7144.1

gxu fgmltdkoI6 [g'kfu gfaj o ]k;{9u o 2025 q pq dl6 'dkooerk;Pd'kode,t[ko ra fmtoklu ,n cI''ko.sh g0A ,c0'Iv[fh ko dv'xt-5 ,38t,q o]tfa [l6 ' 7A 'mu XIV xt9exu 2025 9t9a f0B o 19 rt9y doU xa [x5 'ltrk[c;f]h v,dkofegou om5 ]tdy f c]t dkog0Q kg4y 'cs]j 'mb o0v';y lkstdy f ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 31.10.2025 ປີທີ 24 ສະບັບທີ 6.303 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j lkmk]tot]a f xt-kmy xtw8 xt-k-q o]k; \A opn oK ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຂວາ ) ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ]q fg,fj ;o c]t ]q fg,me,tfk 9tgxu f.sh [= ]y dko2iu w]pt[5 omkfs];' 1-5 rt9y d  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 xtmko7totd;fdkl6 odk'ra d rq [xt3vh ]q ,rtoa d'kos]a dcs]j 'c0;'g-dv'  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 ທ່ານ ຄໍາພັນ ພົມມະທັດ ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ໃນວັນທີ 28 ຕຸລາ 2025 ຜ່ານມາ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງສູນກາງພັກ, ຮອງ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໃຫ້ກະຊວງອຸດສາຫະ ກຳ ແລະ ການຄ້າ ປັບປຸງສະພາບ ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນກຳມະບານ ລາວ ທົ່ວປະເທດ ຄັ້ງທີ IX ໃນ ວັນທີ 28 ຕຸລາ 2025 ຜ່ານມາ, ສະຫາຍ ສິນລະວົງ ຄຸດໄພທູນ ກຳ ມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງ ຊາດ ໄດ້ໃຫ້ກຽດໂອ້ລົມພ້ອມທັງ, ເນັ້ນໃຫ້ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານຊຸດໃໝ່ ຕ້ອງ ຢືນຢູ່ບົນຈິດໃຈປະຕິວັດ ແລະ ຍຶດ ໝັ້ນໃນອຸດົມການຂອງພັກຕາມ ຫົວຂໍ້: “ຍົກສູງການນໍາພາວຽກ ງານກໍາມະບານປົກປ້ອງສິດຜົນປະ ໂຫຍດອັນຊອບທໍາຂອງຊົນຊັ້ນ ກໍາມະກອນພັດທະນາສີມືແຮງງານ ໃຫ້ເຂັ້ມແຂງຮອບດ້ານ ຕິດພັນກັບ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່” ທີ່ ໄດ້ກໍານົດໄວ້ໃນກອງປະຊຸມຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ກໍຕ້ອງໄດ້ເອົາໃຈໃສ່ສ້າງການ ຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກ ເຊິ່ງ, ຮອບດ້ານທາງດ້ານແນວ ຄິດຈິນຕະນາການຂອງສະມາຊິກ ກໍາມະບານ, ກໍາມະກອນ, ຊາວຜູ້ ອອກແຮງງານ ໂດຍການສ້າງແນວ ຄິດເຊື່ອມຊຶມມູນເຊື້ອຂອງຊົນຊັ້ນ ກໍາມະກອນລາວ, ໃຫ້ມີຄວາມເຊື່ອ ຂປລ. ກອງປະຊຸມກວດກາຄືນ ການຈັດຕັ້ງສະເຫລີມສະຫລອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງອະນຸກຳມະການປ້ອງ ຂປລ. ວິທະຍຸໂທລະພາບສູນ ກາງຈີນ (CMG) ປະຈໍາລາວ ຮ່ວມກັບກົມຮູບເງົາກະຊວງວັດ ທະນະທໍາ ແລະ ການທ່ອງທ່ຽວ ເປີດເທສະການຮູບເງົາດີເດັ່ນລາວຈີນ ປະຈໍາປີ 2025 ຂຶ້ນໃນວັນທີ 29 ຕຸລາ 2025 ເພື່ອສະເຫລີມ ສະຫລອງວັນສະຖາປະນາ ສປປ ຂປລ. ໃນບຸນນະມັດສະການ ພະທາດຫລວງວຽງຈັນ ແລະ ງານ ວາງສະແດງສິນຄ້າ ປະຈຳປີ 2025 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ ທີ່ຈະມາເຖິງໃນມໍ່ໆນີ້, ອະນຸກຳມະການປ້ອງກັນ ກໍຄື ກອງ ບັນຊາການປ້ອງກັນຄວາມສະ ຫງົບ ນະຄອນຫລວງວຽງຈັນ (ນວ) ຈະຈັດວາງກຳລັງປ້ອງກັນ ທັງໝົດ 2.000 ກວ່າສະຫາຍ ຂປລ. ວັນທີ 29 ຕຸລາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະ ທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດ ຂປລ. ໃນວັນທີ 29 ຕຸລາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບທ່ານ ໂຊໂກລິນ ວາລາດີ ເມຍ (SOKOLIN VLADIMIR) ປະທານສະມາຄົມມິດຕະພາບຣັດ ເຊຍ-ລາວ ພ້ອມດ້ວຍຄະນະໃນ d;fdk7n odko9a f8A 'lts]v' ;a olt4kxtok lxx ]k; 7q [Iv[ 50 xu okpq d]a f4t,q o8u 8h voIa [7tot z6h cmolt,k7q ,,y f8trk[ia fg-p{]k; [5 omkfs];'xu oU g9Q k|h kmuj xdl 9t;k'de]a 'xh v'da o 2 ra od;j kltskp ສະຫາຍ ພົຈວ ບົວພັນ ຟອງມະນີ ແວດລ້ອມການດຳເນີນທຸລະກິດ, ສົ່ງເສີມການພັດທະນາ ແລະ ການ ເຂົ້າເຖິງແຫລ່ງທຶນຂອງຈຸນລະ ວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ (MSMEs) ໃຫ້ ເປັນກຳລັງແຮງຫລັກຂອງເສດຖະ ກິດ, ປະຕິຮູບລັດວິສາຫະກິດໃຫ້ ເຄື່ອນໄຫວມີຜົນກຳໄລ, ມີປະສິດ ທິພາບ ແລະ ສາມາດຮັບໃຊ້ໜ້າທີ່ ການເມືອງຂອງຂະແໜງການຢ່າງ ແທ້ຈິງ. ພ້ອມທັງໃຫ້ສືບຕໍ່ສົ່ງເສີມອຸດ ສາຫະກຳຕາມທ່າແຮງເປັນຕົ້ນ ອຸດສາຫະກໍາປຸງແຕ່ງແຮ່ທາດ ແບບເປັນລະບົບຕ່ອງໂສ້ ແລະ ອຸດ ສາຫະກຳປຸງແຕ່ງກະສິກຳ ເພື່ອ ເພີ່ມມູນຄ່າວັດຖຸດິບ, ສົ່ງເສີມການ ບັງຫລວງຂັ້ນສູນກາງ ໄດ້ພົບປະ ໂອ້ລົມພະນັກງານການນຳຫລັກ ແຫລ່ງແຂວງເຊກອງ ຢູ່ສະໂມສອນ ຂອງແຂວງ ໂດຍມີທ່ານ ບຸນຫລາຍ ບຸດທິ ເລຂາພັກແຂວງເຊກອງ, ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະ ພະນັກງານກວດກາທົ່ວແຂວງ ເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານ ບຸນຫລາຍ ບຸດທິ ໄດ້ລາຍງານການນໍາພາຊີ້ນຳຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 9 ເດືອນ ປີ 2025 ໂດຍແຂວງເຊກອງ ໄດ້ເພີ່ມ ທະວີຄວາມຮັບຜິດຊອບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ຢ່າງເປັນລະບົບຕໍ່ເນື່ອງເຮັດ ໃຫ້ສັງຄົມມີຄວາມສະຫງົບປອດໄພ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ຈັດຂຶ້ນໃນ ວັນທີ 28 ຕຸລາ 2025 ທີ່ກະຊວງ ປ້ອງກັນປະເທດ ໂດຍການເປັນ ປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະ ທານຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຂປລ. ກອງປະຊຸມໂຕະມົນລະ ດັບສູງ ຄັ້ງທີ XIV ຈະຈັດຂຶ້ນໃນ ວັນທີ 19 ພະຈິກ 2025 ທີ່ຈະມາ ເຖິງນີ້, ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: “ເພີ່ມທະວີການ ເປັນຄູ່ຮ່ວມເພື່ອການພັດທະນາທີ່ ມີປະສິດທິຜົນເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນ ລາວ ຄົບຮອບ 50 ປີ ແລະ ວັນສະ ຖາປະນາ ສາທາລະນະລັດ ປະຊາ ຊົນຈີນ ຄົບຮອບ 76 ປີ ຊຶ່ງຮູບເງົາ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 31/10/2025 xtgmf]k; ປັບປຸງສະພາບແວດລ້ອມ... ຍົກສູງການນໍາພາວຽກງານ... ກອງປະຊຸມໂຕະມົນ... ກວດກາຄືນການຈັດຕັ້ງ... ປະທານຄະນະກວດກາ... ນາຍົກລັດຖະມົນຕີ... ຜະລິດສິນຄ້າທົດແທນການນຳ ເຂົ້າ, ສົ່ງເສີມອຸດສາຫະກຳສະອາດ ອື່ນໆທີ່ປະເທດເຮົາມີທ່າແຮງ ແລະ ແຂ່ງຂັນໄດ້ ເພື່ອປະກອບເຂົ້າໃນ ລະບົບຕ່ອງໂສ້ການສະໜອງຂອງ ພາກພື້ນ; ຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ເຂົ້າສູ່ ລະບົບ, ໂປ່ງໃສ ແລະ ຖືກຕ້ອງຕາມ ກົດໝາຍ, ສົ່ງເສີມການຊົມໃຊ້ສິນ ຄ້າພາຍໃນໃຫ້ເປັນຂະບວນການ ທົ່ວສັງຄົມ, ເຂັ້ມງວດກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ເພື່ອ ຮັກສາສະຖຽນລະພາບພາຍໃນ ຕະຫລາດ; ຈໍາກັດການສົ່ງອອກ ແຮ່ທາດທີ່ບໍ່ໄດ້ຜ່ານການປຸງແຕ່ງ ແລະ ຄຸ້ມຄອງການຂຸດຄົ້ນບໍ່ໃຫ້ ກະທົບຕໍ່ສິ່ງແວດລ້ອມ; ພັດທະນາ ພະລັງງານຢ່າງມີຍຸດທະສາດ ເພື່ອ ຮັບປະກັນການສະໜອງພະລັງງານ ໃຫ້ແກ່ການຊົມໃຊ້ ແລະ ການພັດ ທະນາອຸດສາຫະກຳພາຍໃນ. ສຳ ລັບວຽກແນວຄິດໃຫ້ກຳແໜ້ນ ແລະ ຍົກສູງວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ພະ ນັກງານ-ສະມາຊິກພັກ ພິເສດໃນ ໄລຍະໂຮມກະຊວງ ແລະ ເງື່ອນໄຂ ທີ່ມີຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ປຸກລະດົມ ຄວາມຮັກຊາດ, ຄວາມເສຍສະຫະ, ຄວາມເປັນເຈົ້າການ, ບໍ່ລໍຖ້າແຕ່ ຄຳສັ່ງ; ວຽກກໍ່ສ້າງພັກ ແລະ ພະ ນັກງານໃຫ້ສືບຕໍ່ເພີ່ມທະວີການ ນຳພາ-ຊີ້ນຳຂອງຄະນະພັກ ສ້າງ ການຫັນປ່ຽນຢ່າງແຂງແຮງດ້ານ ການນຳພາ, ຍົກສູງຄຸນນະພາບ ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຮອບດ້ານ, ບຳລຸງ ສ້າງພະນັກງານ ໂດຍການຍົກ ລະດັບວິຊາສະເພາະໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານ, ສັບຊ້ອນຈັດວາງພະນັກ ງານແທດເໝາະກັບວິຊາສະເພາະ, ເພີ່ມທະວີການນຳພາ-ຊີ້ນໍາໃນການ ປະຕິບັດພາລະບົດບາດຕາມຄໍາ ຂວັນ 3 ດີ (ເປັນເສນາທິການທີ່ດີ, ປະສານງານດີ ແລະ ບໍລິການຮັບ ໃຊ້ດີ); ວຽກມະຫາຊົນ ສືບຕໍ່ນຳພາ ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເປັນກຳລັງແຮງຂອງຄະນະພັກ ໃນການເຮັດວຽກງານການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ ແລະ ສ້າງກຳລັງແຮງສັງລວມ ເພື່ອ ປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ໄດ້ຢ່າງໜັກແໜ້ນ; ວຽກລະບອບແບບແຜນວິທີເຮັດ ວຽກໃຫ້ຍຶດໝັ້ນໃນຫລັກການລວມ ສູນປະຊາທິປະໄຕ, ແບ່ງຄວາມຮັບ ຜິດຊອບໃຫ້ບຸກຄົນຈະແຈ້ງ ແລະ ຍົກສູງຄວາມຮັບຜິດຊອບລວມໝູ່ ແລະ ບຸກຄົນຄະນະພັກ, ເຮັດວຽກ ມີແບບແຜນ, ມີລະບົບ, ຫລຸດຜ່ອນ ຂອດຂັ້ນ ແລະ ມີການຕິດຕາມ, ກວດກາ, ປະເມີນຜົນ ແລະ ປັບປຸງ ໃຫ້ດີຂຶ້ນໄປເລື້ອຍໆ; ວຽກງານ ກວດກາຕ້ອງເພີ່ມທະວີຄວາມເອົາ ໃຈໃສ່ນໍາພາວຽກງານກວດກາ ພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ເປັນປົກກະຕິ ແລະ ແທດເຖິງ, ຖືເອົາວຽກງານຫັນເປັນທັນສະໄໝ, ນຳໃຊ້ເຕັກໂນໂລຊີດີຈິຕອນເປັນ ເຄື່ອງມື ເພື່ອຫລຸດຊ່ອງວ່າງການ ສວຍໂອກາດ, ແຕ່ເມື່ອມີການກະ ໂດຍພື້ນຖານ, ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງ ຂອງເສດຖະກິດແຫ່ງຊາດ. ໃນນັ້ນ, ຂົງເຂດວຽກງານກະສິກຳ-ປ່າໄມ້, ອຸດສາຫະກຳ, ຫັດຖະກຳສາມາດ ເພິ່ງຕົນເອງໄດ້ດີລວມຍອດຜະລິດ ຕະພັນພາຍໃນຄາດຄະເນຈະບັນລຸ ໄດ້ 6,2% ຂຶ້ນໄປ, ການເກັບລາຍ ຮັບເຂົ້າງົບປະມານລວມທັງໝົດ 345,03 ຕື້ກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ 55,92%. ຄຽງຄູ່ກັນນີ້, ການປະຕິບັດລາຍຈ່າຍໄດ້ 447,36 ຕື້ກີບ, ເທົ່າກັບ 69,79%. ນອກ ນັ້ນ, ຍັງໄດ້ເອົາໃຈໃສ່ປັບປຸງລະບົບ ການປົກຄອງນັບແຕ່ຂັ້ນແຂວງ, ຂັ້ນ ເມືອງ, ບ້ານມີຄວາມເຂັ້ມແຂງດີ ຂຶ້ນ, ເອົາໃຈໃສ່ຕໍ່ການຮຽນ-ການ ສອນແບບໃໝ່ ທີ່ຮັບປະກັນຫລັກ ມູນການສຶກສາ ແລະ ແກ້ໄຂບັນຫາ ການປະລະການຮຽນຂອງເດັກ ໃນເກນອາຍຸເຂົ້າຮຽນຊັ້ນຕ່າງໆ. ພ້ອມນີ້, ກໍໄດ້ເອົາໃຈໃສ່ສືບຕໍ່ເສີມ ສ້າງສາຍພົວພັນຮ່ວມມືກັບບັນດາ ເມືອງ, ແຂວງຂອງປະເທດທີ່ມີ ຊາຍແດນຕິດຈອດ ໂດຍສະເພາະ ສສ ຫວຽດນາມ. ພ້ອມນີ້, ການ ຈັດຕັ້ງປະຕິບັດວຽກງານກວດກາ ພັກ, ອົງການກວດກາລັດ ກໍໄດ້ ເພີ່ມທະວີການຕິດຕາມ, ກວດກາ, ຕີລາຄາການນໍາພາ-ຊີ້ນໍາຂອງຄະ ນະພັກແຕ່ລະຂັ້ນເປັນຕົ້ນແມ່ນກວດ ກາສະມາຊິກພັກ ແລະ ການຈັດຕັ້ງ ພັກ ຕິດພັນກັບການຈັດຕັ້ງດໍາເນີນ ຊີວິດການເມືອງພາຍໃນຄະນະພັກ, ຖືເອົາວຽກງານຕິດຕາມ-ກວດກາ ເປັນການປ້ອງກັນ ແລະ ສະກັດ ກັ້ນສິ່ງຫຍໍ້ທໍ້ຕ່າງໆໃນກົງຈັກການ ຈັດຕັ້ງ ແລະ ຖັນແຖວສະມາຊິກພັກພະນັກງານ ຊຶ່ງໄລຍະປີ 2025 ນີ້, ໄດ້ສຸມໃສ່ການດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ໂດຍປະຕິບັດ ຕາມກົດລະບຽບຂອງພັກ, ຕາມຄໍາ ສັ່ງ, ຄໍາແນະນໍາຢ່າງເຄັ່ງຄັດ ແລະ ເຮັດໃຫ້ການດຳເນີນກອງປະຊຸມ ໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກ ແຂວງເຊກອງ ລວມທັງການປັບປຸງ ລະບົບການຈັດຕັ້ງໄດ້ຮັບຜົນສຳເລັດ ຕາມລະດັບຄາດໝາຍ. ພາຍຫລັງຮັບຟັງລາຍງານ, ທ່ານ ຄໍາພັນ ພົມມະທັດ ໄດ້ມີຄໍາ ເຫັນໂອ້ລົມຕໍ່ຄະນະພັກ-ຄະນະນຳ ແຂວງເຊກອງ ໂດຍເນັ້ນການຈັດຕັ້ງ ປະຕິບັດວຽກງານກວດກາພັກ, ກວດກາລັດ ໃຫ້ມີຄວາມເຂັ້ມແຂງ ຂຶ້ນກວ່າເກົ່າ ຊຶ່ງຕ້ອງເອົາໃຈໃສ່ ຍົກລະດັບການສຶກສາອົບຮົມໃຫ້ ແກ່ຖັນແຖວສະມາຊິກພັກ, ພະນັກ ງານຄຽງຄູ່ກັບການຫັນເປັນທັນ ສະໄໝ, ຫັນເປັນດີຈິຕອນເປັນເປົ້າ ໝາຍ, ເປັນທິດທາງໃນການພັດທະ ນາວຽກງານ, ເອົາໃຈໃສ່ປະສານ ສົມທົບກັບຄະນະກວດກາໃນແຕ່ລະ ຂັ້ນນັບແຕ່ສູນກາງລົງຮອດທ້ອງ ຖິ່ນ ເພື່ອຊອກໃຫ້ເຫັນເຖິງການຫັນ ປ່ຽນ ແລະ ເຫັນໄດ້ຈຸດອ່ອນ, ຂໍ້ຄົງ ຄ້າງເພື່ອຖອດຖອນບົດຮຽນໃນ ການແກ້ໄຂບັນຫາຕ່າງໆທີ່ກົດ ໜ່ວງຖ່ວງດຶງການຈັດຕັ້ງປະຕິບັດ ໜ້າທີ່ວຽກງານເຮັດໃຫ້ວຽກງານ ກວດກາໄດ້ຫັນປ່ຽນຢ່າງຕັ້ງໜ້າ, ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ໂຊໂກລິນ ວາລາດີເມຍ ພ້ອມຄະນະທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນເສີມສ້າງສາຍພົວພັນ ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເພື່ອສືບຕໍ່ສົ່ງເສີມ, ເພີ່ມທະວີຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງ ສອງຊາດ ລາວ-ຣັດເຊຍ ທີ່ມີມາ ແຕ່ດົນນານແລ້ວນັ້ນໃຫ້ນັບມື້ແດກ ດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ອວຍ ພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງປະສົບຜົນສຳເລັດໃນການມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ໂຊໂກລິນ ວາລາດີເມຍ ກໍ ໄດ້ຕາງໜ້າຄະນະສະແດງຄວາມ ຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ ລາຍງານຈຸດປະສົງໃນການມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃຫ້ທ່ານໄດ້ຮັບ ຊາບຕື່ມອີກ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ມີຄະນະນຳກະຊວງ, ອົງການ, ນະຄອນຫລວງວຽງຈັນ, ບັນດາ ກົມກອງທີ່ກ່ຽວຂ້ອງ ແລະ ເລຂາ ຊ່ວຍວຽກຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ເຂົ້າຮ່ວມ. ສະຫາຍພົນຕີສາຍໃຈກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ຮອງຫົວໜ້າຄະນະ ຮັບຜິດຊອບຊີ້ນຳກ້ອນກໍາລັງສວນ ສະໜາມ ແລະ ສະຖານທີ່ຜາມໄຊ ໄດ້ລາຍງານການຈັດຕັ້ງຫັດແອບ ກໍາລັງກ້ອນສວນສະໜາມ ແລະ ກະກຽມວຽກງານຈັດຕັ້ງສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍຫຍໍ້ ກ່ຽວກັບບັນດາໜ້າວຽກໃນຄວາມ ຮັບຜິດຊອບຂອງກະຊວງປ້ອງກັນ ປະເທດວ່າ: ສໍາລັບກຳລັງ ປກຊ ໄດ້ຈັດຕັ້ງກຳລັງເຂົ້າຫັດແອບເລີ່ມ ແຕ່ວັນທີ 8 ກັນຍາ 2025 ເປັນຕົ້ນ ມາ ຊຶ່ງໄດ້ແບ່ງເປັນ 2 ສູນໃຫຍ່ ຄື: ສູນກົມມະດໍາ ມີ 5 ກ້ອນ ແລະ ສູນ ຫລັກ 27 ມີ 4 ກ້ອນ. ນອກນັ້ນ, ຍັງ ມີ 9 ກ້ອນ ທີ່ຫັດແອບຢູ່ກົມກອງ ຄື: ກອງພັນໃຫຍ່ 279, ກອງພັນໃຫຍ່ 11, ກອງພັນໃຫຍ່ 497, ກອງພັນ ໃຫຍ່ 605, ກອງພັນໃຫຍ່ 703, ໂຮງຮຽນ 301, ໂຮງງານ 209 ແລະ ວິທະຍາຄານພະລາທິການ. ໃນໄລຍະຜ່ານມາໄດ້ຈັດຕັ້ງຫັດແອບ ລວບລວມປະສານກ້ອນກອງທັບ ແລ້ວ 4 ຄັ້ງ ຢູ່ເດີ່ນຫັດແອບສວນ ສະໜາມວິທະຍາຄານນາຍທະຫານ ບົກກົມມະດຳ (ເລີ່ມແຕ່ການເດີນ ຂອງຈຸທຸງຊາດ-ທຸງພັກ ຮອດກ້ອນ ນັກຮຽນນ້ອງນ້ອຍ) ແລະ ໄດ້ ມີການຖອດຖອນບົດຮຽນຫາວິທີ ແກ້ໄຂ, ມອບໃຫ້ຄະນະຊີ້ນໍາ, ຄູຝຶກ ບັນດາກ້ອນສວນສະໜາມສືບຕໍ່ ກວດກາປັບປຸງການຫັດແອບຕາມ ຫລັກການ ແລະ ການຊີ້ນໍາ. ມາ ຮອດປັດຈຸບັນ, ບັນດາໜ້າວຽກໃນ ຄວາມຮັບຜິດຊອບຂອງກະຊວງ ປ້ອງກັນປະເທດ ແມ່ນມີຄວາມພ້ອມ ໃນທຸກດ້ານ. ຈາກນັ້ນ, ບັນດາສະ ຫາຍຄະນະອະນຸກຳມະການຮັບ ຜິດຊອບແຕ່ລະພາກສ່ວນໄດ້ຜັດ ປ່ຽນກັນຂຶ້ນລາຍງານການກະກຽມ ຄວາມພ້ອມໃນທຸກດ້ານຂອງບັນດາ ໜ້າວຽກທີ່ຕົນເອງຮັບຜິດຊອບ ແລະ ມີຄໍາເຫັນແລກປ່ຽນ, ຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບ ປຸງແກ້ໄຂບັນດາໜ້າວຽກຕ່າງໆ ທີ່ຍັງຄົງຄ້າງ ແລະ ພ້ອມກັນສືບ ຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມ ແຜນການເພື່ອຮັບປະກັນໃຫ້ການ ເດີນສວນສະໜາມໃນພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະໄດ້ຈັດ ຂຶ້ນໃນວັນທີ 2 ທັນວາ 2025 ນີ້ ໝັ້ນຕໍ່ການນໍາພາຂອງພັກ ຂອງ ລັດ, ມີນໍ້າໃຈຮັກຊາດ, ມີສະຕິເຄົາ ລົບປະຕິບັດລະບຽບກົດໝາຍ, ມີ ລະບຽບວິໄນໃນການອອກແຮງ ງານ, ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ, ມີຄວາມກະຕືລືລົ້ນໃນ ການພັດທະນາຕົນເອງ ເພື່ອຍົກ ລະດັບສີມືແຮງງານ ໃຫ້ກາຍເປັນ ກໍາມະກອນອຸດສາຫະກໍາ ແລະ ທັນ ສະໄໝ. ພ້ອມນັ້ນ, ກໍຕ້ອງໄດ້ສືບຕໍ່ ໂຄສະນາຜ່ານສື່ຕ່າງໆໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ແທດເຖິງກຸ່ມ ເປົ້າໝາຍທີ່ຕ້ອງການ. ໃນນັ້ນສະຫະ ພັນກໍາມະບານແຕ່ລະຂັ້ນຕ້ອງໄດ້ ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ມີ ຄວາມເຂັ້ມແຂງໃນການເຄື່ອນໄຫວ ກ້າວເຂົ້າສູ່ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຢ່າງ ໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງ”. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທັງເປັນຮອງປະທານ, ຜູ້ປະຈຳ ການຄະນະຊີ້ນໍາລະດັບຊາດ ເພື່ອ ຂະບວນການໂຕະມົນໄດ້ຕາງໜ້າ ໃຫ້ລັດຖະບານຖະແຫລງຂ່າວຕໍ່ສື່ ມວນຊົນໃນວັນທີ 28 ຕຸລາ 2025 ຜ່ານມາກ່ຽວກັບການກະກຽມ ຄວາມພ້ອມຮອບດ້ານໃນການຈັດ ກອງປະຊຸມໂຕະມົນລະດັບສູງ ຄັ້ງ ທີ XIV ໂດຍທ່ານໄດ້ແຈ້ງໃຫ້ຊາບ ວ່າ: ກອງປະຊຸມໂຕະມົນລະດັບ ສູງໃນຄັ້ງນີ້, ເປັນກອງປະຊຸມທີ່ ມີຄວາມໝາຍສໍາຄັນທີ່ສຸດເນື່ອງ ຈາກເປັນປີທີ່ພວກເຮົາຈະໄດ້ທົບ ທວນ ແລະ ສະຫລຸບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາ ຫາລື ແລະ ທົບທວນການຈັດຕັ້ງ ປະຕິບັດບັນດາຍຸດທະສາດ, ແຜນ ປະຕິບັດງານ, ມະຕິຄໍາສັ່ງຂອງລັດ ຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກຫາວິທີການ ແລະ ມາດຕະ ການແກ້ໄຂແນໃສ່ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນລາວບັນດາ ເຜົ່າໃຫ້ດີຂຶ້ນ ແລະ ສິ່ງສໍາຄັນອີກ ປະການໜຶ່ງ ກໍຄື ການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ໃນປີ 2026. ໃນກອງປະຊຸມໂຕະມົນ ຄັ້ງນີ້, ຖືເປັນກາລະໂອກາດທີ່ມີຄວາມ ໝາຍຄວາມສໍາຄັນທີ່ສຸດຂອງລັດ ຖະບານ, ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດ ລັດຖະບານ (INGOs), ອົງການ ຈັດຕັ້ງທາງສັງຄົມ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທໍາຜິດກໍຕ້ອງປະຕິບັດວິໄນຢ່າງ ເຂັ້ມງວດເດັດຂາດ. ຂ່າວ: ກິດຕາ; ພາບ: ເກດສະໜາ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງ ອົງຄະນະພັກແຂວງໃຫ້ລົງສູ່ຮາກ ຖານທ້ອງຖິ່ນຢ່າງກວ້າງຂວາງ ເພື່ອຊຸກຍູ້ທົ່ວສັງຄົມປະກອບສ່ວນ ປະຕິບັດໃຫ້ບັນລຸຕາມຄາດໝາຍ; ການພັດທະນາເສດຖະກິດ-ສັງຄົມ ກໍໃຫ້ເນັ້ນຄວາມສຳຄັນໃນການ ຊຸກຍູ້ສົ່ງເສີມວຽກງານການປູກການລ້ຽງຂອງປະຊາຊົນ ເພື່ອສ້າງ ຄວາມເຂັ້ມແຂງໃນການຄ້ຳປະກັນ ສະບຽງອາຫານ ແລະ ໃຫ້ກາຍເປັນ ສິນຄ້າສົ່ງອອກສູ່ຕະຫລາດເພີ່ມຂຶ້ນ ເລື້ອຍໆ. ອີກບັນຫາໜຶ່ງທີ່ສຳຄັນ ກໍໃຫ້ເອົາໃຈໃສ່ປັບປຸງ ແລະ ສ້າງ ພື້ນຖານໂຄງລ່າງ ໂດຍສະເພາະ ລະບົບເສັ້ນທາງຄົມມະນາຄົມຂົນ ສົ່ງ ເພື່ອອຳນວຍຄວາມສະດວກໃຫ້ ແກ່ໂດຍສານ ແລະ ຂົນສົ່ງສິນຄ້າ ວ່ອງໄວສະດວກສະບາຍຂຶ້ນ. ຂ່າວ: ອັດສະວິນ ວຽກງານກໍາມະບານຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງ ຕົນ; ບໍາລຸງ, ກໍ່ສ້າງພະນັກງານ ກໍາມະບານໃຫ້ມີລະດັບຄວາມຮູ້, ຄວາມສາມາດ ແລະ ຮັບປະກັນໃນ ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະໃຫ້ມີປະສິດທິຜົນ; ຕ້ອງສືບ ຕໍ່ຂະຫຍາຍການຈັດຕັ້ງ ແລະ ສະ ມາຊິກກໍາມະບານເຂົ້າສູ່ຫົວໜ່ວຍ ແຮງງານພາກວິສາຫະກິດ ແລະ ການລົງທຶນຂອງຕ່າງປະເທດ ເພື່ອ ເປັນການສ້າງກໍາລັງແຮງໃນການ ພັດທະນາວຽກງານກໍາມະບານໃນ ຕໍ່ໜ້າ. ພ້ອມນີ້, ສະຫະພັນກຳມະບານ ແຕ່ລະຂັ້ນຕ້ອງເພີ່ມທະວີໃນການ ປົກປ້ອງສິດຜົນປະໂຫຍດຂອງສະ ມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ ເພື່ອບໍ່ໃຫ້ເຂົາເຈົ້າຖືກເອົາລັດເອົາ ປຽບຈາກຜູ້ໃຊ້ແຮງງານ, ຊຸກຍູ້ໃຫ້ ເຂົ້າເຖິງການປົກປ້ອງທາງສັງຄົມ, ມີວຽກເຮັດງານທໍາ ແລະ ສາມາດ ສ້າງລາຍຮັບທີ່ໝັ້ນຄົງ; ຕ້ອງໄດ້ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ມີຄວາມ ເຂັ້ມແຂງ, ປັບປຸງວິທີການ, ຂັ້ນ ຕອນໃນການປະເມີນຂໍ້ແຂ່ງຂັນໃຫ້ ແທດເໝາະຕາມຄວາມຈິງ ແລະ ຖືກຕ້ອງຕາມລະບຽບຫລັກການທີ່ ໄດ້ກຳນົດໄວ້; ເພີ່ມທະວີການພົວ ພັນຮ່ວມມືກັບກຳມະບານເພື່ອນ ມິດຍຸດທະສາດ, ເພື່ອນມິດສາກົນ, ກຳມະບານໂລກ, ກຳມະບານອາ ຊຽນ, ອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງສາກົນທີ່ບໍ່ສັງກັດລັດ ຖະບານ, ຕາມແນວທາງການຕ່າງ ປະເທດຂອງພັກ ເພື່ອຍາດແຍ່ງ ເອົາບົດຮຽນ, ເຕັກນິກວິທະຍາສາດ ແລະ ທຶນຮອນ ເພື່ອມາພັດທະນາ ວຽກງານກຳມະບານໃຫ້ມີການຫັນ ປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ. ຄະນະກວດກາກໍາມະບານແຕ່ ລະຂັ້ນຕ້ອງເປັນເຈົ້າການໃນການ ເຄື່ອນໄຫວຕິດຕາມກວດກາຕາມ ພາລະບົດບາດ, ສີດ ແລະ ໜ້າທີ່ ຂອງຕົນ ໂດຍສະເພາະຊຸກຍູ້, ຕິດ ຕາມກວດກາ, ການຈັດຕັ້ງປະຕິດ ບັດກົດໝາຍ, ກົດລະບຽບ, ມະຕິ ກອງປະຊຸມໃຫຍ່, ແຜນພັດທະນາ ວຽກງານກໍາມະບານໃນແຕ່ລະ ໄລຍະໃຫ້ເປັນປົກກະຕິ; ສືບຕໍ່ເກັບ ກໍາສະພາບແນວຄິດ, ຄຳຄິດຄຳ ເຫັນ ແລະ ຫາງສຽງສັງຄົມຂອງ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ເພື່ອຄົ້ນ ຄວ້າ ແລະ ນຳສະເໜີໃຫ້ພາກສ່ວນ ກ່ຽວຂ້ອງແກ້ໄຂໃຫ້ທັນເວລາ; ຄະ ນະບໍລິຫານງານສູນກາງສະຫະ ພັນກໍາມະບານຕ້ອງເປັນໃຈກາງ ເຕົ້າໂຮມຄວາມສາມັກຄີເປັນປຶກ ແຜ່ນພາຍໃນຄະນະນໍາສະຫະພັນ ກໍາມະບານແຕ່ລະຂັ້ນ, ສະມາຊິກ ກໍາມະບານ, ກໍາມະກອນ ແລະ ຜູ້ ອອກແຮງງານໃຫ້ໜັກແໜ້ນ ເພື່ອ ປັບປຸງການຈັດຕັ້ງກໍາມະບານໃຫ້ ມີຄວາມເຂັ້ມແຂງ, ມີຄຸນນະພາບ ໃໝ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ຄະນະພັກ, ອົງການປົກຄອງ, ແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າ, ອົງການຈັດຕັ້ງມະຫາຊົນ ແຕ່ລະຂັ້ນຕ້ອງໃຫ້ການຮ່ວມມືຢ່າງ ສຸດຂີດ ແລະ ຕ້ອງສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ສະ ຫະພັນກໍາມະບານ ຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່.ໃນນັ້ນ, ສະຫະພັນກໍາມະບານຕ້ອງເປັນເຈົ້າ ການຄົ້ນຄວ້າຊອກຫາແຫລ່ງລາຍ ຮັບ ເພື່ອພັດທະນາວຽກງານກໍາມະ ບານໃຫ້ມີຄວາມເຂັ້ມແຂງ. ພາບ: ອ່າຍຄໍາ ໃຫ້ມີຄວາມເປັນເອກະພາບສູງ, ຈົບ ງາມ ແລະ ເຂັ້ມແຂງ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມໃຫ້ ທິດຊີ້ນຳ ແລະ ຕອບຄຳສະເໜີ ຂອງ ບັນດາສະຫາຍອະນຸກຳມະການ ຮັບຜິດຊອບແຕ່ລະພາກສ່ວນທີ່ ໄດ້ພ້ອມກັນມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາໃນການກະ ກຽມຈັດຕັ້ງສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ. ພ້ອມທັງ, ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາ ສະຫາຍອະນຸກຳມະການ, ຄະນະ ຮັບຜິດຊອບ ແລະ ກຳລັງແຕ່ລະ ພາກສ່ວນທີ່ໄດ້ພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມ ຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ ການຈັດຕັ້ງສະເຫລີມສະຫລອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ສໍາເລັດຕາມແຜນການດ້ວຍ ໝາກຜົນອັນຈົບງາມ. ຂ່າວ: ເພັດ ສົມນໍວັນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການປຶກສາຫາລືກ່ຽວກັບບຸລິ ມະສິດການພັດທະນາຂອງ ສປປ ລາວ ໂດຍສະເພາະການແລກປ່ຽນ ກ່ຽວກັບຄວາມຕ້ອງການໃນການ ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການ ພັດທະນາທີ່ມີປະສິດທິຜົນໃນໄລຍະ ການຟື້ນຟູເສດຖະກິດຂອງ ສປປ ລາວ ໃຫ້ຍືນຍົງ, ໝັ້ນທ່ຽງ, ມີສະ ຖຽນລະພາບສູງ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ຈະເຊື້ອເຊີນຜູ້ແທນ ກອງປະຊຸມເຂົ້າຮ່ວມຫລາຍກວ່າ 500 ທ່ານ. ໃນນັ້ນ, ປະກອບມີ: ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າ ກະຊວງລວມທັງ 17 ແຂວງ ແລະ ນະຄອນຫລວງວຽງຈັນ, ບັນດາ ຜູ້ແທນລະດັບສູງຈາກປະເທດເພື່ອນ ມິດ, ຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນ ທັງທີ່ມີສໍານັກງານ, ອົງການຕັ້ງຢູ່ ແລະ ບໍ່ໄດ້ຕັ້ງຢູ່ ສປປ ລາວ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ສະມາຄົມບໍ່ຫວັງຜົນ ກຳໄລ ແລະ ພາກສ່ວນທີ່ກ່ຽວຂ້ອງ ອື່ນເຂົ້າຮ່ວມ. ພ້ອມນີ້, ກອງປະຊຸມໂຕະມົນ ດັ່ງກ່າວ, ຍັງຈະມີພິທີເຊັນລົງນາມ ຮັບຮອງເອົາຖະແຫລງການວຽງ ຈັນ ສະບັບທີ III ປີ 2026-2035 ຢ່າງເປັນທາງການ ແລະ ນໍາສະເໜີ ຫົວຂໍ້ທີ່ມີຄວາມໝາຍຄວາມສໍາຄັນ ໃນການພັດທະນາ ສປປ ລາວ ເປັນ ຕົ້ນນໍາສະເໜີກ່ຽວກັບຜົນສໍາເລັດ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030); ນໍາສະເໜີຄວາມຄືບໜ້າ ການກະກຽມຄວາມພ້ອມຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ແລະ ການຈັດຕັ້ງປະຕິ ບັດແຜນດໍາເນີນງານໂດຮາ ສໍາ ລັບປະເທດດ້ອຍພັດທະນາຂອງ ສປປ ລາວ; ນໍາສະເໜີຄວາມຄືບ ໜ້າໃນການຮ່ວມມື ເພື່ອການພັດ ທະນາ(ການເຂົ້າຮ່ວມຕິດຕາມປະ ສິດທິຜົນຂອງການຮ່ວມມື ເພື່ອການ ພັດທະນາໃນລະດັບສາກົນ ຄັ້ງທີ IV) ແລະ ຖະແຫລງການວຽງຈັນ ສະບັບທີ III ປີ 2026-2035. ນອກນັ້ນ, ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີXIV, ຍັງຈະໄດ້ຮັບ ຟັງການລາຍງານຜົນການປຶກສາ ຫາລືໃນເວທີສົນທະນາລະດັບສູງ ພາຍໃຕ້ຫົວຂໍ້: “ພາຍຫລັງການ ຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ (LDC), ການເປີດ ກວ້າງຄວາມມຸ່ງມາດປາຖະໜາໃໝ່ ໃນການພັດທະນາ-ການເຕີບໂຕ, ການເສີມສ້າງວຽກເຮັດງານທໍາ ແລະ ເຕັກໂນໂລຊີ”. ຫລັງຈາກ ນັ້ນ, ຜູ້ເຂົ້າຮ່ວມຍັງຈະໄດ້ຊົມງານ ວາງສະແດງຜົນສໍາເລັດ ແລະ ຜະ ລິດຕະພັນຕ່າງໆທີ່ໄດ້ມາຈາກການ ຮ່ວມມືເພື່ອການພັດທະນາຂອງ 10 ໜ່ວຍງານ-ຂະແໜງການ. ທັງ ນີ້, ກໍເພື່ອເປັນການຂໍ່ານັບຮັບຕ້ອນ ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ແລະ ນໍາສະເໜີຜົນງານການ ປະກອບສ່ວນໃນການພັດທະນາ ສປປ ລາວ ໃນໄລຍະ 5 ປີຜ່ານມາ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ບຸນອຸ້ມ

31/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ແສງສະຫວັນ ບົດສະເໜີ ພາບປະກອບ ໂດຍ: ມາລິດາ ພາບປະກອບ ຂປລ. ດັ່ງທີ່ພວກເຮົາຮູ້ນໍາກັນ ແລ້ວວ່າ, ເມືອງວັງວຽງ ແຂວງ ວຽງຈັນ ແມ່ນອີກຈຸດໝາຍປາຍ ທາງດ້ານການທ່ອງທ່ຽວຂອງນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດທີ່ລັ່ງໄຫລເຂົ້າມາຊົມທິວທັດ ທຳມະຊາດ ທີ່ສວຍງາມຂອງເມືອງ ນີ້. ແຕ່ເຖິງແນວໃດກໍດີ, ເມືອງວັງ ວຽງ ຈະມີຄວາມໂດດເດັ່ນດ້ານ ການທ່ອງທ່ຽວແຕ່ກໍຍັງຫລາຍ ບັນຫາ ທີ່ຍັງເປັນຂໍຄົງຂ້າງ ໂດຍ ສະເພາະການເກັບມ້ຽນຂີ້ເຫຍື້ອໃນ ຕົວເມືອງຍັງເປັນບັນຫາທີ່ຕ້ອງໄດ້ ເອົາໃຈໃສ່ເພີ່ມຕື່ມ. 0U gspN vpa 'gxa o[a oskmuj g,n v';P' gvq k.9.lj cdh w0 ຕາມການໃຫ້ຮູ້ຂອງ ທ່ານ ພຸດ ທະສອນ ຄໍາລື ຮອງຫ້ອງການ ອົງການພັດທະນາ ແລະ ບໍລິຫານ ຕົວເມືອງວ່າ: ໜ່ວຍງານ ອພບ ໜ້າວຽກ ຫລັກແມ່ນການເກັບມ້ຽນຂີ້ເຫຍື້ອ ໃນພາກສະໜາມ ພາຍຫລັງທີ່ລົດ ນໍາເອົາຂີ້ເຫຍື້ອມາແລ້ວ ກໍຕ້ອງ ເບິ່ງວ່າຂີ້ເຫຍື້ອນີ້ ແມ່ນຂີ້ເຫຍື້ອ zq o'ko c]t 75 o'k,7;k,fu 0v' mj ko ,tsk lu ]k ;y it;q 'l% lu ]txy ocsj '-kf ຂປລ.“ການປົກປັກຮັກສາ ແລະ ຟື້ນຟູຕົວໜັງສື, ຄວາມເວົ້າ, ວັນນະຄະດີ ແລະ ຫລັກວັດທະນະ ທຳຂອງຊາດມັນສະແດງເຖິງນ້ຳ ໃຈຮັກຊາດ ອັນເປັນມໍລະດົກ ແລະ ເປັນມູນເຊື້ອອັນປະເສີດແຫ່ງຄວາມ ພິລະອາດຫານທີ່ພໍ່ແມ່ປູ່ຍ່າຕາຍາຍ ຜູ້ກ້າຫານ ໄດ້ຖ່າຍທອດມາໄວ້ໃຫ້ ແກ່ພວກເຮົາ”. ທຸກປະເທດໃນໂລກຍ່ອມມີຫລັກ ການປາກເວົ້າ ແລະ ຂີດຂຽນຂອງ ຕົນອັນເປັນຫລັກພາສາຂອງຕົນ ເພື່ອສະແດງສຳນຽງ ສັກສີ ແລະ ກຽດຂອງຊາດຕົນ ແລະ ສະແດງ ເຖິງຄວາມເປັນເອກະລາດ ທາງ ດ້ານວັດທະນະທຳຂອງຕົນ ຄຽງຄູ່ ກັບການເປັນເອກະລາດ ທາງດ້ານ ການເມືອງ, ເສດຖະກິດ ແລະ ອື່ນໆ ເວົ້າລວມ, ເວົ້າສະເພາະປະເທດ ລາວ ໄດ້ຕົກເປັນເມືອງຂຶ້ນຂອງ ຕ່າງຊາດ ປ່ຽນໄປປ່ຽນມາຫລາຍ ເທື່ອ ເປັນເວລາຫລາຍສະຕະວັດ ອັນໄດ້ເຮັດໃຫ້ພາສາ ວັດທະນະທຳ ປະເພດ ໃດຖ້າເປັນຂີ້ເຫຍື້ອຕິດເຊື້ອ ກໍຕ້ອງແຍກອອກໄປຈູດໃນເຕົາເຜົາ ທີ່ໄດ້ມາດຕະຖານ, ສ່ວນຂີ້ເຫຍື້ອທີ່ ສາມາດແຍກໄດ້ກໍເອົາໄປແຍກ ໂຕ ໃດທີ່ບໍ່ສາມາດນໍາໃຊ້ໄດ້ກໍເອົາໄປ ຖິ້ມຕາມມາດຕະຖານຂອງທາງ ອພບ ປະຕິບັດຄື ຂີ້ເຫຍື້ອທີ່ໃຊ້ບໍ່ໄດ້ ເຮົາກໍຈະຖິ້ມໃສ່ຂຸ້ມຂີ້ເຫຍື້ອເມື່ອດັບ ກໍຈະເອົາດິນຖົມ ແລະ ປູກຕົ້ນ ໄມ້ໃສ່ ເພື່ອຄວາມສວຍງາມ. ສໍາລັບການ ເຂົ້າເຖິງບໍລິການເກັບມ້ຽນຂີ້ເຫຍື້ອ ໃນປັດຈຸບັນ ເລີ່ມຕົ້ນທີ່ບໍລິສັດສໍາ ປະທານເລື່ອງການມ້ຽນຂີ້ເຫຍື້ອ ໃນໄລຍະທຳອິດແມ່ນ 27 ບ້ານແຕ່ ໄລຍະນີ້ ແມ່ນຫລຸດລົງເຫລືອ 15 ບ້ານ ຍ້ອນວ່າ ບໍລິສັດຜູ້ຮັບເໝົາບໍ່ ໄປເອົາບ່ອນທີ່ຫ່າງໄກ ແຕ່ຈະເນັ້ນ ຕົວເມືອງທີ່ມີລາຍຮັບສູງ. ສ່ວນເຂດ ທີ່ຢູ່ໄກອາດຈະບໍ່ກຸ້ມຄ່າ. ສໍາລັບການເກັບລາຍຮັບ ແມ່ນ ຄອບລະ 45.000 ກີບຕໍ່ເດືອນ, ສ່ວນຫົວໜ່ວຍທຸລະກິດແມ່ນໄລ່ ຕາມປະລິມານນ້ອຍ ຫລື ຫລາຍ. ຕໍ່ກັບບັນຫາຂີ້ເຫຍື້ອ ກໍຍັງມີການ ສ່ອງແສງມາເລື້ອຍໆທາງດ້ານ ການບໍລິການທີ່ບໍ່ທົ່ວເຖິງປະຊາຊົນ ກໍໄດ້ຕຳນິຕິຊົມ ສ່ອງແສງມາເລື່ອງ ການເກັບຂີ້ເຫຍື້ອທີ່ຊ້າ, ບາງເດືອນ 2 ເທື່ອ, ແຕ່ປັດຈຸບັນການເກັບຂີ້ ເຫຍື້ອແມ່ນທິດໜຶ່ງ 2 ເທື່ອ, ພາກ ເອກະຊົນຮຽກຮ້ອງໃຫ້ເກັບ 3 ເທື່ອ ຕໍ່ອາທິດ ແຕ່ຜູ້ສຳປະທານບໍລິການ ບໍ່ສາມາດບໍລິການໃຫ້ປະຊາຊົນໄດ້, ຍ້ອນພາຫະນະບໍ່ພຽງພໍ ແລະ ບຸກຄະ ລາກອນບໍ່ພຽງພໍ. ທ່ານ ພຸດທະສອນ ຄໍາລື ກ່າວ. ຕໍ່ກັບບັນຫານີ້ ທາງອົງປົກຄອງ ເມືອງກໍກຳລັງຫາວິທີແກ້ໄຂ ເປັນ ຕົ້ນການເພີ່ມລົດມ້ຽນຂີ້ເຫຍື້ອຕື່ມ ເພື່ອໃຫ້ ການບໍລິການວ່ອງໄວ, ກວ້າງຂວາງຂຶ້ມຕື່ມ. ຂອງຊາດ ຖືກແຊກແປງ ຍົວະເຍົ້າ ໃຫ້ຫັນໄປນິຍົມປາກເວົ້າ ແລະ ຮ່ຳ ຮຽນເອົາແບບແຜນດຳລົງຊີວິດ ຂອງເຂົາເຈົ້າ. ສະໄໝອານາຈັກລ້ານຊ້າງ ຖື ໄດ້ວ່າອັກສອນລາວໄດ້ຈະເລີນ, ສາມາດບັນທຶກພາສາລາວໄດ້ຢ່າງ ຄົບຖ້ວນ ຊຶ່ງສະແດງອອກໃນໜັງສື ຜູກ, ໜັງສືໃບລານ ໃນສະຕະວັດທີ XVI ເປັນຕົ້ນ ເລື່ອງສັງສິນໄຊ, ກາ ລະເກດ, ແຕງອ່ອນ, ທ້າວ ຮຸ່ງ-ທ້າວ ເຈືອງ ລ້ວນແຕ່ຂຽນດ້ວຍຕົວໜັງສື ລາວ. ໃນໄລຍະທີ່ຕ່າງດ້າວບຽດ ຢຶດເອົາເປັນເມືອງຂຶ້ນ ອັກສອນລາວ ຖືກຢຽບຍຳ່ ເກືອບສູນຫາຍ, ແຕ່ບັນ ພະບູລຸດຊາດລາວເຮົາໄດ້ຕໍ່ສູ້ຢ່າງ ອົງອາດກ້າຫານ ແລະ ທໍລະຫົດ ອົດທົນ ເພື່ອປົກປັກຮັກສາ ເພື່ອ ພັດທະນາພາສາ, ວັນນະຄະດີ ແລະ ວັດທະນະທຳຂອງຊາດ ໃຫ້ຄົງຢູ່ ຄຽງຄູ່ກັບຄວາມເປັນເອກະລາດ ຂອງຊາດ. ອັນພົ້ນເດັ່ນແມ່ນເລີ່ມ ແຕ່ 1924 ເປັນຕົ້ນມາ ໂດຍມີເຈົ້າ ເພັດຊະລາດ ໄດ້ນຳພາບັນດານັກ ປາດອາຈານ ລົງເລິກຄົ້ນຄວ້າ ແລະ ຕໍ່ສູ້ເພື່ອປົກປັກຮັກສາ ແລະ ພັດ ທະນາພາສາ ແລະ ວັນນະຄະດີ ລາວ ໃຫ້ສົມບູນຍິ່ງໆຂຶ້ນ, ດັ່ງທີ່ ທ່ານ ພູມີວົງວິຈິດ ໄດ້ຂຽນໄວ້ໃນ ປຶ້ມຄວາມຊົງຈໍາຂອງຊີວິດເຮົາ ໃນ ຂະບວນວິວັດແຫ່ງປະຫວັດສາດ ຂອງປະເທດເຮົາວ່າ: “ຮອດເດືອນ ທັນວາ 1927… ເຮົາມີອາຍຸ 18 ປີກວ່າ... ເຮົາເສັງເປັນນາຍພາສາ ຝຣັ່ງໄດ້ ແລະ ວັນທີ 27 ທັນວາ 1927 ໄດ້ຖືກແຕ່ງຕັ້ງໃຫ້ເປັນ ນາຍພາສາ ຢູ່ໂຄງການຜູ້ໃຫຍ່ທີ່ ວຽງຈັນ... ເຈົ້າເພັດຊະລາດ ເອົາ ເຮົາໄປຮ່ວມຄົ້ນຄວ້າພາສາລາວ ປະຫວັດສາດລາວ ແລະ ພຸດທະ ສາສະໜາ ຮ່ວມກັບ ເຈົ້າຈິດຕະ ລາດ, ມະຫາແກ້ວ, ປີແອງິນ, ກຸ ອາໄພ ຊ່ວຍເຈົ້າເພັດຊະລາດ, ອັນ ໄດ້ເຮັດໃຫ້ເຮົາສາມາດຮັບຮູ້ອັນຖືກ ອັນຜິດ, ອັນດີອັນຊົ່ວ”... ທ່ານ ມະຫາ ສິລາ ວີຣະວົງສ໌ ເມື່ອສອບເສັງໄດ້ມະຫາ ຫ້າປະ ໂຫຍກ ທີ່ບາງກອກແລ້ວ ໄດ້ເດີນ ທາງມາວຽງຈັນ ປີ 1930 ແລະ ເຂົ້າເຮັດວຽກເປັນເລຂານຸການ ຂອງເຈົ້າເພັດຊະລາດ ມີໂອກາດ ໄດ້ປະກອບພາລະກິດຟື້ນຟູການ ສຶກສາ, ພະພຸດທະສາສະໜາ, ພາສາ ລາວ ແລະ ວັນນະຄະດີລາວ... ທ່ານ ໄດ້ພ້ອມກັບບັນດາຜູ້ຮັກຊາດຕໍ່ສູ້ ຕ້ານກັບພວກທີ່ຢາກເອົາອັກສອນ ລາແຕງ ມາໃຊ້ແທນອັກສອນ ລາວ ໃນຊຸມປີ 1930, ທ່ານໄດ້ຕໍ່ສູ້ ເພື່ອເອົາພາສາລາວ ເປັນພາສາ ທາງການ. ໃນໄລຍະສົງຄາມໂລກ ຄັ້ງທີ II ທ່ານໄດ້ເປັນນັກເຄື່ອນໄຫວ ໃນຂະບວນການລາວອິດສະຫລະ ແລະ ປະກອບສ່ວນໃນຂະບວນການ ປະກາດເອກະລາດ 12 ຕຸລາ 1945. ເລີ່ມແຕ່ຊຸມປີ 1950 ຈົນເຖິງ ປີ 1975 ປະເທດເຮົາໄດ້ມີສອງ ເຂດສອງກຳລັງ ຄື ເຂດປົກຄອງ ຂອງລັດຖະບານຣາຊະອານາຈັກ ລາວ (ຫລື ເອີ້ນວ່າຝ່າຍລັດຖະບານ ວຽງຈັນ) ແລະ ເຂດປົດປ່ອຍຂອງ ແນວລາວຮັກຊາດ ຊຶ່ງເລີ່ມຈາກ ສອງແຂວງເຕົ້າໂຮມ ຫົວພັນ, ຜົ້ງ ສາລີ ໄດ້ກວມເອົາເນື້ອທີ່ 3 ສ່ວນ 5 ຂອງປະເທດ; ຢູ່ເຂດປົດປ່ອຍ ຂອງແນວລາວຮັກຊາດ ໄດ້ມີແຜນ ການຂະຫຍາຍການສຶກສາຢ່າງ ແຂງແຮງ ໂດຍຈັດຕັ້ງການສອນການຮຽນ ເປັນພາສາລາວ ໃນ ທຸກຊັ້ນທຸກສາຍ, ທ່ານ ພູມີ ວົງວິ ຈິດ ທັງເປັນຜູ້ນຳຂອງແນວລາວ ຮັກຊາດ ທັງໄດ້ຮັບການມອບໝາຍ ຈາກສູນກາງ ໃຫ້ຄົ້ນຄວ້າແຕ່ງ ປຶ້ມໄວຍາກອນລາວ ເພື່ອຮັບໃຊ້ ພາລະກິດສຶກສາທົ່ວເຂດປົດປ່ອຍ ຊຶ່ງມີລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ ແລະ ໄດ້ປະກາດໃຊ້ ເມື່ອປີ 1967; ໃນໄລຍະດັ່ງກ່າວ ເຈົ້າສຸພານຸວົງ ເປັນຜູ້ຮຽບຮຽງ ປຶ້ມ ປະທານຸກົມ ພາສາຝຣັ່ງລາວ-ຫວຽດນາມ ເພື່ອໃຊ້ທົ່ວເຂດ ປົດປ່ອຍ. ທ່ານ ມະຫາ ສິລາ ວີຣະວົງສ໌ ເພິ່ນສືບຕໍ່ຢູ່ເມືອງຫລວງວຽງຈັນ ເພິ່ນບໍ່ເດີນຕາມເສັ້ນທາງເປັນ ນັກການເມືອງ ຂອງລະບົບການ ປົກຄອງຂອງຝຣັ່ງ ແລະ ລະບົບ ຣາຊະອານາຈັກ, ເພິ່ນສືບຕໍ່ຮ່ວມ ກັບຜູ້ຊົງຄຸນວຸດທິ ແລະ ນັກປາດ ອາຈານທີ່ຮັກຊາດຕໍ່ສູ້ປົກປັກຮັກສາ ມໍລະດົກທາງດ້ານວັດທະນະທຳ, ພາສາ-ວັນນະຄະດີລາວ. ເລີ່ມແຕ່ ມີການສ້າງຕັ້ງຄະນະກຳມະການ ວັນນະຄະດີລາວ ໃນປີ 1951 ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ ຖືກແຕ່ງຕັ້ງເປັນກຳມະການ ແລະ ເລຂານຸການ ທັງໄດ້ຮັບມອບໝາຍ ໃຫ້ເປັນຜູ້ປັບປຸງຫລັກໄວຍາກອນ ພາສາລາວ ຈາກປີ 1950 ມາຍັງ ປີ 1954, 1972, 1974 ພ້ອມທັງ ເປັນຜູ້ຮຽບຮຽງ ແລະ ຈັດແຕ່ງປຶ້ມ ວັດຈະນານຸກົມພາສາລາວ ສະບັບ ທຳອິດ ຊຶ່ງກະຊວງສຶກສາຂອງ ລັດຖະບານ ພະລາຊະອານາຈັກ ລາວ ໄດ້ປະກາດໃຊ້ຢ່າງເປັນ ທາງການ. ທ່ານ ມະຫາ ສິລາ ວີ ຣະວົງສ໌ ໄດ້ຣິດຈະນາ ໜັງສືວັນ ນະຄະດີບູຮານ ມາເປັນອັກສອນ ລາວສະໄໝໃໝ່ ຫລາຍໆເນື້ອເລື່ອງ ເຊັ່ນ: ເລື່ອງສັງສິນໄຊ, ນາງ ຕັນ ໄຕ, ສຽວ ສະຫວາດ, ທ້າວຮຸ່ງທ້າວເຈືອງ ແລະ ອື່ນໆ.. ເພິ່ນຍັງ ເປັນອາຈານສອນພາສາບາລີ ຢູ່ ໂຮງຮຽນສົງ ແລະ ເປັນຜູ້ແຕ່ງ ຕຳລາຮຽນພາສາບາລີ ແລະ ເພິ່ນ ເປັນຜູ້ແຕ່ງປຶ້ມພົງ ສາວະດານ ລາວຫົວທຳອິດ ທີ່ພິມໂດຍກະຊວງ ສຶກສາ. ພາຍຫລັງສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975, ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ ຮັບໜ້າທີ່ເປັນພະນັກງານຊ່ຽວຊານ ແລະ ໃຫ້ຄຳປຶກສາ ແກ່ກະຊວງ ສຶກສາໃນການຮຽບຮຽງ ແລະ ຈັດ ພິມປຶ້ມໄວຍາກອນລາວ ເພື່ອນຳໃຊ້ ເອກະພາບໃນທົ່ວປະເທດ ດັ່ງທີ່ໄດ້ ກ່າວໄປແລ້ວເບື້ອງຕົ້ນ. ເຖິງແນວໃດກໍ່ດີຕະຫລອດຊີວິດ ຂອງເພິ່ນໄດ້ອຸທິດຕົນເພື່ອການຟື້ນ ຟູ ພາສາລາວ, ວັນນະຄະດີລາວ ແລະ ອັກສອນສາດລາວ ເພິ່ນໄດ້ ສ້າງຜົນງານທີ່ເປັນມໍລະດົກອັນລໍ້າ ຄ່າ ທາງດ້ານວັດທະນະທຳ ໄວ້ ໃຫ້ຄົນຮຸ່ນຫລັງໄດ້ສືບທອດ. ສົມ ແລ້ວທີ່ເພິ່ນໄດ້ຮັບນາມມະຍົດ ຈາກ ພັກ-ລັດຖະບານ ໃຫ້ເປັນສິລະປິນ ແຫ່ງຊາດ. ຜົນ ງານ ແລະ ຄຸນ ງາມຄວາມດີຂອງທ່ານ ມະຫາ ສິລາ ວີຣະວົງສ໌ ກໍຄືບັນດາບັນ ພະບູລຸດຜູ້ຮັກຊາດ ຍືນຍົງຢູ່ໃນ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ພວກເຮົາຕະຫລອດໄປ.

RkJQdWJsaXNoZXIy MTc3MTYxMQ==