7133

09/10/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫາລືການປຸກລະດົມ...ືຸົ ລາວ, ມີທ່ານ ນາງ ບີນີຕາ ໂປ່ເດ໋ວ ຜູ້ຕາງໜ້າອົງການກາແດງສະວິດ ປະຈຳລາວ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມx ແລະ ໄດ້ ປຶກສາຫາລືເພື່ອເປັນແນວທາງ ໃນການປັບປຸງແກ້ໄຂກ່ຽວກັບ ແຜນການປຸກລະດົມຜູ້ບໍລິຈາກ ເລືອດແບບສະໝັກໃຈບໍ່ຮຽກຄ່າ ຕອບແທນເປັນປົກກະຕິຕໍ່ເນື່ອງ ເພື່ອ ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈເຫັນ ໄດ້ຄວາມໝາຍສຳຄັນ, ຈຳເປັນ ແລະ ຫັນມາຮ່ວມປະກອບສ່ວນ ບໍລິຈາກເລືອດໃຫ້ນັບມື້ນັບຫລາຍ ຂຶ້ນ, ພຽງພໍ ແລະ ສາມາດຕອບ ສະໜອງກັບຄວາມຕ້ອງການ. ໂອກາດນີ້, ທ່ານ ຈັນທະລາ ສຸກສາຄອນຫົວໜ້າສະຖາບັນເລືອດ ແຫ່ງຊາດ ໄດ້ລາຍງານວ່າ: ໃນໄລ ຍະ 6 ເດືອນຕົ້ນປີ 2025 ໄດ້ຮັບ ເລືອດທັງໝົດ 35.771 ຖົງ, ກວມ ເອົາ 44% ຂອງເປົ້າໝາຍປະຈໍາ ປີ 80.400 ຖົງ ໃນນັ້ນ 15.504 ຖົງ (43%) ແມ່ນບໍລິຈາກເລືອດ ແບບສະໝັກໃຈ ແລະ 20.267 ຖົງ (57%) ແມ່ນບໍລິຈາກເລືອດຈາກ ສະມາຊິກຄອບຄົວຂອງຄົນເຈັບ ຊຶ່ງ ຈໍານວນເລືອດທັງໝົດທີ່ໄດ້ມາເຫັນ ວ່າການບໍລິຈາກເລືອດດ້ວຍຄວາມ ສະໝັກໃຈຍັງຕໍ່າກວ່າເປົ້າໝາຍ ແຫ່ງຊາດ 70%. ພ້ອມນີ້, ທ່ານຍັງ ໄດ້ເນັ້ນໜັກເຖິງຄວາມຕ້ອງການສືບ ຕໍ່ສູ້ຊົນ ແລະ ເພີ່ມທະວີການບໍລິຈາກ ເລືອດດ້ວຍຄວາມສະໝັກໃຈໃຫ້ ເພີ່ມຂຶ້ນໃນທົ່ວປະເທດ. ກອງປະຊຸມຍັງໄດ້ຮັບຟັງການ ລາຍງານກ່ຽວກັບຜົນສຳເລັດທີ່ ພົ້ນເດັ່ນຫລາຍດ້ານລວມທັງສ້າງ ຂະບວນການໃນວັນສຳຄັນຂອງ ພັກ-ຂອງຊາດ ແລະ ສາກົນ, ຈັດ ກອງປະຊຸມ, ຝຶກອົບຮົມໃຫ້ຜູ້ປະ ສານງານຮ່ວມກັບບັນດາໂຮງຈັກ ໂຮງງານ ແລະ ຫົວໜ່ວຍທຸລະກິດ ໂດຍມີຜູ້ບໍລິຈາກເລືອດໃນກຸ່ມເປົ້າ ໝາຍນີ້ ໃຫ້ເພີ່ມຂຶ້ນ 25% ທຽບໃສ່ ປີ 2024. ຄຽງຄູ່ກັບຜົນສຳເລັດ, ກໍ ຍັງມີບັນຫາສິ່ງທ້າທາຍທີ່ສະຖາບັນ ຄະນະໂຄສະນາອົບຮົມ...ົົ ເຂົ້າຮ່ວມ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຫວນຄືນມູນເຊື້ອ ວັນສະຖາປະນາ ສປປ ລາວ ກໍຄື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໂດຍໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມໝາຍສຳຄັນຂອງວັນ ຊາດ ຊຶ່ງແມ່ນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງ ການຕໍ່ສູ້ຂອງຊາດລາວ, ແມ່ນວັນ ທີ່ປະຊາຊົນລາວບັນດາເຜົ່າໄດ້ມີ ອິດສະລະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ, ແມ່ນ ວັນທີ່ປະເທດລາວ ໄດ້ມີເອກະລາດ ຢ່າງສົມບູນ ແລະ ມີອະທິປະໄຕ ຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດ ອື່ນໆ ໃນເວທີປະຊາຄົມໂລກ. ພ້ອມ ນີ້, ທ່ານຍັງໄດ້ຍົກໃຫ້ຮູ້ຕະຫລອດ ໄລຍະ 50 ປີ ແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ແລະ ການສືບຕໍ່ເສີມຂະຫຍາຍ ມູນເຊື້ອວັນຊາດໃຫ້ຜູ້ເຂົ້າຮ່ວມໄດ້ ຮັບຮູ້ ແລະ ນຳໄປໝູນໃຊ້ເຂົ້າໃນ ວຽກງານຕົວຈິງ. ພ້ອມນີ້,ທ່ານກິແກ້ວໄຂຄຳພິທູນ ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະ ທານ ໄກສອນ ພົມວິຫານ ອະດີດ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ຊຶ່ງເປັນຜູ້ນໍາພາ ກໍ່ຕັ້ງພັກ ປປ ລາວ, ເປັນວິລະບູລຸດ ແຫ່ງຊາດລາວ, ເປັນຜູ້ຈັດຕັ້ງນໍາ ພາ-ພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງປະເທດຊາດ ຍາດໄດ້ໄຊຊະ ນະຢ່າງສະຫງ່າງາມ ແລະ ສະຖາ ປະນາ ສປປ ລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ ເຫັນຄວາມປີຊາສາມາດໃນການ ນຳພາ-ຊີ້ນຳພາລະກິດປະຕິວັດຕະ ຫລອດຊີວິດຂອງເພິ່ນ ແລະ ຍົກໃຫ້ ເຫັນແບບຢ່າງຄຸນສົມບັດສິນທຳ ປະຕິວັດ ແລະ ແບບແຜນດຳລົງ ຊີວິດທີ່ລຽບງ່າຍຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍ ເປັນຫ່ວງເປັນໄຍຕໍ່ການພັດທະນາ ປະເທດຊາດ. ການຈັດປາຖະກະຖາໃນຄັ້ງນີ້, ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ຊາດ ໃນເມື່ອກ່ອນ ແລະ ຜົນສໍາເລັດ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ ການຊີ້ນໍາ-ນໍາພາຂອງພັກ-ລັດເຮົາ, ຖືເອົາໂອກາດນີ້, ເປັນການເພີ່ມທະ ວີການສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ລັດຖະກອນ ຄະນະຜູ້ແທນລາວ...ູ້ ສິລະປະ ແລະ ວັດທະນະທຳ ແຫ່ງ ມາເລເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາ ວັດທະນະທຳ-ສັງຄົມອາຊຽນ, ຕີມໍ ແລັດສະເຕ ແລະ ເລຂາທິການໃຫຍ່ ອາຊຽນ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອ ທົບທວນຄືນໝາກຜົນ ແລະ ສິ່ງ ທ້າທາຍໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດຂອງປະຊາຄົມ ວັດທະນະທໍາ-ສັງຄົມ ໃນໄລຍະ ຜ່ານມາ, ລວມທັງແລກປ່ຽນຄໍາ ຄິດຄວາມເຫັນຕໍ່ທິດທາງແຜນການ ຍຸດທະສາດໃໝ່ຫລັງປີ 2025 ຂອງ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ແລະ ປຶກສາຫາລືບາງບັນຫາ ສຳຄັນອື່ນໆຈໍານວນໜຶ່ງທີ່ເປັນວຽກ ຈຸດສຸມເປັນຕົ້ນການສ້າງຄຸນຄ່າ ດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມວຽກງານປັນຍາປະ ດິດ, ການຫັນເປັນດີຈິຕອນ ແລະ ວຽກງານສີຂຽວ ເພື່ອເສີມສ້າງທັກ ສະ ແລະ ຄວາມສາມາດໃຫ້ແກ່ອາ ຊຽນໃນອະນາຄົດ; ຂໍ້ລິເລີ່ມດ້ານ ສາທາລະນະສຸກ ເພື່ອຄວາມສົມບູນ ພູນສຸກຂອງອາຊຽນ; ການສົ່ງເສີມ ທ່າແຮງບົ່ມຊ້ອນຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການຈະເລີນ ເຕີບໂຕ, ຄວາມສາມັກຄີປອງດອງ ແລະ ຄວາມເປັນເລີດ; ການສົ່ງເສີມ ມາດຕະການດ້ານສະພາບອາກາດ ເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນເຈົ້າການ. ຄຽງຄູ່ ກັນນີ້, ກອງປະຊຸມຍັງໄດ້ພ້ອມກັນ ຄົ້ນຄວ້າຕົກລົງຮັບຮອງເອົາເອກະ ສານສໍາຄັນ ຈຳນວນ 19 ສະບັບ. ໃນນັ້ນ, ປະກອບມີ 5 ສະບັບ ເພື່ອ ຮັບຮອງ ແລະ 14 ສະບັບ ເພື່ອຮັບ ຊາບໂດຍຜູ້ນຳອາຊຽນໃນກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 47. ຫສນຍ ຈະສຸມໃສ່...ຸ່ 2030) ຫສນຍ ຈະເສີມຂະຫຍາຍ ມູນເຊື້ອອັນດີງາມໃນການຈັດຕັ້ງ ປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ໃນການບຳລຸງ ແລະ ກໍ່ສ້າງພະນັກງານນຳພາຄຸ້ມ ຄອງ-ສືບທອດປ່ຽນແທນທີ່ມີ ຄຸນນະພາບສູງສືບຕໍ່ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕາມຄຳຂວັນ 3 ດີ (ເປັນເສນາທິການທີ່ດີ, ການ ປະສານງານທີ່ດີ ແລະ ການບໍລິ ການ-ຮັບໃຊ້ທີ່ດີ) ແລະ 3 ຫັນ (ຫັນ ຈາກແນວຄິດທີ່ຄອງຄອຍລໍຖ້າແຕ່ ຄຳສັ່ງໄປສູ່ການເປັນເຈົ້າຕົນເອງ; ຫັນຈາກການເຮັດວຽກບໍ່ມີແຜນ ເປັນການເຮັດວຽກທີ່ມີແຜນການ, ມີຈຸດສຸມ ແລະ ຄາດໝາຍສຳເລັດ; ຫັນຈາກການເຮັດວຽກຫລາຍຂັ້ນ ຫລາຍຂອດ ໃຫ້ຫລຸດລົງ ແລະ ວ່ອງໄວຂຶ້ນ). ພ້ອມທັງຈະຍົກສູງ ຄຸນນະພາບການປະຕິບັດແຜນພັດ ທະນາວິຊາສະເພາະຂອງ ຫສນຍ ປະກອບສ່ວນໃຫ້ແກ່ການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ແກ້ໄຂ ຊີວິດການເປັນຢູ່ຂອງພະນັກງານລັດຖະກອນພາຍໃນ ຫສນຍ ໃຫ້ ດີຂຶ້ນ. ພ້ອມນີ້, ຍັງຈະສູ້ຊົນສ້າງຊ່ຽວ ຊານຄົ້ນຄວ້າສະເພາະດ້ານໃນແຕ່ ລະຂົງເຂດໃຫ້ໄດ້ 60% ຂຶ້ນໄປ; ສູ້ຊົນຈັດຕັ້ງປະຕິບັດບັນດາໂຄງ ການສະໜັບສະໜູນວຽກງານເສ ປະກາດການຈັດຕັ້ງ...ັັ້ ຂປລ. ໃນວັນທີ 7 ຕຸລາ 2025, ທີ່ກະຊວງການຕ່າງປະເທດ ໄດ້ຈັດ ພິທີປະກາດສັບຊ້ອນເລື່ອນຕຳແໜ່ງ ບໍລິຫານ ແລະ ຊັ້ນນັກການທູດ ໃຫ້ ພະນັກງານ-ລັດຖະກອນ ຂອງ ກະຊວງການຕ່າງປະເທດ, ພາຍໃຕ້ ການເປັນປະທານຂອງ ທ່ານ ໄມ ທອງ ທຳມະວົງສາ ຮອງເລຂາ ຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີຄະນະພັກ-ຄະນະນຳ ກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງ ກະຊວງການຕ່າງປະເທດເຂົ້າຮ່ວມ. ໃນພິທີ ທ່ານ ວັນດີ ບຸດສະ ດີ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 4 ທ່ານ, ຫົວໜ້າພະແນກ ຈຳນວນ 7 ທ່ານ ແລະ ຮອງຫົວໜ້າພະແນກ ຈຳນວນ 15 ທ່ານ; ຜ່ານຂໍ້ຕົກ ລົງວ່າດ້ວຍການປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດ ໃຫ້ ພະນັກງານ-ລັດຖະກອນ ຂອງ ກະຊວງການຕ່າງປະເທດ ຈໍານວນ 193 ທ່ານ. ໃນໂອກາດດັ່ງກ່າວ, ທ່ານ ໄມທອງ ທຳມະວົງສາ ໄດ້ຕີລາຄາ ສູງ ແລະ ສະແດງຄວາມຊົມເຊີຍຕໍ່ ບັນດາສະຫາຍທີ່ໄດ້ຮັບການແຕ່ງ ຕັ້ງຕໍາແໜ່ງບໍລິຫານ ແລະ ໄດ້ຮັບ ການປະດັບ, ເລື່ອນ ແລະ ທຽບຊັ້ນ ນັກການທູດ, ເປັນການມອບໝາຍ ໜ້າທີ່ການເມືອງ ແລະ ຄວາມ ຮັບຜິດຊອບ ຊຶ່ງເປັນການເພີ່ມ ກໍາລັງແຮງໃນການນຳພາ-ຊີ້ນຳ ວຽກງານໃນຂະແໜງການຕ່າງ ປະເທດທີ່ພັກ-ລັດ ມອບໝາຍໃຫ້. ພ້ອມດຽວນັ້ນ, ໄດ້ເນັ້ນໃຫ້ຜູ້ທີ່ໄດ້ ຮັບຕໍາແໜ່ງບໍລິຫານ, ຜູ້ທີ່ໄດ້ຮັບ ການປະດັບ, ເລື່ອນ ແລະ ທຽບຊັ້ນ ນັກການທູດ ແລະ ພະນັກງານ-ລັດ ຖະກອນທັງໝົດຂອງກະຊວງການ ຕ່າງປະເທດ ຈົ່ງຍົກສູງດ້ານຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ຄວາມເສຍສະລະເພື່ອ ສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດ ກັ້ນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ນຳໜ້າໃນການນຳພາ-ຊີ້ນຳໃນ ການປະຕິບັດໜ້າທີ່ການເມືອງ ແລະ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບ ນ້ຳໃຈຮັກຊາດ, ມູນເຊື້ອສາມັກຄີ ປອງດອງຂອງປະຊາຊົນບັນດາ ເຜົ່າ ແລະ ຊັ້ນຄົນ, ນ້ຳໃຈຕໍ່ສູ້ອັນ ອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມກັນ ນັ້ນ, ກໍເປັນການປຸກລະດົມນ້ຳໃຈ ຮັກຊາດ-ຮັກລະບອບໃໝ່, ເປັນເຈົ້າ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ເຊີດຊູບົດບາດການນໍາພາ ຂອງພັກ, ຖືເອົາແນວຄິດ ໄກສອນ ພົມວິຫານ ເປັນທິດນຳໃນການຈັດ ຕັ້ງປັບປຸງໜ້າທີ່ວຽກງານໃຫ້ມີຄຸນ ນະພາບ ແລະ ມີປະສິດທິຜົນສູງ. ຂ່າວ: ທະນູທອງ; ພາບ: ຂັນໄຊ ເລືອດແຫ່ງຊາດ ແລະ ພາກສ່ວນ ກ່ຽວຂ້ອງຕ້ອງໄດ້ຮ່ວມກັນເອົາໃສ່ ແກ້ໄຂໂດຍສະເພາະ 3 ເຫດຜົນ ຫລັກທີ່ບໍ່ຢາກບໍລິຈາກເລືອດຄື: ຢ້ານ ແລະ ບໍ່ທັນເຂົ້າໃຈກ່ຽວກັບ ການບໍລິຈາກເລືອດທີ່ເລິກເຊິ່ງ; ຄິດວ່າເປັນເລື່ອງທີ່ໄກໂຕບໍ່ໄດ້ ກ່ຽວຂ້ອງ ແລະ ບໍ່ຈໍາເປັນ; ຕ້ອງ ໄດ້ຮັບອະນຸຍາດຈາກຜູ້ປົກຄອງ ຕ້ອງໄດ້ຮັບການຊຸກຍູ້ຂອງຄະນະ ນໍາກົມກອງ. ໃນວາລະກອງປະຊຸມໄດ້ເປີດ ໂອກາດໃຫ້ຜູ້ເຂົ້າຮ່ວມປະກອບ ຄຳຄິດຄຳເຫັນເພື່ອເປັນແນວທາງ ໃນການປັບປຸງແກ້ໄຂກ່ຽວກັບ ແຜນການປຸກລະດົມຜູ້ບໍລິຈາກ ເລືອດແບບສະໝັກໃຈບໍ່ຮຽກຄ່າ ຕອບແທນເປັນປົກກະຕິຕໍ່ເນື່ອງ ເພື່ອໃຫ້ສັງຄົມຮັບຮູ້, ເຂົ້າໃຈເຫັນ ໄດ້ຄວາມໝາຍສຳຄັນຈຳເປັນ ແລະ ຫັນມາຮ່ວມປະກອບສ່ວນບໍລິຈາກ ເລືອດໃຫ້ນັບມື້ນັບຫລາຍຂຶ້ນ. ຂ່າວ: ໜັງສືພິມວຽງຈັນໃໝ່ ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ ສະແດງຄວາມເປັນເອກະພາບຕໍ່ ແຜນບຸລິມະສິດການເປັນປະທານ ອາຊຽນຂອງມາເລເຊຍ 2025 ຊຶ່ງເຫັນໄດ້ວ່າມີຄວາມສອດຄ່ອງ ກັບຂໍ້ລິເລີ່ມ: ຄຸນຄ່າ ມາດານີ ຂອງ ມາເລເຊຍ: ຄວາມຍືນຍົງ, ກວມ ລວມ ແລະ ຄວາມໃສ່ໃຈ ແລະ ສະ ແດງການສະໜັບສະໜູນບັນດາ ເອກະສານທີ່ສຳຄັນຂອງອາຊຽນ ທີ່ກະກຽມນຳສພເໜີຕໍ່ຜູ້ນຳອາ ຊຽນພິຈາລະນາຮັບຮອງ ແລະ ຮັບຊາບທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແນໃສ່ເພີ່ມທະ ວີເອກະລັກອາຊຽນ, ຄວາມເປັນ ເອກະພາບ ແລະ ຄວາມເຂັ້ມແຂງ. ບັນດາເອກະສານສຳຄັນເຫລົ່ານັ້ນ, ຈະຊ່ວຍສະໜັບສະໜູນ ແລະ ຊຸກຍູ້ ການຮ່ວມມືຂອງທົ່ວທຸກຂະແໜງ ການພາຍໃນເສົາຄ້ຳປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ໃຫ້ເຂັ້ມ ແຂງຍິ່ງຂຶ້ນ, ສ້າງເງື່ອນໄຂໃຫ້ ມີການໄປມາຫາສູ່ຂອງປະຊາຊົນ ໃຫ້ຫລາຍຂຶ້ນ, ປັບປຸງຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນອາ ຊຽນໃຫ້ຢູ່ດີກິນດີ ແລະ ມີຄວາມ ສະດວກສະບາຍສາມາດເຂົ້າເຖິງ ການບໍລິການສາທາລະນະຢ່າງ ທົ່ວເຖິງເປັນຕົ້ນດ້ານການສຶກສາ, ສາທາລະນະສຸກ, ຂໍ້ມູນຂ່າວສານ. ຄຽງຄູ່ກັບການຮັບຮູ້ທາງດ້ານວັດ ທະນະທໍາ, ສິ່ງແວດລ້ອມ, ຄວາມ ປ່ຽນແປງຂອງດິນຟ້າອາກາດ, ການ ເຄື່ອນຍ້າຍແຮງງານ ແລະ ອື່ນໆ. ໂ ອ ກ າ ດ ນີ້ , ທ່ າ ນ ນ າ ງ ສວນສະຫວັນ ວິຍະເກດ ຍັງໄດ້ ແລກປ່ຽນຄຳຄິດຄໍາເຫັນໃນກອງ ປະຊຸມຕໍ່ທິດທາງແຜນຍຸດທະສາດ ຂອງປະຊາຄົມວັດທະນະທຳ-ສັງ ຄົມອາຊຽນຫລັງ 2025 ໂດຍເນັ້ນ ໃສ່ບາງຈຸດສຳຄັນຄື: ອາຊຽນຄວນ ສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດ ບາດຂອງແຕ່ຂະແໜງການຢ່າງ ກົມກຽວບໍ່ພຽງແຕ່ພາຍໃນເສົາຄໍ້າ ວັດທະນະທຳ-ສັງຄົມ, ແຕ່ລວມ ທັງເສົາຄ້ຳອື່ນໆ ເພື່ອຮັບປະກັນກົນ ໄກການປະສານງານທີ່ມີປະສິດ ທິພາບແນໃສ່ຈັດຕັ້ງປະຕິບັດບັນດາ ນະໂຍບາຍທີ່ເປັນຍຸດທະສາດ ລະດັບພາກພື້ນ ກໍຄື ການຈັດຕັ້ງ ຜັນຂະຫຍາຍແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ໃຫ້ເກີດຜົນ ປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ພວກເຮົາ; ອາຊຽນ ຄວນສົ່ງເສີມ ບັນດາຂໍ້ລິເລີ່ມທີ່ຊຸກຍູ້ການເປີດປະຕູ ສູ່ຕະຫລາດ ແລະ ໂອກາດແຫ່ງການ ຈ້າງງານ ໂດຍສະເພາະຊາວໜຸ່ມ ດ້ວຍການຍົກລະດັບຄວາມອາດ ສາມາດ, ທັກສະ ແລະ ທາງນະ ວັດຕະກຳ ເພື່ອສະໜັບສະໜູນການ ພັດທະນາແຮງງານໃນພາກພື້ນ ໃຫ້ມີຄຸນນະພາບຍິ່ງຂຶ້ນ ແລະ ອາ ຊຽນຄວນສືບຕໍ່ຢ່າງຕັ້ງໜ້າສົ່ງເສີມ ສິດທິພື້ນຖານ ແລະ ສະຫວັດດີ ການໃຫ້ແກ່ກຸ່ມຄົນດ້ອຍໂອກາດ ເປັນຕົ້ນແມ່ນຄົນເສຍອົງຄະ, ຜູ້ ອາຍຸສູງ, ແມ່ຍິງ ແລະ ເດັກນ້ອຍ ເພື່ອປົກປ້ອງຈາກການໃຊ້ຄວາມ ຮຸນແຮງ, ສົ່ງເສີມຄວາມສະເໝີພາບ ແລະ ມີຄວາມປອດໄພ, ກວມລວມ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວ ຢູ່ໃນປະຊາຄົມອາຊຽນ. ຂ່າວ-ພາບ: ກອງເລຂາເສົາຄ້ຳ ASCC ລາວ ການຕ່າງປະເທດ ຕາມທິດບຸກທະລຸ ການທູດປ້ອງກັນເຫດ ເພື່ອປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະໃໝ່, ໄປພ້ອມໆ ກັບການສືບຕໍ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ຕັ້ງໜ້າຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງການຕ່າງປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນບຸກທະລຸການທູດ ເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການລວມທັງ ການຈັດຕັ້ງປະຕິບັດບັນດາແຜນ ງານ, ໂຄງການ ປີ 2026-2030 ແລະ ມະຕິກອງປະຊຸມວຽກງານ ການຕ່າງປະເທດ ຄັ້ງທີ XIV ໃຫ້ ປະກົດຜົນເປັນຈິງ. ໃນພິທີດັ່ງກ່າວ, ຍັງໄດ້ຮັບຟັງ ການເຊື່ອມຊຶມປາຖະກະຖາວັນປະ ກາດເອກະລາດ ແລະ ວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ ຊຶ່ງເປັນວັນທີ່ມີຄວາມໝາຍ ສຳຄັນທາງປະຫວັດສາດໃນການ ຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່ ເພື່ອ ຍາດໄດ້ເອກະລາດ, ອິດສະລະພາບ ແລະ ພື້ນແຜນດິນອັນຄົບຖ້ວນຈາກ ກຳມືຂອງຈັກກະພັດຜູ້ຮຸກຮານ. ຂ່າວ-ພາບ: ກົມການຂ່າວ ກະຊວງ ການຕ່າງປະເທດ ນາທິການໃຫ້ໄດ້ 80% ຂຶ້ນໄປ; ສູ້ຊົນຊຸກຍູ້ວຽກງານການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ ກົດໝາຍໃຫ້ບັນລຸຄາດໝາຍ 90% ຂຶ້ນໄປ; ສ້າງກົນໄກຍົກສູງຄວາມ ຮັບຜິດຊອບດ້ານວິຊາສະເພາະ ເປັນຕົ້ນການບັນນາທິການຄົ້ນຄວ້າ ວຽກງານຕ່າງໆທີ່ບັນດາຂະແໜງ ການຂັ້ນສູນກາງ-ທ້ອງຖິ່ນ, ບຸກຄົນ ແລະ ນິຕິບຸກຄົນ ສະເໜີ ລັດຖະບານ ພິຈາລະນາ, ຮັບປະກັນຄວາມຖືກ ຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການໃຫ້ມີຄວາມວ່ອງໄວ, ທັນກັບສະພາບການຕົວຈິງ, ທັງ ຮັບປະກັນຄຸນນະພາບ; ສົມທົບ ກັບບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ເພື່ອຮ່າງແຜນການ ແລະ ພິຈາລະນາບັນດາຫົວຂໍ້ທີ່ ຈະນຳເຂົ້າພິຈາລະນາໃນກອງປະ ຊຸມລັດຖະບານ, ກອງປະຊຸມນາ ຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມອື່ນໆໃຫ້ກອງປະຊຸມ ສາມາດພິຈາລະນາຮັບປະກັນປະ ສິດທິພາບ-ປະສິດທິຜົນສູງ; ປັບປຸງ ແລະ ຍົກລະດັບຄວາມສາມາດໃນ ການຫັນເປັນຊ່ຽວຊານດ້ານວິຊາ ສະເພາະ ເພື່ອເຮັດໃຫ້ການຮ່າງ ນິຕິກໍາຕ່າງໆໃຫ້ຮັດກຸມ ແລະ ມີ ຄວາມວ່ອງໄວຕາມກົດໝາຍ ແລະ ລະບຽບການ; ສືບຕໍ່ສ້າງກົນໄກ ຕິດຕາມ, ຊຸກຍູ້ສ້າງ, ປັບປຸງ ແລະ ການຈັດຕັ້ງປະຕິບັດນິຕິກໍາທີ່ຢູ່ໃນ ຄວາມຮັບຜິດຊອບຂອງລັດຖະບານ ໃຫ້ສາມາດຕິດຕາມຜົນການຈັດຕັ້ງ ປະຕິບັດຢູ່ຂະແໜງການສູນກາງ ແລະ ທ້ອງຖິ່ນ ແລ້ວລາຍງານລັດ ຖະບານຢ່າງເປັນລະບົບ ແລະ ທັນ ກັບສະພາບການ; ສືບຕໍ່ປັບປຸງການ ຄຸ້ມຄອງ ແລະ ການບໍລິການຂໍ້ມູນ ຂ່າວສານພູມສາດເປັນລະບົບທີ່ ທັນສະໄໝ, ຄົ້ນຄວ້າການນໍາໃຊ້ ຂໍ້ມູນພາບຖ່າຍດາວທຽມ ເພື່ອການ ສ້າງຂໍ້ມູນຂ່າວສານພູມສາດຮັບໃຊ້ ໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ພ້ອມດຽວກັນນີ້, ຍັງຈະຍົກສູງ ປະສິດທິພາບການປະສານງານທີ່ ດີ, ສ້າງກົນໄກການປະສານງານ ທີ່ສອດຄ່ອງ ແລະ ກົມກຽວ; ຍົກ ສູງປະສິດທິພາບສ້າງກົນໄກການ ບໍລິການຮັບໃຊ້ໃຫ້ວ່ອງໄວ, ມີຄຸນ ນະພາບຫັນໄປສູ່ທັນສະໄໝ; ປັບປຸງ ກົງຈັກການຈັດຕັ້ງ, ກໍ່ສ້າງ ແລະ ພັດທະນາບຸກຄະລາກອນ, ສ້າງ ພະນັກງານໃຫ້ກາຍເປັນຊ່ຽວຊານ ສະເພາະດ້ານ, ຍຶດໝັ້ນຫລັກການ ກຳນົດສ້າງພະນັກງານນຳພາຄຸ້ມ ຄອງໃນແຕ່ລະໄລຍະ ເພື່ອສືບທອດ ປ່ຽນແທນຕາມສາຍວິຊາສະເພາະ ແລະ ຕຳແໜ່ງງານ, ພ້ອມທັງຊຸກຍູ້ 3 ອົງການຈັດຕັ້ງມະຫາຊົນເປີດ ຂະບວນການ ແລະ ສ້າງຂະບວນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຂອງຕົນຕິດພັນກັບຂະບວນການ ແຂ່ງຂັນ-ຍ້ອງຍໍພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາຢ່າງເປັນ ຂະບວນຟົດຟື້ນ. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==