໝາຍ, ເປັນທິດທາງໃນການພັດທະ ນາວຽກງານ, ເອົາໃຈໃສ່ປະສານ ສົມທົບກັບຄະນະກວດກາໃນແຕ່ລະ ຂັ້ນນັບແຕ່ສູນກາງລົງຮອດທ້ອງ ຖິ່ນ ເພື່ອຊອກໃຫ້ເຫັນເຖິງການຫັນ ປ່ຽນ ແລະ ເຫັນໄດ້ຈຸດອ່ອນ, ຂໍ້ຄົງ ຄ້າງເພື່ອຖອດຖອນບົດຮຽນໃນ ການແກ້ໄຂບັນຫາຕ່າງໆທີ່ກົດ ໜ່ວງຖ່ວງດຶງການຈັດຕັ້ງປະຕິບັດ ໜ້າທີ່ວຽກງານເຮັດໃຫ້ວຽກງານ ກວດກາໄດ້ຫັນປ່ຽນຢ່າງຕັ້ງໜ້າ, ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ໂຊໂກລິນ ວາລາດີເມຍ ພ້ອມຄະນະທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນເສີມສ້າງສາຍພົວພັນ ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເພື່ອສືບຕໍ່ສົ່ງເສີມ, ເພີ່ມທະວີຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງ ສອງຊາດ ລາວ-ຣັດເຊຍ ທີ່ມີມາ ແຕ່ດົນນານແລ້ວນັ້ນໃຫ້ນັບມື້ແດກ ດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ອວຍ ພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງປະສົບຜົນສຳເລັດໃນການມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ໂຊໂກລິນ ວາລາດີເມຍ ກໍ ໄດ້ຕາງໜ້າຄະນະສະແດງຄວາມ ຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ ລາຍງານຈຸດປະສົງໃນການມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃຫ້ທ່ານໄດ້ຮັບ ຊາບຕື່ມອີກ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ມີຄະນະນຳກະຊວງ, ອົງການ, ນະຄອນຫລວງວຽງຈັນ, ບັນດາ ກົມກອງທີ່ກ່ຽວຂ້ອງ ແລະ ເລຂາ ຊ່ວຍວຽກຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ເຂົ້າຮ່ວມ. ສະຫາຍພົນຕີສາຍໃຈກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ຮອງຫົວໜ້າຄະນະ ຮັບຜິດຊອບຊີ້ນຳກ້ອນກໍາລັງສວນ ສະໜາມ ແລະ ສະຖານທີ່ຜາມໄຊ ໄດ້ລາຍງານການຈັດຕັ້ງຫັດແອບ ກໍາລັງກ້ອນສວນສະໜາມ ແລະ ກະກຽມວຽກງານຈັດຕັ້ງສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍຫຍໍ້ ກ່ຽວກັບບັນດາໜ້າວຽກໃນຄວາມ ຮັບຜິດຊອບຂອງກະຊວງປ້ອງກັນ ປະເທດວ່າ: ສໍາລັບກຳລັງ ປກຊ ໄດ້ຈັດຕັ້ງກຳລັງເຂົ້າຫັດແອບເລີ່ມ ແຕ່ວັນທີ 8 ກັນຍາ 2025 ເປັນຕົ້ນ ມາ ຊຶ່ງໄດ້ແບ່ງເປັນ 2 ສູນໃຫຍ່ ຄື: ສູນກົມມະດໍາ ມີ 5 ກ້ອນ ແລະ ສູນ ຫລັກ 27 ມີ 4 ກ້ອນ. ນອກນັ້ນ, ຍັງ ມີ 9 ກ້ອນ ທີ່ຫັດແອບຢູ່ກົມກອງ ຄື: ກອງພັນໃຫຍ່ 279, ກອງພັນໃຫຍ່ 11, ກອງພັນໃຫຍ່ 497, ກອງພັນ ໃຫຍ່ 605, ກອງພັນໃຫຍ່ 703, ໂຮງຮຽນ 301, ໂຮງງານ 209 ແລະ ວິທະຍາຄານພະລາທິການ. ໃນໄລຍະຜ່ານມາໄດ້ຈັດຕັ້ງຫັດແອບ ລວບລວມປະສານກ້ອນກອງທັບ ແລ້ວ 4 ຄັ້ງ ຢູ່ເດີ່ນຫັດແອບສວນ ສະໜາມວິທະຍາຄານນາຍທະຫານ ບົກກົມມະດຳ (ເລີ່ມແຕ່ການເດີນ ຂອງຈຸທຸງຊາດ-ທຸງພັກ ຮອດກ້ອນ ນັກຮຽນນ້ອງນ້ອຍ) ແລະ ໄດ້ ມີການຖອດຖອນບົດຮຽນຫາວິທີ ແກ້ໄຂ, ມອບໃຫ້ຄະນະຊີ້ນໍາ, ຄູຝຶກ ບັນດາກ້ອນສວນສະໜາມສືບຕໍ່ ກວດກາປັບປຸງການຫັດແອບຕາມ ຫລັກການ ແລະ ການຊີ້ນໍາ. ມາ ຮອດປັດຈຸບັນ, ບັນດາໜ້າວຽກໃນ ຄວາມຮັບຜິດຊອບຂອງກະຊວງ ປ້ອງກັນປະເທດ ແມ່ນມີຄວາມພ້ອມ ໃນທຸກດ້ານ. ຈາກນັ້ນ, ບັນດາສະ ຫາຍຄະນະອະນຸກຳມະການຮັບ ຜິດຊອບແຕ່ລະພາກສ່ວນໄດ້ຜັດ ປ່ຽນກັນຂຶ້ນລາຍງານການກະກຽມ ຄວາມພ້ອມໃນທຸກດ້ານຂອງບັນດາ ໜ້າວຽກທີ່ຕົນເອງຮັບຜິດຊອບ ແລະ ມີຄໍາເຫັນແລກປ່ຽນ, ຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບ ປຸງແກ້ໄຂບັນດາໜ້າວຽກຕ່າງໆ ທີ່ຍັງຄົງຄ້າງ ແລະ ພ້ອມກັນສືບ ຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມ ແຜນການເພື່ອຮັບປະກັນໃຫ້ການ ເດີນສວນສະໜາມໃນພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະໄດ້ຈັດ ຂຶ້ນໃນວັນທີ 2 ທັນວາ 2025 ນີ້ ໝັ້ນຕໍ່ການນໍາພາຂອງພັກ ຂອງ ລັດ, ມີນໍ້າໃຈຮັກຊາດ, ມີສະຕິເຄົາ ລົບປະຕິບັດລະບຽບກົດໝາຍ, ມີ ລະບຽບວິໄນໃນການອອກແຮງ ງານ, ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ, ມີຄວາມກະຕືລືລົ້ນໃນ ການພັດທະນາຕົນເອງ ເພື່ອຍົກ ລະດັບສີມືແຮງງານ ໃຫ້ກາຍເປັນ ກໍາມະກອນອຸດສາຫະກໍາ ແລະ ທັນ ສະໄໝ. ພ້ອມນັ້ນ, ກໍຕ້ອງໄດ້ສືບຕໍ່ ໂຄສະນາຜ່ານສື່ຕ່າງໆໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ແທດເຖິງກຸ່ມ ເປົ້າໝາຍທີ່ຕ້ອງການ. ໃນນັ້ນສະຫະ ພັນກໍາມະບານແຕ່ລະຂັ້ນຕ້ອງໄດ້ ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ມີ ຄວາມເຂັ້ມແຂງໃນການເຄື່ອນໄຫວ ກ້າວເຂົ້າສູ່ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຢ່າງ ໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງ”. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທັງເປັນຮອງປະທານ, ຜູ້ປະຈຳ ການຄະນະຊີ້ນໍາລະດັບຊາດ ເພື່ອ ຂະບວນການໂຕະມົນໄດ້ຕາງໜ້າ ໃຫ້ລັດຖະບານຖະແຫລງຂ່າວຕໍ່ສື່ ມວນຊົນໃນວັນທີ 28 ຕຸລາ 2025 ຜ່ານມາກ່ຽວກັບການກະກຽມ ຄວາມພ້ອມຮອບດ້ານໃນການຈັດ ກອງປະຊຸມໂຕະມົນລະດັບສູງ ຄັ້ງ ທີ XIV ໂດຍທ່ານໄດ້ແຈ້ງໃຫ້ຊາບ ວ່າ: ກອງປະຊຸມໂຕະມົນລະດັບ ສູງໃນຄັ້ງນີ້, ເປັນກອງປະຊຸມທີ່ ມີຄວາມໝາຍສໍາຄັນທີ່ສຸດເນື່ອງ ຈາກເປັນປີທີ່ພວກເຮົາຈະໄດ້ທົບ ທວນ ແລະ ສະຫລຸບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາ ຫາລື ແລະ ທົບທວນການຈັດຕັ້ງ ປະຕິບັດບັນດາຍຸດທະສາດ, ແຜນ ປະຕິບັດງານ, ມະຕິຄໍາສັ່ງຂອງລັດ ຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກຫາວິທີການ ແລະ ມາດຕະ ການແກ້ໄຂແນໃສ່ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນລາວບັນດາ ເຜົ່າໃຫ້ດີຂຶ້ນ ແລະ ສິ່ງສໍາຄັນອີກ ປະການໜຶ່ງ ກໍຄື ການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ໃນປີ 2026. ໃນກອງປະຊຸມໂຕະມົນ ຄັ້ງນີ້, ຖືເປັນກາລະໂອກາດທີ່ມີຄວາມ ໝາຍຄວາມສໍາຄັນທີ່ສຸດຂອງລັດ ຖະບານ, ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດ ລັດຖະບານ (INGOs), ອົງການ ຈັດຕັ້ງທາງສັງຄົມ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທໍາຜິດກໍຕ້ອງປະຕິບັດວິໄນຢ່າງ ເຂັ້ມງວດເດັດຂາດ. ຂ່າວ: ກິດຕາ; ພາບ: ເກດສະໜາ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງ ອົງຄະນະພັກແຂວງໃຫ້ລົງສູ່ຮາກ ຖານທ້ອງຖິ່ນຢ່າງກວ້າງຂວາງ ເພື່ອຊຸກຍູ້ທົ່ວສັງຄົມປະກອບສ່ວນ ປະຕິບັດໃຫ້ບັນລຸຕາມຄາດໝາຍ; ການພັດທະນາເສດຖະກິດ-ສັງຄົມ ກໍໃຫ້ເນັ້ນຄວາມສຳຄັນໃນການ ຊຸກຍູ້ສົ່ງເສີມວຽກງານການປູກການລ້ຽງຂອງປະຊາຊົນ ເພື່ອສ້າງ ຄວາມເຂັ້ມແຂງໃນການຄ້ຳປະກັນ ສະບຽງອາຫານ ແລະ ໃຫ້ກາຍເປັນ ສິນຄ້າສົ່ງອອກສູ່ຕະຫລາດເພີ່ມຂຶ້ນ ເລື້ອຍໆ. ອີກບັນຫາໜຶ່ງທີ່ສຳຄັນ ກໍໃຫ້ເອົາໃຈໃສ່ປັບປຸງ ແລະ ສ້າງ ພື້ນຖານໂຄງລ່າງ ໂດຍສະເພາະ ລະບົບເສັ້ນທາງຄົມມະນາຄົມຂົນ ສົ່ງ ເພື່ອອຳນວຍຄວາມສະດວກໃຫ້ ແກ່ໂດຍສານ ແລະ ຂົນສົ່ງສິນຄ້າ ວ່ອງໄວສະດວກສະບາຍຂຶ້ນ. ຂ່າວ: ອັດສະວິນ ວຽກງານກໍາມະບານຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງ ຕົນ; ບໍາລຸງ, ກໍ່ສ້າງພະນັກງານ ກໍາມະບານໃຫ້ມີລະດັບຄວາມຮູ້, ຄວາມສາມາດ ແລະ ຮັບປະກັນໃນ ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະໃຫ້ມີປະສິດທິຜົນ; ຕ້ອງສືບ ຕໍ່ຂະຫຍາຍການຈັດຕັ້ງ ແລະ ສະ ມາຊິກກໍາມະບານເຂົ້າສູ່ຫົວໜ່ວຍ ແຮງງານພາກວິສາຫະກິດ ແລະ ການລົງທຶນຂອງຕ່າງປະເທດ ເພື່ອ ເປັນການສ້າງກໍາລັງແຮງໃນການ ພັດທະນາວຽກງານກໍາມະບານໃນ ຕໍ່ໜ້າ. ພ້ອມນີ້, ສະຫະພັນກຳມະບານ ແຕ່ລະຂັ້ນຕ້ອງເພີ່ມທະວີໃນການ ປົກປ້ອງສິດຜົນປະໂຫຍດຂອງສະ ມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ ເພື່ອບໍ່ໃຫ້ເຂົາເຈົ້າຖືກເອົາລັດເອົາ ປຽບຈາກຜູ້ໃຊ້ແຮງງານ, ຊຸກຍູ້ໃຫ້ ເຂົ້າເຖິງການປົກປ້ອງທາງສັງຄົມ, ມີວຽກເຮັດງານທໍາ ແລະ ສາມາດ ສ້າງລາຍຮັບທີ່ໝັ້ນຄົງ; ຕ້ອງໄດ້ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ມີຄວາມ ເຂັ້ມແຂງ, ປັບປຸງວິທີການ, ຂັ້ນ ຕອນໃນການປະເມີນຂໍ້ແຂ່ງຂັນໃຫ້ ແທດເໝາະຕາມຄວາມຈິງ ແລະ ຖືກຕ້ອງຕາມລະບຽບຫລັກການທີ່ ໄດ້ກຳນົດໄວ້; ເພີ່ມທະວີການພົວ ພັນຮ່ວມມືກັບກຳມະບານເພື່ອນ ມິດຍຸດທະສາດ, ເພື່ອນມິດສາກົນ, ກຳມະບານໂລກ, ກຳມະບານອາ ຊຽນ, ອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງສາກົນທີ່ບໍ່ສັງກັດລັດ ຖະບານ, ຕາມແນວທາງການຕ່າງ ປະເທດຂອງພັກ ເພື່ອຍາດແຍ່ງ ເອົາບົດຮຽນ, ເຕັກນິກວິທະຍາສາດ ແລະ ທຶນຮອນ ເພື່ອມາພັດທະນາ ວຽກງານກຳມະບານໃຫ້ມີການຫັນ ປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ. ຄະນະກວດກາກໍາມະບານແຕ່ ລະຂັ້ນຕ້ອງເປັນເຈົ້າການໃນການ ເຄື່ອນໄຫວຕິດຕາມກວດກາຕາມ ພາລະບົດບາດ, ສີດ ແລະ ໜ້າທີ່ ຂອງຕົນ ໂດຍສະເພາະຊຸກຍູ້, ຕິດ ຕາມກວດກາ, ການຈັດຕັ້ງປະຕິດ ບັດກົດໝາຍ, ກົດລະບຽບ, ມະຕິ ກອງປະຊຸມໃຫຍ່, ແຜນພັດທະນາ ວຽກງານກໍາມະບານໃນແຕ່ລະ ໄລຍະໃຫ້ເປັນປົກກະຕິ; ສືບຕໍ່ເກັບ ກໍາສະພາບແນວຄິດ, ຄຳຄິດຄຳ ເຫັນ ແລະ ຫາງສຽງສັງຄົມຂອງ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ເພື່ອຄົ້ນ ຄວ້າ ແລະ ນຳສະເໜີໃຫ້ພາກສ່ວນ ກ່ຽວຂ້ອງແກ້ໄຂໃຫ້ທັນເວລາ; ຄະ ນະບໍລິຫານງານສູນກາງສະຫະ ພັນກໍາມະບານຕ້ອງເປັນໃຈກາງ ເຕົ້າໂຮມຄວາມສາມັກຄີເປັນປຶກ ແຜ່ນພາຍໃນຄະນະນໍາສະຫະພັນ ກໍາມະບານແຕ່ລະຂັ້ນ, ສະມາຊິກ ກໍາມະບານ, ກໍາມະກອນ ແລະ ຜູ້ ອອກແຮງງານໃຫ້ໜັກແໜ້ນ ເພື່ອ ປັບປຸງການຈັດຕັ້ງກໍາມະບານໃຫ້ ມີຄວາມເຂັ້ມແຂງ, ມີຄຸນນະພາບ ໃໝ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ຄະນະພັກ, ອົງການປົກຄອງ, ແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າ, ອົງການຈັດຕັ້ງມະຫາຊົນ ແຕ່ລະຂັ້ນຕ້ອງໃຫ້ການຮ່ວມມືຢ່າງ ສຸດຂີດ ແລະ ຕ້ອງສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ສະ ຫະພັນກໍາມະບານ ຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່.ໃນນັ້ນ, ສະຫະພັນກໍາມະບານຕ້ອງເປັນເຈົ້າ ການຄົ້ນຄວ້າຊອກຫາແຫລ່ງລາຍ ຮັບ ເພື່ອພັດທະນາວຽກງານກໍາມະ ບານໃຫ້ມີຄວາມເຂັ້ມແຂງ. ພາບ: ອ່າຍຄໍາ ໃຫ້ມີຄວາມເປັນເອກະພາບສູງ, ຈົບ ງາມ ແລະ ເຂັ້ມແຂງ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມໃຫ້ ທິດຊີ້ນຳ ແລະ ຕອບຄຳສະເໜີ ຂອງ ບັນດາສະຫາຍອະນຸກຳມະການ ຮັບຜິດຊອບແຕ່ລະພາກສ່ວນທີ່ ໄດ້ພ້ອມກັນມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາໃນການກະ ກຽມຈັດຕັ້ງສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ. ພ້ອມທັງ, ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາ ສະຫາຍອະນຸກຳມະການ, ຄະນະ ຮັບຜິດຊອບ ແລະ ກຳລັງແຕ່ລະ ພາກສ່ວນທີ່ໄດ້ພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມ ຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ ການຈັດຕັ້ງສະເຫລີມສະຫລອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ສໍາເລັດຕາມແຜນການດ້ວຍ ໝາກຜົນອັນຈົບງາມ. ຂ່າວ: ເພັດ ສົມນໍວັນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການປຶກສາຫາລືກ່ຽວກັບບຸລິ ມະສິດການພັດທະນາຂອງ ສປປ ລາວ ໂດຍສະເພາະການແລກປ່ຽນ ກ່ຽວກັບຄວາມຕ້ອງການໃນການ ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການ ພັດທະນາທີ່ມີປະສິດທິຜົນໃນໄລຍະ ການຟື້ນຟູເສດຖະກິດຂອງ ສປປ ລາວ ໃຫ້ຍືນຍົງ, ໝັ້ນທ່ຽງ, ມີສະ ຖຽນລະພາບສູງ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ຈະເຊື້ອເຊີນຜູ້ແທນ ກອງປະຊຸມເຂົ້າຮ່ວມຫລາຍກວ່າ 500 ທ່ານ. ໃນນັ້ນ, ປະກອບມີ: ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າ ກະຊວງລວມທັງ 17 ແຂວງ ແລະ ນະຄອນຫລວງວຽງຈັນ, ບັນດາ ຜູ້ແທນລະດັບສູງຈາກປະເທດເພື່ອນ ມິດ, ຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນ ທັງທີ່ມີສໍານັກງານ, ອົງການຕັ້ງຢູ່ ແລະ ບໍ່ໄດ້ຕັ້ງຢູ່ ສປປ ລາວ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ສະມາຄົມບໍ່ຫວັງຜົນ ກຳໄລ ແລະ ພາກສ່ວນທີ່ກ່ຽວຂ້ອງ ອື່ນເຂົ້າຮ່ວມ. ພ້ອມນີ້, ກອງປະຊຸມໂຕະມົນ ດັ່ງກ່າວ, ຍັງຈະມີພິທີເຊັນລົງນາມ ຮັບຮອງເອົາຖະແຫລງການວຽງ ຈັນ ສະບັບທີ III ປີ 2026-2035 ຢ່າງເປັນທາງການ ແລະ ນໍາສະເໜີ ຫົວຂໍ້ທີ່ມີຄວາມໝາຍຄວາມສໍາຄັນ ໃນການພັດທະນາ ສປປ ລາວ ເປັນ ຕົ້ນນໍາສະເໜີກ່ຽວກັບຜົນສໍາເລັດ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030); ນໍາສະເໜີຄວາມຄືບໜ້າ ການກະກຽມຄວາມພ້ອມຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ແລະ ການຈັດຕັ້ງປະຕິ ບັດແຜນດໍາເນີນງານໂດຮາ ສໍາ ລັບປະເທດດ້ອຍພັດທະນາຂອງ ສປປ ລາວ; ນໍາສະເໜີຄວາມຄືບ ໜ້າໃນການຮ່ວມມື ເພື່ອການພັດ ທະນາ(ການເຂົ້າຮ່ວມຕິດຕາມປະ ສິດທິຜົນຂອງການຮ່ວມມື ເພື່ອການ ພັດທະນາໃນລະດັບສາກົນ ຄັ້ງທີ IV) ແລະ ຖະແຫລງການວຽງຈັນ ສະບັບທີ III ປີ 2026-2035. ນອກນັ້ນ, ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີXIV, ຍັງຈະໄດ້ຮັບ ຟັງການລາຍງານຜົນການປຶກສາ ຫາລືໃນເວທີສົນທະນາລະດັບສູງ ພາຍໃຕ້ຫົວຂໍ້: “ພາຍຫລັງການ ຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ (LDC), ການເປີດ ກວ້າງຄວາມມຸ່ງມາດປາຖະໜາໃໝ່ ໃນການພັດທະນາ-ການເຕີບໂຕ, ການເສີມສ້າງວຽກເຮັດງານທໍາ ແລະ ເຕັກໂນໂລຊີ”. ຫລັງຈາກ ນັ້ນ, ຜູ້ເຂົ້າຮ່ວມຍັງຈະໄດ້ຊົມງານ ວາງສະແດງຜົນສໍາເລັດ ແລະ ຜະ ລິດຕະພັນຕ່າງໆທີ່ໄດ້ມາຈາກການ ຮ່ວມມືເພື່ອການພັດທະນາຂອງ 10 ໜ່ວຍງານ-ຂະແໜງການ. ທັງ ນີ້, ກໍເພື່ອເປັນການຂໍ່ານັບຮັບຕ້ອນ ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ແລະ ນໍາສະເໜີຜົນງານການ ປະກອບສ່ວນໃນການພັດທະນາ ສປປ ລາວ ໃນໄລຍະ 5 ປີຜ່ານມາ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ບຸນອຸ້ມ
RkJQdWJsaXNoZXIy MTc3MTYxMQ==