glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ດາວອນ ມະນີວັນ ີ ວັນ ພາບ: ທະນູສີນ ອິດທິພົນູ ສີນິ ດິ ພົນ xtgmf]k; 6 09/10/2025 glf4tdy f{la '7q , -u ;y f{;a fmtotme u y a (ຄັດຈາກປຶ້ມວັດທະນະທຳລາວ)ັຶ້ັ Iu f7v'xtgrou ry mu 0B ogIn vo.\j ]h P''q ;0kp lh k']kpIa [g0Q k7v[7q ; 900 ]h kodu [8+ xu ຂປລ. ການດຸໝັ່ນຂະຫຍັນພຽນ ທຳມາຫາກິນ, ອົດທົນ ລ້ວນແລ້ວ ແຕ່ເຮັດໃຫ້ຊີວິດການເປັນຢູ່ ຂອງ ຄອບຄົວນັບມື້ດີຂຶ້ນ ແລະ ຮັ່ງມີຜາ ສຸກໄດ້. ເໝືອນດັ່ງຄອບຄົວຂອງ ທ່ານ ຊາຍ ມາລາພອນ ຫລື ຊາຍ ນ້ອຍ ຢູ່ບ້ານໂພນສະອາດ ເມືອງນໍ້າ * ປະຊາຊົນລາວເຮົານັບຖື ສາ ສະໜາພຸດ ປະຕິບັດຕາມຮີດ 12 ຄອງ 14 ຮີດຍີ່ຄຽງຈຽງ ກັນມາ ແຕ່ລຸ້ນ ປູ່ຢາຕາຍາຍ ແລະ ກ່ອນຈະ ເຮັດວຽກງານອັນໃດກໍຕ້ອງ ມີພິທີ ກຳ ເພື່ອຄວາມເປັນສິລິມຸງຄຸນ ເອົາ ໂຊກເອົາລາບ ດັ່ງກັບພິທີຂຶ້ນເຮືອນ ໃໝ່. ກ່ອນຈະຂຶ້ນເຮືອນໃໝ່ ຕ້ອງມີ ຜູ້ເຖົ້າຜູ້ແກ່, ຍາດຕິພີ່ນ້ອງມາຊ່ວຍ ວຽກງານ, ການຂຶ້ນເຮືອນໃໝ່ນີ້ຈັດ ເປັນ 2 ພວກເຖົ້າແກ່ ຄື ພວກທີໜຶ່ງ ແມ່ນນັ່ງຄອຍຢູ່ຫົວຂັ້ນໄດຈະຂຶ້ນ ເຮືອນ ຫລື ທັກທາຍໄຕ່ຖາມ ຊຶ່ງຢູ່ ຂັ້ນໄດນັ້ນຕ້ອງມີໃບກ້ວຍມາວາງ ແລ້ວເອົາກ້ອນຫີນທັບໄວ້ ເພື່ອຜູ້ມາ ຈະໄດ້ເປັນເຄື່ອງຮອງລ້າງຕີນ ເຖົ້າ ແກ່ ແລະ ເຈົ້າຂອງເຮືອນ. ສ່ວນ ພວກທີສອງ ແມ່ນຕຽມຂົນສິ່ງຂອງ ແລະ ເຄື່ອງໃຊ້ ທີ່ຈະມາຢູ່ໃນເຮືອນ ໃໝ່ນີ້ ໂດຍເຖົ້າແກ່ເປັນຫົວໜ້າ, ເຖົ້າແກ່ຄົນໜຶ່ງນັ້ນພາຍຖົງ (ຍ່າມ) ໜຶ່ງໜ່ວຍໃສ່ກຸບເກີ້ງ ຫລືໝວກ ຫລື ວ່ອມ ແລະ ໃນຖົງພາຍນັ້ນມີແກ້ວ ແຫວນແລ້ວ ເຂົານຳງາ ທີ່ຖືກັນ ວ່າເປັນຂອງຄໍ້າຂອງຄູນ ແລະ ສິ່ງ ຂອງຕ່າງໆ, ມີສີ່ວ ເຫລັກຊີຕິດໄປ ນຳ ເພື່ອກຽມໄວ້ສໍາລັບຕີຫ້ອຍຖົງ ຜູ້ຄົນໜຸ່ມສາວ (ເຈົ້າຂອງເຮືອນ) ທີ່ຮາບເຄື່ອງເຮືອນ ກໍຍ່າງຕາມ ຫລັງເຖິງເຮືອນປຸກໃໝ່ແລ້ວ ກໍ ພາກັນຍ່າງຮອບເຮືອນໃໝ່ 3 ຮອບ ເວລາທີ່ວຽນຮອບເຮືອນນີ້ ມີໝໍ ແຄນມາຮ້ອງລຳທຳເພງ ເປັນການ ສະໜຸກມ່ວນຊື່ນລື່ນເລີງແລ້ວພັກ ເຊົາທີ່ຂັ້ນໄດ. ຂະນະທີ່,ຜູ້ເຖົ້າຜູ້ແກ່ຫົວໜ້າທີ່ ນັ່ງຄອຍຢູ່ຫົວຂັ້ນໄດເທິງເຮືອນ ນັ້ນ ກໍທັກທາຍຂຶ້ນດ້ວຍສຽງ ອັນ ດັງ ທ່າທາງເປັນທີ່ສະຫງ່າຜ່າເຜີຍ ຫລື ໂກດເຄືອງ, ສ່ວນຜູ້ເຖົ້າຜູ້ແກ່ ຫົວໜ້າທີ່ມາຢຸດຢູ່ເຊີງຂັ້ນໄດຂ້າງ ລ່າງເປັນຜູ້ຕອບຖາມກັນໄປຕອບ ກັນມາ ເຊິ່ງຜູ້ຖາມຈະສະແດງກິລິ ຍາທ່າທາງໂກດຮ້າຍຕໍ່ໄປ ກໍຄ່ອຍ ອ່ອນໂຍນລົງ, ສ່ວນຜູ້ຕອບນັ້ນກໍ ທຳກິລິຍາທ່າທາງອ່ອນໂຍນບໍ່ໂກດ ເຄື່ອງເລີຍ. ຕໍ່ໄປເປັນຄໍາຖາມ ແລະ ຄໍາຕອບ ຂອງຜູ້ເຖົ້າແກ່ສອງຝ່າຍ ມີດ່ັງນີ້: ຄໍາຖາມຄໍາຕອບຜູ້ຖາມສະແດງ ທ່າທາງຂຶງຂັງຖາມວ່າ: “ເຮີຍພວກ ນີ້ຫາມກະດອນ ຄອນກະຕ່າ ຂົນສົ່ງ ຂອງມາແຕ່ໃສນໍ ?”. ຜູ້ຕອບວ່າ: “ໂອຍຂະນ້ອຍມາ ແຕ່ເມືອງໝັ້ນຄໍາທອງ (ເມືອງນີ້ ເປັນເມືອງມັ່ງຄັ່ງສົມບູນ) ໄດ້ຍິນ ຂ່າວວ່າ ລູກຫລານປຸກບ້ານໃໝ່ໃສ່ ຫຍ້າເຕັມ ວ່າຊິມາຄໍ້າມາຄູນໃຫ້ປັກ ກຸ່ມຊຸ່ມເຢັນຢູ່ດີມີແຮງ ຄວາມເຈັບບໍ່ ໃຫ້ໄດ້ ຄວາມໄຂ້ບໍ່ໃຫ້ມີ ບໍ່ຮູ້ອຶດໃຫ້ ຢາກ ບໍ່ໃຫ້ຂາດບໍ່ໃຫ້ເຂີນ ທຸກອັນ ທຸກແນວແລ້ວຂ້ານ້ອຍ”. ຜູ້ຖາມ: ຕອນນີ້ເວົ້າຈາອ່ອນ ໂຍນລົງຖາມວ່າ “ເອີ ຄັນຊິມາຄໍ້າ ມາຄູນຢູ່ດີມີແຮງໃຫ້ປັກກຸ່ມຊຸ່ມ ເຢັນ ຄວາມເຈັບບໍ່ໃຫ້ໄດ້ ຄວາມ ໄຂ້ບໍ່ໃຫ້ມີ ກໍດີແລ້ວ ເພິ່ນໄດ້ຫຍັງ ມານໍາແດ່ນໍ. ຜູ້ຕອບກໍວ່າ: “ໄດ້ມາພ້ອມທຸກ ອັນນັ້ນແລ້ວ”. ຜູ້ຖາມກໍຖາມວ່າ: “ກຸບສ່ອງ ໜ້າ ຜ້າສ່ອງເຊີງ ໄດ້ມາບໍ່” ຜູ້ຕອບກໍຕອບວ່າ: “ໄດ້ມາ”. ຜູ້ຖາມກໍຖາມວ່າ: “ຂ້ອຍຂ້າຍິງ ຊາຍໄດ້ມາພ້ອມບໍນໍ” ຜູ້ຕອບ ຕອບວ່າ: “ເອີ ຄືວ່າ ຂ້ອຍຍິງຂ້ອຍຊາຍ ຜ້າຜ່ອນທ່ອນ ສະໃບ ເຂົ້ານໍ້າທາມ ປາ ມີດໄມ້ ແຫລມຫລາວ ແກ້ວແຫວນເງິນຄໍາ ໄດ້ມາພ້ອມ”. ໃຫ້ໄດ້ຄ້ອງ 9 ກຳ; ຕອກບາດສອງ ໃຫ້ໄດ້ຄໍາ 9 ໝື່ນ; ຕອກບາດສາມ ໃຫ້ໄດ້ເລົ້າເຂົ້າໝື່ນມາເຍຍ; ຕອກ ບາດສີ່ໃຫ້ໄດ້ເມຍມາທຽມຂ້າງ; ຕອກບາດຫ້າ ໃຫ້ໄດ້ຊ້າງໃຫຍ່ມາ ໂຮງ; ຕອກບາດຫົກ ໃຫ້ໄດ້ຊາຍ ໂຖງມານອນເຝົ້າເຈົ້າ; ຕອກບາດ ເຈັດ ໃຫ້ໄດ້ຜູ້ເຖົ້າມານອນເຝົ້າ ເຮືອນ ໂອມອຸອະ ມຸມະມຸນມານ, ຄໍານີ້ໃຊ້ເວລາຕອກສິ່ວກ່ອນເອົາ ຖົງຫ້ອຍ. ສ່ວນພິທີປູບ່ອນນອນ ຜູ້ເຖົ້າ ຜູ້ແກ່ເມື່ອຕອກສິວສໍາເລັດແລ້ວ ເອົາຖົງຫ້ອຍໄວເອົາຜ້າຂາວມ້າ (ຜ້າອາບນໍ້າ) ນຸ່ງ ຄັນນຸ່ງແລ້ວ ກໍອາບນໍ້າ ຄັນອາບນໍ້າແລ້ວກໍມາ ນອນທີ່ນອນ ເພື່ອສ່ຽງທວາຍສົ່ງ ເສີມເອົາໂຊກລາບ. ນັ້ນເອົາຜ້າຫົ່ມ ມາຫົ່ມຖ້ວມຫົວຢັນຕີນ ເຮັດຄືດັ່ງ ວ່າ ຫລັບແທ້ໆ ນອນກົນຢູ່ກາກ ໆ ອີກຄົນໜຶ່ງສົມມຸດວ່າ ເປັນໄກ່ຂັນ ບອກໂມງບອກຍາມ ເມື່ອໄກ່ຂັນໄດ້ ສາມຄັ້ງແລ້ວ ຖືວ່າແຈ້ງ ເປັນມື້ໃໝ່ (ວັນໃໝ່) ຜູ້ນອນກໍຕື່ນຂຶ້ນມາແກ້ ຄວາມຝັນ. ເມື່ອແກ້ຄໍາຝັນຈົບລົງ ຜູ້ເຖົ້າຜູ້ແກ່ຝ່າຍທັກຖາມກໍໃຫ້ພອນ ເປັນຄໍາກອນ. ເທົ່ານີ້ເປັນສໍາເລັດ ການປຸກເຮືອນ ແລະ ຂຶ້ນເຮືອນໃໝ່ ຄັ້ງບູຮານ ສ່ວນພິທີສູ່ຂວັນເຂົ້າໃຈ ວ່າເພີ່ມເຕີມເຂົ້າໃໝ່. ບາກ ແຂວງຫລວງພະບາງ ທີ່ຢືດ ຖືອາຊີບການຊື້-ຂາຍ ງົວ-ຄວາຍ ແລະ ລ້ຽງງົວເປັນອາຊີບຫລັກ ຊຶ່ງໄດ້ປະກອບອາຊີບນີ້ເລີ່ມແຕ່ປີ 1995 ເປັນຕົ້ນມາ ຈົນມີຟາມງົວ ເປັນຂອງຕົນ ແລະ ສາມາດສ້າງ ລາຍຮັບເຂົ້າຄອບຄົວໄດ້ຫລາຍ ກວ່າ 900 ລ້ານກີບຕໍ່ປີ. ທ່ານ ຊາຍນ້ອຍ ໃຫ້ຮູ້ວ່າ: ໃນ ຟາມງົວ ມີເນື້ອທີ່ທັງໝົດ 190 ກວ່າ ເຮັກຕາ, ໃນນັ້ນ ໄດ້ບຸກເບີກເປັນ ສວນປູກຫຍ້າເພື່ອລ້ຽງງົວ 30 ກວ່າ ເຮັກຕາ, ມີແຮງງານທັງໝົດ 5 ຄົນ. ມາຮອດທ້າຍປີ 2024 ໄດ້ປຶກ ສາຫາລືນຳອົງການປົກຄອງເມືອງ ແລະ ທະນາຄານສົ່ງກະສິກຳ ເພື່ອ ຂໍກູ້ຢືມເງິນ ຈຳນວນ 1 ຕື້ກີບ, ພາຍ ຫລັງໄດ້ຮັບເງິນ ກໍນຳມາບຸກເບີກ ຟາມງົວ ໂດຍຊື້ແມ່ພັນຈຳນວນ 80 ໂຕ, ພໍ່ພັນ 10 ໂຕ, ຂະຫຍາຍສວນ ຫຍ້າ, ຊື້ເຫລັກໜາມອ້ອມຮົ້ວຟາມ ແລະ ແປງທາງຂອບເຂດຟາມງົວ ໃຫ້ມີຄວາມສະດວກສະບາຍ, ປັດຈຸ ບັນໃນຟາມຂອງລາວມີງົວທັງໝົດ 158 ໂຕ. ສ່ວນຕະຫລາດຈໍາໜ່າຍ ແມ່ນຂາຍພາຍໃນແຂວງ, ຕ່າງ ແຂວງ ແລະ ປະເທດຈີນ ຈຳນວນ ໜຶ່ງ, ນອກຈາກຂາຍເປັນໂຕແລ້ວ ໄດ້ນຳເຂົ້າເຕົາຂ້າສັດທີ່ເປັນຂອງ ຕົນເອງເພື່ອຂ້າສັດ-ຂາຍຊີ້ນ ພາຍ ໃນຕະຫລາດເມືອງນໍ້າບາກນຳອີກ. ເຖິງແນວໃດກໍດີ, ໃນປີ 2025 ນີ້ ໄດ້ ຂາຍງົວອອກ 72 ໂຕ, ສາມາດສ້າງ ລາຍຮັບຈາກການຂາຍງົວ, ຂ້າສັດຂາຍຊີ້ນ ແລະ ອື່ນໆ ສະເລ່ຍທັງໝົດ ໄດ້ 900 ລ້ານກວ່າກີບ, ຖ້າທຽບ ໃສ່ເມື່ອກ່ອນ ຖືວ່າຊີວິດການເປັນຢູ່ ດີຂຶ້ນຫລາຍ, ສາມາດສົ່ງລູກຮຽນ ຈົບວິຊາຊີບ, ມີວຽກເຮັດງານທຳ ທີ່ດີ, ມີເຮືອນຖາວອນຢູ່, ມີເງິນແຮ່, ມີລົດໃຫຍ່ຂີ່, ເຮັດໃຫ້ການໄປມາ ສະດວກສະບາຍຫລາຍຂຶ້ນ. ສຳລັບແຜນການຕໍ່ໜ້າ ຈະສືບ ຕໍ່ຂະຫຍາຍສວນຫຍ້າລ້ຽງງົວ, ຂະ ຫຍາຍພໍ່ພັນແມ່ພັນງົວ ແລະ ຊື້ງົວ ເຂົ້າຟາມເພີ່ມຕື່ມອີກ ຖ້າທ່ານໃດ ຕ້ອງການບົດຮຽນໃນການລ້ຽງງົວ ຫລື ສົນໃຈຊື້ງົວ ສາມາດເຂົ້າມາພົວ ພັນນຳຟາມ ຊາຍມາລາພອນ ຂອງ ເພິ່ນໄດ້ທີ່ ເມືອງນໍ້າບາກ ແຂວງ ຫລວງພະບາງ. ຜູ້ຖາມກໍຖາມວ່າ: “ຊ້າງ ມ້າ ງົວ ຄວາຍ ໄດ້ມາບໍ່”. ຜູ້ຕອບ ຕອບວ່າ: “ໄດ້ມາ”. ຖາມວ່າ “ແຫລູກທອງ ມອງ ລູກກົວໄດ້ມາບໍ່”. ຜູ້ຕອບ ຕອບວ່າ “ໄດ້ມາ”. ຖາມວ່າ “ນໍ້າມັນ (ສຸລາ) ໄດ້ ມາບໍ່ ?”. ຕອບວ່າ “ໄດ້ມາ”. ຜູ້ຖາມເລີຍເວົ້າຕໍ່ໄປວ່າ: “ເອີ ຄັນເພິ່ນມາຄໍ້າມາຄູນໃຫ້ລູກໃຫ້ ຫລານຢູ່ດີມີແຮງໄດ້ມາ ທຸກອັນທຸກ ແນວ ກໍເຊີນຂຶ້ນມາເທິງພີ້ທ້ອນ”. ເປັນອັນຈົບຄໍາຕອບຄໍາຖາມເທົ່ານີ້. ເມື່ອສໍາເລັດຄໍາຖາມຄໍາຕອບ ນີ້ແລ້ວ ຜູ້ເຖົ້າຜູ້ແກ່ຝ່າຍທີ່ຖາມ ກໍ ເຊີນຜູ້ເຖົ້າຜູ້ແກ່ ຝ່າຍທີ່ຕອບ ເມື່ອ ໄດ້ຮັບຄໍາເຊື້ອເຊີນແລ້ວ ຜູ້ເຖົ້າຜູ້ແກ່ ກໍຢຽບກ້ອນຫີນລ້າງຕີນຂຶ້ນເຮືອນ, ຄົນອື່ນໆບໍ່ຕ້ອງຢຽບກ້ອນຫີນແລະ ລ້າງຕີນກໍໄປໄດ້ ຜູ້ທີ່ຂົນຂອງ ແລະ ເຄື່ອງເຮືອນໄປ ກໍນໍາໄປວາງໄວ້ໃນ ຫ້ອງກາງສ່ວນຜູ້ເຖົ້າຜູ້ແກ່ຫົວໜ້າ ເຊິ່ງພາຍຖົງມານັ້ນກໍເອົາສິ່ວ ຫລື ເຫລັກ ຊີທີ່ຕິດມາໃນຖົງນັ້ນອອກ ມາ ຕອກທີ່ເສົາຂວັນເອົາຖົງທີ່ພາຍ ມານັ້ນຫ້ອຍໄວ້ລ່ວງ 7 ວັນ ໄປຈິ່ງ ຈະເອົາຖົງໄປມ້ຽນ(ເກັບ)ໄດ້ການ ຕອກສິ່ວ ຫລື ເຫລັກຊີລົງໃນເສົາ ຂວັນມີກົນພິທີວ່າດັ່ງນີ້: ຄໍາຕອກ ສິ່ວ ຫລື ເຫລັກຊີ. ຕອກບາດໜຶ່ງ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==